7129

gsfdko{dkora fmtok xtgmf]k; ( 03/10/2025 dkooeg,n v'3ro3I'g0Q k-j ;pgs]n v [h komu j wfh Ia [zq odtmq [oE4h ;, ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 1 ຕຸລາ 2025 ນີ້ ເນື່ອງຈາກມີຝົນຕົກໜັກ ຕິດຕໍ່ກັນຫລາຍຊົ່ວໂມງ ເຮັດໃຫ້ ເກີດມີນໍ້າຖ້ວມກະທັນຫັນ ຢູ່ຫລາຍ ບ້ານຂອງເມືອງໂພນໂຮງ ແຂວງ ວຽງຈັນ ໃນນີ້, ນ້ຳຖ້ວມໜັກກ່ອນໝູ່ ແມ່ນ ບ້ານຫ້ວຍເດື່ອ ໄດ້ມີນໍ້າໄຫລ ຊຸແຮງ ແລະ ລະດັບນໍ້າເພີ່ມສູງຂຶ້ນ ຢ່າງໄວວາ ເຮັດໃຫ້ເຮືອນ, ໄຮ່ນາ, ຮົ້ວສວນ, ເຄື່ອງປູກຂອງຝັງ ແລະ ສັດລ້ຽງ ຂອງປະຊາຊົນ ໄດ້ຮັບຜົນ ເສຍຫາຍຢ່າງໜັກໜ່ວງ. ຕໍ່ເຫດການດັ່ງກ່າວ, ການນຳ ເມືອງໂພນໂຮງ ພ້ອມດ້ວຍຫລາຍ ພາກສ່ວນໃຫ້ການຊ່ວຍເຫລືອ ບ້ານ ຫ້ວຍເດື່ອ ໂດຍທັນທີ ເພື່ອເປັນການ ບັນເທົາທຸກໃນເບື້ອງຕົ້ນ ໂດຍໄດ້ ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນເປັນປະເພດ ເຂົ້າສານ ອາຫານແຫ້ງ, ເຂົ້າກ່ອງ, ນໍ້າດື່ມ ແລະ ເຄື່ອງໃຊ້ທີ່ຈຳເປັນຈຳນວນ ໜຶ່ງ. ສຳລັບລາຍລະອຽດ ແລະ ມູນ ຄ່າຄວາມເສຍຫາຍຈະແຈ້ງໃຫ້ຊາບ ຕາມພາຍຫລັງ. g,n v'cdj omh k; lts]v' ;a o7q ory dkocsj '-kf c]t ;a oz6 h vkp5 l6 'lkdq o ຂປລ . ແຫລ່ງ ຂ່າ ວຈ າ ກ ແຂວງໄຊຍະບູລີ ໃຫ້ຮູ້ວ່າເມື່ອ ມໍ່ໆມ າ ນີ້ : ເ ມືອ ງ ແ ກ່ນທ້າ ວ ແຂວງໄຊຍະບູລີ ຈັດພິທີສະເຫລີມ ສະຫລອງ ວັນຄົນພິການແຫ່ງຊາດ ຄົບຮອບ 33 ປີ (3 ທັນວາ 19923 ທັນວາ 2025) ແລະ ວັນຜູ້ອາຍຸ ສູງສາກົນ ຄົບຮອບ 26 ປີ (1 ຕຸລາ 1999-1 ຕຸລາ 2025) ໂດຍ ມີທ່ານ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກ ເ ມືອ ງ ພ້ອມດ້ວ ຍຫ້ອ ງ ກ າ ນ , ກົມກອງ, ອົງການຈັດຕັ້ງ, ລັດ ວິສາຫະກິດ, ພະນັກງານອາວຸໂສ ບໍານານ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ ແລະ ຜູ້ອາຍຸ ສູງພາຍໃນບ້ານເຂົ້າຮ່ວມ. ໃນພິທີ, ທ່ານ ຄໍາປຸ່ນ ນວນ ສະບັບ ໄດ້ຍົກໃຫ້ເຫັນປະຫວັດ ຄວາມເປັນມາຂອງ 2 ວັນດັ່ງກ່າວ ໂດຍສະເພາະ ກົດໝາຍວ່າດ້ວຍຄົນ ພິການ ສະບັບເລກທີ 57 ສພຊ, ລົງ ວັນທີ 10 ທັນວາ 2018 ໄດ້ກຳນົດ ເອົາວັນທີ 3 ທັນວາຂອງທຸກໆປີ ເປັນວັນຄົນພິການແຫ່ງຊາດ ແລະ ດຳລັດຂອງລັດຖະບານສະບັບ ເລກທີ 743 ລບ, ລົງວັນທີ 12 ກໍລະກົດ 2021 ໄດ້ຖືເອົາວັນທີ 1 ຕຸລາ ເປັນວັນຜູ້ອາຍຸສູງແຫ່ງຊາດ ເຊິ່ງທັງສອງວັນດັ່ງກ່າວແມ່ນມີ ຄວາມໝາຍ ແລະ ຄວາມສຳຄັນ ທີ່ສຸດ ສຳລັບຄົນພິການ ແລະ ຜູ້ອາຍຸ ສູງຂອງ ສປປ ລາວ. ປັດຈຸບັນ ໃນ ທົ່ວໂລກຍັງມີຄົນພິການຫລາຍກວ່າ 1 ຕື້ຄົນ ຫລື ເທົ່າກັບ 15 ຂອງ ປະຊາກອນໂລກ ທີ່ດຳລົງຊີວິດ ຢູ່ກັບຄວາມເປັນຄົນພິການ ແລະ ຜູ້ອາຍຸສູງ 60 ປີຂຶ້ນໄປປະມານ 600 ກວ່າລ້ານຄົນ ຊຶ່ງຈະເພີ່ມຂຶ້ນ ຈຳນວນເທົ່າຕົວໃນປີ 2025, ພວກ ເຂົາເຈົ້າເຫລົ່ານັ້ນ ຍັງຜະເຊີນກັບສິ່ງ ກີດຂວາງຕ່າງໆ ເນື່ອງຈາກໂຄງ ສ້າງຂອງສັງຄົມ, ການພັດທະນາ ເສດຖະກິດ, ທັດສະນະຄະຕິ, ການມີ ສ່ວນຮ່ວມ ແລະ ຄວາມສະເໝີພາບ ທັງຢູ່ໃນຄອບຄົວ ແລະ ສັງຄົມ ເຫັນ ໄດ້ຈາກບັນດາການເຂົ້າເຖິງການ ສຶກສາ, ການປິ່ນປົວ ແລະ ການ ຟື້ນຟູສຸຂະພາບ, ການຝຶກວິຊາຊີບ ແລະ ມີວຽກເຮັດງານທຳ, ການ ສະໜັບສະໜູນດ້ານນິຕິກຳ ແລະ ເຊື່ອມໂຍງຄົນພິການ, ຄົນອາຍຸສູງ ເຂົ້າໃນການຂະບວນການພັດທະນາ ຍັງບໍ່ທັນສູງ. ເພື່ອເຮັດໃຫ້ຊີວິດ ການເປັນຢູ່ຂອງຄົນພິການ ແລະ ຜູ້ ອາຍຸສູງ ໄດ້ຮັບການປົວແປງນັບ ມື້ນັບດີຂຶ້ນນັ້ນ, ລັດຖະບານ ສປປ ລາວ ໄດ້ອອກດຳລັດ ວ່າດ້ວຍການ ຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະກຳມະການແຫ່ງຊາດເພື່ອຄົນ ພິການແລະ ຜູ້ອາຍຸສູງ ເລກທີ 323 ລບ, ລົງວັນທີ 6 ກັນຍາ 2013 ເພື່ອ ເປັນຕົວແທນໃຫ້ລັດຖະບານ ໃນ ການຄົ້ນຄວ້າ, ກຳນົດນະໂຍບາຍ ແລະ ລະບຽບກົດໝາຍ ແນໃສ່ ປົກປ້ອງແລະ ສົ່ງເສີມສິດທິຂອງຄົນ ພິການ ແລະ ຜູ້ອາຍຸສູງ. ລັດຖະບານ ສປປ ລາວ ຍັງໄດ້ໃຫ້ສັດຕະຍາບັນ ເຂົ້າເປັນພາຄີ ຂອງສົນທິສັນຍາ ວ່າດ້ວຍສິດທິຂອງຄົນພິການ ໃນປີ 2009 ແລະ ໄດ້ເຂົ້າຮ່ວມຢ່າງຕັ້ງ ໜ້າຕາມຄວາມອາດສາມາດຂອງ ຕົນ ຈັດຕັ້ງປະຕິບັດແຜນທົດສະວັດ ແຫ່ງການພັດທະນາຄົນພິການ ໃນພາກພື້ນອາຊີ ແລະ ປາຊີຟິກ, ແຜນຍຸດທະສາດອິນຊອນ ວ່າດ້ວຍ ການເຮັດໃຫ້ສິດທິຂອງຄົນພິການ ກາຍເປັນຄວາມຈິງ (ໄລຍະແຕ່ປີ 2013-2022), ແຜນຍຸດທະສາດ ສະຫວັດດີການແລະ ການພັດທະນາ ອາຊຽນ, ຖະແຫລງການ-ການ ເມືອງ ແລະ ແຜນດຳເນີນງານ ສາກົນ ກ່ຽວກັບຜູ້ອາຍຸສູງ ພ້ອມ ດ້ວຍການປະຕິບັດຕາມຄຳຂວັນ ສຳລັບຄົນພິການແມ່ນ “ການມີ ສ່ວນຮ່ວມເຂົ້າເຖິງ ແລະ ການສ້າງ ຕັ້ງຄວາມເຂັ້ມແຂງໃຫ້ຄົນພິການ” ສຳລັບຜູ້ອາຍຸສູງແມ່ນ “ຄົນອາຍຸສູງ ແມ່ນບັນຫາໜຶ່ງໃນການພັດທະນາ, ຜູ້ອາຍຸສູງທີ່ມີສຸຂະພາບແຂງແຮງ ແມ່ນຊັບພະຍາກອນຂອງຄອບຄົວ, ຊຸມຊົນ ແລະ ເສດຖະກິດ”. ເພື່ອ ເຮັດໃຫ້ຊີວິດການເປັນຢູ່ຂອງຄົນ ພິການ ແລະ ຜູ້ອາຍຸສູງ ໄດ້ຮັບການ ປັບປຸງດີຂຶ້ນເທື່ອລະກ້າວ ສາມາດ ຊ່ວຍເຫລືອຕົນເອງໄດ້, ມີສ່ວນຮ່ວມ ໃນການພັດທະນາຄອບຄົວ ແລະ ສັງຄົມນັ້ນ ລັດຖະບານ ຈຶ່ງໄດ້ ອະນຸມັດສ້າງຕັ້ງສະມາຄົມຄົນ ພິການ ແລະ ສະມາຄົມຜູ້ອາຍຸສູງຂຶ້ນ ໃນລະດັບສູນກາງ ແລະ ທ້ອງຖິ່ນ ບ່ອນທີ່ມີເງື່ອນໄຂ ເພື່ອເປັນຕົວແທນ ໃນການປົກປ້ອງສິດຜົນປະໂຫຍດ ຂອງຄົນພິການ ແລະ ຜູ້ອາຍຸສູງ. ໃນພິທີຄັ້ງນີ້, ຍັງໄດ້ຈັດກິດຈະກໍາ ໃຫ້ຜູ້ອາຍຸສູງ ໄດ້ເບີກບານມ່ວນຊື່ນ ເຊັ່ນ: ເຕະປີບ, ຫວ່ານແຫ່ມົນ, ຮ້ອງ ເພັງ, ກວດສຸຂະພາບ ແລະ ແຈກ ຢາຍວິຕາມິນ ໃຫ້ຜູ້ອາຍຸສູງ ຕື່ມອີກ. gzu pczj rk]t[q f[kf ly f c]t |h kmu j 0v'gpq k;t-q o16 j ,l 85 h ,]ko ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ຄະນະບໍລິຫານ ງານຊາວໜຸ່ມ ແຂວງສາລະວັນ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ຂັ້ນແຂວງ ແລະ ເມືອງ ລົງເຜີຍແຜ່ ໂຄສະນາ, ໃຫ້ຄວາມຮູ້ ແລະ ປູກຈິດ ສຳນຶກ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງເຍົາວະຊົນ ໃຫ້ກັບ ຊາວໜຸ່ມ-ເຍົາວະຊົນ ຢູ່ໂຮງຮຽນ ມັດທະຍົມສົມບູນ (ມສ ຕຸ້ມລານ ) ໃນວັນທີ 1 ຕຸລາ 2025 ຊຶ່ງນໍາ ພາໂດຍທ່ານ ສຸລິສັກ ໄຊປະເສີດ ຮອງເລຂາຄະນະບໍລິຫານງານ ຊາວໜຸ່ມແຂວງ, ມີທ່ານ ນາງ ສໍາ ລັງ ບຸດຕະລາດບົວສີ ເລຂາຄະນະ ບໍລິຫານງານຊາວໜຸ່ມ ເມືອງຕຸ້ມ ລານ, ທ່ານ ທະນົງຂັນ ເພັງອາໄພສີ ຮອງຜູ້ອຳນວຍການໂຮງຮຽນ ມສ ຕຸ້ມລານ ພ້ອມດ້ວຍຄູອາຈານ-ນ້ອງ ນ້ອຍນັກຮຽນ ເຂົ້າຮ່ວມ. ທ່ານ ສຸລິສັກ ໄຊປະເສີດ ໄດ້ ກ່າວວ່າ: ການລົງເຜີຍແຜ່ເຊື່ອມ ຊຶມຄັ້ງນີ້ ແນໃສ່ເພື່ອສ້າງຄວາມ ຮູ້ເຂົ້າໃຈ ແລະ ປູກຈິດສຳນຶກ ໃຫ້ກັບລູກຫລານນັກຮຽນຮັບຮູ້ ເຖິງພາລະບົດບາດ, ໜ້າທີ່ຂອງ ຕົນໃນການເປັນເຍົາວະຊົນ ແລະ ສະມາຊິກເຍົາວະຊົນ, ຊາວໜຸ່ມ, ຄວາມສຳຄັນຂອງຕົນເອງ ທີ່ຈະ ກາຍເປັນໜໍ່ແໜງທີ່ດີຂອງຄອບຄົວ, ຂອງສັງຄົມ ກໍຄືປະເທດຊາດໃນ ອະນາຄົດ ໂດຍສະເພາະໃນໄລຍະ ການຮ່ຳຮຽນ ແມ່ນເອົາໃຈໃສ່ຝຶກ ຝົນຫລໍ່ຫລອມຕົນເອງ, ຕັ້ງໃຈຮ່ຳ ຮຽນ, ໃຫ້ກາຍເປັນຄົນທີ່ມີຄວາມ ຮູ້ຄວາມສາມາດ, ມີຄຸນສົມບັດ ທີ່ດີ, ມີລະບຽບວິໄນ, ເຄົາລົບຄູ- ອາຈານ, ຜູ້ອາວຸໂສ ແລະ ໝູ່ເພື່ອນ ນັກຮຽນດ້ວຍກັນ, ຊຶ່ງບັນດາເນື້ອ ໃນທີ່ນຳມາເຜີຍແຜ່ຄັ້ງນີ້ ປະກອບ ມີ: ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງເຍົາວະຊົນ, ຜົນຮ້າຍຂອງສິ່ງ ເສບຕິດ, ກົດລະບຽບຈະລາຈອນ, ການນໍາໃຊ້ສື່ສັງຄົມອອນລາຍ ແລະ ເອກະສານບັນຫາການປະລະການ ຮຽນ ແລະ ກິດຈະກຳຖາມ-ຕອບ. ພ້ອມນີ້, ບັນດາຄະນະຮັບຜິດ ຊອບຊາວໜຸ່ມຂັ້ນແຂວງ ຍັງໄດ້ ບັນລະຍາຍໃຫ້ຄວາມຮູ້ຕໍ່ກັບນ້ອງ ນ້ອຍນັກຮຽນ ໂດຍສະເພາະ ເນື້ອ ໃນຄໍາສອນ 9 ປະການຂອງທ່ານຜູ້ ນຳ ຄື: 6 ຮັກ 3 ຊັງ, ຂໍ້ແຂ່ງຂັນ 3 xdl{xd- c0;'[= j cdh ; g0Q kv;prvo vh kpoh v'8es];f mu j xt9e16 j l6 oxtlko'ko]k;{9u o ດີ 4 ຮູ້ ແລະ ຂໍ້ແຂ່ງຂັນ 4 ບຸກຂອງ ຊາວໜຸ່ມ, ຄໍາຂວັນຂອງຊາວໜຸ່ມ, ການນໍາໃຊ້ສື່ສັງຄົມອອນລາຍ ໃຫ້ກາຍເປັນປະໂຫຍດຕໍ່ການຮ່ຳ ຮຽນ, ຮູ້ຈຳແນກອັນທີ່ເໝາະສົມ ແລະ ໃຫ້ປະໂຫຍດຕໍ່ຕົນເອງ, ຊຶ່ງ ເປັນຄັງຄວາມຮູ້ທີ່ຫລວງຫລາຍ ທັງມີຄວາມບັນເທີງ, ມ່ວນຊື່ນ ແລະ ໃຫ້ສາລະຄວາມຮູ້ໄປພ້ອມໆ ກັນ. ນອກຈາກນີ້, ຍັງໄດ້ນໍາເອົາ ເນື້ອໃນ ກ່ຽວກັບຜົນຮ້າຍຂອງສິ່ງ ເສບຕິດ ມາເຜີຍແຜ່ແນະນຳ ທັງໃນ ຮູບແບບໃໝ່ ແລະ ແບບເກົ່າ ທີ່ມີ ຜົນກະທົບຕໍ່ກັບຊີວິດຂອງຕົນເອງ, ຄອບຄົວ, ສັງຄົມ ຕິດພັນກັບການ ສຶກສາຮ່ຳຮຽນ ພ້ອມທັງໄດ້ນຳເອົາ ກົດລະບຽບຈະລາຈອນ ໃນການ ໃຊ້ລົດໃຊ້ຖະໜົນມາບັນລະຍາຍ ໃຫ້ນັກຮຽນ ໂດຍສະເພາະ ເລັງ ໃສ່ຄວາມປອດໄພໃນການຂັບຂີ່, ເຂົ້າໃຈກົດຈະລາຈອນຂັ້ນພື້ນຖານ ເປັນສິ່ງສຳຄັນ ແລະ ໄດ້ມີການ ຕັ້ງຄຳຖາມ-ການຕອບ ຂອງນ້ອງ ນັກຮຽນ ດ້ວຍບັນຍາກາດຟົດຟື້ນ ແລະ ມີຄວາມກະຕືລືລົ້ນ, ຮັບຮູ້ ເຂົ້າໃຈຢ່າງກວ້າງຂວາງ ສາມາດ ກ້າຄິດກ້າສະແດງອອກຂອງນ້ອງ ນັກຮຽນ. ໂອກາດດຽວກັນ, ກໍໄດ້ມອບ ຂອງຂວັນລາງວັນ ໃຫ້ນັກຮຽນ ທີ່ເຮັດກິດຈະກຳຖາມ-ຕອບ ໂດຍ ປະກອບມີ: ປຶ້ມ, ໝວກ, ບິກ-ສໍ, ເສື້ອ ແລະ ອຸປະກອນກິລາ. ສຳລັບ ຈຸດໂຮງຮຽນມັດທະຍົມສົມບູນຕຸ້ມ ລານ ເມືອງຕຸ້ມລານ ເປັນຈຸດທຳອິດ ແລະ ສືບຕໍ່ລົງໂຄສະນາເຜີຍແຜ່ຢູ່ ເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ. ຂ່າວ-ພາບ: ວິໄລວອນ ສິດທິໄຊ ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ສອງກອງບັນຊາ ການປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ແຂວງບໍ່ແກ້ວ ໄດ້ນໍາ ເອົາກະຕ່າດອກໄມ້ ແລະ ກະຕ່າ ຂອງຂວັນເຂົ້າອວຍພອນຕຳຫລວດ ລາດຕະເວນທາງນ້ຳ ທີ່ປະຈຳຢູ່ ສູນປະສານງານ ລາວ-ຈີນ ບ້ານ ມອມ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໃນວັນທີ 1 ຕຸລາ 2025 ເນື່ອງ ໃນໂອກາດວັນຊາດ ສປ ຈີນ ຄົບຮອບ 76 ປີ (1 10 19491 10 2025), ຊຶ່ງນຳໂດຍ ທ່ານ ພົນຈັດຕະວາ ບຸນມີ ພາມີໄຊ ຫົວໜ້າການເມືອງກອງບັນຊາການ ທະຫານແຂວງບໍ່ແກ້ວ ແລະ ທ່ານ ພັນເອກ ປັນຍາ ແສງວິຈິດ ຮອງ ຫົວໜ້າກອງບັນຊາການປ້ອງກັນ ຄວາມສະຫງົບ ແຂວງບໍ່ແກ້ວ ພ້ອມ ດ້ວຍຄະນະ ໂດຍການຕ້ອນຮັບຂອງ ທ່ານ ພັນຕີ ຫວັງສີຫົວ ຫົວໜ້າສູນ ປະສານງານລາວ-ຈີນ. ທ່ານ ພົນຈັດຕະວາ ບຸນມີ ພາ ມີໄຊ ຕາງໜ້າຄະນະພັກ-ຄະນະ ບັນຊາ ສອງກຳລັງປ້ອງກັນຊາດປ້ອງກັນຄວາມສະຫງົບ ຕະຫລອດ ຮອດພະນັກງານ-ນັກຮົບພາຍໃນ ກົມກອງທົ່ວແຂວງ ຝາກຄວາມ ຢ້ຽມຢາມຖາມຂ່າວ ແລະ ຄຳອວຍ ພອນອັນປະເສີດ ຂອງສາຍພົວພັນ ມິດຕະພາບ ລະຫວ່າງສອງຊາດ ທີ່ເຄີຍມີມູນເຊື້ອອັນດີຮ່ວມກັນຕະ ຫລອດມາ ໂດຍສືບຕໍ່ສາຍພົວພັນ ຮ່ວມມືໃຫ້ໜັກແໜ້ນເຂັ້ມແຂງຂຶ້ນ ເລື້ອຍໆ ໃນການປະຕິບັດໜ້າທີ່ ວຽກງານທີ່ຕົນເອງຮັບຜິດຊອບ ໃຫ້ມີຄວາມສະຫງົບໂດຍພື້ນຖານ. ພ້ອມທັງໄດ້ຝາກຄຳອວຍພອນ ໄປຍັງກອງບັນຊາການຕຳຫລວດ ລາດຕະເວນທາງນ້ຳ ແຂວງຢຸນ ນານ ໂດຍສະເພາະ ພະນັກງານນັກຮົບທີ່ປະຈຳການຢູ່ສູນປະສານ ງານ ລາວ-ຈີນ ປະຈຳບ້ານມອມ ເມືອງຕົ້ນເຜິ້ງ ຈົ່ງມີສຸຂະພາບ ແຂງແຮງ ສືບຕໍ່ປະຕິບັດໜ້າທີ່ການ ເມືອງຂອງຕົນ ໃຫ້ສຳເລັດຜົນຢ່າງ ຈົບງາມ. ໂອກາດນີ້, ທ່ານ ພັນຕີ ຫວັງສີ ຫົວ ກໍໄດ້ກ່າວສະແດງຄວາມຂອບ ອົກຂອບໃຈຕໍ່ ຄະນະພັກ-ຄະນະ ບັນຊາ ສອງກຳລັງປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ທີ່ໄດ້ ນໍາເອົາຄໍາອວຍພອນອັນອົບອຸ່ນ, ໄມຕີຈິດມິດຕະພາບ ມາອວຍພອນ ໃນຄັ້ງນີ້ ພ້ອມທັງອວຍພອນໃຫ້ ຄະນະພັກ-ຄະນະບັນຊາ, ພະ ນັກງານ-ນັກຮົບ ຕະຫລອດຮອດ ປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະ ພາບເຂັ້ມແຂງ, ເຮັດສໍາເລັດໜ້າທີ່ ວຽກງານ, ສືບຕໍ່ຮັກສາ ແລະ ເສີມ ຂະຫຍາຍໄມຕີຈິດມິດຕະພາບ ແລະ ການພົວພັນຮ່ວມມືຊ່ວຍເຫລືອເຊິ່ງ ກັນ ແລະ ກັນ ລະຫວ່າງ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ກ້າວຂຶ້ນຢ່າງບໍ່ ຢຸດຢັ້ງ. ຂ່າວ: ນີ່ ທຳມະວົງ

RkJQdWJsaXNoZXIy MTc3MTYxMQ==