glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ ມາລີດາ xtgmf]k; 6 02/10/2025 glf4tdy f{la '7q , -u ;y f{;a fmtotme ]h P'wdj 0kp wfh 9a [g'y o 10 0 ]h kodu [ [5 ovvdra olk ຂປລ. ຄຳວ່າ “ອອກພັນສາ” ນັ້ນໄດ້ແກ່ການອະນຸຍາດໃຫ້ພະ ພິກຂຸສົງອອກຈາກເຂດຈໍາກັດ, ຫລັງຈາກການເຂົ້າຈຳພັນສາຄົບ 3 ເດືອນ ເພື່ອອອກໄປປະຕິບັດໜ້າທີ່ ຢູ່ບ່ອນອື່ນໄດ້ ເອີ້ນອີກຢ່າງໜຶ່ງວ່າ ການອອກຈາກ ລະດູຝົນ ອັນເນື່ອງ ມາຈາກວັນເຂົ້າພັນສາ ຕາມທີ່ພະ ທໍາວິໄນບັນຍັດໄວ້ໂດຍບໍ່ໄປຄ້າງ ແຮມທີ່ບ່ອນອື່ນ ຫລື ທີ່ເອີ້ນຕິດປາກ ກັນໂດຍທົ່ວໄປວ່າ “ຈຳພັນສາ” ນັ້ນເອງ. ໂດຍເຫດເກີດຈາກທີ່ພະພິກຂຸ ສົງໃນສະໄໝພຸດທະການ ມີໜ້າທີ່ ຈະຕ້ອງຈາຣິກໂປດສັດ ແລະ ເຜີຍ ແຜ່ພະທໍາຄຳສັ່ງສອນແກ່ປະຊາ ຊົນໄປໃນທີ່ຕ່າງໆ ບໍ່ຈຳເປັນຕ້ອງ ມີບ່ອນຢູ່ປະຈຳໃນລະດູຝົນ ຊາວ ບ້ານຈຶ່ງຕຳໜິວ່າໄປຢຽບເຂົ້າກ້າ ແລະ ພືດພັນອື່ນໆຈົນເສຍຫາຍ, ພະ ພຸດທະເຈົ້າຈຶ່ງວາງລະບຽບການ ຈຳພັນສາໃຫ້ພະພິກຂຸສົງຢູ່ປະຈຳ ທີ່ບ່ອນເກົ່າຕະຫລອດ 3 ເດືອນ ໃນລະດູຝົນ ຄືເລີ່ມຕັ້ງແຕ່ວັນແຮມ 1 ຄ່ຳ ເດືອນ 8 ຂອງທຸກປີ ເອີ້ນ ວ່າ “ປຸຣິມພັນສາ” ເຊິ່ງກົງກັບ ລະດູເຮັດນາຂອງຊາວບ້ານ. ເມື່ອ ເຖິງວັນອອກພັນສາຂຶ້ນ 14 ຄ່ຳ ຂອງເດືອນ 11 (ລາວ) ຊາວພຸດ ທັງຫລາຍກໍພາກັນຈັດຫາວັດຖຸ ທານຕ່າງໆມາໄວ້ຖວາຍທານຕາມ ກຳລັງສັດທາຂອງຕົນ. ເມື່ອເຖິງມື້ ເພັງ 15 ຄ່ຳ ເດືອນ 11 ໃນຕອນ ເຊົ້າມວນຊົນຊາວພຸດກໍມາເຕົ້າໂຮມ ກັນຖວາຍຂອງທານທີ່ໄດ້ກະກຽມ ໄວ້ ດ້ວຍການຕັກບາດຢູ່ໃນວັດ ພ້ອມທັງຖວາຍຜ້າຈີວອນ ຫລື ຜ້າ ຈຳພັນສາໃຫ້ແກ່ພະພິກຂຸສົງ ເຊິ່ງ ປີນີ້ແມ່ນກົງກັບວັນອັງຄານທີ 7 10 2025. ຕາມປະເພນີລາວສະໄໝກ່ອນ ແລ້ວ, ເວລາໃກ້ຈະຮອດວັນບຸນ ອອກພັນສາ ຊາວບ້ານໄດ້ກະກຽມ ເຮັດໝາກກະໂພກ ແລະ ບັ້ງໄຟດອກ ໂດຍນຳໃຊ້ຂີ້ໝື້, ຂີ້ເຈຍມາຕຳປະ ສົມກັນໃຫ້ເປັນເຊື້ອເພີງ ແລະ ນຳມາ ຫໍ່ດ້ວຍໃບລານແຫ້ງ, ພໍຕົກຄ່ຳມາ ຂອງມື້ເພັງຊາວບ້ານກໍພາກັນມາ ເຕົ້າໂຮມກັນຢູ່ວັດ ເພ່ື່ອພ້ອມກັນ ສ້າງເຮືອໄຟໂຄກ, ວຽນທຽນ, ຈູດ ໝາກກະໂພກ, ຈູດບັ້ງໄຟດອກ ແລະ ໄຕ້ໄຟບູຊາຄຸນພະພຸດພະທຳ ແລະ ພະສົງ. ນອກຈາກນັ້ນ, ແຕ່ລະຄອບ ຄົວຍັງໄດ້ສ້າງເຮືອໄຟໂຄກຢູ່ທີ່ ເຮືອນຂອງໃຜລາວ ເພື່ອບູຊາຄຸນ ພະພຸດພະທຳ ແລະ ພະສົງ. ອີກຢ່າງໜຶ່ງທີ່ຊາວບ້ານໄດ້ກະ ກຽມແມ່ນເຮືອໄຟນ້ຳ ເຊິ່ງປົກກະຕິ ແມ່ນສ້າງຂຶ້ນໃນຕອນບ່າຍຂອງມື້ ເພັງບາງບ້ານກໍເຮັດແບບງ່າຍດາຍ ຈາກທ່ອນກ້ວຍເປັນຕົ້ນ ຕໍເສີມ ດ້ວຍແຜ່ນໄມ້ນ້ອຍໆເປັນຮູບຍາວ ຄ້າຍຮູບເຮືອ ເຊິ່ງເພິ່ນເອົາມັດຢອງ ໃສ່ແພທ່ອນກ້ວຍ ຈາກນັ້ນເພິ່ນເອົາ ຕົ້ນກາລະພຶກ ຕັ້ງໄວ້ຢູ່ເທິງກາງ ຂອງແຜ່ນໄມ້ແລ້ວຈຶ່ງໃຕ້ທຽນໃສ່ ເຮືອໄຟ ເພ່ື່ອໃຫ້ແນມເຫັນແສງໄຟ ໃນຄືນວັນເພັງ ແລະ ຊາວບ້ານ ກໍພ້ອມກັນອະທິຖານຕ່າງໆນາໆ ເຊ່ັນວ່າ: ຂໍໃຫ້ຊີວິດມີຄວາມສຸກ, ປາສະຈາກໂລກໄພໄຂ້ເຈັບ, ປະ ສົບຜົນສຳເລັດໃນໜ້າທີ່ການງານ ແລະ ອື່ນໆ ແລ້ວກໍປ່ອຍເຮືອໄຟ ອອກສູ່ແລວນ້ຳ, ເພິ່ນເອີ້ນຂະບວນ ການນີ້ວ່າ “ການໄຫລເຮືອໄຟ” ອີກບາງບ້ານກໍເຮັດດ້ວຍໄມ້ໄຜ່ ມັດເຂົ້າກັນເປັນຮູບຊົງເຮືອໃຫຍ່ ມີການກະກຽມຫລາຍວັນ. ຢູ່ຕາມ ລຳນ້ຖ້າວ່າຜູ້ໃດຫາກລັດເອົາເຮືອ ໄຟດັ່ງກ່າວ ໄດ້ຕົ້ນກາລະພຶກກໍຈະ ເປັນຂອງຜູ້ນັ້ນ ເຊິ່ງເປັນຜູ້ມີໂຊກ ໄຊເຫລືອຫລາຍ, ມີຄວາມເຊື່ອວ່າ ຄອບຄົວຂອງຜູ້ນັ້ນຈະມີຊີວິດທີ່ ປາສະຈາກໂລກໄພໄຂ້ເຈັບທັງ ຫລາຍທັງປວງໃນປີນັ້ນ, ແຕ່ໃນ ປັດຈຸບັນ ຢູ່ຕາມຕົວເມືອງ ໂດຍ ສະເພາະຊາວໜຸ່ມໄດ້ນຳເຮືອໄຟ ນ້ອຍ ທີ່ເຮັດດ້ວຍທ່ອນກ້ວຍ ປະດັບ ປະດາ ດ້ວຍທູບທຽນ ແລະ ດອກໄມ້ ເຊິ່ງແມ່ນຮູບແບບປະຍຸກໃໝ່ເອີ້ນ ວ່າ “ກະທົງ” ໄປລອຍນໍ້າຫລັງຈາກ ທີ່ໃຫ້ພະສູດ ແລະ ວຽນທຽນຢູ່ໃນ ວັດແລ້ວພ້ອມທັງອະທິຖານຕ່າງໆ ນານາ. ພໍຮອດມື້ຕໍ່ມາ ຄືມື້ແຮມ 1 ຄ່ຳ ກໍມີການຈັດຊ່ວງເຮືອລະຫວ່າງຊຸມ ຊົນຕ່າງໆ ແລະ ຄົບງັນກັນຕາມ ປະເພນີຕະຫລອດທັງຄືນ. ຈຸດປະສົງ ຂອງການຊ່ວງເຮືອ ແລະ ການໄຫລ ເຮືອໄຟ ແມ່ນເພື່ອສົມມາຄາລະວະ ພ້ອມທັງບວງສວງຂໍໂຊກຂໍລາບ ຈາກພະຍານາກ ແລະ ເທວະດາ ອົງທີ່ໄດ້ປົກປັກຮັກສາແມ່ນ້ຳລຳເຊ ຕະຫລອດຮອດຫ້ວຍຮ່ອງຄອງບຶງ ບ່ອນທີ່ຊາວພຸດທັງຫລາຍໄດ້ທຳ ມາຫາກິນຢ່າງສະຫງົບສຸກ. ຂປລ. ຟາມ ສົມຕິ່ງ ແມ່ນຟາມ ໄກ່ພັນຊີ້ນ ຕັ້ງຢູ່ບ້ານນາຕາດ ເມືອງ ທ່າແຂກ ແຂວງຄໍາມ່ວນ ເປັນອີກ ຟາມໜຶ່ງທີ່ໄດ້ຜະລິດໄກ່ພັນຊີ້ນອອກ ຈໍາໜ່າຍສູ່ສັງຄົມ ເຊິ່ງໄດ້ຮັບຜົນດີ ຫລາຍ ເນື່ອງຈາກວ່າ ໄກ່ຈາກຟາມ ສົມຕິ່ງ ມີຄຸນນະພາບດີ, ຊີ້ນແຊບ. ໄກ່ຢູ່ຟາມຂອງພວກເຮົາມີຫລາຍ ຂະໜາດໃຫ້ເລືອກ ໃນລາຄາບໍ່ແພງ. ສະນັ້ນ, ຈຶ່ງເຮັດໃຫ້ລູກຄ້າທັງ ພາຍໃນ ແລະ ຕ່າງແຂວງ ຕ່າງກໍ່ ມາເປັນຂາປະຈໍາ ເຊິ່ງຈຸດນີ້ມັນໄດ້ ສົ່ງຜົນດີໃຫ້ຜູ້ປະກອບການທີ່ເຮັດ ອາຊີບນີ້ມີລາຍຮັບທີ່ໝັ້ນຄົງ. ພ້ອມ ດຽວກັນ, ກໍເປັນການຫລຸດຜ່ອນ ການນໍາເຂົ້າໄກ່ຈາກປະເພດເພື່ອນ ບ້ານອີກດ້ວຍ. ທ່ານ ສົມຕິ່ງ ພັນນະລາດ ໃຫ້ ຮູ້ວ່າ: ຈຸດເລີ່ມຕົ້ນທີ່ໄດ້ມາລ້ຽງໄກ່ ຍ້ອນເຫັນຫລາຍຄົນທີ່ເຮັດອາຊີບນີ້ ແລ້ວ ປະສົບຜົນສໍາເລັດ. ສະນັ້ນ, ຈຶ່ງມີແນວຄິດຢາກສ້າງອາຊີບເສີມ ໂດຍການລ້ຽງໄກ ເນືື່ອງຈາກວ່າຕົນ ເອງກໍໄດ້ເປີດຮ້ານຂາຍເຄື່ອງກໍ່ສ້າງ ທີ່ເຮັດມາແລ້ວຫລາຍປີ ຈຶ່ງມີທຶນມີ ຮອນ ແລະ ມີອຸປະກອນຢູ່ແລ້ວ ອີກ ຢ່າງໜຶ່ງການລ້ຽງໄກ່ ບໍ່ໄດ້ຫຍຸ້ງ ຍາກຫລາຍ,ຕົ້ນທຶນກໍບໍ່ສູງຫລາຍ ປານໃດ ບວກກັບຕົນເອງມີເນື້ອທີ່ ເໝາະສົມຢູ່ແລ້ວ ຄື ມີເນື້ອທີ່ດິນຫ່າງ ໄກຈາກຊຸມຊົນ ຈຶ່ງຕັດສິນໃຈ ເລີ່ມ ລ້ຽງໄກ່ໃນໄລຍະການລະບາດຂອງ ພະຍາດໂຄວິດ-19 ເຊິ່ງໄລຍະນັ້ນ ການຄ້າຂາຍກໍ່ບໍ່ດີປານໃດ ຈຶ່ງມີ ເວລາຫວ່າງໃນການເຮັດຄອກໄກ່ ເມື່ອຄອກໄກ່ແລ້ວໆ ຈຶ່ງສັ່ງໄກ່ຈາກ ນະຄອນຫລວງວຽງຈັນ 11.000 ໂຕ ມາລ້ຽງ ຢູ່ 2 ຟາມ ໃຊ້ເວລາ 2 ເດືອນ-2 ເດືອນເຄິ່ງ ກໍສາມາດ ຂາຍອອກໄດ້, ເມື່ອເອົາໄກ່ອອກ ໝົດແລ້ວ ກໍຈະພັກຄອກ ປະມານ 2 ອາທິດ ເພື່ອຂ້າເຊື້ອ ແລະ ອະນາ ໄມຄອກ, ພ້ອມທັງເອົາຂີ້ໄກ່ອອກ ຂາຍ ໃນລາຄາເປົາໜຶ່ງ 20.000 ກີບ ກ່ອນຈະເອົາໄກ່ຊຸດໃໝ່ມາ ລ້ຽງຕໍ່. ສໍາລັບການລ້ຽງໄກ່ ເພື່ອ ໃຫ້ໄດ້ມາດຕະຖານທາງຟາມ ກໍມີ ວິຊາການປະຈໍາຢູ່ນໍາ. ນອກຈາກນີ້, ຕົນເອງ ກໍສຶກສາຮຽນຮູ້ ຂັ້ນຕອນ ການເບິ່ງແຍງ, ການໃຫ້ນໍ້າ, ໃຫ້ອາ ຫານນໍາສື່ອອນລາຍຕື່ມ ເພື່ອເອົາ ມານໍາໃຊ້ໃນການລ້ຽງໄກ່ໃຫ້ປະສົບ ຜົນສໍາເລັດ ແລະ ມີຄຸນນະພາບດີ ຕາມຈຸດປະສົງທີ່ວາງໄວ້. ສໍາລັບ ການຂາຍ ແມ່ນແມ່ຄ້າຄົນກາງຈາກ ພາຍໃນ ແລະ ຕ່າງແຂວງ ເປັນຕົ້ນ ແຂວງສະຫວັນນະເຂດ , ບໍລິຄໍາໄຊ ມາຊື້ຢູ່ຟາມໃນລາຄາ 48.000 ກີບ ຫາ 55.000 ກີບ ຂຶ້ນກັບລະດູການ ໂດຍສະເລ່ຍແລ້ວງວດໜຶ່ງສາມາດ ສ້າງລາຍຮັບຈາກການຂາຍໄກ່, ຂີ້ ໄກ່ ປະມານ 100 ກວ່າລ້ານກີບ ເຊິ່ງລາຍຮັບນີ້ແມ່ນຫັກຄ່າໃຊ້ຈ່າຍ ຕ່າງໆແລ້ວ. ທ່ານ ສົມຕິ່ງ ຍັງເວົ້າຕື່ມວ່າ : ສໍາລັບໃຜທີ່ຄິດຢາກລ້ຽງໄກ່ເປັນ ອາຊີບສິ່ງຕ້ອງມີທໍາອິດຄື ພື້ນທີ່ທີ່ ເໝາະສົມແກ່ການເຮັດຟາມຄືຕ້ອງ ຫ່າງຈາກຊຸມຊົນ ເພາະການລ້ຽງ ໄກ່ຈະມີກິນເໝັນ ຢ້ານລົບກວນປະ ຊາຊົນທີ່ຢູ່ໃກ້ຄຽງ, ດັ່ງນັ້ນ ຕ້ອງ ເອົາໃຈໃສ່ຢ່າງເຂັ້ມງວດ. ແນວ ໃດກໍດີ, ໃນປັດຈຸບັນ, ເຫັນວ່າການ ລ້ຽງໄກ່ພາຍໃນຟາມ ແມ່ນພຽງພໍ ກັບຄວາມຕ້ອງການຂອງທ້ອງຕະ ຫລາດ. ສະນັ້ນ, ສໍາລັບທ່ານໃດ ທີ່ ຕ້ອງການໄກ່ຄຸນນະພາບດີ ກໍໃຫ້ ຄິດເຫັນໄກ່ ຈາກຟາມສົມຕິ່ງໄດ້ ຮັບຮອງວ່າທ່ານຈະບໍ່ເສຍໃຈ ເນື່ອງ ຈາກວ່າໄດ້ໄກ່ທີ່ມີຄຸນນະພາບດີ, ຊີ້ນ ແຊບໄປໄວ້ປຸງແຕ່ງອາຫານ. ເອົາ ເປັນວ່າ ໃຜທີ່ສົນໃຈຢາກໄດ້ໄກ່ ໄວ້ ກິນ ຫລື ຂາຍ ກໍສາມາດຕິດຕໍ່ໄດ້ທີ່ ເບີ 02096303974.
RkJQdWJsaXNoZXIy MTc3MTYxMQ==