7130

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 06/10/2025 glf4tdy f{la '7q , 75 oxt3spf 0v'vk3;dk3f mj v'mj P;cfowd ໂດຍ: ສຸກທະວີ mj P;-q ,\6j [h ko1krN og,n v' wxj glq k-ko ຂປລ. ນັບວ່າ ເປັນອີກໜຶ່ງໂອ ກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີ ໂອກາດເດີນທາງໄປ ສປ ຈີນ ຊຶ່ງ ຈຸດປະສົງກໍ່ເພື່ອເຂົ້າຮ່ວມເວທີປາ ໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວ ໂລກໃຕ້” ປີ 2025 ໂດຍພາຍຫລັງ ສຳເລັດ ກອງປະຊຸມດັ່ງກ່າວ ຄະນະ ສື່ມວນຊົນລາວພວກເຮົາກໍໄດ້ມີໂອ ກາດໄປທ່ຽວຊົມສະຖານທີ່ຕ່າງໆ ທີ່ມີຊື່ສຽງຮຽງນາມຂອງປະເທດ ຈີນ ໂດຍສະເພາະແມ່ນໄດ້ໄປທ່ຽມ ຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາ ຊານ” ທີ່ມີຄວາມອຸດົມສົມບູນໄປ ດ້ວຍທາງດ້ານຊັບພະຍາກອນທຳ ມະຊາດທີ່ເປັນຢາພື້ນເມືອງຫລາກ ຫລາຍຊະນິດ. “ ” ໝູ່ບ້ານໄປ໋ເສົາຊານ ເປັນໝູ່ ບ້ານຢາພື້ນເມືອງ ຕັ້ງຢູ່ທາງພາກ ຕາເວັນຕົກຂອງທະເລສາບ ຕຽນສື ຫ່າງຈາກນະຄອນຄຸນໝິງ, ສປ ຈີນ ປະມານ 33 ກິໂລແມັດ. ໝູ່ບ້ານ ໄປ໋ເສົາຊານ ເປັນຊຸມຊົນທີ່ຫງຽບ ສະຫງົບ ແລະ ເຕັມໄປດ້ວຍປະ ຫວັດສາດທາງດ້ານການປິ່ນປົວ ແລະ ພືດພັນຢາພື້ນເມືອງຫລາຍ ຮ້ອຍຊະນິດ. ພ້ອມນັ້ນ, ໝູ່ບ້ານ ແຫ່ງນີ້ ຍັງເປັນຕົວແທນຂອງພູມ ປັນຍາສະໝຸນໄພຈີນບູຮານ ທີ່ຍັງ ມີຊີວິດຢູ່ ໂດຍມີທຳມະຊາດ, ວັດທະ ນະທຳ ແລະ ປະຫວັດສາດ ຮ່ວມກັນ ຢ່າງລົງຕົວ. ແຕ່ກ່ອນໝູ່ບ້ານນີ້ ມີຊື່ ວ່າ ໝູ່ບ້ານຊ່າວໝ່າ ຕັ້ງຢູ່ເນີນພູຊີ ຊານ ອ້ອມຮອບໄປດ້ວຍປ່າດົງ ຊຶ່ງ ເປັນປ່າແຫ່ງຢາພື້ນເມືອງຈີນ ຫລາກ ຫລາຍຊະນິດ ສໍາລັບປະຊາຊົນທີ່ ຢູ່ແຖວນີ້ ບໍ່ພຽງແຕ່ເປັນທາງຍ່າງ ເທົ່ານັ້ນ ແຕ່ຍັງເປັນຮ້ານຂາຍຢາ ພື້ນເມືອງດັ່ງຄໍາເວົ້າທີ່ວ່າ ທຸກກ້າວ ເທິງໜ້າດິນຄືຢາ. ໝູ່ບ້ານຢາພື້ນເມືອງນີ້ ໄດ້ເລີ່ມ ຕົ້ນກໍ່ຕັ້ງຂຶ້ນໃນປີ ຄສ 1923 ໂດຍ ທ່ານ ສູ່ ຮວນຈາງ ຜູ້ທີ່ມີຄວາມ ຮູ້ດ້ານຢາພື້ນເມືອງ ໄດ້ມີໂອກາດ ມາຢ້ຽມຢາມໝູ່ບ້ານແຫ່ງນີ້ ຊຶ່ງມີ ຊື່ສຽງກ່ຽວກັບຄວາມອຸດົມສົມບູນ ຂອງຢາພື້ນເມືອງນາໆຊະນິດ ເຮັດ ໃຫ້ເພິ່ນເກີດມີແນວຄວາມຄິດທີ່ຈະ ສ້າງໝູ່ບ້ານແຫ່ງນີ້ ໃຫ້ເປັນບ່ອນ ປິ່ນປົວ ແລະ ເປັນຕົ້ນກຳເນີດຂອງ ຢາພື້ນເມືອງຈີນ. ທ່ານ ສູ່ ຮວນ ຈາງ ໄດ້ມາອາໄສຢູ່ໝູ່ບ້ານແຫ່ງ ນີ້ ແລະ ໄດ້ຄ່ອຍໆເກັບພືດພັນນາໆ ຊະນິດທີ່ເກີດຂຶ້ນໃນຊ່ວງລະດູແລ້ງ ແລະ ລະດູໜາວ ມາພັດທະນາ ແລະ ປັບປຸງເປັນສູດຢາແບບບູຮານທີ່ ເອີ້ນວ່າ: “ຢາຮ້ອຍສົມບັດ” ຜ່ານ ການຄົ້ນຄວ້າ ແລະ ທົດລອງຢາ ໃນ ແຕ່ລະມື້ ແຕ່ລະວັນ ຈົນໄດ້ຢາດີທີ່ ມີຄຸນນະພາບ ແລະ ເປັນຢາສຳຄັນ ທີ່ໃຊ້ໃນການແພດຈີນບູຮານ. ໃນ ໄລຍະສົງຄາມ ທ່ານ ສູ່ ຮວນຈາງ ໄດ້ບໍລິຈາກຢາຈໍານວນ 30.000 ແກ້ວ ເພື່ອຊ່ວຍຮັກສາທະຫານທີ່ ຖືກບາດເຈັບໃນການສູ້ຮົບ ຈົນໄດ້ ຮັບການຍອມຮັບ ທັງພາຍໃນ ແລະ ຕ່າງປະເທດ. ຕົກມາໃນປີ 1955 ເມຍຂອງ ທ່ານ ສູ່ ຮວນຈາງ ໄດ້ ບໍລິຈາກສູດຢາພິເສດນີ້ໃຫ້ກັບທາງ ລັດຖະບານ ແລະ ຕໍ່ມາກໍໄດ້ຮັບຊື່ ຢ່າງເປັນທາງການວ່າ: ຢຸນນານ ໄປ໋ ເຫຍົາ ແລະ ກາຍເປັນສົມບັດ ຂອງຊາດໃນດ້ານການແພດຈີນ ເປັນສັນຍະລັກແຫ່ງການປິ່ນປົວ ແລະ ຄວາມພູມໃຈຂອງຊາດ. ໝູ່ບ້ານແຫ່ງນີ້ ບໍ່ພຽງແຕ່ເປັນ ບ່ອນທີ່ມີຢາພື້ນເມືອງຫລາຍເທົ່າ ນັ້ນ, ແຕ່ຍັງເປັນບ່ອນໃຫ້ຄວາມຮູ້ ແລະ ຄວາມເມດຕາ ທີ່ໄດ້ຖ່າຍທອດ ຄວາມຮູ້ດ້ານສະໝຸນໄພໃຫ້ກັບ ປະຊາຊົນເຂດນັ້ນ ໃນການປິ່ນປົວ ບໍ່ເສຍຄ່າ (ຟຣີ) ແລະ ຍັງໄດ້ສ້າງ ສາຍສຳພັນອັນເລິກເຊິ່ງກັບປະຊາ ຊົນໃນທ້ອງຖິ່ນນັ້ນອີກດ້ວຍ. ເພື່ອ ເປັນການໃຫ້ກຽດທ່ານ ສູ່ ຮວນ ຈາງ ຜູ້ທີ່ເປັນຄົນກໍ່ຕັ້ງປະຊາຊົນໃນ ເຂດນັ້ນເລີຍປ່ຽນໝູ່ບ້ານໃສ່ຊື່ວ່າ: “ໝູ່ບ້ານໄປ໋ເສົາຊານ”. ປັດຈຸບັນໝູ່ ບ້ານດັ່ງກ່າວ ໄດ້ເປັນຕົ້ນແບບຂອງ ການຟື້ນຟູຊົນນະບົດ ໂດຍຍຶດໝັ້ນ ຫລັກການພັດທະນາແບບຍືນຍົງ ທີ່ມີຮາກຖານຈາກວັດທະນະທຳ ທ້ອງຖິ່ນ ປະຫວັດສາດ ແລະ ແນວ ຄິດສັງຄົມນິຍົມສະໄໝໃໝ່, ສົ່ງເສີມ ຄວາມສາມັກຄີ ເປັນຄວາມພູມໃຈ ຂອງຊຸມຊົນ ແລະ ຄວາມຍືນຍົງ ທາງສິ່ງແວດລ້ອມ ແລະ ເປັນບ່ອນ ທ່ອງທ່ຽວທາງວັດທະນະທຳແຫ່ງ ໜຶ່ງຂອງນະຄອນຄຸນໝິງ. ໃນໂອ ກາດດຽວກັນນີ້, ທາງຄະນະສື່ມວນ ຊົນລາວກໍໄດ້ມີໂອກາດໄປຢ້ຽມຊົມ ສະຖານທີ່ດັ່ງກ່າວ ໄປສຳຜັດບັນ ຍາກາດຄືກັນກັບໄດ້ໄປສູ່ອະດີດ ທີ່ ຜ່ານດົງສະໝຸນໄພ ປະຫວັດສາດ ການແພດແຜນຈີນ ແລະ ເຫັນໄດ້ ເຖິງຄວາມສາມັກຄີຂອງປະຊາຊົນ ທີ່ດຳລົງຊີວິດຢູ່ເຂດນີ້. ຂປລ.ອາໂວກາໂດ (Avocado) ເປັນໄມ້ຢືນຕົ້ນທີ່ມີເນື້ອອ່ອນ, ມີອາ ຍຸຍືນຫລາຍປີ, ເປັນໝາກໄມ້ອີກຊະ ນິດໜຶ່ງທີ່ໃຫ້ຄຸນຄ່າທາງອາຫານ ຫລາຍກວ່າໝາກໄມ້ຊະນິດອື່ນ ນັບ ວ່າເປັນໝາກໄມ້ເພື່ອສຸຂະພາບກໍ ວ່າໄດ້ ເພາະອຸດົມສົມບູນໄປດ້ວຍ ແຮ່ທາດຫລາຍຊະນິດ ແລະ ຍັງດີ ຕໍ່ແມ່ຍິງທີ່ຖືພາ ເໝາະສຳລັບການ ຈະເລີນເຕີບໂຕຂອງລູກນ້ອຍໃນ ທ້ອງອີກດ້ວຍ. ອາໂວຄາໂດມີຫລາຍຊະນິດເຖິງ ແມ່ນວ່າຮູບຮ່າງຂອງໝາກອາໂວ ກາໂດຈະແຕກຕ່າງກັນ ແຕ່ຄຸນຄ່າ ທາງສານອາຫານແມ່ນຄືກັນ. ໝາກ ອາໂວກາໂດ ເປັນໝາກໄມ້ທີ່ມີທາດ ບຳລຸງຫລາຍ ປະກອບດ້ວຍວິຕາ ມິນເອຊ່ວຍບຳ ລຸງສາຍຕາ, ມີວິ ຕາມິນບີ ຊ່ວຍຫລຸດອາການຊາ ຕາມຮ່າງກາຍ, ວິຕາມິນຊີ ຊ່ວຍ ປ້ອງກັນເປັນຫວັດ, ເລືອດອອກ ຕາມແຂ້ວ ແລະ ມີວິຕາມິນອີ ຊ່ວຍ ປ້ອງກັນແຊນຂອງຮ່າງກາຍຈາກ ພິດທາງອາກາດ, ນໍ້າ ແລະ ອາ ຫານ, ປ້ອງກັນມະເຮັງໄດ້, ມີສານ ຕ້ານອະນຸມູນອິດສະລະ ແລະ ມີ ທາດໂປຣຕິນສູງກວ່າໝາກໄມ້ຊະ ນິດອື່ນໆ. ນອກນັ້ນ, ອາໂວກາໂດ ຍັງມີສານກູຣຕາໄຮໂອນ ເປັນໂປຣ ຕິນຊະນິດໜ່ຶງມີໜ້າທີ່ປ້ອງກັນເນື້ອ ເຍື່ອຂອງອະໄວຍະວະທຸກສ່ວນ, ມີ ແຮ່ທາດ ແລະ ສານອາຫານທີ່ຈຳ ເປັນສຳລັບຮ່າງກາຍ ໂດຍສະເພາະ ແມ່ນ ໂຊດຽມ, ໂພແທັກຊຽມ ແລະ ໂຟເລດສູງ ເປັນສານອາຫານທີ່ສຳ ຄັນສຳລັບຄົນຖືພາ, ຊ່ວຍໃຫ້ເດັກ ແຂງແຮງສົມບູນ, ອຸດົມດ້ວຍໄຂ ມັນອີ່ມຕົວທີ່ຍ່ອຍງ່າຍ, ມີຄາໂບ ໄຮເດດຕໍ່າ, ຜູ້ເປັນເບົາຫວານກໍ ກິນໄດ້, ຊ່ວຍກະຕຸ້ນນໍ້າຕານໃນ ເລືອດ ຊຶ່ງບາງຄົນຖືພາມັກເປັນ ເບົາຫວານ ຈຶ່ງຄວນກິນອາໂວກາ ໂດ ໃຫ້ພຽງພໍ, ຊ່ວຍໃນການຂັບ ຖ່າຍ ເຮັດໃຫ້ແມ່ຍິງຖືພາທີ່ກຳລັງ ອືດທ້ອງ ຂັບຖ່າຍໄດ້ສະດວກຂຶ້ນ, ມີໂອເມກ້າ 3 ແລະ 6 ທີ່ຊ່ວຍບຳລຸງ ສະໝອງ ແລະ ລະບົບປະສາດໄດ້ ດີ, ຖ້າກິນຕະຫລອດຊ່ວຍປ້ອງກັນ ສະໝອງເສື່ອມ ແລະ ລະບົບປະສາດ ອີກດ້ວຍ. dko[a o95 la [-h vo c]t pq dph kprtoa d'ko{]a f4tdvo ພາບປະກອບ ຂປລ. ພະນັກງານ-ລັດຖະກອນ ແມ່ນພົນລະເມືອງລາວຜູ້ຖືກຮັບ ບັນຈຸໃຫ້ເຮັດວຽກ, ເລືອກຕັ້ງ ຫລື ແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃດໜຶ່ງ ໃນອົງການຈັດຕັ້ງພັກ, ລັດ, ແນວ ລາວສ້າງຊາດ ແລະ ອົງການຈັດຕັ້ງ ມະຫາຊົນຂັ້ນສູນກາງແລະທ້ອງຖິ່ນ ຫລື ໄປປະຈຳການຢູ່ສຳນັກງານຜູ້ ຕາງໜ້າ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຢູ່ຕ່າງປະ ເທດ ແລະ ອົງການຈັດຕັ້ງສາກົນ ຊຶ່ງໄດ້ຮັບເງິນເດືອນ ແລະ ເງິນອຸດ ໜູນຈາກງົບປະມານແຫ່ງລັດ. ໃນໝວດ 3 ຂອງກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ, ໃນ ມາດຕາ 16 ການອະນຸມັດຈຳນວນ ລັດຖະກອນໃໝ່ ໄດ້ລະບຸວ່າ: ໃນແຕ່ ລະປີ ອົງການຈັດຕັ້ງພັກ, ລັດ, ແນວ ລາວສ້າງຊາດ ແລະ ອົງການຈັດ ຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ ຕ້ອງລາຍງານສະພາບ ການຈັດຕັ້ງ, ການຄຸ້ມຄອງພະນັກ ງານ-ລັດຖະກອນ ແລະ ແຜນຄວາມ ຕ້ອງການຈໍານວນຕົວເລກລັດຖະ ກອນໃໝ່ຂອງຕົນ ໃຫ້ກະຊວງ ພາຍໃນ ຢ່າງຊ້າບໍ່ໃຫ້ກາຍເດືອນ ມິຖຸນາ ແລະ ກະຊວງພາຍໃນ ຕ້ອງ ລາຍງານຕໍ່ລັດຖະບານ ເພື່ອພິຈາລະ ນາ ໃນເດືອນ ສິງຫາ ຂອງທຸກປີ. ມາດຕາ 17 ເງື່ອນໄຂເຂົ້າເປັນ ລັດຖະກອນໃໝ່. ບຸກຄົນທີ່ຖືກບັນຈຸ ເຂົ້າເປັນລັດຖະກອນໃໝ່ ຕ້ອງມີ ເງື່ອນໄຂ ດັ່ງນີ້: 1. ຖືສັນຊາດລາວ ໂດຍກໍາເນີດ ຫລື ໄດ້ຮັບສັນຊາດລາວແຕ່ ສາມປີ ຂຶ້ນໄປ; 2. ມີອາຍຸ ສິບແປດປີ ຂຶ້ນໄປ ແຕ່ບໍ່ເກີນ ສາມສິບຫ້າປີ; 3. ເປັນພົນລະເມືອງດີ, ມີຄຸນ ສົມບັດດີ, ມີຄວາມຈົງຮັກພັກດີຕໍ່ ລະບອບປະຊາທິປະໄຕ ປະຊາຊົນ; 4. ບໍ່ເຄີຍຖືກສານປະຊາຊົນ ຕັດສິນລົງໂທດຕັດອິດສະລະພາບ ຍ້ອນການກະທໍາຜິດໂດຍເຈດຕະ ນາ, ບໍ່ຖືກລົງວິໄນໄລ່ອອກຈາກອົງ ການຈັດຕັ້ງພັກ, ລັດ, ລັດວິສາຫະ ກິດ ຫລື ອົງການຈັດຕັ້ງສາກົນ; 5. ມີປະຫວັດການເຄື່ອນໄຫວ ຂອງຕົນເອງ ແລະ ຄອບຄົວ ທີ່ຈະ ແຈ້ງ; 6. ມີວິຊາສະເພາະອາຊີວະສຶກ ສາ ຫລື ການສຶກສາຊັ້ນສູງ ແລະ ໃຫ້ ສອດຄ່ອງກັບຕໍາແໜ່ງງານ; 7. ມີສຸຂະພາບດີ. ມາດຕາ 18 ການບັນຈຸເຂົ້າເປັນ ລັດຖະກອນ. ບຸກຄົນທີ່ຈະຖືກບັນຈຸ ເຂົ້າເປັນລັດຖະກອນໃໝ່ ຕ້ອງໄດ້ ຜ່ານການສອບເສັງ ແລະ ເລືອກເຟັ້ນ ຕາມມາດຕະຖານ ແລະ ເງື່ອນໄຂ ທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ. ລັດຖະກອນໃໝ່ແລະ ຜູ້ທີ່ຍົກຍ້າຍມາຈາກກໍາລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ລັດ ວິສາຫະກິດ ແລະ ອົງການຈັດຕັ້ງ ສາກົນ ໃຫ້ບັນຈຸເຂົ້າຕາມຕົວເລກ ລັດຖະກອນທີ່ລັດຖະບານອະນຸມັດ ໃນແຕ່ລະປີ ໂດຍອີງໃສ່ຕໍາແໜ່ງ ງານທີ່ໄດ້ກໍານົດໄວ້ໃນໂຄງປະກອບ ການຈັດຕັ້ງ ແລະ ໃຫ້ປະຕິບັດ ປີລະ ສອງຄັ້ງ ຄື ງວດໜຶ່ງ ແລະ ງວດ ສາມ ຂອງປີງົບປະມານ.ຜູ້ທີ່ຍົກ ຍ້າຍມາຈາກກໍາລັງປ້ອງກັນຊາດປ້ອງກັນຄວາມສະຫງົບມາເປັນ ພະນັກງານ-ລັດຖະກອນ ໄດ້ຮັບ ການທຽບຊັ້ນ ແລະ ຂັ້ນ ຕາມລະ ບຽບການ. ມາດຕາ 19 ໄລຍະເວລາຝຶກ ງານຂອງລັດຖະກອນໃໝ່. ລັດຖະ ກອນໃໝ່ ຈະເລື່ອນເປັນລັດຖະກອນ ສົມບູນໄດ້ ກໍຕໍ່ເມື່ອໄດຜ່ານການ ຝຶກງານຕາມໄລຍະເວລາ ດັ່ງນີ້: 1. ຊັ້ນຕົ້ນ ແລະ ຊັ້ນກາງ ຫົກ ເດືອນ; 2. ຊັ້ນສູງຂຶ້ນໄປ ສິບສອງ ເດືອນ; ມາດຕາ 20 ການຍົກຍ້າຍ, ການສັບປ່ຽນ ໜ້າທີ່ ແລະ ບ່ອນປະ ຈຳການ. ການຍົກຍ້າຍ, ການສັບ ປ່ຽນໜ້າທີ່ ແລະ ບ່ອນປະຈຳການ ຂອງພະນັກງານ-ລັດຖະກອນ ຕ້ອງ ປະຕິບັດບົນພື້ນຖານເງື່ອນໄຂ ມາດ ຕະຖານຕຳແໜ່ງບໍລິຫານ, ຕຳແໜ່ງ ວິຊາການ, ການປະເມີນຜົນການ ປະຕິບັດວຽກງານ ແລະ ໃຫ້ສອດ ຄ່ອງກັບຕົວຈິງ ທັງຮັບປະກັນໃຫ້ ການຈັດຕັ້ງມີສະຖຽນລະພາບ, ໂປ່ງ ໃສ, ເຂັ້ມແຂງ, ຮັບປະກັນລັກສະນະ ສືບທອດ ຕໍ່ເນ່ືອງ ແລະ ເຄື່ອນໄຫວ ຢ່າງມີປະສິດທິຜົນ.

RkJQdWJsaXNoZXIy MTc3MTYxMQ==