7131.1

3I'IPos]kpcsj '.o0v[g0fmqj ;xtgmf lts]v';a o76 csj '-kf 7q [Iv[ 31 xu ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 07.10.2025 ປີທີ 24 ສະບັບທີ 6.285ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q ,g-u p;a o76 csj '-kf 7 85 ]k 7q [Iv[ 31 xu 1j k'l5 f.9K  ອ່ານຕໍ່ໜ້າ 3່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ dkom6 f,u [q f[kfle7a o .odkog-nj v,3p'dkorq ;ra ofh ko8j k'M ,l ;P'9a o 9a fs]kpdy f9tde 8h voIa [;a o76 csj '-kf  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ mk[mk,[5 d7t]kdvog0Q k.o7tot[= ]y sko'kora d c0;'sq ;ra o ltw\mu XI Iv[mu 3 w0dv'xt-5 ,.spj z6h cmovq '7totra d c0;'[+ cdh ; 7A 'mu VII ອາຈານ ມະນີວອນ ພະໄຊຍະວົງ ສະຫາຍ ສະເຫລີມໄຊ ກົມມະສິດ ທ່ານ ສົມສະຫວາດ ເລັ່ງສະຫວັດ Iv'okpq d]a f4t,q o8u -U oedv'xt-5 , xb dlksk]n ;Pd'ko75h ,7v'wrry [a f dv'xt-5 ,g;mu 8q ;g,n v'csj '-kf 7A 'mu 4 c]dxj Po7;k,I6h dkora fmtok8q ;g,n v' Iv'xtmkoxtgmf 8h voIa [m6 fly 'dt3x ve]k  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ການທູດແມ່ນປ້ອມດ່ານ ໜ້າທີ່ນັກການທູດຕ້ອງຈື່ໄວ້ວ່າ ການທູດແມ່ນການປ້ອງກັນຊາດ ດ່ານທຳອິດຂອງສະໜາມຮົບທີ່ ບໍ່ມີສຽງປືນ. ການທູດມີບົດບາດ ສໍາຄັນໃນການປູທາງ ຫລື ການ ເຊື່ອມໂຍງໃຫ້ແກ່ການພົວພັນ ທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ, ຖ້າ ວຽກງານການທູດມີຄວາມຮັກ ແພງເຊື່ອໝັ້ນເຊິ່ງກັນ ແລະ ກັນ ກໍ ສາມາດເຮັດໃຫ້ການພົວພັນໃນຂອບ ການຮ່ວມມືອື່ນໆມີຄວາມໂລ່ງລ່ຽນ ສະດວກສະບາຍ. ທ່ານສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ໄດ້ ຂປລ. ໃນວັນທີ 6 ຕຸລາ 2025 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງ ປະທານປະເທດ ໄດ້ຕ້ອນຮັບການ ຂປລ. ກອງປະຊຸມທາບທາມບຸກ ຄະລາກອນເຂົ້າສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານພັກແຂວງ ຫົວພັນ ສະໄໝທີ XI (ຮອບທີ 3) ຈັດຂຶ້ນໃນວັນທີ 3 ຕຸລາ 2025 ຜ່ານ ມາຢູ່ແຂວງຫົວພັນ ໂດຍການເປັນ ປະທານຂອງສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດ ຖະມົນຕີ, ຜູ້ຊີ້ນຳວຽກງານຮອບ ດ້ານແຂວງຫົວພັນ, ມີສະຫາຍ ຄຳແພງ ໄຊສົມແພງ ກຳມະການ ສູນກາງພັກ, ເລຂາພັກແຂວງ, ເຈົ້າ ຂປລ. ຄະນະກໍາມະການຄຸ້ມ ຄອງໄພພິບັດຂັ້ນສູນກາງ ຈັດກອງ ປະຊຸມເພື່ອປຶກສາຫາລືການແກ້ໄຂ ຜົນກະທົບຈາກໄພນ້ຳຖ້ວມທີ່ເກີດ ຈາກພາຍຸບົວລອຍ ແລະ ການ ກະກຽມຄວາມພ້ອມຮັບມືກັບລົມ ພາຍຸແມັດໂມ ທີ່ຈະພັດຜ່ານເຂົ້າສູ່ ສປປ ລາວ ໃນວັນທີ 6 ຕຸລາ 2025 ໂດຍການເປັນປະທານຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ປະ ທານຄະນະກຳມະການຄຸ້ມຄອງ ຂປລ. ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນ ຂັ້ນສູງຂອງ ສປປ ລາວ ໄດ້ເດີນ ທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນຫລວງວໍຊິງຕັນ ດີຊີ, ສ ອາເມລິກາ ເພື່ອເສີມຂະຫຍາຍ ການພົວພັນ ແລະ ຮ່ວມມືດ້ານເສດ ຖະກິດ ແລະ ການຄ້າລະຫວ່າງ ສອງປະເທດ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ສປປ ລາວ ໄດ້ພົບ ປະກັບທ່ານ ເຈມີຊັນ ເກຣຍ (Jamieson Greer) ຜູ້ຕາງໜ້າ ດ້ານການຄ້າຂອງປະທານາທິບໍດີ ສ ອາ ເ ມລິກາ ເ ພື່ອຊຸກຍູ້ຂະ ບວນການເຈລະຈາດ້ານການຄ້າ ແລະ ການຫລຸດຜ່ອນອັດຕາພາສີ ພາຍຫລັງທີ່ຄະນະເຈລະຈາຂອງ ທັງສອງຝ່າຍໄດ້ເຮັດວຽກຮ່ວມກັນ ຢ່າງເອົາໃຈໃສ່ໃນໄລຍະຜ່ານມາ. ໃນການພົບປະດັ່ງກ່າວ ທັງສອງ ຝ່າຍໄດ້ແລກປ່ຽນຄໍາຄິດເຫັນຢ່າງ ກົງໄປກົງມາ ເພື່ອສຸມໃສ່ຊອກຫາ ວິທີທາງເພື່ອແກ້ໄຂບັນຫາທີ່ຍັງຄົງ ຄ້າງ ຊຶ່ງທ່ານນາຍົກລັດຖະມົນຕີ ຂປລ. ເນື່ອງໃນໂອກາດວັນຄູ ແຫ່ງຊາດ (7 ຕຸລາ 1994 ຫາ 7 ຕຸລາ 2025 ) ຄົບຮອບ 31 ປີ ທີ່ ໄດ້ໝູນວຽນມາຮອດອີກວາລະໜຶ່ງ ບັນດາໂຮງຮຽນຕ່າງໆ ກໍໄດ້ຈັດ ກິດຈະກໍາຕ່າງໆ ເພື່ອຕ້ອນຮັບ ວັນສໍາຄັນດັ່ງກ່າວ ເຊັ່ນດຽວກັບ ໂຮງຮຽນ ມສ ວຽງຈັນ ໄດ້ຈັດ ຫລາຍກິດຈະກໍາ ເພື່ອຂໍ່ານັບຮັບຕ້ອນ ວັນຄູແຫ່ງຊາດ ເປັນຕົ້ນ: ກິດຈະ ກໍາເຕະບານລະຫວ່າງຄູກັບສິດເກົ່າ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີີ ( ຜູ້ທີ 4 ນັບຈາກຂວາຫາຊ້າຍ ) ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ ( ຜູ້ທີ 3 ນັບຈາກຂວາຫາຊ້າຍ )  ອ່ານຕໍ່ໜ້າ 4່ າໍ່ ໜ້າ oeltg|u 2 ;y fu 3vczo37ltokdkolb dlk7A 'mevy f  ອ່ານຕໍ່ໜ້າ 4່ າໍ່ ໜ້າ ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດ ສະເຫລີມສະຫລອງຄົບຮອບ 80 ປີ ວັນການທູດລາວ ເມື່ອບໍ່ດົນມາ ນີ້ວ່າ: ການທູດມີບົດບາດໃນການ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ lxx ]k; c]t l vkg,]y dk 9tln [8cdh w0[a oskmu j pa '7q '7h k'Ij ;,da o +

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 07/10/2025 xtgmf]k; ຮອງປະທານປະເທດ... ກອງປະຊຸມເວທີ...ຸີ ຮອງນາຍົກລັດຖະມົນຕີ ຊີ້ນຳ...ົັົີີ້ ສປປ ລາວ... ຂປລ. ກອງປະຊຸມເວທີຕົວ ເມືອງແຫ່ງຊາດ ຄັ້ງທີ 4 ພາຍໃຕ້ ສປປ ລາວ ໄດ້ແຈ້ງໃຫ້ຝ່າຍອາ ເມລິກາ ຊາບກ່ຽວກັບເຈດຈໍານົງ ຂອງລັດຖະບານລາວ ເພື່ອສືບຕໍ່ ເສີມຂະຫຍາຍການພົວພັນ ແລະ ການຮ່ວມມືທີ່ດີດ້ານເສດຖະກິດ ແລະ ການຄ້າລະຫວ່າງສອງປະ ເທດບົນພື້ນຖານຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດຮ່ວມກັນ. ສປປ ລາວ ໃນຖານະເປັນປະເທດ ນ້ອຍ, ບໍ່ມີຊາຍແດນຕິດກັບທະເລ ທັງພວມສ້າງທຸກເງື່ອນໄຂທີ່ເອື້ອ ອໍານວຍໃຫ້ແກ່ການກຽມພ້ອມ ຫລຸດພົ້ນອອກຈາກສະຖານະພາບ ດ້ວຍພັດທະນາໃນອະນາຄົດໄດ້ໃຫ້ ຄວາມສໍາຄັນເປັນພິເສດແກ່ການ ຮ່ວມມືດ້ານການຄ້າ ແລະ ການ ລົງທຶນກັບທຸກປະເທດ. ໃນໄລຍະ ຜ່ານມາລັດຖະບານ ສປປ ລາວ ໄດ້ເອົາໃຈໃສ່ຍົກສູງການຮ່ວມມື ກັບລັດຖະບານ ສ ອາເມລິກາ ໃນ ການຄົ້ນຫາຜູ້ທີ່ສູນຫາຍຈາກປາງ ສົງຄາມ (MIA), ການແກ້ໄຂ ບັນຫາລະເບີດບໍ່ທັນແຕກຕົກຄ້າງ (UXO) ແລະ ການຈັດສົ່ງຄົນ ເຊື້ອຊາດລາວກັບຄືນປະເທດ ແລະ ອື່ນໆ. ປີ 2025 ນີ້, ຍັງເປັນປີທີ່ມີ ຄວາມໝາຍສໍາຄັນເພື່ອສະເຫລີມ ສະຫລອງ 70 ປີ ຂອງການສ້າງຕັ້ງ ສາຍພົວພົວພັນການທູດລະຫວ່າງ ສປປ ລາວ ແລະ ສ ອາເມລິກາ. ໃນປີ 2026 ທີ່ຈະມາເຖິງນີ້, ສອງ ປະເທດຈະຮ່ວມກັນສະເຫລີມສະ ຫ ລອງ ຄົບຮອບ 10 ປີ ຂອງການເປັນ ຄູ່ຮ່ວມມືແບບກວມລວມ. ໃນການ ພົບປະ, ທ່ານນາຍົກລັດຖະມົນຕີ ສປປ ລາວ ໄດ້ຊີ້ແຈງອະທິບາຍ ກ່ຽວກັບບັນຫາຕ່າງໆທີ່ຝ່າຍອາເມ ລິກາ ມີຄວາມສົນໃຈ ໂດຍສະເພາະ ຂະບວນການເຈລະຈາດ້ານການ ຄ້າລະຫວ່າງຄະນະວິຊາການຂອງ ສອງປະເທດໄດ້ດໍາເນີນຮ່ວມກັນ, ພ້ອມທັງໄດ້ສະເໜີບາງມາດຕະ ການທີ່ລັດຖະບານ ສປປ ລາວ ພວມ ດໍາເນີນການ, ຄວາມກຽມພ້ອມ ໃນການຍົກເວັ້ນອັດຕາພາສີນໍາ ເຂົ້າຕໍ່ສິນຄ້າຈາກອາເມລິກາ ມາ ຍັງ ສປປ ລາວ ແລະ ການສືບຕໍ່ ປັບປຸງມາດຕະການກີດຂວາງທີ່ບໍ່ ແມ່ນພາສີ, ການອໍານວຍຄວາມ ສະດວກດ້ານການຄ້າ ແລະ ເພີ່ມ ທະວີການສົ່ງເສີມ ແລະ ນໍາໃຊ້ ຜະລິດຕະພັນທີ່ຜະລິດຢູ່ພາຍໃນ ປະເທດໃຫ້ຫລາຍຂຶ້ນ. ຜູ້ຕາງຫນ້າ ດ້ານການຄ້າຂອງປະທານາທິບໍດີ ສ ອາເມລິກາ ໄດ້ສະແດງຄວາມ ເພິ່ງພໍໃຈ ແລະ ຕີລາຄາສູງຕໍ່ການ ເດີນທາງມາພົບປະແລກປ່ຽນຂໍ້ມູນ ຢ່າງກົງໄປກົງມາດ້ວຍຕົນເອງຂອງ ທ່ານນາຍົກລັດຖະມົນຕີ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານ ຊູ ເ ດສ ມາ ເ ນຍ (Sudesh Maniar) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດສິງກະໂປ ປະ ຈໍາ ສປປ ລາວ ໃນໂອກາດສໍາ ເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ດ້ສະແດງຄວາມ ຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາ ສູງຕໍ່ຜົນສຳເລັດໃນການປະຕິບັດ ໜ້າທີ່ທາງການທູດຂອງທ່ານ ຊູ ເດສ ມາເນຍ ຊຶ່ງເປັນການປະກອບ ສ່ວນເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບທີ່ມີມາແຕ່ດົນນານແລ້ວ ນັ້ນໃຫ້ນັບມື້ນັບດີຂຶ້ນ, ລັດຖະບານ ກໍຄື ປະຊາຊົນລາວ ຕີລາຄາສູງຕໍ່ ການປະຕິບັດໜ້າທີ່ຂອງທ່ານທູດ ໄລຍະຜ່ານມາ, ທ່ານແມ່ນນັກການ ທູດຜູ້ທີ່ມີຄວາມຫ້າວຫັນໃນການສືບ ຕໍ່ເສີມສ້າງສາຍພົວພັນມິດຕະພາບ ໃນການຮ່ວມມືທີ່ເປັນມູນເຊື້ອມາ ແຕ່ດົນນານລະຫວ່າງສອງປະເທດ ລາວ-ສິງກະໂປ, ສິງກະໂປ-ລາວ ກໍຄື ປະຊາຊົນສອງຊາດ ລາວສິງກະໂປ ຍາມໃດກໍໃຫ້ການອຸ້ມ ຊູ-ຊ່ວຍເຫລືອລັດຖະບານລາວ ກໍຄື ປະຊາຊົນລາວ ສະເໝີມາ ໂດຍ ສະເພາະແມ່ນດ້ານການເມືອງ, ດ້ານການຄ້າ ແລະ ການລົງທຶນ, ດ້ານວັດທະນະທໍາ-ສັງຄົມ, ດ້ານ ວຽກງານ ປກຊ-ປກສ, ດ້ານການ ສຶກສາ ແລະ ດ້ານການພັດທະນາ ຊັບພະຍາກອນມະນຸດ, ດ້ານການ ທ່ອງທ່ຽວ ແລະ ໃນໄລຍະທ່ານທູດ ປະຕິບັດໜ້າທີ່ຢູ່ ສປປ ລາວ ສະແດງ ອອກຄື: ການຊ່ວຍເຫລືອ ສປປ ລາວ ເປັນປະທານກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ 44-45 ໃນປີ 2024, ສິງກະໂປ ໄດ້ໃຫ້ການຊ່ວຍ ເຫລືອຕູ້ແປພາສາ ພ້ອມດ້ວຍລະບົບ ແປ, ໄມ ແລະ ຫູຟັງສໍາລັບກອງ ປະຊຸມລັດຖະມົນຕີຕ່າງປະເທດອາ ຊຽນ ຄັ້ງທີ 57 ໃນເດືອນກໍລະກົດ 2024 ແລະ ກອງປະຊຸມສຸດຍອດ ອາຊຽນ ຄັ້ງ ທີ 44 ແລະ 45 ໃນ ເດືອນຕຸລາ 2024 ຊຶ່ງລວມມູນຄ່າ ປະມານ 550.000 ໂດລາສະຫະ ລັດ, ການຊ່ວຍເຫລືອ ສປປ ລາວ ໄລຍະໄພພິບັດນໍ້າຖ້ວມໃນເດືອນ ກັນຍາ 2024 ຈາກຜົນກະທົບຂອງ ພາຍຸ Yagi, ລັດຖະບານສິງກະ ໂປ ໄດ້ໃຫ້ການຊ່ວຍເຫລືອເຄື່ອງ ບັນເທົ່າທຸກໄພພິບັດນໍ້າຖ້ວມໃຫ້ ແກ່ລັດຖະບານລາວ ເພື່ອນໍາໃຊ້ ເຂົ້າໃນການບັນເທົາທຸກຢູ່ບັນດາ ແຂວງຕ່າງໆທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້ ຊຶ່ງ ປະກອບມີ: ຜ້າຄົມ 180 ຜືນ, ອາ ຫານສຳເລັດຮູບ 600 ກ່ອງ ແລະ ນ້ຳດື່ມແຮ່ທາດ 480 ແພັກ ລວມ ມູນຄ່າທັງໝົດ 7.877 ໂດລາສະ ຫະລັດ ແລະ ວຽກງານອື່ນໆ. ຈາກນັ້ນ, ທ່ານ ຊູເດສ ມາເນຍ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ນາງ ປານີ ຢາທໍ່ຕູ້ ທີ່ໄດ້ໃຫ້ ການຕ້ອນຮັບໃນຄັ້ງນີ້, ພ້ອມທັງ ໄດ້ສະແດງຄວາມຂອບໃຈຕໍ່ການ ໃຫ້ຄວາມຮ່ວມມື, ຊ່ວຍເຫລືອໃນ ການມາປະຕິບັດໜ້າທີ່ການເປັນທູດ ຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ. ໂອກາດດຽວກັນ, ທ່ານ ນາງ ປານີ ຢາທໍ່ຕູ້ ກໍໄດ້ອວຍໄຊໃຫ້ພອນ ອັນປະເສີດແດ່ ຊູເດສ ມາເນຍ ຈົ່ງ ມີສຸຂະພາບແຂງແຮງ, ມີຄວາມຜາ ສຸກໃນຊີວິດສ່ວນຕົວ, ຄອບຄົວ ແລະ ໜ້າທີ່ການງານໃໝ່ຂອງທ່ານ, ຂໍໃຫ້ ທ່ານເດີນທາງກັບຄືນປະເທດດ້ວຍ ຄວາມສະຫວັດດີພາບ. ໃນວັນດຽວກັນ, ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າ ການສໍານັກງານປະທານປະເທດ ກໍ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາ ລາຂອງທ່ານທູດສິງກະໂປ ເຊັ່ນກັນ. ຂ່າວ: ສົມຫວັງ; ພາບ: ອ່າຍຄໍາ ທີ່ຈະເປັນປະໂຫຍດຍິ່ງ ແລະ ຈະ ນໍາເອົາຜົນຂອງການພົບປະ ແລະ ປຶກສາຫາລືໃນຄັ້ງນີ້ ໄປລາຍງານ ຕໍ່ທ່ານປະທານາທິບໍດີ ສ ອາເມລິ ກາ ເພື່ອພິຈາລະນາກ່ຽວກັບການ ຜ່ອນຜັນດ້ານອັດຕາພາສີແກ່ ສປປ ລາວ ແລະ ຊຸກຍູ້ການຮ່ວມມືດ້ານ ເສດຖະກິດໃນຕໍ່ໜ້າ. ໃນການເຄື່ອນໄຫວ ແລະ ເຮັດ ວຽກຢູ່ນະຄອນຫລວງວໍຊິງຕັນ ດີຊີ ໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ເຂົ້າຮ່ວມພົບປະກັບພາກທຸ ລະກິດ ອາເມລິກາ-ລາວ ຊຶ່ງເປັນ ເວທີທີ່ມີຄວາມສຳຄັນ ເພື່ອສົ່ງເສີມ ການຮ່ວມມືລະຫວ່າງພາກທຸລະກິດ ຂອງທັງສອງຝ່າຍ. ຄະນະຜູ້ແທນ ສປປ ລາວ ໄດ້ຖືໂອກາດນີ້ ໃຫ້ຂໍ້ມູນ ລະອຽດກ່ຽວກັບນະໂຍບາຍເພື່ອ ການສົ່ງເສີມດ້ານການຄ້າ ແລະ ການລົງທຶນ, ລວມທັງທ່າແຮງບົ່ມ ຊ້ອນໃນແຕ່ລະດ້ານຂອງ ສປປ ລາວ ແລະ ໃຫ້ຄວາມກະຈ່າງແຈ້ງ ຕໍ່ຂໍ້ສົນໃຈຂອງບັນດາບໍລິສັດ ແລະ ນັກລົງທຶນອາເມລິກາ ຈໍານວນ ໜຶ່ງ. ທ່ານນາຍົກລັດຖະມົນຕີ ສປປ ລາວ ໄດ້ເຊີນຊວນໃຫ້ບັນດານັກ ທຸລະກິດ ແລະ ນັກລົງທຶນຈາກອາ ເມລິກາ ໄປສຶກສາເບິ່ງທ່າແຮງ ຕົວຈິງ ແລະ ຄວາມເປັນໄປໄດ້ໃນ ການລົງທຶນຢູ່ ສປປ ລາວ ລວມທັງ ດ້ານນະໂຍບາຍ, ກົດໝາຍ ແລະ ລະ ບຽບການຕ່າງໆແນໃສ່ເພື່ອເອື້ອອໍາ ນວຍຄວາມສະດວກໃຫ້ແກ່ການລົງ ທຶນຂອງຕ່າງປະເທດ. ໃນໂອກາດເຄື່ອນໄຫວ ແລະ ເຮັດວຽກຢູ່ວໍຊິງຕັນ ດີຊີ ໃນຄັ້ງ ນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ ພົບປະກັບຄະນະທີ່ປຶກສາຂອງອົງ ການ Legacies of War ຊຶ່ງເປັນ ອົງການຈັດຕັ້ງບໍ່ສັງກັດລັດຖະບານ ຂອງອາເມລິກາ ທີ່ຜ່ານມາໄດ້ ເຄື່ອນໄຫວເພື່ອຊຸກຍູ້ ແລະ ລະດົມ ການຊ່ວຍເຫລືອເຂົ້າໃນວຽກງານ ແກ້ໄຂບັນຫາລະເບີດບໍ່ທັນແຕກ ຕົກຄ້າງໃນປາງສົງຄາມຢູ່ ສປປ ລາວ. ທ່ານນາຍົກລັດຖະມົນຕີ ໄດ້ສະເເດງຄວາມຂອບໃຈຕໍ່ອົງ ການ Legacies of War ທີ່ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ ເພື່ອ ໂຄສະນາກ່ຽວກັບຜົນຮ້າຍຂອງລະ ເບີດບໍ່ທັນແຕກຕົກຄ້າງໃນປາງ ສົງຄາມ ແລະ ຊຸກຍູ້ໃຫ້ອົງການດັ່ງ ກ່າວສືບຕໍ່ເຜີຍແຜ່ຜົນກະທົບ ແລະ ລະດົມການຊ່ວຍເຫລືອເຂົ້າໃນວຽກ ງານດັ່ງກ່າວ ຊຶ່ງຍັງເປັນອຸປະສັກ ກີດຂວາງການພັດທະນາເສດຖະ ກິດ-ສັງຄົມຢູ່ ສປປ ລາວ. ການຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ຢູ່ນະຄອນຫລວງ ວໍຊິງຕັນ ດີຊີ ໃນຄັ້ງນີ້ ແມ່ນເປັນຂີດ ໝາຍສຳຄັນໃນການເສີມຂະຫຍາຍ ຄວາມເຂົ້າໃຈ ແລະ ການພົວພັນ ຮ່ວມມືສອງຝ່າຍລະຫວ່າງ ສປປ ລາວ ແລະ ສ ອາເມລິກາ ເພື່ອສືບ ຕໍ່ແກ້ໄຂບັນຫາຕ່າງໆທີ່ຍັງຄົງຄ້າງ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບ ຜົນປະໂຫຍດ ແລະ ສອດຄ່ອງກັບ ຂອບການຮ່ວມມືແບບກວມລວມ ທີ່ລັດຖະບານສອງປະເທດ ໄດ້ລົງ ນາມຮ່ວມກັນໃນປີ 2016. ຄຳຂວັນ: “ການຕອບໂຕ້ວິກິດ ໃນຕົວເມືອງ” ຈັດຂຶ້ນໃນວັນທີ 6 ຕຸລາ 2025 ຢູ່ນະຄອນຫລວງ ວຽງຈັນ ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາ ຍົກລັດຖະມົນຕີ, ມີທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາ ທິການ ແລະ ຂົນສົ່ງ, ຜູ້ຕາງໜ້າ ຈາກອົງການຈັດຕັ້ງພາກລັດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ໃນທົ່ວປະເທດເຂົ້າຮ່ວມ ຊຶ່ງຈຸດ ປະສົງຫລັກຂອງກອງປະຊຸມແມ່ນ ເປັນເວທີໃນການແລກປ່ຽນຄວາມ ຮູ້, ຄວາມຄິດເຫັນຈາກຜູ້ທີ່ມີສ່ວນ ກ່ຽວຂ້ອງ ແລະ ສ້າງຄວາມຮ່ວມມື ກັນທຸກຝ່າຍ ເພື່ອສະແດງຄວາມ ມຸ່ງໝັ້ນຮ່ວມກັນໃນການພັດທະນາ ຕົວເມືອງຂອງ ສປປ ລາວ ໂດຍ ການສ້າງຕົວເມືອງ ແລະ ການຕັ້ງ ຖິ່ນຖານແບບມີສ່ວນຮ່ວມ, ປອດ ໄພ, ໝັ້ນຄົງ ແລະ ຍືນຍົງ. ໃນກອງປະຊຸມ, ທ່ານນາຍົກ ລັດຖະມົນຕີ ໄດ້ຕີລາຄາສູງໃນ ການຈັດກອງປະຊຸມເວທີຕົວເມືອງ ແຫ່ງຊາດ ຄັ້ງທີ 4 ຊຶ່ງເປັນເວທີໃຫ້ ພາກສ່ວນຕ່າງໆໄດ້ມາປຶກສາຫາລື ແລະ ສະທ້ອນໃຫ້ເຫັນເຖິງສະພາບ ການພັດທະນາ ແລະ ຂະຫຍາຍຕົວ ຂອງຕົວເມືອງໃນ ສປປ ລາວ ທີ່ມີ ອັດຕາການຫັນເປັນຕົວເມືອງທີ່ສູງ ໂດຍສະເພາະແມ່ນເກີດຂຶ້ນຢູ່ໃນ ບັນດາຕົວເມືອງ ອັນດັບ 1 ແລະ ອັນດັບ 2 ຂອງ ສປປ ລາວ ກໍຄື ນະຄອນຫລວງວຽງຈັນ, ຫລວງ ພະບາງ, ຄໍາມ່ວນ, ສະຫວັນນະ ເຂດ ແລະ ຈໍາປາສັກ. ຕາມລໍາດັບ. ສະເພາະຢູ່ນະຄອນຫລວງວຽງຈັນ ທີ່ເປັນໃຈກາງທາງດ້ານການ ເມືອງ-ການປົກຄອງ, ເສດຖະກິດ ແລະ ວັດທະນະທໍາໄດ້ສືບຕໍ່ຂະ ຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະ ການພັດທະນາພື້ນຖານໂຄງລ່າງ, ການຄ້າ-ການບໍລິການ ແລະ ການ ຫັນເປັນທັນສະໄໝຂອງນະຄອນ ຫລວງວຽງຈັນ. ຄຽງຄູ່ກັບການ ຂະຫຍາຍຕົວດັ່ງກ່າວ ມັນຍັງນໍາ ເອົາສິ່ງທ້າທາຍຫລາຍຢ່າງມາຄຽງ ຄູ່ກັນເປັນຕົ້ນການຕັ້ງຖິ່ນຖານທີ່ບໍ່ ເປັນທາງການ, ຄວາມຕ້ອງການທີ່ ຢູ່ອາໄສເພີ່ມຂຶ້ນ, ການບໍລິການຕົວ ເມືອງທີ່ບໍ່ຖ່ວງທັນກັບການເພີ່ມຂຶ້ນ ຂອງປະຊາກອນ ໂດຍສະເພາະນໍ້າ ປະປາ ແລະ ສຸຂາພິບານ, ການຄຸ້ມ ຄອງຂີ້ເຫຍື້ອ ແລະ ການຂົນສົ່ງ ສາທາລະນະ. ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ກໍໄດ້ຮຽກຮ້ອງ ໃຫ້ທຸກພາກສ່ວນທັງພາກລັດ, ພາກ ເອກະຊົນ, ອົງການຈັດຕັ້ງທາງ ສັງຄົມ, ຄູ່ຮ່ວມພັດທະນາ ແລະ ອົງ ການຈັດຕັ້ງສາກົນ ຈົ່ງຮ່ວມແຮງ ຮ່ວມໃຈກັນສ້າງ ແລະ ປັບປຸງຕົວ ເມືອງຂອງພວກເຮົາໃຫ້ເປັນຕົວ ເມືອງທີ່ໜ້າຢູ່, ສີຂຽວ, ທົນທານ, ຍືນຍົງ ແລະ ພ້ອມຮັບມືກັບການ ປ່ຽນແປງສະພາບດິນຟ້າອາກາດ ເພື່ອບັນລຸເປົ້າໝາຍການພັດທະນາ ແບບຍືນຍົງຂອງສະຫະປະຊາຊາດ ເປົ້າໝາຍທີ 11 ວ່າດ້ວຍ ຕົວເມືອງ ແລະ ຊຸມຊົນຍືນຍົງ. ການສ້າງ ຕົວເມືອງໃຫ້ຍືນຍົງບໍ່ພຽງແຕ່ເປັນ ພາລະກິດຂອງລັດຖະບານ ແຕ່ເປັນ ພາລະກິດ ແລະ ໜ້າທີ່ຂອງທຸກຄົນ ໃນສັງຄົນ ເພື່ອຮັກສາມໍລະດົກອັນ ດີໃຫ້ແກ່ລູກຫລານໃນອະນາຄົດ. ໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ກໍໄດ້ຍົກໃຫ້ເຫັນເຖິງຄວາມ ສຳຄັນຂອງເຂດຕົວເມືອງຕໍ່ກັບ ລະບົບເສດຖະກິດ ແລະ ສັງຄົມ, ຍົກໃຫ້ເຫັນເຖິງຄວາມພະຍາຍາມ ໃນການແກ້ໄຂບັນຫາຂອງຕົວ ເມືອງຮ່ວມກັບບັນດາພາກສ່ວນທີ່ ກ່ຽວຂ້ອງທັງພາຍໃນ ແລະ ສາກົນ ຊຶ່ງຄວາມພະຍາຍາມ ແລະ ຄຳ ໝັ້ນສັນຍາຂອງ ສປປ ລາວ ໂດຍ ສະເພາະແມ່ນກະຊວງໂຍທາທິການ ແລະ ຂົນສົ່ງ ໃນການແກ້ໄຂບັນຫາ ຂອງຕົວເມືອງແມ່ນໄດ້ສະແດງ ອອກໃນການເປັນໜຶ່ງໃນບັນດາ ປະເທດໃນຂົງເຂດອາຊີ-ປາຊີຟິກ ທີ່ໄດ້ລິເລີ່ມການລາຍງານຄວາມ ຄືບໜ້າຂອງການຈັດຕັ້ງວາລະໃໝ່ ສຳລັບການພັດທະນາຕົວເມືອງ ຫລື New Urban Agenda ແລະ ມີຈັດຕັ້ງກອງປະຊຸມເວທີຕົວເມືອງ ແຫ່ງຊາດຂອງຕົນເອງ. ໃນກອງປະຊຸມ, ຍັງໄດ້ຈັດວາງ ສະແດງຜົນງານ, ເຄື່ອງມື ແລະ ນະວັດຕະກຳຂອງບັນດາບໍລິສັດທີ່ ສຳຄັນທີ່ມີສ່ວນໃນການຂັບເຄື່ອນ ວຽກງານການສຳຫລວດ-ອອກ ແບບກໍ່ສ້າງພື້ນຖານໂຄງລ່າງ ແລະ ປັບປຸງສິ່ງແວດລ້ອມຕົວເມືອງ. ພ້ອມນີ້, ຍັງໄດ້ມີການນຳສະເໜີຫົວ ຂໍ້ຕ່າງໆຂອງພາກສ່ວນທີ່ກ່ຽວຂ້ອງ ແລະ ໄດ້ດຳເນີນການສົນທະນາ ແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັນ ຕື່ມອີກ. ພາບ: ຂັນໄຊ ຂປລ. ໃນວັນທີ 3 ຕຸລາ 2025, ທ່ານ ທອງສະລິດ ມັງໜໍ່ເມກ ລັດ ຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະເຂົ້າອວຍພອນ ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 31 ປີ( 7/11/19947/11/2025). ໃນໂອກາດນີ້, ທ່ານ ຫງວຽນ ມິງ ເຕິມ ໄດ້ຕາງໜ້າໃຫ້ຄະນະ ນໍາ ແລະ ພະນັກງານສະຖານທູດ ຫວຽດນາມ ປະຈໍາລາວ ອວຍພອນ ໄຊອັນປະເສີດເນື່ອງໃນໂອກາດ ວັນຄູແຫ່ງຊາດ ມາຍັງຄະນະພັກຄະນະນໍາ ກໍຄື ພະນັກງານກະຊວງ ສຶກສາທິການ ແລະ ກິລາ ທຸກທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມ ຜາສຸກ ແລະ ປະສົບຜົນສໍາເລັດໃນ ໜ້າທີ່ອັນມີກຽດສືບຕໍ່ພັດທະນາ ວຽກງານການສຶກສາ ແລະ ກິລາ ໃຫ້ມີການພັດທະນາຢ່າງເຂັ້ມແຂງ. ພ້ອມນີ້, ຍັງສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດທີ່ກະຊວງສຶກ ສາທິການ ແລະ ກິລາ ຍາດມາໄດ້ ໃນຕະຫລອດໄລຍະຜ່ານມາ. ໃນໂອກາດດຽວກັນ, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສະແດງ ຄວາມຍິນດີຕ້ອນຮັບອັນອົບອຸ່ນ, ຕີລາຄາສູງ ແລະ ສະແດງຄວາມ ຂອບໃຈຕໍ່ຄໍາອວຍພອນອັນປະເສີດ ໃນໂອກາດອັນສະຫງ່າລາສີນີ້ ຊຶ່ງ ເປັນການປະກອບສ່ວນຮັດແໜ້ນ ສາຍພົວພັນພິເສດອັນສະໜິດສະ ໜົມລະຫວ່າງສອງຊາດ ລາວຫວຽດນາມ ໃຫ້ໄດ້ຮັບການພັດທະ ນາຍິ່ງໆຂຶ້ນ ໂດຍສະເພາະແມ່ນ ການພົວພັນຮ່ວມມືດ້ານການສຶກສາ ຂອງສອງປະເທດ. ພ້ອມນີ້, ທ່ານ ທອງສະລິດ ມັງໜໍ່ເມກ ຍັງໄດ້ ອວຍພອນໃຫ້ສາຍພົວພັນມິດຕະ ພາບທີ່ຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມອ້າຍນ້ອງຈົ່ງໝັ້ນຄົງຂະໜົງ ແກ່ນຊົ່ວກາລະນານ. ຂ່າວ-ພາບ: ກິດຕາ ]a f4t,q o8u dt-;' lld 8h voIa [ m6 fs;Pfok, g0Q kv;prvo;a o76 csj '-kf ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງ ສສກ ( ຂວາ ) ໄພພິບັດຂັ້ນສູນກາງ, ມີທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ, ຮອງປະທານຜູ້ປະຈຳການ ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ, ພ້ອມດ້ວຍບັນດາ ທ່ານຮອງລັດຖະມົນຕີ, ຜູ້ຕາງໜ້າ ບັນດາກະຊວງ ແລະ ຂະແໜງການ ທີ່ກ່ຽວຂ້ອງຂັ້ນສູນກາງ ເຂົ້າຮ່ວມ. ໃນໂອກາດນີ້, ຜູ້ເຂົ້າຮ່ວມກອງ ປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບຜົນການເກັບກຳຂໍ້ມູນຜົນ ກະທົບ ແລະ ຜົນເສຍຫາຍຈາກພາ ຍຸບົວລອຍ ຈາກຜູ້ຕາງໜ້າຄະນະ ກຳມະການຄຸ້ມຄອງໄພພິບັດຂັ້ນ ສູນກາງ ວ່າ: ໄພພິບັດນໍ້າຖ້ວມ ທີ່ເກີດຂຶ້ນໃນລະຫວ່າງວັນທີ 29 ກັນຍາ ຫາ ວັນທີ 4 ຕຸລາ 2025 ຈາກພາຍຸບົວລອຍ ພັດຜ່ານ ສປປ ລາວ ເຮັດໃຫ້ເກີດມີຝົນຕົກ, ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນເຮັດໃຫ້ ປະລິມານນໍ້າຝົນຫລາຍໃນບັນດາ ສາຍນໍ້າຕ່າງໆ ເກີດມີສະພາບນໍ້າ ຖ້ວມ ຢູ່ 10 ແຂວງ ຄື: ຫົວພັນ, ບໍ ລິຄຳໄຊ, ໄຊສົມບູນ, ວຽງຈັນ, ຊຽງ ຂວາງ, ນະຄອນຫລວງວຽງຈັນ, ໄຊຍະບູລີ, ສະຫວັນນະເຂດ, ຈຳ ປາສັກ ແລະ ແຂວງອັດຕະປື ຊຶ່ງ ໄດ້ສົ່ງຜົນກະທົບຕໍ່ 34 ເມືອງ, 131 ບ້ານ, 632 ຄົວເຮືອນ, 3.118 ຄອບຄົວ, 17.202 ຄົນ, ຍິງ 7.020 ຄົນ, ມີຜູ້ເສຍຊີວິດ 4 ຄົນ (ຢູ່ແຂວງບໍລິຄໍາໄຊ, ໄຊສົມບູນ, ສະຫວັນນະເຂດ ແລະ ແຂວງຫົວ ພັນ ແຂວງລະ 1 ຄົນ), ສູນຫາຍ 4 ຄົນ (ຊຽງຂວາງ 2 ຄົນ, ຫົວ ພັນ 1 ຄົນ ແລະ ນະຄອນຫລວງ 1 ຄົນ). ຫລັງຈາກນັ້ນ, ຜູ້ເຂົ້າຮ່ວມ ກອງປະຊຸມໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ດ້ວຍຄວາມ ຮັບຜິດຊອບສູງ. ໃນໂອກາດນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ມີ ຄຳເຫັນໂອ້ລົ້ມຕໍ່ກອງປະຊຸມ, ພ້ອມ ທັງເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕໍ່ບາງວຽກງານສຳຄັນ ເປັນຕົ້ນໃຫ້ສືບຕໍ່ເອົາໃຈໃສ່ຕິດຕາມ ສະພາບອາກາດ ໂດຍສະເພາະ ພາຍຸຫົວໃໝ່ທີ່ຈະພັດຜ່ານເຂົ້າມາ ໃໝ່ ເພື່ອຮັບປະກັນການກະກຽມ ຄວາມພ້ອມຮັບມືດ້ານຕ່າງໆ ຊຶ່ງ ຕ້ອງມີລະບົບການແຈ້ງເຕືອນໄພ ລ່ວງໜ້າຢ່າງວ່ອງໄວທັນການ. ໃນນັ້ນ ສຳຄັນຕ້ອງເປັນເຈົ້າການ ແຈ້ງເຕືອນເຖິງປະຊາຊົນບັນດາ ເຜົ່າໃນພື້ນທີ່ທີ່ມີຄວາມສ່ຽງໃຫ້ ທົ່ວເຖິງ ແລະ ວ່ອງໄວ ເພື່ອກຽມ ພ້ອມຮັບມືກັບໄພພິບັດທີ່ອາດ ເກີດຂຶ້ນໃນຕໍ່ໜ້າຢ່າງທັນການ; ໃຫ້ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ກໍຄື ກອງເລຂາ ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ: ຮີບຮ້ອນປັບປຸງບົດ ລາຍງານການປະເມີນຜົນເສຍຫາຍ ຈາກພາຍຸວຸທິບ, ພະຍຸວິພາ ແລະ ຄວາມຕ້ອງການໃນການແກ້ໄຂ ສຸກເສີນ ແລະ ການຟື້ນຟູໄລຍະ ຍາວທີ່ໄດ້ລາຍງານລັດຖະບານ ແລ້ວ, ມາຮອດປັດຈຸບັນມີຄວາມ ຄືບໜ້າຄືແນວໃດ ເພື່ອຈະໄດ້ສະເໜີ ລັດຖະບານພິຈາລະນາແກ້ໄຂຕາມ ລະບຽບການ; ປະສານສົມທົບ ຢ່າງໃກ້ຊິດກັບຄະນະກໍາມະການ ຄຸ້ມຄອງໄພພິບັດບັນດາແຂວງໃນ ການເກັບຂໍ້ມູນຜົນກະທົບ ແລະ ຄວາມຕ້ອງການໃນການຟື້ນຟູແຕ່ ລະໄລຍະທີ່ກະທົບຈາກພາຍຸບົວ ລອຍ, ຫາກພົບຄວາມຫຍຸ້ງຍາກ ໃນວຽກດັ່ງກ່າວ ໃຫ້ພິຈາລະນາ ແຕ່ງຕັ້ງທີມງານປະເມີນຜົນກະ ທົບ; ປະສານສົມທົບຕິດຕາມ ຢ່າງໃກ້ຊິດກັບບັນດາແຂວງ ເພື່ອ ກະກຽມຄວາມພ້ອມດ້ານຕ່າງໆ ຕໍ່ການປ້ອງກັນ ແລະ ຮັບມືກັບສະ ພາບໄພພິບັດທີ່ອາດຈະເກີດຂຶ້ນ ຈາກສະພາບດິນຟ້າອາກາດທີ່ຍັງ ບໍ່ທັນປົກກະຕິຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

80 xu muj m6 fr6 ,.9 xtgmf]k; 3 07/10/2025 0j k; c]t gsfdko ໂດຍ: ທູດ ມະໄລວຽງ ສາກົນນິຍົມ ຮອງປະທານສະໂມສອນນັກການທູດລາວູ ດົ ນິ ຍົມັ ກູ ດ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me *** ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ ບົດສະເໜີົີ ,l ;P'9a o 9a fs]kpdy f9tde 8h voIa [;a o76 csj '-kf *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂອງໂຮງຮຽນ ມສ ວຽງຈັນ ແລະ ມີການແຂ່ງຂັນຕີບານ, ເປຕັງ. ພ້ອມ ກັນນີ້, ໃນວັນທີ 6 ຕຸລາ 2025, ທາງໂຮງຮຽນກໍຈະຈັດພິທີເລົ່າຄືນ ປະຫວັດຂອງນາຍຄູຄໍາ ແລະ ສະ ແດງສິລະປະ, ມອບໃບຍ້ອງຍໍຊົມ ເຊີຍ, ພວງມາໄລໃຫ້ຄູ-ອາຈານ ທີ່ ໄດ້ປະຕິບັດໜ້າທີ່ດີເດັ່ນໃນໄລຍະທີ່ ຜ່ານມາ. ອາຈານ ມະນີວອນ ພະໄຊຍະ ວົງ ຮອງຜູ້ອໍານວຍການ ໂຮງຮຽນ ອຸດົມວຽງຈັນ ໃຫ້ຮູ້ວ່າ: ໂຮງຮຽນ ອຸດົມວຽງຈັນ ສ້າງຕັ້ງຂຶ້ນໃນປີ 1921 ພາຍໃຕ້ລະບົບການສຶກສາ ຂອງຝຣັ່ງເສດ. ໃນໄລຍະທຳອິດ ເປັນໂຮງຮຽນປະຖົມສຶກສາ, ຫລັງ ຈາກນັ້ນ,ຈຶ່ງໄດ້ຂະຫຍາຍຂຶ້ນມາ ເປັນວິທະຍາໄລ (LyceePaVie). ໂຮງຮຽນຂອງພວກເຮົາໄດ້ມີການ ປ່ຽນຊື່ຫລາຍຄັ້ງຕະຫລອດໄລຍະ ເວລາທີ່ຜ່ານມາ ຄື: ປີ 1958 ໄດ້ ປ່ຽນຊື່ ຈາກ Lycee Pa Vie ມາເປັນ Lycee de Vientiane ວິທະຍາໄລວຽງຈັນ ແລະ ປີ 1975 ໄດ້ປ່ຽນຊື່ຈາກວິທະຍາໄລວຽງຈັນ ມາເປັນໂຮງຮຽນອຸດົມວຽງຈັນ ເຊິ່ງມີຈັດການຮຽນການສອນແຕ່ ລະດັບອຸດົມ (ມ ປາຍ); ປີ 2000 ໄດ້ປ່ຽນຊື່ຈາກໂຮງຮຽນອຸດົມວຽງ ຈັນ ມາເປັນໂຮງຮຽນມັດທະຍົມ ສຶກສາສົມບູນວຽງຈັນ ຢ່າງເປັນ ທາງການຈົນຮອດປັດຈຸບັນນີ້ ເຊິ່ງ ມີການຈັດການຮຽນການສອນແຕ່ ມ1-ມ7. ໂຮງຮຽນ ມສ ວຽງຈັນ ເປັນໂຮງຮຽນພາກລັດທີ່ຂຶ້ນກັບ ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ໄດ້ຈັດ ການຮຽນການສອນໂດຍນຳໃຊ້ ຫລັກສູດຂອງກະຊວງສຶກສາ ເນັ້ນ ການສອນໂດຍເອົານັກຮຽນເປັນ ໃຈກາງ ເພື່ອໃຫ້ນັກຮຽນສາມາດ ຄົ້ນຄິດວິເຄາະ ແລະ ແກ້ບັນຫາໄດ້, ພ້ອມນັ້ນກໍໄດ້ນຳເອົາພາສາຕ່າງ ປະເທດເຂົ້າມາໃນລະບົບການຮງນ ການສອນຄື: ຫ້ອງສອງພາສາ ລາວ-ຝຣັ່ງມີ ຈຳນວນ 14 ຫ້ອງ ໂດຍຮຽນພາສາຝຣັ່ງ 6 ຊົ່ວໂມງ ຕໍ່ອາທິດ ແລະ ຮຽນສາຍທໍາມະ ຊາດເປັນພາສາຝຣັ່ງ, ນອກນັ້ນ ຍັງມີພາສາອັງກິດ ເຊິ່ງສິດສອນຢູ່ 78 ຫ້ອງ, ພາສາຍີ່ປຸ່ນ 14 ຫ້ອງ, ພາສາຈີນ 29 ຫ້ອງ, ພາສາ ເກົາ ຫລີ 12 ຫ້ອງ ແລະ ພາສາ ຣັດເຊຍ 2 ຫ້ອງ, ສ່ວນພາສາຣັດເຊຍ ແມ່ນ ເລີ່ມໃນສົກປີ 2024-2025 ແລະ 2025-2026, ແຕ່ລະຫ້ອງຈະ ໄດ້ຮຽນ 2 ພາສາຄວບຄູ່ກັນໄປ. ສົກຮຽນ 2024-2025 ນັກຮງນ ມ7 ສາມາດສອບເສັງຈົບຊັ້ນໄດ້ 100%, ໃບປະກາດແດງ 23 ຄົນ, ເກັ່ງຮອບດ້ານຄະແນນບໍ່ລຸດ 7 ທຸກ ວິຊາໄດ້ 482 ຄົນ ຈາກນັກຮຽນ ທັງໝົດ 582 ຄົນ. ສຳລັບວຽກ ງານນັກຮຽນເກັ່ງສາມາດຍາດໄດ້ ລະດັບຊາດອັນດັບທີ 1 ວິຊາຄະ ນິດສາດຊັ້ນ ມ7 ແລະ ຟິຊິກຊາດ ອັນດັບທີ 1 ມ7; ນັກຮຽນທີ່ຈົບ ມ7 ສາມາດສອບເສັງເຂົ້າມະຫາ ວິທະຍາໄລ ແລະ ໄປຮຽນຕໍ່ຕ່າງ ປະເທດເປັນຈຳນວນຫລວງຫລາຍ ເຊິ່ງທັງໝົດນີ້ກໍແມ່ນຜົນງານທີ່ຍາດ ມາໄດ້ໃນໄລຍະຜ່ານມາຂອງຄູ- ອາຈານ ທີ່ໄດ້ເອົາໃຈໃສ່ສິດສອນ ຢ່າງເຕັມກໍາລັງ ເພື່ອສ້າງນັກຮຽນ ທີ່ມີຄວາມຮູ້ຄວາມສາມາດ. ສະ ນັ້ນ, ເພື່ອຍ້ອງຍໍ, ຊົມເຊີຍຜົນງານ ຂອງຄູທີ່ໄດ້ຈັດຕັ້ງປະຕິບັດໃນໄລ ຍະສົກຮຽນຜ່ານມາ, ເພື່ອລະນຶກ ເຖິງບຸນຄຸນຂອງຄູ, ຫວນຄືນມູນ ເຊື້ອການປະຕິບັດໜ້າທີ່ວຽກງານ ຂອງຄູ. ສະນັ້ນ, ໃນທຸກໆປີຈຶ່ງໄດ້ ມີການສະເຫລີມສະຫລອງວັນຄູ ແຫ່ງຊາດຂຶ້ນໃນທົ່ວປະເທດ. ສໍາ ລັບໂຮງຮຽນ ມສ ວຽງຈັນ ປີນີ້, ກ່ອນຈະຮອດວັນຄູແຫ່ງຊາດທາງ ໂຮງຮຽນໄດ້ມີຫລາຍກິດຈະກໍາ ເຊັ່ນ: ກິດຈະກໍາແຂ່ງຂັນກິລາເຕະ ບານ, ຕີບານ, ແຂ່ງຂັນເປຕັງ ໂດຍ ແມ່ນສິດເກົ່າຂອງໂຮງຮຽນມາ ຮ່ວມສ້າງຂະບວນການເຮັດກິດຈະ ກໍາດັ່ງກ່າວ. ໂຮງຮຽນ ມສ ວຽງ ຈັນ ຈະຈັດພິທີສະເຫລີມສະຫລອງ ວັນຄູແຫ່ງຊາດຂຶ້ນໃນວັນທີ 6 ຕຸລາ 2025 ນີ້ ເພື່ອຫວນຄືນມູນເຊື້ອປະ ຫວັດຂອງນາຍຄູຄໍາ, ພ້ອມນັ້ນຍັງ ກິິດຈະກຳ ໄຫວ້ຄູ, ການສະແດງສິ ລະປະ ແລະ ມອບໃບຍ້ອງຍໍຊົມເຊີຍ ຄູ-ອາຈານ, ນັກຮຽນດີ-ຮຽນເກັ່ງ ໃນສົກຮຽນຜ່ານມາຕື່ມອີກ. ຂປລ. ບົດຂຽນນີ້ແມ່ນປະກອບ ສ່ວນເຂົ້າເປັນກິດຈະກຳໜຶ່ງ ຂອງ ສະໂມສອນນັກການທູດລາວ ເພື່ອ ສະເຫລີມສະຫລອງວັນການທູດ ລາວຄົບຮອບ 80 ປີ (12/10/ 1945-12/10/2025). ການສະ ເຫລີມສະຫລອງວັນສຳຄັນອັນເປັນ ປະຫວັດສາດໃດໜຶ່ງຂອງຊາດ ແມ່ນເພື່ອຫວນຄືນອະດີດໃຫ້ເຫັນ ໄດ້ພູມປັນຍາຄວາມສະຫລາດສ່ອງ ໃສຂອງບັນພະບູລຸດໃນໄລຍະຜ່ານ ມາ; ເພື່ອສ້າງຄວາມເອກອ້າງທະ ນົງໃຈໃນຜົນງານຜົນສຳເລັດຂອງ ຊາດ ທີ່ຍາດມາໄດ້ໃນປັດຈຸບັນນີ້ ແມ່ນການຕໍ່ຍອດຈາກອະດີດຜ່ານ ມາ ແລະ ແນໃສ່ສືບຕໍ່ສ້າງເປັນ ບົດຮຽນ ເປັນມູນມັງມໍລະດົກຕົກ ທອດໃຫ້ແກ່ຄົນຮຸ່ນໃໝ່ຕໍ່ໆໄປໃນ ອະນາຄົດ. 12 ຕຸລາ 1945 ແມ່ນວັນປະ ກາດເອກະລາດຂອງລາວໃຫ້ໂລກ ຮູ້. ເມື່ອລາວເປັນລັດເອກະລາດ, ປະ ເທດລາວກໍມີສິດອຳນາດເຕັມໃນ ການດຳເນີນການພົວພັນການທູດ ໄດ້ຕາມປະເພນີສາກົນ ແລະ ກົດ ໝາຍສາກົນແບບລັດຕໍ່ລັດ. ກົມການ ເມືອງສູນກາງພັກໄດ້ອອກແຈ້ງ ການສະບັບເລກທີ 230/ຫສພ, ລົງ ວັນທີ 19 ມິຖຸນາ 2013 ວ່າດ້ວຍ ການກຳນົດເອົາວັນທີ 12 ຕຸລາ 1945 ເປັນວັນການທູດລາວ. ອັນ ນີ້ ກໍແມ່ນຄວາມເອກອ້າງພາກພູມ ໃຈ ຂອງນັກການທູດລາວທີ່ມີວັນ ການທູດລາວເປັນວັນຂອງຕົນເອງ. ສຳລັບ ສປປ ລາວ ເຮົາ, ກົມການ ເມືອງສູນກາງພັກ ແມ່ນສະຖາປະ ນິກຜູ້ອອກແບບວາງແນວທາງ ການຕ່າງປະເທດ. ສ່ວນລັດຖະບານ ເປັນຜູ້ຈັດຕັ້ງປະຕິບັດແນວທາງ ການຕ່າງປະເທດ ໂດຍມີກະຊວງ ການຕ່າງປະເທດ ເປັນຕົ້ນຕໍດຳເນີນ ວຽກງານການທູດ. ສ່ວນຫລັກ ການໃນການປະຕິບັດແນວທາງ ການຕ່າງປະເທດຂອງລາວ ແມ່ນ ເຄື່ອນໄຫວຕາມຫລັກການສາກົນ ຄື: ເຄົາລົບເອກະລາດ,ອຳນາດອະທິ ປະໄຕແລະຜືນແຜ່ນດິນອັນຄົບຖ້ວນ ຂອງກັນ ແລະ ກັນ; ບໍ່ແຊກແຊງເຂົ້າ ກິດຈະການພາຍໃນຂອງກັນ ແລະ ກັນ; ມີຄວາມສະເໝີພາບຕ່າງຝ່າຍ ຕ່າງມີຜົນປະໂຫຍດ; ບໍ່ຂົ່ມຂູ່, ບໍ່ໃຊ້ ຄວາມຮຸນແຮງຕໍ່ກັນ; ແກ້ໄຂຂໍ້ຂັດ ແຍ່ງລະຫວ່າງກັນໂດຍສັນຕິວິທີ. ບໍ່ວ່າປະເທດໃດກໍຕາມ, ວັດຖຸປະສົງ ຕັບບີ ຂອງການທູດ ແມ່ນນຳໃຊ້ວິ ທີທາງສັນຕິ ແລະ ປະຕິບັດຄວາມ ປອງດອງ, ຮັດແໜ້ນສາຍສຳພັນກັບ ປະເທດພັນທະມິດ, ເສີມຂະຫຍາຍ ສາຍພົວພັນມິດຕະພາບກັບປະເທດ ເພື່ອນມິດທີ່ເປັນກາງ. ເປົ້າໝາຍຂອງການເຄື່ອນໄຫວ ການທູດລາວ ໂດຍສະເພາະຫລັງ ຈາກການສະຖາປະນາ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໃນວັນທີ 2/12/1975 ແມ່ນ ເຄື່ອນໄຫວການທູດເພື່ອຕໍ່ສູ້ຮັກສາ ລະບອບໃໝ່; ເຄື່ອນໄຫວເພື່ອຍາດ ແຍ່ງຂົນຂວາຍຜົນປະໂຫຍດຈາກ ສາກົນມາພັດທະນາສ້າງເສດຖະ ກິດ-ສັງຄົມຂອງປະເທດຊາດ; ເຄື່ອນໄຫວການທູດ ເພື່ອໃຫ້ມີສັນຕິ ພາບໃນປະເທດ ເພາະສັນຕິພາບ ແມ່ນຍຸດທະສາດຂອງລາວ. ຕະ ຫລອດໄລຍະ 80 ປີ ທີ່ລາວເປັນ ເອກະລາດ, 80 ປີ ທີ່ລາວມີສິດອຳ ນາດຕາມປະເພນີສາກົນ ແລະ ກົດ ໝາຍສາກົນ ໃນການເຄື່ອນໄຫວ ການທູດ ໂດຍສະເພາະນັບຕັ້ງແຕ່ ປີ 1975 ແມ່ນສາມາດເຄື່ອນໄຫວ ການທູດໄດ້ແບບເຕັມສ່ວນ ເພື່ອປົກ ປັກຮັກສາ ແລະ ສ້າງສາປະເທດ ຊາດ ອັນໄດ້ເຮັດໃຫ້ ສປປ ລາວ ຮັກ ສາໄດ້ຊຶ່ງຄວາມໝັ້ນຄົງຂອງປະ ເທດ, ເສດຖະກິດມີການເຕີບໃຫຍ່ ຂະຫຍາຍໂຕ ແລະ ການທູດຂອງ ລາວກໍມີທີ່ຕັ້ງໜັກແໜ້ນ ສະຫງ່າ ຜ່າເຜີຍໃນເວທີການເມືອງໂລກ. ການເຕີບໃຫຍ່ຂະຫຍາຍຕົວ ດ້ານການທູດ ໄດ້ສະແດງອອກ ຢ່າງຈະແຈ້ງ ຊຶ່ງຈະເຫັນໄດ້ວ່າ ກ່ອນປີ 1976 ລາວມີສາຍພົວພັນ ການທູດກັບ 44 ປະເທດ ແລະ ມີ ສະຖານທູດລາວຢູ່ໃນຕ່າງປະເທດ 12 ແຫ່ງ. ແຕ່ວ່າມາຮອດປັດຈຸບັນ ນີ້ ປີ 2025 ຖ້າຄິດໄລ່ແຕ່ປີ 1976 ມານີ້ ສປປ ລາວ ໄດ້ເຄື່ອນໄຫວ ການທູດແບບເຕັມສ່ວນ, ລາວໄດ້ ເພີ່ມທະວີສາຍພົວພັນການທູດເປັນ 151 ປະເທດ, ມີສຳນັກງານຕາງ ໜ້າການທູດຢູ່ຕ່າງປະເທດ 41 ແຫ່ງ (ໃນນັ້ນ ສະຖານທູດລາວ 27 ແຫ່ງ, ສະຖານທູດລາວທັງເປັນ ສໍານັກງານຜູ້ຕາງໜ້າຖາວອນ 1 ແຫ່ງ ຄື ຢູ່ເຊີແນວ, ສໍານັກງານຕາງ ໜ້າຖາວອນ 2 ແຫ່ງ ຄື ນິວຢອກ ແລະ ຈາກາຕາ, ມີສະຖານກົງສຸນ ໃຫຍ່ 10 ແຫ່ງ), ສ່ວນກົງສຸນກິ ຕິມະສັກຂອງລາວຢູ່ຕ່າງປະເທດ 24 ແຫ່ງ ແລະ ກົງສຸນກິຕິມະສັກ ຂອງຕ່າງປະເທດຢູ່ ສປປ ລາວ 18 ແຫ່ງ. ມາຮອດປີ 2025 ສປປ ລາວ ເປັນສະມາຊິກອົງການຈັດຕັ້ງ ສາກົນ ລະຫວ່າງລັດຖະບານ ແລະ ເປັນພາຄີສົນທິສັນຍາສາກົນໃນ ຂະແໜງການເມືອງ, ຄວາມໝັ້ນ ຄົງ, ເສດຖະກິດ ແລະ ອື່ນໆອີກ ຫລາຍກວ່າ 101 ອົງການ ແລະ ສົນທິສັນຍາ; ຍັງມີອີກຈຳນວນ ໜຶ່ງພວມຄົ້ນຄວ້າພິຈາລະນາການ ເຂົ້າຮ່ວມເປັນສະມາຊິກ, ໂດຍສະ ເພາະຫລ້າສຸດລາວເຮົາເຂົ້າຮ່ວມ ເປັນຄູ່ຮ່ວມເຈລະຈາຂອງອົງການ ຮ່ວມມືຊຽງໄຮ້ (SCO) ປີ 2025 ຊຶ່ງຖືວ່າບົດບາດການທູດລາວແມ່ນ ໄປຕາມທ່າອ່ຽງຂອງຍຸກສະໄໝ. ນະໂຍບາຍການຕ່າງປະເທດ ແລະ ການເຄື່ອນໄຫວການທູດ ບໍ່ ພຽງແຕ່ແນໃສ່ຜົນປະໂຫຍດຂອງ ປະເທດຊາດແຕ່ຢ່າງດຽວເທົ່ານັ້ນ, ແຕ່ວ່າຕ້ອງໄດ້ຄຳນຶງ ແລະ ດຳເນີນ ໃຫ້ສອດຄ່ອງກັບສະພາບການ ຄວາມເປັນຈິງຂອງພາກພື້ນ, ຂອງ ໂລກ ແລະ ຍຸກສະໄໝໃນແຕ່ລະ ໄລຍະດັ່ງນີ້: ໄລຍະການທູດ ກ່ອນປີ 1975: ແມ່ນການເຄື່ອນໄຫວການທູດທີ່ຕິດ ຫ້ອຍກັບການເມືອງທີ່ບໍ່ມີເອກະ ລາດຢ່າງເຕັມສ່ວນ ເພາະວ່າລັດຖະ ບານ ຣາຊະອານາຈັກລາວເຄື່ອນ ໄຫວແບບຂຶ້ນຕໍ່ຜົນປະໂຫຍດຂອງ ພວກລ່າເມືອງຂຶ້ນ. ສ່ວນຝ່າຍກຳ ລັງຮັກຊາດ ແມ່ນດຳເນີນການຕໍ່ສູ້ ເພື່ອເອກະລາດ ແລະ ການປົດປ່ອຍ ຊາດ ຊຶ່ງຍັງບໍ່ທັນສາມາດເຄື່ອນ ໄຫວໄດ້ຢ່າງເຕັມຮູບແບບຂອງຄຳ ວ່າການທູດຂອງລັດຕໍ່ລັດ. ແຕ່ວ່າ ການທູດຂອງຝ່າຍກຳລັງຮັກຊາດ ຂອງປະເທດລາວ ໄດ້ອີງໃສ່ໂຄງ ການໆເມືອງ12ຂໍ້ຂອງລັດຖະບານ ລາວຕໍ່ຕ້ານປີ 1950 ໂດຍມີເຈົ້າ ສຸພານຸວົງ ເປັນນາຍົກລັດຖະມົນຕີ ແລະ ວ່າການລັດຖະມົນຕີກະຊວງ ການຕ່າງປະເທດ. ຂໍ້ທີ 12 ໄດ້ລະບຸ ຈະແຈ້ງເຖິງແນວທາງການຕ່າງ ປະເທດຂອງລາວຄື “ສາມັກຄີກັບ ປະຊາຊົນຫວຽດນາມ ແລະ ປະຊາ ຊົນກຳປູເຈຍ, ພົວພັນສະໜິດແໜ້ນ ກັບບັນດາປະເທດປະຊາທິປະໄຕ, ເຂົ້າຮ່ວມແນວໂຮມຕໍ່ສູ້ເພື່ອສັນຕິ ພາບໂລກ”. ນະໂຍບາຍສ້າງມິດ ຂອງສາມປະເທດອິນດູຈີນ ແລະ ຈາກຄວາມສາມັກຄີ ຂອງ 3 ຊາດ ອິນດູຈີນ ໄດ້ນຳໄປສູ່ໄຊຊະນະໃນ ບັ້ນຮົບດຽນບຽນຟູທີ່ປູທາງໄປສູ່ ໄຊຊະນະດ້ານການທູດຂອງລາວ ກໍຄື ການທູດຂອງ 3 ຊາດອິນດູຈີນ ໃນກອງປະຊຸມເຊີແນວ ປີ 1954 ທີ່ຮັບຮູ້ເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບ ຖ້ວນຂອງລາວແລະຮັບຮູ້ຖານະຖືຶກ ຕ້ອງຕາມກົດໝາຍຂອງກຳລັງຮັກ ຊາດຄືການຮັບຮູ້ 2 ແຂວງ (ຫົວພັນ ແລະຜົ້ງສາລີ) ເປັນແຂວງເຕົ້າໂຮມ ຂອງກຳລັງຮັກຊາດ. ອັນນີ້ໄດ້ຢັ້ງ ຢືນໃຫ້ເຫັນຜົນສຳເລັດຂອງການ ຕໍ່ສູ້ທາງການເມືອງ ແລະ ການທູດ ຄັ້ງຍິ່ງໃຫຍ່ທີ່ຖືກຈາລຶກໄວ້ໃນປະ ຫວັດສາດຂອງຂະບວນການຕໍ່ສູ້ ການທູດ ຂອງກຳລັງຮັກຊາດ. ຈາກໄຊຊະນະດ້ານການທູດໃນ ເວທີສາກົນຢູ່ເຊີແນວ ປີ 1954, ມັນໄດ້ຢືນຢັນສັດຈະທຳການຕໍ່ສູ້ ອັນຖືກຕ້ອງເປັນທຳຂອງລາວອີກ ເທື່ອໜຶ່ງ ວ່າການປ້ອງກັນປະເທດ ດ້ວຍກຳລັງອາວຸດ ແລະ ການປ້ອງ ກັນປະເທດດ້ວຍກຳລັງການທູດ ແມ່ນຕິດພັນກັນຢ່າງສະໜິດແໜ້ນ ປຽບເໜືອນຫລຽນດຽວມີ 2 ໜ້າ ຄື ການທະຫານ ແລະ ການທູດ.ໄຊ ຊະນະດ້ານການທູດໃນເວທີສາກົນ ປີ 1954 ໄດ້ເປັນແປ້ນຢັນນຳໄປສູ່ ກອງປະຊຸມເຊີແນວປີ 1962 ເພື່ອ ແກ້ໄຂການລະເມີດສັນຍາເຊີແນວ ປີ 1954 ຂອງຝ່າຍວຽງຈັນ. ກອງ ປະຊຸມເຊີແນວປີ 1962 ທີ່ແກ່ຍາວ 5 ເດືອນ ໂດຍມີການເຂົ້າຮ່ວມຂອງ ລາວ 3 ຝ່າຍ ຄື ທ່ານ ພູມີ ວົງວິຈິດ ເປັນຕົວແທນຂອງຝ່າຍແນວລາວ ຮັກຊາດ, ທ່ານ ກິນິມ ພົນເສນາ ເປັນຕົວແທນຂອງຝ່າຍກຳລັງເປັນ ກາງ ແລະ ຜຸຍ ຊະນະນິກອນ ເປັນ ຕົວແທນຂອງຝ່າຍຂວາວຽງຈັນ. ຜົນຂອງກອງປະຊຸມເຊີແນວ ປີ 1962 ໄດ້ນຳໄປສູ່ໄຊຊະນະດ້ານ ການທູດເປັນຂັ້ນໆ ຂອງກຳລັງຮັກ ຊາດ ກໍຄືຝ່າຍແນວລາວຮັກຊາດ ແນໃສ່ການເດີນຕາມເສັ້ນທາງສັນ ຕິພາບ ແລະ ເປັນກາງ ສ້າງລັດຖະ ບານປະສົມ ແລະ ມີກຳມະການ ກວດກາສາກົນຄໍ້າປະກັນ. ຈາກຜົນຂອງກອງປະຊຸມເຊີ ແນວ ປີ 1954 ແລະ ປີ 1962 ໄດ້ ເຮັດໃຫ້ລາວສ້າງຕັ້ງສາຍພົວພັນ ການທູດກັບປະເທດມະຫາອຳນາດ ຕາເວັນອອກ ເຊັ່ນ ໂຊວຽດ ແລະ ພັນ ທະມິດ, ສປ ຈີນ ແລະ ຫວຽດນາມ, ປະເທດເປັນກາງ ແລະ ປະເທດສັງ ຄົມນິຍົມເອີຣົບຕາເວັນອອກ. ຈາກຜົນຂອງກອງປະຊຸມເຊີ ແນວ ປີ 1962 ເຖິງແມ່ນວ່າການ ຕໍ່ສູ້ ເພື່ອປົດປ່ອຍຊາດຂອງກຳລັງ ຮັກຊາດ ຈະມີຄວາມຫຍຸ້ງຍາກ ແຕ່ ວ່າໄຊຊະນະໃນສະໝາມຮົບ ແລະ ໄຊຊະນະໃນດ້ານການທູດແມ່ນຍິ່ງ ໄດ້ຮັບການສະໜັບສະໜູນຈາກ ເພື່ອນມິດແລະ ຂະບວນການສາກົນ ທີ່ກ້າວໜ້າ ອັນໄດ້ເຮັດໃຫ້ສົງຄາມ ຮຸກຮານຂອງອາເມລິກາຕ້ອງປະ ລາໄຊລົງໃນຊຸມທ້າຍປີ 60 ແລະ ຕົ້ນຊຸມປີ 70 ອັນນຳໄປສູ່ສັນຍາ ສະຫງົບເສິກ ປາຣີ 1973, ສັນຍາ ວຽງຈັນ1973ສ້າງຕັ້ງລັດຖະບານ ປະສົມອີກຄັ້ງ ພ້ອມຄະນະມົນຕີປະ ສົມການເມືອງ... ໄລຍະນີ້ການຕໍ່ສູ້ ຂອງກຳລັງຮັກຊາດດ້ານອາວຸດ ໄດ້ຫັນມາເປັນການຕໍ່ສູ້ດ້ານການ ເມືອງ, ການທູດ ໂດຍຍົກສູງຄັນ ທຸງສັນຕິພາບ, ເອກະລາດ, ປະຊາ ທິປະໄຕ, ຄວາມຖືກຕ້ອງປອງດອງ ແລະ ເອກະພາບແຫ່ງຊາດ ຍິ່ງໄດ້ ຮັບຄຳຊົມເຊີຍ ແລະ ການສະໜັບ ສະໜູນກວ້າງຂວາງອອກກວ່າເກົ່າ ຈາກຂະບວນການກ້າວໜ້າໃນໂລກ. ໃນໄລຍະນີ້ ການທູດຍິ່ງໄດ້ຮັບການ ສະໜັບສະໜູນເປັນໃຈ ໄດ້ມີການ ຂະຫຍາຍສາຍພົວພັນການທູດກັບ ປະເທດສັງຄົມນິຍົມຕື່ມອີກ ເຊັ່ນ: ເຢຍລະມັນ, ກູບາ ແລະ ສປປ ເກົາ ຫລີ.

RkJQdWJsaXNoZXIy MTc3MTYxMQ==