7130

06/10/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ 1 ຕໍ່ຈາກໜ້າ 1 ຕໍ່ຈາກໜ້າ 1 ຕໍ່ຈາກໜ້າ 1 ຕໍ່ຈາກໜ້າ 1 ຕໍ່ຈາກໜ້າ 1 ສານອວຍພອນ... ໄຟຟ້າລາວແຈ້ງ... ລັດຖະມົນຕີກະຊວງ ສສກ... ງານສັບປະດາ... ສະຫລອງວັນສ້າງຕັ້ງ... ເມືອງຈັນທະບູລີ... ຂ້າພະເຈົ້າຂໍຖືໂອກາດນີ້ ອວຍ ພອນໃຫ້ທ່ານຈົ່ງມີພະລານາໄມສົມ ບູນ, ມີຄວາມຜາສຸກ ແລະ ປະສົບ ຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າໃນ ໜ້າທີ່ອັນມີກຽດສູງສົ່ງຂອງທ່ານ ແລະ ອວຍພອນໃຫ້ປະຊາຊົນໄຊ ປຣັດ ສືບຕໍ່ມີຄວາມສົມບູນພູນສຸກ ແລະ ຈະເລີນຮຸ່ງເຮືອງຕະຫລອດໄປ. ຂປລ. ໃນວັນທີ 3 ຕຸລາ 2025, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະ ມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຕ້ອນຮັບຄະນະຄູ ຝຶກ ແລະ ນັກກິລາ ຈາກສະຫະພັນ ກິລາກະຕໍ້ ແລະ ຊິນລອນແຫ່ງຊາດ ລາວ ທີ່ໄດ້ສ້າງຜົນງານໃຫ້ແກ່ປະ ເທດຊາດຈາກການແຂ່ງຂັນກະຕໍ້ ລຸ່ມແມ່ນໍ້າຂອງ 2025 ທີ່ ສປ ຈີນ ຜ່ານການແຂ່ງຂັນນັກກິລາລາວ ສາມາດຍາດໄດ້ 2 ຫລຽນຄຳ, 1 ຫລຽນເງິນ, 1ຫລຽນທອງແລະຂັນ ລາງວັນ 4ໜ່ວຍ ໃນລະຫວ່າງວັນທີ 26-30 ກັນຍາ ຜ່ານມາ ຊຶ່ງນຳພາ ຄະນະເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ນຳ ໂດຍທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນ ໂລຊີ ແລະ ການສື່ສານ, ທັງເປັນປະ ທານສະຫະພັນກິລາກະຕໍ້ ແລະ ຊິນ ລອນແຫ່ງຊາດລາວ. ໃນໂອກາດນີ້, ທ່ານ ສັນຕິສຸກ ສິມມາລາວົງ ລາຍງານໃຫ້ຊາບ ກ່ຽວກັບປະຫວັດຄວາມເປັນມາ ຂອງສະຫະພັນກິລາກະຕໍ້ ແລະ ຊິນລອນແຫ່ງຊາດລາວ, ລວມທັງ ການເຄື່ອນໄຫວແຂ່ງຂັນໃນລາຍ ການຕ່າງໆທັງພາຍໃນ ແລະ ຕ່າງ ປະເທດ ໃນໄລຍະຜ່ານມາ ຊຶ່ງ ຜົນສຳເລັດອັນພົ້ນເດັ່ນ ແມ່ນການ ເຂົ້າຮ່ວມແຂ່ງຂັນກະຕໍ້ລຸ່ມແມ່ນໍ້າ ຂອງ 2025 ທີ່ ສປ ຈີນ ຊຶ່ງມີ 5 ປະເທດ ແລະ 6 ພາກສ່ວນເຂົ້າຮ່ວມ ຄື: ປະເທດລາວ, ສສ ຫວຽດນາມ, ໄທ, ກຳປູເຈຍ, ສປ ຈີນ ແລະ ທີມ ນັກກິລາແຂວງກວາງຊີເຈົ້າພາບ, ມີລາຍການແຂ່ງຂັນ 4 ລາຍການ ຄື: ທີມຊາຍດ່ຽວ, ທີມຍິງດ່ຽວ, ທີມ ຊາຍ 4 ຄົນ ແລະ ທີມຍິງ 4 ຄົນ. ຜ່ານການແຂ່ງຂັນນັກກິລາລາວ ສາມາດຍາດໄດ້ 2 ຫລຽນຄຳ, 1 ຫລຽນເງິນ, 1 ຫລຽນທອງ ແລະ ຂັນລາງວັນ 4 ໜ່ວຍ. ໃນໂອກາດດຽວກັນ, ທ່ານລັດຖະ ມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສຳເລັດຂອງນັກກິລາກະຕໍ້ ຊຶ່ງ ໄດ້ສ້າງຊື່ສຽງໃຫ້ປະເທດຊາດ, ເຮັດ ໃຫ້ຊື່ສຽງຂອງ ສປປ ລາວ ພົ້ນເດັ່ນ ຂຶ້ນໃນເວທີສາກົນ. ພ້ອມກັນນັ້ນ, ເນັ້ນໃຫ້ຄູຝຶກສືບຕໍ່ພັດທະນານັກ ກິລາໃຫ້ກວ້າງຂວາງ ແລະ ເປັນ ຂະບວນການຟົດຟື້ນ, ມີບາດກ້າວ ໃໝ່, ສາມາດຍາດໄດ້ຜົນງານໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າປະກອບສ່ວນ ເຂົ້າໃນການພັດທະນາຄົນລາວຮຸ່ນ ຂປລ. ສະພາການຄ້າ ຊາວຈີນ ຕ່າງດ້າວ ປະຈຳ ສປປ ລາວ ຈັດ ພິທີສະເຫລີມສະຫລອງວັນສ້າງຕັ້ງ ຄົບຮອບ 10 ປີ ແລະ ເທສະການ ໄຫວ້ພະຈັນຂອງຊາວຈີນຕ່າງດ້າວ ໃນລາວ ປະຈຳປີ 2025 ໃນວັນທີ 2 ຕຸລາ 2025 ຜ່ານມາ, ໃຫ້ກຽດເຂົ້າ ຮ່ວມມີທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງ ຊາດ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ມີເຈົ້າ ຄອງນະຄອນຫລວງວຽງຈັນ, ທູດ ຈີນ ປະຈຳລາວ, ມີຮອງລັດຖະ ມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ປະທານສະມາຄົມມິດຕະ ພາບ ລາວ-ຈີນ, ຕາງໜ້າຄະນະ ກໍາມະການຮ່ວມມື ລາວ-ຈີນ, ຊາວ ຈີນຕ່າງດ້າວ, ວິສາຫະກິດຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງ ວຽງຈັນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາ ການຄ້າຊາວຈີນຕ່າງດ້າວ ປະຈຳ ລາວ ຕະຫລອດໄລຍະ 10 ປີທີ່ ຜ່ານມາ ຊຶ່ງເຫັນວ່າສະພາການ ຄ້າຊາວຈີນຕ່າງດ້າວ ປະຈໍາລາວ ໄດ້ເຕົ້າໂຮມຄວາມສາມັກຄີຂອງ ຊາວຈີນຕ່າງດ້າວໃນລາວຢ່າງ ກວ້າງຂວາງ, ສ້າງເວທີຮ່ວມມື ຢ່າງຕັ້ງໜ້າ, ຮ່ວມກັນຊຸກຍູ້ການ ພັດທະນາ ແລະ ການເຕີບໂຕຂອງ ວິສາຫະກິດຈີນຢູ່ລາວຢ່າງແຂງ ແຮງ, ໄດ້ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືດ້ານເສດຖະກິດການ ຄ້າລະຫວ່າງສອງປະເທດ ລາວຈີນ ຢ່າງຕັ້ງໜ້າ. ນອກນັ້ນ, ຍັງຕັ້ງ ໜ້າຮັບຜິດຊອບວຽກງານມະນຸດ ສະທໍາຊ່ວຍເຫລືອສັງຄົມສົງເຄາະ ຕ່າງໆຢ່າງກວ້າງຂວາງ ແລະ ໃຫ້ ການຊ່ວຍເຫລືອຜູ້ທີ່ປະສົບຄວາມ ຫຍຸ້ງຍາກ ຊຶ່ງເປັນການປະກອບ ສ່ວນເສີມຂະຫຍາຍສາຍພົວພັນມິດ ຕະພາບທີ່ເປັນມູນເຊື້ອລະຫວ່າງ ສອງປະເທດ ລາວ-ຈີນ ເປັນຢ່າງດີ. ທ່ານ ນາງ ຟາງ ຫົງ ເອກອັກຄະ ລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ໄດ້ກ່າວໂດຍຫຍໍ້ກ່ຽວກັບເທສະການ ໄຫວ້ພະຈັນ ແລະ ການເຕີບໃຫຍ່ ຂະຫຍາຍຕົວຂອງ ສປ ຈີນ ນັບແຕ່ ປະເທດຈີນ ໄດ້ສະຖາປະນາຂຶ້ນ, ຕໍ່ ກັບການພົວພັນຮ່ວມມືລະຫວ່າງ 2 ປະເທດ, ສປ ຈີນ ແລະ ສປປ ລາວ ຍຶດໝັ້ນໃນຂໍ້ຕົກລົງເຫັນດີເປັນເອກະ ພາບກັນຂອງຜູ້ນຳທັງສອງປະເທດ, ຮ່ວມກັນປົກປັກຮັກສາໝາກຜົນ ກຳລັງແຮງປົກຄຸມຢູ່ພາກເໜືອຂອງ ປະເທດລາວ. ລະຫວ່າງວັນທີ 3 ຫາ 7 ຕຸລາ 2025, ຈະມີຝົນຕົກໜັກ ຫາ ໜັກຫລາຍ ພ້ອມລົມພັດແຮງຢູ່ບາງ ທ້ອງຖິ່ນທົ່ວທຸກພາກ. ຕ່າງໆເຊັ່ນ: ການຈູດບັ້ງໄຟພຸ-ໄຟ ດອກ, ໄຫລເຮືອໄຟ, ສະຖານທີ່ລອຍ ກະໂທງ, ການສະແດງສິລະປະ ວັນນະຄະດີ. ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງ ຈັນທະບູລີ, ທັງເປັນປະທານຄະນະ ກໍາມະການຈັດບຸນອອກພັນສາປະວໍ ລະນາ ແລະ ຊ່ວງເຮືອປະເພນີທີ່ທ່າ ວັດຈັນ ປະຈໍາປີ ໄດ້ຖະແຫລງຂ່າວ ໃນວັນທີ 2 ຕຸລາ 2025 ວ່າ: ບຸນ ອອກພັນສາປະວໍລະນາ ແລະ ຊ່ວງ ເຮືອປະເພນີທີ່ທ່າວັດຈັນ ເປັນບຸນ ປະເພນີປະຈໍາຊາດລາວ ທີ່ສືບທອດ ປະຕິບັດກັນມາເປັນປະຈໍາທຸກໆປີ. ພ້ອມນີ້, ຍັງເປັນການຮັກສາຮີດ ຄອງປະເພນີອັນດີງາມຂອງຊາດ, ປະກອບສ່ວນດຶງດູດນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ເຂົ້າມາ ທ່ຽວນະຄອນຫລວງວຽງຈັນ, ຊຸກຍູ້ສົ່ງເສີມການຜະລິດສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ເພື່ອ ທົດແທນການນໍາເຂົ້າ ແລະ ເປັນ ການສົ່ງເສີມການຄ້າ-ຂາຍ ເຮັດໃຫ້ ເສດຖະກິດດີຂຶ້ນ. ສຳລັບບັນດາຂໍ້ຫ້າມມີຄື: ຫ້າມ ບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ; ຫ້າມຂາຍ ຫລື ນໍາເອົາອາວຸດທຸກ ປະເພດລວມທັງ ພ້າ, ມີດ, ງ້າວ, ໜ້າເກັກ, ກະຖູນ, ສະໜັບມື, ໂຄມ ໄຟລອຍ ແລະ ປະເພດສິ່ງຂອງມີ ຄົມຕ່າງໆເຂົ້າໄປໃນງານໂດຍເດັດ ຂາດເວັ້ນເສຍແຕ່ເຈົ້າໜ້າທີ່ທີ່ໄດ້ຮັບ ອານຸຍາດ; ຫ້າມນໍາເອົາຢາເສບຕິດ, ທາດເບື່ອ, ສານເຄມີທີ່ອອກລິດ ທາງຈິດປະສາດທຸກຊະນິດ, ສິ່ງທີ່ ພາໃຫ້ເກີດສຽງດັງເກີນຂອບເຂດ, ບັ້ງກະໂພກ ເຂົ້າມາຈູດ ແລະ ວາງ ຂາຍພາຍໃນງານຢ່າງເດັດຂາດ; ຫ້າມນຳໃຊ້ເຄື່ອງຂະຫຍາຍສຽງ ໂຄສະນາສິນຄ້າດັງເກີນຂອບເຂດ ທີ່ລະບຽບການກໍານົດໄວ້; ຫ້າມ ວາງຂາຍເຄື່ອງ ແລະ ນຳເຄື່ອງ ສຽງອອກມາໂຄສະນາສິນຄ້າຢູ່ ນອກບໍລິເວນຮ້ານເກີນຂອບເຂດ ທີ່ຄະນະກໍາມະການຈັດງານໄດ້ກຳ ນົດໃຫ້; ຫ້າມຂາຍ ແລະ ນຳເອົາ ຜະລິດຕະພັນ, ວັດທະນະທໍາລາ ມົກ, ຮູບພາບລາມົກຕ່າງໆເຂົ້າມາ ວາງຂາຍ; ຫ້າມຫລິ້ນການພະນັນ ທຸກປະເພດ ແລະ ອາລະວາດຕີ ກັນ; ຫ້າມຂາຍເຄື່ອງຊະຊາຍ ໂດຍ ບໍ່ໄດ້ຮັບອະນຸຍາດ; ຫ້າມດື່ມສິ່ງມຶນ ເມົາເກີນຂອບເຂດຖ້າຜູ້ໃດລະເມີດ ຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫລື ນໍາຕົວໄປພັກຜ່ອນໄວ້ກ່ອນ; ຫ້າມ ບຸກຄົນ, ນິຕິບຸກຄົນ, ສໍານັກງານ, ອົງການປົກຄອງບ້ານ, ກີດຂວາງ ການຈັດສັນສະຖານທີ່ວາງສະແດງ ຂາຍສິນຄ້າຂອງຄະນະກຳມະການ ຈັດງານ; ຫ້າມຕອກເຫລັກ ຫລື ສິ່ງ ຂອງຕ່າງໆໃສ່ພື້ນທີ່ຢ່າງເດັດຂາດ ແລະ ຫ້າມຕິດຕັ້ງຮ້ານ ຫລື ວາງ ເຕັ້ນເກີນຂອບເຂດທີ່ຄະນະກໍາມະ ນະທຳລາວຢູ່ຮ່າໂນ້ຍ ສສ ຫວຽດ ນາມ ໂດຍມີທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ, ທ່ານ ໂຮ່ ອານ ຟອງ ຮອງລັດຖະມົນຕີກະຊວງວັດທະ ນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ພ້ອມດ້ວຍນັກສະແດງ ສິລະປະຈາກ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ໂດຍ ປະຕິບັດຕາມແຜນການຮ່ວມມື ດ້ານສິລະປະ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ-ຫວຽດນາມ ສົກ ປີ 2021-2025. ໃນການສະແດງຄັ້ງນີ້, ຄະນະ ນັກສະແດງຂອງລາວໄດ້ນຳເອົາ ສິລະປະການຟ້ອນ, ຮ້ອງ-ລຳ ແລະ ສຽງແຄນທີ່ເປັນເອກະລັກ ແລະ ມໍລະດົກໂລກມາສະແດງ ຊຶ່ງໄດ້ ສື່ໃຫ້ເຫັນເຖິງມູນເຊື້ອສິລະປະວັດ ທະນະທຳອັນດີງາມ ແລະ ເປັນ ເອກະລັກສະເພາະຂອງປະຊາຊົນ ລາວບັນດາເຜົ່າ, ການສັນລະເສີນ ປະເທດຊາດທີ່ຮັ່ງມີສວຍງາມ ແລະ ຜົນສຳເລັດໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາ, ຄວາມສາມັກຄີມິດຕະພາບແບບ ພິເສດ ແລະ ດູດດື່ມລະຫວ່າງສອງ ຊາດ ລາວ-ຫວຽດນາມ ຜ່ານບົດ ເພງ ແລະ ບົດຟ້ອນທີ່ເຕັມໄປດ້ວຍ ຄວາມໝາຍ. ໃນພິທີເປີດງານຄັ້ງນີ້, ທ່ານ ຂອງໄຊຊະນະສົງຄາມໂລກ ຄັ້ງທີ 2 ຢ່າງເດັດດ່ຽວ, ຮ່ວມກັນຮັກສາ ຄວາມເປັນທຳ, ຄວາມຍຸຕິທຳ ແລະ ຄວາມເປັນລະບຽບຮຽບຮ້ອຍສາ ກົນ, ຊຸກຍູ້ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ລາວ-ຈີນ ເພື່ອ ໃຫ້ເກີດຜົນດີຕໍ່ປະຊາຊົນທັງສອງ ປະເທດຫລາຍຍິ່ງຂຶ້ນ. ທ່ານຍັງກ່າວ ຕື່ມອີກວ່າ: ດ້ວຍຄວາມພະຍາຍາມ ຮ່ວມກັນຂອງສອງປະເທດ, ການ ກໍ່ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈຶ່ງລົງເລິກ ແລະ ໄດ້ຮັບການຈັດ ຕັ້ງປະຕິບັດຢ່າງຕັ້ງໜ້າ, ການຮ່ວມ ມືດ້ານເສດຖະກິດ-ການຄ້າ ໄດ້ ກ້າວເຂົ້າສູ່ລະດັບໃໝ່ພາຍໃຕ້ຂໍ້ ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ສອດຄ່ອງກັບຍຸດທະສາດຂອງ ລາວໃນການຫັນຈາກປະເທດ ທີ່ບໍ່ມີ ຊາຍແດນຕິດກັບທະເລ ໃຫ້ກາຍເປັນ ປະເທດທີ່ເຊື່ອມຈອດພາກພື້ນ, ການ ຄ້າ ແລະ ການລົງທຶນຂອງສອງ ຝ່າຍຍັງສືບຕໍ່ຂະຫຍາຍຕົວຢ່າງ ຕໍ່ເນື່ອງ. ພ້ອມນີ້, ທ່ານ ບູລະພາ ສັນຕິຄົງ ຄາ (Yao Bin) ປະທານສະພາ ການຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ນັບແຕ່ ສະພາການຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ ໄດ້ຮັບການສ້າງ ຕັ້ງຂຶ້ນໃນວັນທີ2 ກໍລະກົດ2015, ສະພາການຄ້າຊາວຈີນຕ່າງດ້າວ ໄດ້ຍຶດໝັ້ນໃນຫລັກການ “ນໍ້າໃຈ ຮັກແພງຮ່ວມກັນສ້າງຄວາມດີ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ” ຕະຫລອດມາ. ໃນໄລຍະຜ່ານມາໄດ້ ປະກອບສ່ວນໃຫ້ການຊ່ວຍເຫລືອ ເກີດເຫດສຸກເສີນຕ່າງໆ ໂດຍ ສະເພາະເຫດການນໍ້າຖ້ວມ, ອຸບັດ ເຫດ ແລະ ການສະກັດກັ້ນການ ລະບາດຂອງພະຍາດໂຄວິດ-1 . ນອກນັ້ນ, ຍັງໄດ້ຈັດຕັ້ງປະຕິບັດ ໂຄງການສາທາລະນະປະໂຫຍດ ຢ່າງຕໍ່ເນື່ອງເປັນໄລຍະຍາວ. ຕໍ່ກັບ ຜົນງານດັ່ງກ່າວ, ຈຶ່ງເຮັດໃຫ້ສະພາ ການຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ ໄດ້ຮັບຄວາມຊົມເຊີຍ ຢ່າງກວ້າງຂວາງໃນສັງຄົມລາວ ແລະ ໄດ້ຮັບການຮັບຮູ້ຢ່າງສູງ ຈາກລັດຖະບານ, ພ້ອມທັງໄດ້ຮັບ ລາງວັນຫລຽນໄຊພັດທະນາ ຊັ້ນ 3 ຈາກລັດຖະບານລາວ. ການຮ່ວມມື ກັບຫລາຍພາກສ່ວນທັງພາຍໃນ ສປປ ລາວ ແລະ ສປ ຈີນ, ສະພາ ການຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ ຈຶ່ງມີບົດບາສໍາຄັນໃນ ການເສີມຂະຫຍາຍໝາກຜົນຂອງ ການຮ່ວມມືລາວ-ຈີນ ໂດຍສະເພາະ ເວທີປາໄສ ຄັ້ງທີ II ຍັງໄດ້ບັນຈຸເຂົ້າ ໃນເອກະສານໝາກຜົນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນການຢ້ຽມຢາມທາງລັດຖະກິດ ທີ່ ສປ ຈີນ ໃນປີ 2023, ພ້ອມ ທັງບັນລຸບັນຊີລາຍຊື່ໝາກຜົນການ ຮ່ວມມືຂອງເວທີປາໄສການຮ່ວມມື ສາກົນ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ຄັ້ງທີ III. ນອກນີ້, ສະພາການຄ້າ ຊາວຈີນຕ່າງດ້າວປະຈໍາ ສປປ ລາວ ຍັງໄດ້ປະກອບສ່ວນພັດທະນາທາງ ດ້ານວັດທະນະທໍາ ແລະ ສື່ມວນ ຊົນໃນລາວ ເພື່ອສືບຕໍ່ເປັນກະບອກ ສຽງໃຫ້ຊາວຈີນຕ່າງດ້າວ, ກາຍ ເປັນກະບອກສຽງທີ່ສຳຄັນຂອງ ປະຊາຄົມຊາວຈີນຕ່າງດ້າວໃນ ລາວ ແລະ ເປັນຂົວຕໍ່ທີ່ສຳຄັນໃນ ການແລກປ່ຽນສື່ມວນຊົນລະຫວ່າງ ລາວ-ຈີນ ອີກດ້ວຍ. ພາຍໃນງານຄັ້ງນີ້, ຍັງໄດ້ມີພິທີ ເປີດປ້າຍສູນວິໄຈຊາວຈີນຕ່າງດ້າວ ປະຈຳ ສປປ ລາວ, ເປີດປື້ມປະຫວັດ ສາດ ຊາວຈີນຕ່າງດ້າວ ປະຈຳ ລາວ, ການສະແດງສິລະປະ, ການ ຮ້ອງເພງລວມ ເກີ່ຊ້າງຈູໂກ ຮ່ວມ ກັບທ່ານ ເອກອັກຄະລັດຖະທູດຈີນ ປະຈຳ ລາວ, ພ້ອມດ້ວຍຕາງໜ້າ ຊາວຈີນຕ່າງດ້າວໃນລາວ ແລະ ກິດ ຈະກຳແຈກລາງວັນ ຕື່ມອີກ. ສືບທອດໃຫ້ໄດ້ຕາມ 3 ລັກສະນະ ແລະ 5 ຫລັກມູນຂອງການສຶກສາ ຊຶ່ງໜຶ່ງໃນນັ້ນຄື ການພັດທະນາດ້ານ ກາຍຍະສຶກສາໃຫ້ດີຂຶ້ນເລື້ອຍໆ. ຂ່າວ-ພາບ: ກິດຕາ ການຈັດງານກໍານົດໄວ້ ຖ້າລະເມີດ ຈະຖືກກ່າວເຕືອນ ຫລື ຢຸດເຊົາໂດຍ ທັນທີ; ຫ້າມແຈກຢາຍແຜ່ນພັບ ຫລື ແຜ່ນເຈ້ຍໂຄສະນາສິນຄ້າຕ່າງໆຢູ່ ພາຍໃນງານ; ຫ້າມເດັດຂາດບໍ່ໃຫ້ ຜູ້ຈັບຈອງສະຖານທີ່ສວຍໂອກາດ ຈັບຈອງ ຫລື ຊື້ສະຖານທີ່ ເພື່ອຂາຍ ຕໍ່ໃຫ້ຜູ້ອື່ນເພື່ອເກງກໍາໄລ; ຫ້າມ ມີການໂຄສະນາສິນຄ້າ ໂດຍການ ເຕັ້ນໂຊນາງສາວ ແລະ ບໍ່ໃຫ້ມີມິນິ ຄອນເສີດ. ຂ່າວ: ໜັງສຶພິມວຽງຈັນໃໝ່ ດັ່ງນັ້ນ ວັນທີ 3 ຕຸລາ 2025, ບໍລິສັດຜະລິດ-ໄຟຟ້າລາວ ມະຫາ ຊົນ (EDL-(en) ໄດ້ແຈ້ງໃຫ້ ຊາບກ່ຽວກັບການບໍລິຫານຈັດການ ນໍ້າແມ່ນໄດ້ເພີ່ມການລະບາຍນ້ຳ ເພື່ອຮັກສາຄວາມປອດໄພໃຫ້ກັບ ທຸກພາກສ່ວນຕາມຂັ້ນຕອນທາງ ດ້ານເຕັກນິກວິຊາການເນື່ອງຈາກ ລະດັບນ້ຳໃນອ່າງເກັບນ້ຳເຂື່ອນ ນ້ຳງື່ມ 1 ໄດ້ເພີ່ມຂຶ້ນ, ປະລິມານ ນ້ຳທີ່ໄດ້ໄຫລອອກຈາກເຂື່ອນໄຟຟ້າ ນ້ຳງື່ມ 1 ລວມທັງໝົດຈະເພີ່ມຂຶ້ນ ຈາກ 8 4.40 ແມັດກ້ອນຕໍ່ວິນາທີ ມາເປັນ 74.40 ແມັດກ້ອນຕໍ່ວິ ນາທີ. ການເພີ່ມການລະບາຍນ້ຳ ນີ້, ຈະເຮັດໃຫ້ລະດັບນ້ຳທ້າຍເຂື່ອນ ເພີ່ມຂຶ້ນອີກປະມານ 15-20 ຊັງ ຕີແມັດ. ການເພີ່ມການລະບາຍນໍ້າ, ປະລິ ມານນ້ຳຈະເຮັດໃຫ້ຫລາຍພື້ນທີ່ລຸ່ມ ຂອງເຂື່ອນມີຄວາມສ່ຽງນ້ຳຮອດ ຈຸດຖ້ວມເຊັ່ນ: ຈຸດວັດແທກບ້ານຈຸ້ມ: ໃກ້ເຖິງຈຸດເຕືອນໄພທີ່ສຸດ, ເຫລືອ ພຽງ 0,10 ແມັດ; ຈຸດວັດທ່າລາດ: ຍັງເຫລືອ 1,30 ແມັດ ເຖິງຈຸດນ້ຳ ຖ້ວມ (13,60 ແມັດ); ຈຸດວັດບ້ານ ປາກກະຍຸງ: ຍັງເຫລືອ 1,72 ແມັດ ເຖິງຈຸດນ້ຳຖ້ວມ (12 ແມັດ). ສະພາບການໃນປັດຈຸບັນ, ແມ່ນ ມີຄວາມສ່ຽງສູງທັງຈາກການລະ ບາຍນ້ຳຂອງເຂື່ອນ ແລະ ອິດທິພົນ ຂອງພາຍຸ Matmo ທີ່ຈະເຮັດໃຫ້ ເກີດນ້ຳປ່າໄຫລຊຸແຮງ, ດິນເຈື່ອນ ແລະ ນ້ຳຖ້ວມຍຶ່ງ. ຂໍໃຫ້ປະຊາຊົນລຽບຕາມແມ່ ນ້ຳງື່ມ ຕ້ອງມີສະຕິ ແລະ ຍົກຍ້າຍ ສິ່ງຂອງຂຶ້ນສູ່ບ່ອນສູງທັນທີ ຍ້ອນ ລະດັບນ້ຳຈະເພີ່ມຂຶ້ນ 15-20 ຊັງ ຕີແມັດ ພາຍຫລັງການປັບປະຕູ ນ້ຳລົ້ນ. ນາງ ດາລານີ ພົມມະວົງສາ ຮອງ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ເນັ້ນໜັກ ເຖິງຄວາມສຳຄັນຂອງງານ ຊຶ່ງ ເປັນການປະກອບສ່ວນໃນການເສີມ ສ້າງມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມລາວ. ງານສັບປະດາວັດທະນະທຳ ລາວຄັ້ງນີ້, ຍັງເປັນສ່ວນໜຶ່ງໃນ ການຮ່ວມສະເຫລີມສະຫລອງວັນ ສຳຄັນທາງປະຫວັດສາດຂອງສອງ ປະເທດ ຄື: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 80 ປີ ແລະ ວັນເກີດ ປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ. ທ່ານ ໂຮ່ ອານ ຟອງ ຮອງລັດ ຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ກໍ ໄດ້ມີຄຳເຫັນຊົມເຊີຍຕໍ່ການຈັດງານ ສັບປະດາວັດທະນະທຳລາວທີ່ ສສ ຫວຽດນາມ, ພ້ອມທັງກ່າວເຖິງ ສາຍພົວພັນມິດຕະພາບອັນແໜ້ນ ແຟ້ນຂອງສອງຊາດຫວຽດນາມລາວ ຈົ່ງໝັ້ນຄົງຂະໜົງແກ່ນຊົ່ວ ການລະນານ. ເຂົ້າຮ່ວມຊົມການສະແດງ ໃນຄັ້ງນີ້, ມີທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ບັນດາການນຳສອງປະເທດລາວຫວຽດນາມ, ທູຕານຸທູດ, ນັກສຶກສາ ທີ່ກຳລັງສຶກສາຢູ່ຫວຽດນາມ ແລະ ມວນຊົນຫວຽດນາມ ເຂົ້າຮ່ວມ ຊົມຢ່າງຫລວງຫລາຍ. ນອກຈາກ ການສະແດງຢູ່ນະຄອນຫລວງຮ່າ ໂນ້ຍແລ້ວ, ຄະນະນັກສະແດງ ສປປ ລາວ ຍັງຈະໄດ້ສືບຕໍ່ເດີນທາງໄປສະ ແດງທີ່ແຂວງແທ່ງຮວາ ຕື່ມອີກ. ຂໍ້ມູນ: ຫ້ອງການກະຊວງ ວທ

RkJQdWJsaXNoZXIy MTc3MTYxMQ==