07/10/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ການທູດມີບົດບາດສໍາຄັນ...ູີົໍັ ໄຂກອງປະຊຸມໃຫຍ່ຜູ້ແທນ...ຸູ່້ ທາບທາມບຸກຄະລາກອນ...ຸ ນຳສະເໜີ 2 ວິດີໂອ...ີິີ ໂຮງຮຽນຫລາຍແຫ່ງ...່ ຂປລ. ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ແຂວງບໍ່ແກ້ວ ຄັ້ງທີ VII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 5 ຕຸລາ 2025, ພາຍໃຕ້ ການເປັນປະທານຂອງສະຫາຍ ພົນ ຈັດຕະວາ ແປ້ນຄຳ ບຸດຈັນແພງ ຮັກສາການເລຂາຄະນະບໍລິຫານ ງານພັກແຂວງບໍ່ແກ້ວ ໂດຍເປັນ ກຽດເຂົ້າຮ່ວມຂອງສະຫາຍພົນເອກ ວິໄລ ຫລ້າຄຳຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ, ມີອະດີດ ການນຳຂັ້ນແຂວງ, ສະມາຊິກພັກ ອາວຸໂສບຳນານ ແລະ ຜູ້ແທນສົມ ບູນ 235 ສະຫາຍ, ຍິງ 25 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ທັງໝົດໃນທົ່ວແຂວງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ໄດ້ມີຄຳເຫັນເປີດກອງ ປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງບໍ່ແກ້ວ ຄັ້ງທີ VII ຢ່າງເປັນ ທາງການວ່າ: ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີVII ແມ່ນມີຄວາມໝາຍສຳຄັນ ເປັນຢ່າງຍິ່ງຕໍ່ກັບການຫັນເອົາແນວ ທາງການເມືອງຂອງພັກມາຜັນ ຂະຫຍາຍຢູ່ຂັ້ນທ້ອງຖິ່ນ, ເພື່ອຍົກ ສູງບົດບາດການນຳພາຂອງພັກ ໂດຍມີການວາງທິດທາງແຜນການ ແລະ ແທດເຖິງຕົວຈິງ. ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຮັບ ຟັງການສະເໜີຮ່າງລາຍງານການ ເມືອງຂອງຄະນະບໍລິຫານງານ ພັກແຂວງ; ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ທິດທາງ ແຜນການ 5 ປີ ຄັ້ງທີ X (20262030). ຕະຫລອດໄລຍະ 5 ປີ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໄດ້ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງສະເລ່ຍ 4,5% ໃນ ປີ 2024; ລວມຍອດຜະລິດຕະພັນ ພາຍໃນ (GDP) ປະຕິບັດໄດ້ 8.107 ຕື້ກີບ, ສະເລ່ຍລາຍຮັບໃສ່ ຫົວຄົນໄດ້ 1.772 ໂດລາສະຫະ ລັດ/ຄົນ/ປີ ແລະ ໄດ້ເອົາໃຈໃສ່ ຈັດເກັບລາຍຮັບ ໂດຍຫັນເປັນທັນ ສະໄໝໄດ້ທັງໝົດ 3.274 ຕື້ກີບ ທຽບໃສ່ 5 ປີ ປະຕິບັດໄດ້ 99%. ພ້ອມທັງຜ່ານຮ່າງບົດສຳຫລວດ ການນຳພາລວມ ແລະ ຮັບຟັງການ ປະກອບຄໍາເຫັນຈາກຜູ້ແທນສົມບູນ ຕໍ່ຮ່າງລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງ ຄົມ ຄັ້ງທີ X. ບັນຫາສໍາຄັນ, ບັນດາຜູ້ແທນ ກອງປະຊຸມໃຫຍ່ ຈະໄດ້ໃຊ້ສິດປະ ຊາທິປະໄຕປ່ອນບັດເລືອກເອົາ ຄະນະບໍລິຫານງານພັກແຂວງບໍ່ ແກ້ວ ຊຸດໃໝ່, ປ່ອນບັດຄັດເລືອກ ເອົາຜູ້ແທນສົມບູນ ແລະ ສຳຮອງ ໄປເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກ ໃນຕໍ່ໜ້າ. ກອງ ປະຊຸມໃຫຍ່ຄັ້ງນີ້, ຍັງໄດ້ຮັບຟັງ ຄຳເຫັນໂອ້ລົມຈາກສະຫາຍ ວິໄລ ຫລ້າຄຳຟອງ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ເຊິ່ງຈະ ກາຍເປັນທິດຊີ້ນໍາອັນສໍາຄັນໃຫ້ ແກ່ອົງຄະນະພັກແຂວງບໍ່ແກ້ວ ໃນ ການສືບຕໍ່ປະຕິບັດໜ້າທີ່ວຽກງານ ກໍຄື ການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດ ຜົນເປັນຈິງ. ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ຮັກສາການເລຂາຄະ ນະບໍລິຫານງານພັກແຂວງບໍ່ແກ້ວ ຂປລ. ໃນໂອກາດວັນຄູແຫ່ງ ຊາດ7ຕຸລາຄົບຮອບ31ປີກະຊວງ ຂປລ. ໃນວັນທີ6ຕຸລາ2025ນີ້, ໂຮງຮຽນຫລາຍແຫ່ງໃນຂອບເຂດ ທົ່ວປະເທດ ຈັດພິທີສະເຫລີມສະ ຫລອງວັນຄູແຫ່ງຊາດລາວ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025) ດ້ວຍການຈັດຫລາຍກິດ ຈະກໍາເປັນຕົ້ນຈັດປາຖະກະຖາ, ອ່ານບົດກອນອວຍພອນຄູ, ສະແດງ ສິລະປະຂອງນັກຮຽນ ແລະ ການ ໄຫວ້ຄູຂອງນັກຮຽນດ້ວຍບັນຍາ ກາດເບີກບານມ່ວນຊື່ນ. ທັງນີ້ ກໍ ເພື່ອລະນຶກເຖິງຄຸນງາມຄວາມດີ ຂອງນາຍຄູຄໍາ, ທັງເປັນການສະ ແດງຄວາມຮູ້ບຸນຄຸນຕໍ່ຄູ ຜູ້ທີ່ເຄີຍສິດ ສອນໃນໄລຍະຜ່ານມາ ແລະ ພວມ ສິດສອນລູກຫລານໃນປັດຈຸບັນ, ທັງ ເປັນການເຊີດຊູກຽດສັກສີຖານະບົດ ບາດຂອງຄູໃນສັງຄົມໃຫ້ສູງຂຶ້ນ ຊຶ່ງ ພັກ-ລັດຖະບານແຫ່ງ ສປປ ລາວ ໄດ້ກໍານົດເອົາວັນເຂົ້າຮັບລັດຖະ ການຂອງນາຍຄູຄໍາ ຊຶ່ງແມ່ນຄູຜູ້ມີ ສັນຊາດລາວຄົນທໍາອິດໃນປີ 1907 ແລະ ຈັດຕັ້ງສະເຫລີມສະຫລອງ ນັບແຕ່ວັນທີ 7 ຕຸລາ 1994 ເປັນ ຕົ້ນມາ. ສະເພາະຢູ່ໂຮງຮຽນສາມັນ ພອນສະຫວັນແຫ່ງຊາດ ກໍໄດ້ຈັດ ຈັດພິທີສະເຫລີມສະຫລອງວັນຄູ ແຫ່ງຊາດລາວ ຄົບຮອບ 31 ປີ ໂດຍ ທ່ານ ແກ້ວສິດທິພອນ ຈັນທະລາ ຜູ້ອຳນວຍການໂຮງຮຽນສາມັນ ພອນສະຫວັນແຫ່ງຊາດ ໄດ້ກ່າວ ວ່າ: ວັນທີ 7 ຕຸລາ ວັນຄູແຫ່ງຊາດ ລາວ, ມວນມະນຸດໄດ້ດຳເນີນການ ພັດທະນາຕົນເອງໃຫ້ມີຄວາມກ້າວ ໜ້າຢ່າງບໍ່ຢຸດຢັ້ງ ອັນໄດ້ເຮັດໃຫ້ ສັງຄົມມະນຸດມີການປ່ຽນຈາກລະ ບອບນີ້ໄປສູ່ລະບອບສັງຄົມອື່ນ. ເປີດກວ້າງປະເທດ ເພື່ອເພີ່ມມິດ ຫລຸດຜ່ອນສັດຕູ, ອຳນວຍຄວາມ ສະດວກໃນການຂະຫຍາຍ, ການ ພົວພັນອອກສູ່ພາຍນອກ ແລະ ຍົກ ລະດັບການພົວພັນໃຫ້ສູງຂຶ້ນໄປ ເລື້ອຍໆ ໂດຍຍຶດໝັ້ນແນວທາງການ ຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ, ການ ເຄື່ອນໄຫວວຽກງານການຕ່າງ ປະເທດ ແລະ ການເຄື່ອນໄຫວ ການທູດແມ່ນມີບົດບາດສຳຄັນໃນ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ເປີດກວ້າງການພົວພັນ ຮ່ວມມືກັບບັນດາປະເທດໃກ້ຄຽງ ກໍຄື ບັນດາປະ ເທດສະມາຊິກ ອາຊຽນ, ປະເທດເພື່ອນມິດໃນ ໂລກ. ໃນ 5 ປີຜ່ານມາ ເຫັນໄດ້ວ່າ ແຂວງໆຫົວພັນ, ສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງ ສູນກາງພັກ, ພ້ອມດ້ວຍສະຫາຍ ຮອງເລຂາ, ບັນດາສະຫາຍຄະນະ ປະຈຳພັກແຂວງ, ກຳມະການພັກ ແຂວງ, ຄະນະພັກຮາກຖານ ແລະ ຜູ້ມີສິດປ່ອນບັດທາມທາບທີ່ເປັນ ຕົວແທນໃຫ້ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ຄຳແພງ ໄຊສົມແພງ ໄດ້ລາຍງານຫຍໍ້ ກ່ຽວກັບການກະກຽມ ແລະ ດໍາ ເນີນກອງປະຊຸມໃຫຍ່ 3 ຂັ້ນຂອງ ພັກຢູ່ແຂວງຫົວພັນ ແລະ ການນໍາ ພາ-ຊີ້ນຳວຽກງານຂອງຄະນະ ບໍລິຫານງານພັກແຂວງ ສະໄໝ ທີ X ຕະຫລອດໄລຍະ 5 ປີຜ່ານ ມາເຫັນວ່າ: ຄະນະບໍລິຫານງານ ພັກແຂວງໄດ້ພ້ອມກັນເອົາໃຈ ໃສ່ນໍາພາ-ຊີ້ນໍາວຽກງານການ ເມືອງ-ແນວຄິດຂອງສະມາຊິກພັກ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ ໂດຍໄດ້ ຈັດຕັ້ງເຊື່ອມຊຶມ, ຜັນຂະຫຍາຍມະຕິ ກອງປະຊຸມຂັ້ນຕົນເປັນແຜນການ, ໂຄງການດໍາເນີນງານຂອງຄະນະ ບໍລິຫານງານພັກ; ໄດ້ຫັນເອົາ ແນວທາງ, ມະຕິ, ຄໍາສັ່ງຂອງພັກ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້-ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ ແລະ ສາມາດຫັນເອົາມະຕິຕ່າງໆ ໄປຈັດຕັ້ງປະຕິບັດຢູ່ໃນຂົງເຂດ ວຽກງານຂອງຕົນຮັບຜິດຊອບ; ໄດ້ສຸມໃສ່ກໍ່ສ້າງ-ບໍາລຸງຍົກລະດັບ ພະນັກງານດ້ານວິຊາສະເພາະ, ທິດສະດີການເມືອງ-ການປົກຄອງ ໂດຍຕິດພັນກັບຂະບວນການວຽກ ງານຕົວຈິງ; ໄດ້ຈັດວາງ, ສັບຊ້ອນ, ປັບປຸງການຈັດຕັ້ງຢູ່ບັນດາພະແນກ ການຂອງແຂວງ, ເມືອງຕາມຄວາມ ຮູ້ຄວາມສາມາດ-ວິຊາສະເພາະ, ໄດ້ ຍ້ອງຍໍກົມກອງ-ບຸກຄົນທີ່ມີຜົນງານ ດີເດັ່ນໃນການປະກອບສ່ວນປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຕາມຜົນງານຕົວຈິງ; ໄດ້ນໍາພາ-ຊີ້ນໍາສອງກຳລັງປະກອບ ອາວຸດເຮັດໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບທົ່ວປວງ ຊົນຮອບດ້ານ ແລະ ສຸມໃສ່ແກ້ໄຂ ບັນດາປະກົດການຫຍໍ້ທໍ້ໃນສັງຄົມ. ໃນໄລຍະ 5 ປີຜ່ານມາ, ເສດຖະກິດ ຂອງແຂວງມີການຂະຫຍາຍຕົວ ຕໍ່ເນື່ອງສະເລ່ຍ 4,15% ຕໍ່ປີ, ລວມ ຍອດຜະລິດຕະພັນພາຍໃນ 5 ປີ ບັນລຸໄດ້ 24.539 ຕື້ກີບ ທຽບໃສ່ ແຜນການລື່ນຄາດໝາຍ 30,50%; ວຽກງານວັດທະນະທໍາ-ສັງຄົມ ໄດ້ເອົາໃຈໃສ່ປົກປັກຮັກສາ, ເສີມ ຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງ ຊາດ-ຂອງເຜົ່າ ໂດຍໄດ້ຈັດຕັ້ງການ ສະເຫລີມສະຫລອງບຸນປະເພນີຂອງ ເຜົ່າຕ່າງໆອັນພົ້ນເດັ່ນແມ່ນປະກາດ ເມືອງວຽງໄຊ ເປັນເມືອງທ່ອງທ່ຽວ ສະອາດຂອງອາຊຽນ, ຮັບຮອງເອົາ ພະເຈົ້າອົງຕື້, ຂັບຊໍາເໜືອ, ຜ້າແພ ໄດ້ຮຽກຮ້ອງມາຍັງຜູ້ແທນກອງ ປະຊຸມໃຫຍ່ ຈົ່ງເຊີດຊູຄວາມຮັບ ຜິດຊອບທາງດ້ານການເມືອງໃຫ້ ສູງ, ເສີມຂະຫຍາຍປະຊາທິປະໄຕ ຢ່າງແຂງແຮງ, ສຸມຈິດໃຈ ແລະ ສະຕິປັນຍາເຂົ້າໃສ່ການຄົ້ນຄວ້າຄິດ ຫງຳ ແລະ ປະກອບຄຳຄິດເຫັນຢ່າງ ມີວິທະຍາສາດ, ພ້ອມທັງຕົກລົງບັນ ຫາຕ່າງໆຢ່າງຖືກຕ້ອງ ເພື່ອເຮັດໃຫ້ ກອງປະຊຸມໃຫຍ່ຜູ້ແທນອົງຄະນະ ພັກແຂວງຄັ້ງນີ້ ບັນລຸຜົນສຳເລັດ ຢ່າງສະຫງ່າງາມ. ຂ່າວ: ຈ. ຈັນທະລິດ ໄໝມ້ອນເປັນມໍລະດົກທ້ອງຖິ່ນ ແຂວງຫົວພັນ ແລະ ຮັບຮອງເອົາ ດອກຄາຍປ່າເປັນດອກໄມ້ປະຈໍາ ແຂວງ ແລະ ຍັງໄດ້ສ້າງຫລຽນຈໍາ ລອງຫົວພັນວິລະຊົນສໍາເລັດ. ໃນໂອກາດດຽວກັນ, ສະຫາຍ ສະເຫລີມໄຊ ກົມມະສິດ ກໍໄດ້ມີ ຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ກອງປະຊຸມເພື່ອເປັນບ່ອນອີງ ໃນການຄົ້ນຄວ້າພິຈາລະນາ, ນຳ ໃຊ້ສິດປະຊາທິປະໄຕບົນພື້ນຖານ ຫລັກການທີ່ກຳນົດໄວ້ເປັນຕົ້ນ ນອກຈາກມາດຕະຖານ, ເງື່ອນໄຂ ທີ່ໄດ້ກຳນົດໄວ້ໃຫ້ເອົາໃຈໃສ່ກຳ ແໜ້ນໂຄງປະກອບບຸກຄະລາກອນ ຕ້ອງປະກອບດ້ວຍເພດ-ເຜົ່າ, ທັງ ຮັບປະກັນໃຫ້ມີຮຸ່ນອາວຸໂສ, ຮຸ່ນ ກາງ ແລະ ຮຸ່ນໜຸ່ມ ແລະ ຢູ່ຕາມ ບັນດາຂົງເຂດຕ່າງໆຢ່າງສົມເຫດ ສົມຜົນເພື່ອຮັບປະກັນລັກສະນະສືບ ທອດຕໍ່ເນື່ອງ. ພ້ອມນັ້ນ, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຜູ້ແທນກອງ ປະຊຸມຕ້ອງມີສະຕິໃນການເລືອກ ຄະນະພັກຊຸດໃໝ່, ເລືອກເຟັ້ນເອົາ ບັນດາສະຫາຍທີ່ມີມາດຖານຄົບ ຖ້ວນ; ສືບຕໍ່ຮັກສາຄວາມສາມັກຄີ ພາຍໃນບໍ່ຄອນແຄນຕໍ່ການໂຄສະ ນາໃສ່ຮ້າຍປ້າຍສີ ກໍຄື ບັນດາກົນ ອຸບາຍຂອງບຸກຄົນທີ່ບໍ່ຫວັງດີ ໂດຍ ສະເພາະໄລຍະກະກຽມກອງປະຊຸມ ໃຫຍ່; ນຳໃຊ້ຂໍ້ມູນຂ່າວສື່ສັງຄົມ ອອນລາຍຢ່າງມີສະຕິ, ຈໍາແນກໄດ້ ຂ່າວແທ້-ຂ່າວປອມ; ຄະນະພັກ ແຕ່ລະຂັ້ນຕ້ອງສຸມໃສ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ເພື່ອເຮັດໃຫ້ການດໍາເນີນ ກອງປະຊຸມໃຫຍ່ມີຄວາມສະຫງົບ, ກະກຽມຄວາມພ້ອມໃນທຸກດ້ານ ໃນການສະກັດກັ້ນ ແລະ ແກ້ໄຂ ປາກົດການຫຍໍ້ທໍ້ຕ່າງໆ; ຄະນະ ຮັບຜິດຊອບຄວບຄຸມການປ່ອນ ບັດຂັ້ນແຂວງຕ້ອງເອົາໃຈໃສ່ໃນ ການສະຫລຸບ ແລະ ສັງຮວມຄະ ແນນຜົນການທາບທາມຄັ້ງນີ້ໃຫ້ ມີຄວາມໂປ່ງໃສ, ຍຸຕິທຳ, ເປັນ ເອກະພາບສູງ. ຫລັງຈາກນັ້ນ, ສະຫາຍ ດອນ ໄພວົງ ກໍໄດ້ຜ່ານ ບັນດາມາດຖານເງື່ອນໄຂຜູ້ສະໝັກ ເຂົ້າໃນໂຄງປະກອບຄະນະບໍລິ ຫານງານພັກແຂວງ, ຄະນະປະຈຳ ພັກແຂວງ, ເລຂາ-ຮອງເລຂາພັກ ແຂວງ, ປະທານ-ຮອງປະທານຄະ ນະກວດກາພັກແຂວງ. ໃນຕອນທ້າຍ, ຜູ້ແທນກອງ ປະຊຸມກໍໄດ້ພ້ອມກັນປ່ອນບັດທາບ ທາມບຸກຄະລາກອນທີ່ຈະສະໝັກ ເລືອກຕັ້ງເຂົ້າໃນຄະນະບໍລິຫານ ງານພັກແຂວງຫົວພັນ ສະໄໝທີ XI (ຮອບທີ 3) ສໍາເລັດຕາມວາລະທີ່ ກໍານົດໄວ້. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ບົດບາດວຽກງານການທູດແມ່ນ ພົ້ນເດັ່ນທີ່ສຸດທີ່ຈະເປັນອັນກຳນົດ ທ່າທີການຮ່ວມມືທີ່ຈະເຮັດໃຫ້ ສປປ ລາວ ມີຈຸດຢືນໃນເວທີສາກົນໄດ້ ຢ່າງໜັກແໜ້ນ ແລະ ບໍ່ໂດດດ່ຽວ, ການເຄື່ອນໄຫວວຽກງານການທູດ ແມ່ນລ້ວນແລ້ວແຕ່ມີຄວາມເອົາໃຈ ໃສ່, ເປັນເຈົ້າການເພີ່ມທະວີການ ພົວພັນຮ່ວມມືກັບບັນດາປະເທດ ເພື່ອນມິດຍຸດທະສາດ, ຍົກລະດັບ ການພົວພັນຮ່ວມມືໃຫ້ກ້າວຂຶ້ນສູ່ ລະດັບສູງໃໝ່ ແລະ ມີປະສິດທິຜົນ ສູງກວ່າເກົ່າ. ໃນໂອກາດນີ້, ທ່ານສົມສະຫວາດ ເລັ່ງສະຫວັດ ຍັງເນັ້ນໃຫ້ບັນດາ ນັກການທູດກຳແໜ້ນທິດສະດີ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ແນວທາງການ ຕ່າງປະເທດຂອງພັກ ຢ່າງເປັນ ລະບົບ; ຕ້ອງມີຄຸນສົມບັດສິນທຳ ປະຕິວັດ, ມີຄວາມຫ້າວຫັນ, ໜັກ ແໜ້ນທຸນທ່ຽງບໍ່ສວຍໃຊ້ອຳນາດ ໜ້າທີ່ຂອງຕົນໃນການຊອກຫາ ຜົນປະໂຫຍດສ່ວນຕົວ; ເພີ່ມທະວີ ການປະສານງານໃຫ້ໂລ່ງລ່ຽນລະ ຫວ່າງກະຊວງການຕ່າງປະເທດ ແລະ ກະຊວງ, ຂະແໜງການ ພາຍໃນ ເພື່ອຮັບປະກັນໃນການ ເຊື່ອມໂຍງລະຫວ່າງນະໂຍບາຍ ການຕ່າງປະເທດ ແລະ ຍຸດທະສາດ ການພັດທະນາແຫ່ງຊາດ ໃຫ້ສົ່ງ ເສີມເຊິ່ງກັນ ແລະ ກັນ, ອັນສໍາຄັນ ແມ່ນການສ້າງກົນໄກການປະສານ ງານທີ່ວ່ອງໄວ, ຮັບປະກັນ, ມີ ປະສິດທິພາບ ແລະ ປະສິດທິຜົນ. ສຳລັບວຽກງານໃນຕໍ່ໜ້າການ ເສີມສ້າງການພົວພັນກັບບັນດາ ເພື່ອນມິດຍຸດທະສາດຮ່ວມອຸດົມ ການຕ້ອງໃຫ້ມີແຜນ ແລະ ເວລາ ຄັກແນ່ວ່າຈະສຸມໃສ່ດ້ານໃດ ໂດຍ ສະເພາະການຍົກລະດັບການຮ່ວມມື ແບບພິເສດ ລາວ-ຫວຽດນາມ ວ່າ: ໃນ 5 ປີຕໍ່ໜ້າຈະເຮັດຫຍັງ ແລະ ອັນໃດແມ່ນບຸລິມະສິດພິເສດ; ການ ພັດທະນາຄູ່ຮ່ວມຊາຕາກຳ ລາວຈີນ ແມ່ນການພັດທະນາໃຫ້ມີຄຸນ ນະພາບອັນໃໝ່ ໂດຍຕ້ອງເບິ່ງວ່າ ສິ່ງທີ່ເຮົາມີທ່າແຮງບວກກັບສິ່ງທີ່ ກຳລັງເປັນທີ່ຕ້ອງການຂອງການ ຮັກສາສາຍພົວພັນມິດຕະພາບທີ່ ເປັນມູນເຊື້ອຕ້ອງມີຄວາມດຸ່ນດ່ຽງ, ເໝາະສົມ ແລະ ຖືກຕ້ອງທີ່ສຸດ. ສ່ວນວຽກງານການທູດເສດຖະກິດ ຕ້ອງເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງກັບ ວຽກງານການທູດ ເພື່ອສົ່ງເສີມ ເສດຖະກິດໃຫ້ກວ້າງຂວາງ ແລະ ເລິກເຊິ່ງ, ສ້າງກົນໄກການປະສານ ງານຢ່າງເປັນລະບົບ ແລະ ມີຖານ ຂໍ້ມູນທີ່ເຊື່ອຖື ແລະ ຮັບປະກັນຄວາມ ປອດໄພ ແລະ ຕ້ອງທັນສະໄໝ ເຂົ້າເຖິງໄດ້ງ່າຍຢ່າງມີປະສິດທິ ພາບ. ສຳຄັນແມ່ນການສະໜອງ ຂໍ້ມູນດ້ານການຄ້າການລົງທຶນທີ່ ເປັນບຸລິມະສິດຂອງ ສປປ ລາວ ທີ່ນອນຢູ່ໃນເປົ້າໝາຍການສົ່ງເສີມ ການພັດທະນາໃຫ້ສາມາດເຂົ້າເຖິງ ແລະ ເປັນຂໍ້ມູນເປີດກວ້າງໃຫ້ແກ່ ຜູ້ໄປເຄື່ອນໄຫວວຽກງານການທູດ ຕົວຈິງຈຶ່ງຈະເປັນທັງຄູ່ມືແນະນຳ, ເປັນທັງອາວຸດ ແລະ ເປັນທັງ ເຄື່ອງມືຊ່ວຍໃຫ້ການເຄື່ອນໄຫວ ເປັນຂະບວນ ແລະ ເອກະພາບ ຈຶ່ງຈະສາມາດເຮັດໃຫ້ຜົນການ ເຄື່ອນໄຫວການທູດເສດຖະກິດ ປະສົບຜົນສຳເລັດ ແລະ ຍືນຍົງ ສືບໄປ. ຂ່າວ: ກິດຕາ; ພາບ: ທະນູທອງ ໃນຂະບວນວິວັດພັດທະນາການ ດັ່ງກ່າວ, ຄູໄດ້ມີບົດບາດປະກອບ ສ່ວນອັນສຳຄັນທີ່ບໍ່ມີໃຜ ແລະ ຊັ້ນ ຄົນໃດຈະປະຕິເສດໄດ້. ຄຳວ່າຄູ ແມ່ນຄຳເວົ້າທີ່ສືບທອດກັນຫລາຍ ເຊັ່ນຄົນມາແລ້ວ, ຄູໝາຍເຖິງຄົນທີ່ ມີຄວາມຮູ້ ແລະ ປະສົບການ ຊຶ່ງຜູ້ ນັ້ນສາມາດໄປຖ່າຍທອດຄວາມຮູ້ ແລະ ປະສົບການນັ້ນໄປສູ່ຜູ້ອື່ນໆ, ຮູບການຖ່າຍທອດຄວາມຮູ້ຈາກຜູ້ຮູ້ ໄປສູ່ຜູ້ບໍ່ຮູ້ເອີ້ນວ່າ: ການສອນ ແລະ ການຮຽນ. ພັກ-ລັດຖະບານ ໄດ້ໃຫ້ຄວາມ ສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານ ການສຶກສາ ແລະ ຖືເອົາຄູສອນ ເປັນກົກໃນການຍົກສູງຄຸນນະພາບ ຂອງການສຶກສາ, ຄູໄດ້ມີບົດບາດ ສໍາຄັນໃນການສ້າງອະນາຄົດໃຫ້ ຄົນແຕ່ລະຮຸ່ນ ແລະ ໃນພາລະກິດ ສ້າງສາພັດທະນາປະເທດຊາດ ໃຫ້ ຈະເລີນຮຸ່ງເຮືອງຈົນຖືກສັງຄົມ ຂະໜານນາມວ່າ ຄູ ຄືແມ່ພິມຂອງ ຊາດ, ຄູແມ່ນວິສາວະກອນແຫ່ງ ດວງວິນຍານ, ຄູແມ່ນຜູ້ທີ່ມີຄວາມ ຮູ້ມີປະສົບການທີ່ສາມາດຖ່າຍ ທອດໃຫ້ຄົນອື່ນ, ຄູຄືຜູ້ນໍາພາການ ປ່ຽນແປງໃໝ່. ວັນທີ 7 ຕຸລາ ເປັນວັນຄູແຫ່ງ ຊາດ ເປັນວັນປະຫວັດສາດວັນໜຶ່ງ ຂອງປະຊາຊົນບັນດາເຜົ່າ ກໍຄື ຄູ- ອາຈານ ທີ່ມີພັນທະສິດສອນ ເພື່ອ ສ້າງພາລະກິດໃນປະຫວັດສາດທຸກ ຍຸກສະໄໝໃຫ້ກາຍເປັນຊັບພະຍາ ກອນທີ່ດີ ແລະ ເປັນທຶນຮອນອັນ ປະເສີດຂອງຊາດ, ວັນທີ 7 ຕຸລາ ໄດ້ ຖືເອົາວັນທີ່ນາຍຄູຄໍາ ໄດ້ເຂົ້າເປັນ ນາຍຄູ ແລະ ເປັນຄູຜູ້ທໍາອິດຂອງຄົນ ລາວ ພາຍຫລັງໄດ້ຝຶກອົບຮົມເປັນຄູ ເລັ່ງລັດສໍາລັບຜູ້ທີ່ໄດ້ຮຽນຈົບຂັ້ນ ປະຖົມສຶກສາ ແລະ ນາຍແປພາສາ ຝຣັ່ງ ໃນວັນທີ 7 ຕຸລາ 1907 ເພາະ ສະນັ້ນ ຈຶ່ງໄດ້ຖືເອົາວັນທີ 7 ຕຸລາ ເປັນວັນຄູແຫ່ງຊາດ ໃນ ສປປ ລາວ ເພື່ອເປັນການຍ້ອງຍໍສັນລະເສີນ ຜົນ ງານຂອງພະນັກງານ, ຄູ-ອາຈານ ແລະ ບຸກຄົນທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນພາລະກິດ ຂອງວຽກງານການບໍລິຫານການ ສຶກສາ ແລະ ການພັດທະນາບຸກຄະ ລາກອນ. ສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນ ງານບີຄວາ ໄດ້ນຳສະເໜີ 2 ວິດີໂອ ທຳອິດຂອງແຜນໂຄສະນາການ ສຶກສາຄັ້ງທຳອິດແນໃສ່ຫັນປ່ຽນ ທັດສະນະຄະຕິດ້ານສຶກສາໃນທົ່ວ ປະເທດ ໃນວັນທີ 3 ຕຸລາ 2025 ຢູ່ ນະຄອນຫລວງວຽງຈັນ. ແຜນໂຄສະນາດັ່ງກ່າວ, ຈະ ຊ່ວຍແກ້ໄຂສິ່ງທ້າທາຍອັນຮີບດ່ວນ ຂອງການຫລຸດລົງຂອງອັດຕາ ການເຂົ້າຮຽນ ແລະ ຄວາມສົງໄສ ກ່ຽວກັບຄຸນຄ່າການສຶກສາຂອງ ພໍ່-ແມ່ຜູ້ປົກຄອງ ແລະ ນັກຮຽນ ໂດຍຜ່ານ 4 ບົດເລື່ອງຂອງແຜນ ໂຄສະນາ ຊຶ່ງຈະບອກເລື່ອງຈິງທີ່ມີ ຈຸດປະສົງເພື່ອສ້າງແຮງບັນດານໃຈ ໃຫ້ນັກຮຽນສືບຕໍ່ການສຶກສາຂອງ ເຂົາເຈົ້າຮັບປະກັນຜົນປະໂຫຍດ ຂອງພໍ່-ແມ່ຕະຫລອດຊີວິດ ແລະ ສັນລະເສີນການອຸທິດຕົນຂອງຄູ. ສອງວິດີໂອດັ່ງກ່າວ, ຈະຖືກອອກ ອາກາດທົ່ວປະເທດທາງໂທລະ ພາບ, ສົ່ງອອກທາງສື່ສັງຄົມອອນ ລາຍ ແລະ ນຳໃຊ້ເຂົ້າໃນການເຜີຍ ແຜ່ຕໍ່ຊຸມຊົນ. ໃນປັດຈຸບັນ ສສກ ກໍາ ລັງຜະລິດວິດີໂອອີກສອງເລື່ອງ ຄາດວ່າຈະສຳເລັດໃນທ້າຍປີນີ້. ທ່ານ ນາງ ດາລາວອນ ກິດຕິ ພັນ ຮອງລັດຖະມົນຕີກະຊວງ ສສກ ໄດ້ກ່າວວ່າ: ການພັດທະນາແຜນ ໂຄສະນາຄັ້ງນີ້ ແນໃສ່ເພື່ອແກ້ໄຂສິ່ງ ທ້າທາຍອັນຮີບດ່ວນ ລວມທັງການ ຫລຸດລົງຂອງການເຂົ້າຮຽນຂອງ ນັກຮຽນ ແລະ ບັນຫາສຳຄັນຂອງ ການຊຸກຍູ້ແຜນໂຄສະນາສົ່ງເສີມ ການສຶກສາດັ່ງກ່າວ, ແມ່ນເປັນຂີດ ໝາຍສໍາຄັນໃນການຫັນປ່ຽນ ແນວ ຄິດກ່ຽວກັບການສຶກສາທີ່ຖືກຮັບຮູ້ ແລະ ຄຸນຄ່າຂອງການສຶກສາໃນ ສປປ ລາວ ໂດຍການເຊີດຊູບົດບາດ ຄູ ແລະ ຄູເປັນແຮງບັນດານໃຈໃຫ້ ແກ່ນັກຮຽນ ແລະ ຜູ້ປົກຄອງ. ແຜນ ໂຄສະນານີ້, ຍັງຈະເສີມຂະຫຍາຍ ຄໍາໝັ້ນສັນຍາຮ່ວມກັນ ຂອງພວກ ເຮົາໃນການສຶກສາ ທີ່ເປັນພື້ນຖານ ຂອງການພັດທະນາປະເທດ ຊາດ. ທ່ານ ນາງ ເບັນນິຕາ ຊຳເມີວິວ ຮອງເອກອັກຄະລັດຖະທູດອົດສະ ຕຣາລີ ປະຈໍາລາວ ໄດ້ກ່າວວ່າ: ລັດຖະບານອົດສະຕຣາລີ ມີຄວາມ ພູມໃຈທີ່ໄດ້ໃຫ້ການສະໜັບສະໜູນ ສິ່ງທີ່ເປັນບຸລິມະສິດຂອງກະຊວງ ສສກ ບໍ່ພຽງແຕ່ໃນການພັດທະນາ ຫລັກສູດ ແລະ ປັບປຸງຄຸນນະພາບ ການສອນເທົ່ານັ້ນ ແຕ່ຍັງເປັນການ ຫັນປ່ຽນແນວຄວາມຄິດດ້ານການ ສຶກສາໃຫ້ມີຄຸນຄ່າ ແລະ ຄວາມ ເຂົ້າໃຈໃນຊຸມຊົນຕ່າງໆສ້າງຄວາມ ອາດສາມາດໃຫ້ແກ່ຄູ ຫລື ສ້າງສະ ພາບແວດລ້ອມທີ່ດີໃນໂຮງຮຽນ ເປົ້າໝາຍຂອງພວກເຮົາ ເພື່ອຮັບ ປະກັນໃຫ້ເດັກທຸກຄົນໃນລາວໄດ້ຮັບ ໂອກາດເພື່ອສຶກສາຮໍ່າຮຽນດ້ວຍ ການສຶກສາທີ່ມີຄຸນນະພາບ.
RkJQdWJsaXNoZXIy MTc3MTYxMQ==