7131.1

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 07/10/2025 xtgmf]k; ຮອງປະທານປະເທດ... ກອງປະຊຸມເວທີ...ຸີ ຮອງນາຍົກລັດຖະມົນຕີ ຊີ້ນຳ...ົັົີີ້ ສປປ ລາວ... ຂປລ. ກອງປະຊຸມເວທີຕົວ ເມືອງແຫ່ງຊາດ ຄັ້ງທີ 4 ພາຍໃຕ້ ສປປ ລາວ ໄດ້ແຈ້ງໃຫ້ຝ່າຍອາ ເມລິກາ ຊາບກ່ຽວກັບເຈດຈໍານົງ ຂອງລັດຖະບານລາວ ເພື່ອສືບຕໍ່ ເສີມຂະຫຍາຍການພົວພັນ ແລະ ການຮ່ວມມືທີ່ດີດ້ານເສດຖະກິດ ແລະ ການຄ້າລະຫວ່າງສອງປະ ເທດບົນພື້ນຖານຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດຮ່ວມກັນ. ສປປ ລາວ ໃນຖານະເປັນປະເທດ ນ້ອຍ, ບໍ່ມີຊາຍແດນຕິດກັບທະເລ ທັງພວມສ້າງທຸກເງື່ອນໄຂທີ່ເອື້ອ ອໍານວຍໃຫ້ແກ່ການກຽມພ້ອມ ຫລຸດພົ້ນອອກຈາກສະຖານະພາບ ດ້ວຍພັດທະນາໃນອະນາຄົດໄດ້ໃຫ້ ຄວາມສໍາຄັນເປັນພິເສດແກ່ການ ຮ່ວມມືດ້ານການຄ້າ ແລະ ການ ລົງທຶນກັບທຸກປະເທດ. ໃນໄລຍະ ຜ່ານມາລັດຖະບານ ສປປ ລາວ ໄດ້ເອົາໃຈໃສ່ຍົກສູງການຮ່ວມມື ກັບລັດຖະບານ ສ ອາເມລິກາ ໃນ ການຄົ້ນຫາຜູ້ທີ່ສູນຫາຍຈາກປາງ ສົງຄາມ (MIA), ການແກ້ໄຂ ບັນຫາລະເບີດບໍ່ທັນແຕກຕົກຄ້າງ (UXO) ແລະ ການຈັດສົ່ງຄົນ ເຊື້ອຊາດລາວກັບຄືນປະເທດ ແລະ ອື່ນໆ. ປີ 2025 ນີ້, ຍັງເປັນປີທີ່ມີ ຄວາມໝາຍສໍາຄັນເພື່ອສະເຫລີມ ສະຫລອງ 70 ປີ ຂອງການສ້າງຕັ້ງ ສາຍພົວພົວພັນການທູດລະຫວ່າງ ສປປ ລາວ ແລະ ສ ອາເມລິກາ. ໃນປີ 2026 ທີ່ຈະມາເຖິງນີ້, ສອງ ປະເທດຈະຮ່ວມກັນສະເຫລີມສະ ຫ ລອງ ຄົບຮອບ 10 ປີ ຂອງການເປັນ ຄູ່ຮ່ວມມືແບບກວມລວມ. ໃນການ ພົບປະ, ທ່ານນາຍົກລັດຖະມົນຕີ ສປປ ລາວ ໄດ້ຊີ້ແຈງອະທິບາຍ ກ່ຽວກັບບັນຫາຕ່າງໆທີ່ຝ່າຍອາເມ ລິກາ ມີຄວາມສົນໃຈ ໂດຍສະເພາະ ຂະບວນການເຈລະຈາດ້ານການ ຄ້າລະຫວ່າງຄະນະວິຊາການຂອງ ສອງປະເທດໄດ້ດໍາເນີນຮ່ວມກັນ, ພ້ອມທັງໄດ້ສະເໜີບາງມາດຕະ ການທີ່ລັດຖະບານ ສປປ ລາວ ພວມ ດໍາເນີນການ, ຄວາມກຽມພ້ອມ ໃນການຍົກເວັ້ນອັດຕາພາສີນໍາ ເຂົ້າຕໍ່ສິນຄ້າຈາກອາເມລິກາ ມາ ຍັງ ສປປ ລາວ ແລະ ການສືບຕໍ່ ປັບປຸງມາດຕະການກີດຂວາງທີ່ບໍ່ ແມ່ນພາສີ, ການອໍານວຍຄວາມ ສະດວກດ້ານການຄ້າ ແລະ ເພີ່ມ ທະວີການສົ່ງເສີມ ແລະ ນໍາໃຊ້ ຜະລິດຕະພັນທີ່ຜະລິດຢູ່ພາຍໃນ ປະເທດໃຫ້ຫລາຍຂຶ້ນ. ຜູ້ຕາງຫນ້າ ດ້ານການຄ້າຂອງປະທານາທິບໍດີ ສ ອາເມລິກາ ໄດ້ສະແດງຄວາມ ເພິ່ງພໍໃຈ ແລະ ຕີລາຄາສູງຕໍ່ການ ເດີນທາງມາພົບປະແລກປ່ຽນຂໍ້ມູນ ຢ່າງກົງໄປກົງມາດ້ວຍຕົນເອງຂອງ ທ່ານນາຍົກລັດຖະມົນຕີ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານ ຊູ ເ ດສ ມາ ເ ນຍ (Sudesh Maniar) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດສິງກະໂປ ປະ ຈໍາ ສປປ ລາວ ໃນໂອກາດສໍາ ເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ດ້ສະແດງຄວາມ ຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາ ສູງຕໍ່ຜົນສຳເລັດໃນການປະຕິບັດ ໜ້າທີ່ທາງການທູດຂອງທ່ານ ຊູ ເດສ ມາເນຍ ຊຶ່ງເປັນການປະກອບ ສ່ວນເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບທີ່ມີມາແຕ່ດົນນານແລ້ວ ນັ້ນໃຫ້ນັບມື້ນັບດີຂຶ້ນ, ລັດຖະບານ ກໍຄື ປະຊາຊົນລາວ ຕີລາຄາສູງຕໍ່ ການປະຕິບັດໜ້າທີ່ຂອງທ່ານທູດ ໄລຍະຜ່ານມາ, ທ່ານແມ່ນນັກການ ທູດຜູ້ທີ່ມີຄວາມຫ້າວຫັນໃນການສືບ ຕໍ່ເສີມສ້າງສາຍພົວພັນມິດຕະພາບ ໃນການຮ່ວມມືທີ່ເປັນມູນເຊື້ອມາ ແຕ່ດົນນານລະຫວ່າງສອງປະເທດ ລາວ-ສິງກະໂປ, ສິງກະໂປ-ລາວ ກໍຄື ປະຊາຊົນສອງຊາດ ລາວສິງກະໂປ ຍາມໃດກໍໃຫ້ການອຸ້ມ ຊູ-ຊ່ວຍເຫລືອລັດຖະບານລາວ ກໍຄື ປະຊາຊົນລາວ ສະເໝີມາ ໂດຍ ສະເພາະແມ່ນດ້ານການເມືອງ, ດ້ານການຄ້າ ແລະ ການລົງທຶນ, ດ້ານວັດທະນະທໍາ-ສັງຄົມ, ດ້ານ ວຽກງານ ປກຊ-ປກສ, ດ້ານການ ສຶກສາ ແລະ ດ້ານການພັດທະນາ ຊັບພະຍາກອນມະນຸດ, ດ້ານການ ທ່ອງທ່ຽວ ແລະ ໃນໄລຍະທ່ານທູດ ປະຕິບັດໜ້າທີ່ຢູ່ ສປປ ລາວ ສະແດງ ອອກຄື: ການຊ່ວຍເຫລືອ ສປປ ລາວ ເປັນປະທານກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ 44-45 ໃນປີ 2024, ສິງກະໂປ ໄດ້ໃຫ້ການຊ່ວຍ ເຫລືອຕູ້ແປພາສາ ພ້ອມດ້ວຍລະບົບ ແປ, ໄມ ແລະ ຫູຟັງສໍາລັບກອງ ປະຊຸມລັດຖະມົນຕີຕ່າງປະເທດອາ ຊຽນ ຄັ້ງທີ 57 ໃນເດືອນກໍລະກົດ 2024 ແລະ ກອງປະຊຸມສຸດຍອດ ອາຊຽນ ຄັ້ງ ທີ 44 ແລະ 45 ໃນ ເດືອນຕຸລາ 2024 ຊຶ່ງລວມມູນຄ່າ ປະມານ 550.000 ໂດລາສະຫະ ລັດ, ການຊ່ວຍເຫລືອ ສປປ ລາວ ໄລຍະໄພພິບັດນໍ້າຖ້ວມໃນເດືອນ ກັນຍາ 2024 ຈາກຜົນກະທົບຂອງ ພາຍຸ Yagi, ລັດຖະບານສິງກະ ໂປ ໄດ້ໃຫ້ການຊ່ວຍເຫລືອເຄື່ອງ ບັນເທົ່າທຸກໄພພິບັດນໍ້າຖ້ວມໃຫ້ ແກ່ລັດຖະບານລາວ ເພື່ອນໍາໃຊ້ ເຂົ້າໃນການບັນເທົາທຸກຢູ່ບັນດາ ແຂວງຕ່າງໆທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້ ຊຶ່ງ ປະກອບມີ: ຜ້າຄົມ 180 ຜືນ, ອາ ຫານສຳເລັດຮູບ 600 ກ່ອງ ແລະ ນ້ຳດື່ມແຮ່ທາດ 480 ແພັກ ລວມ ມູນຄ່າທັງໝົດ 7.877 ໂດລາສະ ຫະລັດ ແລະ ວຽກງານອື່ນໆ. ຈາກນັ້ນ, ທ່ານ ຊູເດສ ມາເນຍ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ນາງ ປານີ ຢາທໍ່ຕູ້ ທີ່ໄດ້ໃຫ້ ການຕ້ອນຮັບໃນຄັ້ງນີ້, ພ້ອມທັງ ໄດ້ສະແດງຄວາມຂອບໃຈຕໍ່ການ ໃຫ້ຄວາມຮ່ວມມື, ຊ່ວຍເຫລືອໃນ ການມາປະຕິບັດໜ້າທີ່ການເປັນທູດ ຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ. ໂອກາດດຽວກັນ, ທ່ານ ນາງ ປານີ ຢາທໍ່ຕູ້ ກໍໄດ້ອວຍໄຊໃຫ້ພອນ ອັນປະເສີດແດ່ ຊູເດສ ມາເນຍ ຈົ່ງ ມີສຸຂະພາບແຂງແຮງ, ມີຄວາມຜາ ສຸກໃນຊີວິດສ່ວນຕົວ, ຄອບຄົວ ແລະ ໜ້າທີ່ການງານໃໝ່ຂອງທ່ານ, ຂໍໃຫ້ ທ່ານເດີນທາງກັບຄືນປະເທດດ້ວຍ ຄວາມສະຫວັດດີພາບ. ໃນວັນດຽວກັນ, ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າ ການສໍານັກງານປະທານປະເທດ ກໍ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາ ລາຂອງທ່ານທູດສິງກະໂປ ເຊັ່ນກັນ. ຂ່າວ: ສົມຫວັງ; ພາບ: ອ່າຍຄໍາ ທີ່ຈະເປັນປະໂຫຍດຍິ່ງ ແລະ ຈະ ນໍາເອົາຜົນຂອງການພົບປະ ແລະ ປຶກສາຫາລືໃນຄັ້ງນີ້ ໄປລາຍງານ ຕໍ່ທ່ານປະທານາທິບໍດີ ສ ອາເມລິ ກາ ເພື່ອພິຈາລະນາກ່ຽວກັບການ ຜ່ອນຜັນດ້ານອັດຕາພາສີແກ່ ສປປ ລາວ ແລະ ຊຸກຍູ້ການຮ່ວມມືດ້ານ ເສດຖະກິດໃນຕໍ່ໜ້າ. ໃນການເຄື່ອນໄຫວ ແລະ ເຮັດ ວຽກຢູ່ນະຄອນຫລວງວໍຊິງຕັນ ດີຊີ ໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ເຂົ້າຮ່ວມພົບປະກັບພາກທຸ ລະກິດ ອາເມລິກາ-ລາວ ຊຶ່ງເປັນ ເວທີທີ່ມີຄວາມສຳຄັນ ເພື່ອສົ່ງເສີມ ການຮ່ວມມືລະຫວ່າງພາກທຸລະກິດ ຂອງທັງສອງຝ່າຍ. ຄະນະຜູ້ແທນ ສປປ ລາວ ໄດ້ຖືໂອກາດນີ້ ໃຫ້ຂໍ້ມູນ ລະອຽດກ່ຽວກັບນະໂຍບາຍເພື່ອ ການສົ່ງເສີມດ້ານການຄ້າ ແລະ ການລົງທຶນ, ລວມທັງທ່າແຮງບົ່ມ ຊ້ອນໃນແຕ່ລະດ້ານຂອງ ສປປ ລາວ ແລະ ໃຫ້ຄວາມກະຈ່າງແຈ້ງ ຕໍ່ຂໍ້ສົນໃຈຂອງບັນດາບໍລິສັດ ແລະ ນັກລົງທຶນອາເມລິກາ ຈໍານວນ ໜຶ່ງ. ທ່ານນາຍົກລັດຖະມົນຕີ ສປປ ລາວ ໄດ້ເຊີນຊວນໃຫ້ບັນດານັກ ທຸລະກິດ ແລະ ນັກລົງທຶນຈາກອາ ເມລິກາ ໄປສຶກສາເບິ່ງທ່າແຮງ ຕົວຈິງ ແລະ ຄວາມເປັນໄປໄດ້ໃນ ການລົງທຶນຢູ່ ສປປ ລາວ ລວມທັງ ດ້ານນະໂຍບາຍ, ກົດໝາຍ ແລະ ລະ ບຽບການຕ່າງໆແນໃສ່ເພື່ອເອື້ອອໍາ ນວຍຄວາມສະດວກໃຫ້ແກ່ການລົງ ທຶນຂອງຕ່າງປະເທດ. ໃນໂອກາດເຄື່ອນໄຫວ ແລະ ເຮັດວຽກຢູ່ວໍຊິງຕັນ ດີຊີ ໃນຄັ້ງ ນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ ພົບປະກັບຄະນະທີ່ປຶກສາຂອງອົງ ການ Legacies of War ຊຶ່ງເປັນ ອົງການຈັດຕັ້ງບໍ່ສັງກັດລັດຖະບານ ຂອງອາເມລິກາ ທີ່ຜ່ານມາໄດ້ ເຄື່ອນໄຫວເພື່ອຊຸກຍູ້ ແລະ ລະດົມ ການຊ່ວຍເຫລືອເຂົ້າໃນວຽກງານ ແກ້ໄຂບັນຫາລະເບີດບໍ່ທັນແຕກ ຕົກຄ້າງໃນປາງສົງຄາມຢູ່ ສປປ ລາວ. ທ່ານນາຍົກລັດຖະມົນຕີ ໄດ້ສະເເດງຄວາມຂອບໃຈຕໍ່ອົງ ການ Legacies of War ທີ່ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ ເພື່ອ ໂຄສະນາກ່ຽວກັບຜົນຮ້າຍຂອງລະ ເບີດບໍ່ທັນແຕກຕົກຄ້າງໃນປາງ ສົງຄາມ ແລະ ຊຸກຍູ້ໃຫ້ອົງການດັ່ງ ກ່າວສືບຕໍ່ເຜີຍແຜ່ຜົນກະທົບ ແລະ ລະດົມການຊ່ວຍເຫລືອເຂົ້າໃນວຽກ ງານດັ່ງກ່າວ ຊຶ່ງຍັງເປັນອຸປະສັກ ກີດຂວາງການພັດທະນາເສດຖະ ກິດ-ສັງຄົມຢູ່ ສປປ ລາວ. ການຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ຢູ່ນະຄອນຫລວງ ວໍຊິງຕັນ ດີຊີ ໃນຄັ້ງນີ້ ແມ່ນເປັນຂີດ ໝາຍສຳຄັນໃນການເສີມຂະຫຍາຍ ຄວາມເຂົ້າໃຈ ແລະ ການພົວພັນ ຮ່ວມມືສອງຝ່າຍລະຫວ່າງ ສປປ ລາວ ແລະ ສ ອາເມລິກາ ເພື່ອສືບ ຕໍ່ແກ້ໄຂບັນຫາຕ່າງໆທີ່ຍັງຄົງຄ້າງ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບ ຜົນປະໂຫຍດ ແລະ ສອດຄ່ອງກັບ ຂອບການຮ່ວມມືແບບກວມລວມ ທີ່ລັດຖະບານສອງປະເທດ ໄດ້ລົງ ນາມຮ່ວມກັນໃນປີ 2016. ຄຳຂວັນ: “ການຕອບໂຕ້ວິກິດ ໃນຕົວເມືອງ” ຈັດຂຶ້ນໃນວັນທີ 6 ຕຸລາ 2025 ຢູ່ນະຄອນຫລວງ ວຽງຈັນ ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາ ຍົກລັດຖະມົນຕີ, ມີທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາ ທິການ ແລະ ຂົນສົ່ງ, ຜູ້ຕາງໜ້າ ຈາກອົງການຈັດຕັ້ງພາກລັດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ໃນທົ່ວປະເທດເຂົ້າຮ່ວມ ຊຶ່ງຈຸດ ປະສົງຫລັກຂອງກອງປະຊຸມແມ່ນ ເປັນເວທີໃນການແລກປ່ຽນຄວາມ ຮູ້, ຄວາມຄິດເຫັນຈາກຜູ້ທີ່ມີສ່ວນ ກ່ຽວຂ້ອງ ແລະ ສ້າງຄວາມຮ່ວມມື ກັນທຸກຝ່າຍ ເພື່ອສະແດງຄວາມ ມຸ່ງໝັ້ນຮ່ວມກັນໃນການພັດທະນາ ຕົວເມືອງຂອງ ສປປ ລາວ ໂດຍ ການສ້າງຕົວເມືອງ ແລະ ການຕັ້ງ ຖິ່ນຖານແບບມີສ່ວນຮ່ວມ, ປອດ ໄພ, ໝັ້ນຄົງ ແລະ ຍືນຍົງ. ໃນກອງປະຊຸມ, ທ່ານນາຍົກ ລັດຖະມົນຕີ ໄດ້ຕີລາຄາສູງໃນ ການຈັດກອງປະຊຸມເວທີຕົວເມືອງ ແຫ່ງຊາດ ຄັ້ງທີ 4 ຊຶ່ງເປັນເວທີໃຫ້ ພາກສ່ວນຕ່າງໆໄດ້ມາປຶກສາຫາລື ແລະ ສະທ້ອນໃຫ້ເຫັນເຖິງສະພາບ ການພັດທະນາ ແລະ ຂະຫຍາຍຕົວ ຂອງຕົວເມືອງໃນ ສປປ ລາວ ທີ່ມີ ອັດຕາການຫັນເປັນຕົວເມືອງທີ່ສູງ ໂດຍສະເພາະແມ່ນເກີດຂຶ້ນຢູ່ໃນ ບັນດາຕົວເມືອງ ອັນດັບ 1 ແລະ ອັນດັບ 2 ຂອງ ສປປ ລາວ ກໍຄື ນະຄອນຫລວງວຽງຈັນ, ຫລວງ ພະບາງ, ຄໍາມ່ວນ, ສະຫວັນນະ ເຂດ ແລະ ຈໍາປາສັກ. ຕາມລໍາດັບ. ສະເພາະຢູ່ນະຄອນຫລວງວຽງຈັນ ທີ່ເປັນໃຈກາງທາງດ້ານການ ເມືອງ-ການປົກຄອງ, ເສດຖະກິດ ແລະ ວັດທະນະທໍາໄດ້ສືບຕໍ່ຂະ ຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະ ການພັດທະນາພື້ນຖານໂຄງລ່າງ, ການຄ້າ-ການບໍລິການ ແລະ ການ ຫັນເປັນທັນສະໄໝຂອງນະຄອນ ຫລວງວຽງຈັນ. ຄຽງຄູ່ກັບການ ຂະຫຍາຍຕົວດັ່ງກ່າວ ມັນຍັງນໍາ ເອົາສິ່ງທ້າທາຍຫລາຍຢ່າງມາຄຽງ ຄູ່ກັນເປັນຕົ້ນການຕັ້ງຖິ່ນຖານທີ່ບໍ່ ເປັນທາງການ, ຄວາມຕ້ອງການທີ່ ຢູ່ອາໄສເພີ່ມຂຶ້ນ, ການບໍລິການຕົວ ເມືອງທີ່ບໍ່ຖ່ວງທັນກັບການເພີ່ມຂຶ້ນ ຂອງປະຊາກອນ ໂດຍສະເພາະນໍ້າ ປະປາ ແລະ ສຸຂາພິບານ, ການຄຸ້ມ ຄອງຂີ້ເຫຍື້ອ ແລະ ການຂົນສົ່ງ ສາທາລະນະ. ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ກໍໄດ້ຮຽກຮ້ອງ ໃຫ້ທຸກພາກສ່ວນທັງພາກລັດ, ພາກ ເອກະຊົນ, ອົງການຈັດຕັ້ງທາງ ສັງຄົມ, ຄູ່ຮ່ວມພັດທະນາ ແລະ ອົງ ການຈັດຕັ້ງສາກົນ ຈົ່ງຮ່ວມແຮງ ຮ່ວມໃຈກັນສ້າງ ແລະ ປັບປຸງຕົວ ເມືອງຂອງພວກເຮົາໃຫ້ເປັນຕົວ ເມືອງທີ່ໜ້າຢູ່, ສີຂຽວ, ທົນທານ, ຍືນຍົງ ແລະ ພ້ອມຮັບມືກັບການ ປ່ຽນແປງສະພາບດິນຟ້າອາກາດ ເພື່ອບັນລຸເປົ້າໝາຍການພັດທະນາ ແບບຍືນຍົງຂອງສະຫະປະຊາຊາດ ເປົ້າໝາຍທີ 11 ວ່າດ້ວຍ ຕົວເມືອງ ແລະ ຊຸມຊົນຍືນຍົງ. ການສ້າງ ຕົວເມືອງໃຫ້ຍືນຍົງບໍ່ພຽງແຕ່ເປັນ ພາລະກິດຂອງລັດຖະບານ ແຕ່ເປັນ ພາລະກິດ ແລະ ໜ້າທີ່ຂອງທຸກຄົນ ໃນສັງຄົນ ເພື່ອຮັກສາມໍລະດົກອັນ ດີໃຫ້ແກ່ລູກຫລານໃນອະນາຄົດ. ໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ກໍໄດ້ຍົກໃຫ້ເຫັນເຖິງຄວາມ ສຳຄັນຂອງເຂດຕົວເມືອງຕໍ່ກັບ ລະບົບເສດຖະກິດ ແລະ ສັງຄົມ, ຍົກໃຫ້ເຫັນເຖິງຄວາມພະຍາຍາມ ໃນການແກ້ໄຂບັນຫາຂອງຕົວ ເມືອງຮ່ວມກັບບັນດາພາກສ່ວນທີ່ ກ່ຽວຂ້ອງທັງພາຍໃນ ແລະ ສາກົນ ຊຶ່ງຄວາມພະຍາຍາມ ແລະ ຄຳ ໝັ້ນສັນຍາຂອງ ສປປ ລາວ ໂດຍ ສະເພາະແມ່ນກະຊວງໂຍທາທິການ ແລະ ຂົນສົ່ງ ໃນການແກ້ໄຂບັນຫາ ຂອງຕົວເມືອງແມ່ນໄດ້ສະແດງ ອອກໃນການເປັນໜຶ່ງໃນບັນດາ ປະເທດໃນຂົງເຂດອາຊີ-ປາຊີຟິກ ທີ່ໄດ້ລິເລີ່ມການລາຍງານຄວາມ ຄືບໜ້າຂອງການຈັດຕັ້ງວາລະໃໝ່ ສຳລັບການພັດທະນາຕົວເມືອງ ຫລື New Urban Agenda ແລະ ມີຈັດຕັ້ງກອງປະຊຸມເວທີຕົວເມືອງ ແຫ່ງຊາດຂອງຕົນເອງ. ໃນກອງປະຊຸມ, ຍັງໄດ້ຈັດວາງ ສະແດງຜົນງານ, ເຄື່ອງມື ແລະ ນະວັດຕະກຳຂອງບັນດາບໍລິສັດທີ່ ສຳຄັນທີ່ມີສ່ວນໃນການຂັບເຄື່ອນ ວຽກງານການສຳຫລວດ-ອອກ ແບບກໍ່ສ້າງພື້ນຖານໂຄງລ່າງ ແລະ ປັບປຸງສິ່ງແວດລ້ອມຕົວເມືອງ. ພ້ອມນີ້, ຍັງໄດ້ມີການນຳສະເໜີຫົວ ຂໍ້ຕ່າງໆຂອງພາກສ່ວນທີ່ກ່ຽວຂ້ອງ ແລະ ໄດ້ດຳເນີນການສົນທະນາ ແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັນ ຕື່ມອີກ. ພາບ: ຂັນໄຊ ຂປລ. ໃນວັນທີ 3 ຕຸລາ 2025, ທ່ານ ທອງສະລິດ ມັງໜໍ່ເມກ ລັດ ຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະເຂົ້າອວຍພອນ ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 31 ປີ( 7/11/19947/11/2025). ໃນໂອກາດນີ້, ທ່ານ ຫງວຽນ ມິງ ເຕິມ ໄດ້ຕາງໜ້າໃຫ້ຄະນະ ນໍາ ແລະ ພະນັກງານສະຖານທູດ ຫວຽດນາມ ປະຈໍາລາວ ອວຍພອນ ໄຊອັນປະເສີດເນື່ອງໃນໂອກາດ ວັນຄູແຫ່ງຊາດ ມາຍັງຄະນະພັກຄະນະນໍາ ກໍຄື ພະນັກງານກະຊວງ ສຶກສາທິການ ແລະ ກິລາ ທຸກທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມ ຜາສຸກ ແລະ ປະສົບຜົນສໍາເລັດໃນ ໜ້າທີ່ອັນມີກຽດສືບຕໍ່ພັດທະນາ ວຽກງານການສຶກສາ ແລະ ກິລາ ໃຫ້ມີການພັດທະນາຢ່າງເຂັ້ມແຂງ. ພ້ອມນີ້, ຍັງສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດທີ່ກະຊວງສຶກ ສາທິການ ແລະ ກິລາ ຍາດມາໄດ້ ໃນຕະຫລອດໄລຍະຜ່ານມາ. ໃນໂອກາດດຽວກັນ, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສະແດງ ຄວາມຍິນດີຕ້ອນຮັບອັນອົບອຸ່ນ, ຕີລາຄາສູງ ແລະ ສະແດງຄວາມ ຂອບໃຈຕໍ່ຄໍາອວຍພອນອັນປະເສີດ ໃນໂອກາດອັນສະຫງ່າລາສີນີ້ ຊຶ່ງ ເປັນການປະກອບສ່ວນຮັດແໜ້ນ ສາຍພົວພັນພິເສດອັນສະໜິດສະ ໜົມລະຫວ່າງສອງຊາດ ລາວຫວຽດນາມ ໃຫ້ໄດ້ຮັບການພັດທະ ນາຍິ່ງໆຂຶ້ນ ໂດຍສະເພາະແມ່ນ ການພົວພັນຮ່ວມມືດ້ານການສຶກສາ ຂອງສອງປະເທດ. ພ້ອມນີ້, ທ່ານ ທອງສະລິດ ມັງໜໍ່ເມກ ຍັງໄດ້ ອວຍພອນໃຫ້ສາຍພົວພັນມິດຕະ ພາບທີ່ຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມອ້າຍນ້ອງຈົ່ງໝັ້ນຄົງຂະໜົງ ແກ່ນຊົ່ວກາລະນານ. ຂ່າວ-ພາບ: ກິດຕາ ]a f4t,q o8u dt-;' lld 8h voIa [ m6 fs;Pfok, g0Q kv;prvo;a o76 csj '-kf ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງ ສສກ ( ຂວາ ) ໄພພິບັດຂັ້ນສູນກາງ, ມີທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ, ຮອງປະທານຜູ້ປະຈຳການ ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ, ພ້ອມດ້ວຍບັນດາ ທ່ານຮອງລັດຖະມົນຕີ, ຜູ້ຕາງໜ້າ ບັນດາກະຊວງ ແລະ ຂະແໜງການ ທີ່ກ່ຽວຂ້ອງຂັ້ນສູນກາງ ເຂົ້າຮ່ວມ. ໃນໂອກາດນີ້, ຜູ້ເຂົ້າຮ່ວມກອງ ປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບຜົນການເກັບກຳຂໍ້ມູນຜົນ ກະທົບ ແລະ ຜົນເສຍຫາຍຈາກພາ ຍຸບົວລອຍ ຈາກຜູ້ຕາງໜ້າຄະນະ ກຳມະການຄຸ້ມຄອງໄພພິບັດຂັ້ນ ສູນກາງ ວ່າ: ໄພພິບັດນໍ້າຖ້ວມ ທີ່ເກີດຂຶ້ນໃນລະຫວ່າງວັນທີ 29 ກັນຍາ ຫາ ວັນທີ 4 ຕຸລາ 2025 ຈາກພາຍຸບົວລອຍ ພັດຜ່ານ ສປປ ລາວ ເຮັດໃຫ້ເກີດມີຝົນຕົກ, ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນເຮັດໃຫ້ ປະລິມານນໍ້າຝົນຫລາຍໃນບັນດາ ສາຍນໍ້າຕ່າງໆ ເກີດມີສະພາບນໍ້າ ຖ້ວມ ຢູ່ 10 ແຂວງ ຄື: ຫົວພັນ, ບໍ ລິຄຳໄຊ, ໄຊສົມບູນ, ວຽງຈັນ, ຊຽງ ຂວາງ, ນະຄອນຫລວງວຽງຈັນ, ໄຊຍະບູລີ, ສະຫວັນນະເຂດ, ຈຳ ປາສັກ ແລະ ແຂວງອັດຕະປື ຊຶ່ງ ໄດ້ສົ່ງຜົນກະທົບຕໍ່ 34 ເມືອງ, 131 ບ້ານ, 632 ຄົວເຮືອນ, 3.118 ຄອບຄົວ, 17.202 ຄົນ, ຍິງ 7.020 ຄົນ, ມີຜູ້ເສຍຊີວິດ 4 ຄົນ (ຢູ່ແຂວງບໍລິຄໍາໄຊ, ໄຊສົມບູນ, ສະຫວັນນະເຂດ ແລະ ແຂວງຫົວ ພັນ ແຂວງລະ 1 ຄົນ), ສູນຫາຍ 4 ຄົນ (ຊຽງຂວາງ 2 ຄົນ, ຫົວ ພັນ 1 ຄົນ ແລະ ນະຄອນຫລວງ 1 ຄົນ). ຫລັງຈາກນັ້ນ, ຜູ້ເຂົ້າຮ່ວມ ກອງປະຊຸມໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ດ້ວຍຄວາມ ຮັບຜິດຊອບສູງ. ໃນໂອກາດນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ມີ ຄຳເຫັນໂອ້ລົ້ມຕໍ່ກອງປະຊຸມ, ພ້ອມ ທັງເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕໍ່ບາງວຽກງານສຳຄັນ ເປັນຕົ້ນໃຫ້ສືບຕໍ່ເອົາໃຈໃສ່ຕິດຕາມ ສະພາບອາກາດ ໂດຍສະເພາະ ພາຍຸຫົວໃໝ່ທີ່ຈະພັດຜ່ານເຂົ້າມາ ໃໝ່ ເພື່ອຮັບປະກັນການກະກຽມ ຄວາມພ້ອມຮັບມືດ້ານຕ່າງໆ ຊຶ່ງ ຕ້ອງມີລະບົບການແຈ້ງເຕືອນໄພ ລ່ວງໜ້າຢ່າງວ່ອງໄວທັນການ. ໃນນັ້ນ ສຳຄັນຕ້ອງເປັນເຈົ້າການ ແຈ້ງເຕືອນເຖິງປະຊາຊົນບັນດາ ເຜົ່າໃນພື້ນທີ່ທີ່ມີຄວາມສ່ຽງໃຫ້ ທົ່ວເຖິງ ແລະ ວ່ອງໄວ ເພື່ອກຽມ ພ້ອມຮັບມືກັບໄພພິບັດທີ່ອາດ ເກີດຂຶ້ນໃນຕໍ່ໜ້າຢ່າງທັນການ; ໃຫ້ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ກໍຄື ກອງເລຂາ ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ: ຮີບຮ້ອນປັບປຸງບົດ ລາຍງານການປະເມີນຜົນເສຍຫາຍ ຈາກພາຍຸວຸທິບ, ພະຍຸວິພາ ແລະ ຄວາມຕ້ອງການໃນການແກ້ໄຂ ສຸກເສີນ ແລະ ການຟື້ນຟູໄລຍະ ຍາວທີ່ໄດ້ລາຍງານລັດຖະບານ ແລ້ວ, ມາຮອດປັດຈຸບັນມີຄວາມ ຄືບໜ້າຄືແນວໃດ ເພື່ອຈະໄດ້ສະເໜີ ລັດຖະບານພິຈາລະນາແກ້ໄຂຕາມ ລະບຽບການ; ປະສານສົມທົບ ຢ່າງໃກ້ຊິດກັບຄະນະກໍາມະການ ຄຸ້ມຄອງໄພພິບັດບັນດາແຂວງໃນ ການເກັບຂໍ້ມູນຜົນກະທົບ ແລະ ຄວາມຕ້ອງການໃນການຟື້ນຟູແຕ່ ລະໄລຍະທີ່ກະທົບຈາກພາຍຸບົວ ລອຍ, ຫາກພົບຄວາມຫຍຸ້ງຍາກ ໃນວຽກດັ່ງກ່າວ ໃຫ້ພິຈາລະນາ ແຕ່ງຕັ້ງທີມງານປະເມີນຜົນກະ ທົບ; ປະສານສົມທົບຕິດຕາມ ຢ່າງໃກ້ຊິດກັບບັນດາແຂວງ ເພື່ອ ກະກຽມຄວາມພ້ອມດ້ານຕ່າງໆ ຕໍ່ການປ້ອງກັນ ແລະ ຮັບມືກັບສະ ພາບໄພພິບັດທີ່ອາດຈະເກີດຂຶ້ນ ຈາກສະພາບດິນຟ້າອາກາດທີ່ຍັງ ບໍ່ທັນປົກກະຕິຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

RkJQdWJsaXNoZXIy MTc3MTYxMQ==