7128

gsfdko{dkora fmtok xtgmf]k; ( 02/10/2025 c9h 'g8n vo 0q ;oEIq j , [h koIq j ,mkf 0kf[= j lk,kfla o9vowfh ຂປລ. ແຫລ່ງຂ່າວຈາກແຂວງ ໄຊສົມບູນ ໃຫ້ຮູ້ວ່າ: ໃນຕອນເຊົ້າ ຂອງວັນທີ 30 ກັນຍາ 2025 ນີ້ ເສັ້ນທາງ ເລກທີ 933 ຂົວນໍ້າຮົ່ມ g9Q kc0;'lts;a ootg0f ]q '8y f8k, ltrk[oE4h ;,16 j 2 g,n v' c0;'9exkla d vto5 ,a flb dlk7;k,gxa owxwfh 37'dkora fmtok.og0f.9dk'fvooEg-3fo ຂປລ. ແຫລ່ງຂ່າວຈາກ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ພິທີເຊັນບົດ ບັນທຶກຄວາມເຂົ້າໃຈ ວ່າດ້ວຍການ ສຶກສາສໍາຫລວດຄວາມເປັນໄປໄດ້ ໂຄງການພັດທະນາ ນະຄອນປາກ ເຊ II ຢູ່ໃນຂອບເຂດໃຈກາງດອນນໍ້າ ເຊໂດນ ເຂດບ້ານຊົ້ງ ນະຄອນປາກ ເຊ ແຂວງຈຳປາສັກ ໃນເນື້ອທີ່ 150 ເຮັກຕາ ລະຫວ່າງ ອົງການປົກຄອງ ແຂວງ ຕາງໜ້າໂດຍຫ້ອງການ ບໍລິການ ການລົງທຶນປະຕູດຽວ ຂັ້ນແຂວງ ກັບ ບໍລິສັດ ບອດສÑ ພັດທະນາ ຈໍາກັດຜູ້ດຽວ ຈັດຂຶ້ນໃນ ວັນທີ 29 ກັນຍາ 2025 ທີ່ແຂວງ ຈຳປາສັກ, ຕາງໜ້າລົງນາມຄັ້ງນີ້ໂດຍ ທ່ານ ບຸນມີ ຄໍາພິທູນ ຄະນະກໍາມະ ການສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນຂັ້ນແຂວງ ແລະ ທ່ານ ບຸນ ປະເສີດ ອິນທະສອນ ອໍານວຍການ ບໍລິສັດບອດສÑ ພັດທະນາ ຈຳກັດຜູ້ ດຽວ, ມີທ່ານ ສຸກສະຫວັນ ວິໄລວົງ ຫົວໜ້າພະແນກການເງິນແຂວງຈຳ ປາສັກ, ທ່ານ ວັນນະໄຊ ຊາດຕະກຸນ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ ພ້ອມດ້ວຍ ພະແນກການກ່ຽວຂ້ອງອ້ອມຂ້າງ ແຂວງ ເຂົ້າຮ່ວມເປັນສັກຂີພະຍານ. g,n v'\n j o gzu pczj dq f\kpdkog0Q k{vvd c]t dko75 h ,7v'7q o8j k'xtgmf16 j lxx ]k; ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ກອງບັນຊາການ ປ້ອງກັນຄວາມສະຫງົບ (ປກສ) ເມືອງໝື່ນ ແຂວງວຽງຈັນ ເຜີຍແຜ່ ກົດໝາຍວ່າດ້ວຍ ການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ແລະ ເອກະສານສໍາ ຄັນທີ່ຕິດພັນກັບການຄຸ້ມຄອງຄົນ ຕ່າງປະເທດ ໃນວັນທີ 30 ກັນຍາ 2025 ໂດຍມີ ທ່ານ ພັທ ກອງ ແພງ ເບົ້າດວງໃຈ ຮອງຫົວໜ້າ ຫ້ອງສັນຕິບານ ຜູ້ຊີ້ນໍາວຽກງານ ຄຸ້ມຄອງຄົນຕ່າງປະເທດ ກອງ ບັນຊາການ ປກສ ແຂວງວຽງຈັນ, ທ່ານ ພັທ ສອນເພັດ ກາສີອຸດົມ ຫົວໜ້າກອງບັນຊາການ ປກສ ເມືອງໝື່ນ, ມີນາຍ ແລະ ພົນຕໍາ ຫລວດ, ນັກທຸລະກິດທີ່ຕິດພັນກັບຄົນ ຕ່າງປະເທດອ້ອມຂ້າງເມືອງ ແລະ ຫ້ອງການກ່ຽວຂ້ອງເຂົ້າຮ່ວມ. ທ່ານ ພັທ ກອງແພງ ເບົ້າດວງ ໃຈ ໄດ້ເຜີຍແຜ່ກົດໝາຍວ່າດ້ວຍ ການເຂົ້າ-ອອກ ແລະ ຄຸ້ມຄອງຄົນ ຕ່າງປະເທດຢູ່ ສປປ ລາວ, ດໍາລັດ ວ່າດ້ວຍ ມາດຕະການຕໍ່ຜູ້ລະເມີດ, ແຈ້ງການຂອງທ່ານເຈົ້າແຂວງໆ ວຽງຈັນ ກ່ຽວກັບການຂຶ້ນທະບຽນ ແລະ ອອກອະນຸຍາດພັກຊົ່ວຄາວ ຢູ່ກອງບັນຊາການ ປກສ ແຂວງ ວຽງຈັນ ແລະ ແຈ້ງການ ວ່າດ້ວຍ ໂຄງການພັດທະນາ ນະຄອນ ປາກເຊ II ຢູ່ໃນຂອບເຂດໃຈກາງ ດອນນໍ້າເຊໂດນ ເນື້ອທີ່ 150 ເຮັກຕາ ເຂດບ້ານຊົ້ງ ນະຄອນ ປາກເຊ, ມີໄລຍະໃນການສຶກສາ ສໍາຫລວດ 12 ເດືອນ, ຮູບແບບ ການລົງທຶນພາຍໃນ 100 , ກິດຈະການຂອງໂຄງການມີ ຄື: ການສຶກສາສໍາຫລວດກໍ່ສ້າງຂົວ ຂ້າມນໍ້າເຊໂດນ, ທາງເບຕົງເສີມ ເຫລັກ, ພັດທະນາພື້ນຖານໂຄງ ລ່າງ ແລະ ສິ່ງອໍານວຍຄວາມສະ ດວກ, ສວນສາທາລະນະແຄມນໍ້າ ເຊໂດນ ແລະ ແຫລ່ງທ່ອງທ່ຽວ (ອະນຸສາວະລີ, ສວນສະໜຸກ, ທາງຍ່າງແລະສວນສັດ, ໂຮງແຮມ, ພັດຕະຄານຈັດງານອະເນກປະສົງ, ຮ້ານອາຫານ ແລະ ຄອນໂດລະ ດັບ 5 ດາວ, ຫ້າງຊັບພະສິນຄ້າ ແລະ ຕະຫລາດ, ສູນລວມພັດທະນາກະ ສິກຳປູກຝັງ-ລ້ຽງສັດ ແລະ ໂຮງ ງານແປຮູບສິນຄ້າ, ສູນລວມກິລາ (ເດີ່ນເຕະບານ, ສູນຟິດເນັດ, ໂບລິ້ງ). ພ້ອມນີ້, ຍັງມີສູນລວມວັດ ວັດທະນະທຳ, ສາທາລະນະສຸກ, ການສຶກສາ-ວິຊາອາຊີບ, ສໍານັກ ງານຫ້ອງການ, ປໍ້ານໍ້າມັນ ແລະ ຮ້ານກາເຟ, ອະສັງຫາລິມະຊັບ ບ້ານ ຈັດສັນ, ລະບົບພື້ນຖານໂຄງລ່າງ (ໄຟຟ້າ, ນໍ້າປະປາ, ອິນເຕີເນັດ), ເຊິ່ງໃນນີ້ ບໍລິສັດ ຕ້ອງໄດ້ມີການ ສຶກສາຄວາມເປັນໄປໄດ້ ທາງດ້ານ ເສດຖະກິດ-ເຕັກນິກ ແລະ ສຶກສາ ຜົນກະທົບທາງດ້ານສິ່ງແວດລ້ອມ ຂອງໂຄງການຢ່າງລະອຽດ. ການເຊັນບົດບັນທຶກຄວາມເຂົ້າ ໃຈຄັ້ງນີ້, ປະຕິບັດຕາມຂໍ້ຕົກລົງ ຂອງທ່ານເຈົ້າແຂວງຈໍາປາສັກ ເລກທີ 998 ຈຂ.ຈສ, ລົງວັນທີ 26 ສິງຫາ 2025 ວ່າດ້ວຍການ ມອບສິດໃຫ້ຫ້ອງການບໍລິການ ການລົງທຶນປະຕູດຽວຂັ້ນແຂວງ ເປັນຜູ້ຕາງໜ້າໃຫ້ອົງການປົກຄອງ ແຂວງຈຳປາສັກ ເຊັນບົດບັນທຶກ ຄວາມເຂົ້າໃຈວ່າດ້ວຍການສຶກສາ ສໍາຫລວດຄວາມເປັນໄປໄດ້ ໃນ ການພັດທະນາໂຄງການດັ່ງກ່າວ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດນັບແຕ່ມື້ ລົງລາຍເຊັນເປັນຕົ້ນໄປ. ຂ່າວ-ພາບ: ທູນທອງໃຈ ບ້ານຮົ່ມທາດ ທາງໄປບ້ານພູງູ ແລະ ບ້ານຫ້ວຍຊາຍ-ອ່າງນໍ້າງຽບ1 ເມືອງຮົ່ມ ແຂວງໄຊສົມບູນ ໄດ້ຂາດ ແລ້ວ ບໍ່ສາມາດສັນຈອນໄປຕາມ ເສັ້ນທາງດັ່ງກ່າວໄດ້. ດັ່ງນັ້ນ, ຈຶ່ງ ແຈ້ງມາຍັງປະຊາຊົນບັນດາເຜົ່າ ທີ່ ຈະເດີນທາງ ໃຫ້ຫລີກເວັ້ນເສັ້ນທາງ ດັ່ງກ່າວ ນີ້ດ້ວຍ. ຂ່າວຍັງໃຫ້ຮູ້ຕື່ມວ່າ: ຢູ່ບ້ານກໍ ໄຮ ເມືອງອະນຸວົງ ແຂວງໄຊສົມບູນ ກໍໄດ້ຮັບຄວາມເສຍຫາຍ ຈາກພາຍຸ ໄຕ້ຝຸ່ນບົວລອຍ ເຮັດໃຫ້ຝົນຕົກຕິດຕໍ່ ກັນໝົດຄືນ ແຕ່ຕອນເຊົ້າຂອງວັນທີ 29-30 ກັນຍາ ເຮັດໃຫ້ນໍ້າໄຫລຊຸ ຖ້ວມເຮືອນ ແລະ ເນື້ອທີ່ທຳການ ຜະລິດຂອງປະຊາຊົນ ໃນເຂດທີ່ ພື້ນຕໍ່າ ແລະ ລຽບຕາມແຄມນ້ຳ ເສຍຫາຍຫລາຍສົມຄວນ. ສ່ວນ ລາຍລະອຽດຄວາມເສຍຫາຍຈະ ແຈ້ງໃຫ້ຊາບຕາມພາຍຫລັງ. ການກັກຕົວ ແລະ ກັກພັດສະປອດ ຂອງຄົນຕ່າງປະເທດ. ພ້ອມນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມຍັງ ໄດ້ປະກອບຄຳຄິດເຫັນກ່ຽວກັບຂໍ້ ຂ້ອງໃຈໃນວຽກງານຕ່າງໆ ເພື່ອ ໃຫ້ຂະແໜງການກ່ຽວຂ້ອງໄດ້ ພິຈາລະນາ, ແນະນໍາ, ຊອກຫາວິທີ ແກ້ໄຂແລະໃຫ້ສອດຄ່ອງຕໍ່ກົດໝາຍ ແຫ່ງ ສປປ ລາວ. ຈຸດປະສົງການລົງ ເຜີຍແຜ່ ກົດໝາຍໃນຄັ້ງນີ້ ເພື່ອເຮັດໃຫ້ຄົນ ຕ່າງປະເທດທີ່ເຂົ້າ-ອອກ ແລະ ອາໄສຢູ່ ສປປ ລາວ ກໍຄືເມືອງໝື່ນ ຮັບຮູ້, ເຂົ້າໃຈ, ເຄົາລົບ, ປະຕິບັດ ກົດໝາຍແຫ່ງ ສປປ ລາວ ຢ່າງເຂັ້ມ ງວດ, ເພື່ອເຮັດໃຫ້ການເຄື່ອນໄຫວ ວຽກງານດັ່ງກ່າວມີປະສິດທິພາບ, ທັນສະໄໝ ແນໃສ່ປົກປ້ອງອະ ທິປະໄຕ ຄວາມໝັ້ນຄົງຂອງ ຊາດໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍດີ , ສາມາດເຊື່ອມໂຍງກັບພາກພື້ນສາກົນ ປະກອບສ່ວນເຂົ້າໃນການ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ຂ່າວ-ພາບ: ວັນນາ ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ໄລຍະ ວັນທີ 25-30 ກັນຍາ 2025, ໄດ້ມີ ຝົນຕົກໜັກຕິດຕໍ່ກັນຫລາຍວັນ ເຮັດ ໃຫ້ບາງເມືອງຂອງແຂວງສະຫວັນ ນະເຂດ ເກີດມີນໍ້າຖ້ວມໃນບາງຈຸດ ເປັນຕົ້ນ ພື້ນທີ່ບາງສ່ວນຂອງເມືອງ ຊົນນະບູລີ ແລະ ເມືອງຈຳພອນ. ຕໍ່ເຫດການດັ່ງກ່າວ, ໃນວັນທີ 30 ກັນຍາ 2025 ການນຳຂອງ ແຂວງ ນໍາໂດຍທ່ານ ບຸນໂຈມ ອຸບົ ນປະເສີດ ເຈົ້າແຂວງໆສະຫວັນນະ ເຂດ ພ້ອມດ້ວຍຄະນະນຳ ໄດ້ລົງ ຕິດຕາມສະພາບນໍ້າຖ້ວມໃນບາງ ຈຸດທີ່ເກີດສະພາບນໍ້າຖ້ວມຂອງ ສອງເມືອງດັ່ງກ່າວ ໂດຍໄດ້ລົງ ເບິ່ງສະພາບນໍ້າຖ້ວມເນື້ອທີ່ທຳການ ຜະລິດຂອງປະຊາຊົນຢູ່ລຽບຕາມ ແຄມຝັ່ງເຊ ບ້ານກອງປະທຸມວັນ ກວມເນື້ອທີ່ສິບກວ່າເຮັກຕາ. ທ່ານ ສຸກສາຄອນ ໂພທິລາດ ເລຂາພັກເມືອງຊົນນະບູລີ ໃຫ້ຮູ້ວ່າ: ສະພາບຜົນກະທົບນ້ຳຖ້ວມ ໃນ ໄລຍະວັນທີ 30 ກັນຍາ 2025 ເຮັດ ໃຫ້ເນື້ອທີ່ນາປີ ເສຍຫາຍ 3.165 ເຮັກຕາ ໃນ 18 ບ້ານ, ຄອບຄົວໄດ້ ຮັບຜົນກະທົບ 2.608 ຄອບຄົວ. ພ້ອມນີ້, ຍັງມີຊົນລະປະທານຖືກນ້ຳ ຖ້ວມ 7 ແຫ່ງ ຄື: ປະຕູນໍ້າຫ້ວຍປະ ຢອງ I, ຫ້ວຍປະຢອງ II, ບ້ານດອນ ຍາໂນງ, ຫ້ວຍປະເຄາະ, ອ່າງໜອງ ສິມບ້ານຕຸ່ມແຍ, ຄອງເໝືອງດົງບູນ, ຊຽງຮົ່ມ 2; ໂຮງຮຽນປະຖົມ1 ແຫ່ງ (ບ້ານກອງປະທຸມວັນ); ສະ ພາບເສັ້ນທາງ ແລະ ຂົວ ຖືກນ້ຳ ຖ້ວມບາງຈຸດບໍ່ສາມາດສັນຈອນໄດ້ ເປັນຕົ້ນ ເສັ້ນທາງໂຄກຫົວຊ້າງ ຫາ ບ້ານທ່າຄໍາເຫລື້ອມ ແລະ ເສັ້ນທາງ ເຂົ້າບ້ານດົງບູນ (ແຕ່ທາງແວ່ບ້ານ ນາໜອງຜຳຫາບ້ານດົງບູນ 3 ກິໂລແມັດ), ເສັ້ນທາງແຕ່ດົງຫວາຍ ຫາ ໜອງຜື, ເສັ້ນທາງບ້ານທ່າຄຳ ເຫລື້ອມ ຫາບ້ານດອນຍາໂນງ, ເສັ້ນທາງບ້ານໜອງສອງຫ້ອງ ຫາ ບ້ານເມືອງໂຮງ, ເສັ້ນທາງບ້ານ ລໍາທວຍ ຫາ ບ້ານນາຈານໃຫຍ່, ຂົວ ຖືກນໍ້າຖ້ວມ 3 ແຫ່ງຄື: ຂົວໄມ້ຫ້ວຍ ນໍ້າດິງບ້ານໂຄກຫົວຊ້າງ, ຂົວໄມ້ ຫ້ວຍປະເຄາະບ້ານດອນຍາໂນງ, ຂົວໄມ້ຫ້ວຍລະແກງ ເມືອງໂຮງ. ທ່ານ ສຸກສາຄອນ ໂພທິລາດ ໄດ້ ກ່າວຕື່ມວ່າ: ປັດຈຸບັນ ປະຊາຊົນ ຍັງຕ້ອງການນໍ້າດື່ມ, ອາຫານແຫ້ງ (ປະເພດໝີ່ ແລະ ປາກະປ໋ອງ ແລະ ອື່ນໆ) ເພື່ອແກ້ໄຂເບື້ອງຕົ້ນ ພ້ອມນີ້, ຍັງຕ້ອງການງົບປະມານ ເພື່ອລົງ ຕິດຕາມ ແລະ ຊ່ວຍເຫລືອປະຊາຊົນ ໃນເຂດທີ່ໄດ້ຮັບຜົນກະທົບຈຳນວນ ໜຶ່ງ. ໂອກາດນີ້, ທ່ານ ບຸນໂຈມ ອຸບົນ ປະເສີດ ໄດ້ໂອ້ລົມ ແລະ ໃຫ້ທິດ ຊີ້ນຳຕໍ່ຄະນະນໍາຂອງເມືອງຊົນນະ ບູລີ ໃນການແກ້ໄຂບັນຫາຕ່າງໆ ຢູ່ຈຸດສຸມຄຳປ່າແໜ ແລະ ບັນຫາ ຕ່າງໆພາຍໃນເມືອງຊົນນະບູລີ. ພ້ອມທັງຈະໃຫ້ການຊ່ວຍເຫລືອທົດ ແທນແນວພັນເຂົ້າປູກໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບນໍ້າຖ້ວມເນື້ອ ທີ່ທຳການຜະລິດ ໂດຍສະເພາະ ນາປີ. ນອກຈາກນີ້, ຍັງໄດ້ມອບ ເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ ເຂົ້າສານຈ້າວ, ນໍ້າດື່ມ, ສາດ, ມຸ້ງ, ເຄື່ອງໃຊ້ໃນຄົວເຮືອນ ແລະ ເງິນສົດ 100 ລ້ານກີບ ເມືອງລະ 50 ລ້ານກີບ ໃຫ້ປະຊາຊົນທີ່ໄດ້ຮັບ ຜົນກະທົບຈາກສະພາບນໍ້າຖ້ວມ ທັງສອງເມືອງໃນຄັ້ງນີ້ເພື່ອເປັນການ ບັນເທົາທຸກໃນເບື້ອງຕົ້ນຕື່ມອີກ.

RkJQdWJsaXNoZXIy MTc3MTYxMQ==