7129

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 03/10/2025 xtgmf]k; ຜູ້ແທນ ອອປສ... ຜູ້ແທນລາວ... ປະຊາຊົນທີ່ອາໄສ... ປະຊາຊົນຢູ່ລຽບ... ໂທລະເລກສະແດງ... ສານອວຍພອນວັນແຫ່ງການ... ແຈ້ງການ... ສານສະແດງຄວາມຊົມເຊີຍ... ນາຍົກລັດຖະມົນຕີ... ຂປລ. ໃນວັນທີ 30 ກັນຍາ 2025 ຜ່ານມານີ້, ເຂື່ອນໄຟຟ້າ ນ້ຳລີກ 1-2 ໄດ້ປ່ອຍນໍ້າອອກຈາກ ເຂື່ອນ ຜ່ານອຸມົງລະບາຍນ້ຳລົ້ນ ຂອງເຂື່ອນ ເນື່ອງຈາກວ່າໄດ້ຮັບ ຜົນກະທົບຈາກພາຍຸບົວລອຍ ສົ່ງ ຜົນໃຫ້ມີຝົນຕົກໜັກຫລາຍວັນຕິດຕໍ່ ກັນເຮັດໃຫ້ລະດັບນໍ້າໜ້າເຂື່ອນ ເພີ່ມ ສູງຂຶ້ນເກີນລະດັບ 305 ແມັດ ຊຶ່ງ ມວນນໍ້າດັ່ງກ່າວ, ບວກກັບປະລິ ມານນໍ້າຕາມສາຍຫ້ວຍຕ່າງໆ ໂດຍ ສະເພາະສາຍນໍ້າລີກຢູ່ລຸ່ມເຂື່ອນ ເພີ່ມສູງຂຶ້ນຫລາຍ ແລະ ໄຫລເຂົ້າ ຖ້ວມສິ່ງປຸກສ້າງຂອງຜູ້ປະກອບ ການດ້ານການທ່ອງທ່ຽວ, ເຂົ້ານາ ປີ, ຮົ້ວ-ສວນຂອງປະຊາຊົນຢູ່ລຽບ ແຄມນ້ຳລີກນັບແຕ່ບ້ານນາແຊງ ຈົນຮອດບ້ານເມືອງເຟືອງ ເປັນຕົ້ນ ເຮືອນແພແຄມນໍ້າ, ທີ່ພັກອາໄສ, ຕູບ ນັ່ງຫລິ້ນ ແລະ ເຄື່ອງຮັບໃຊ້ຕ່າງໆ ຂອງຜູ້ປະກອບການສ້າງຄວາມ ເສຍຫາຍຫລາຍສົມຄວນ. ມາຮອດ ວັນທີ 2 ກັນຍາ 2025 ສະພາບ ນໍ້າຢູ່ກ້ອງເຂື່ອນໄຟຟ້ານ້ຳລີກ 1-2 ນັບແຕ່ຈຸດບ້ານນາແຊງ ຈົດຮອດ ບ້ານແກ້ງຊຽງ-ບ້ານເມືອງເຟືອງ ແມ່ນຢູ່ໃນສະພາບປົກກະຕິແລ້ວ. ເນື່ອງຈາກຝົນຢຸດຕົກ ແລະ ຝ່າຍ ຮັບຜິດຊອບບໍລິຫານຈັດການນ້ຳ ຂອງເຂື່ອນດັ່ງກ່າວ ໄດ້ປິດປະຕູ ລະບາຍນ້ຳລົງຕາມລະດັບ. ຕໍ່ກັບເຫດການດັ່ງກ່າວ, ອົງ ການປົກຄອງຂັ້ນເມືອງ, ຄະນະ ກຳມະການຕ້ານໄພພິບັດຂັ້ນເມືອງ ສົມທົບກັບກຳລັງເຈົ້າໜ້າທີ່ອ້າຍ ນ້ອງ ປກຊ ແລະ ປກສ ເມືອງ ລົງ ຕິດຕາມຊ່ວຍເຫລືອບັນດາຫົວໜ່ວຍ ຜູ້ປະກອບການທີ່ໄດ້ຮັບຜົນກະທົບ ແລະ ປະຊາຊົນຢູ່ໃນພື້ນທີ່ດັ່ງກ່າວ ໃຫ້ມີຄວາມປອດໄພໃນລະດັບດີ, ສໍາ ລັບຜົນເສຍຫາຍຂອງອຸທົກກະໄພ ໃນຄັ້ງນີ້, ຄະນະຮັບຜິດຊອບກໍາລັງ ລົງເກັບກຳຂໍ້ມູນລະອຽດແລ້ວຈະ ລາຍງານໃຫ້ຮັບຮູ້ຕາມພາຍຫລັງ. ສຳລັບຜູ້ປະກອບການດ້ານການ ບໍລິການດ້ານການທ່ອງທ່ຽວທີ່ ອາໄສຢູ່ລຽບນ້ຳແມ່ນກຳລັງປັບປຸງ ເຮືອນແພ, ສະຖານທີ່ທ່ອງທ່ຽວ ຂອງຕົນ ເພື່ອຮອງຮັບນັກທ່ອງທ່ຽວ ໃນຕໍ່ໜ້າ. ຢ່າງໃດກໍຕາມ, ກ່ອນຈະ ມີການປ່ອຍນ້ຳອອກຈາກເຂື່ອນບໍ ລິສັດເຂື່ອນໄຟຟ້ານໍ້າລີກ 1-2 ໄດ້ ສະເໜີຫາອົງການປົກຄອງເມືອງ ເພື່ອອອກແຈ້ງການໃຫ້ບັນດາເຈົ້າ ຂອງເຮືອນແພ, ຜູ້ປະກອບການຢູ່ ຕາມສາຍນໍ້າລີກ ແລະ ເຮືອນຳທ່ຽວ ຕ່າງໆໃຫ້ໂຈະການບໍລິການຮັບ ແຂກ ຫລື ນັກທ່ອງທ່ຽວຊົ່ວຄາວໄປ ກ່ອນຈົນກວ່າຈະເຫັນວ່າມີຄວາມ ປອດໄພ. ທັງນີ້, ກໍເພື່ອປ້ອງກັນ ອຸບັດເຫດທາງນໍ້າທີ່ຈະເກີດຂຶ້ນກັບຜູ້ ມາບໍລິການຢູ່ຕາມສາຍນ້ຳລີກ, ສໍາ ລັບປະຊາຊົນທີ່ດໍາລົງຊີວິດຢູ່ແຄມ ນໍ້າລີກ, ຜູ້ນຳໃຊ້ເຮືອຫາງຍາວ ແລະ ປະຊາຊົນຜູ້ກ່ຽວຂ້ອງໃຫ້ກະກຽມ ຄວາມພ້ອມຮັບມືຢ່າງມີສະຕິ ແລະ ໃຫ້ພ້ອມກັນມ້ຽນມັດ, ກວດກາ ຄວາມປອດໄພຂອງກິດຈະການ ຫລື ຊັບສິນຂອງຕົນ, ພ້ອມທັງໃຫ້ ຍົກຍ້າຍສິ່ງທີ່ຈະໄດ້ຮັບຜົນກະທົບ ຈາກປະລິມານນໍ້າທີ່ເພີ່ມຂຶ້ນຢ່າງໄວ ວາຢູ່ຕາມສາຍນໍ້າລີກໃຫ້ມີຄວາມ ປອດໄພ. ຂ່າວ: ທະນູທອງ ຂໍ້ມູນ-ພາບ: ຖະແຫລງຂ່າວເມືອງເຟືອງ ຂປລ. ວັນທີ 2 ຕຸລາ 2025 ນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ສົ່ງໂທລະເລກສະແດງ ຄວາມເຫັນໃຈເຖິງສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຕໍ່ສະພາບຜົນກະທົບ ຂອງລົມພາຍຸບົວລອຍ (Bualoi) ຫລື ພາຍຸເລກ 10 ທີ່ໄດ້ພັດເຂົ້າ ຫລາຍທ້ອງຖິ່ນ, ເຂດ ແລະ ແຂວງ ຕ່າງໆຂອງ ສສ ຫວຽດນາມ. ເນື້ອໃນໂທລະເລກໄດ້ລະບຸວ່າ: ຂ້າພະເຈົ້າໄດ້ຕິດຕາມຢ່າງໃກ້ຊິດ ຕໍ່ສະພາບຜົນກະທົບຂອງລົມພາຍຸ ບົວລອຍ(Bualoi) ຫລື ພາຍຸເລກ 10 ທີ່ໄດ້ພັດເຂົ້າຫລາຍທ້ອງຖິ່ນ, ເຂດ ແລະ ແຂວງຕ່າງໆຂອງ ສສ ຫວຽດນາມ ເຊິ່ງໄດ້ສ້າງຄວາມ ເສຍຫາຍຢ່າງໃຫຍ່ຫລວງໃຫ້ແກ່ ຊີວິດ ແລະ ຊັບສິນຂອງປະຊາຊົນ ຫວຽດນາມອ້າຍນ້ອງ. ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວ, ຂ້າພະເຈົ້າຂໍສະ ແດງຄວາມເຫັນອົກເຫັນໃຈ ແລະ ຄວາມເສົ້າສະຫລົດໃຈຢ່າງສຸດ ຊຶ້ງຖານສະຫາຍອ້າຍນ້ອງມາຍັງ ສະຫາຍ ແລະ ໂດຍຜ່ານສະຫາຍ ໄປຍັງພັກ, ລັດຖະບານ ແລະ ປະ ຊາຊົນຫວຽດນາມອ້າຍນ້ອງ ໂດຍ ສະເພາະແມ່ນບັນດາຄອບຄົວຜູ້ ປະສົບເຄາະຮ້າຍໃນເຫດການຄັ້ງ ນີ້ດ້ວຍ. ສປປ ລາວ ພວກຂ້າພະເຈົ້ົ້າ ຂປລ. ເມື່ອບໍ່ດົນມານີ້, ຄະນະ ຜູ້ແທນຂັ້ນສູງອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ (ອອປສ) ນຳໂດຍທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິ ຫານງານພັກ, ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ ເຂົ້າຮ່ວມກອງປະຊຸມຫົວໜ້າອົງ ການໄອຍະການສູງສຸດ ຈີນ-ອາ ຊຽນ ຄັ້ງທີ XV ຢູ່ເຂດບໍລິຫານ ພິເສດຮົງກົງ ສປ ຈີນ ພາຍໃຕ້ຫົວຂໍ້ “ຕ້ານການຟອກເງິນ ແລະ ການສໍ້ ຂປລ. ໃນລະຫວ່າງວັນທີ 29-30 ກັນຍາ 2025 ຜ່ານມາ, ທ່ານ ບຸນເດດ ສຸດທະວິໄລ ຫົວໜ້າ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ ແລະ ສິ່ງແວດ ລ້ອມ, ຫົວໜ້າເຈົ້າໜ້າທີ່ອາວຸໂສໄດ້ ນຳພາຄະນະເຂົ້າຮ່ວມກອງປະຊຸມ ເຈົ້າໜ້າທີ່ອາວຸໂສກະສິກໍາ ແລະ ປ່າ ໄມ້ອາຊຽນ ຄັ້ງທີ 47 ແລະ ກອງປະ ຊຸມອື່ນໆທີ່ກ່ຽວຂ້ອງຢູ່ມະນີລາ ປະ ເທດຟີລິບປິນ. ກອງປະຊຸມໃນຄັ້ງນີ້, ເພື່ອທົບ ທວນຄືນຄວາມຄືບໜ້າການຈັດຕັ້ງ ປະຕິບັດແຜນຍຸດທະສາດດ້ານອາ ຫານ, ກະສິກໍາ ແລະ ປ່າໄມ້ ອາ ຊຽນ, ອາຊຽນ+3 ແລະ ອາຊຽນຍີ່ປຸ່ນ 2016-2025, ພ້ອມທັງໄດ້ ປຶກສາຫາລື ແລະ ເປັນເອກະພາບ ຮັບເອົາແຜນຍຸດທະສາດ ສະບັບໃໝ່ 2026-2030 ແລະ ວິໄສທັດຂອງ ປະຊາຄົມອາຊຽນຮອດ ປີ 2045 ເພື່ອນຳສະເໜີໃຫ້ລັດຖະມົນຕີ ກະສິ ກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47, ລັດຖະມົນຕີອາຊຽນ+3 ຄັ້ງ 25, ອາຊຽນ-ຍີ່ປຸ່ນ ຄັ້ງທີ 2 ຮັບຮອງ ຢ່າງເປັນທາງການທີ່ຈະຈັດຂຶ້ນໃນ ລະຫວ່າງວັນທີ 1-2 ຕຸລາ 2025 ທີ່ ມານີລາ, ປະເທດຟີລິບປິນ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບເອົາແຜນການ ຈັດຕັ້ງປະຕິບັດການຮ່ວມມືອາ ຊຽນ-ຍີ່ປຸ່ນ ວ່າດ້ວຍການເພີ່ມທະວີ ລະບົບການຜະລິດສະບຽງອາຫານ ແລະ ກະສິກໍາ ເພື່ອຄວາມຍືນຍົງ ແລະ ຮັບປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານໃນພາກພື້ນ. ນອກ ນີ້, ໃນກອງປະຊຸມຍັງໄດ້ກະກຽມ ບັນດາເອກະສານ ເພື່ອໃຫ້ກອງ ປະຊຸມຂັ້ນລັດຖະມົນຕີ ພິຈາລະນາ ແລະ ຮັບຮອງ ຈໍານວນ 22 ສະບັບ ແລະ ນໍາສະເໜີ 8 ສະບັບ ໃນ ຂອບການຮ່ວມມືດ້ານຕ່າງໆເຊັ່ນ: ດ້ານສະບຽງອາຫານ, ກະສິກຳ, ປ່າໄມ້, ພືດ, ສັດລ້ຽງ, ການປະມົງ, ສະຫະກອນ, ສົ່ງເສີມ, ຄົ້ນຄວ້າ, ດິນ ແລະ ການຮ່ວມມືກັບບັນດາຄູ່ຮ່ວມ ພັດທະນາ. ໃນໂອກາດນີ້, ທ່ານຫົວໜ້າ ເຈົ້າໜ້າທີ່ອາວຸໂສກະສິກໍາ ແລະ ປ່າໄມ້ ອາຊຽນ ແຫ່ງ ສປປ ລາວ ໄດ້ແຈ້ງໃຫ້ທີ່ປະຊຸມຮັບຊາບກ່ຽວ ກັບການປັບໂຄງສ້າງຂອງກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ, ການ ປັບປຸງຄັ້ງນີ້, ໄດ້ສະແດງໃຫ້ເຫັນ ຄຳໝັ້ນສັນຍາແຫ່ງຊາດ ໃນການ ເຊື່ອມໂຍງກະສິກຳ, ການຄຸ້ມຄອງ ຊັບພະຍາກອນທຳມະຊາດ ແລະ ຄວາມຍືນຍົງຂອງສິ່ງແວດລ້ອມ ຊຶ່ງມີເປົ້າໝາຍ ເພື່ອປ່ຽນແປງລະ ບົບອາຫານທີ່ມີການປ່ຽນແປງຂອງ ສະພາບອາກາດ ແລະ ເພີ່ມຄວາມ ສາມາດໃນການປັບຕົວຂອງພື້ນທີ່ ໃນຊົນນະບົດໂດຍ ສປປ ລາວ ໄດ້ ດໍາເນີນໂຄງການລິເລີ່ມລະບົບນິ ເວດກະສິກໍາ Lao-facilitated Initiative on Agroecology (LICA) ທີ່ຈັດຕັ້ງປະຕິບັດໃຫ້ ສອດຄ່ອງກັບນະໂຍບາຍຂອງ ອາຊຽນກ່ຽວກັບການປ່ຽນຜ່ານ ສູ່ການຜະລິດກະສິກໍານິເວດວິ ທະຍາ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ ຂປລ. ເນື່ອງຈາກປະລິມານ ນ້ຳລວມທີ່ໄຫລລົງສູ່ແມ່ນ້ຳງື່ມສູງ ເຖິງ 2,711 ແມັດກ້ອນຕໍ່ວິນາທີ ໃນວັນທີ 1 ຕຸລາ 2025 ທີ່ຜ່ານ ມາ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ລາຍງານກ່ຽວກັບ ສະພາບການຈັດການບໍລິຫານນໍ້າ ຫລ້າສຸດ ຊຶ່ງໄດ້ຮັບຜົນກະທົບຈາກ ພາຍຸ “ລາກາຊາ” ແລະ “ບົວ ລອຍ” ປະລິມານນ້ຳສູງທີ່ໄຫລ ມາຈາກສາຍນ້ຳລີກ ລວມທັງປະ ລິມານນ້ຳຈາກບັນດາສາຍນ້ຳ ທຳມະຊາດໄດ້ໄຫລມາສົມທົບກັນ ເຮັດໃຫ້ເກີດມີເຫດການນ້ຳຖ້ວມຢູ່ ບາງພື້ນທີ່ໃນບໍລິເວນຕອນລຸ່ມຂອງ ເຂື່ອນໄຟຟ້ານ້ຳງື່ມ 1 ໂດຍສະເພາະ ໃນບາງເຂດເມືອງທຸລະຄົມ, ເມືອງ ໄຊທານີ ແລະ ເມືອງປາກງື່ມ ໃຫ້ ພໍ່ແມ່ປະຊາຊົນທີ່ອາໄສຢູ່ເຂດຕອນ ລຸ່ມລຽບຕາມສາຍນ້ຳງື່ມ ຍົກຍ້າຍ ສິ່ງຂອງໄວ້ທີ່ສູງ. ສ່ວນເຂດເມືອງ ແກ້ວອຸດົມ ແລະ ວຽງຄຳ ແມ່ນບໍ່ ໄດ້ຮັບຜົນກະທົບ. ການຄວບຄຸມນ້ຳ ເຖິງວ່າມີ ປະລິມານນ້ຳໄຫລເຂົ້າອ່າງຢ່າງ ຕໍ່ເນື່ອງ, ເຂື່ອນໄຟຟ້ານ້ຳງື່ມ 1 ໄດ້ ພະຍາຍາມຫລຸດຜ່ອນການລະບາຍ ນໍ້າຜ່ານປະຕູລະບາຍນ້ຳລົ້ນລົງ ເຫລືອພຽງ 40,84 ແມັດກ້ອນຕໍ່ ຄົບຮອບ 80 ປີ ໃນວັນທີ 10 ຕຸລາ 2025 ແລະ ຄົບຮອບ 50 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ສປປ ລາວ-ສປປ ເກົາຫລີ. ລັດຖະມົນຕີແຫ່ງ ສປປ ລາວ ໄດ້ ເຄື່ອນໄຫວຢ້ຽມຢາມ-ເຮັດວຽກ ຢູ່ນະຄອນຫລວງວໍຊິງຕັນ ດີຊີ ລະຫວ່າງວັນທີ 27-30 ກັນຍາ 2025 ຜ່ານມາ ໂດຍມີທ່ານລັດຖະ ມົນຕີກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີ ແລະ ຄະ ນະຕິດຕາມ, ທ່ານເອກອັກຄະ ລັດຖະທູດ ພ້ອມດ້ວຍພະນັກງານ ສະຖານທູດ ແລະ ພີ່ນ້ອງຄົນເຊື້ອ ຊາດລາວ ທີ່ດຳລົງຊີວິດຢູ່ສະຫະ ລັດອາເມລິກາ ແລະ ການາດາ ເຂົ້າຮ່ວມ. ໃນພິທີ ທ່ານ ພູໂຂງ ສີສຸລາດ ເອກອັກຄະລັດຖະທູດວິສາມັນຜູ້ ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳສອາເມລິກາແລະການາດາ ໄດ້ກ່າວຈຸດປະສົງຂອງງານພົບປະ ຄັ້ງນີ້, ເພື່ອເປັນໂອກາດໃຫ້ພີ່ນ້ອງ ຄົນເຊື້ອຊາດລາວ ໄດ້ພົບປະ ແລະ ຮັບຟັງການໂອ້ລົມຈາກການນຳ ຂັ້ນສູງຂອງລາວ ແລະ ຍັງເປັນ ໂອກາດອັນດີໃຫ້ພີ່ນ້ອງຄົນເຊື້ອ ຊາດລາວ ໄດ້ແລກປ່ຽນສົນທະ ນາກັບການນໍາຂັ້ນສູງຂອງ ສປປ ລາວ ອັນໄດ້ເຮັດໃຫ້ພວກເຂົາເຈົ້າ ມີຄວາມຮັບຮູ້ ແລະ ເຂົ້າໃຈເປັນ ຢ່າງດີກ່ຽວກັບແນວທາງການພັດ ທະນາປະເທດ ກໍຄື ນະໂຍບາຍ ຕ່າງໆທີ່ລັດຖະບານລາວມີຕໍ່ພີ່ນ້ອງ ຄົນເຊື້ອຊາດລາວຢູ່ຕ່າງປະເທດ. ໃນໂອກາດນີ້, ທ່ານນາຍົກ ລັດຖະມົນຕີແຫ່ງ ສປປ ລາວ ໄດ້ ເນັ້ນໜັກວ່າ: ລັດຖະບານລາວຍາມ ໃດກໍຖືພີ່ນ້ອງຄົນເຊື້ອຊາດລາວຢູ່ ຕ່າງປະເທດ ເປັນສ່ວນໜຶ່່ງຂອງ ວົງຄະນາຍາດແຫ່ງຊາດ, ເປັນ ກຳລັງແຮງໃນການປະກອບສ່ວນ ສ້າງສາພັດທະນາປະເທດຊາດ ໂດຍທາງກົງ ຫລື ທາງອ້ອມຕາມ ສະພາບເງື່ອນໄຂ ແລະ ຄວາມສາ ມາດຕົວຈິງຂອງເຂົາເຈົ້າ, ພ້ອມ ທັງໄດ້ສະແດງຄວາມຊົມເຊີຍຕໍ່ ພີ່ນ້ອງຄົນເຊື້ອຊາດລາວທີ່ສືບຕໍ່ ອະນຸລັກຮັກສາຮີດຄອງປະເພນີ ອັນດີງາມ ແລະ ເອກະລັກຄວາມ ເນື້ອໃນສານໄດ້ລະບຸວ່າ: ຕາງ ໜ້າໃຫ້ປະຊາຊົນລາວແລະ ໃນນາມ ສ່ວນຕົວ, ຂ້າພະເຈົ້າຂໍສະແດງ ຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງທ່ານ ແລະ ປະຊາຊົນ ສ ເກົາຫລີ ເພື່ອນ ມິດທຸກຖ້ວນໜ້າເນື່ອງໃນໂອກາດ ວັນຊາດ ແຫ່ງ ສາທາລະນະລັດ ເກົາຫລີ ຄົບຮອບ 76 ປີ. ຂ້າພະເຈົ້າມີຄວາມປິຕິຍິນດີ ເປັນຢ່າງຍິ່ງທີ່ເຫັນວ່າ ຕະຫລອດ ໄລຍະ 3 ທົດສະວັດທີ່ຜ່ານມາ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ມີໝາກຜົນລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໄດ້ ຮັບການພັດທະນາຢ່າງຕໍ່ເນື່ອງ. ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍຄວາມ ພະຍາຍາມຮ່ວມກັນ, ສາຍພົວພັນ ຮ່ວມມືອັນດີງາມລະຫວ່າງ ສປປ ລາວ-ສ ເກົາຫລີ ຈະສືບຕໍ່ໄດ້ຮັບ ການພັດທະນາຂຶ້ນສູ່ລະດັບສູງໃໝ່ ໃນຊຸມປີຕໍ່ໜ້າ ເພື່ອນຳເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນຂອງ ສອງຊາດພວກເຮົາ ກໍຄື ເພື່ອສັນຕິ ພາບ, ສະຖຽນລະພາບ ແລະ ການ ຮ່ວມມືເພື່ອການພັດທະນາໃນພາກ ພື້ນ ແລະ ໃນໂລກ. ໃນໂອກາດອັນສະຫງ່າລາສີ ນີ້, ຂ້າພະເຈົ້າຂໍອວຍພອນໃຫ້ທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມ ຜາສຸກ ແລະ ປະສົບຜົນສຳເລັດໃນ ໜ້າທີ່ວຽກງານອັນມີກຽດຂອງ ທ່ານ ແລະ ປະຊາຊົນ ສ ເກົາຫລີ ເພື່ອນມິດຈົ່ງສືບຕໍ່ມີຄວາມສົມບູນ ພູນສຸກ ແລະ ຈະເລີນກ້າວໜ້າ ຍິ່ງໆຂຶ້ນ. ພ້ອມກັນນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງສານສະແດງ ຄວາມຊົມເຊີຍເຖິງທ່ານ ຄິມ ມິນ ຊອກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເກົາຫລີ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງ ສານສະແດງຄວາມຊົມເຊີຍເຖິງ ທ່ານ ໂຈ ຮຸນ ລັດຖະມົນຕີກະຊວງ ການຕ່າງປະເທດ ເເຫ່ງ ສາທາລະ ນະລັດເກົາຫລີ ເນື່ອງໃນໂອກາດ ວັນຊາດ ແຫ່ງ ສາທາລະນະລັດ ເກົາຫລີ ຄົບຮອບ 76 ປີ ເຊັ່ນ ດຽວກັນ. ປະຊາຊົນລາວ ໄດ້ສົ່ງສານສະແດງ ຄວາມຊົມເຊີຍເຖິງທ່ານ ຟຣັງ-ວານ ເຕີ້ ສະຕາຍມາຍເອີ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ເນື່ອງໃນໂອກາດວັນ ແຫ່ງການທ້ອນໂຮມ ປະເທດເຢຍ ລະມັນ ຄົບຮອບ 35 ປີ. ເນື້ອໃນສານໄດ້ລະບຸວ່າ: ຕາງ ໜ້າໃຫ້ປະຊາຊົນລາວ ແລະ ໃນນາມ ສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄໍາຊົມ ເຊີຍອັນອົບອຸ່ນ ແລະ ພອນໄຊອັນ ປະເສີດມາຍັງທ່ານ ແລະ ປະຊາຊົນ ເຢຍລະມັນ ເພື່ອນມິດທຸກຖ້ວນ ໜ້າ ເນື່ອງໃນໂອກາດວັນແຫ່ງ ການທ້ອນໂຮມປະເທດເຢຍລະມັນ ຄົບຮອບ 35 ປີ. ຂ້າພະເຈົ້າມີຄວາມປິຕິຍິນດີເປັນ ຢ່າງຍິ່ງທີ່ເຫັນວ່າ ຕະຫລອດໄລຍະ ທີ່ຜ່ານມາສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີມາແຕ່ ດົນນານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສະຫະພັນ ເຢຍລະມັນ ໄດ້ຮັບການສືບຕໍ່ເສີມ ຂະຫຍາຍຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າ ເຊື່ອໝັ້ນວ່າການພົວພັນຮ່ວມມື ລະຫວ່າງສອງປະເທດພວກເຮົາ ຈະນັບມື້ນັບແໜ້ນແຟ້ນ ແລະ ແຕກ ດອກອອກຜົນຍິ່ງຂຶ້ນໃນຊຸມປີຕໍ່ໜ້າ ເພື່ອນຳເອົາຜົນປະໂຫຍດມາສູ່ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະ ນາໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າຂໍຖືໂອກາດນີ້ ອວຍ ພອນໃຫ້ທ່ານຈົ່ງມີສຸຂະພາບເຂັ້ມ ແຂງ, ມີຄວາມຜາສຸກ ແລະ ປະສົບ ຜົນສໍາເລັດທຸກປະການໃນໜ້າທີ່ອັນ ມີກຽດຂອງທ່ານ ແລະ ປະຊາຊົນ ເຢຍລະມັນ ຈົ່ງມີແຕ່ຄວາມຜາສຸກ ແລະ ຄວາມຈະເລີນຮຸ່ງເຮືອງ ຍິ່ງໆຂຶ້ນ. ພ້ອມກັນນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນ ເຖິງທ່ານ ຟຣີດຣິດຊ໌ ແມດຊ໌ ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພັນເຢຍລະມັນ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍ ພອນເຖິງທ່ານ ໂຢຮານ ວາເດິພູ ລັດຖະມົນຕີຕ່າງປະເທດເຢຍລະມັນ ແຫ່ງ ສາທາລະນະລັດ ສະພັນເຢຍ ລະມັນ ເນື່ອງໃນໂອກາດວັນແຫ່ງ ການທ້ອນໂຮມປະເທດເຢຍລະມັນ ຄົບຮອບ 35 ປີ ເຊັ່ນດຽວກັນ. ພ້ອມທີ່ຈະຢູ່ຄຽງບ່າຄຽງໄຫລ່ກັບ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງບໍ່ວ່າຈະ ຢູ່ໃນສະພາບການໃດກໍຕາມ ແລະ ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນ ວ່າພາຍໃຕ້ການນຳພາຂອງພັກ ແລະ ດ້ວຍຄວາມເອົາໃຈໃສ່ຢ່າງ ໃກ້ຊິດຂອງລັດຖະບານ ກໍຄື ທຸກ ພາກສ່ວນທີ່ກ່ຽວຂ້ອງທັງຂັ້ນສູນ ກາງ ແລະ ທ້ອງຖິ່ນ, ປະຊາຊົນ ຫວຽດນາມອ້າຍນ້ອງຈະສາມາດ ຜ່ານຜ່າຄວາມຫຍຸ້ງຍາກຄັ້ງນີ້ ແລະ ຟື້ນຟູຜົນກະທົບຈາກໄພທຳມະຊາດ ຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍໄວ. ພ້ ອ ມ ກັ ນ ນີ້ , ສ ະ ຫ າ ຍ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງໂທລະເລກ ສະແດງຄວາມເຫັນໃຈເຖິງສະຫາຍ ເລ ຮວ່າຍ ຈູງ ຮັກສາການລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຕໍ່ສະພາບຜົນກະທົບ ຂອງລົມພາຍຸບົວລອຍ(Bualoi) ຫລື ພາຍຸເລກ 10 ທີ່ໄດ້ພັດເຂົ້າ ຫລາຍທ້ອງຖິ່ນ, ເຂດ ແລະ ແຂວງ ຕ່າງໆຂອງ ສສ ຫວຽດນາມ ເຊັ່ນ ດຽວກັນ. ເປັນລາວ ລວມທັງປະກອບສ່ວນ ໃນການເຜີຍແຜ່ວັດທະນະທຳ ອັນດີງາມຂອງລາວ ຢູ່ຊຸມຊົນ ໃນປະເທດທີ່ເຂົາເຈົ້າອາໄສຢູ່, ປະກອບສ່ວນໃນການເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ກັບ ອາເມລິກາ, ສປປ ລາວ ກັບການາດາ . ພ້ອມກັນນັ້ນ , ທ່ານນາຍົກລັດຖະມົນຕີ ຍັງໄດ້ ແຈ້ງສະພາບການພັດທະນາເສດ ຖະກິດ-ສັງຄົມຂອງລາວໃນປັດ ຈຸບັນທີ່ກຳລັງສຸມໃສ່ເພື່ອບັນລຸ ບັນດາຄາດໝາຍສູ້ຊົນຕ່າງໆ ຂອງລັດຖະບານໃນໄລຍະທ້າຍ ຂອງການປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX, ບັນດາເປົ້າໝາຍພັດ ທະນາແບບຍືນຍົງ ເພື່ອນຳເອົາ ປະເທດຊາດຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດ ທະນາ, ການປະຕິບັດສອງວາລະ ແຫ່ງຊາດ, ສືບຕໍ່ຍົກລະດັບຊີວິດ ການເປັນຢູ່ຂອງປະຊາຊົນລາວ ບັນດາເຜົ່າໃຫ້ດີຂຶ້ນເລື້ອຍໆ ຊຶ່ງ ທຸກພາກສ່ວນໃນສັງຄົມກຳລັງ ພ້ອມກັນຈັດຕັ້ງປະຕິບັດດ້ວຍ ຄວາມເອົາໃຈໃສ່, ເປັນເຈົ້າການ ແລະ ຮັບຜິດຊອບສູງ. ນອກນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ ຖືໂອກາດນີ້ ເຊີນຊວນພີ່ນ້ອງຄົນ ເຊື້ອຊາດລາວອວ່າຍໜ້າກັບເມືອ ຢ້ຽມຢາມບ້ານເກີດເມືອງນອນ, ໄປທ່ອງທ່ຽວ ຫລື ດໍາເນີນທຸລະກິດ ຢູ່ ສປປ ລາວ ໂດຍສະເພາະໃນທ້າຍ ປີ2025 ນີ້ ຈະມີການສະເຫລີມ ສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຊຶ່ງລັດຖະ ບານ ກໍຄື ປະຊາຊົນລາວທັງຊາດ ກຳລັງກະກຽມຕ້ອນຮັບພີ່ນ້ອງ ຄົນເຊື້ອຊາດລາວທີ່ຈະເດີນທາງ ມາຈາກທົ່ວໂລກ. ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຮຽກ ຮ້ອງໃຫ້ພີ່ນ້ອງຄົນເຊື້ອຊາດລາວ ສືບຕໍ່ປົກປັກຮັກສາຮີດຄອງປະເພ ນີ-ວັດທະນະທຳຂອງລາວເຮົາ, ພ້ອມຈິດພ້ອມໃຈເປັນນໍ້າໜຶ່ງໃຈ ດຽວກັນສົ່ງເສີມເອກະລັກຄວາມ ເປັນລາວທີ່ມີກຽດສະຫງ່າຢູ່ປະ ເທດທີ່ຕົນດໍາລົງຊີວິດ ກໍຄື ເວທີສາ ກົນອື່ນໆ, ພ້ອມທັງປະກອບສ່ວນ ສ້າງສາພັດທະນາປະເທດລາວ ຕາມກຳລັງແຮງຂອງຕົນທີ່ມີ ເພື່ອ ເຮັດໃຫ້ມາຕຸພູມແຜ່ນດິນລາວກ້າວ ໄປສູ່ຄວາມສີວິໄລຮັ່ງມີຜາສຸກ, ປະ ຊາຊົນຢູ່ດີກິນດີຂຶ້ນໄປເລື້ອຍໆ. ລາດບັງຫລວງ ແລະ ເກັບກູ້ຊັບສິນ ຄືນໃນຍຸກທີ່ທັນສະໄໝ” ຊຶ່ງມີຄະ ນະຜູ້ແທນຂັ້ນສູງອົງການໄອຍະ ການສູງສຸດຂອງບັນດາປະເທດສະ ມາຊິກອາຊຽນ, ມາເກົາ ແລະ ສປ ຈີນ ເຂົ້າຮ່ວມ. ໃນວາລະກອງປະຊຸມ, ບັນດາ ຜູ້ແທນໄດ້ຮັບຮູ້ເຖິງການເພີ່ມຂຶ້ນ ປະເພດຂອງອາຊະຍາກໍາຂ້າມ ຊາດທີ່ກ່ຽວຂ້ອງກັບການຟອກ ເງິນ ແລະ ການສໍ້ລາດບັງຫລວງ ທ່າມກາງຄວາມກ້າວໜ້າຂອງເຕັກ ໂນໂລຊີທັນສະໄໝແລະ ສິ່ງທ້າທາຍ ທີ່ກ່ຽວຂ້ອງເຖິງການສືບສວນສອບສວນ ແລະ ການສັ່ງຟ້ອງຄະ ດີ. ນອກຈາກນີ້, ຄະນະຜູ້ແທນທີ່ ເຂົ້າຮ່ວມໄດ້ລົງນາມໃນຖະແຫລງ ການຮ່ວມ ເພື່ອຢືນຢັນຄືນເຖິງການ ສືບຕໍ່ຮ່ວມມືລະຫວ່າງອົງການໄອ ຍະການປະຊາຊົນຂອງ ສປ ຈີນ ແລະ ບັນດາອົງການໄອຍະການ ປະຊາຊົນຂອງປະເທດອາຊຽນ ບົນພື້ນຖານຄວາມຖືກຕ້ອງຕາມ ກົດໝາຍພາຍໃນ ແລະ ກົດໝາຍ ສາກົນ ໃນການສືບຕໍ່ແລກປ່ຽນ ປະສົບການ, ຜູ້ຊ່ຽວຊານ, ບົດຮຽນ ການປະຕິບັດຕົວຈິງອັນດີທີ່ສຸດ ໃນການສັ່ງຟ້ອງອາຊະຍາກຳທີ່ ກ່ຽວຂ້ອງກັບການຟອກເງິນ ແລະ ຕ້ານການສໍ້ລາດບັງຫລວງ, ການ ຝຶກອົບຮົມໃຫ້ພະນັກງານໄອຍະ ການຂອງບັນດາປະເທດອາຊຽນ ແລະ ສປ ຈີນ ແລະ ການຕ້ານການ ສໍ້ລາດບັງຫລວງແນໃສ່ຮັບປະກັນ ການດໍາເນີນຄະດີອາຊະຍາກໍາທີ່ ກ່ຽວຂ້ອງກັບການຟອກເງິນ ແລະ ການສໍ້ລາດບັງຫລວງ ແລະ ການ ປະຕິບັດມາດຕະການເກັບກູ້ຊັບສິນ ທີ່ໄດ້ຈາກການກະທໍາຜິດຄືນຢ່າງ ເໝາະສົມ. ໃນໂອກາດດັ່ງກ່າວ, ທ່ານ ບຸນທັນ ບຸນທະວິໄລ ພ້ອມຄະນະ ຍັງໄດ້ພົບປະສອງຝ່າຍກັບຄະນະ ຜູ້ແທນຂັ້ນສູງຂອງ ສປ ຈີນ ເພື່ອ ເສີມຂະຫຍາຍສາຍພົວພັນຮ່ວມມື ຂອງສອງຝ່າຍໃຫ້ນັບມື້ນັບກ້າວເຂົ້າ ສູ່ລວງເລິກຕື່ມອີກ. ຂ່າວ-ພາບ: ອອປສ ວິນາທີ (ໂດຍໄຫລຜ່ານກົງຫັນ 331,60 ແມັດກ້ອນຕໍ່ວິນາທີ) ເພື່ອ ຊ່ວຍຫລຸດຜ່ອນຜົນກະທົບຕໍ່ພື້ນທີ່ ຕອນລຸ່ມ.

RkJQdWJsaXNoZXIy MTc3MTYxMQ==