gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 06/10/2025 xtgmf]k; ປະທານປະເທດ... ສກຂ ວຽງຈັນ... ຂປລ. ໃນວັນທີ 3 ຕຸລາ 2025, ທີ່ທໍານຽບປະທານປະເທດ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການ ເຂົ້າຍື່ນສານຕາຕັ້ງຂອງບັນດາ ເອກອັກຄະລັດຖະທູດຕ່າງປະເທດ 6 ທ່ານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ປະຈໍາ ສປປ ລາວ ປະກອບມີ: ທ່ານ ເຄັນທ໌ ວາຊ່ອງ (Kent Vachon) ເອກອັກຄະ ລັດຖະທູດ ແຫ່ງ ການາດາ ປະຈໍາ ສປປ ລາວ, ມີສຳນັກງານຕັ້ງຢູ່ ນະຄອນຫລວງວຽງຈັນ; ທ່ານ ຮານສ໌-ອູຣິກ ຊູດເບກ (HansUlrich Sudbeck) ເອກອັກຄະ ລັດຖະທູດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈໍາ ສປປ ລາວ, ມີສຳນັກງານຕັ້ງຢູ່ນະຄອນ ຫລວງວຽງຈັນ; ທ່ານ ນາງ ເບ່ ເນ່ດິກ ເດ່ຊັອງ (Benedicte DESCHAMPS) ເອກອັກຄະ ລັດຖະທູດ ແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສປປ ລາວ, ມີສຳ ນັກງານຕັ້ງຢູ່ນະຄອນຫລວງວຽງ ຈັນ; ທ່ານ ໂຈອາວ ເຟຣຕັດ ເດ ກາມາ-ຣາ (Joao Frei tas de Camara) ເອກອັກຄະລັດ ຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ ປະ ຈໍາ ສປປ ລາວ, ມີສຳນັກງານ ຕັ້ງຢູ່ນະຄອນຫລວງວຽງຈັນ; ທ່ານ ມິແຊວ ແພຣິສ (Michel PARYS) ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກ ແບນຊິກ ປະຈໍາ ສປປ ລາວ, ມີສຳນັກງານ ຕັ້ງຢູ່ບາງກອກ ປະເທດໄທ; ທ່ານ ອາເຊັດດິນ ເບັກກາ (Azeddine BECHKA) ເອກອັກຄະລັດຖະ ທູດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນ ອານເຊຣີ ປະຈຳ ສປປ ລາວ, ມີສໍານັກງານຕັ້ງຢູ່ຮ່າ ໂນ້ຍ, ສສ ຫວຽດນາມ. ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຊົມເຊີຍບັນດາເອກອັກຄະ ລັດຖະທູດທີ່ໄດ້ຖືກແຕ່ງຕັ້ງໃຫ້ມາ ດຳລົງຕຳແໜ່ງເປັນເອກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມ ແຂວງວຽງຈັນ ໂດຍການສ້າງ ຂຶ້ນຈາກບຸກຄະລາກອນໃນຂະ ແໜງການສຶກສາພາຍໃນແຂວງ ແລະ ໄດ້ນຳສະເໜີໃນງານວາງ ສະແດງຜະລິດຕະພັນລາວ ປະຈຳປີ 2025 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ. ງານວາງສະແດງຜະລິດຕະພັນ ລາວ ປະຈຳປີ 2025 (Made In Lao 2025) ພາຍໃຕ້ຫົວ ຂໍ້: ຟື້ນຟູເສດຖະກິດສົ່ງເສີມຜະ ລິດຕະພັນລາວກ້າວສູ່ສາກົນ ໄດ້ ເປີດຂຶ້ນຢ່າງເປັນທາງການໃນ ວັນທີ 3 ຕຸລາ ຜ່ານມາ ທີ່ສູນວາງ ສະແດງສິນຄ້າລາວ-ໄອເຕັກ ນະ ຄອນຫລວງວຽງຈັນ ໂດຍການ ເປັນກຽດເຂົ້າຮ່ວມເປີດງານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ທ່ານ ມະໄລທອງ ຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງ ນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນ ວ່າດ້ວຍປະສົບການທາງດ້ານການ ທູດ, ບົດຮຽນ ແລະ ຄວາມຮູ້ຄວາມ ສາມາດທີ່ອຸດົມສົມບູນຂອງບັນດາ ທ່ານທູດຈະຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທັງໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍໃຫ້ນັບ ມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ຊຸກຍູ້ການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງບັນດາ ການນຳຂັ້ນສູງຈົນເຖິງການໄປ ມາຫາສູ່ລະຫວ່າງປະຊາຊົນດ້ວຍ ກັນເພື່ອເສີມຂະຫຍາຍການຮ່ວມມື ດ້ານການຄ້າ, ການລົງທຶນ, ການ ທ່ອງທ່ຽວ ແລະ ຂະແໜງການ ອື່ນໆທີ່ມີທ່າແຮງນຳກັນ, ຊຸກຍູ້ ການຈັດຕັ້ງປະຕິບັດບັນດາບົດບັນ ທຶກຄວາມເຂົ້າໃຈທີ່ສອງຝ່າຍໄດ້ ຮ່ວມກັນລົງນາມໃຫ້ປາກົດຜົນເປັນ ຈິງ. ພ້ອມນີ້, ກໍສະເໜີໃຫ້ບັນດາ ທ່ານທູດໄປຢ້ຽມຢາມບັນດາແຂວງ ຕ່າງໆຂອງ ສປປ ລາວ ເພື່ອເບິ່ງ ການພັດທະນາຕົວຈິງຂອງແຂວງ, ຊ່ວຍຍາດແຍ່ງ ແລະ ຂົນຂວາຍ ບັນດານັກທຸລະກິດ-ນັກລົງທຶນທີ່ມີ ຄວາມສົນໃຈໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ. ໃນຂະນະດຽວກັນ, ບັນດາເອກ ອັກຄະລັດຖະທູດຕ່າງປະເທດ ກໍໄດ້ ສະແດງຄວາມຂອບໃຈຕໍ່ຄຳເວົ້າ ອັນຈົບງາມ ແລະ ການຕ້ອນຮັບອັນ ອົບອຸ່ນ, ພ້ອມທັງສະແດງຄວາມ ໝາຍໝັ້ນຈະສືບຕໍ່ຊຸກຍູ້ສົ່ງເສີມສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີລະຫວ່າງ ສປປ ລາວ ແລະ ປະເທດຕົນໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິຜົນສູງສຸດ ເພື່ອນຳ ເອົາຜົນປະໂຫຍດມາສູ່ປະເທດຊາດ ກໍຄືປະຊາຊົນຂອງທັງສອງປະເທດ. ໃນວັນດຽວກັນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ມອບສານຕາຕັ້ງໃຫ້ ແກ່ບັນດາເອກອັກຄະລັດຖະທູດ ຂອງ ສປປ ລາວ ເພື່ອໄປຮັບໜ້າທີ່ ປະຈຳຢູ່ຕ່າງປະເທດ ຈໍານວນ 3 ທ່ານ ປະກອບມີ: ທ່ານ ສີສະຫວາດ ອິນພະຈັນ ໄປຮັບໜ້າທີ່ເປັນເອກ ອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກໄທ; ທ່ານ ນາງ ໄກມະນີ ອໍລະບູນ ໄປຮັບ ໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາລະ ນະລັດ ເກົາຫລີ; ທ່ານ ກະເສມສັກ ສາຍສຸລິຍາ ໄປຮັບໜ້າທີ່ເປັນເອກ ອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ສະຫະພັນ ເຢຍລະມັນ. ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ແລະ ມີຄໍາເຫັນ ຊີ້ນຳຕໍ່ເອກອັກຄະລັດຖະທູດ ທັງ 3 ທ່ານ ທີ່ຈະໄປປະຕິບັດໜ້າທີ່ການ ທູດຢູ່ຕ່າງປະເທດ ຈົ່ງສືບຕໍ່ປະກອບ ສ່ວນສຸມທຸກເຫື່ອແຮງ ແລະ ຄວາມ ຮູ້ຄວາມສາມາດຂອງຕົນເຂົ້າໃນ ການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ປະເທດ ເພື່ອນມິດໃຫ້ແຕກດອກອອກຜົນ ຍິ່ງໆຂຶ້ນ, ຍາດແຍ່ງເອົາການຮ່ວມ ມື ແລະ ການສະໜັບສະໜູນຊ່ວຍ ເຫລືອດ້ານຕ່າງໆຈາກສາກົນ, ເອົາ ໃຈໃສ່ໂຄສະນາຂົນຂວາຍບັນດາ ນັກລົງທຶນ, ນັກທຸລະກິດ ແລະ ນັກ ທ່ອງທ່ຽວຕ່າງປະເທດ ໃຫ້ເຂົ້າມາ ສປປ ລາວ ຫລາຍຂຶ້ນເພື່ອນຳເອົາ ຜົນປະໂຫຍດສູງສຸດມາສູ່ປະຊາຊົນ ລາວບັນດາເຜົ່າ, ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ໃນການລຶບລ້າງຄວາມທຸກຍາກໃຫ້ ແກ່ປະຊາຊົນລາວ ແລະ ໃຫ້ສາມາດ ນຳພາປະເທດຊາດຫລຸດພົ້ນອອກ ຈາກສະຖານະພາບດ້ອຍພັດທະນາ ຕາມເປົ້າໝາຍທີ່ວາງໄວ້. ຂ່າວ: ກົມການຂ່າວ, ກະຊວງການ ຕ່າງປະເທດ; ພາບ: ເກດສະໜາ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ( ຂວາ ) ຕ້ອນຮັບການເຂົ້າຍື່ນສານຕາ ຕັ້ງຂອງທ່ານ ນາງ ເບ່ເນ່ດິກ ເດ່ຊັອງ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ( ຂວາ ) ຕ້ອນຮັບການເຂົ້າຍື່ນ ສານຕາຕັ້ງຂອງທ່ານ ຮານສ໌-ອູຣິກ ຊູດເບກ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສະຫະພັນເຢຍລະມັນ ປະຈໍາ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ( ຂວາ ) ຕ້ອນຮັບການເຂົ້າຍື່ນສານ ຕາຕັ້ງຂອງທ່ານ ອາເຊັດດິນ ເບັກກາ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ ປະຈຳ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ( ຂວາ ) ມອບສານຕາຕັ້ງໃຫ້ ທ່ານ ນາງ ໄກມະນີ ອໍລະບູນ ໄປຮັບໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ເກົາຫລີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ( ຂວາ ) ມອບສານຕາຕັ້ງໃຫ້ ທ່ານ ກະເສມສັກ ສາຍສຸລິຍາ ໄປຮັບໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ສະຫະພັນ ເຢຍລະມັນ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ( ຂວາ ) ຕ້ອນຮັບການເຂົ້າຍື່ນສານ ຕາຕັ້ງຂອງທ່ານ ໂຈອາວ ເຟຣຕັດ ເດ ກາມາ-ຣາ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ ປະຈໍາ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ( ຂວາ ) ຕ້ອນຮັບການເຂົ້າຍື່ນສານຕາ ຕັ້ງຂອງທ່ານ ມິແຊວ ແພຣິສ ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກ ແບນຊິກ ປະຈໍາ ສປປ ລາວ ກົມມະສິດ ລັດຖະມົນຕີກະຊວງອຸດ ສາຫະກຳ ແລະ ການຄ້າ, ທ່ານ ຄໍາພັນ ສິດທິດຳພາ ເຈົ້າແຂວງ ວຽງຈັນ, ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ , ທ່ານ ຄຳ ຂັນທະວີວອນ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ ວຽງຈັນ, ມີປະທານສະພາການ ຄ້າ ແລະ ອຸດສາຫະກຳແຂວງວຽງ ຈັນ, ພາກທຸລະກິດ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ການຈັດງານຄັ້ງນີ້, ຈັດຂຶ້ນເປັນ ຄັ້ງທີ 11 ໂດຍມີຈຸດປະສົງເພື່ອ ເປັນການສ້າງກິດຈະກໍາໜຶ່ງຂອງ ພາກທຸລະກິດ, ເພື່ອປະກອບສ່ວນ ໃນການສ້າງເວທີ, ເພື່ອເປັນການ ໂຄສະນາສົ່ງເສີມຜະລິດຕະພັນທີ່ ຜະລິດໃນລາວ, ເພື່ອເອື້ອອຳນວຍ ສົ່ງເສີມໃຫ້ແກ່ຜູ້ປະກອບການທີ່ ເຮັດການຜະລິດທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະສ້າງ ຍີ່ຫໍ້ສິນຄ້າທີ່ຜະລິດໃນລາວໃຫ້ມີ ມາດຕະຖານ ແລະ ຄຸນນະພາບ, ສາມາດແຂ່ງຂັນຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດໃຫ້ນັບ ມື້ນັບຫລາຍຂຶ້ນ. ພ້ອມກັນນັ້ນ, ຍັງ ເປັນການສ້າງຄວາມພາກພູມໃຈ, ຊຸກຍູ້ສົ່ງເສີມໃຫ້ນໍາໃຊ້ຜະລິດຕະພັນ ລາວ ແລະ ເພື່ອເປັນການຫລຸດ ຜ່ອນການນໍາເຂົ້າສິນຄ້າຈາກຕ່າງ ປະເທດ ຄືດັ່ງຄໍາຂວັນຂອງງານ ຄື: “ຝື້ນຟູເສດຖະກິດສົ່ງເສີມຜະ ລິດຕະພັນລາວກ້າວສູ່ສາກົນ” ເປົ້າໝາຍໂດຍລວມກໍເພື່ອໃຫ້ພາກ ທຸລະກິດສາມາດເປັນກຳລັງແຮງ ໜຶ່ງປະກອບສ່ວນສ້າງສາພັດທະນາ ປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນ ໄປເລື້ອຍໆ. ໃນປີນີ້, ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ ເປັນຄູ່ຮ່ວມຫລັກຂອງງານ ແລະ ຮັບຜິດຊອບຕົບແຕ່ງງານທີ່ເປັນ ເອກະລັກສະເພາະຂອງແຂວງວຽງ ຈັນ ຫລື ເອີ້ນວ່າ: ສະເໜ່ເມືອງລາວ ເພື່ອນໍາສະເໜີຮີດຄອງປະເພນີທາງ ດ້ານວັດທະນະທໍາທາງທຳມະຊາດ ແລະ ວັດວາອາຮາມ, ຜະລິດຕະພັນ ສິນຄ້າເປັນຕົ້ນອາຫານທີ່ເປັນເອກະ ລັກ, ການນຸ່ງຖືທີ່ງົດງາມ ແລະ ການ ບໍລິການທີ່ເປັນທ່າແຮງທີ່ສະແດງ ໃຫ້ເຫັນເຖິງຜົນງານທີ່ໂດດເດັ່ນ ພາຍໃນແຂວງວຽງຈັນ. ສະເພາະ ແຂວງວຽງຈັນ ມີຫົວໜ່ວຍທຸລະກິດ ແລະ ຜະລິດຕະພັນທີ່ເຂົ້າວາງສະ ແດງທັງໝົດ 22 ພາກສ່ວນ. ໃນ ນີ້, ມີພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ໄດ້ນຳເອົາ ຜະລິດຕະພັນທີ່ທັນສະໄໝດ້ານການ ສຶກສາ ແລະ ກິລາ (ລະບົບຄຸ້ມຄອງ ໂຮງຮຽນແບບທັນສະໄໝ ແລະ ລະບົບຄຸ້ມຄອງຫ້ອງການແບບທັນ ສະໄໝ) ກໍຄື ການຫັນເປັນດີຈິຕອນ ຂອງການສຶກສາ ແລະ ກິລາທົ່ວ ແຂວງວຽງຈັນ ໂດຍການສ້າງຂຶ້ນ ຈາກບຸກຄະລາກອນໃນຂະແໜງ ການສຶກສາພາຍໃນແຂວງ ຊຶ່ງເປັນ ລະບົບທີ່ຊ່ວຍຈັດການຂໍ້ມູນຕ່າງໆ ໃນສະຖານບັນການສຶກສາ ເປັນຕົ້ນ ການຈັດການຂໍ້ມູນສ່ວນຕົວຂອງ ນັກຮຽນ, ປະຫວັດການຮຽນ, ຜົນ ການສອບເສັງ, ການຈັດການຂໍ້ມູນ ຄູອາຈານ, ຕາຕະລາງສອນ, ຜົນ ງານ, ການຈັດຕາຕະລາງຮຽນ, ເວ ລາຮຽນ, ຫ້ອງຮຽນ, ວິຊາຮຽນ, ລະບົບສື່ສານລະຫວ່າງໂຮງຮຽນຜູ້ປົກຄອງ ໂດຍຈະຫລຸດພາລະ ການເຮັດວຽກຂອງຜູ້ຮັບຜິດຊອບ, ເພີ່ມປະສິດທິພາບໃນການປະຕິບັດ ວຽກງານ, ສາມາດເຂົ້າເຖິງຂໍ້ມູນ ໄດ້ງ່າຍ ແລະ ຮອບດ້ານ. ສ່ວນ ລະບົບຄຸ້ມຄອງຫ້ອງການທີ່ທັນສະ ໄໝເປັນລະບົບທີ່ຊ່ວຍຈັດການວຽກ ໃນຫ້ອງການໃຫ້ມີປະສິດທິພາບ, ການຈັດການຂໍ້ມູນຂອງພະນັກງານ, ເວລາເຮັດວຽກ, ລາຍງານ, ການ ວາງແຜນ, ການຕິດຕາມຜົນງານ, ການປະຊຸມ ແລະ ອື່ນໆ ຊຶ່ງຈະເພີ່ມ ຄວາມໄວໃນການເຮັດວຽກ, ຫລຸດ ຄວາມຜິດພາດໃນການເຮັດວຽກ. ນອກຈາກນີ້, ງານດັ່ງກ່າວຍັງ ໄດ້ເຊື້ອເຊີນປະເທດທີ່ມີຊາຍແດນ ຕິດກັບ ສປປ ລາວ 3 ປະເທດຄື: ໄທ, ຫວຽດນາມ ແລະ ສປ ຈີນ ເຂົ້າຮ່ວມ ວາງສະແດງລວມທັງໝົດມີ 15 ຫ້ອງວາງສະແດງ ແລະ ຜູ້ປະກອບ ການໃນທົ່ວປະເທດເຂົ້າຮ່ວມຈໍາ ໜ່າຍ ແລະ ວາງສະແດງສິນຄ້າ ລວມທັງໝົດ 160 ບໍລິສັດຈາກ 17 ແຂວງ ແລະ ນະຄອນຫລວງ ວຽງຈັນ ມີທັງໝົດ 204 ຫ້ອງ ວາງສະແດງ. ຜະລິດຕະພັນທີ່ນໍາ ມາວາງສະແດງໃນຄັ້ງນີ້ ມາຈາກ ຫລາຍຂະແໜງການ ເຊັ່ນ: ຂະແໜງ ຜະລິດຕະພັນສິນຄ້າທີ່ຈົດກາໝາຍ Made in Laos; ຫັດຖະກຳແຜ່ນ ແພ, ຜ້າຝ້າຍ, ຜ້າໄໝ; ຫັດຖະກຳ ເຄື່ອງເງິນ; ເຟີນີເຈີ ແລະ ເຄື່ອງ ຕົບແຕ່ງພາຍໃນ; ກະສິກໍາ (ເຂົ້າ, ຊາ, ກາເຟ); ອາຫານ ແລະ ເຄື່ອງ ດື່ມ; ອຸດສາຫະກໍາໜັກ- ເບົາ; ບໍລິການໂຮງແຮມ, ບໍລິສັດທ່ອງ ທ່ຽວ; ຜະລິດຕະພັນໜຶ່ງເມືອງໜຶ່ງ ຜະລິດພັນ (ODOP) ສິນຄ້າ ຈາກຄອບຄົວຕົວແບບ; ສິນຄ້າຂອງ ປະເທດຊາຍແດນໄທ, ຫວຽດນາມ, ສປ ຈີນ. ລວມມູນຄ່າສິນຄ້າທີ່ນໍາ ມາວາງສະແດງຫລາຍກວ່າ 16 ຕື້ກີບ. ພາຍໃນງານວາງສະແດງ ຍັງມີການສະແດງສິລະປະ ແລະ ມີ ກິດຈະກຳສໍາມະນາໃນຫົວຂໍ້ຕ່າງໆ ເພື່ອໃຫ້ຄວາມຮູ້ ແລະ ແລກປ່ຽນ ຄໍາຄິດຄໍາເຫັນຮ່ວມກັນ ເຊັ່ນ: ການ ສໍາມະນາໃຫ້ຄວາມຮູ້ກ່ຽວກັບ ການ MSMEs Laos ກ້າວສູ່ ຕະຫລາດຍຸກດີຈິຕອນ, ສໍາມະນາ ໃນຫົວຂໍ້: ສ້າງໂອກາດໃຫ້ທຸລະ ກິດລາວເຂົ້າສູ່ຕະຫລາດຈີນ, ມີ ກິດຈະກຳໂຄສະນາສິນຄ້າຢູ່ເວທີ ກາງທຸກໆວັນໃນໄລຍະຈັດງານ ເປັນເວລາ 8 ວັນ ເລີ່ມແຕ່ວັນທີ 1-8 ຕຸລາ 2025.
RkJQdWJsaXNoZXIy MTc3MTYxMQ==