7130

xtgmf]k; 3 06/10/2025 0j k; c]t gsfdko ໂດຍ ເຂົ້າຈານນໍ້າ dkom6 f;a fmtotme xtdv[lj ;opq dl6 '[q f[kf c]t rk[rq fmuj fu 0v' lxx ]k; .og;mu lkdq o (ເນື່ອງໃນໂອກາດ ຄົບຮອບ 80 ປີ ວັນການທູດລາວ 12 ຕຸລາ 1 45 ļ 12 ຕຸລາ 2025) ຮຽບຮຽງໂດຍ: ກົມການຂ່າວ, ກະຊວງການຕ່າງປະເທດ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ ຢ່າຕົ່ງ 3I'IPo ,l ,y f8trk[ ]k;{s;Pfok, dP,9a fs]kpdy f9tdelts]v';a o76 csj '-kf ລາວ-ຫວຽດນາມ ກໍໄດ້ຈັດຫລາຍ ກິດຈະກຳ ເພື່ອສະຫລອງວັນດັ່ງ ກ່າວໂດຍສະເພາະແມ່ນກິດຈະກຳ ແຂ່ງຂັນສິລະປະ, ການແຂ່ງຂັນກິ ລາລະຫວ່າງຊັ້ນມຕົ້ນ-ມປາຍເພື່ອ ສ້າງຄວາມສາມັກຄີລະຫວ່າງນ້ອງ ນັກຮຽນທັງເປັນການຄັດເລືອກເອົາ ນັກຮຽນ ເຂົ້າຮ່ວມໃນການສະເຫລີມ ສະຫລອງວັນຄູແຫ່ງຊາດໃນປີນີ້. ແນວໃດກໍດີ, ເນື່ອງໃນໂອກາດ ວັນຄູແຫ່ງຊາດທີ່ຈະມາເຖິງນີ້, ທ່ານ ນາງ ສີປະໄພ ເຮືອງສີ ຮອງ ຜູ້ອຳນວຍການໂຮງຮຽນ ມສ ມິດ ຕະພາບລາວ-ຫວຽດນາມ ໄດ້ໃຫ້ ສຳພາດຕໍ່ທີມນັກຂ່າວສຳນັກຂ່າວ ສານປະເທດລາວວ່າ: ວັນຄູແຫ່ງ ຊາດທີ 7 ຕຸລາ ແມ່ນອີກວັນໜຶ່ງທີ່ ມີຄວາມໝາຍຄວາມສຳຄັນທີ່ສຸດ ຂອງຊາດລາວເຮົາ, ທີ່ນຶກເຖິງຄຸນ ງາມຄວາມດີຂອງຄູ-ອາຈານທີ່ໄດ້ ອຸທິດສິດສອນ, ຖ່າຍຖອດຄວາມຮູ້ ໃຫ້ແກ່ລູກຫລານຂອງປະຊາຊົນໃຫ້ ເປັນຄົນດີຂອງສັງຄົມ ຂອງຊາດ. ວັນດັ່ງກ່າວກຳເນີດຂຶ້ນ ຍ້ອນນາຍ ຄູຄໍາໄດ້ຮັບລັດຊະການ ເປັນຄູສອນ ເລີ່ມແຕ່ວັນທີ 7 ຕຸລາ 1 07 ຊຶ່ງ ຕະຫລອດຊີວິດການເປັນຄູຂອງ ນາຍຄູຄໍາ ນອກຈາກເຮັດໜ້າທີ່ ການສິດສອນແລ້ວ ຍັງໄດ້ເຂົ້າຮ່ວມ ຂະບວນການປຸກລະດົມນໍາພາປະ ຊາຊົນລາວບັນດາເຜົ່າມີນໍ້າໃນຮັັັກ ຊາດ, ຄຽດແຄ້ນສັດຕູ, ຕ້ານການ ຮຸກຮານຂອງພວກຈັກກະພັດລ່າ ເມືອງຂຶ້ນແບບເກົ່າ, ຜ່ານໄລຍະ ເວລາອັນຍືດເຍື້ອຍາວນານ, ລະອິດ ລະອ້ຽວ, ນໍາພາປະຊາຊົນລຸກຮືຂຶ້ນ ຕໍ່ສູ້, ຈົນສຸດທ້າຍຕົນເອງຖືກຈັບກຸມ ຄຸມຂັງ ແຕ່ສາມາດໂຕນອອກຈາກ ຄຸກ ແລະ ເສຍຊີວິດໃນເວລາຕໍ່ມາ. ເພື່ອລະນຶກເຖິງຜົນງານຄຸນ ງາມຄວາມດີ ຂອງນາຍຄູຄໍາ ທີ່ໄດ້ ອຸທິດຕົນເພື່ອຊາດ, ເພື່ອການສຶກສາ ໃນເມື່ອກ່ອນ ແລະ ສັນລະເສີນຜົນ ງານຂອງນາຍຄູຄໍາ, ໃນປີ 1 4 ພັກ-ລັດຖະບານ ຈຶ່ງຕົກລົງກໍານົດ ເອົາວັນທີ 7 ຕຸລາ ເປັນວັນຄູແຫ່ງ ຊາດ ຊຶ່ງໃນທຸກໆປີໄດ້ຈັດພິທີໂຮມ ຊຸມນຸມ, ປາຖະກະຖາ, ຈັດກິດຈະ ກຳສິລະປະ, ແຂ່ງຂັນກິລາຕ່າງໆ ເພື່ອສະເຫລີມສະຫລອງວັນດັ່ງ ກ່າວ ໃນຂອບເຂດທົ່ວປະເທດຢ່າງ ຟົດຟື້ນ. ສຳລັບໂຮງຮຽນ ມສ ມິດ ຕະພາບ ລາວ-ຫວຽດນາມ ກໍໄດ້ ມີການແຈ້ງໃຫ້ນັກຮຽນ ຫລື ສ້າງ ກິດຈະກຳອ່ານປະຫວັດຄວາມເປັນ ຂອງນາຍຄູຄຳ ເພື່ອໃຫ້ນັກຮຽນຮູ້ ປະຫວັດຂອງຄູຄຳ ແລະ ແຫລ່ງກຳ ເນີດຂອງການສະເຫລີມສະຫລອງ ວັນຄູແຫ່ງຊາດໃນແຕ່ລະປີ. ທ່ານ ນາງ ສີປະໄພ ເຮືອງສີ. ໂລກ. ປັດຈຸບັນບໍລິສັດ ສາມາດ ຜະລິດເກືອໄດ້ປະມານ 2.6003.000 ໂຕນຕໍ່ປີ, ສ້າງລາຍຮັບ ແລະ ມອບພັນທະໃຫ້ແກ່ລັດໃນ ແຕ່ລະປີ. ບໍລິສັດ ເກືອເວີນຄໍາ ໄດ້ ປະສົບຜົນສໍາເລັດດ້ວຍປັດໄຈ ຫລັກ 2 ປະການຄື: ມີວັດທະນະ ທໍາອົງກອນທີ່ສອດຄ່ອງ ແລະ ເຂັ້ມແຂງ, ເປັນອົງກອນທີ່ຮຽນຮູ້ ແລະ ພັດທະນາຢ່າງຕໍ່ເນື່ອງ (5S, Kaizen, PDCA ...) ການດໍາ ເນີນທຸລະກິດຂອງບໍລິສັດ ມາຮອດ ມື້ນີ້ ຍ້ອນມີແນວທາງນະໂຍບາຍທີ່ ຖືກຕ້ອງ ແລະ ສອດຄ່ອງຂອງພັກລັດ ໂດຍສະເພາະຂະແໜງສົ່ງເສີມ ການຜະລິດພາຍໃນ ແລະ ສົ່ງອອກ, ໄດ້ຮັບການສະໜັບສະໜູນ, ຊຸກຍູ້ ສົ່ງເສີມການຈັດຕັ້ງສັງຄົມທຸກ ພາກສ່ວນ ພິເສດແມ່ນໄດ້ຮັບການ ນໍາພາ-ຊີ້ນໍາຈາກອົງຄະນະພັກ, ອົງການປົກຄອງນະຄອນຫລວງ ວຽງຈັນ ສະໄໝທີ VII ດ້ວຍດີຕະ ຫລອດມາ. ທ່ານນາງບຸນທະວີຈຸນລະມະນີ ກ່າວຕື່ມວ່າ: ເພື່ອເປັນການຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນະຄອນຫລວງວຽງຈັນ, ບໍລິສັດ ເກືອເວີນຄໍາ ຈະໄດ້ສືບຕໍ່ສົ່ງເສີມ ການຜະລິດພາຍໃນໃຫ້ເປັນສິນຄ້າ, ໃຫ້ປະຊາຊົນລາວໄດ້ບໍລິໂພກເກືອ ທີ່ມີຄຸນນະພາບ, ມີຄວາມປອດ ໄພ, ມີຄຸນຄ່າທາງດ້ານໂພຊະນາ ການ, ເປັນທີ່ຍອມຮັບຂອງສັງຄົມ ແລະ ສາມາດກ້າວເຂົ້າໄປໃນຕະ ຫລາດໂລກ, ສ້າງຊື່ສຽງໃຫ້ແກ່ ປະເທດຊາດ. ຂປລ. ເກືອເວີນຄໍາ ພາຍໃຕ້ ເຄື່ອງໝາຍການຄ້າ “ກາກວຽນ” ໄດ້ມີການປັບປຸງຄຸນນະພາບ ທັງໄດ້ ສ້າງລະບົບເຮືອນຮົ່ມທີ່ໃຊ້ຄວາມ ຮ້ອນ ດ້ວຍພະລັງງານແສງຕາເວັນ ເພື່ອຕາກເກືອ ແລະ ອົບເມັດເກືອ ຕິດພັນກັບການນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ອັນເຮັດໃຫ້ເກືອໄດ້ ຄຸນນະພາບ ແລະ ໄດ້ມາດຕະຖານ ສາກົນ ຊຶ່ງໄດ້ຮັບການຢັ້ງຢືນ (MP, ISO 001:2015. ຕາມການປະກອບຄຳເຫັນ ຂອງ ທ່ານ ນາງ ບຸນທະວີ ຈຸນລະ ມະນີ ອໍານວຍການບໍລິສັດ ເກືອ ເວີນຄໍາ ຈຳກັດຜູ້ດຽວ ໃນກອງ ປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ນະຄອນຫລວງວຽງຈັນ ຄັ້ງທີ VIII ເມື່ອມໍ່ໆນີ້ ໃນຫົວຂໍ້ “ຕົວແບບໃນ ການຜະລິດເກືອຄຸນນະພາບ ໄດ້ ມາດຕະຖານສາກົນ ເພື່ອການ ສົ່ງອອກ” ວ່າ: ບໍລິສັດ ເກືອເວີນ ຄໍາ ຈຳກັດຜູ້ດຽວ ສ້າງຕັ້ງຂຶ້ນໃນ ປີ 1 6 ມີໂຮງງານຕັ້ງຢູ່ບ້ານ ສາມສະອາດ ເມືອງໄຊທານີ ນະ ຄອນຫລວງວຽງຈັນ, ມີພະນັກ ງານ-ກຳມະກອນກວ່າ 100 ຄົນ, ໃນເບື້ອງຕົ້ນການຜະລິດເກືອແມ່ນ ໄດ້ນໍາໃຊ້ນໍ້າເຄັມຈາກຊັ້ນໃຕ້ດິນ ໂດຍການເຈາະສ້າງບາດານໃນ ຄວາມເລິກປະມານ 150 ແມັດ, ນໍ້າເຄັມຖືກດູດຂຶ້ນມາ ເພື່ອຕົ້ມ ແລະ ຕາກແດດ, ການຕົ້ມເກືອ ແມ່ນໃຊ້ວິທີແບບປະຖົມປະຖານ ດັ້ງເດີມ, ໂດຍນໍາໃຊ້ຖ່ານຫີນເປັນ gdn vg;u o7e wfh ,kf8t4kolkdq o lqj 'vvd9e|j kps]kpxtgmf ຕໍ່ຈາກໜ້າ 1 ເຊື້ອເພີງ ຊຶ່ງມີຜະລິດຕະພັນ 3 ປະເພດຄື: ເກືອຕົ້ມ, ເກືອຕາກ ແດດ ແລະ ເກືອສະໝຸນໄພ, ພາຍໃຕ້ ເຄື່ອງໝາຍການຄ້າ “ກາກວຽນ”, ຫລັງຈາກນັ້ນ ກໍໄດ້ມີການປັບປຸງ ຄຸນນະພາບຢ່າງຕໍ່ເນື່ອງມາ ເປັນ ຕົ້ນໄດ້ສ້າງລະບົບເຮືອນຮົ່ມທີ່ໃຊ້ ຄວາມຮ້ອນ ດ້ວຍພະລັງງານແສງ ຕາເວັນ ເພື່ອຕາກເກືອ ແລະ ອົບ ເມັດເກືອໃຫ້ແຫ້ງໄວຂຶ້ນ, ນໍາໃຊ້ ເຕັກໂນໂລຊີທີ່ທັນສະໄໝ ແຕ່ຍັງ ຄົງຮັກສາການຜະລິດແບບດັ້ງເດີມ ໃຫ້ໄດ້ຄຸນນະພາບ ແລະ ມາດຕະ ຖານສາກົນ ຊຶ່ງໄດ້ຮັບການຢັ້ງຢືນ (MP, ISO 001:2015 ແລະ ສົ່ງອອກໄປຈຳໜ່າຍຢູ່ຫລາຍປະ ເທດໂດຍສະເພາະແມ່ນ ຍີ່ປຸ່ນ, ໃຕ້ ຫວັນ, ສ ເກົາຫລີ, ຫວຽດນາມ ແລະ ໄທ. ໃນທ້າຍປີນີ້ ຈະໄດ້ຮັບ ການຢັ້ງຢືນມາດຕະຖານອາຫານ ຮາລາລ (Halal) ໃນໂຄງການ ສ້າງຄວາມເຂັ້ມແຂງດ້ານຜະລິດ ຕະພາບ ຊຶ່ງຈະສ້າງມາດຕະຖານ ໃໝ່ໃຫ້ແກ່ເກືອລາວ ເພື່ອກ້າວເຂົ້າ ສູ່ຕະຫລາດໂລກ ເຂົ້າເຖິງພົນລະ ເມືອງຊາວມຸສະລິມ ທີ່ກວມເອົາ ປະມານ 1 3 ຂອງພົນລະເມືອງ ຂປລ. ສປປ ລາວ ໄດ້ໃຫ້ຄວາມ ສຳຄັນດ້ານການທູດວັດທະນະທຳ (Cultural DiQlomacZ) ໂດຍຮັບຮູ້ ວ່າແມ່ນການນຳໃຊ້ຊັບພະຍາກອນ ທາງດ້ານວັດທະນະທຳ ເຊັ່ນ: ພາສາ, ສິລະປະ, ດົນຕີ, ວັນນະຄະດີ, ຮີດຄອງ ປະເພນີອັນດີງາມ, ຄວາມເຊື່ອ, ແນວ ຄວາມຄິດ, ຄ່ານິຍົມ, ການແຕ່ງກາຍ ລວມທັງອາຫານການກິນການຢູ່ ດໍາ ລົງຊີວິດທີ່ເປັນເອກະລັກ ຂອງລັດໃດ ໜຶ່ງ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ເສີມສ້າງສາຍພົວພັນທີ່ດີເຊິ່ງກັນ ແລະ ກັນ ລະຫວ່າງ ລັດກັບລັດ, ປະຊາຄົມ ກັບປະຊາຄົມ ກໍຄື ລະຫວ່າງ ອົງການ ຈັດຕັ້ງດ້ວຍກັນ ຊຶ່ງເປັນການສ້າງພື້ນ ຖານອັນສຳຄັນໃຫ້ການຮ່ວມມືໃນຂົງ ເຂດອື່ນໆ ເຊັ່ນ: ການເມືອງ, ເສດຖະ ກິດ, ການຄ້າ, ການລົງທຶນ, ການພັດ ທະນາຊັບພະຍາກອນມະນຸດ, ການໄປ ມາຫາສູ່ກັນ ລະຫວ່າງ ປະຊາຊົນກັບ ປະຊາຊົນ, ວິທະຍາສາດ, ເຕັກໂນໂລ ຊີ ແລະ ອື່ນໆ. ນອກຈາກນັ້ນ, ການທູດ ວັດທະນະທໍາ ຍັງແມ່ນເຄື່ອງມືທີ່ມີ ພະລັງອໍານາດແບບນີ້ມນວນ (SoGt PoXer) ຂອງຊາດໃດໜຶ່ງທີ່ສາ ມາດນຳໃຊ້ເຂົ້າໃນການສົ່ງເສີມຜົນ ປະໂຫຍດແຫ່ງຊາດຂອງຕົນໃນເວທີ ສາກົນ ກໍຄື ເພື່ອເປັນການຍົກສູງບົດ ບາດ, ອິດທິພົນ ແລະ ພາບພົດທີ່ດີຂອງ ປະເທດຕົນໃນເວທີສາກົນ ຜ່ານການ ສະແດງ ແລະ ນຳສະເໜີວັດທະນະທຳ ຂອງປະເທດຕົນໃຫ້ສາກົນຮັບຮູ້. ສໍາລັບສປປລາວ,ການເຄື່ອນໄຫວ ການທູດວັດທະນະທໍາ ແມ່ນອົງປະ ກອບໜຶ່ງທີ່ສຳຄັນຂອງການເຄື່ອນໄຫວ ການທູດໂດຍລວມ ຂອງ ສປປ ລາວ. ນັບແຕ່ອະດີດຈົນເຖິງປັດຈຸບັນ, ການ ເຄື່ອນໄຫວທາງການທູດ ກໍຄື ການພົວ ພັນການຕ່າງປະເທດຂອງລາວ ບໍ່ພຽງ ແຕ່ຕິດພັນກັບວຽກງານທາງດ້ານ ການເມືອງ ແລະ ຄວາມໝັ້ນຄົງເທົ່າ ນັ້ນ (ໂດຍເອີ້ນວ່າການທູດການ ເມືອງ), ແຕ່ຍັງໄດ້ຕິດພັນກັບວຽກ ງານເສດຖະກິດ (ການທູດເສດຖະ ກິດ) ແລະ ວັດທະນະທໍາ (ການທູດ ວັດທະນະທຳ ຫລື ການທູດປະຊາຊົນ) ຊຶ່ງທັງສາມອົງປະກອບແມ່ນມີການ ເຊື່ອມໂຍງ ແລະ ເກາະກ່າຍກັນຢ່າງ ກົມກຽວສະໜິດແໜ້ນ ເພື່ອບັນລຸ ເປົ້າໝາຍລວມອັນສູງສຸດຂອງນະໂຍ ບາຍການຕ່າງປະເທດຂອງພັກ ແລະ ລັດຖະບານ ສປປ ລາວ. ສປປ ລາວ ໄດ້ມີການເຄື່ອນໄຫວ ການທູດວັດທະນະທຳ ຢ່າງຕັ້ງໜ້າ, ກວ້າງຂວາງ ແລະ ເລິກເຊິ່ງ ໂດຍຍຶດ ໝັ້ນຕໍ່ແນວທາງປ່ຽນແປງໃໝ່ຂອງ ພັກ ກໍຄື ນະໂຍບາຍການຕ່າງປະເທດ ຂອງພັກໃນແຕ່ລະໄລຍະ ຊຶ່ງໄດ້ຕິດ ພັນ ແລະ ເກາະກ່າຍຢ່າງກົມກຽວກັບ ການເຄື່ອນໄຫວການທູດທາງການ ເມືອງ-ຄວາມໝັ້ນຄົງ ແລະ ການທູດ ເສດຖະກິດ ເຊັ່ນ: ການເຄື່ອນໄຫວຢ້ຽມ ຢາມ ຫລື ເຂົ້າຮ່ວມກອງປະຊຸມສາກົນ ຢູ່ຕ່າງປະເທດ ຂອງບັນດາການນໍາ ຂັ້ນສູງຂອງພັກ-ລັດ ກໍຄື ການຕ້ອນ ຮັບການນໍາຂັ້ນສູງຕ່າງປະເທດທີ່ເດີນ ທາງມາຢ້ຽມຢາມ ຫລື ເຂົ້າຮ່ວມກອງ ປະຊຸມພາກພື້ນ ແລະ ສາກົນ ຢູ່ ສປປ ລາວ. ໂດຍລວມແລ້ວ ພາຍໃຕ້ການ ເຄື່ອນໄຫວທາງການທູດຢ່າງມີພິກ ໄຫວ, ຫ້າວຫັນ, ສ້າງສັນ, ມີຫລັກການ ແລະ ຕໍ່ເນື່ອງ, ການເຄື່ອນໄຫວທາງ ການທູດຂອງລາວແມ່ນໄດ້ຮັບຜົນສໍາ ເລັດຢ່າງຈົບງາມ ແລະ ເປັນຮູບປະທຳ ຫລາຍດ້ານ ຊຶ່ງວຽກງານການທູດວັດ ທະນະທໍາກໍນອນຢູ່ໃນບັນດາຜົນສໍາ ເລັດເຫລົ່ານັ້ນ ເປັນຕົ້ນແມ່ນ ສປປ ລາວ ໄດ້ມີການລົງນາມເອກະສານການ ຮ່ວມມືໃນຂົງເຂດວັດທະນະທຳ ກັບ ບັນດາປະເທດເພື່ອນມິດຍຸດທະສາດ, ປະເທດບ້ານໃກ້ເຮືອນຄຽງ ແລະ ເພື່ອນ ມິດອື່ນໆ ນັບມື້ນັບຫລາຍຂຶ້ນ. ສິ່ງສຳຄັນ, ຜົນສຳເລັດໃນການ ເຄື່ອນໄຫວທາງການທູດວັດທະນະທຳ ຂອງລາວ ບໍ່ພຽງແຕ່ໄດ້ເຫັນໃນບັນດາ ເອກະສານເທົ່ານັ້ນ, ແຕ່ຍັງໄດ້ສະແດງ ໃຫ້ເຫັນເປັນຮູບປະທຳ ໂດຍການຈັດ ຕັ້ງຜັນຂະຫຍາຍບັນດາສັນຍາ, ຂໍ້ຕົກ ລົງ ແລະ ບົດບັນທຶກຕ່າງໆທີ່ຕິດພັນກັບ ການຮ່ວມມືໃນຂົງເຂດວັດທະນະທຳ ທັງໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍ ທັງໃນລະດັບອະນຸພາກພື້ນ, ພາກ ພື້ນໄປຈົນເຖິງລະດັບໂລກ ໃຫ້ເປັນໂຄງ ການ ແລະ ກິດຈະກຳຕ່າງໆ. ໃນນັ້ນ, ກໍແມ່ນການແລກປ່ຽນສິລະປະການສະ ແດງ, ການວາງສະແດງຮູບພາບວັດ ທະນະທໍາ, ງານສັບປະດາວັດທະນະ ທໍາ, ສັບປະດາຮູບເງົາ, ກອງປະຊຸມ ເວທີສໍາມະນາສົ່ງເສີມວຽກງານວິຊາ ການ ແລະ ງານບຸນລາວຢູ່ບັນດາປະ ເທດຕ່າງໆ ເປັນຕົ້ນ ສສ ຫວຽດນາມ, ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ. ນອກ ນັ້ນ, ໃນພາກພື້ນເອີຣົບ ກໍໄດ້ມີການ ຈັດຕັ້ງສັບປະດາວັດທະນະທຳ ລະ ຫວ່າງ ສປປ ລາວ ກັບ ສ ຣັດເຊຍ ແລະ ສ ເບລາຣຸດຊີ, ຮ່ວມມືກັບ ສ ຝຣັ່ງ ໃນການສະໜັບສະໜູນວຽກງານຄຸ້ມ ຄອງບູລະນະສະຖານທີ່ມໍລະດົກໂລກ ຫລວງພະບາງ ແລະ ວັດພູຈຳປາສັກ. ໃນຂະນະດຽວກັນ, ການເຄື່ອນໄຫວ ການທູດວັດທະນະທໍາຢູ່ພາຍໃນ ສປປ ລາວ ເຮົາ ໂດຍຜ່ານບັນດາເວທີ, ກອງ ປະຊຸມ ແລະ ການສໍາມະນາສາກົນ ຕ່າງໆ ຫລື ບັນດາເທສະການວັນບຸນ ສໍາຄັນຕ່າງໆ, ແນໃສ່ສ້າງຄວາມຮັບຮູ້ ກ່ຽວກັບວັດທະນະທໍາອັນດີງາມຂອງ ລາວເຮົາໃຫ້ແກ່ບັນດານັກການທູດ, ຊ່ຽວຊານ, ອາສາສະໝັກ ແລະ ຊາວ ຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ວຽກງານ ແລະ ດໍາລົງຊີວິດຢູ່ລາວ, ເປັນຕົ້ນແມ່ນກິດຈະກໍາສະເຫລີມ ສະຫລອງວັນສ້າງຕັ້ງສາຍພົວພັນ ການທູດລະຫວ່າງສປປລາວແລະບັນ ດາປະເທດເພື່ອນມິດ, ງານບຸນປີໃໝ່ ລາວ, ງານລ້ຽງນໍ້າຊາຂອງສະຫະພັນ ແມ່ຍິງກະຊວງການຕ່າງປະເທດລາວ ແລະ ບັນດານັກການທູດເພດຍິງ ຕ່າງປະເທດປະຈໍາລາວ, ເທສະການ ອາຫານລາວ ແລະ ຕ່າງປະເທດ, ເທສະ ການວັດທະນະທໍາ ແລະ ອື່ນໆ. ອີກດ້ານໜຶ່ງ, ສປປ ລາວ ໄດ້ສືບ ຕໍ່ເຄື່ອນໄຫວຢ່າງຫ້າວຫັນຮ່ວມກັບ ອົງການສະຫະປະຊາຊາດ ເພື່ອການ ສຶກສາ, ວິທະຍາສາດ ແລະ ວັດທະນະ ທໍາ (U/ESCO) ເພື່ອສ້າງເງື່ອນໄຂ ໃຫ້ບັນດາແຫລ່ງມໍລະດົກທາງວັດທະ ນະທໍາ, ປະຫວັດສາດ ແລະ ທໍາມະ ຊາດຂອງ ສປປ ລາວ ຖືກຮັບຮອງເຂົ້າ ເປັນມໍລະດົກໂລກ. ມາຮອດປັດຈຸບັນ, ຜ່ານການເຄື່ອນໄຫວພາຍໃຕ້ສົນທິ ສັນຍາປົກປັກຮັກສາມໍລະດົກໂລກ ທາງດ້ານວັດທະນະທຳ ແລະ ທຳມະ ຊາດ ຂອງ ອົງການອຸຍແນັສໂກ (ຫລື ສົນທິສັນຍາມໍລະດົກໂລກ 1 72), ໄດ້ຮັບຮອງເອົາແຫລ່ງມໍລະດົກແຫ່ງ ຊາດທາງດ້ານວັດທະນະທໍາ ຈໍານວນ 3 ແຫ່ງ ຄື: ເມືອງຫລວງພະບາງ (1 5), ວັດພູ ແລະ ເຂດພູມີທັດວັດ ທະນະທຳເມືອງບູຮານເສດຖາປຸຣະ (2001) ແລະ ທົ່ງໄຫຫີນ ຊຽງຂວາງ (201 ) ແລະ ການເຄື່ອນໄຫວພາຍ ໃຕ້ສົນທິສັນຍາປົກປັກຮັກສາມໍລະດົກ ນາມມະທໍາ ຂອງອົງການອຸຍແນັສໂກ (ຫລືສົນທິສັນຍາ2003) ໄດ້ຮັບຮອງ ເອົາມໍລະດົກທາງດ້ານວັດທະນະທໍາ ນາມມະທໍາແຫ່ງຊາດ ເຂົ້າໃນບັນຊີຕົວ ແທນມໍລະດົກນາມມະທຳຂອງມວນມະ ນຸດໂລກ ຈໍານວນ 3 ລາຍການ ຄື: ສຽງ ແຄນເຊື້ອຊາດລາວ (2017), ຫັດຖະ ກຳພື້ນເມືອງ ພູມປັນຍາການຕໍ່ລາຍນາກ ຂອງຊຸມຊົນເຊື້ອຊາດລາວ (2023) ແລະຟ້ອນລໍາວົງລາວ(2024). ພ້ອມ ດຽວກັນນັ້ນ, ການທູດວັດທະນະທໍາ ກໍຍັງສືບຕໍ່ປະກອບສ່ວນຊຸກຍູ້ຢ່າງຕັ້ງ ໜ້າໃນການຍົກສູງລະດັບຄວາມເຂົ້າ ໃຈກ່ຽວກັບ ສປປ ລາວ ໃນວຽກງານ ການເມືອງ ແລະ ປະຊາຊົນບັນດາປະ ເທດໃນໂລກ. ນອກຈາກນັ້ນ, ສປປ ລາວ ຍັງສືບຕໍ່ຊຸກຍູ້ບັນດາແຫລ່ງທໍາ ມະຊາດ ແລະ ວັດທະນະທໍາ ຢູ່ໃນ ສປປ ລາວ ໃຫ້ເຂົ້າເປັນມໍລະດົກໂລກຕື່ມ ອີກໃນອະນາຄົດ ເຊັ່ນ: ອຸທິຍານແຫ່ງ ຊາດຫີນໜາມໜໍ່ ຢູ່ ເມືອງບົວລະພາ, ແຂວງຄໍາມ່ວນ (ກໍາລັງຢູ່ໃນຂະບວນ ການພິຈາລະນາ ຂອງສູນມໍລະດົກ ໂລກ) ເຂົ້າເປັນມໍລະດົກໂລກແລ້ວ ໃນ ກອງປະຊຸມຄະນະກຳມະການມໍລະດົກ ໂລກ ຄັ້ງທີ 47 ປີ ເດືອນກໍລະກົດ 2025 ທີ່ນະຄອນຫລວງປາຣີ ປະເທດ ຝຣັ່ງ ແລະ ແຫລ່ງມໍລະດົກທາງດ້ານ ວັດທະນະທຳແຫ່ງອື່ນ ຊ່ຶງປັດຈຸບັນ ແມ່ນໄດ້ຖືກບັນຈຸແລ້ວ ໃນບັນຊີສຳ ຮອງມໍລະດົກໂລກ ຂອງອົງການອຸຍ ແນັສໂກ ເຊັ່ນ: ພະທາດຫລວງວຽງຈັນ (ນະຄອນຫລວງວຽງຈັນ 1 2), ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ (ຄໍາມ່ວນ 2025) ແລະ ມີແຜນການ ສືບຕໍ່ຄົ້ນຄວ້າສະເໜີເອົາພະທາດອີງ ຮັງ (ສະຫວັນນະເຂດ), ເສົາຫີນຕັ້ງ (ຫົວພັນ) ເຂົ້າໃນບັນຊີສຳຮອງມໍລະ ດົກໂລກໃນອະນາຄົດ ແລະ ອື່ນໆ. ນອກຈາກນັ້ນ, ສປປ ລາວ ໄດ້ ເຄື່ອນໄຫວວຽກງານການທູດວັດທະ ນະທໍາ ໃນເວທີພາກພື້ນ ໂດຍການສົ່ງ ເສີມການຮ່ວມມືໃນຂົງເຂດວັດທະ ນະທຳ ພາຍໃຕ້ປະຊາຄົມສັງຄົມວັດທະນະທຳອາຊຽນ (ASEA/ Socio-Cultural CommunitZ - ASCC) ໂດຍໄດ້ເຂົ້າຮ່ວມກິດຈະກຳ ທາງດ້ານວັດທະນະທຳທີ່ຫລາກ ຫລາຍ ເປັນຕົ້ນແມ່ນ ກິດຈະກຳການ ແລກປ່ຽນວັດທະນະທຳ ລະຫວ່າງ ປະ ເທດສະມາຊິກອາຊຽນ ເຊັ່ນ: ງານບຸນ ວັດທະນະທຳ, ການສະແດງສິລະປະ ແລະ ໂຄງການແລກປ່ຽນຊາວໜຸ່ມ ເພື່ອ ປະກອບສ່ວນເຂົ້າໃນຂະບວນການ ສ້າງປະຊາຄົມອາຊຽນທີ່ຖືປະຊາຊົນ ເປັນກົກ ແລະ ມີຄວາມຮັບຜິດຊອບຕໍ່ ສັງຄົມ ກໍຄື ເພື່ອຮັດແໜ້ນຄວາມສາ ມັກຄີ ແລະ ເປັນປຶກແຜ່ນ ລະຫວ່າງ ປະ ຊາຊົນກັບປະຊາຊົນໃນປະເທດສະມາ ຊິກອາຊຽນດ້ວຍກັນ, ໂດຍການສ້າງ ເອກະລັກຮ່ວມກັນ ແລະ ການປົກປ້ອງ ແລະ ສົ່ງເສີມຄຸນຄ່າມໍລະດົກທາງວັດ ທະນະທຳຂອງພາກພື້ນໄວ້ໃຫ້ຍືນຍົງ. ວຽກງານທີ່ພົ້ນເດັ່ນໃນເວທີພາກ ພື້ນ ກໍແມ່ນ ສປປ ລາວ ໄດ້ຮັບກຽດ ເປັນເຈົ້າພາບຈັດກອງປະຊຸມພາກ ພື້ນ ແລະ ສາກົນຕ່າງໆ ເວົ້າລວມ, ເວົ້າສະເພາະຂະແໜງການວັດທະນະ ທໍາ ເປັນຕົ້ນແມ່ນ ການເປັນປະທານ ກອງປະຊຸມສະພາປະຊາຄົມວັດທະນະ ທໍາ-ສັງຄົມ ອາຊຽນ ຄັ້ງທີ 15 ແລະ 16 ໃນປີ 2016, ແລະ ຄັ້ງທີ 31 ແລະ 32 ໃນປີ 2024; ກອງປະຊຸມ ເວທີທ່ອງທ່ຽວອາຊຽນ, ກອງປະຊຸມ ສໍາມະນາແຜ່ນແພພື້ນເມືອງອາຊຽນ ຄັ້ງທີ ແລະ ກອງປະຊຸມອື່ນໆ ດ້ວຍ ຜົນສຳເລັດຢ່າງຈົບງາມ. ບັນດາຜົນສໍາເລັດຂອງການເຄື່ອນ ໄຫວການທູດວັດທະນະທໍາ ໃນຕະ ຫລອດໄລຍະຜ່ານມາ ໄດ້ປະກອບສ່ວນ ອັນສໍາຄັນເຂົ້າໃນພາລະກິດປົກປັກຮັກ ສາແລະສ້າງສາພັດທະນາປະເທດຊາດ ຢ່າງຕໍ່ເນື່ອງ ເວົ້າລວມ, ເວົ້າສະເພາະ ແມ່ນໄດ້ປະກອບສ່ວນອັນສຳຄັນເຂົ້າ ໃນການຈັດຕັ້ງປະຕິບັດນະໂຍບາຍ ການຕ່າງປະເທດຂອງພັກ ແລະ ລັດຖະ ບານລາວ ຢ່າງໄດ້ຮັບໝາກຜົນ ແລະ ການສ້າງຄວາມຮັບຮູ້ຢ່າງເລິກເຊິ່ງ ໃຫ້ ແກ່ວົງຄະນາຍາດສາກົນ ຕໍ່ກັບປະເທດ ລາວ ກໍຄື ການສ້າງພາບພົດທີ່ດີ ແລະ ການຍົກສູງຖານະບົດບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະສາກົນ. ພ້ອມນີ້, ທັງຊ່ວຍໃຫ້ສປປ ລາວ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີກັບບັນດາປະເທດ ເພື່ອນມິດສາກົນໃນທົ່ວທຸກມຸມໂລກ ເພື່ອຍາດແຍ່ງທຶນຮອນ, ເຕັກນິກ-ເຕັກ ໂນໂລຊີ ແລະ ຄວາມຮູ້ດ້ານການຄຸ້ມ ຄອງ ເພື່ອປະກອບສ່ວນເຂົ້າໃນການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລ ຍະໃຫ້ປະກົດຜົນເປັນຈິງ ກໍຄື ເພື່ອປະ ກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະ ພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ.

RkJQdWJsaXNoZXIy MTc3MTYxMQ==