7133

80 xu muj m6 fr6 ,.9 xtgmf]k; 3 09/10/2025 0j k; c]t gsfdko ໂດຍ: ທູດ ມະໄລວຽງ ສາກົນນິຍົມ ຮອງປະທານສະໂມສອນນັກການທູດລາວູ ດົ ນິ ຍົມັ ກູ ດ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me *** ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ ບົດສະເໜີົີ ໂດຍ: ຄະນະ ບກ glu ,0tspkp,6 og-N v;a o76 csj '-kf 7 85 ]k ຂປລ. ວັນຄູແຫ່ງຊາດ, ວັນທີ 7 ຕຸລາ ໄດ້ໝູນວຽນມາຄົບຮອບ 31 ປີ (7 ຕຸລາ 1994- 7 ຕຸລາ 2025) ຊຶ່ງປີນີ້ເປັນປີທີ່ມີຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ແລະ ມີສິ່ງ ທ້າທາຍຫລາຍປະການໃນຂົງເຂດ ການສຶກສາ; ແຕ່ເຖິງຢ່າງໃດກໍດີ ຍ້ອນ ຄວາມເອົາໃຈໃສ່ຂອງລັດຖະບານໄດ້ ຖືວຽກງານການສຶກສາ ເປັນວຽກໜຶ່ງ ສຳຄັນຍິ່ງໃນການປະຕິບັດແນວທາງ ຂອງພັກ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມຂອງລັດ ເພື່ອການພັດທະ ນາຊັບພະຍາກອນມະນຸດ ໃຫ້ມີຄວາມ ຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາ ປະຕິວັດ ແລະ ມີຄ່ານິຍົມທີ່ຖືກຕ້ອງ, ມີສຸຂະພາບແຂງແຮງທາງດ້ານຮ່າງ ກາຍ ແລະ ຈິດໃຈ, ຮັກຄວາມກ້າວໜ້າ ແລະ ມີວິທະຍາສາດ ຊຶ່ງຈະກາຍເປັນ ກໍາລັງແຮງງານທີ່ມີຄຸນນະພາບຕອບ ສະໜອງຄວາມຮຽກຮ້ອງຕ້ອງການ (ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 31 ປີ ວັນທີ 7 ຕຸລາ 1994-7ຕຸລາ 2025)ື່ັູ່ົີັີຸຸ ຂອງການພັດທະນາປະເທດຊາດໃນ ໄລຍະໃໝ່. ເມື່ອມວນມະນຸດໄດ້ມີການພັດທະ ນາຕົນເອງ ໃຫ້ກ້າວໜ້າຂຶ້ນຢ່າງບໍ່ຢຸດ ຢັ້ງ ຊຶ່ງໄດ້ເຮັດໃຫ້ສັງຄົມມະນຸດໄດ້ມີ ການປ່ຽນແປງຈາກລະບອບສັງຄົມນີ້ ໄປສູ່ລະບອບສັງຄົມອື່ນ; ໃນຂະບວນວິ ວັດພັດທະນາດັ່ງກ່າວ ຄູໄດ້ມີບົດບາດ ປະກອບສ່ວນອັນສຳຄັນ ທີ່ບໍ່ມີໃຜ ແລະ ຊັ້ນຄົນໃດຈະປະຕິເສດໄດ້, ການ ສອນ ແລະ ການຮຽນເປັນປັດໄຈ ສຳຄັນໜຶ່ງໃນການຕັດສິນຄຸນນະພາບ ຂອງການສຶກສາ ກໍຄືການພັດທະນາ ມະນຸດ. ທຸກຄົນມີຄວາມຮູ້ໂດຍຜ່ານ ຂະບວນການສອນຂອງຄູ ແລະ ທຸກ ຄົນລ້ວນແຕ່ມີຄູສອນຕົນເອງ. ດັ່ງນັ້ນ, ວັນຄູແຫ່ງຊາດ ເປັນວັນໜຶ່ງທີ່ສຳຄັນ ແຕ່ຫາກຍັງໄດ້ປະກອບສ່ວນຢ່າງ ຕັ້ງໜ້າທີ່ສຸດເຂົ້າໃນພາລະກິດແຫ່ງ ການຕໍ່ສູ້ ເພື່ອຄວາມເປັນເອກະລາດ ແລະ ຄວາມວັດທະນາຖາວອນຂອງ ປະເທດຊາດ. ວັນຄູເປັນວັນແຫ່ງ ຄວາມເອກອ້າງທະນົງໃຈຕໍ່ກຽດສັກ ສີ, ຕໍ່ອາຊີບຄູ ແລະ ເປັນວັນແຫ່ງການ ເສີມຂະຫຍາຍມູນເຊື້ອຂອງຄູຄຳ ຜູ້ທີ່ ມີຄວາມດຸໝັ່ນຂະຫຍັນພຽນ ແລະ ໄດ້ ອຸທິດໝົດສະຕິປັນຍາ, ເລືອດເນື້ອ ແລະ ເຫື່ອແຮງຂອງຕົນ ເພື່ອພາລະກິດການ ສຶກສາຂອງພວກເຮົາ. ຕະຫລອດໄລຍະຜ່ານມາ ເຖິງວ່າ ພວກເຮົາຍັງມີຄວາມຫຍຸ້ງຍາກ ແລະ ມີຂ້ໍຈຳກັດໃນຫລາຍດ້ານໃນການພັດ ທະນາເສດຖະກິດ-ສັງຄົມ ເວົ້າລວມ ກໍຄືການພັດທະນາການສຶກສາ ເວົ້າ ສະເພາະ, ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນປະຕິວັດລາວ ການ ສຶກສາໄດ້ຮັບການພັດທະນາໃຫ້ກ້າວ ໜ້າ ແລະ ຂະຫຍາຍຕົວເປັນລຳດັບ ແຫ່ງຊາດ 2006-2015 ໂດຍແບ່ງ ອອກເປັນສອງໄລຍະ ຄື: ໄລຍະທີ I (2006-2010) ແລະ ໄລຍະທີ II (2011-2015). ຈຸດໝາຍຂອງການ ປະຕິຮູບລະບົບການສຶກສາແມ່ນເພື່ອ ປັບປຸງຄຸນນະພາບຂອງການສຶກສາໃຫ້ ສູງຂຶ້ນ ເພື່ອຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການຂອງການພັດທະ ນາເສດຖະກິດ-ສັງຄົມຂອງປະເທດ. ເຖິງແນວໃດກໍຕາມ, ພາຍໃຕ້ການນໍາ ພາຂອງພັກ ແລະ ລັດຖະບານ ບວກ ໃສ່ຄວາມເອົາໃຈໃສ່ຂອງຜູ້ບໍລິຫານ ການສຶກສາ ແລະ ກິລາ,ຄູ-ອາຈານ ແລະ ການປະກອບສ່ວນຢ່າງຕັ້ງໜ້າ ຂອງທຸກພາກສ່ວນໃນສັງຄົມ ທັງພາກ ລັດ ແລະ ພາກເອກະຊົນ, ພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະແມ່ນ ຄູ່ຮ່ວມພັດທະນາຕໍ່ການພັດທະນາ ການສຶກສາ ແລະ ກິລາ, ເຮັດໃຫ້ຖັນ ແຖວຄູ-ອາຈານ ມີໂອກາດໄດ້ພັດທະ ນາຕົນເອງຫລາຍຂຶ້ນ ແລະ ກາຍເປັນ ກໍາລັງແຮງທີ່ສໍາຄັນໜຶ່ງໃນການພັດ ທະນາການສຶກສາ ແລະ ກິລາໃຫ້ມີ ການຫັນປ່ຽນໃໝ່ທີ່ດີຂຶ້ນເປັນລໍາດັບ, ນັບທັງດ້ານປະລິມານ ແລະ ຄຸນນະ ພາບ, ສະແດງອອກໃນສະຖານການ ສຶກສາລະດັບຕ່າງໆໂດຍສະເພາະ ສາຍສາມັນ ສຶກສາທັງພາກລັດ ແລະ ພາກເອກະຊົນ, ເປັນການສ້າງເງື່ອນ ໄຂ ແລະ ໂອກາດໃຫ້ປະຊາຊົນລາວ ບັນດາເຜົ່າໄດ້ເຂົ້າເຖິງການສຶກສາ ຫລາຍຂຶ້ນ, ບັນລຸໄດ້ເປົ້າໝາຍການ ສຶກສາ ເພື່ອທຸກຄົນ ກໍຄືເປົ້າໝາຍ ສະຫັດສະຫວັດດ້ານການພັດທະນາ, ສ້າງທຸກເງື່ອນໄຂ ແລະ ໂອກາດທີ່ເທົ່າ ທຽມກັນ ໃຫ້ແກ່ທຸກຄົນໄດ້ເຂົ້າເຖິງ ການສຶກສາ, ປັບປຸງ ແລະ ຍົກຄຸນນະ ພາບຂອງການຮຽນການສອນ ໃຫ້ ສາມາດຕອບສະໜອງໄດ້ກັບຄວາມ ຮຽກຮ້ອງຕ້ອງການຂອງການປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດໃນໄລຍະໃໝ່ ແນໃສ່ນໍາເອົາ ປະເທດຊາດຂອງພວກເຮົາ ຫລຸດພົ້ນ ອອກຈາກຄວາມດ້ອຍພັດທະນາ ແລະ ກ້າວເດີນຕາມທິດສັງຄົມນິຍົມ. ມາ. ລະບົບການສຶກສາແຫ່ງຊາດໄດ້ ຮັບການປະຕິຮູບຕາມແຜນຍຸດທະ ສາດການປະຕິຮູບລະບົບການສຶກສາ ໃນປະຫວັດສາດຂອງຊາດລາວເຮົາ ເພາະວ່າຄູ ບໍ່ພຽງແຕ່ໄດ້ປະກອບສ່ວນ ເຂົ້າໃນວຽກງານການສຶກສາເທົ່ານັ້ນ, ໃນຊຸມປີ 1980 ມີຫລາຍເຫດ ການໃນໂລກທີ່ຊີ້ບອກວ່າ ສົງຄາມ ເຢັນທີ່ຄອບງຳໂລກມາເກືອບເຄິ່ງ ສະຕະວັດໃກ້ຈະສິ້ນສຸດລົງ ເພາະສະ ພາບການໂລກເລີ່ມໂຍະຍານ ລະ ຫວ່າງ ມະຫາອຳນາດ, ຫລີກເວັ້ນ ການຜະເຊີນໜ້າຂອງສອງກຸ່ມກຳ ລັງສູ້ຮົບ ລະຫວ່າງ ສະຫະລັດອາເມ ລິກາ ແລະ ສະຫະພາບໂຊວຽດ, ຮັບຮູ້ເຂດອິດທິພົນຂອງກັນ ແລະ ກັນ, ເກີດແນວຄິດຈິນຕະນາການ ໃໝ່ຢູ່ໂຊວຽດ, ສ່ວນບັນດາປະ ເທດນ້ອຍກໍໄດ້ຊອກຫາຊ່ອງທາງ ອອກໃນການພົວພັນຮ່ວມມືກັບ ໂລກພາຍນອກ. ກອງປະຊຸມໃຫຍ່ຂອງພັກປະຊາ ຊົນປະຕິວັດລາວ ຄັ້ງທີ IV ປີ 1986 ໄດ້ວາງແນວທາງການປ່ຽນແປງ ໃໝ່ ແລະ ລັດຖະບານລາວ ກໍໄດ້ນຳ ເອົາ ຈິນຕະນາການໃໝ່ເຂົ້າມາໝູນ ໃຊ້ໃນວຽກງານການຕ່າງປະເທດ ໂດຍຖືເອົາການເປີດກວ້າງການ ພົວພັນເສດຖະກິດກັບຕ່າງປະເທດ ເປັນໜ້າທີ່ໃຈກາງໃນການເຄື່ອນ ໄຫວການທູດ. ມີການປັບປຸງໂຄງ ສ້າງການ ຈັດຕັ້ງສ້າງເງື່ອນໄຂເອື້ອ ອຳນວຍໃຫ້ແກ່ການດຶງດູດການ ຊ່ວຍເຫລືອ ແລະ ການລົງທຶນ ຈາກຕ່າງປະເທດເພື່ອມາພັດທະນາ ເສດຖະກິດຂອງລາວ. ໃນປີ 1989 ນີ້ເອງທີ່ ທ່ານ ໄກສອນ ພົມວິຫານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເດີນ ທາງໄປຢ້ຽມຢາມປະເທດທຶນນິຍົມ ປະເທດທຳອິດ ຄື ປະເທດຝຣັ່ງ. ນະໂຍບາຍການປ່ຽນແປງໃໝ່ ແລະ ການເປີດກວ້າງການພົວພັນກັບ ຕ່າງປະເທດຍັງແມ່ນນະໂຍບາຍທີ່ ສ້າງຜົນກະທົບໃນທາງບວກທີ່ສຸດ ໃຫ້ແກ່ການສ້າງສາພັດທະນາເສດ ຖະກິດຂອງຊາດ. ໄລຍະການທູດ ແຕ່ປີ 1992ປັດຈຸບັນ: ນັບແຕ່ປີ 1992 ເປັນຕົ້ນ ມາ ແມ່ນໄລຍະທີ່ສະພາບການສາ ກົນມີການປ່ຽນແປງຢ່າງເລິກເຊິ່ງ, ສະຫະພາບໂຊວຽດລົ້ມລະລາຍ ແລະ ລະບົບສັງຄົມນິຍົມໂລກກໍພັງ ທະລາຍລົງພ້ອມໆກັນກັບການສີ້ນ ສຸດລົງຂອງສົງຄາມເຢັນ ລະຫວ່າງ ຕາເວັນອອກ ແລະ ຕາເວັນຕົກ ແລະ ເກີດຄວາມບໍ່ແນ່ນອນກັບໂລກຂົ້ວ ດຽວຈົນຮອດຊຸມປີ 2000. ໄລຍະທ້າຍສັດຕະວັດທີ XX ຕໍ່ໃສ່ຕົ້ນສັດຕະວັດທີ XXI ແມ່ນ ໄລຍະການປະຕິວັດ 4.0 ທີ່ເກີດ ມີການພັດທະນາເຕັກໂນໂລຊີ ນະ ວັດຕະກຳໃໝ່ໃນການສື່ສານ ອັນ ໄດ້ເຮັດໃຫ້ໂລກເຮົາຫັນເປັນໂລກາ ພິວັດດ້ານການສື່ສານ ຊຶ່ງສ້າງທັງ ກາລະໂອກາດ ແລະ ສິ່ງທ້າທາຍ ໃຫ້ແກ່ປະເທດຕ່າງໆ. ແມ່ນໄລຍະ ການທູດເຊື່ອມໂຍງ, ແມ່ນໄລຍະ ທີ່ມີການຕໍ່ສູ້ຊວງຊິງແກ່ງແຍ່ງ. ນະໂຍບາຍການຕ່າງປະເທດ ແລະ ການເຄື່ອນໄຫວການທູດຂອງລາວ ໄດ້ເພີ່ມທະວີຄວາມເປັນເຈົ້າຕົນ ເອງສູງກວ່າເກົ່າ ແລະ ເປັນທີ່ເພິ່ງ ຂອງຕົນເອງສູງກວ່າເກົ່າ. ໂດຍ ສືບຕໍ່ແນວທາງການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື ໄດ້ເຮັດໃຫ້ລາວ ເຮົາສາມາດຜ່ານຜ່າຄວາມຫຍຸ້ງ ຍາກ, ອຸປະສັກ ແລະ ນຳໄຊຊະນະ ມາໃຫ້ປະເທດຊາດໃນການແກ້ໄຂ ເຫດຮ້າຍກັບປະເທດໃກ້ຄຽງ. ໃນ ປີ 2000 ພວກປຸ້ນຈຳນວນ 30 ຄົນ ອາວຸດຄົບມືໄດ້ເຂົ້າມາກໍ່ກວນປຸ້ນຢູ່ ດ່ານວັງເຕົ່າ ເມືອງໂພນທອງແຂວງ ຈຳປາສັກ ຊຶ່ງຈົບລົງດ້ວຍການເຈ ລະຈາສົ່ງຜູ້ຮ້າຍຂ້າມແດນໃຫ້ແກ່ ລາວ ປີ 2004. ອັນນີ້ກໍຖືວ່າແມ່ນ ໄລຍະການພົວພັນການເມືອງຂອງ ສອງປະເທດຢູ່ໃນສະພາບດີທີ່ສຸດ ຈຶ່ງມີການສົ່ງຜູ້ຮ້າຍເປັນຈຳນວນ 16 ຄົນໃຫ້ແກ່ກັນ ແລະ ກັນ ຄືສະ ໄໝທ່ານບຸນຍັງວໍລະຈິດແລະທ່ານ ທັກສີນ ຊິນນະວັດ ເປັນນາຍົກລັດ ຖະມົນຕີ. ໃນໄລຍະນີ້ສອງປະເທດ ຍັງມີການຮ່ວມມືກັນດ້ານພະລັງ ງານ ຄືການສ້າງເຂື່ອນໄຟຟ້ານຳ ກັນຈໍານວນຫລາຍໂຄງການ. ເວົ້າເຖິງການສ້າງເຂື່ອນໄຟຟ້າ ນໍ້າຕົກ ຢູ່ ສປປ ລາວ, ຂ້າພະເຈົ້າຍັງ ຈື່ຈົດຈຳເຫດການດຳເນີນການທູດ ແບບສູງສຸດ ມີປະສິດທິພາບທັນ ການທັນເວລາຂອງຜູ້ນຳເຮົາກ່ຽວ ກັບໂຄງການໄຟຟ້ານໍ້າເທີນ 2. ໂຄງ ການໄຟຟ້ານໍ້າເທີນ 2 ແມ່ນໂຄງ ການໄຟຟ້ານໍ້າຕົກທີ່ໃຫຍ່ທີ່ສຸດໂຄງ ການທຳອິດທີ່ລັດຖະບານລົງທຶນ ກັບຂາຫຸ້ນຕ່າງປະເທດ ໂດຍການ ຮ່ວມມືກັບຜູ້ລົງທຶນປະເທດຝຣັ່ງ ຄື ບໍລິສັດໄຟຟ້າ ຝຣັ່ງ (EDF= Electricité de France) ແລະ ຜູ້ລົງທຶນໄທ. ການເຈລະຈາດຳເນີນ ໄປຈົນໃກ້ຈະປະສົບຜົນສຳເລັດ, ມີ ແລງໜຶ່ງໄດ້ຮັບຂ່າວຈາກສະຖານ ທູດລາວ ຢູ່ ຝຣັ່ງ ແຈ້ງມາວ່າ EDF ຖອນຕົວຈາກຂາຫຸ້ນໃນໂຄງການ ນໍ້າເທີນ 2 (ເວລານັ້ນຢູ່ຝຣັ່ງ ຍັງ ເປັນໂມງເຮັດງານ ແຕ່ວ່າຢູ່ລາວ ເຮົາເປັນໂມງເລີກການແລ້ວ). ຂ້າ ພະເຈົ້າໄດ້ຮັບໂທລະສັບດ່ວນຈາກ ທ່ານຮອງນາຍົກ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດ ສົມສະ ຫວາດ ເລັ່ງສະຫວັດ ເພາະວ່າຂ້າ ພະເຈົ້າກໍແມ່ນຜູ້ໜຶ່ງຮັບຜິດຊອບ ໃນການເຈລະຈາໂຄງການຕາງໜ້າ ໃຫ້ກະຊວງການຕ່າງປະເທດ. ທ່ານ ສົມສະຫວາດ ຖາມວ່າ ສຸທຳ (ສາມີ ຂອງຂ້າພະເຈົ້າ) ຢູ່ໃສ, ໂທຫາກະ ບໍ່ໄດ້, ຂ້າພະເຈົ້າໄດ້ຕອບເພິ່ນວ່າ ສຸທຳ ຍັງຕີເທນນິສ ຢູ່ເດີ່ນກິລາ. ທ່ານ ສົມສະຫວາດ ກໍສັ່ງໃຫ້ ສຸທຳ ໄປປະສານກັບຄະນະຮັບຜິດຊອບ ໂຄງການນໍ້າເທີນ 2 ດ່ວນ ເພື່ອຮ່າງ ຈົດໝາຍຈາກ ທ່ານ ຄຳໄຕ ສີພັນ ດອນ ປະທານປະເທດ ເພື່ອສົ່ງດ່ວນ ທີ່ສຸດພາຍໃນ 24 ຊົ່ວໂມງ ໃຫ້ຈົດ ໝາຍໄປເຖິງມື ທ່ານ Jacques Chi rac ປະທານາທິບໍດີຝຣັ່ງ. ຂ້າພະເຈົ້າຍັງຈື່ໄດ້ວ່າໃນຄືນນັ້ນ ເມື່ອຮ່າງຈົດໝາຍແລ້ວໆ, ຜ່ານ ຂັ້ນເທິງແລ້ວ ສ່ວນສະບັບແປເປັນ ພາສາຝຣັ່ງ ຂ້າພະເຈົ້າໄດ້ຂໍໃຫ້ ເພື່ອນຜູ້ມີບໍລິສັດແປພາສາ ຄື ນາງ ດາຣຸນີ ປະຖັມມະວົງ ຜູ້ທີ່ເຄີຍແປ ພາສາໃຫ້ການນຳ ຢູ່ກະຊວງການ ຕ່າງປະເທດໃນເມື່ອກ່ອນ ຊ່ວຍກວດ ກາພາສາຝຣັ່ງ ເປັນຄັ້ງສຸດທ້າຍ ກ່ອນຈະນຳສົ່ງ ຊຶ່ງໃນເວລາດຽວ ກັນນັ້ນ ທ່ານ ສຸທຳ ກໍໄດ້ໂທລະສັບ ຫາທູດ ຝຣັ່ງ ທ່ານ Poitiers ວ່າ ຢ່າຟ້າວເຂົ້ານອນເທື່ອ ແລະ ຂໍໃຫ້ ເປີດປະຕູບ້ານພັກໄວ້ກ່ອນ ເພາະ ກະຊວງການຕ່າງປະເທດຈະໄປຍື່ນ ຈົດໝາຍດ່ວນຈາກທ່ານປະທານ ປະເທດ ຄຳໄຕ ສີພັນດອນ ເຖິງ ທ່ານ ປະທານາທິບໍດີ Jacques Chirac. ຫລັງຈາກທ່ຽງຄືນຂອງ ວັນນັ້ນ, ຄະນະພວກເຮົາອັນມີ ທ່ານ ສຸທຳ ສາກົນນິຍົມ ຫົວໜ້າກົມ ເອີຣົບ-ອາເມລິກາ, ທ່ານ ລອຍ ຈັນ ສະຫວັດ ຕາງໜ້າໂຄງການ ແລະ ຜູ້ລົງທຶນ ແລະ ຂ້າພະເຈົ້າເອງ ມະ ໄລວຽງ ສາກົນນິຍົມ ເປັນຄະນະ 3 ຄົນ ໄປນຳກັນ ເພື່ອຍື່ນຈົດໝາຍນັ້ນ ໃຫ້ທ່ານທູດ Poitiers ໃນເວລາ 01:00 am. ຂ້າພະເຈົ້າ ກໍຄິດອອກ ວ່າ “ເອະ... ໃນຊີວິດນັກການທູດ ເຫດການແບບນີ້ກໍຫາກມີ!” ໃນທີ່ສຸດ, ຍ້ອນການທູດລະດັບ ສູງສຸດຂອງຜູ້ນຳດຳເນີນໄປຢ່າງ ທັນການ ທັນເວລາ ທັນສະພາບ, ໃນເວລາຕໍ່ມາໄດ້ເຮັດໃຫ້ບໍລິສັດ ໄຟຟ້າຝຣັ່ງ EDF ຢຸດຕິການຖອນ ຫຸ້ນຝຣັ່ງ ແລະ ກັບຄືນເຂົ້າມາຮ່ວມ ຫຸ້ນ ແລະ ຮ່ວມມືກັນຈົນສຳເລັດ ໂຄງການ ແລະ ໄດ້ເປີດຂາຍໄຟຟ້າ ໃຫ້ແກ່ໄທຈົນມາເຖິງປັດຈຸບັນນີ້. ການນຳຂອງລາວເຮົາເວລາໃດ ກໍດຳເນີນນະໂຍບາຍການຕ່າງປະ ເທດ ແລະ ເຄື່ີອນໄຫວການທູດ ໂດຍ ຖືສຳຄັນສັນຕິພາບ ໂດຍສະເພາະ ສັນຕິພາບ ແລະ ຄວາມສະຫງົບສຸກ ກັບປະເທດອ້ອມຂ້າງບ້ານໃກ້ເຮືອນ ຄຽງ ໂດຍສະເພາະກັບໄທ ແລະ ກຳປູເຈຍ ທີ່ຍັງມີບັນຫາຊາຍແດນ ຄ້າງຄາ ທີ່ຫລໍ່ແຫລມຈະເກີດການ ປະທະກັນດ້ວຍອາວຸດ ຫາກຝ່າຍ ໃດຝ່າຍໜຶ່ງມີຂໍ້ອ້າງເພື່ອສ້າງເຫດ ການບໍ່ດີຂຶ້ນ. *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ

RkJQdWJsaXNoZXIy MTc3MTYxMQ==