7133

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK 3 vq 'dko9a f8A ',tsk-q o ,v[g7nj v'-j ;pgs]n v 8h kowroE4h ;,.sh c0;'s];'oEmk ສປປ ລາວ... ຮອງນາຍົກລັດຖະມົນຕີ...ົັົີ ນາຍົກລັດຖະມົນຕີ...ົັົີ ຂປລ. ເມື່ອບໍ່ດົນມານີ້, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຄະ ນະປະຈໍາພັກກະຊວງ, ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ ນຳພາຄະນະ 3 ອົງການຈັດຕັ້ງ ມະຫາຊົນ ເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫລືອຕ້ານ ໄພນ້ຳຖ້ວມໃຫ້ແກ່ແຂວງຫລວງ ນ້ຳທາ. ທັງນີ້ກໍເພື່ອຊົມເຊີຍຜົນສໍາ ເລັດກອງປະຊຸມໃຫຍ່ ຄັ້ງທີ V ຂອງ ອົງຄະນະພັກກະຊວງການຕ່າງ ປະເທດ ແລະ ສ້າງຂະບວນການ ຂໍ່ານັບຮັບຕ້ອນ ແລະ ຊົມເຊີຍວັນ ການທູດລາວ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານຄົບຮອບ 105 ປີ ແລະ ວັນປະຫວັດສາດສໍາຄັນຂອງຊາດ. ເຄື່ອງຊ່ວຍເຫລືອທີ່ນໍາມາມອບ ໃນຄັ້ງນີ້, ແມ່ນການປະກອບສ່ວນ ຂອງພະນັກງານກະຊວງການຕ່າງ ປະເທດ ທີ່ຢູ່ພາຍໃນ ແລະ ຕ່າງ ປະເທດ ແລະ ຄົນເຊື້ອຊາດລາວ ຊຶ່ງປະກອບມີ: ເຂົ້າສານ, ອາຫານ ແຫ້ງ, ຜ້າຫົ່ມ, ເຄື່ອງນຸ່ງຫົ່ມ, ຄອມ ພິວເຕີ ແລະ ປັດໄຈ ຈໍານວນໜຶ່ງ ລວມມູນຄ່າທັງໝົດ 800 ລ້ານກວ່າ ກີບ ເພື່ອນໍາໄປຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແລະ ຟື້ນຟູເຂດທີ່ໄດ້ຮັບຜົນກະທົບ ໃນທ້າຍປີ 2024 ຜ່ານມາ. ໃນພິທີ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຕາງໜ້າໃຫ້ຄະນະພັກຄະນະນຳກະຊວງການຕ່າງປະເທດ ກໍຄື 3 ອົງການຈັດຕັ້ງມະຫາຊົນ ຂອງກະຊວງການຕ່າງປະເທດ ສະແດງຄວາມເປັນຫ່ວງເປັນໃຍ ຕໍ່ປະຊາຊົນທີ່ອາໄສຢູ່ເຂດພື້ນທີ່ໆ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຮ້າຍແຮງໃນປີ2024 ຜ່ານມາ ໂດຍ ສະເພາະແມ່ນແມ່ຍິງ ແລະ ເດັກ ນ້ອຍ. ຫວັງວ່າການຊ່ວຍເຫລືອຄັ້ງ ນີ້, ຈະປະກອບສ່ວນໃຫ້ແກ່ພາກ ສ່ວນກ່ຽວຂ້ອງຂອງແຂວງນຳໄປ ຊ່ວຍເຫລືອປະຊາຊົນ ແລະ ຟື້ນຟູ ເຂດທີ່ໄດ້ຮັບຜົນກະທົບ. ພ້ອມກັນ ນີ້, ທ່ານ ສີວິໄລ ປັນແກ້ວ ຮອງເຈົ້າ ແຂວງຫລວງນໍ້າທາ, ຜູ້ຊີ້ນຳວຽກ ວັດທະນະທຳ-ສັງຄົມ ໄດ້ຕາງໜ້າ ໃຫ້ອໍານາດການປົກຄອງແຂວງ ແລະ ປະຊາຊົນຂອງແຂວງຫລວງ ນໍ້າທາ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງຄະນະນຳ ກະຊວງການຕ່າງປະເທດ ແລະ 3 ອົງການຈັດຕັ້ງມະຫາຊົນຂອງກະ ຊວງທີ່ໄດ້ລະດົມຂົນຂວາຍການ ຊ່ວຍເຫລືອໃນຄັ້ງນີ້ ແລະ ຈະສົມ ທົບກັບພາກສ່ວນທີ່ກ່ຽວຂ້ອງນໍາ ເອົາເຄື່ອງຊ່ວຍເຫລືອດັ່ງກ່າວ ໄປ ຊ່ວຍເຫລືອປະຊາຊົນທີ່ຍັງມີຄວາມ ຈໍາເປັນ ແລະ ຕ້ອງການຄວາມ ຊ່ວຍເຫລືອໃຫ້ໄດ້ຢ່າງທົ່ວເຖິງ ແລະ ໃຫ້ເກີດປະໂຫຍດສູງສຸດ. ໃນໂອກາດດັ່ງກ່າວ, ທ່ານຮອງ ລັດຖະມົນຕີ ຍັງໄດ້ພົບປະໂອ້ລົມ ກັບພະແນກການຕ່າງປະ ເທດ ແຂວງຫລວງນໍ້າທາ ນຳໂດຍ ທ່ານ ກອງແກ້ວ ສິງມີໄຊ ຫົວໜ້າ ພະແນກການຕ່າງປະເທດແຂວງ ໂດຍໄດ້ລາຍງານສະພາບການ ເຄື່ອນໄຫວວຽກງານການຕ່າງປະ ເທດລວມທັງຂໍ້ສະດວກ, ຂໍ້ຫຍຸ້ງ ຍາກ ແລະ ຂໍ້ສະເໜີຕ່າງໆ ແລະ ທ່ານຮອງລັດຖະມົນຕີ ກໍໄດ້ມີຄຳ ເຫັນແລກປ່ຽນ, ພ້ອມມີທິດຊີ້ນຳ ຈຳນວນໜຶ່ງ ເພື່ອເຮັດໃຫ້ການ ເຄື່ອນໄຫວວຽກງານການຕ່າງປະ ເທດຢູ່ທ້ອງຖິ່ນ ແລະ ສູນກາງ ມີ ຄວາມກົມກຽວ ໂດຍສະເພາະເພື່ອ ຮັບປະກັນໃຫ້ການປະສານງານ ແລະ ການເຮັດວຽກຮ່ວມກັນມີ ຄວາມໂລ່ງລຽນ ແລະ ມີປະສິດທິ ຜົນສູງກວ່າເກົ່າ. ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ມາແຕ່ດົນນານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ເເລະ ສປປ ເກົາຫລີ ໃຫ້ນັບມື້ ນັບແໜ້ນເເຟ້ນ ແລະ ຂະຫຍາຍຕົວ ຍິ່ງໆຂຶ້ນ. ການຢ້ຽມຢາມລັດຖະກິດຢູ່ ສປປ ເກົາຫລີຂອງສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍ ລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ມີຂຶ້ນໃນທ່າມ ກາງທີ່ສອງປະເທດ ສປປ ລາວ ແລະ ສປປ ເກົາຫລີ ພວມສະເຫລີມ ສະຫລອງ ແລະ ຂໍ່ານັບຮັບຕ້ອນ ວັນຄົບຮອບ 60 ປີ ແຫ່ງ ການ ພົ ບ ປ ະ ສຸ ດ ຍ ອ ດ ຄັ້ງ ທໍ າ ອິ ດ ທີ່ ນະຄອນຫລວງພຽງຢາງຂອງ ປະທານ ໄກສອນ ພົມວິຫານ, ຜູ້ນໍາ ທີ່ແສນເຄົາລົບຮັກຂອງປະຊາຊົນ ລາວ ແລະ ປະທານ ກິມ ອິນ ຊຸງ ຜູ້ ນໍາທີ່ຍິ່ງໃຫຍ່ ແລະ ອະມາຕະຂອງ ປະຊາຊົນເກົາຫລີ ໃນວັນ ທີ 28 ຕຸລາ 2025 ແລະ ຂໍ່ານັບ ຊົມເຊີຍ ວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ ໃນວັນທີ 10 ຕຸລາ 2025 ທີ່ຈະມາເຖິງນີ້, ພ້ອມທັງ ໄດ້ເປັນການສະເຫລີມສະຫລອງ ສາຍພົວພັນທາງການທູດລະຫວ່າງ ສປປ ລາວ ແລະ ສປປ ເກົາຫລີ ຄົບຮອບ 50 ປີ. ໃນຕອນບ່າຍຂອງວັນທີ 7 ຕຸລາ 2025, ທີ່ຫໍປະຊຸມສະໜາມກິລາ ນະຄອນຫລວງພຽງຢາງ ໄດ້ມີພິທີ ຕ້ອນຮັບທາງການຢ່າງຍິ່ງໃຫຍ່ ແລະ ສົມກຽດໃຫ້ແກ່ຄະນະຜູ້ແທນ ຂັ້ນສູງຂອງພັກແລະລັດແຫ່ງສປປ ລາວ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍ ລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໂດຍໄດ້ມີການ ກວດແຖວກອງກຽດຕິຍົດ ແລະ ຍິງ ປືນໃຫຍ່ 21 ນັດ. ໃນພິທີຕ້ອນ ຮັບ ຢ່າງເປັນທາງການ ໄດ້ມີສະມາຊິກ ພັກ, ພະນັກງານ, ກໍາລັງປະກອບ ອາວຸດ, ນ້ອງນ້ອຍເຍົາວະຊົນ ແລະ ປະຊາຊົນນະຄອນຫລວງພຽງຢາງ ຫລາຍກວ່າ 1.000 ຄົນ ໃຫ້ການ ຕ້ອນຮັບຢ່າງຟົດຟື້ນ ແລະ ສົມ ກຽດ. ຫລັງຈາກນັ້ນ, ທີ່ສໍານັກ ງານຫ້ອງວ່າການສູນກາງພັກ ແຮງງານເກົາຫລີ ໄດ້ມີການພົບປະ ລະຫວ່າງສອງເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ແລະ ພັກແຮງງານເກົາຫລີ ເຊິ່ງສະຫາຍ ກິມ ເຈິງ ອຸນ ໄດ້ຕີລາຄາສູງຕໍ່ ການຢ້ຽມຢາມຄັ້ງນີ້ ຂອງສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ, ເຊິ່ງໄດ້ເປັນຂີດໝາຍທີ່ສໍາຄັນຍິ່ງ ອີກຄັ້ງໜຶ່ງທາງປະຫວັດສາດສໍາ ລັບການພົວພັນຮ່ວມມືລະຫວ່າງ ສອງພັກ, ສອງລັດ ໃນການຊຸກຍູ້ ສົ່ງເສີມ ແລະ ເພີ່ມພູນຄູນສ້າງສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ເກົາຫລີ ແລະ ສປປ ລາວ ໃຫ້ພັດທະນາ ຂຶ້ນສູ່ບາດກ້າວໃໝ່ ໃນຊຸມປີຕໍ່ໜ້າ. ສະຫາຍ ກິມ ເຈິງ ອຸນ ໄດ້ອວຍພອນ ໃຫ້ການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ສະໄໝທີXI ຂອງ ຂປລ. ໃນວັນທີ 7 ຕຸລາ 2025, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ປະທານ ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ໄດ້ເປັນປະທານກອງ ປະຊຸມຮັບຟັງການລາຍງານສະ ພາບຜົນກະທົບຈາກໄພພິບັດທຳມະ ຊາດຢູ່ແຂວງໄຊຍະບູລີ ແລະ ໃຫ້ທິດ ຊີ້ນຳຕໍ່ການແກ້ໄຂບັັນຫາດັ່ງກ່າວ ໂດຍມີທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຮອງເຈົ້າແຂວງ, ພ້ອມດ້ວຍຄະນະ ກໍາມະການຄຸ້ມຄອງໄພພິບັດຂັ້ນສູນ ກາງ, ແຂວງ ແລະ ຜູ້ຕາງໜ້າພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ປະທານ ຄະນະກໍາມະການຄຸ້ມຄອງໄພພິບັດ ແຂວງໄຊຍະບູລີ ໄດ້ລາຍງານໃຫ້ ຊາບກ່ຽວກັບສະພາບໄພພິບັດທີ່ ເກີດຂຶ້ນຢູ່ແຂວງໄຊຍະບູລີ ໃນປີ 2025 ເຫັນວ່າ ມີໄພພິບັດເກີດຂຶ້ນ ທັງໝົດ 44 ຄັ້ງ. ໃນນັ້ນ: ນໍ້າຖ້ວມ 8 ຄັ້ງ, ລົມພະຍຸພັດ 16 ຄັ້ງ, ໄຟໄໝ້17 ຄັ້ງ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ຊີວິດ, ຊັບສິນ, ທີ່ຢູ່ອາໄສ, ພື້ນຖານໂຄງ ລ່າງ, ເສັ້ນທາງ, ເນື້ອທີ່ທຳການຜະ ລິດ ແລະ ສັດລ້ຽງຂອງປະຊາຊົນ ຈໍານວນ 11 ເມືອງ, 275 ບ້ານ, 7.000 ກວ່າຄອບຄົວ, 36 ພັນ ກວ່າຄົນ, ເສຍຊິວິດ 3 ຄົນ, ເຮືອນ ເສຍຫາຍໝົດຫລັງ 32 ຫລັງ (ນໍ້າ ຖ້ວມ 27 ຫລັງ, ດິນເຈື່ອນທັບຖົມ 2 ຫລັງ ແລະ ໄຟໄໝ້ 3 ຫລັງ), ເນື້ອ ທີ່ທໍາການຜະລິດເສຍຫາຍ 2.214 ເຮັກຕາ, ສັດລ້ຽງ 23.209 ໂຕ (ງົວ, ຄວາຍ, ໝູ, ແບ້...), ລະບົບ ຊົນລະປະທານ 38 ແຫ່ງ, ເສັ້ນທາງ ເສຍຫາຍ 106 ເສັ້ນ, ຂົວ 16 ແຫ່ງ, ຫົວງານນໍ້າປະປາ 4 ແຫ່ງ, ລະບົບນໍ້າລິນຂາດ 13 ແຫ່ງ ແລະ ເສຍຫາຍດ້ານອື່ນໆຈໍານວນຫລາຍ ລວມມູນຄ່າເສຍຫາຍທັງໝົດ 273 ກວ່າຕື້ກີບ. ສະເພາະເດືອນກໍລະກົດ ໄດ້ຮັບຜົນກະທົບຫລາຍກວ່າໝູ່ ຈາກເຫດການຖ້ວມທັງໝົດ 3 ຄັ້ງ ຊຶ່ງໄດ້ຮັບຜົນກະທົບຢູ່ 10 ເມືອງ, ລວມມູນຄ່າເສຍຫາຍທັງໝົດ 249 ຕື້ກວ່າກີບ. ສຳລັບການຊ່ວຍເຫລືອສຸກເສີນ ເບື້ອງຕົ້ນຄະນະກໍາມະການຄຸ້ມຄອງ ໄພພິບັດຂັ້ນແຂວງໄດ້ປຸກລະດົມກໍາ ລັງຂອງ ປກຊ-ປກສ, ຊາວໜຸ່ມ ແລະ ກອງພົນທະຫານຮາບທີ 2 ລວມທັງໝົດ 787 ສະຫາຍ ລົງ ຊ່ວຍເຫລືອແກ້ໄຂສຸກເສີນ, ພ້ອມ ຂປລ. ວັນທີ 7 ຕຸລາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີພ້ອມດ້ວຍ 11 ພັນລະຍາ ໄດ້ມອບເຄື່ອງຊ່ວຍເຫລືອບັນເທົາ ທຸກ ປະກອບມີ: ເຂົ້າສານ, ນໍ້າດື່ມ, ໝີ່ ແລະ ເຄື່ອງໃຊ້ອື່ນໆຈໍານວນໜຶ່ງ ລວມມູນຄ່າ 397 ລ້ານກວ່າກີບ ໃຫ້ ປະຊາຊົນທີ່ຖືກຜົນກະທົບຈາກນໍ້າ ຖ້ວມຢູ່ 8 ບ້ານ ຂອງເມືອງຊະນະ ສົມບູນ ແຂວງຈໍາປາສັກ. ໂອກາດນີ້, ທ່ານນາງພູໄພທອງ ພິມມະວົງສາ ເລຂາຄະນະບໍລິຫານ ງານພັກເມືອງຊະນະສົມບູນ ໄດ້ ໃຫ້ຮູ້ວ່າ: ປີ 2025 ຢູ່ເມືອງຊະນະ ສົມບູນ ໄດ້ເກີດມີສະພາບນໍ້າຖ້ວມ 3 ຄັ້ງ, ເຮັດໃຫ້ເນື້ອທີ່ນາດໍາ ແລະ ນາຫວ່ານຂອງກະສິກອນ ຖືກຖ້ວມ 1.043 ກວ່າເຮັກຕາ. ສະເພາະ ບ້ານຄີລີ ມີ 2 ຄຸ້ມບ້ານ ຄື: ຄຸ້ມ ຄີລີ ແລະ ຄຸ້ມຄໍາຢາດ ມີ 392 ຄອບຄົວ. ໃນນັ້ນ, ຄອບຄົວທີ່ຖືກ ຜົນກະທົບມີ 30 ຄອບຄົວ, ມີ 125 ຄົນ, ຍິງ 89 ຄົນ, ເນື້ອທີ່ນາຖືກ ຖ້ວມ 48,73 ເຮັກຕາ, ເນື້ອທີ່ນາ ຖືກເສຍຫາຍ 23,8 ເຮັກຕາ. ສ່ວນ ພາຫະນະ ແລະ ສັດລ້ຽງຕ່າງໆ ແມ່ນໄດ້ເຄື່ອນຍ້າຍໄປໄວ້ຢຸ່ບ່ອນ ທີ່ມີຄວາມປອດໄພ. ນອກຈາກນີ້, ເສັ້ນທາງບາງເສັ້ນເປ່ເພ, ເສົາໄຟຟ້າ ຫັກຢູ່ຈຸດບ້ານໜອງໂນ ແລະ ຕາຝັ່ງ ເຈື່ອນຢູ່ບ້ານໂສໂລນ້ອຍ. ສໍາລັບ ການຊ່ວຍເຫລືອເບື້ອງຕົ້ນ, ການ ນໍາຂອງແຂວງ ແລະ ການນໍາເມືອງ ໄດ້ໃຫ້ການຊ່ວຍເຫລືອສຸກເສີນແກ່ ບ້ານທີ່ໄດ້ຮັບຜົນກະທົບ ຄື: ບ້ານຄີ ລີ ແລະ ບ້ານນາຂາມ ໃນ 4 ຄຸ້ມ ບ້ານ ຈຳນວນ 101 ລ້ານກວ່າ ກີບ. ນອກນີ້, ຍັງໄດ້ຮັບການຊ່ວຍ ຈາກໂຄງການຈັດຕັ້ງສາກົນ ເປັນ ຕົ້ນການສ້າງສູນຫລົບໄພ, ເສື້ອຊູ ຊີບ ແລະ ອື່ນໆ ໃຫ້ແກ່ປະຊາຊົນ ບ້ານຄີລີ ແລະ ບ້ານໂສໂລນ້ອຍ. ພ້ອມກັນນີ້, ທ່ານຍັງໄດ້ສະເໜີໃຫ້ ການຈັດຕັ້ງພັກ-ລັດ ຊ່ວຍເຫລືອ ສ້ອມແປງທາງພາຍຫລັງນໍ້າບົກ ເພື່ອເຮັດໃຫ້ການສັນຈອນໄປ-ມາມີ ຄວາມສະດວກ ແລະ ຖ້າເປັນໄປໄດ້ ຢາກໃຫ້ຊ່ວຍກໍ່ສ້າງທາງເຂົ້າບ້ານທີ່ ໄດ້ມາດຕະຖານແບບນໍ້າບໍ່ສາມາດ ຖ້ວມໄດ້. ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຕ່າງໜ້າພັກ ແລະ ລັດຖະບານສະແດງຄວາມເປັນ ຫ່ວງເປັນໄຍຕໍ່ພໍ່ແມ່ປະຊາຊົນລາວ ບັນດາເຜົ່າທຸກຖ້ວນໜ້າ, ພ້ອມ ທັງຍົກໃຫ້ເຫັນສະພາບຜົນກະທົບ ຈາກນໍ້າຖ້ວມຢູ່ບັນດາແຂວງພາກ ເໜືອ. ພ້ອມນັ້ນ, ກໍຮຽກຮ້ອງ ພໍ່ແມ່ປະຊາຊົນມີແນວຄິດທຸ່ນ ທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງ ພັກ ເພາະວ່າຍາມໃດ ພັກ-ລັດ ກໍເອົາໃຈໃສ່ເບິ່ງແຍງປະຊາຊົນ ສະເໝີ. ພ້ອມນີ້, ຍັງຊີ້ນຳໃຫ້ທຸກ ພາກສ່ວນກ່ຽວຂ້ອງເອົາໃຈໃສ່ ເບິ່ງແຍງຊ່ວຍເຫລືອປະຊາຊົນ, ແນະນໍາໃຫ້ພໍ່ແມ່ປະຊາຊົນມີຄວາມ ສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ, ມອບໃຫ້ຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ເມືອງເອົາໃຈໃສ່ເກັບກຳຂໍ້ມູນຜົນ ພັກປະຊາຊົນປະຕິວັດລາວໄລຍະ ທ້າຍສະໄໝ ແລະ ການດໍາເນີນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃນຕົ້ນປີ 2026 ທີ່ຈະ ມາເຖິງນີ້ ປະສົບຜົນສໍາເລັດຕາມ ຄາດໝາຍທີ່ວາງໄວ້. ສະຫາຍ ທອງລຸນ ສີສຸລິດ ໄດ້ ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນ, ສະ ໜິດ ສະໜົມຖານສະຫາຍອ້າຍນ້ອງຂອງ ສະຫາຍ ກິມ ເຈິງ ອຸນ ກໍຄື ພັກ, ລັດ ແລະ ປະຊາຊົນເກົາຫລີອ້າຍນ້ອງ ອັນໄດ້ສະແດງເຖິງໄມຕີຈິດ ແລະ ມິດຕະພາບອັນດູດດື່ມທີ່ເປັນມູນ ເຊື້ອອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ ແລະ ສປປ ເກົາຫລີ, ພ້ອມທັງໄດ້ສະ ແດງຄວາມຊົມເຊີຍການສ້າງຕັ້ງພັກ ແຮງງານເກົາຫລີ ທີ່ຈະໝູນວຽນ ຄົບຮອບ 80 ປີ ໃນວັນທີ 10 ຕຸລາ 2025 ນີ້ ແລະ ສະແດງຄວາມ ຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນ ເກົາຫລີ ອ້າຍນ້ອງທີ່ໄດ້ໃຫ້ການ ສະໜັບສະໜູນແກ່ພາລະກິດການ ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ການປົກປັກຮັກສາ ແລະ ສ້າງສາ ພັດທະນາ ສປປ ລາວ ໃນປັດຈຸບັນ. ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ ອວຍພອນໃຫ້ພັກແຮງງານເກົາຫລີ ທີ່ມີສະຫາຍ ກິມ ເຈິງ ອຸນ ເປັນຜູ້ ນໍາສູງສຸດນັ້ນ, ຈົ່ງມີຜົນສຳເລັດ ໃໝ່ໃຫຍ່ຫລວງກວ່າເກົ່າ ແລະ ຈັດຕັ້ງຜັນຂະຫຍາຍບັນດາມະຕິ ກອງປະຊຸມໃຫຍ່ ຄັ້ງທີ VIII ແລະ ກະກຽມກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກແຮງງານເກົາຫລີ ໄດ້ຢ່າງ ມີໄຊ. ສອງຝ່າຍໄດ້ແລກປ່ຽນຄໍາຄິດ ເຫັນຢ່າງກົງໄປກົງມາດ້ວຍບັນຍາ ກາດແຫ່ງໄມຕີຈິດມິດຕະພາບ ເພື່ອ ພ້ອມກັນສືບຕໍ່ເພີ່ມພູນຄູນສ້າງສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ ເເລະ ສປປ ເກົາຫລີ, ສືບຕໍ່ແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງ ແລະ ຂັ້ນ ຕ່າງໆຂອງສອງຝ່າຍໃຫ້ເປັນປົກ ກະຕິ, ຊຸກຍູ້ສົ່ງເສີມການພົວພັນ ຮ່ວມມືສອງຝ່າຍໃນຂົງເຂດວັດທະ ນະທຳ-ສັງຄົມ, ການສຶກສາ, ການ ຮ່ວມມືທາງດ້ານການກໍ່ສ້າງພັກ ແລະ ດ້ານອື່ນໆນໍາກັນໃນຫລາຍ ຮູບແບບທີ່ເໝາະສົມ. ສອງຝ່າຍ ຍັງ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບ ບັນຫາພາກພື້ນ ແລະ ສາກົນຈໍາ ນວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈ ຮ່ວມກັນ. ໃນຕອນຄໍ່າຂອງວັນດຽວກັນ ສະຫາຍ ກິມ ເຈິງ ອຸນ ຍັງໄດ້ເປັນ ເຈົ້າພາບຈັດງານລ້ຽງຮັບຮອງເປັນ ກຽດໃຫ້ແກ່ສະຫາຍທອງລຸນສີສຸລິດ ພ້ອມດ້ວຍຄະນະ. ໃນໂອກາດຢ້ຽມ ຢາມລັດຖະກິດຢູ່ ສປປ ເກົາຫລີ ຄັ້ງນີ້, ຄະນະຜູ້ແທນຂັ້ນສູງຂອງ ພັກ ແລະ ລັດ ແຫ່ງ ສປປ ລາວ ຍັງມີແຜນທີ່ຈະຢ້ຽມຢາມວັງພະ ອາທິດ ກຶມສຸສານ, ໂຮງຮຽນທິດ ສະດີກໍ່ສ້າງພະນັກງານສູນກາງ ພັກແຮງງານເກົາຫລີ, ຫ້ອງວາງ ສະແດງອາວຸດຍຸດໂທປະກອນປ້ອງ ກັນປະເທດ ແລະ ສູນວິຈິດຕະກໍາ ມານຊູແດ ອີກດ້ວຍ. ຂ່າວ: ກະຊວງການຕ່າງປະເທດ @ 0j k; c]t gsfdko j 09/10/2025 xtgmf]k; ເສຍຫາຍລະອຽດ ເພື່ອລາຍງານ ແລະ ລົງເລິກຄົ້ນຄວ້າສະເໜີແກ້ໄຂ ສ້ອມແປງທາງທັງໃນໄລຍະສັ້ນ, ສະເພາະໜ້າ ແລະ ຍາວນານ, ຄົ້ນ ຄວ້າຊອກຫາແນວພັນ, ຊຸກຍູ້ສົ່ງ ເສີມໃຫ້ປະຊາຊົນສຸມໃສ່ການ ຜະລິດ ໂດຍປູກພືດທົດແທນຜົນ ຜະລິດທີ່ໄດ້ຮັບຜົນກະທົບ ເພື່ອພັດ ທະນາຄຸນນະພາບຊີວິດຕາມທິດ ສ້າງເສດຖະກິດເອກະລາດເປັນເຈົ້າ ຕົນເອງໃນໄລຍະໃໝ່ ເພື່ອເຮັດໃຫ້ ປະຊາຊົນມີຢູ່ມີກິນ ແລະ ປະກອບ ສ່ວນໃນການນໍາພາປະເທດຊາດ ຫລຸດພົ້ນອອກຈາກສະພາບດ້ອຍ ພັດທະນາ. ຂ່າວ-ພາບ: ທູນທອງໃຈ ທັງໃຫ້ຄວາມຊ່ວຍເຫລືອຄອບຄົວ ທີ່ໄດ້ຮັບຜົນກະທົບເປັນຕົ້ນຍົກຍ້າຍ ເຄື່ອງຂອງ, ສັດລ້ຽງແລະປະຊາຊົນ ໄປຢູ່ເຂດປອດໄພ. ພາຍຫລັງນໍ້າບົກ ແຫ້ງກໍໄດ້ອານາໄມທີ່ຢູ່ອາໄສຂອງ ປະຊາຊົນ, ສໍານັກງານລວມໝູ່ແລະ ບັນດາເສັ້ນທາງທີ່ຖືກຜົນກະທົບ ຊຶ່ງ ຄະນະຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ໃຫ້ຄວາມຊ່ວຍເຫລືອເບື້ອງຕົ້ນ ແກ່ຄອບຄົວທີ່ໄດ້ຮັບຜົນກະທົບ, ພ້ອມທັງປຸກລະດົມຈາກສັງຄົມຢູ່ ພາຍໃນແຂວງເປັນວັດຖຸ-ປັດໄຈ ຊ່ວຍເຫລືອຜູ້ປະສົບໄພ. ນອກນັ້ນ, ແມ່ນໄດ້ແກ້ໄຂເສັ້ນທາງໃຫ້ສາມາດ ສັນຈອນໄປມາໄດ້ 106 ເສັ້ນ; ສະ ພາແຫ່ງຊາດ ໄດ້ຊ່ວຍເຫລືອອຸປະ ກອນປຸກສ້າງເຮືອນ 31 ຫລັງ ໃຫ້ ຄອບຄົວທີ່ເຮືອນບໍ່ສາມາດອາໄສ ຢູ່ໄດ້; ໄດ້ໃຫ້ການປິ່ນປົວສຸຂະພາບ ຂອງປະຊາຊົນທີ່ຖືກຜົນກະທົບຢູ່18 ບ້ານ, ຈໍານວນ 163 ຄົນ ແລະ ໄດ້ ອານາໄມນໍ້າສ້າງ 85 ແຫ່ງ; ຄຽງຄູ່ ກັນນັ້ນ, ຄະນະຄຸ້ມຄອງໄພພິບັດຂັ້ນ ສູນກາງ ໄດ້ໃຫ້ການຊ່ວຍເຫລືອແກ່ ຄອບຄົວທີ່ໄດ້ຮັບຜົນກະທົບເປັນຕົ້ນ ເງິນສົດ, ເຂົ້າສານ, ເຄື່ອງໃຊ້ຄົວ ເຮືອນ ແລະ ອື່ນໆ. ສຳລັບຄວາມ ຕ້ອງການງົບປະມານໃນການຟື້ນ ຟູຜົນເສຍຫາຍດັ່ງກ່າວ ຕາມແຜນ 137 ໂຄງການ, ມູນຄ່າທັງໝົດ 153 ຕື້ກວ່າກີບ. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ກໍໄດ້ມີຄວາມເຫັນຊີ້ ນໍາຕໍ່ຄະນະກໍາມະການຄຸ້ມຄອງ ໄພພິບັດແຂວງໄຊຍະບູລີ ເປັນຕົ້ນ ໃຫ້ສືບເອົາໃຈໃສ່ຕິດຕາມສະພາບ ອາກາດທີ່ອາດຈະເກີດມີພະຍຸຫົວ ໃໜ່ ໂດຍໃຫ້ມີລະບົບການແຈ້ງ ເຕືອນລ່ວງໜ້າເຖິງປະຊາຊົນບັນດາ ເຜົ່າໃນພື້ນທີ່ມີຄວາມສ່ຽງຢ່າງວອ່ງ ໄວທັນການ ເພື່ອສາມາດກະກຽມ ຄວາມພ້ອມຮັບມືໄດ້ຢ່າງທັນການ; ໃຫ້ກະກຽມກໍາລັງ ປກຊ-ປກສ ເພື່ອ ກຽມຄວາມພອ້ມຕ້ານໄພພິບັດທີ່ ອາດຈະເກີດຂຶ້ນໃນຕໍ່ໜ້າ, ພ້ອມທັງ ເອົາໃຈໃສ່ຕ້ານການໂຄສະນາໃສ່ ຮ້າຍປ້າຍສີຂອງກຸ່ມຄົນບໍ່ຫວັງດີຕໍ່ ແນວທາງນະໂຍບາຍຂອງພັກ-ລັດ ເຮົາ. ຫລັງຈາກນັ້ນ, ທ່ານຮອງນາ ຍົກລັດຖະມົນຕີ ແລະ ຄະນະໄດ້ເຂົ້າ ຮວ່ມເປັນສັກຂີພິຍານຕໍ່ພິທີມອບຮັບເຄື່ອງຊ່ວຍເຫລືອຈາກຄະນະ ກຳມະການຄຸ້ມຄອງໄພພິບັດຂັ້ນ ສູນກາງ ຊຶ່ງກ່າວມອບໂດຍທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະ ມົນຕີກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ແລະ ກ່າວຮັບ ໂດຍທ່ານ ເພັດພິໄຊ ສູນວິໄລ ຮອງ ເຈົ້າແຂວງ, ປະທານຄະນະກໍາມະ ການຄຸ້ມຄອງໄພພິບັດຂັ້ນແຂວງໄຊ ຍະບູລີ ລວມມູນຄ່າ 300 ລ້ານກວ່າ ກີບ ເພື່ອນໍາໃຊ້ເຂົ້າໃນວຽກງານ ແກ້ໄຂສຸກເສີນ. ພ້ອມນີ້ ຄະນະຂອງ ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ ໄປຕິດຕາມເບິ່ງພື້ນທີ່ຕົວຈິງ ໂດຍ ສະເພາະບັນດາພື້ນທີ່ທີ່ໄດ້ຮັບຜົນ ກະທົບຈາກໄພພິບັດນ້ຳຖ້ວມເປັນ ຕົ້ນຈຸດບ້ານໜອງແຊງ, ບ້ານນາຕໍ ໃຫຍ່ ແລະ ບ້ານຖິ່ນ ເມືອງໄຊຍະບູ ລີ ຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

RkJQdWJsaXNoZXIy MTc3MTYxMQ==