xtgmf]k; 3 03/10/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ©ດ ່າຕົ່ງ dP,rh v,c8j sq ;mu Ia [,n da [wrry [a f9kdme,t-kf ົດສະເໜີ ¢£¢£ງ©ດ ົານ່າວ ະວງານຕ່າງປະເທດ zq oleg]a f0v'dkog7n j vows;;Pd'kodkom6 f .ow]pt.\j (ເນື່ອງໃນໂອກາດ ຄົບຮອບ 80 ປີ ວັນການທູດລາວ 12 ຕຸລາ 1945 -12 ຕຸລາ 2025) ຂປລ. ໃນຊຸມປີຜ່ານມາ, ສະ ພາບການພາກພື້ນ ແລະ ສາກົນ ສືບ ຕໍ່ຜັນແປໄປຢ່າງໄວວາ, ສະຫລັບ ສັບຊ້ອນ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະທາງດ້ານພູມສາດ ການເມືອງ ກໍຄືການພົວພັນຮ່ວມມື ແລະ ການຂັດແຍ່ງລະຫວ່າງປະ ເທດມະຫາອໍານາດ, ບັນຫາສົງ ຄາມກາງເມືອງ, ບັນຫາຄວາມຂັດ ແຍ່ງທາງດ້ານດິນແດນ, ເຊື້ອຊາດ, ສາສະໜາ, ບັນຫາກໍ່ການຮ້າຍ, ບັນຫາຄວາມໝັ້ນຄົງທາງໄຊເບີ, ການຍາດແຍ່ງຊັບພະຍາກອນທໍາ ມະຊາດ ລວມທັງການປ່ຽນແປງ ດິນຟ້າອາກາດ ທີ່ກໍ່ໃຫ້ເກີດໄພທໍາ ມະຊາດ ແລະ ການລະບາດຂອງ ພະຍາດຮ້າຍແຮງ. ຕໍ່ກັບສະພາບ ການດັ່ງກ່າວ, ສປປ ລາວ ໂດຍຍຶດ ໝັ້ນແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະ ພາບ ແລະ ການຮ່ວມມື” ແລະ ປະຕິ ບັດຕາມຄໍາຂວັນກອງປະຊຸມວຽກ ງານການຕ່າງປະເທດ ຄັ້ງທີ 14 ຄື: ການທູດປ້ອງກັນເຫດ ແລະ ບຸກ ທະລຸເພື່ອປົກປັກຮັກສາແລະພັດທະ ນາປະເທດຊາດ ເພີ່ມທະວີປະສິດ ທິພາບການຈັດຕັ້ງປະຕິບັດຜົນການ ເຄື່ອນໄຫວການຕ່າງປະເທດ ໃຫ້ ປະກົດຜົນເປັນຮູບປະທໍາ ສືບຕໍ່ ຂະຫຍາຍການພົວພັນຮ່ວມມືແບບ ຫລາຍທິດ, ຫລາຍຝ່າຍ, ຫລາຍຮູບ ແບບ ແລະ ຫລາຍລະດັບ ບົນພື້ນ ຖານເຄົາລົບເອກະລາດ, ອໍານາດ ອະທິປະໄຕ ເຊິ່ງກັນ ແລະ ກັນ, ຕ່າງ ຝ່າຍຕ່າງມີຜົນປະໂຫຍດ ເພີ່ມທະວີ ຄວາມເປັນເຈົ້າການໃນການຈັດຕັ້ງ ບັນດາຂໍ້ຕົກລົງຮ່ວມມືອັນເປັນພື້ນ ຖານ ກັບບັນດາປະເທດເພື່ອນມິດ ຍຸດທະສາດ ໃຫ້ມີປະສິດທິຜົນ ພວກ ເຮົາ ສາມາດສືບຕໍ່ຍາດໄດ້ຜົນສໍາ ເລັດທີ່ພົ້ນເດັ່ນ ໃນການເຄື່ອນໄຫວ ວຽກງານການຕ່າງປະເທດ ແລະ ການທູດຂອງຕົນ ໂດຍສາມາດຮັກ ສາສັນຕິພາບ, ຮັບປະກັນເອກະລາດ ແລະ ຄວາມໝັ້ນຄົງແຫ່ງຊາດ, ຍາດແຍ່ງຜົນປະໂຫຍດດ້ານເສດ ຖະກິດ, ເສີມຂະຫຍາຍສາຍພົວພັນ ແບບສະໜິດແໜ້ນກັບບັນດາປະ ເທດເພື່ອນມິດຍຸດທະສາດ ແລະ ສາຍພົວພັນທີ່ດີກັບບັນດາປະເທດ ໃຫຍ່, ຊຸກຍູ້ການເຊື່ອມໂຍງ-ເຊື່ອມ ຈອດພາຍໃນປະເທດ, ພາກພື້ນ ແລະ ສາກົນ ໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ເຊີດຊູຖານະບົດ ບາດຂອງລາວ ໃຫ້ສູງເດັ່ນຂຶ້ນໃນ ເວທີສາກົນ. ໃນດ້ານການເຄື່ອນໄຫວການ ທູດສອງຝ່າຍ, ສປປ ລາວ ໄດ້ສືບຕໍ່ ເພີ່ມທະວີການພົວພັນຢ່າງໃກ້ຊິດ ພ້ອມທັງໄດ້ຍົກລະດັບການພົວພັນ ກັບບັນດາປະເທດເພື່ອນມິດຍຸດທະ ສາດ ກໍຄື ບັນດາປະເທດເພື່ອນມິດ ອື່ນໆຂຶ້ນສູ່ລະດັບໃໝ່ເປັນກ້າວໆມາ ເປັນຕົ້ນແມ່ນສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ກັບ ສສ ຫວຽດ ນາມ ໃຫ້ເຂົ້າສູ່ລວງເລິກໃນທຸກຂົງ ເຂດ ສືບຕໍ່ການຮ່ວມມືແບບຄູ່ຮ່ວມ ຍຸດທະສາດຮອບດ້ານໝັ້ນຄົງຍາວ ນານ ຕາມທິດ 4 ດີ ແລະ ການກໍ່ ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ ຢຸດຢັ້ງ ສືບຕໍ່ຮັກສາ ແລະ ເພີ່ມທະວີ ສາຍພົວພັນມິດຕະພາບທີ່ເປັນມູນ ເຊື້ອອັນດີງາມກັບປະເທດອ້າຍ ນ້ອງ ແລະ ສະຫະພັນຣັດເຊຍ ປົກ ປັກຮັກສາ ແລະ ເພີ່ມທະວີການພົວ ພັນມິດຕະພາບອັນດີກັບບັນດາປະ ເທດເພື່ອນບ້ານໃກ້ຄຽງ ພ້ອມທັງ ສົ່ງເສີມການຮ່ວມມືດ້ານການຄ້າ ແລະ ການລົງທຶນ ອັນກວ້າງຂວາງ ລະຫວ່າງກັນ ພ້ອມທັງໄດ້ຍົກລະ ດັບສາຍພົວພັນກັບບັນດາປະເທດ ເພື່ອນມິດອື່ນໆ ຂຶ້ນເປັນຄູ່ຮ່ວມຍຸດ ທະສາດ ຄື: ຍີ່ປຸ່ນ, ສ ອາເມລິກາ, ຣາຊະອານາຈັກກໍາປູເຈຍ, ຮົງກາຣີ, ຣາຊະອານາຈັກໄທ, ບຣູໄນດາຣູຊາ ລາມ ແລະ ເຄືອຈັກກະພົບອົດສະ ຕຣາລີ. ທັງໝົດນີ້ສະແດງໃຫ້ເຫັນ ວ່າການພົວພັນສອງຝ່າຍລະຫວ່າງ ສປປ ລາວ ແລະ ປະເທດເພື່ອນມິດ ໃນທຸກຂົງເຂດ ໄດ້ມີບາດກ້າວຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີ ໝາກຜົນທີ່ດີຕະຫລອດມາ, ເຮັດໃຫ້ ສປປ ລາວ ສາມາດຍາດແຍ່ງ ແລະ ຂົນຂວາຍການຮ່ວມມື, ການສະໜັບ ສະໜູນ, ການຊ່ວຍເຫລືອ, ການຄ້າ ແລະ ການລົງທຶນ ຈາກບັນດາປະ ເທດເຫລົ່ານັ້ນ ເພື່ອປະກອບສ່ວນ ອັນສໍາຄັນເຂົ້າໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ກໍຄື ການພັດທະນາເສດ ຖະກິດ-ສັງຄົມ ຢູ່ ສປປ ລາວ ໃຫ້ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ. ສໍາລັບການເຄື່ອນໄຫວການທູດ ຫລາຍຝ່າຍ, ສປປ ລາວ ໄດ້ສືບຕໍ່ ເຄື່ອນໄຫວຢ່າງຫ້າວຫັນ ແລະ ເປັນ ເຈົ້າການຢູ່ໃນເວທີພາກພື້ນ ແລະ ສາກົນ ໃນການຮັກສາບົດບາດອັນ ພົ້ນເດັ່ນຂອງ ສປປ ລາວ ຊຶ່ງໄດ້ສືບ ຕໍ່ເປັນເຈົ້າການໃນການເຂົ້າຮ່ວມ ໃນຂະບວນການເຊື່ອມໂຍງພາກ ພື້ນ ແລະ ສາກົນຢ່າງຕັ້ງໜ້າ ເພື່ອ ປົກປ້ອງສິດຜົນປະໂຫຍດອັນຊອບ ທໍາຂອງ ສປປ ລາວ ເປັນຕົ້ນ ຂອບ ອົງການສະຫະປະຊາຊາດ (ສປຊ) ແລະ ອົງການເຄືອຂ່າຍ, ຂອບການ ຮ່ວມມືອາຊຽນ, ອົງການການຄ້າ ໂລກ (850), ອົງການຟຣັງໂກ ໂຟນີສາກົນ(0I'), ຂະບວນການບໍ່ ຮ່ວມກຸ່ມ(/AM), ກຸ່ມ77, ກຸ່ມປະ ເທດດ້ອຍພັດທະນາ (L%C), ກຸ່ມ ປະເທດກໍາລັງພັດທະນາ ທີ່ບໍ່ມີຊາຍ ແດນຕິດກັບທະເລ (LL%C), ກຸ່ມ ປະເທດເກາະດອນນ້ອຍ (4I%4) ແລະ ກົນໄກການຮ່ວມມືຂອງອົງ ການຈັດຕັ້ງສາກົນອື່ນໆ. ພິເສດ ແລະ ເປັນຄັ້ງທໍາອິດໃນປະຫວັດ ສາດ ທີ່ ສປປ ລາວ ໄດ້ຮັບໜ້າທີ່ ເປັນຮອງປະທານສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 76 ຖືກ ເລືອກໃຫ້ເປັນສະມາຊິກສົມບູນ ໃນສະພາເສດຖະກິດ-ສັງຄົມຂອງ ສປຊ (EC040C) ສະໄໝ 2023-2025 ໄດ້ຮັບກຽດເປັນ ປະທານອາຊຽນ ຄັ້ງທີ 3 ໃນປີ 2024 ແລະ ສໍາເລັດການເປັນເຈົ້າ ພາບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ພາຍໃຕ້ຄໍາຂວັນ: “ເພີ່ມທະວີການ ເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ” ແລະ ຫລ້າສຸດ ສປປ ລາວ ຍັງໄດ້ເຂົ້າຮ່ວມເປັນຄູ່ຮ່ວມ ເຈລະຈາ ຂອງອົງການຮ່ວມມືຊຽງ ໄຮ້ (4C0) ອີກດ້ວຍ. ຄຽງຄູ່ກັນ ນັ້ນ, ສປປລາວຍັງສືບຕໍ່ເຄື່ອນໄຫວ ຢ່າງຕັ້ງໜ້າເຂົ້າໃນການເຊື່ອມໂຍງ ເສດຖະກິດພາກພື້ນ ແລະ ສາກົນ, ການຮ່ວມມືໃນລະດັບພາກພື້ນແລະ ອະນຸພາກພື້ນ ເປັນຕົ້ນ ຂອບການ ຮ່ວມມື ໜຶ່ງແລວ-ໜຶ່ງເສັ້ນທາງ (B3I), ຂອບການຮ່ວມມືອາຊີ- ເອີຣົບ (A4EM), ຂອບການຮ່ວມ ມືແຫ່ງອາຊີ (AC%), ຂອບການ ຮ່ວມມືອາຊີຕາເວັນອອກ-ອາເມລິ ກາລາຕິນ ('EALAC), ຂອບ ການຮ່ວມມືອະນຸພາກພື້ນແມ່ນໍ້າ ຂອງ (GM4), ຂອບຍຸດທະສາດ ການຮ່ວມມືເສດຖະກິດ ແມ່ນໍ້າອີ ຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າ ຂອງ (ACMEC4), ຂອບການ ຮ່ວມມື ກໍາປູເຈຍ-ລາວ-ມຽນມາຫວຽດນາມ (CLMV) ແລະ ບັນ ດາຂອບການຮ່ວມມືແມ່ນໍ້າຂອງ ແລະ ຄູ່ຮ່ວມພັດທະນາ ເຊັ່ນ: ຂອບ ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງ, ແມ່ນໍ້າຂອງ-ແມ່ນໍ້າ ຄົງຄາ, ແມ່ນໍ້າຂອງ-ຍີ່ປຸ່ນ, ແມ່ນໍ້າ ຂອງ-ສ ເກົາຫລີ ແລະ ແມ່ນໍ້າຂອງ- ສ ອາເມລິກາ. ນອກຈາກນັ້ນ, ສປປ ລາວ ຍັງໄດ້ມີຄວາມຫ້າວຫັນໃນ ການປະຕິບັດພັນທະຂອງຕົນຕໍ່ສົນ ທິສັນຍາສາກົນຕ່າງໆ ທີ່ໄດ້ເຂົ້າ ຮ່ວມເປັນພາຄີ ລວມ 1.500 ກວ່າ ສະບັບ, ໃນຂອບຫລາຍຝ່າຍຫລາຍ ກວ່າ 900 ສະບັບ ແລະ ໄດ້ສໍາເລັດ ການສ້າງກົດໝາຍຂອງຂະແໜງ ການຕ່າງປະເທດຈໍານວນ5ສະບັບ ພ້ອມທັງໄດ້ສ້າງ ແລະ ປັບປຸງນິຕິ ກໍາໃຕ້ກົດໝາຍ ຈໍານວນ 7 ສະບັບ. ທັງໝົດນີ້ສະແດງໃຫ້ເຫັນເຖິງ ໝາກຜົນອັນໃຫຍ່ຫລວງຂອງການ ເຄື່ອນໄຫວວຽກງານການທູດຂອງ ສປປ ລາວ ໃນໄລຍະໃໝ່ ບໍ່ວ່າຈະ ເປັນໃນຂອບສອງຝ່າຍ ຫລື ຫລາຍ ຝ່າຍ ຊຶ່ງໄດ້ປະກອບສ່ວນອັນສໍາ ຄັນເຂົ້າໃນການຍົກສູງບົດບາດ ຂອງສປປລາວ ເຮົາຢູ່ໃນເວທີພາກ ພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ ພ້ອມທັງໄດ້ເຮັດໃຫ້ຊື່ສຽງຂອງ ສປປ ລາວ ເປັນທີ່ຮູ້ຈັກຢ່າງກວ້າງ ຂວາງ, ໄດ້ຮັບຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈຈາກນາໆ ຊາດນັບມື້ນັບຫລາຍຂຶ້ນ. ຊົມເຊີຍວັນການທູດລາວ ຄົບ ຮອບ 80 ປີ ຢ່າງສຸດໃຈĴ ຂປລ. ເຖົ້າແກ່ປູ່ຍ່າຕານາຍ ເຄີຍເຕືອນໄວ້ ໃຫ້ລະວັງນ້ຳກາງ ເດືອນແປດ, ເດືອນເກົ້າເຂົ້າສູ່ເດືອນ ສິບ ຫລື ເດືອນກໍລະກົດ-ເດືອນ ກັນຍາ-ເດືອນຕຸລາຂອງແຕ່ລະປີ, ເພາະວ່າໄລຍະນີ້ ຢູ່ໃນໄລຍະລະດູ ຝົນຕົກແຮງ ຕົກໜັກ ເຮັດໃຫ້ຫ້ວຍ ນ້ຳລຳເຊ ແຕ່ລະສາຍເຕັມໄປດ້ວຍ ມວນນ້ຳ ແລະ ຈະມີນ້ຳຖ້ວມໃນ ຫລາຍພື້ນທີ່ ອັນນຳໄປສູ່ຄວາມ ເດືອດຮ້ອນ ແລະ ຄວາມສູນເສຍ ທາງດ້ານຊີວິດ ແລະ ຊັບສິນກໍຄື ຮັບມືໄວ້ແຕ່ຫົວທີ ເພື່ອຮັບມືກັບໄພ ທຳມະຊາດ ໂດຍສະເພາະແມ່ນໄພ ນ້ຳຖ້ວມທີ່ອາດຈະເກີດຂຶ້ນ. ບົດຮຽນອັນລ້ຳຄ່າທີ່ພວກເຮົາ ປະສົບພົບພໍ້ໃນປີຜ່ານມາກໍຄືທ້າຍ ເດືອນກັນຍາ ຫາ ຕົ້ນເດືອນຕຸລາ ນີ້ແມ່ນໄດ້ເກີດໄພນ້ຳຖ້ວມ ຊຶ່ງມັນ ເກີດຂຶ້ນຢູ່ຫລາຍເຂດຫລາຍແຂວງ ທົ່ວປະເທດ. ນ້ຳຖ້ວມໃນລະຫວ່າງ ທ້າຍເດືອນກັນຍາຫາເດືອນຕຸລາ 2025 ນີ້, ໄດ້ສ້າງຄວາມສູນເສຍຕໍ່ ຊີວິດ ແລະ ຊັບສິນຂອງປະຊາຊົນ, ພື້ນຖານໂຄງລ່າງທາງດ້ານເສດຖະ ກິດຫລາຍຢ່າງ, ຖະໜົນຫົນທາງ ລະບົບຄົມມະນາຄົມ ແລະ ອື່ນໆ ສູນເສຍເປັນມູນຄ່າບໍ່ໜ້ອຍ. ສຳລັບຢູ່ແຂວງໄຊສົມບູນ ທ່ານ ການດຳລົງຊີວິດຂອງປະຊາຊົນ ເປັນບໍລິເວນກວ້າງ. ຜ່ານການຕິດຕາມສະພາບດິນ ຟ້າອາກາດຜ່ານມາແຕ່ລະປີ ຢູ່ໃນ ໄລຍະນີ້ ມັກເກີດມີລົມພາຍຸພັດ ຜ່ານເຮັດໃຫ້ມີຝົນຕົກໜັກ ແລະ ມັກຈະເກີດນ້ຳຖ້ວມຢູ່ຫລາຍພື້ນທີ່ ທົ່ວປະເທດ ຖ້ວມເຮືອນຊານ ບ້ານ ຊ່ອງ ເນື້ອທີ່ການຜະລິດ ຜົນຜະລິດ ພື້ນຖານໂຄງລ່າງຂອງການພັດ ທະນາຖືກເສຍຫາຍເປັນຈຳນວນ ຫລາຍ ຊຶ່ງແຕ່ລະປີລັດຖະບານ, ພາກເອກະຊົນ ແລະ ອົງການຈັດ ຕັ້ງຕ່າງໆ ທັງພາຍໃນ ແລະ ສາກົນ ໄດ້ສຸມທຶນຮອນອັນມະຫາສານ ເຂົ້າຊ່ວຍເຫລືອຟື້ນຟູປົວແປງ ສິ່ງ ທີ່ເສຍຫາຍໄປນັ້ນ ໃຫ້ດີຂຶ້ນມາຕະ ບ້ານກໍໄຮ ທີ່ໄດ້ຮັບຜົນກະທົບຈາກ ພາຍຸບົວລອຍ ເຮັດໃຫ້ເຮືອນຊານ ຂອງປະຊາຊົນໄດ້ຮັບຄວາມເສຍ ຫາຍ ແລະ ມີຜູ້ເສຍຊີວິດ. ໃນນັ້ນ, ເຮືອນ 2 ຫລັງ, ເສຍຊີວິດ 3 ຄົນ. ຂະນະທີ່ມີເຮືອນຂອງປະຊາຊົນຈໍາ ນວນໜຶ່ງຢູ່ໃກ້ຄຽງເຂດດັ່ງກ່າວຖືກ ນໍ້າຖ້ວມ, ເສັ້ນທາງເປ່ເພບໍ່ສາມາດ ສັນຈອນໄປມາໄດ້.ແນວໃດກໍດີ,ປັດ ຈຸບັນອ້າຍນ້ອງທະຫານ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ໄດ້ປະຈໍາຢູ່ ຈຸດເກີດນ້ຳຖ້ວມ ເພື່ອເຝົ້າລະວັງ ແລະ ໃຫ້ການຊ່ວຍເຫລືອປະຊາ ຊົນໃນເວລາສຸກເສີນ. ນອກຈາກ ແຂວງໄຊສົມບູນແລ້ວ ຍັງມີຫລາຍ ແຂວງຫລາຍທ້ອງຖິ່ນກໍໄດ້ຮັບຜົນ ກະທົບຈາກພາຍຸບົວລອຍເຊັ່ນກັນ. ຫລອດ, ດັ່ງນັ້ນ ປະຊາຊົນເຮົາຈົ່ງ ມີສະຕິລະມັດລະວັງ ທັງກຽມພ້ອມ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງ ໄຊສົມບູນ ພ້ອມດ້ວຍຄະນະນໍາ ຂອງແຂວງ ແລະ ເມືອງອະນຸວົງ ໄດ້ລົງເຄື່ອນໄຫວຕິດຕາມສະພາບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==