80 xu muj m6 fr6 ,.9 xtgmf]k; 3 07/10/2025 0j k; c]t gsfdko ໂດຍ: ທູດ ມະໄລວຽງ ສາກົນນິຍົມ ຮອງປະທານສະໂມສອນນັກການທູດລາວູ ດົ ນິ ຍົມັ ກູ ດ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me *** ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ ບົດສະເໜີົີ ,l ;P'9a o 9a fs]kpdy f9tde 8h voIa [;a o76 csj '-kf *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂອງໂຮງຮຽນ ມສ ວຽງຈັນ ແລະ ມີການແຂ່ງຂັນຕີບານ, ເປຕັງ. ພ້ອມ ກັນນີ້, ໃນວັນທີ 6 ຕຸລາ 2025, ທາງໂຮງຮຽນກໍຈະຈັດພິທີເລົ່າຄືນ ປະຫວັດຂອງນາຍຄູຄໍາ ແລະ ສະ ແດງສິລະປະ, ມອບໃບຍ້ອງຍໍຊົມ ເຊີຍ, ພວງມາໄລໃຫ້ຄູ-ອາຈານ ທີ່ ໄດ້ປະຕິບັດໜ້າທີ່ດີເດັ່ນໃນໄລຍະທີ່ ຜ່ານມາ. ອາຈານ ມະນີວອນ ພະໄຊຍະ ວົງ ຮອງຜູ້ອໍານວຍການ ໂຮງຮຽນ ອຸດົມວຽງຈັນ ໃຫ້ຮູ້ວ່າ: ໂຮງຮຽນ ອຸດົມວຽງຈັນ ສ້າງຕັ້ງຂຶ້ນໃນປີ 1921 ພາຍໃຕ້ລະບົບການສຶກສາ ຂອງຝຣັ່ງເສດ. ໃນໄລຍະທຳອິດ ເປັນໂຮງຮຽນປະຖົມສຶກສາ, ຫລັງ ຈາກນັ້ນ,ຈຶ່ງໄດ້ຂະຫຍາຍຂຶ້ນມາ ເປັນວິທະຍາໄລ (LyceePaVie). ໂຮງຮຽນຂອງພວກເຮົາໄດ້ມີການ ປ່ຽນຊື່ຫລາຍຄັ້ງຕະຫລອດໄລຍະ ເວລາທີ່ຜ່ານມາ ຄື: ປີ 1958 ໄດ້ ປ່ຽນຊື່ ຈາກ Lycee Pa Vie ມາເປັນ Lycee de Vientiane ວິທະຍາໄລວຽງຈັນ ແລະ ປີ 1975 ໄດ້ປ່ຽນຊື່ຈາກວິທະຍາໄລວຽງຈັນ ມາເປັນໂຮງຮຽນອຸດົມວຽງຈັນ ເຊິ່ງມີຈັດການຮຽນການສອນແຕ່ ລະດັບອຸດົມ (ມ ປາຍ); ປີ 2000 ໄດ້ປ່ຽນຊື່ຈາກໂຮງຮຽນອຸດົມວຽງ ຈັນ ມາເປັນໂຮງຮຽນມັດທະຍົມ ສຶກສາສົມບູນວຽງຈັນ ຢ່າງເປັນ ທາງການຈົນຮອດປັດຈຸບັນນີ້ ເຊິ່ງ ມີການຈັດການຮຽນການສອນແຕ່ ມ1-ມ7. ໂຮງຮຽນ ມສ ວຽງຈັນ ເປັນໂຮງຮຽນພາກລັດທີ່ຂຶ້ນກັບ ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ໄດ້ຈັດ ການຮຽນການສອນໂດຍນຳໃຊ້ ຫລັກສູດຂອງກະຊວງສຶກສາ ເນັ້ນ ການສອນໂດຍເອົານັກຮຽນເປັນ ໃຈກາງ ເພື່ອໃຫ້ນັກຮຽນສາມາດ ຄົ້ນຄິດວິເຄາະ ແລະ ແກ້ບັນຫາໄດ້, ພ້ອມນັ້ນກໍໄດ້ນຳເອົາພາສາຕ່າງ ປະເທດເຂົ້າມາໃນລະບົບການຮງນ ການສອນຄື: ຫ້ອງສອງພາສາ ລາວ-ຝຣັ່ງມີ ຈຳນວນ 14 ຫ້ອງ ໂດຍຮຽນພາສາຝຣັ່ງ 6 ຊົ່ວໂມງ ຕໍ່ອາທິດ ແລະ ຮຽນສາຍທໍາມະ ຊາດເປັນພາສາຝຣັ່ງ, ນອກນັ້ນ ຍັງມີພາສາອັງກິດ ເຊິ່ງສິດສອນຢູ່ 78 ຫ້ອງ, ພາສາຍີ່ປຸ່ນ 14 ຫ້ອງ, ພາສາຈີນ 29 ຫ້ອງ, ພາສາ ເກົາ ຫລີ 12 ຫ້ອງ ແລະ ພາສາ ຣັດເຊຍ 2 ຫ້ອງ, ສ່ວນພາສາຣັດເຊຍ ແມ່ນ ເລີ່ມໃນສົກປີ 2024-2025 ແລະ 2025-2026, ແຕ່ລະຫ້ອງຈະ ໄດ້ຮຽນ 2 ພາສາຄວບຄູ່ກັນໄປ. ສົກຮຽນ 2024-2025 ນັກຮງນ ມ7 ສາມາດສອບເສັງຈົບຊັ້ນໄດ້ 100%, ໃບປະກາດແດງ 23 ຄົນ, ເກັ່ງຮອບດ້ານຄະແນນບໍ່ລຸດ 7 ທຸກ ວິຊາໄດ້ 482 ຄົນ ຈາກນັກຮຽນ ທັງໝົດ 582 ຄົນ. ສຳລັບວຽກ ງານນັກຮຽນເກັ່ງສາມາດຍາດໄດ້ ລະດັບຊາດອັນດັບທີ 1 ວິຊາຄະ ນິດສາດຊັ້ນ ມ7 ແລະ ຟິຊິກຊາດ ອັນດັບທີ 1 ມ7; ນັກຮຽນທີ່ຈົບ ມ7 ສາມາດສອບເສັງເຂົ້າມະຫາ ວິທະຍາໄລ ແລະ ໄປຮຽນຕໍ່ຕ່າງ ປະເທດເປັນຈຳນວນຫລວງຫລາຍ ເຊິ່ງທັງໝົດນີ້ກໍແມ່ນຜົນງານທີ່ຍາດ ມາໄດ້ໃນໄລຍະຜ່ານມາຂອງຄູ- ອາຈານ ທີ່ໄດ້ເອົາໃຈໃສ່ສິດສອນ ຢ່າງເຕັມກໍາລັງ ເພື່ອສ້າງນັກຮຽນ ທີ່ມີຄວາມຮູ້ຄວາມສາມາດ. ສະ ນັ້ນ, ເພື່ອຍ້ອງຍໍ, ຊົມເຊີຍຜົນງານ ຂອງຄູທີ່ໄດ້ຈັດຕັ້ງປະຕິບັດໃນໄລ ຍະສົກຮຽນຜ່ານມາ, ເພື່ອລະນຶກ ເຖິງບຸນຄຸນຂອງຄູ, ຫວນຄືນມູນ ເຊື້ອການປະຕິບັດໜ້າທີ່ວຽກງານ ຂອງຄູ. ສະນັ້ນ, ໃນທຸກໆປີຈຶ່ງໄດ້ ມີການສະເຫລີມສະຫລອງວັນຄູ ແຫ່ງຊາດຂຶ້ນໃນທົ່ວປະເທດ. ສໍາ ລັບໂຮງຮຽນ ມສ ວຽງຈັນ ປີນີ້, ກ່ອນຈະຮອດວັນຄູແຫ່ງຊາດທາງ ໂຮງຮຽນໄດ້ມີຫລາຍກິດຈະກໍາ ເຊັ່ນ: ກິດຈະກໍາແຂ່ງຂັນກິລາເຕະ ບານ, ຕີບານ, ແຂ່ງຂັນເປຕັງ ໂດຍ ແມ່ນສິດເກົ່າຂອງໂຮງຮຽນມາ ຮ່ວມສ້າງຂະບວນການເຮັດກິດຈະ ກໍາດັ່ງກ່າວ. ໂຮງຮຽນ ມສ ວຽງ ຈັນ ຈະຈັດພິທີສະເຫລີມສະຫລອງ ວັນຄູແຫ່ງຊາດຂຶ້ນໃນວັນທີ 6 ຕຸລາ 2025 ນີ້ ເພື່ອຫວນຄືນມູນເຊື້ອປະ ຫວັດຂອງນາຍຄູຄໍາ, ພ້ອມນັ້ນຍັງ ກິິດຈະກຳ ໄຫວ້ຄູ, ການສະແດງສິ ລະປະ ແລະ ມອບໃບຍ້ອງຍໍຊົມເຊີຍ ຄູ-ອາຈານ, ນັກຮຽນດີ-ຮຽນເກັ່ງ ໃນສົກຮຽນຜ່ານມາຕື່ມອີກ. ຂປລ. ບົດຂຽນນີ້ແມ່ນປະກອບ ສ່ວນເຂົ້າເປັນກິດຈະກຳໜຶ່ງ ຂອງ ສະໂມສອນນັກການທູດລາວ ເພື່ອ ສະເຫລີມສະຫລອງວັນການທູດ ລາວຄົບຮອບ 80 ປີ (12/10/ 1945-12/10/2025). ການສະ ເຫລີມສະຫລອງວັນສຳຄັນອັນເປັນ ປະຫວັດສາດໃດໜຶ່ງຂອງຊາດ ແມ່ນເພື່ອຫວນຄືນອະດີດໃຫ້ເຫັນ ໄດ້ພູມປັນຍາຄວາມສະຫລາດສ່ອງ ໃສຂອງບັນພະບູລຸດໃນໄລຍະຜ່ານ ມາ; ເພື່ອສ້າງຄວາມເອກອ້າງທະ ນົງໃຈໃນຜົນງານຜົນສຳເລັດຂອງ ຊາດ ທີ່ຍາດມາໄດ້ໃນປັດຈຸບັນນີ້ ແມ່ນການຕໍ່ຍອດຈາກອະດີດຜ່ານ ມາ ແລະ ແນໃສ່ສືບຕໍ່ສ້າງເປັນ ບົດຮຽນ ເປັນມູນມັງມໍລະດົກຕົກ ທອດໃຫ້ແກ່ຄົນຮຸ່ນໃໝ່ຕໍ່ໆໄປໃນ ອະນາຄົດ. 12 ຕຸລາ 1945 ແມ່ນວັນປະ ກາດເອກະລາດຂອງລາວໃຫ້ໂລກ ຮູ້. ເມື່ອລາວເປັນລັດເອກະລາດ, ປະ ເທດລາວກໍມີສິດອຳນາດເຕັມໃນ ການດຳເນີນການພົວພັນການທູດ ໄດ້ຕາມປະເພນີສາກົນ ແລະ ກົດ ໝາຍສາກົນແບບລັດຕໍ່ລັດ. ກົມການ ເມືອງສູນກາງພັກໄດ້ອອກແຈ້ງ ການສະບັບເລກທີ 230/ຫສພ, ລົງ ວັນທີ 19 ມິຖຸນາ 2013 ວ່າດ້ວຍ ການກຳນົດເອົາວັນທີ 12 ຕຸລາ 1945 ເປັນວັນການທູດລາວ. ອັນ ນີ້ ກໍແມ່ນຄວາມເອກອ້າງພາກພູມ ໃຈ ຂອງນັກການທູດລາວທີ່ມີວັນ ການທູດລາວເປັນວັນຂອງຕົນເອງ. ສຳລັບ ສປປ ລາວ ເຮົາ, ກົມການ ເມືອງສູນກາງພັກ ແມ່ນສະຖາປະ ນິກຜູ້ອອກແບບວາງແນວທາງ ການຕ່າງປະເທດ. ສ່ວນລັດຖະບານ ເປັນຜູ້ຈັດຕັ້ງປະຕິບັດແນວທາງ ການຕ່າງປະເທດ ໂດຍມີກະຊວງ ການຕ່າງປະເທດ ເປັນຕົ້ນຕໍດຳເນີນ ວຽກງານການທູດ. ສ່ວນຫລັກ ການໃນການປະຕິບັດແນວທາງ ການຕ່າງປະເທດຂອງລາວ ແມ່ນ ເຄື່ອນໄຫວຕາມຫລັກການສາກົນ ຄື: ເຄົາລົບເອກະລາດ,ອຳນາດອະທິ ປະໄຕແລະຜືນແຜ່ນດິນອັນຄົບຖ້ວນ ຂອງກັນ ແລະ ກັນ; ບໍ່ແຊກແຊງເຂົ້າ ກິດຈະການພາຍໃນຂອງກັນ ແລະ ກັນ; ມີຄວາມສະເໝີພາບຕ່າງຝ່າຍ ຕ່າງມີຜົນປະໂຫຍດ; ບໍ່ຂົ່ມຂູ່, ບໍ່ໃຊ້ ຄວາມຮຸນແຮງຕໍ່ກັນ; ແກ້ໄຂຂໍ້ຂັດ ແຍ່ງລະຫວ່າງກັນໂດຍສັນຕິວິທີ. ບໍ່ວ່າປະເທດໃດກໍຕາມ, ວັດຖຸປະສົງ ຕັບບີ ຂອງການທູດ ແມ່ນນຳໃຊ້ວິ ທີທາງສັນຕິ ແລະ ປະຕິບັດຄວາມ ປອງດອງ, ຮັດແໜ້ນສາຍສຳພັນກັບ ປະເທດພັນທະມິດ, ເສີມຂະຫຍາຍ ສາຍພົວພັນມິດຕະພາບກັບປະເທດ ເພື່ອນມິດທີ່ເປັນກາງ. ເປົ້າໝາຍຂອງການເຄື່ອນໄຫວ ການທູດລາວ ໂດຍສະເພາະຫລັງ ຈາກການສະຖາປະນາ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໃນວັນທີ 2/12/1975 ແມ່ນ ເຄື່ອນໄຫວການທູດເພື່ອຕໍ່ສູ້ຮັກສາ ລະບອບໃໝ່; ເຄື່ອນໄຫວເພື່ອຍາດ ແຍ່ງຂົນຂວາຍຜົນປະໂຫຍດຈາກ ສາກົນມາພັດທະນາສ້າງເສດຖະ ກິດ-ສັງຄົມຂອງປະເທດຊາດ; ເຄື່ອນໄຫວການທູດ ເພື່ອໃຫ້ມີສັນຕິ ພາບໃນປະເທດ ເພາະສັນຕິພາບ ແມ່ນຍຸດທະສາດຂອງລາວ. ຕະ ຫລອດໄລຍະ 80 ປີ ທີ່ລາວເປັນ ເອກະລາດ, 80 ປີ ທີ່ລາວມີສິດອຳ ນາດຕາມປະເພນີສາກົນ ແລະ ກົດ ໝາຍສາກົນ ໃນການເຄື່ອນໄຫວ ການທູດ ໂດຍສະເພາະນັບຕັ້ງແຕ່ ປີ 1975 ແມ່ນສາມາດເຄື່ອນໄຫວ ການທູດໄດ້ແບບເຕັມສ່ວນ ເພື່ອປົກ ປັກຮັກສາ ແລະ ສ້າງສາປະເທດ ຊາດ ອັນໄດ້ເຮັດໃຫ້ ສປປ ລາວ ຮັກ ສາໄດ້ຊຶ່ງຄວາມໝັ້ນຄົງຂອງປະ ເທດ, ເສດຖະກິດມີການເຕີບໃຫຍ່ ຂະຫຍາຍໂຕ ແລະ ການທູດຂອງ ລາວກໍມີທີ່ຕັ້ງໜັກແໜ້ນ ສະຫງ່າ ຜ່າເຜີຍໃນເວທີການເມືອງໂລກ. ການເຕີບໃຫຍ່ຂະຫຍາຍຕົວ ດ້ານການທູດ ໄດ້ສະແດງອອກ ຢ່າງຈະແຈ້ງ ຊຶ່ງຈະເຫັນໄດ້ວ່າ ກ່ອນປີ 1976 ລາວມີສາຍພົວພັນ ການທູດກັບ 44 ປະເທດ ແລະ ມີ ສະຖານທູດລາວຢູ່ໃນຕ່າງປະເທດ 12 ແຫ່ງ. ແຕ່ວ່າມາຮອດປັດຈຸບັນ ນີ້ ປີ 2025 ຖ້າຄິດໄລ່ແຕ່ປີ 1976 ມານີ້ ສປປ ລາວ ໄດ້ເຄື່ອນໄຫວ ການທູດແບບເຕັມສ່ວນ, ລາວໄດ້ ເພີ່ມທະວີສາຍພົວພັນການທູດເປັນ 151 ປະເທດ, ມີສຳນັກງານຕາງ ໜ້າການທູດຢູ່ຕ່າງປະເທດ 41 ແຫ່ງ (ໃນນັ້ນ ສະຖານທູດລາວ 27 ແຫ່ງ, ສະຖານທູດລາວທັງເປັນ ສໍານັກງານຜູ້ຕາງໜ້າຖາວອນ 1 ແຫ່ງ ຄື ຢູ່ເຊີແນວ, ສໍານັກງານຕາງ ໜ້າຖາວອນ 2 ແຫ່ງ ຄື ນິວຢອກ ແລະ ຈາກາຕາ, ມີສະຖານກົງສຸນ ໃຫຍ່ 10 ແຫ່ງ), ສ່ວນກົງສຸນກິ ຕິມະສັກຂອງລາວຢູ່ຕ່າງປະເທດ 24 ແຫ່ງ ແລະ ກົງສຸນກິຕິມະສັກ ຂອງຕ່າງປະເທດຢູ່ ສປປ ລາວ 18 ແຫ່ງ. ມາຮອດປີ 2025 ສປປ ລາວ ເປັນສະມາຊິກອົງການຈັດຕັ້ງ ສາກົນ ລະຫວ່າງລັດຖະບານ ແລະ ເປັນພາຄີສົນທິສັນຍາສາກົນໃນ ຂະແໜງການເມືອງ, ຄວາມໝັ້ນ ຄົງ, ເສດຖະກິດ ແລະ ອື່ນໆອີກ ຫລາຍກວ່າ 101 ອົງການ ແລະ ສົນທິສັນຍາ; ຍັງມີອີກຈຳນວນ ໜຶ່ງພວມຄົ້ນຄວ້າພິຈາລະນາການ ເຂົ້າຮ່ວມເປັນສະມາຊິກ, ໂດຍສະ ເພາະຫລ້າສຸດລາວເຮົາເຂົ້າຮ່ວມ ເປັນຄູ່ຮ່ວມເຈລະຈາຂອງອົງການ ຮ່ວມມືຊຽງໄຮ້ (SCO) ປີ 2025 ຊຶ່ງຖືວ່າບົດບາດການທູດລາວແມ່ນ ໄປຕາມທ່າອ່ຽງຂອງຍຸກສະໄໝ. ນະໂຍບາຍການຕ່າງປະເທດ ແລະ ການເຄື່ອນໄຫວການທູດ ບໍ່ ພຽງແຕ່ແນໃສ່ຜົນປະໂຫຍດຂອງ ປະເທດຊາດແຕ່ຢ່າງດຽວເທົ່ານັ້ນ, ແຕ່ວ່າຕ້ອງໄດ້ຄຳນຶງ ແລະ ດຳເນີນ ໃຫ້ສອດຄ່ອງກັບສະພາບການ ຄວາມເປັນຈິງຂອງພາກພື້ນ, ຂອງ ໂລກ ແລະ ຍຸກສະໄໝໃນແຕ່ລະ ໄລຍະດັ່ງນີ້: ໄລຍະການທູດ ກ່ອນປີ 1975: ແມ່ນການເຄື່ອນໄຫວການທູດທີ່ຕິດ ຫ້ອຍກັບການເມືອງທີ່ບໍ່ມີເອກະ ລາດຢ່າງເຕັມສ່ວນ ເພາະວ່າລັດຖະ ບານ ຣາຊະອານາຈັກລາວເຄື່ອນ ໄຫວແບບຂຶ້ນຕໍ່ຜົນປະໂຫຍດຂອງ ພວກລ່າເມືອງຂຶ້ນ. ສ່ວນຝ່າຍກຳ ລັງຮັກຊາດ ແມ່ນດຳເນີນການຕໍ່ສູ້ ເພື່ອເອກະລາດ ແລະ ການປົດປ່ອຍ ຊາດ ຊຶ່ງຍັງບໍ່ທັນສາມາດເຄື່ອນ ໄຫວໄດ້ຢ່າງເຕັມຮູບແບບຂອງຄຳ ວ່າການທູດຂອງລັດຕໍ່ລັດ. ແຕ່ວ່າ ການທູດຂອງຝ່າຍກຳລັງຮັກຊາດ ຂອງປະເທດລາວ ໄດ້ອີງໃສ່ໂຄງ ການໆເມືອງ12ຂໍ້ຂອງລັດຖະບານ ລາວຕໍ່ຕ້ານປີ 1950 ໂດຍມີເຈົ້າ ສຸພານຸວົງ ເປັນນາຍົກລັດຖະມົນຕີ ແລະ ວ່າການລັດຖະມົນຕີກະຊວງ ການຕ່າງປະເທດ. ຂໍ້ທີ 12 ໄດ້ລະບຸ ຈະແຈ້ງເຖິງແນວທາງການຕ່າງ ປະເທດຂອງລາວຄື “ສາມັກຄີກັບ ປະຊາຊົນຫວຽດນາມ ແລະ ປະຊາ ຊົນກຳປູເຈຍ, ພົວພັນສະໜິດແໜ້ນ ກັບບັນດາປະເທດປະຊາທິປະໄຕ, ເຂົ້າຮ່ວມແນວໂຮມຕໍ່ສູ້ເພື່ອສັນຕິ ພາບໂລກ”. ນະໂຍບາຍສ້າງມິດ ຂອງສາມປະເທດອິນດູຈີນ ແລະ ຈາກຄວາມສາມັກຄີ ຂອງ 3 ຊາດ ອິນດູຈີນ ໄດ້ນຳໄປສູ່ໄຊຊະນະໃນ ບັ້ນຮົບດຽນບຽນຟູທີ່ປູທາງໄປສູ່ ໄຊຊະນະດ້ານການທູດຂອງລາວ ກໍຄື ການທູດຂອງ 3 ຊາດອິນດູຈີນ ໃນກອງປະຊຸມເຊີແນວ ປີ 1954 ທີ່ຮັບຮູ້ເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບ ຖ້ວນຂອງລາວແລະຮັບຮູ້ຖານະຖືຶກ ຕ້ອງຕາມກົດໝາຍຂອງກຳລັງຮັກ ຊາດຄືການຮັບຮູ້ 2 ແຂວງ (ຫົວພັນ ແລະຜົ້ງສາລີ) ເປັນແຂວງເຕົ້າໂຮມ ຂອງກຳລັງຮັກຊາດ. ອັນນີ້ໄດ້ຢັ້ງ ຢືນໃຫ້ເຫັນຜົນສຳເລັດຂອງການ ຕໍ່ສູ້ທາງການເມືອງ ແລະ ການທູດ ຄັ້ງຍິ່ງໃຫຍ່ທີ່ຖືກຈາລຶກໄວ້ໃນປະ ຫວັດສາດຂອງຂະບວນການຕໍ່ສູ້ ການທູດ ຂອງກຳລັງຮັກຊາດ. ຈາກໄຊຊະນະດ້ານການທູດໃນ ເວທີສາກົນຢູ່ເຊີແນວ ປີ 1954, ມັນໄດ້ຢືນຢັນສັດຈະທຳການຕໍ່ສູ້ ອັນຖືກຕ້ອງເປັນທຳຂອງລາວອີກ ເທື່ອໜຶ່ງ ວ່າການປ້ອງກັນປະເທດ ດ້ວຍກຳລັງອາວຸດ ແລະ ການປ້ອງ ກັນປະເທດດ້ວຍກຳລັງການທູດ ແມ່ນຕິດພັນກັນຢ່າງສະໜິດແໜ້ນ ປຽບເໜືອນຫລຽນດຽວມີ 2 ໜ້າ ຄື ການທະຫານ ແລະ ການທູດ.ໄຊ ຊະນະດ້ານການທູດໃນເວທີສາກົນ ປີ 1954 ໄດ້ເປັນແປ້ນຢັນນຳໄປສູ່ ກອງປະຊຸມເຊີແນວປີ 1962 ເພື່ອ ແກ້ໄຂການລະເມີດສັນຍາເຊີແນວ ປີ 1954 ຂອງຝ່າຍວຽງຈັນ. ກອງ ປະຊຸມເຊີແນວປີ 1962 ທີ່ແກ່ຍາວ 5 ເດືອນ ໂດຍມີການເຂົ້າຮ່ວມຂອງ ລາວ 3 ຝ່າຍ ຄື ທ່ານ ພູມີ ວົງວິຈິດ ເປັນຕົວແທນຂອງຝ່າຍແນວລາວ ຮັກຊາດ, ທ່ານ ກິນິມ ພົນເສນາ ເປັນຕົວແທນຂອງຝ່າຍກຳລັງເປັນ ກາງ ແລະ ຜຸຍ ຊະນະນິກອນ ເປັນ ຕົວແທນຂອງຝ່າຍຂວາວຽງຈັນ. ຜົນຂອງກອງປະຊຸມເຊີແນວ ປີ 1962 ໄດ້ນຳໄປສູ່ໄຊຊະນະດ້ານ ການທູດເປັນຂັ້ນໆ ຂອງກຳລັງຮັກ ຊາດ ກໍຄືຝ່າຍແນວລາວຮັກຊາດ ແນໃສ່ການເດີນຕາມເສັ້ນທາງສັນ ຕິພາບ ແລະ ເປັນກາງ ສ້າງລັດຖະ ບານປະສົມ ແລະ ມີກຳມະການ ກວດກາສາກົນຄໍ້າປະກັນ. ຈາກຜົນຂອງກອງປະຊຸມເຊີ ແນວ ປີ 1954 ແລະ ປີ 1962 ໄດ້ ເຮັດໃຫ້ລາວສ້າງຕັ້ງສາຍພົວພັນ ການທູດກັບປະເທດມະຫາອຳນາດ ຕາເວັນອອກ ເຊັ່ນ ໂຊວຽດ ແລະ ພັນ ທະມິດ, ສປ ຈີນ ແລະ ຫວຽດນາມ, ປະເທດເປັນກາງ ແລະ ປະເທດສັງ ຄົມນິຍົມເອີຣົບຕາເວັນອອກ. ຈາກຜົນຂອງກອງປະຊຸມເຊີ ແນວ ປີ 1962 ເຖິງແມ່ນວ່າການ ຕໍ່ສູ້ ເພື່ອປົດປ່ອຍຊາດຂອງກຳລັງ ຮັກຊາດ ຈະມີຄວາມຫຍຸ້ງຍາກ ແຕ່ ວ່າໄຊຊະນະໃນສະໝາມຮົບ ແລະ ໄຊຊະນະໃນດ້ານການທູດແມ່ນຍິ່ງ ໄດ້ຮັບການສະໜັບສະໜູນຈາກ ເພື່ອນມິດແລະ ຂະບວນການສາກົນ ທີ່ກ້າວໜ້າ ອັນໄດ້ເຮັດໃຫ້ສົງຄາມ ຮຸກຮານຂອງອາເມລິກາຕ້ອງປະ ລາໄຊລົງໃນຊຸມທ້າຍປີ 60 ແລະ ຕົ້ນຊຸມປີ 70 ອັນນຳໄປສູ່ສັນຍາ ສະຫງົບເສິກ ປາຣີ 1973, ສັນຍາ ວຽງຈັນ1973ສ້າງຕັ້ງລັດຖະບານ ປະສົມອີກຄັ້ງ ພ້ອມຄະນະມົນຕີປະ ສົມການເມືອງ... ໄລຍະນີ້ການຕໍ່ສູ້ ຂອງກຳລັງຮັກຊາດດ້ານອາວຸດ ໄດ້ຫັນມາເປັນການຕໍ່ສູ້ດ້ານການ ເມືອງ, ການທູດ ໂດຍຍົກສູງຄັນ ທຸງສັນຕິພາບ, ເອກະລາດ, ປະຊາ ທິປະໄຕ, ຄວາມຖືກຕ້ອງປອງດອງ ແລະ ເອກະພາບແຫ່ງຊາດ ຍິ່ງໄດ້ ຮັບຄຳຊົມເຊີຍ ແລະ ການສະໜັບ ສະໜູນກວ້າງຂວາງອອກກວ່າເກົ່າ ຈາກຂະບວນການກ້າວໜ້າໃນໂລກ. ໃນໄລຍະນີ້ ການທູດຍິ່ງໄດ້ຮັບການ ສະໜັບສະໜູນເປັນໃຈ ໄດ້ມີການ ຂະຫຍາຍສາຍພົວພັນການທູດກັບ ປະເທດສັງຄົມນິຍົມຕື່ມອີກ ເຊັ່ນ: ເຢຍລະມັນ, ກູບາ ແລະ ສປປ ເກົາ ຫລີ.
RkJQdWJsaXNoZXIy MTc3MTYxMQ==