02/10/2025 xtgmf]k; 4 gsfdko c]t dkora fmtok 76 xu lx 9u o oerk,;o,to5 f wfh -q ,.-h lyj '.\j M1j k'|h k,tsa flt9a o gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ບັນດານັກວິເຄາະຍັງໄດ້ຍົກໃຫ້ ເຫັນຜົນສໍາເລັດຢ່າງມະຫັດສະຈັນ ຂອງຈີນທີ່ເປັນຮູບປະທໍາວ່າ: ແຕ່ ລະໄລຍະໃນການພັດທະນາຂອງ ຈີນ ມີການວາງແຜນຢ່າງເປັນລະ ບົບຄົບຊຸດ ແລະ ຂັບເຄື່ອນດ້ວຍ ບາດກ້າວວ່ອງໄວຈົນເຮັດໃຫ້ຊາວ ໂລກຕ້ອງແນມເບິ່ງບໍ່ໜ້າເຊື່ອ ໂດຍ ເລີ່ມຈາກນໍາເຂົ້າລົດລາງພາຫະນະ ກາຍເປັນຜູ້ຜະລິດ ແລະ ສົ່ງອອກ ລົດໄຟຟ້າອັນດັບ 1 ຂອງໂລກ; ຈາກ ການເພິ່ງພາເຕັກໂນໂລຊີສື່ສານ ແລະ ໂທລະສັບມືຖືຂອງຕາເວັນ ຕົກ ກາຍເປັນຜູ້ຜະລິດອຸປະກອນ ໂທລະຄົມ ແລະ ໂທລະສັບມືຖືເປັນ ຂອງຕົນເອງໃນແຖວໜ້າໂລກ; ຈາກການເພິ່ງພາຊິບຂອງຕາເວັນ ຕົກເພື່ອໃຊ້ໃນອຸປະກອນເຄື່ອງໄຟ ຟ້າຕ່າງໆກາຍເປັນຜູ້ຜະລິດຊິບ ເອງ; ຈາກທີ່ເຄີຍນໍາໃຊ້ເຕັກໂນໂລ ຊີລົດໄຟຂອງຕາເວັນຕົກກາຍເປັນ ຜູ້ມີເສັ້ນທາງລົດໄຟຍາວທີ່ສຸດຂອງ ໂລກ ແລະ ເປັນຜູ້ຜະລິດ-ສົ່ງອອກ ລົດໄຟອັນດັບ 1 ຂອງໂລກ; ຈາກ ອະດີດເຄີຍແນມເບິ່ງຊາດຕາເວັນ ຕົກພາກັນສົ່ງຍານອະວະກາດຂຶ້ນ ສູ່ດວງຈັນ ກາຍເປັນຜູ້ຜະລິດເຕັກ ໂນໂລຊີອະວະກາດທັນສະໄໝສຸດ ແລະ ສົ່ງຍານອະວະກາດຂຶ້ນສູ່ວົງ ໂຄຈອນພິພົມໃໝ່ອັນດັບ 1 ຂອງ ໂລກ ແລະ ອື່ນໆ ຊຶ່ງທັງໝົດທີ່ວ່າ ນັ້ນ ບໍ່ແມ່ນເລື່ອງນຶກຄິດ ແລະ ຝັນ ເອົາເອງໂດຍບໍ່ໄດ້ລົງມືທໍາ, ແຕ່ ເກີດຂຶ້ນຈາກມູນເຊື້ອອັນດີງາມ ຂອງບັນພະບູລຸດ, ຄວາມສາມັກຄີ ອັນເປັນປຶກແຜ່ນ, ຄວາມຮັກຊາດ, ຄວາມດຸໝັ່ນອົດທົນ ແລະ ການ ເບິ່ງກວ້າງແນມໄກຂອງຈີນຢ່າງ ສະຫລາດສ່ອງໄສ. ນອກຈາກນັ້ນ, ວິທີການພັດທະນາແຕ່ລະໄລຍະ ຂອງຈີນບໍ່ໄດ້ເດີນທາງຢ່າງໂດດ ເດັ່ນແຕ່ຕົນເອງໂດຍລໍາພັງເທົ່າ ນັ້ນ ຫາກຍັງຈັບມືຖືແຂນເພື່ອນ ມິດວົງຄະນະຍາດສາກົນ ແລະ ຊ່ວຍເຫລືອປະເທດດ້ອຍພັດທະນາ ໄປຄຽງຄູ່ກັນ ເພື່ອໄປຫາຈຸດໝາຍ ປາຍທາງຂອງຄວາມຈະເລີນຮຸ່ງ ເຮືອງ, ກິນອີ່ມນຸ່ງອຸ່ນ, ມີສັນຕິພາບ, ມີຄວາມສະຫງົບສຸກ ແລະ ບໍ່ຖິ້ມໃຜ ໄວ້ເບື້ອງຫລັງ. ດັ່ງທີ່ ທ່ານ ສະ ເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ສໍາພາດ ໂດຍ ເກີດຂວັນªຈ ມາລີຈັນສີ ຕໍ່ CM( ໃນໂອກາດເຂົ້າຮ່ວມ ງານລ້ຽງສະເຫລີມສະຫລອງວັນ ສະຖາປະນາ ສປ ຈີນ ຄົບຮອບ 76 ປີ (1 10 1949-1 10 2025) ທີ່ນະຄອນຫລວງວຽງຈັນ ໃນວັນທີ 22 ກັນຍາ 2025 ຜ່ານມາວ່າ: ການຮ່ວມມືລາວ-ຈີນ ໄດ້ນໍາຜົນ ປະໂຫຍດສູງສຸດມາສູ່ປະຊາຊົນ ສອງຊາດແທ້ໆ. ຄືຮູ້ນໍາກັນ, ລາວ ແລະ ຈີນ ເປັນປະເທດເພື່ອນມິດ ຍຸດທະສາດຄູ່ຮ່ວມຊາຕາກໍາ ລາວຈີນ. ຕະຫລອດໄລຍະຜ່ານມາການ ພົວພັນ ລາວ-ຈີນ ໄດ້ກ້າວຂຶ້ນສູ່ ຈຸດສູງສຸດແຕ່ລະໄລຍະ ໃນນັ້ນ ບັນດາໂຄງການໃຫຍ່ໆທີ່ເປັນໝາກ ຜົນຂອງການຮ່ວມມືລາວ-ຈີນ ໄດ້ກາຍເປັນໂຄງການຕົວແບບທີ່ ຫລາຍປະເທດໄດ້ເອົາເປັນບົດຮຽນ ໃນການພົວພັນຮ່ວມມືກັບຈີນ. ທ່ານ ຮອງນາຍົກກ່າວຕື່ມວ່າ: ໝາກຜົນ ອັນໃໝ່ໆໃນການພົວພັນຮ່ວມມືສອງ ຝ່າຍລາວ-ຈີນ ໃນຊຸມປີຕໍ່ໜ້າ ໂດຍ ສະເພາະໃນການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍຄູ່ຮ່ວມຊາຕາ ກໍາ ລາວ-ຈີນ ຊຶ່ງຈະເປັນບ່ອນອີງ ໃຫ້ແກ່ການຂະຫຍາຍການພົວພັນ ຮ່ວມມື ແລະ ນໍາຜົນປະໂຫຍດຕົວ ຈິງມາສູ່ປະຊາຊົນສອງຊາດ. ພ້ອມດຽວກັນນີ້, ທ່ານ ນາງ ຟ່າງຮົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ຍັງໄດ້ຍົກ ໃຫ້ເຫັນບາງເນື້ອໃນສໍາຄັນຢູ່ໃນ ງານສະຫລອງວັນຊາດວ່າ: 76 ປີຜ່ານມາ, ພາຍໃຕ້ການນຳພາ ອັນແຂງແຮງຂອງພັກກອມມູນິດ ຈີນ, ໄດ້ນໍາພາປະຊາຊົນຈີນກ້າວ ເຂົ້າສູ່ຂະບວນວິວັດອັນໃໝ່ຫັນເປັນ ທັນສະໄໝແບບຈີນຊຸກຍູ້ການກໍ່ສ້າງ ປະເທດມັ່ງຄັ່ງເຂັ້ມແຂງ ແລະ ຟື້ນ ຟູຄວາມຈະເລີນຮຸ່ງເຮືອງຂອງຊົນ ຊາດຈີນຢ່າງຮອບດ້ານ ຊຶ່ງໄດ້ ກ້າວເດີນຢູ່ໃນແຖວໜ້າແຫ່ງຍຸກ ສະໄໝຢ່າງສະຫງ່າຜ່າເຜີຍ. ປີນີ້ ເປັນປີມ້ວນທ້າຍແຫ່ງການຈັດຕັ້ງ ຜັນຂະຫຍາຍແຜນການພັດທະນາ 5 ປີ ຄັ້ງທີ 14 (2021-2025), ຈີນ ໄດ້ສຸມໃສ່ຊຸກຍູ້ການພັດທະນາຢ່າງ ມີຄຸນນະພາບສູງ, ດ້ວຍຄວາມເປັນ ເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງໃນດ້ານເຕັກນິກ ວິທະຍາສາດລະດັບສູງຂອງຈີນໄດ້ ບັນລຸເປັນຈິງໄວຂຶ້ນ. ທ່ານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ຍັງກ່າວ ຕື່ມວ່າ: ການຮ່ວມມືຢ່າງເປັນຮູບ ປະທຳຂອງສອງປະເທດຈີນ ແລະ ລາວ ສືບຕໍ່ໄດ້ຮັບຜົນສໍາເລັດໃໝ່ໃນ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ຈີນ ຈະສືບຕໍ່ຮ່ວມມືກັບ ຝ່າຍລາວ, ຈັດຕັ້ງປະຕິບັດແຜນແມ່ ບົດການສ້າງຄູ່ຮ່ວມຊາຕາກຳຈີນລາວ ໃຫ້ດີເພື່ອສ້າງຄວາມຜາສຸກ ໃຫ້ປະຊາຊົນສອງປະເທດ, ປະກອບ ສ່ວນເຂົ້າໃນສັນຕິພາບ, ສະຖຽນລະ ພາບ, ການພັດທະນາ ແລະ ຄວາມ ຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ສາກົນ. ເຖິງແນວໃດກໍດີ, ປີນີ້ ການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດຂອງຈີນ 5 ປີ ຄັ້ງທີ 14 (2021-2025) ໃກ້ຈະສິ້ນສຸດລົງທ້າຍປີ 2025 ຊຶ່ງແຜນດັ່ງກ່າວໄດ້ສະທ້ອນໃຫ້ ເຫັນຄວາມສໍາເລັດສໍາຄັນຫລາຍ ດ້ານເປັນຮູບປະທໍາ ແລະ ຜ່ານ ສາຍຕາໂລກຢ່າງພາກພູມໃຈເຊັ່ນ: ເສດຖະກິດທີ່ມີຄວາມຍືນຍົງ, ການ ປ່ຽນແປງໄປສູ່ທິດສີຂຽວ, ການ ເປີດປະເທດຢ່າງຕໍ່ເນື່ອງ, ການ ເພິ່ງພາຕົນເອງດ້ານເຕັກໂນໂລຊີ ເພີ່ມຂຶ້ນແບບກ້າວກະໂດດ, ການ ແບ່ງປັນອັດຕາສ່ວນການພັດທະນາ ໃຫ້ປະຊາຄົມໂລກກວ້າງຂວາງ ເພີ່ມຂຶ້ນ ແລະ ປັບປຸງຄຸນນະພາບ ຊີວິດຂອງປະຊາຊົນຈີນດີຂຶ້ນ ກວ່າເກົ່າ. ຕໍ່ຈາກສະບັບກ່ອນ ຂປລ. ຄະນະຊີ້ນຳໂຄງການ ລົດເມດ່ວນ B3T ແລະ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ນະຄອນຫລວງວຽງຈັນ ຈັດກອງ ປະຊຸມເພື່ອປຶກສາຫາລືຊອກຫາ ວິທີການແກ້ໄຂບັນຫາຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງຂອງໂຄງການລົດເມ ດ່ວນ B3T ໃນວັນທີ 29 ກັນຍາ 2025 ຜ່ານມາ, ເພື່ອໃຫ້ມີຄວາມ ເປັນເອກະພາບກັນໃນການຈັດຕັ້ງ ປະຕິບັດໂຄງການໃຫ້ສາມາດດຳ ເນີນໄປໄດ້ຕາມແຜນການ ແລະ ມີ ຜົນສຳເລັດໄດ້ໂດຍໄວ ໂດຍມີທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ອາດສະພັງ ສີພັນດອນ ເຈົ້າ ຄອງນະຄອນຫລວງວຽງຈັນ, ມີ ຜູ້ຕາງໜ້າຈາກກະຊວງ, ພະແນກ ການ, ເມືອງ, ຄະນະຊີ້ນຳໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມທ່ານ ເຫລັກໄຫລ ສີວິໄລ ໄດ້ເນັ້ນໃຫ້ຜູ້ຮັບຜິດຊອບ ໂຄງການລົດເມດ່ວນເອົາໃຈໃສ່ຈັດ ຕັ້ງປະຕິບັດເລັ່ງມືໃນການກໍ່ສ້າງ ທັງເວັນທັງຄືນ ເພື່ອໃຫ້ສາມາດ ເປີດທົດລອງການນຳໃຊ້ໄດ້ຕາມ ເປົ້າໝາຍ. ພ້ອມນີ້, ທ່ານເຈົ້າຄອງ ນະຄອນຫລວງວຽງຈັນ ຍັງໄດ້ເນັ້ນ ໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ ໃນການໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ຄວາມໝາຍຄວາມສຳຄັນຂອງ ໂຄງການໃຫ້ໄດ້ຢ່າງກວ້າງຂວາງ, ພ້ອມທັງໃຫ້ຄົ້ນຄວ້າ, ປຶກສາຫາລື ເພື່ອໃຫ້ມີຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດໂຄງການ ເປັນຕົ້ນສ້າງສິ່ງອຳນວຍຄວາມ ສະດວກໃຫ້ແກ່ຜູ້ມາໃຊ້ບໍລິການ ໂດຍສະເພາະບ່ອນຈອດລົດ, ການ ໃຫ້ບໍລິການລົດໂດຍສານຢູ່ທາງ ຮ່ອມ-ທາງຊອຍ, ການຂະຫຍາຍ ເສັ້ນທາງຮັບສົ່ງຜູ້ໂດຍສານໃຫ້ທົ່ວ ເຖິງ ແລະ ອື່ນໆ. ປັດຈຸບັນການກໍ່ສ້າງໂຄງການ B3T ແມ່ນມີຄວາມຄືບໜ້າແລ້ວ 88 ສຳລັບການຈັດຕັ້ງປະຕິບັດ ຕາມແຈ້ງການ 23268 ຍທຂ ລົງ ວັນທີ 26 ກັນຍາ 2025, ພະແນກ ຍທຂ ນວ ຮຽກປະຊຸມຄະນະຮັບ ຜິດຊອບໂຄງການຊ່ຽວຊານ ແລະ ບໍລິສັດຮັບເໝົາກໍ່ສ້າງໃນວັນທີ 27 ໄດ້ເລີ່ມຮື້ຄູກັນຂອບທາງຖະໜົນ ເສດຖາທິລາດ (ຫໍຄຳ ຫາ ແຍກ ມະໂຫສົດ) ຄວາມຍາວ 400 ແມັດ, ຖະໜົນດົງໂດກ (ແຍກໄຟອຳນາດ 450 ຫາ ໜ້າທາງເຂົ້າມະຫາວິທະ ຍາໄລແຫ່ງຊາດ) ຍາວ 2.400 ແມັດ ຊຶ່ງຈະໃຫ້ສໍາເລັດໃນໄວໆນີ້. ສ່ວນການຮື້ຖອນສະຖານີ B3T ຢູ່ໜ້າໂຮງແຮມໂກຊີ ແລະ ເຂດວັດ ຫາຍໂສກ ແມ່ນໄດ້ເລີ່ມຮື້ຖອນໃນ ວັນທີ 28 ກັນຍາ ທັງສອງຈຸດແມ່ນ ຈະໃຫ້ສຳເລັດພາຍໃນ 10 ວັນ. ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່ ສ້າງຄວາມເຂັ້ມແຂງໃນການ... ຫາລືແກ້ໄຂຂໍ້ຄົງຄ້າງ... ມອບ-ຮັບໂຄງການເຫັນຜົນໄວ... ໂຄງການອົບຮົມທັກສະ... ຂປລ. ສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ ຮ່ວມກັບອົງການ ອຸຍນີເຊບ ໄດ້ຈັດຕັ້ງປະຕິບັດໂຄງ ການ ສິນໄຊ ທີ່ນະຄອນຫລວງວຽງ ຈັນ, ແຂວງສະຫວັນນະເຂດ, ຫລວງ ພະບາງ ແລະ ແຂວງຊຽງຂວາງ. ໃນໄລຍະເວລາພຽງແຕ່ 1 ປີ ມີ ຊາວໜຸ່ມຫລາຍກວ່າ 1.000 ຄົນ ເຂົ້າຮ່ວມເພື່ອຮຽນຮູ້ທັກສະທາງ ດ້ານນະວັດຕະກຳ, ຜູ້ປະກອບການ, ເຄື່ອງມືດີຈິຕອນ ລວມທັງປັນຍາ ປະດິດ (AI), ທັກສະການເປັນຜູ້ ນຳ ແລະ ການສື່ສານໂຄສະນາຂໍ້ມູນ ພະນັກງານຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) 30 ແຫ່ງ ໃນ 7 ແຂວງ (ຜົ້ງສາລີ, ຫລວງ ນ້ຳທາ, ບໍ່ແກ້ວ, ຫົວພັນ, ຊຽງ ຂວາງ, ຄຳມ່ວນ ແລະ ສະຫວັນ ນະເຂດ) ແນໃສ່ເສີມສ້າງບົດບາດ ແລະ ຄວາມຮັບຜິດຊອບຂອງເຂົາ ເຈົ້າໃນການວາງແຜນ ແລະ ຄຸ້ມ ຄອງກິດຈະກໍາການພັດທະນາວິ ທ່ານ ສົມບູນ ສີຫານາດ ຫົວໜ້າ ກົມເສດຖະກິດ, ກະຊວງການຕ່າງ ປະເທດ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ 3ohit BaCCar ອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ຕາງໜ້າໃຫ້ແກ່ລັດຖະ ບານອິນເດຍ, ພ້ອມດ້ວຍຜູ້ຕາງ ໜ້າຈາກພາກສ່ວນກ່ຽວຂ້ອງທັງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຂອງ ສປປ ລາວ ເຂົ້າຮ່ວມ. ຮ່ວມລົງ ນາມບົດບັນທຶກຄວາມເຂົ້າໃຈໃນ ຄັ້ງນີ້ ຕາງໜ້າໃຫ້ຝ່າຍລາວແມ່ນ ຄະນະຮັບຜິດຊອບໂຄງການ ແລະ ຂະແໜງການທີ່ກ່ຽວຂ້ອງຂອງ ຊາຊີບຄູແບບຕໍ່ເນື່ອງໃນເມືອງໃຫ້ມີ ຄຸນນະພາບ. ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ ໄດ້ກ່າວ ວ່າ: ການສ້າງຄວາມເຂັ້ມແຂງຄັ້ງ ນີ້, ເປັນສ່ວນໜຶ່ງຂອງການສ້າງ ຂີດຄວາມສາມາດທີ່ອອກແບບມາ ເພື່ອສະໜອງທັກສະ ແລະ ຄວາມ ຮູ້ຄວາມສາມາດໃຫ້ແກ່ພະນັກງານ ສກມ ເພື່ອວາງແຜນ ແລະ ຄຸ້ມຄອງ ການພັດທະນາວິຊາຊີບຄູແບບ ຕໍ່ເນື່ອງຂອງຄູຢູ່ໃນຂັ້ນໂຮງຮຽນ ຂອງເຂົາເຈົ້າຢ່າງມີປະສິດທິຜົນ ເຊິ່ງຊຸດຝຶກອົບຮົມຄັ້ງນີ້, ໄດ້ຮວບ ຮວມບົດຮຽນ ແລະ ຜັນຂະຫຍາຍ ການຮຽນຮູ້ຈາກບັນດາຂໍ້ມູນດ້ານ ວິຊາການທີ່ໄດ້ຮັບຜ່ານມາຈາກ ກິດຈະກຳທີ່ສະໜັບສະໜູນໂດຍ ລັດຖະບານອົດສະຕຣາລີ ໂດຍຜ່ານ ແຜນງານບີຄວາ. ທ່ານ ນາງ ວາເນັດຊາ ເຮັກ ກາທີ ເລຂາເອກ ສະຖານທູດອົດ ສະຕຣາລີ ປະຈຳ ສປປ ລາວ ໄດ້ ກ່າວວ່າ: ລັດຖະບານອົດສະຕາລີ ເຮັດວຽກຢ່າງໃກ້ຊິດກັບກະຊວງ ສຶກສາທິການ ແລະ ກິລາ ເພື່ອ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບ ການພັດທະນາວິຊາຊີບຄູແບບຕໍ່ ເນື່ອງສຳລັບຄູ ແລະ ເພີ່ມທະວີ ການຊ່ວຍເຫລືອຄູໃນສະພາບການ ຂາດແຄນຄູໃນປັດຈຸບັນ, ພວກເຮົາ ເຊື່ອວ່າການສະໜັບສະໜູນຄັ້ງ ນີ້, ມີຄວາມສຳຄັນຕໍ່ການຮັກສາ ແຮງຈູງໃຈໃນການສອນຂອງ ຄູ ແລະ ປັບປຸງຄຸນນະພາບການ ສອນ ເຊິ່ງຄູມີບົດບາດສຳຄັນໃນ ການປົກປ້ອງນັກຮຽນທຸກຄົນ ໂດຍສະເພາະຜູ້ທີ່ປະສົບກັບຄວາມ ຫຍຸ້ງຍາກການຈັດຫາພະນັກງານ ຂອງ ສກມ ທີ່ໃຫ້ການຊ່ວຍເຫລືອຄູ ດ້ວຍເຄື່ອງມື ແລະ ທັກສະທີ່ຈຳເປັນ ເພື່ອຮັບປະກັນວ່າເຂົາເຈົ້າສາມາດ ສົ່ງເສີມ ແລະ ປະຕິບັດການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບ ເດັກທັງໃນ ແລະ ນອກຫ້ອງຮຽນ ແມ່ນສໍາຄັນ. ພາຍຫລັງສຳເລັດການຝຶກອົບ ຮົມ, ສຳມະນາກອນຈະໄດ້ນຳເອົາ ຄວາມຮູ້ຈາກການຝຶກອົບຮົມຄັ້ງນີ້ ໄປໝູນໃຊ້ເຂົ້າໃນການຄຸ້ມຄອງຄູ ຢູ່ໂຮງຮຽນໃນການສືບຕໍ່ປະຕິບັດ ການພັດທະນາວິຊາຊີບຄູແບບຕໍ່ ເນື່ອງ ໂດຍແຜນງານບີຄວາ ຈະ ເຮັດວຽກຮ່ວມກັບພະນັກງານກະ ຊວງສຶກສາທິການ ແລະ ກິລາ ທັງ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນເພື່ອ ດຳເນີນການຕິດຕາມ ແລະ ສະໜັບ ສະໜູນການລົງໄປຕິດຕາມໂຮງ ຮຽນຂອງ ກສມ ໃນໄລຍະສົກຮຽນ 2025-2026. ຕໍ່ຈາກໜ້າ ບັນດາແຂວງທີ່ໄດ້ຮັບໂຄງການ ຊ່ວຍເຫລືອດັ່ງກ່າວ, ຕາງໜ້າຝ່າຍ ອິນເດຍແມ່ນທ່ານອັກຄະລັດຖະທູດ ອິນເດຍ ປະຈໍາ ສປປ ລາວ. ການຮ່ວມລົງນາມບົດບັນທຶກ ຄັ້ງນີ້, ເພື່ອໃຫ້ສາມາດເລີ່ມຈັດຕັ້ງ ປະຕິບັດໂຄງການທີ່ໄດ້ຮັບການສະ ໜັບສະໜູນຈາກລັດຖະບານອິນ ເດຍ ຈໍານວນ 5 ໂຄງການລວມມູນ ຄ່າ 247.845 ໂດລາສະຫະລັດ ຄື: ໂຄງການກໍ່ສ້າງສຸກສາລາບ້ານດົງ ຍາງ ເມືອງໂພນທອງ ແຂວງຈຳ ປາສັກ ມູນຄ່າ 49.996 ໂດລາ ສະຫະລັດ; ໂຄງການກໍ່ສ້າງອາ ຄານໂຮງຮຽນປະຖົມສົມບູນບ້ານພູ ສັນ ເມືອງແປກ ແຂວງຊຽງຂວາງ, ມູນຄ່າ 48.416 ໂດລາສະຫະລັດ; ໂຄງການກໍ່ສ້າງອາຄານບໍລິການ ສຸກສາລາຮັກສາສຸຂະພາບບ້ານນໍ້າ ຕໍ່າເຂດນໍ້າຕໍ່າ, ເມືອງຮຸນ ແຂວງ ອຸດົມໄຊ ມູນຄ່າ 49.963 ໂດລາ ສະຫະລັດ; ໂຄງການກໍ່ສ້າງສຸກ ສາລາ ບ້ານປົ່ງ ເມືອງຄົງເຊໂດນ ແ ຂ ວ ງ ສ າ ລ ະ ວັ ນ , ມູ ນ ຄ່ າ 49.993,85 ໂດລາສະຫະລັດ; ໂຄງການກໍ່ສ້າງອາຄານຫ້ອງວາງ ສະແດງມິດຕະພາບ ລາວ-ອິນເດຍ ທີ່ພິພິທະພັນຜ້າໄໝບ້ານໜອງທາ ໃຕ້ ເມືອງຈັນທະບູລີ ນະຄອນຫລວງ ວຽງຈັນ, ມູນຄ່າ 49.476,15 ໂດ ລາສະຫະລັດ. ໃນໂອກາດນີ້, ທ່ານ ສົມບູນ ສີຫານາດ ໄດ້ຕາງໜ້າໃຫ້ແກ່ຝ່າຍ ລາວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ລັດຖະບານອິນເດຍ ທີ່ ໄດ້ໃຫ້ຄວາມສໍາຄັນຕໍ່ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອິນເດຍ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ໂດຍສະເພາະ ແມ່ນການປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຍົກສູງ ຄຸນນະພາບຊີວິດການເປັນຢູ່ຂອງ ປະຊາຊົນໃນຂັ້ນທ້ອງຖິ່ນໃຫ້ນັບມື້ ນັບດີຂຶ້ນ. ສາທາລະນະລັດອິນເດຍ ໃນ ນາມຄູ່ຮ່ວມພັດທະນາຂອບການ ຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໄດ້ປະກາດສ້າງຕັ້ງໂຄງການເຫັນ ຜົນໄວໃນປີ 2012 ໂດຍການສະ ໜັບສະໜູນງົບປະມານ ຈໍານວນ 1 ລ້ານໂດລາສະຫະລັດຕໍ່ປີໃຫ້ແກ່ ບັນດາປະເທດສະມາຊິກຂອບການ ຮ່ວມມືດັ່ງກ່າວ ເພື່ອຈັດຕັ້ງປະຕິບັດ ໂຄງການຂະໜາດນ້ອຍ, ມູນຄ່າບໍ່ ເກີນ 50.000 ໂດລາສະຫະລັດ ຕໍ່ 1 ໂຄງການ. ນັບຕັ້ງແຕ່ທີ່ມີການ ສ້າງຕັ້ງໂຄງການເຫັນຜົນໄວໃນປີ 2012 ເປັນຕົ້ນມາ, ສປປ ລາວ ໄດ້ ຮັບອະນຸມັດໂຄງການທັງໝົດ ຈໍາ ນວນ 36 ໂຄງການ, ລວມມູນຄ່າ 1.763.687 ໂດລາສະຫະລັດ. ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ແລະ ໄດ້ລິເລີ່ມຈັດຕັ້ງໂຄງການຕ່າງໆ ຂອງຕົນໃນລະດັບຊຸມຊົນກ່ຽວກັບ ການຫລຸດຜ່ອນການຖິ້ມຂີ້ເຫຍື້ອ, ນໍ້າສະອາດ, ການເຂົ້າເຖິງການ ຮຽນ ແລະ ສຸຂະພາບຈິດ. ທ່ານ ທອງລີ ສີສຸລິດ ເລຂາຄະ ນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໄດ້ກ່າວ: ຊາວໜຸ່ມລາວ ມີຄວາມຮູ້, ຄວາມ ສາມາດ ແລະ ມີຫົວຄິດປະດິດສ້າງ. ຜ່ານໂຄງການສິນໄຊ, ພວກເຮົາໄດ້ ເປີດໂອກາດໃຫ້ພວກເຂົາໄດ້ມີທັກ ສະ, ຮັບຄຳປຶກສາ ແລະ ສະໜອງ ງົບປະມານ ເພື່ອໃຫ້ເຂົາເຈົ້າສາມາດ ແກ້ໄຂບັນຫາທີ່ເກີດຂຶ້ນໃນຊຸມຊົນ ຂອງເຂົາເຈົ້າ. ໃນອະຄົດພວກເຮົາ ຈະຜັນຂະຫຍາຍວຽກງານດັ່ງກ່າວ, ອອກໄປສູ່ບັນດາແຂວງອື່ນໆ ເພື່ອ ເຮັດໃຫ້ຊາວໜຸ່ມສາມາດຮຽນຮູ້ ໄດ້ຫລາຍຂຶ້ນ, ຫາລ້ຽງຊີບຕົນເອງ ແລະ ເປັນຜູ້ນຳພາໄດ້. ບົດບາດຂອງໂຄງການສິນໄຊ ແມ່ນໂຄງການ UP4)I'T- ຊຶ່ງ ເປັນໂຄງການດ້ານນະວັດຕະກຳ ທາງສັງຄົມຂອງອົງການອຸຍນີເຊບ ຮ່ວມກັບສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທີ່ດຳເນີນການດ້ວຍ ການສະໜັບສະໜູນດ້ານງົບປະມານ ຈາກບໍລິສັດເຕັກໂນໂລຊີ ArN ຈາກສະຫະລາຊະອານາຈັກອັງກິດ. ໂຄງການດັ່ງກ່າວໄດ້ສະໜອງການ ຝຶກອົບຮົມທີ່ເຂົ້າໃຈງ່າຍ ເເລະ ສຸມ ໃສ່ການປະຕິບັດຕົວຈິງ, ການໄດ້ຮັບ ຄຳແນະນຳຈາກຜູ້ຊ່ຽວຊານ ແລະ ການສະໜອງງົບປະມານຂະໜາດ ນ້ອຍ ເພື່ອໃຫ້ຊາວໜຸ່ມສາມາດ ທົດສອບແນວຄິດ ແລະ ສະເໜີແນວ ທາງແກ້ໄຂທີ່ເປັນຈິງໄດ້. ນອກຈາກນີ້, ຍັງມີໂຄງການສິນ ໄຊ: :outh ChaNQionT ຊຶ່ງເນັ້ນ ໃສ່ການພັດທະນາໃຫ້ຊາວໜຸ່ມມີ ຄວາມໝັ້ນໃຈ ແລະ ມີທັກສະຂອງ ການເປັນຜູ້ນຳໜຸ່ມໃນການໂຄສະ ນາເຜີຍເເຜ່ຂໍ້ມູນ ຫລື ປູກຈິດສໍານຶກ ເເລະ ປະກອບສ່ວນເເກ້ໄຂບັນຫາທີ່ ສຳຄັນສຳລັບຊີວິດພວກເຂົາເປັນຕົ້ນ ບັນຫາການແຕ່ງດອງໃນໄວເດັກຈົນ ເຖິງການໂຄສະນາເຜີຍເເຜ່ກ່ຽວກັບ ສະພາບເເວດລ້ອມຂອງໂຮງຮຽນ ທີ່ປອດໄພ, ມີສ່ວນຮ່ວມຫລາຍຂຶ້ນ ແລະ ສະພາບແວດລ້ອມທີ່ມີສີຂຽວ ເເລະ ສະອາດຂຶ້ນ. ໂຄງການຍ່ອຍທັງສອງ ພາຍໃຕ້ ໂຄງການສິນໄຊ ນັ້ນໄດ້ຊ່ວຍໃຫ້ ຊາວໜຸ່ມບໍ່ພຽງແຕ່ສາມາດສ້າງ ແນວທາງການແກ້ໄຂບັນຫາແຕ່ ຍັງສາມາດມີອິດທິພົນໃນການສ້າງ ການຂັບເຄື່ອນການປ່ຽນແປງທີ່ ສ້າງສັນ ເເລະ ຮ່ວມກັບອຳນາດປົກ ຄອງທ້ອງຖິ່ນ ແລະ ຜູ້ມີອຳນາດໃນ ການຕັດສິນໃຈອີກດ້ວຍ. ທ່ານ ບິລາລ ອູແຣັງ ເຊັບ ດູຣານິ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ ໄດ້ກ່າວວ່າ: ເມື່ອ ຊາວໜຸ່ມໄດ້ຮັບທັກສະການແກ້ໄຂ ບັນຫາ, ທັກສະດີຈິຕອນ ແລະ ສາ ມາດລິເລີ່ມໂຄງການຂະໜາດນ້ອຍ, ພວກເຂົາສາມາດສ້າງມູນຄ່າໃຫ້ ແກ່ຊຸມຊົນ ແລະ ເສດຖະກິດຂອງ ຊາດ. ອົງການອຸຍນີເຊບ ຈະສືບ ຕໍ່ສະໜັບສະໜູນສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເພື່ອຜັນຂະ ຫຍາຍໂອກາດໃຫ້ຊາວໜຸ່ມໃນທົ່ວ ປະເທດ. ໄຕມາດທີສອງຂອງໂຄງການ ສິນໄຊ ຈະເລີ່ມຕົ້ນໃນເວລາອັນ ໃກ້ນີ້ ຢູ່ນະຄອນຫລວງວຽງຈັນ, ແຂວງຫລວງພະບາງ ແລະ ແຂວງ ສະຫວັນນະເຂດ, ພ້ອມທັງຈະຂະ ຫຍາຍອອກໄປຍັງສະຖານທີ່ອື່ນໆ ຕື່ມອີກ ໂດຍຈະໃຫ້ຄວາມສຳຄັນ ເປັນພິເສດໃນການນຳໃຊ້ເຕັກໂນໂລ ຊີປັນຍາປະດິດ (AI) ເປັນເຄື່ອງມື ເພື່ອຊອກຫາແນວທາງແກ້ໄຂ ບັນຫາການປ່ຽນແປງສະພາບດິນ ຟ້າອາກາດ ເເລະ ດ້ານຊີວະນາໆ ພັນ, ສົ່ງເສີມທຸລະກິດໄວໜຸ່ມ ແລະ ສ້າງຜົນໄດ້ຮັບທີ່ຊັດເຈນໃນຊຸມຊົນ.
RkJQdWJsaXNoZXIy MTc3MTYxMQ==