03/10/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາໜ້າ ຕໍ່ຈາໜ້າ ງານວາງສະແດງ... ຄູ-ອາຈານ... ພັດທະນາສັງຄົມ ແລະ ເສດຖະກິດ ຂອງຊາດ. ໃນໂອກາດວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 31 ປີ ນີ້, ທ່ານ ອາຈານ ແສງເພັດ ຄູນປະເສີດ ຮອງ ໜ່ວຍງານວິຊາການໂຮງຮຽນມັດ ທະຍົມສົມບູນເທສະບານແຂວງອຸ ດົມໄຊ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ໃນ ວັນທີ 1 ຕຸລາ 2025 ໂດຍທ່ານ ໄດ້ໃຫ້ທັດສະນະວ່າ: ຄູມີບົດບາດ ສຳຄັນທີ່ສຸດ ແລະ ເປັນສູນກາງ ໃນການພັດທະນາຊັບພະຍາກອນ ມະນຸດ ຊຶ່ງເປັນກຳລັງຫລັກໃນການ ສ້າງສາ ແລະ ພັດທະນາປະເທດ ຊາດບົດບາດສຳຄັນເຫລົ່ານັ້ນລວມ ທ່ານນາງ ເຂັມຄໍາຄັດສະຫວ່າງ ຮອງຫົວໜ້າຫ້ອງການທະນາຄານ ແຫ່ງ ສປປ ລາວ ໄດ້ໃຫ້ຮູ້ໃນພິທີ ຖະແຫລງຂ່າວງານວາງສະແດງ ມະຫະກໍາເງິນລາວ 2025 ຄັ້ງ ທີ 1 ໃນວັນທີ 30 ກັນຍາ 2025 lxx ]k; gxa og9Q krk[9a fdv'xt-5 ,-k;|5j , 0tc|'dtly decsj '-kf 7A 'mu 1 ຂປລ. ເມື່ອບໍ່ດົນມານີ້, ສປປ ລາວ ກໍຄື ກະຊວງກະສິກຳ ແລະ ສິ່ງແວດລ້ອມຮ່ວມກັບອົງການ ອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ ('A0) ຈັດ ກອງປະຊຸມຊາວໜຸ່ມໃນຂະແໜງ ກະສິກຳແຫ່ງຊາດ ຄັ້ງທີ 1 ເພື່ອ ຊຸກຍູ້ສົ່ງເສີມກະສິກໍາທີ່ພ້ອມຮັບມືຕໍ່ ການປ່ຽນແປງຂອງດິນຟ້າອາກາດ ແລະ ລະບົບສະບຽງອາຫານທີ່ຍືນ ຍົງພາຍໃຕ້ຫົວຂໍ້ “ກະສິກໍາແບບ ອັດສະລິຍະ ແລະ ລະບົບອາຫານ ທີ່ທົນທານຕໍ່ກັບສະພາບອາກາດ ຂອງໄວໜຸ່ມ ເພື່ອບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ” ໂດຍ ມີຜູ້ນຳຊາວໜຸ່ມ 100 ຄົນ ຈາກທົ່ວ ປະເທດລາວ, ພ້ອມດ້ວຍນັກສຶກສາ ຕ່າງປະເທດຈາກ ສ ເກົາຫລີ, ສປ ຈີນ, ບັນດາຜູ້ຕາງໜ້າຈາກພາກ ລັດຖະບານ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເພື່ອສ້າງ ຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ ໃນການເປັນກຳລັງແຮງແຫ່ງ ການປ່ຽນແປງ ໂດຍການສ້າງ ຄວາມຮັບຮູ້ກ່ຽວກັບກະສິກຳທີ່ ສາມາດປັບຕົວເຂົ້າກັບດິນຟ້າ ອາກາດ(C4A), ສົ່ງເສີມການ ແລກປ່ຽນຄວາມຮູ້ ແລະ ສ້າງເຄືອ ຂ່າຍຂອງນັກປະດິດສ້າງໜຸ່ມໃນ ຂະແໜງກະສິກຳ. ການລິເລີ່ມນີ້, ເກີດຂຶ້ນໃນເວລາທີ່ ສປປ ລາວ ກຳລັງຜະເຊີນກັບການເພີ່ມຂຶ້ນ ຂອງປະຊາກອນ ຊຶ່ງຄາດວ່າຈະ ບັນລຸ 9 ລ້ານຄົນໃນປີ 2035, ອັນໄດ້ສ້າງຄວາມກົດດັນເພີ່ມຂຶ້ນ ຕໍ່ລະບົບສະບຽງອາຫານ ແລະ ຊັບພະຍາກອນທຳມະຊາດຂອງ ປະເທດ ໂດຍມີປະຊາກອນເກືອບ 60 ທີ່ມີອາຍຸຕ່ຳກວ່າ 25 ປີ, ການມີສ່ວນຮ່ວມຂອງຊາວໜຸ່ມ ແມ່ນສິ່ງທີ່ຈຳເປັນຢ່າງຍິ່ງຕໍ່ການ ຫັນປ່ຽນພູມສັນຖານດ້ານກະສິກຳ ຂອງຊາດ. l6 o;a fmtotme9u o xt9e]k; lts]v'[5 ows;h rt9a o xt9exu 2025 ຂປລ. ສູນວັດທະນະທໍາຈີນ ປະ ຈໍາລາວ ຮ່ວມກັບຄະນະອັກສອນ ສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດບຸນໄຫວ້ພະຈັນ ປະຈຳປີ 2025 ໃນຫົວຂໍ້ “ຮ່ວມຊົມພະຈັນ ດວງດຽວກັນ-ງານອ່ານບົດກະວີ ບຸນໄຫວ້ພະຈັນ” ໃນວັນທີ 29 ກັນຍາ 2025 ທີ່ ມຊ ໂດຍມີທ່ານ ຄໍາມອນ ຈັນທະຈິດ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມະຫາວິທະ ຍາໄລແຫ່ງຊາດ, ທ່ານ ຫລົ່ວ ເວີ້ຍ ຈ້ຽນ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຄໍາມອນ ຈັນທະຈິດ ໄດ້ ກ່າວວ່າ: ບຸນໄຫວ້ພະຈັນ ເປັນໜຶ່ງ ໃນບຸນປະເພນີດັ້ງເດີມທີ່ມີຄວາມ ສໍາຄັນ, ມີປະຫວັດສາດອັນຍາວ ນານ ແລະ ເປັນວັດທະນະທຳອັນ ເລິກຊຶ່ງ. ບຸນໄຫວ້ພະຈັນ ມີຕົ້ນ ກຳເນີດມາຈາກການໄຫວ້ດວງ ເດືອນຂອງຄົນໃນສະໄໝບູຮານ ກົງກັບວັນທີ 15 ເດືອນ 8 ຕາມ ປະຕິທິນຈີນ, ໃນເວລາພະຈັນເຕັມ ດວງແມ່ນສັນຍະລັກແຫ່ງການ ເຕົ້າໂຮມ ແລະ ຄວາມປອງດອງ ເຊິ່ງປະຊາຊົນຈີນ ມັກຈະກັບມາ ຊຸມນຸມກັນ ແລະ ພ້ອມກັນນັ່ງ ຊົມດວງເດືອນ, ແບ່ງປັນຂະໜົມ ໄຫວ້ພະຈັນ, ສະແດງເຖິງຄວາມ ປາຖະໜາໃນຊີວິດທີ່ສວຍງາມ ແລະ ທົບທວນຫວນຄືນຄວາມ ຮັກແພງ, ຄວາມຄິດຮອດຄິດເຖິງ ເພື່ອນສະໜິດມິດສະຫາຍ ແລະ ຍາດ ພີ່ນ້ອງ. ທ່ານ ຫລົ່ວ ເວີ້ຍຈ້ຽນ ກໍໄດ້ກ່າວ ວ່າ: ບຸນໄຫວ້ພະຈັນ ເປັນປະເພນີ ທາງດ້ານວັດທະນະທໍາທີ່ສືບທອດ ມາດົນນານນັບພັນປີຂອງປະຊາຊົນ ຈີນ ຊຶ່ງດວງຈັນທີ່ສ່ອງສະຫວ່າງ ເຕັມປ່ຽມໄປດ້ວຍຄໍາອວຍພອນ “ຂໍ ໃຫ້ມີອາຍຸຍືນຍາວ” ບັນດາສະມາ ຊິກຄອບຄົວໄດ້ເຕົ້າໂຮມກັນ ແລະ ພ້ອມກັນນັ່ງຊົມດວງເດືອນ ດ້ວຍ ບັນຍາກາດອັນອົບອຸ່ນ. ທ່ານ ຫລົ່ວ ເວີ້ຍຈ້ຽນ ຍັງໃຫ້ຮູ້ອີກວ່າ: ສອງ ຊາດລາວ-ຈີນ ມີສາຍນໍ້າ ແລະ ພູ ຜາທີ່ເຊື່ອມຈອດກັນ, ຕັ້ງແຕ່ບູຮານ ເປັນປະເທດອ້າຍນ້ອງທີ່ດື່ມນໍ້າ ຈາກສາຍນໍ້າດຽວກັນຍິ່ງຕ້ອງຈັບ ມືກັນສ້າງປະຊາຄົມຮ່ວມຊາຕາກຳ ຈີນ-ລາວ, ລາວ-ຈີນ, ໃຫ້ຮ່ວມກັນ ກ້າວໄປປຽບດັ່ງແມ່ນໍ້າລ້ານຊ້າງ ແລະ ແມ່ນໍ້າຂອງທີ່ໄຫລຮ່ວມເປັນ ໜຶ່ງດຽວກັນຈາກທາງລົດໄຟສູ່ຜົນ ປະໂຫຍດຮ່ວມກັນທາງເສດຖະກິດ, ຈາກການແລກປ່ຽນວັດທະນະທຳ ສູ່ຄວາມຜູກພັນທາງຈິດໃຈຂອງ ປະຊາຊົນ, ທຸກບາດກ້າວທີ່ໝັ້ນຄົງ ລ້ວນຄຳນຶງເຖິງພູມປັນຍາບູຮານທີ່ ວ່າຜູ້ມີໃຈດຽວກັນຍ່ອມມີເສັ້ນທາງ ສາຍດຽວກັນ, ຜູ້ທີ່ເດີນເສັ້ນທາງ ສາຍດຽວກັນຍ່ອມຕ້ອງເດີນທາງ ໄປນໍາກັນ ຊຶ່ງການຈັດງານນີ້, ບໍ່ ພຽງແຕ່ເປັນກິດຈະກໍາທາງດ້ານ ວັດທະນະທຳເທົ່ານັ້ນ, ແຕ່ຄືການ ສ້າງຄວາມມີຊີວິດຊີວາໃຫ້ຈິດໃຈ ຂອງປະຊາຊົນສອງຊາດເຊື່ອມໂຍງ ເຖິງກັນ. ຂ່າວ-ພາບ: ສູນວັດທະນະທຳຈີນ Iv']a f4t,q o8u dt-;'dko8j k'xtgmf v;prvo;a o-kf lx 9u o 7q [Iv[ 76 xu ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ໄມທອງ ທໍາມະວົງສາ ຮອງ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ນຳພາ ຄະນະໄປອວຍພອນສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິ ສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ເນື່ອງໃນ ໂອກາດວັນສະຖາປະນາ ສາທາລະ ນະລັດ ປະຊາຊົນຈີນ ຄົບຮອບ 76 ປີ(01 ຕຸລາ 1949-01 ຕຸລາ 2025) ທີ່ສະຖານເອກອັກຄະລັດ ຖະທູດ ສປ ຈີນ ປະຈໍາ ສປປ ລາວ. ໃນໂອກາດນີ້, ສະຫາຍ ໄມທອງ ທໍາມະວົງສາ ໄດ້ຕາງໜ້າໃຫ້ຄະນະ ພັກ-ຄະນະນໍາ ແລະ ພະນັກງານ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສະແດງຄວາມຊົມ ເຊີຍ ແລະ ອວຍພອນຢ່າງຈິງໃຈຕໍ່ ສະຫາຍ ນາງ ຟາງ ຫົງ ພ້ອມດ້ວຍ ພະນັກງານສະຖານທູດທຸກສະຫາຍ ແລະ ຜ່ານສະຫາຍໄປຍັງຄະນະພັກຄະນະນໍາ ແລະ ພະນັກງານກະຊວງ ການຕ່າງປະເທດ ກໍຄື ການນໍາພັກລັດ ຂອງ ສປ ຈີນ, ຕໍ່ຜົນສຳເລັດອັນ ໃຫຍ່ຫລວງທີ່ສະຫາຍຈີນ ອ້າຍນ້ອງ ຍາດມາໄດ້ຕະຫລອດໄລຍະ 76 ປີ ຜ່ານມາ ໂດຍສະເພາະຜົນສໍາເລັດ ດ້ານວຽກງານການຕ່າງປະເທດ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າ ໃນພາລະກິດສ້າງສັນຕິພາບ ແລະ ການຮ່ວມມື, ການພັດທະນາ ແລະ ເຊື່ອມໂຍງເຊື່ອມຈອດຂອງໂລກ. ພ້ອມນີ້, ກໍມີຄວາມຍິນດີທີ່ເຫັນວ່າ ການພົວພັນຮ່ວມມືລະຫວ່າງສອງ ປະເທດ ກໍຄື ລະຫວ່າງສອງກະຊວງ ການຕ່າງປະເທດ ໃນຊຸມປີທີ່ຜ່ານ ມາໄດ້ຮັບການເສີມຂະຫຍາຍເຂົ້າສູ່ ລວງເລິກ ແລະ ລວງກວ້າງ, ສືບ ຕໍ່ຮັກສາກົນໄກການເຮັດວຽກ, ປະ ສານງານ ແລະ ປຶກສາຫາລືຢ່າງ ໃກ້ຊິດ ເພື່ອຈັດຕັ້ງປະຕິບັດບັນດາ ວຽກງານທີ່ການນຳຂັ້ນສູງ, ສອງ ພັກ-ສອງລັດ ໄດ້ຕົກລົງກັນຢ່າງ ມີປະສິດທິພາບ ແລະ ປະສິດທິຜົນ ສູງສຸດ. ພ້ອມກັນນັ້ນ, ຝ່າຍລາວຍັງ ໄດ້ຍືນຍັນທີ່ຈະສືບຕໍ່ຮ່ວມມືກັນຢ່າງ ໃກ້ຊິດກັບຝ່າຍຈີນ ໃນການເສີມ ຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການພົວພັນຄູ່ ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ຍາວນານຕາມທິດ 4 ດີ ແລະ ການ ເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ກໍຄື ການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງທີ່ການນໍາຂັ້ນສູງ ໄດ້ເຫັນດີຮ່ວມກັນໃຫ້ມີຜົນສໍາເລັດ ຕົວຈິງຍິ່ງໆຂຶ້ນ, ພ້ອມທັງຢືນຢັນ ຄືນວ່າພັກ ແລະ ລັດຖະບານ ສປປ ລາວ ເວລາໃດກໍຍຶດໝັ້ນຫລັກການ ຈີນດຽວ, ສືບຕໍ່ສະໜັບສະໜູນເຊິ່ງ ກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ໃນໂອກາດດຽວກັນ, ສະຫາຍ ນາງ ຟາງ ຫົງ ໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈຕໍ່ຄໍາອວຍພອນ ອັນປະເສີດຈາກຝ່າຍລາວໃນຄັ້ງ ນີ້, ພ້ອມທັງຢືນຢັນວ່າສະຖານທູດ ກໍຄື ກະຊວງການຕ່າງປະເທດ ສປ ຈີນ ຈະສືບຕໍ່ຮັກສາມູນເຊື້ອ ການພົວພັນອັນສະໜິດແໜ້ນກັບ ກະຊວງການຕ່າງປະເທດລາວ ເພື່ອ ຮ່ວມກັນຈັດຕັ້ງຜັນຂະຫຍາຍບັນດາ ວຽກງານທີ່ຂັ້ນເທິງໄດ້ຕົກລົງຮ່ວມ ກັນແລ້ວນັ້ນໃຫ້ປາກົດຜົນເປັນຈິງ, ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາ ສູ່ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ. ຂ່າວ-ພາບ: ກົມການຂ່າວ, ກະຊວງ ການຕ່າງປະເທດ ມີຄູເປັນຜູ້ສ້າງພື້ນຖານຄວາມຮູ້, ຖ່າຍທອດຄວາມຮູ້, ທັກສະພື້ນຖານ, ແນວຄິດທີ່ຈຳເປັນ ເພື່ອໃຫ້ນັກຮຽນ ສາມາດນຳໄປຕໍ່ຍອດໃນການຮຽນ ຮູ້ຂັ້ນສູງ. ນອກຈາກນີ້, ຄູເປັນຜູ້ ປູກຝັງຄຸນສົມບັດເປັນຜູ້ສອນໃຫ້ ນັກຮຽນຮູ້ຈັກຄຸນສົມບັດ, ຈັນຍາ ບັນ, ຄວາມຮັບຜິດຊອບ, ລະບຽບ ວິໄນ ແລະ ການຢູ່ຮ່ວມກັນໃນສັງ ຄົມ. ຄູໄດ້ກາຍເປັນຜູ້ພັດທະນາທັກ ສະທີ່ສຳຄັນໃນຍຸກສະໄໝປັດຈຸບັນ ເຊັ່ນ: ການຄິດວິເຄາະ, ການແກ້ໄຂ ບັນຫາ, ການເຮັດວຽກເປັນທີມ ແລະ ການສື່ສານ. ອາຈານ ແສງເພັດ ຄູນປະເສີດ ຍັງໄດ້ກ່າວອີກວ່າ: ເພື່ອໃຫ້ການ ຮຽນ-ການສອນ ມີປະສິດທິພາບ ສູງສຸດ, ຄູຕ້ອງບໍ່ຢຸດນິ້ງໃນການ ພັດທະນາ ແລະ ປັບປຸງຕົນເອງ ໃຫ້ທັນກັບສະພາບການປ່ຽນແປງ ສິ່ງທີ່ຄູຄວນພັດທະນາ ແລະ ປັບປຸງ ຕົນເອງຫລາຍດ້ານເປັນຕົ້ນດ້ານ ຄວາມຮູ້ ແລະ ວິຊາຊີບ ໂດຍສະ ເພາະຕ້ອງອັບເດດເນື້ອໃນວິຊາ, ຕ້ອງຕິດຕາມຄວາມຮູ້ໃໝ່ໆ ແລະ ຄວາມກ້າວໜ້າໃນສາຂາວິຊາທີ່ ຕົນເອງສອນຢູ່ສະເໝີ ແລະ ນຳໃຊ້ ເຕັກໂນໂລຊີພັດທະນາທັກສະໃນ ການໃຊ້ເຄື່ອງມື ແລະ ເຕັກໂນໂລ ຊີດີຈິຕອນເຂົ້າໃນການສອນ ເພື່ອ ເຮັດໃຫ້ການຮຽນຮູ້ໜ້າສົນໃຈ. ສ່ວນດ້ານທັກສະ ແລະ ທັດສະນະ ຄະຕິໃນການປະເມີນຜົນການຮຽນ ຕ້ອງປັບປຸງວິທີການວັດແທກ ແລະ ປະເມີນຜົນການຮຽນໃຫ້ນອກເໜືອ ຈາກການສອບເສັງ ເພື່ອວັດແທກ ຄວາມເຂົ້າໃຈ ແລະ ທັກສະຕົວຈິງ ຂອງນັກຮຽນໄດ້ຢ່າງຮອບດ້ານ. ຂ່າວ-ພາບ: ກິດຕາ ໃນໂອກາດດຽວກັນນີ້, ທ່ານ ນາງ ເຂັມຄຳ ຄັດສະຫວ່າງ ຮອງ ຫົວໜ້າຫ້ອງການ ແລະ ທ່ານ ນາງ ໄຊທານີ ຈັນທະວົງສາ ຄະນະ ບໍລິຫານໂຄງການ ແລະ ປະທານ ບໍລິສັດແຮັບປີ້ອີ້ເວັນ ຈຳກັດ ໄດ້ ຮ່ວມກັນເຊັນບົດບັນທຶກຄວາມ ເຂົ້າໃຈເພື່ອເປັນບ່ອນອີງໃນການ ຈັດງານຮ່ວມກັນໃຫ້ປະສົບຜົນສຳ ເລັດຕາມຄາດໝາຍທີ່ໄດ້ວາງໄວ້. ພ້ອມນີ້, ກໍເປີດໂອກາດໃຫ້ພາກສ່ວນ ກ່ຽວຂ້ອງໄດ້ຊັກຖາມເພີ່ມຕື່ມກ່ຽວ ກັບຈຸດປະສົງ, ຄວາມສໍາຄັນ, ຂອບເຂດຂອງການຈັດງານມະຫະ ກໍາການເງິນລາວ 2025 ນີ້ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຂອງຜູ້ ຮ່ວມງານຄັ້ງນີ້. ສຳລັບກິດຈະກຳພາຍໃນງານ ຈະມີການຈັດຫ້ອງວາງສະແດງ ຈາກຫລາຍສະຖາບັນການເງິນ ເປັນ ຕົ້ນທະນາຄານ, ບໍລິສັດປະກັນໄພ, ຕະຫລາດຫລັກຊັບ, ພາກສ່ວນໃຫ້ ບໍລິການຟິນເທັກ. ພ້ອມນີ້, ຍັງຈະ ມີການຈັດກອງປະຊຸມສົນທະນາ ກ່ຽວກັບວຽກງານການເງິນ ໂດຍ ການເຊື້ອເຊີນແຂກກິຕິມະສັກທັງ ພາຍໃນ ແລະ ຕ່າງປະເທດ ຈາກ ພາກລັດ ແລະ ເອກະຊົນມາຮ່ວມ ບັນຍາຍໃຫ້ຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ແລກປ່ຽນຂໍ້ມູນຄວາມຮູ້ ແລະ ຈະມີການຈັດການແຂ່ງຂັນກ່ຽວກັບ ຄວາມຮູ້ດ້ານການເງິນ ຫລື ມີກິດ ຈະກຳທີ່ຕິດພັນກັບການເງິນ ສໍາລັບ ນ້ອງໆເຍົາວະຊົນອີກດ້ວຍ. ຂ່າວ: ສົມຫວັງ ພາບ: ເກດສະໜາ ນີ້ວ່າ: ຈຸດປະສົງຕົ້ນຕໍຂອງການ ຈັດງານມະຫະກຳການເງິນລາວ 2025 ເພື່ອເປັນການປະຕິບັດ ຕາມວາລະແຫ່ງຊາດ ກໍຄື ການ ແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ ໂດຍຂະແໜງ ທະນາຄານ ສ້າງໂອກາດໃຫ້ແກ່ ບັນດາສະຖາບັນການເງິນ, ນັກ ລົງທຶນ ແລະ ປະຊາຊົນໄດ້ສະແດງ ແນວຄວາມຄິດໃນການພັດທະນາ ວຽກງານທະນາຄານໃຫ້ມີຄວາມ ເຊື່ອມໂຍງກັນຢ່າງກົມກຽວ, ເປັນ ບ່ອນພົບປະກັບບັນດາຫົວໜ່ວຍ ທຸລະກິດເພື່ອໃຫ້ຂໍ້ມູນ ແລະ ຊ່ວຍ ໃນການເຂົ້າຫາແຫລ່ງທຶນ, ພ້ອມ ທັງຊຸກຍູ້ໃຫ້ສັງຄົມມີຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບສະພາບການ ແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນຂອງພາກສ່ວນ ກ່ຽວຂ້ອງ ແລະ ໃຫ້ສະຕິສັງຄົມ ຕິດພັນກັບການນຳໃຊ້ເຄື່ອງມື ທາງການເງິນໃນທາມກາງການ ພັດທະນາທາງດ້ານດີຈິຕອນ ຢ່າງ ວ່ອງໄວໃຫ້ມີຄວາມປອດໄພ. ນອກ ນີ້, ຍັງເປັນເວທີແລກປ່ຽນຄວາມຄິດ ເຫັນໃນການແກ້ໄຂຂໍ້ຄົງຄ້າງໃນ ການປະຕິບັດວຽກງານຂອງບັນດາ ສະຖາບັນການເງິນໃນໄລຍະຜ່ານ ມາ ແລະ ການພັດທະນາຂະແໜງ ທະນາຄານໃນຕໍ່ໜ້າໃຫ້ທັນກັບ ບັນດາປະເທດພາຍໃນພາກພື້ນ ແລະ ສາກົນ. ໃນໂອກາດນີ້, ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ໄດ້ ເນັ້ນເຖິງບົດບາດສຳຄັນຂອງຊາວ ໜຸ່ມໃນການກຳນົດອະນາຄົດຂອງ ປະເທດ ຊຶ່ງ “ຊາວໜຸ່ມໃນປັດຈຸບັນ ບໍ່ແມ່ນພຽງແຕ່ຜູ້ນຳຂອງມື້ອື່ນ, ພວກເຂົາຄືນັກປະດິດສ້າງຂອງມື້ ນີ້, ພວກເຂົາມີຄວາມຄິດສ້າງສັນ, ພະລັງ ແລະ ວິໄສທັດທີ່ຈຳເປັນໃນ ການປ່ຽນແປງພູມສັນຖານດ້ານ ສະບຽງອາຫານຂອງພວກເຮົາ”. ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ ປະສານງານອົງການສະຫະປະຊາ ຊາດ ປະຈຳ ສປປ ລາວ ໄດ້ເນັ້ນວ່າ: ການສະໜັບສະໜູນຄົນຮຸ່ນໃໝ່ແມ່ນ ຄວາມຈຳເປັນທາງຍຸດທະສາດ ເພື່ອການພັດທະນາແບບຍືນຍົງ. “ການລົງທຶນໃສ່ຊາວໜຸ່ມບໍ່ແມ່ນ ພຽງທາງເລືອກມັນຄືການລົງທຶນ ໃສ່ອະນາຄົດຮ່ວມກັນຂອງພວກ ເຮົາ ໂດຍການສ້າງຄວາມເຂັ້ມແຂງ ໃຫ້ແກ່ຊາວໜຸ່ມ, ພວກເຮົາກຳລັງ ລົງທຶນໃສ່ອະນາຄົດທີ່ສົດໃສກວ່າ ເກົ່າສໍາລັບທຸກຄົນ.” ທ່ານ ນາງ ຄະຢອງ ມີ ຄິມ ຜູ້ ຕາງໜ້າອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ກ່າວກ່ຽວກັບ ຄວາມມຸ່ງໝັ້ນຂອງ 'A0 ໃນ ການສົ່ງເສີມນະວັດຕະກຳທີ່ນຳພາ ໂດຍຊາວໜຸ່ມຜ່ານຂອບວຽກ “ສີ່ ເສົາຄ້ຳ” ຄື: ການຜະລິດທີ່ດີຂຶ້ນ, ໂພຊະນາການທີ່ດີຂຶ້ນ, ສະພາບ ແວດລ້ອມທີ່ດີຂຶ້ນ ແລະ ຊີວິດທີ່ດີ ຂຶ້ນ. ຊາວໜຸ່ມບໍ່ແມ່ນແຕ່ຜູ້ນຳຂອງ ມື້ອື່ນ, ຍັງເປັນກຳລັງແຫ່ງການ ປ່ຽນແປງໃນປັດຈຸບັນ. ຄວາມຄິດ ສ້າງສັນ, ພະລັງ ແລະ ຄວາມມຸ່ງ ໝັ້ນຂອງຊາວໜຸ່ມແມ່ນສິ່ງຈຳເປັນ ໃນການຂັບເຄື່ອນການປ່ຽນແປງທີ່ ຈຳເປັນໃນລະບົບສະບຽງອາຫານ ຂອງພວກເຮົາ. ໃນກອງປະຊຸມ, ຍັງມີການແຂ່ງ ຂັນຮອບສຸດທ້າຍຂອງໂຄງການ “ກະສິກຳໃນຝັນທີ່ສາມາດປັບຕົວ ເຂົ້າກັບດິນຟ້າອາກາດ”, ພ້ອມທັງ ຈັດເວທີສົນທະນາແບບໂຕ້ຕອບ, ເທສະການຮູບເງົາສັ້ນ ແລະ ການ ເປີດໂຕການລິເລີ່ມໃໝ່ຂອງຊາວ ໜຸ່ມດ້ານ C4A. ພາຍຫລັງສຳເລັດກອງປະຊຸມ, ກຸ່ມຜູ້ເຂົ້າຮ່ວມທີ່ຖືກຄັດເລືອກໄດ້ ເດີນທາງໄປຢ້ຽມຊົມຟາມຄວາຍ ນົມແບບປະສົມປະສານ ແລະ ການ ລິເລີ່ມດ້ານກະສິກຳອິນຊີຢູ່ແຂວງ ຫລວງພະບາງ ຊຶ່ງຈະເປັນການ ສະໜອງປະສົບການດ້ານການຮຽນ ຮູ້ຈາກການລົງມືຕົວຈິງ. ຂ່າວ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==