glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລິດດາິ xtgmf]k; 6 07/10/2025 glf4tdy f{la '7q , -u ;y f{;a fmtotme u y a ຮຽບຮຽງໂດຍ:ແສງສະຫວັນັ 'ko;k'ltcf'zt]y f8tra o]k; lh k'xt3spf.sh z6h xtdv[dko 7;k,gxa o,k0v'dkows]gIn vw2 ຂປລ.ໃນມື້ຂຶ້ນ 15 ຄໍ່າເດືອນ 11 ຂອງທຸກໆປີເປັນມື້ອອກພັນສາ ປະວໍຣະນາ ຊຶ່ງຈະມີຫລາກຫລາຍ ກິດຈະກໍາທາງພຸດທະສາສະໜາ ໜຶ່ງໃນນັ້ນກໍແມ່ນການໄຫລເຮືອ ໄຟທີ່ໄດ້ສືບທອດກັນມາແຕ່ດຶກດຳ ບັນເມື່ອຮອດບຸນອອກພັນສາ, ຄົນ ລາວບັນດາເຜົ່າຕ່າງກໍພາກັນໄຫລ ເຮືອໄຟ ບໍ່ວ່າຈະເປັນເຮືອໄຟໂຄກ ແລະ ເຮືອໄຟນ້ຳ ເພື່ອບູຊາ ໂດຍ ເຊື່ອວ່າມີສິ່ງສັກສິດ ຢູ່ໃຕ້ນໍ້ານັ້ນກໍຄື ພະຍານາກ ແລະ ອີກຄວາມເຊື່ອໜຶ່ງ ການໄຫລເຮືອໄຟ ແມ່ນການບູຊາ ແມ່ນໍ້າ ກໍຄືທາດທັງ 4 ມີ: ດິນ, ນ້ໍາ, ລົມ, ໄຟ ໂດຍສະເພາະແມ່ນໍ້າເປັນ ສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດ ເປັນຕົ້ນແມ່ນມະນຸດ ແລະ ຊີວະນາໆ ພັນ ຊຶ່ງປີນີ້ແມ່ນກົງກັບວັນອັງຄານ ທີ 7 ຕຸລາ 2025. ຕາມຕໍານານເລົ່າຂານກັນວ່າ: ແຕ່ກ່ອນ ມີພະຍາກາເຜືອກຄູ່ຜົວເມຍ ເຮັດຮັງຢູ່ເທິງຕົ້ນເດື່ອແຄມນ້ຳ ແລະ ມີໄຂ່ກຳລັງຈະຝັກ5ໜ່ວຍ, ມີມື້ໜຶ່ງ, ລົມພາຍຸພັດແຮງເຮັດໃຫ້ຕົ້ນເດື່ອຖືກ ພັດຫັກລົງນ້ຳ. ກາເຜືອກທັງສອງ ໄດ້ເສຍຊີວິດ ແລະ ໄຂ່ທັງ 5 ໜ່ວຍ ກໍໄດ້ໄຫລໄປຕາມນ້ຳ. ໜ່ວຍທີ1 ໄດ້ ໄຫລໄປຕົກຢູ່ທ່າຂອງພະຍາ ກຸກຸສັນ ໂທ (ພະຍາໄກ່), ພະຍາໄກ່ ກໍ່ເອົາ ໄປຟັກ; ໜ່ວຍທີ 2 ໄຫລໄປຕົກຢູ່ ທ່ານ້ຳຂອງພະຍາໂກນະຄະມະໂນ (ພະຍານາກ) ພະຍານາກ; ໜ່ວຍ ທີ 3 ໄຫລໄປຕົກຢູ່ທ່າຂອງພະຍາ ກັດສະໂປ (ພະຍາເຕົ່າ); ໜ່ວຍທີ4 ໄຫລໄປຕົກຢູ່ທ່າຂອງພະຍາ ໂຄຕະ ໂມ (ພະຍາງົວ); ໜ່ວຍທີ 5 ໄດ້ ໄຫລໄປຕົກຢູ່ທ່າຂອງພະຍາ ອະລິ ຍະເມດໄຕໂຍ (ພະຍາລາສະສີ) ພະ ຍາລາສະສີ. ເມື່ອໄຂ່ທັງ 5ໜ່ວຍ ໄດ້ ເບາະອອກມາເປັນຄົນທັງໝົດ ເມື່ອ ໃຫຍ່ກ້າໜ້າບານຂຶ້ນມາກໍ່ຄິດຈະ ອອກໄປບວດເປັນພະລືສີທຳມະໂພ ທິສັດ. ພາຍຫລັງອອກບວດແລ້ວ ທຸກຄົນກໍ່ມີໃຈສັດທາ ຢາກເຫັນໜ້າ ບິດາມານດາຜູ້ບັງເກີດເກົ້າຂອງຕົນ, ໂດຍທັງ 5 ອົງບໍ່ຮູ້ວ່າມີພໍ່ແມ່ດຽວ ກັນ. ມາມື້ໜຶ່ງ ລືສີທັງ 5 ອົງ ໄດ້ມາ ພົບກັນ ຈຶ່ງໄດ້ມີການໂອ້ລົມສົນທະ ນາ ຖາມຂ່າວຄາວເລື່ອງລາວຂອງ ກັນແລະກັນ.ໃນເວລານັ້ນ, ປະກົດ ວ່າຄວາມຕັ້ງໃຈຂອງແຕ່ລະອົງ ແມ່ນຢາກເຫັນໜ້າບິດາມານດາຄື ກັນ ອັນເປັນເລື່ອງບັງເອີນແທ້ ຊຶ່ງ ຄວາມປາຖະໜານີ້ໄດ້ເຖິງບິດາ ມານດາທີ່ຢູ່ສະຫວັນຊັ້ນຟ້າດາວະ ດິງ, ດ້ວຍເຫດນັ້ນ, ສອງພະອົງຈຶ່ງ ໄດ້ສະເດັດລົງມາພົບລູກຊາຍ ທັງ 5 ອົງ, ພະຍາກາເຜືອກ ໄດ້ເລົ່າເລື່ອງ ລາວເຫດການຕ່າງໆທັງໝົດໃຫ້ຟັງ ແລະ ຈາກນັ້ນ ກໍກັບຄືນສູ່ສະຫວັນ, ແຕ່ກ່ອນຈະກັບລູກຊາຍທັງ 5 ໄດ້ ຂໍໃຫ້ພະຍາກາເຜືອກທັງສອງຢຽບ ຫີນສີລາ ໃຫ້ເປັນຮອຍຕີນໄວ້ເພື່ອ ເປັນທີ່ເຄົາລົບບູຊາ ເມື່ອຍາມຄິດ ຮອດຄິດເຖິງ. ພະຍາກາເຜືອກໄດ້ ສັ່ງລູກໄວ້ວ່າ, ເພື່ອເປັນການລະນຶກ ເຖິງບຸນຄຸນຂອງບັນພະບູລຸດເມື່ອ ເຖິງເດືອນ 11 ເພັງ ຂອງທຸກໆປີ, ໃຫ້ພວກລູກຝັ້ນຝ້າຍເຮັດເປັນຮູບ ຕີນກາເອົາວາງໃສ່ຖ້ວຍ ຫລື ຈານ ແບນແລ້ວເອົານ້ຳມັນຖອກໃສ່ໄຕ້ບູ ຊາ ແລ້ວຂຶ້ນໄປຟັງທຳມະເທສະໜາ ນຳພໍ່ກັບແມ່ຢູ່ເທິງສະຫວັນເດີລູກ!. ມື້ແຮມ 1 ຄ່ຳເດືອນ 11 ທັງ 5 ອົງ ໄດ້ກັບຄືນລົງສູ່ໂລກມະນຸດ ເພື່ອເຜີຍ ແຜ່ສິນລະທຳຄຳສອນຈຶ່ງໄດ້ເອົາໄມ້ ມາເຮັດເປັນຮູບເຮືອ, ເອົາຝ້າຍເຮັດ ເປັນຕີນກາໃສ່ຖ້ວຍນ້ຳມັນຢາຍເປັນ ຫວ່າງສະເໝີກັນໄຕ້ບູຊາຫລື ເອົາໃບ ຕອງມາເຮັດເປັນຮູບດອກບົວ (ກະ ໂທງ) ແລະ ໄຫລໄປຕາມແມ່ນ້ຳ ເພື່ອນ້ອມລະນຶກເຖິງຄຸນບິດາມານ ດີ ບູຊາພະເຈົ້າທັງ 5 ອົງທີ່ສະເດັດ ລົງມາສູ່ໂລກມະນຸດ ເພື່ອເຜີຍແຜ່ ສິນລະທຳຄຳສັ່ງສອນ. ສຳລັບລູກ ພະຍາກາເຜືອກທັງ 5 ແມ່ນໄດ້ເອົາ ຊື່ແມ່ລ້ຽງຂອງຕົນເປັນຊື່ນັບແຕ່ນັ້ນ ເປັນຕົ້ນມາ ພວກເຮົາຈຶ່ງພາກັນເອີ້ນ ວ່າ: ພະເຈົ້າທັງ 5 ພະອົງຄື:ກຸກຸສັນ ໂທ, ໂກນະຄະມະໂນ, ກັດສະໂປ, ໂຄຕະໂມ ແລະ ອະລິຍະເມດໄຕໂຍ. ເຖິງແນວໃດກໍດີ, ການໄຫລເຮືອ ໄຟບໍ່ວ່າຈະເປັນເຮືອໄຟໂຄກ, ເຮືອໄຟ ນ້ຳ ແມ່ນການນຳເອົາກ້ານກ້ວຍຫລື ໄມ້ໄຜ່ຍາວມາເຮັດໃນຮູບຮ່າງຄ້າຍ ຄືກັບເຮືອແລ້ວປະດັບປະດາດ້ວຍ ດອກໄມ້ຢ່າງສວຍງາມ, ໄຕ້ທູບ ທຽນໃສ່ ເພື່ອໃຫ້ມີແສງສະຫວ່າງ. ສ່ວນການເຮັດເຮືອໄຟນ້ຳປົກກະຕິ ແມ່ນສ້າງຂຶ້ນໃນຕອນບ່າຍຂອງມື້ ເພັງບາງບ້ານກໍເຮັດແບບງ່າຍດາຍ ຈາກທ່ອນກ້ວຍເປັນຕົ້ນຕໍເສີມດ້ວຍ ແຜ່ນໄມ້ນ້ອຍໆເປັນຮູບຍາວຄ້າຍ ຮູບເຮືອຊຶ່ງເພິ່ນເອົາມັດຢອງໃສ່ແພ ທ່ອນກ້ວຍຈາກນັ້ນເພິ່ນເອົາຕົ້ນກາ ລະພຶກ ຕັ້ງໄວ້ຢູ່ເທິງກາງຂອງແຜ່ນ ໄມ້ແລ້ວຈຶ່ງໃຕ້ທຽນໃສ່ເຮືອໄຟເພ່ື່ອ ໃຫ້ແນມເຫັນແສງໄຟ ໃນຄືນວັນ ເພັງ ແລະ ຊາວບ້ານກໍພ້ອມກັນອະທິ ຖານຕ່າງໆນາໆເຊ່ັນວ່າ: ຂໍໃຫ້ຊີວິດ ມີຄວາມສຸກ, ປາສະຈາກໂລກໄພໄຂ້ ເຈັບ, ປະສົບຜົນສຳເລັດໃນໜ້າທີ່ ການງານ ແລະ ອື່ນໆແລ້ວກໍປ່ອຍ ເຮືອໄຟອອກສູ່ແລວນ້ຳ, ເພິ່ນເອີ້ນ ຂະບວນການນີ້ວ່າ “ການໄຫລເຮືອ ໄຟ”ອີກບາງບ້ານກໍເຮັດດ້ວຍໄມ້ໄຜ່ ມັດ ເຂົ້າກັນເປັນຮູບຊົງເຮືອໃຫຍ່ ມີການກະກຽມຫລາຍວັນ. ພ້ອມ ນັ້ນ, ຢູ່ຕາມຕົວເມືອງ ໂດຍສະເພາະ ຊາວໜຸ່ມໄດ້ນຳເຮືອໄຟນ້ອຍທີ່ເຮັດ ດ້ວຍທ່ອນກ້ວຍ ປະດັບປະດາ ດ້ວຍ ທູບທຽນ ແລະ ດອກໄມ້ ໃນຮູບແບບ ປະຍຸກໃໝ່ເອີ້ນວ່າ“ກະທົງ”ໄປ ລອຍນໍ້າຫລັງຈາກທີ່ໃຫ້ພະສູດ ແລະ ວຽນທຽນຢູ່ໃນວັດແລ້ວພ້ອມທັງ ອະທິຖານຕ່າງໆນານາ. ຂປລ. ງານວາງສະແດງຜະລິດ ຕະພັນລາວ ເປັນອີກງານໜຶ່ງທີ່ມີ ຄວາມໝາຍ, ຄວາມສໍາຄັນຕໍ່ຜູ້ປະ ກອບການດ້ານຕ່າງໆ ທີ່ໄດ້ນໍາເອົາ ຜະລິດຕະພັນຂອງໂຕເອງມານໍາສະ ເໜີໃຫ້ສັງຄົມໄດ້ຮັບຮູ້ຫລາຍຂຶ້ນ, ພ້ອມດຽວກັນ ກໍຍັງ ເປັນການແລກ ປ່ຽນປະສົບການລະຫວ່າງຜູ້ປະ ກອບການອີກດ້ວຍ.ສະນັ້ນ,ໃນທຸກໆ ປີຈຶ່ງມີການຈັດງານນີ້ຂຶ້ນ ເພື່ອຟື້ນ ຟູເສດຖະກິດ ສົ່ງເສີມຜະລິດຕະພັນ ລາວກ້າວສູ່ສາກົນ. ສໍາລັບປີນີ້ແມ່ນ ຈັດຂຶ້ນໃນວັນ 1-8 ຕຸລາ 2025 ທີ່ ສູນການຄ້າລາວ-ໄອເຕັກ ນະຄອນ ຫລວງວຽງຈັນ. ຈຸດປະສົງຂອງການຈັດງານ“ຜະ ລິດຕະພັນລາວ 2025 (Made In Lao 2025)” ໃນຄັ້ງນີ້ແມ່ນເພື່ອ ເປັນການສ້າງກິດຈະກຳໜື່ງຂອງ ພາກທຸລະກິດເພື່ອປະກອບສ່ວນ ໃນການສ້າງເວທີເພື່ອເປັນການໂຄ ສະນາສົ່ງເສີມຜະລິດຕະພັນທີ່ຜະ ຍັງມີຫລາກຫລາຍກິດຈະກໍາເຊັ່ນ: ການວາງສະແດງສິນຄ້າ, ງານປະ ຊຸມສຳມະນາໃຫ້ຄວາມຮູ້ຕ່າງໆ, ງານພົບປະເເລກປ່ຽນປະສົບການ ທຸລະກິດ, ອາຫານລາວ, ກິດຈະກຳ ແຈກຂອງລາງວັນ ແລະ ກິດຈະກຳ ບັນເທີງອື່ນໆອີກຫລາກຫລາຍ. ລິດໃນລາວ, ເພື່ອເອື້ອອໍານວຍ ສົ່ງ ເສີມໃຫ້ແກ່ຜູ້ປະກອບການທີ່ເຮັດ ການຜະລິດທັງພາຍໃນ ແລະ ຕ່າງ ປະເທດ, ໂດຍສະເພາະສ້າງຍີ່ຫໍ້ສິນ ຄ້າທີ່ຜະລິດໃນລາວໃຫ້ມີມາດຕະ ຖານແລະຄຸນນະພາບ,ສາມາດແຂ່ງ ຂັນຈຳໜ່າຍພາຍໃນ ແລະ ສົ່ງອອກ ຕ່າງປະເທດໃຫ້ນັບມື້ນັບຫລາຍຂຶ້ນ. ພ້ອມດຽວກັນນັ້ນ, ກໍ່ເພື່ອເປັນການ ສ້າງຄວາມພາກພູມໃຈ, ຊຸກຍູ້ສົ່ງ ເສີມໃຫ້ນໍາໃຊ້ຜະລິດຕະພັນລາວ ແລະ ເພື່ອເປັນການຫລຸດຜ່ອນການ ນໍາເຂົ້າສິນຄ້າຈາກຕ່າງປະເທດ ຄື ດັ່ງຄໍາຂວັນຂອງງານຄື: “ຟື້ນຟູ ເສດຖະກິດສົ່ງເສີມຜະລິດຕະພັນ ລາວ ກ້າວສູ່ສາກົນ” ເປົ້າໝາຍ ໂດຍລວມກໍເພື່ອໃຫ້ພາກທຸລະກິດ ສາມາດເປັນກໍາລັງແຮງໜຶ່ງປະ ກອບສ່ວນສ້າງສາພັດທະນາປະ ເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນໄປ ເລື້ອຍໆ. ໃນງານນີ້ເຂົ້າຮ່ວມຫລາຍ ກວ່າ 200 ຫ້ອງວາງສະແດງ ຈາກ ຫລາຍກວ່າ 160 ຜູ້ປະກອບການ ເເລະ ຫົວໜ່ວຍທຸລະກິດ ຈາກ 17 ແຂວງ. ນອກຈາກນີ້, ພາຍໃນງານ ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==