7128

xtgmf]k; 3 02/10/2025 0j k; c]t gsfdko ໂດຍ ເກີດຂັວນªຈ ມາລີຈັນສີ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ຮຽບຮຽງໂດຍ ກົມການຂ່າວ ກະຊວງການຕ່າງປະເທດ ,tsk;y mtpkw];y mtpklkf c]t g8a d3o3]-u xa ddy j ' gxu f'koc]dxj Po;a fmtotmelkdq o 7A 'mu 17 7;k,gxa o,k0v';a odkom6 f]k; ຂປລ. ນັກສຶກສາລາວຢູ່ນະຄອນ ຫລວງປັກກິ່ງ ນໍາເອົາອາຫານ, ສຽງແຄນ ແລະ ສິລະປະ-ວັດທະ ນະທໍາລາວ ມາສະແດງຜ່ານສາຍ ຕາຜູ້ຊົມຫລາຍຮ້ອຍຄົນ ໄດ້ສ້າງ ຄວາມສົນໃຈຢ່າງຫລວງຫລາຍ ໃນງານແລກປ່ຽນວັດທະນະທໍາ ນາໆຊາດເມື່ອບໍ່ດົນມານີ້ ທີ່ມະຫາ ວິທະຍາໄລວິທະຍາສາດ ແລະ ເຕັກ ໂນໂລຊີປັກກິ່ງ (UnivFrTitZ oG 4DiFnDF and TFDhnoMogZ BFiKing). ມະຫາວິທະຍາໄລວິທະຍາສາດ ແລະເຕັກໂນໂລຊີປັກກິ່ງ (UnivFrTitZ oG 4DiFnDF and TFDhnoMogZ BFiKing) ແມ່ນໜຶ່ງໃນຫລາຍມະຫາ ວິທະຍາໄລທີ່ມີຊື່ສຽງ ໃນຈີນໄດ້ ຈັດງານແລກປ່ຽນວັດທະນະທຳ ສາກົນ ຄັ້ງທີ 17 ຢູ່ນະຄອນຫລວງ ປັກກິ່ງ, ສປ ຈີນ ໂດຍມີນັກສຶກສາ ຈາກ ສປປ ລາວ, ບັນດາຊາດອາ ຊຽນ, ເຂດຢູຣາເຊຍ, ອາຟຣິກກາ, ເອີຣົບ ແລະ ຊາດອື່ນໆ ເຂົ້າຮ່ວມ ຢ່າງຫລວງຫລາຍ. ງານແລກປ່ຽນ ວັດທະນະທຳນາໆຊາດຄັ້ງນີ້ມີຈຸດ ປະສົງ ເພື່ອເປີດໂອກາດໃຫ້ນັກສຶກ ສາຕ່າງປະເທດ ໄດ້ເຜີຍແຜ່ວັດທະ ນະທໍາອັນດີງາມທີ່ເປັນເອກະລັກ ພາຍໃນປະເທດຂອງຕົນອອກສູ່ ສາຍຕາສາກົນໄດ້ຮັບຮູ້ ແລະ ເຂົ້າ ໃຈໂດຍຜ່ານກິດຈະກໍາຕ່າງໆເຊັ່ນ: ງານວາງສະແດງອາຫານ-ເຄື່ອງ ດື່ມ, ການສະແດງສິລະປະວັດທະ ນະທໍາ, ວິທີປຸງແຕ່ງອາຫານທີ່ເປັນ ເອກະລັກຂອງແຕ່ລະຊາດ ແລະ ອື່ນໆ. ນອກນັ້ນ, ບັນດານັກສຶກສາ ຍັງໄດ້ໃຊ້ເວລາໃກ້ຊິດຕິດແທດກັນ ຫລາຍຂຶ້ນເພື່ອຄວາມສາມັກຄີຮັກ ແພງເຊິ່ງກັນ ແລະ ກັນຕື່ມອີກ. ສໍາລັບນັກສຶກສາລາວແມ່ນໄດ້ ນໍາເອົາອາຫານລາວແບບດັ້ງເດີມທີ່ ເປັນເອກະລັກ ຂອງຊາດເຊັ່ນ: ເຂົ້າ ໜຽວ, ລາບ, ຕໍາໝາກຫຸ່ງ ລວມ ທັງເຄື່ອງດື່ມປະເພດກາເຟລາວ, ເບຍລາວ ແລະ ອື່ນໆ ມາວາງສະ ແດງ ແລະ ເປີດໂອກາດໃຫ້ນັກທ່ອງ ທ່ຽວຊີມລົດຊາດອາຫານລາວ ແບບບໍ່ເສຍເງິນ (ຟຣີ), ຄຽງຄູ່ກັບ ບັນຍາກາດການດື່ມ-ກິນອາຫານທີ່ ແຕກຕ່າງຈາກຫລາຍຊາດນັ້ນນັກ ສຶກສາລາວຍັງໄດ້ຂຶ້ນເວທີສະແດງ ສິລະປະເປົ່າແຄນ, ຟ້ອນ ແລະ ຮ້ອງ ເພງລາວກັບການນຸ່ງຖືຊຸດປະຈຳ ຊາດລາວ ທີ່ໜ້າອອນຊອນ ເຊິ່ງສາ ມາດດຶງດູດສາຍຕານັກສຶກສານາໆ ຊາດ ແລະ ນັກທ່ອງທ່ຽວເປັນພິເສດ. ທ່ານ ລັດດາພອນ ທໍາມະວົງ, ນັກສຶກສາປີ 3, ປະລິນຍາໂທສາຂາ ບໍລິຫານທຸລະກິດທີ່ມະຫາວິທະຍາ ໄລວິທະຍາສາດ ແລະ ເຕັກໂນໂລ ຊີປັກກິ່ງ ໃຫ້ຮູ້ວ່າ: ກິດຈະກໍາແລກ ປ່ຽນວັດທະນະທໍາຂອງນັກສຶກສາ ຕ່າງປະເທດໃນປັກກິ່ງນີ້ແມ່ນຈັດ ຂຶ້ນທຸກໆປີ ໃນນັ້ນແຕ່ລະປະເທດ ຈະນຸ່ງຖືຊຸດປະຈໍາຊາດ, ນໍາເອົາ ອາຫານປະເພດຕ່າງໆທີ່ເປັນເອກະ ລັກຂອງໃຜມັນ ແລະ ສະແດງສິລະ ປະ-ວັດທະນະທໍາ ຜ່ານການຮ້ອງ ຂປລ. ເນື່ອງໃນໂອກາດວັນການ ທູດລາວ ວັນທີ 12 ຕຸລາ 1945 ແມ່ນ ເປັນວັນດຽວກັບວັນປະກາດເອກະ ລາດໂຮມລາວ ທີ່ເຮັດໃຫ້ປະຊາຄົມ ໂລກ ຮັບຮູ້ເຖິງຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບ ຖ້ວນຂອງປະເທດລາວ; ເປັນວັນແຫ່ງ ຄວາມພາກພູມໃຈຂອງປະຊາຊົນລາວ ບັນດາເຜົ່າ ກໍຄື ວັນປະກາດເອກະລາດ ຄັ້ງທໍາອິດຂອງປະເທດລາວ ເຊິ່ງເປັນ ການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ສາ ກົນຮັບຮູ້ຄວາມເປັນເອກະລາດຂອງ ລາວ ທີ່ບໍ່ເຄີຍຖືກຮັບຮູ້ຈາກສາກົນມາ ເປັນເວລາຫລາຍຮ້ອຍປີ, ເນື່ອງຈາກ ໄດ້ຕົກເປັນຫົວເມືອງຂຶ້ນຂອງພວກ ຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາ ລັງປະກອບອາວຸດບວກກັບການຕໍ່ສູ້ ທາງການເມືອງ, ຄວາມສາມັກຄີຕໍ່ສູ້ ສັດຕູໂຕດຽວກັນຂອງສາມຊາດອິນດູ ຈີນ ແມ່ນແບບຢ່າງທີ່ຫາໄດ້ຍາກໃນ ປະຫວັດສາດການພົວພັນສາກົນຂອງ ໂລກ. ເຫດການວັນທີ 12 ຕຸລາ ມັນໄດ້ ສ່ອງແສງເຖິງຄວາມສະຫລາດສ່ອງ ໃສ ໃນການນໍາພາການຕໍ່ສູ້ ຂອງການ ນໍາລາວເຮົາຮຸ່ນກ່ອນໆ ທີ່ມີຈິດໃຈຮັກ ຊາດ ຮັກຄວາມເປັນເອກະລາດ ຕໍ່ສູ້ ເພື່ອປົດປ່ອຍປະເທດຊາດອອກຈາກ ແອກປົກຄອງຂອງພວກຮຸກຮານຕ່າງ ຊາດ ເຊິ່ງປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ແມ່ນແກນ ນໍາລາວຮຸ່ນບຸກເບີກໃຫ້ແກ່ວຽກງານ ການທູດລາວເຮົາ. ພາຍຫລັງປະກາດເອກະລາດໂຮມ ລາວ ໃນວັນທີ 12 ຕຸລາ 1945, ລັດຖະ ບານລາວອິດສະຫລະ ໄດ້ປະກາດນະ ໂຍບາຍ12ຂໍ້ ເຊິ່ງໃນນັ້ນຂໍ້ທີ10ແມ່ນ ເວົ້າເຖິງວຽກງານການຕ່າງປະເທດ ທີ່ກໍານົດເອົານະໂຍບາຍການຕ່າງປະ ເທດ ອັນທໍາອິດຂອງລັດຖະບານລາວ ອິດສະຫລະ ຄື: “ຜູກມິດກັບທຸກປະເທດ (ເນື່ອງໃນໂອກາດ ຄົບຮອບ 80 ປີ ວັນການທູດລາວ 12 ຕຸລາ 1945 -12 ຕຸລາ 2025) ທີ່ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ ບົນ ພື້ນຖານຫລັກການສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”. ນັບແຕ່ນັ້ນມາ, ວຽກງານການຕ່າງປະ ເທດ ກໍເປັນຂະແໜງການໜຶ່ງທີ່ມີບົດ ບາດສໍາຄັນ ທີ່ຕິດພັນກັບຂະບວນການ ຕໍ່ສູ້ກູ້ຊາດກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສະ ນັ້ນ,ໃນປີ2013,ລັດຖະບານຈຶ່ງໄດ້ຕົກ ລົງເຫັນດີກໍານົດເອົາວັນທີ12ຕຸລາເປັນ ວັນການທູດລາວ ຢ່າງເປັນທາງການ. ນັບຕັ້ງແຕ່ອະດີດເຖິງປັດຈຸບັນ, ນະ ໂຍບາຍການຕ່າງປະເທດຂອງລາວ ເຮົາ ແມ່ນຖືກກໍານົດອອກຢ່າງຖືກຕ້ອງ ແລະສອດຄ່ອງ ໃນແຕ່ລະຍຸກແຕ່ລະສະ ໄໝ ເພື່ອຮັບໃຊ້ການເຄື່ອນໄຫວການ ທູດແບບພາວະວິໄສ ກໍຄື ຖືກກັບສະ ພາບພາຍໃນປະເທດ, ພາກພື້ນແລະສາ ກົນ ເພື່ອຍາດແຍ່ງເອົາຜົນປະໂຫຍດສູງ ສູດມາໃຫ້ປະເທດຊາດ. ໃນໄລຍະຕໍ່ສູ້ ກູ້ຊາດ, ວຽກງານການທູດ ແມ່ນຕິດ ພັນກັບປະຊາຊົນ ຫລື ເອີ້ນວ່າ ການທູດ ປະຊາຊົນ ເຊິ່ງການນໍາຮຸ່ນກ່ອນໄດ້ນໍາ ໃຊ້ ເພື່ອຂົນຂວາຍ ແລະ ປຸກລະດົມນໍ້າ ໃຈຮັກຊາດຂອງປະຊາຊົນລາວບັນດາ ເຜົ່າ ບົນພື້ນຖານການຕິດພັນກັບປະຊາ ຊົນຢ່າງແທ້ຈິງຈົນເຮັດໃຫ້ສາມາດເຕົ້າ ໂຮມປະຊາຊົນ ເພື່ອລຸກຮືຂຶ້ນຕໍ່ສູ້ຕ້ານ ຈັກກະພັດຜູ້ຮຸກຮານ ແລະ ຈົນໃນທີ່ສຸດ ກໍສາມາດສະຖາປະນາ ເປັນປະເທດສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໃນວັນທີ 2 ທັນວາ 1975 ຢ່າງ ເປັນທາງການ ແລະ ເຮັດໃຫ້ທົ່ວໂລກ ໄດ້ຮັບຮູ້ ສປປ ລາວ ມາເຖິງປັດຈຸບັນ. ການປະຕິບັດນະໂຍບາຍການຕ່າງປະ ເທດ ໄດ້ແບ່ງອອກເປັນແຕ່ລະໄລຍະ ສໍາຄັນ ຄື: ໄລຍະປີ 1945-1955: ພາຍຫລັງ ໄດ້ມີການປະກາດເອກະລາດໂຮມ ລາວ ຄັ້ງທໍາອິດ, ລັດຖະບານລາວອິດ ສະຫລະ ໄດ້ສືບຕໍ່ນໍາໃຊ້ຮູບການຕໍ່ສູ້ ທາງດ້ານການເມືອງເປັນເຄື່ອງມືອັນ ສໍາຄັນ ແລະ ແຫລມຄົມ ເພື່ອເຮັດໜ້າທີ່ ຍູ້ໜູນໃຫ້ການຕໍ່ສູ້ດ້ວຍກໍາລັງປະກອບ ອາວຸດ ໄດ້ຮັບໄຊຊະນະເປັນກ້າວໆມາ, ການທູດໃນການຕໍ່ສູ້ຕ້ານພວກລ່າ ເມືອງຂຶ້ນຝຣັ່ງອີກຄັ້ງໃໝ່ ໄດ້ດໍາເນີນ ໄປຢ່າງດຸເດືອດ, ຝ່າຍແນວລາວອິດສະ ຫລະໄດ້ຮ່ວມສໍາພັນຢ່າງແໜ້ນແຟ້ນ ກັບປະຊາຊົນຫວຽດນາມ ແລະ ກໍາປູ ເຈຍ ສ້າງຕັ້ງ “ແນວພັນທະພາບ ລາວ- ຫວຽດນາມ-ກໍາປູເຈຍ” ໃນປີ 1951 ເພື່ອຮ່ວມກັນປຶກສາຫາລືຮອບດ້ານ ໃນການປະຕິວັດຊາດ ແລະ ເປັນສ່ວນ ໜຶ່ງຂອງຂະບວນສັນຕິພາບໂລກ ບົນ ຫລັກການ “ສະໝັກໃຈ, ສະເໝີພາບ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ແລະ ເຄົາ ລົບອະທິປະໄຕຂອງກັນ”. ສິ່ງນີ້ຖືເປັນ ການດໍາເນີນນະໂຍບາຍການທູດຂອງ ລາວຢ່າງຖືກຕ້ອງ ໂດຍສົມທົບກັບປະ ເທດອ້າຍນ້ອງອິນດູຈີນ ໃນການຕໍ່ສູ້ ຕ້ານຈັກກະພັດໂຕດຽວກັນພ້ອມທັງໄດ້ ເຄື່ອນໄຫວໂຄສະນາຂົນຂວາຍຍາດ ແຍ່ງເອົາຄວາມເຫັນໃຈຈາກຊາວໂລກ ເພື່ອກົດດັນ ແລະ ຕໍ່ຕ້ານອິດທິກໍາລັງ ຈັກກະພັດລ່າເມືອງຂຶ້ນຜູ້ຮຸກຮານບວກ ກັບການຮ່ວມສໍາພັນສູ້ຮົບຂອງ 3 ຊາດ ໃນອິນດູຈີນ ຈົນເຮັດໃຫ້ຝຣັ່ງຍອມເຊັນ ສັນຍາເຊີແນວ ໃນປີ 1954 ໂດຍໄດ້ ຮັບຮູ້ຄວາມເປັນເອກະລາດ, ອະທິປະ ໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ປະເທດລາວ, ຫວຽດນາມ ແລະ ກໍາປູ ເຈຍ, ພ້ອມທັງໄດ້ນໍາໄປສູ່ການສ້າງຕັ້ງ ພັກປະຊາຊົນລາວ ໃນປີ 1955. ໄລຍະປີ 1955-1975: ສະຖານະ ການທາງການເມືອງຢູ່ລາວ ໄດ້ຜັນ ປ່ຽນໄປໃນເງື່ອນໄຂໃໝ່ ສະພາບການ ຫົວລ້ຽວຫົວຕໍ່ນີ້ ຈາກການຕໍ່ສູ້ດ້ວຍ ກໍາລັງອາວຸດໄປສູ່ການເຈລະຈາທາງ ການເມືອງ ແລະ ການທູດ. ໃນໄລຍະນີ້ ລັດຖະບານລາວອິດສະຫລະ ຫລື ແນວ ລາວອິດສະຫລະ ໄດ້ຈັດຕັ້ງກອງປະຊຸມ ໃຫຍ່ຜູ້ແທນລາວຕໍ່ຕ້ານທົ່ວປະເທດ ໃນ ວັນທີ 13 ສິງຫາ 1950 ແລະ ໄດ້ປະ ກາດໂຄງການການເມືອງ 12 ຂໍ້ ເຊິ່ງ ໃນນັ້ນ ໄດ້ກໍານົດແນວທາງການຕ່າງ ປະເທດ ອັນທໍາອິດຂອງລັດຖະບານ ລາວອິດສະຫລະຄື: “ຜູກມິດກັບທຸກປະ ເທດ ທີ່ເຄົາລົບເອກະລາດ, ອະທິປະ ໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ລາວ ບົນພື້ນຖານຫລັກການສະເໝີ ພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະ ໂຫຍດ”. ຈຸດປະສົງແມ່ນເພື່ອຍາດແຍ່ງ ການສະໜັບສະໜູນຊ່ວຍເຫລືອທາງ ດ້ານວັດຖຸ ແລະ ຈິດໃຈ ຈາກບັນດາປະ ເທດສັງຄົມນິຍົມ ແລະ ຂະບວນການ ກ້າວໜ້າໃນໂລກ ເພື່ອສົ່ງເສີມຂະບວນ ການຕໍ່ສູ້ເພື່ອສັນຕິພາບ, ເອກະລາດ ແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມ ກ້າວໜ້າທາງສັງຄົມ ຈົນກ້າວໄປສູ່ ການລຸກຮືຂຶ້ນຢຶດອໍານາດແບບ “ບົວບໍ່ ໃຫ້ຊໍ້ານໍ້າບໍ່ໃຫ້ຂຸ່ນ” ດ້ວຍ 3 ບາດຄ້ອນ ຍຸດທະສາດໂຄ່ນລົ້ມລະບອບລາຊາ ທິປະໄຕ ແລ້ວສະຖາປະນາປະເທດ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນ ທີ 2 ທັນວາ 1975, ເປີດສັງກາດໃໝ່ ແຫ່ງຄວາມເປັນເອກະລາດແຫ່ງຊາດ ເປັນເຈົ້າຕົນເອງຂອງປະຊາຊົນບັນດາ ເຜົ່າ ພາຍໃຕ້ການນໍາພາຂອງພັກປະ ຊາຊົນປະຕິວັດລາວ. ໄລຍະປີ 1975-1985: ພາຍຫລັັງ ປະເທດຊາດໄດ້ຮັບການປົດປ່ອຍ, ພັກ ແລະ ລັດຖະບານເຮົາ ໄດ້ສືບຕໍ່ນໍາພາ ປະຊາຊົນຮໍາບາດແຜສົງຄາມ, ສ້າງ ບັນດາປະຖົມປັດໄຈພື້ນຖານໃຫ້ແກ່ ການປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ໂດຍໄດ້ກໍານົດແນວ ທາງການຕ່າງປະເທດ ຄື: “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ບໍ່ຮ່ວມ ກຸ່ມ” ແນໃສ່ປົກປັກຮັກສາ ແລະ ສ້າງ ສາປະເທດຊາດ, ຍາດເອົາການສະໜັບ ສະໜູນ ແລະ ຊ່ວຍເຫລືອຈາກປະເທດ ເພື່ອນມິດທີ່ຮັກຫອມສັນຕິພາບ ເພື່ອ ສ້າງປະຖົມປັດໄຈໃຫ້ແກ່ການສ້າງສາ ແລະ ພັດທະນາປະເທດຊາດຕາມເສັ້ນ ທາງສັງຄົມນິຍົມ. ມາຮອດປີ 1982 ສະພາບການຂອງໂລກມີການຜັນແປ, ກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ ຈຶ່ງ ໄດ້ກໍານົດແນວທາງການຕ່າງປະເທດ ໃໝ່ຄື: “ສັນຕິພາບ, ເອກະລາດ, ມິດຕະ ພາບແລະ ສັງຄົມນິຍົມ” ເພື່ອເພີ່ມທະວີ ການຮ່ວມມືກັບປະເທດວົງຄະນາຍາດ ສັງຄົມນິຍົມ, ບັນດາປະເທດບໍ່ຮ່ວມກຸ່ມ, ປະເທດເພື່ອນມິດອື່ນໆ ລວມທັງບັນດາ ອົງການຈັດຕັ້ງສາກົນຕ່າງໆ ແລະ ເພື່ອ ຍາດແຍ່ງເອົາການສະໜັບສະໜູນຈາກ ບັນດາຂະບວນການປະຕິວັດ ແລະ ປະ ຊາຊົນທີ່ຮັກຫອມສັນຕິພາບ ແລະ ຄວາມເປັນທໍາໃນໂລກ ເພື່ອເອກະລາດ ແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມ ກ້າວໜ້າທາງສັງຄົມຢູ່ໃນໂລກ. ໄລຍະປີ 1986-2015: ສະພາບ ການຂອງໂລກໄດ້ມີການຜັນແປຢ່າງ ສັບສົນ ແລະ ໄວວາ ສົ່ງຜົນໃຫ້ຂະບວນ ການເຄື່ອນໄຫວການທູດຂອງ ສປປ ລາວ ຕ້ອງຍິ່ງເພີ່ມທະວີການເປີດ ກວ້າງການພົວພັນແລະຮ່ວມມືກັບຕ່າງ ປະເທດ ພ້ອມທັງເປັນເຈົ້າການ ແລະ ລິເລີ່ມການປະຕິບັດແນວທາງການ ປ່ຽນແປງໃໝ່ ຫລື ຈິນຕະນາການໃໝ່ ຂອງພັກເຮົາ ເຊິ່ງກອງປະຊຸມໃຫຍ່ ຄັ້ງ ທີ IV ຂອງພັກ ໃນປີ 1986 ຈຶ່ງໄດ້ກໍາ ນົດແນວທາງການຕ່າງປະເທດຢ່າງ ຈະແຈ້ງຄື:“ສັນຕິພາບ,ເອກະລາດ,ມິດ ຕະພາບ ແລະ ການຮ່ວມມື”, ໂດຍຖືສໍາ ຄັນ ແລະ ເພີ່ມທະວີບໍ່ຢຸດຢັ້ງ ໃນການຮັດ ແໜ້ນຄວາມສາມັກຄີ ແລະ ການພົວ ພັນຮ່ວມມືຮອບດ້ານກັບປະເທດເພື່ອນ ມິດຍຸດທະສາດ ພ້ອມທັງສືບຕໍ່ເປີດ ກວ້າງ ແລະ ຂະຫຍາຍການພົວພັນກັບ ທຸກໆປະເທດໃນໂລກ ບົນພື້ນຖານ 5 ຫລັກການຢູ່ຮ່ວມກັນໂດຍສັນຕິ ແລະ ແນໃສ່ສ້າງສະພາບແວດລ້ອມພາຍ ນອກ ທີ່ເອື້ອອໍານວຍໃຫ້ແກ່ການປະຕິ ບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ. ຄຽງຄູ່ກັບການເປີດກວ້າງການ ພົວພັນສອງຝ່າຍກັບນາໆປະເທດແລ້ວ, ສປປ ລາວ ຍັງໄດ້ເຄື່ອນໄຫວຢ່າງຫ້າວ ຫັນໃນວຽກງານການທູດຫລາຍຝ່າຍ. ອັນພົ້ນເດັ່ນແມ່ນການເຂົ້າເປັນສະມາ ຊິກອາຊຽນຂອງ ສປປ ລາວ ໃນວັນທີ 23 ກໍລະກົດ 1997 ເຊິ່ງໄດ້ກາຍເປັນ ຂີດໝາຍໃໝ່ ໃນການພົວພັນຮ່ວມມື ດ້ວຍຄຸນນະພາບໃໝ່ແລະ ການເຂົ້າໄປ ມີບົດບາດໃນອົງການຈັດຕັ້ງພາກພື້ນ ພ້ອມທັງໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຂະບວນການສ້າງປະຊາຄົມ ອາຊຽນ. ນອກຈາກນັ້ນ, ສປປ ລາວ ຍັງໄດ້ເຂົ້າເປັນສະມາຊິກອົງການການ ຄ້າໂລກ ໃນວັນທີ 2 ກຸມພາ 2013. ໄລຍະ 2015-ປັດຈຸບັນ: ສະພາບ ການຂອງໂລກໄດ້ມີການຜັນແປຢ່າງ ໄວວາ, ສະຫລັບສັບຊ້ອນ, ມີຄວາມເລິກ ແລບກວ່າເກົ່າແລະຄາດຄະເນໄດ້ຍາກ, ສປປລາວ ເປັນປະເທດນ້ອຍແຕ່ກໍໄດ້ມີ ການເຄື່ອນໄຫວການທູດຢ່າງຕັ້ງໜ້າ, ມີພິບໄຫວ ແລະ ມີຍຸດທະສາດ ໂດຍສືບ ຕໍ່ຍຶດໝັ້ນນະໂຍບາຍການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືແບບສະເໝີຕົ້ນສະ ເໝີປາຍ” ຕາມທິດນໍາ ເພີ່ມມິດຫລຸດ ຜ່ອນສັດຕູ ໂດຍນໍາໃຊ້ “ການທູດປ້ອງ ກັນເຫດ ແລະ ບຸກທະລຸ” ເປີດກວ້າງ ການຮ່ວມມືແບບຫລາຍທິດ, ຫລາຍ ຝ່າຍ, ຫລາຍລະດັບ, ຫລາຍຮູບແບບ ແລະຫລາຍສີສັນທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເຊິ່ງສາມາດຍາດ ໄດ້ຜົນສໍາເລັດໃນການເຄື່ອນໄຫວທາງ ການທູດຢ່າງເປັນຮູບປະທໍາຫລາຍ ດ້ານ. ອັນພົ້ນເດັ່ນແມ່ນ ສປປ ລາວ ສາມາດຮັກສາບັນຍາກາດການພົວພັນ ອັນດີກັບປະເທດເພື່ອນມິດຍຸດທະສາດ, ປະເທດເພື່ອນມິດໃກ້ຄຽງ, ບັນດາປະ ເທດໃຫຍ່ ແລະ ປະເທດຄູ່ຮ່ວມພັດທະ ນາອື່ນໆ ໃນລະດັບປົກກະຕິແບບຕ່າງ ຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ສາ ມາດຂົນຂວາຍແລະຍາດແຍ່ງການສະ ໜັບສະໜູນ, ການຮ່ວມມື ແລະ ການ ຊ່ວຍເຫລືອຈາກສາກົນ ເຊິ່ງກາຍເປັນ ກໍາລັງແຮງສະໜັບສະໜູນ ໃຫ້ແກ່ການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມທັງເປັນການປະກອບສ່ວນ ເຂົ້າໃນການສ້າງສະພາບແວດລ້ອມ ພາຍນອກທີ່ເອື້ອອໍານວຍໃຫ້ແກ່ການ ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ກໍຄື ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະ ພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ໃນໂລກ. ມາຮອດປັດຈຸບັນ ສປປ ລາວ ໄດ້ມີ ການພົວພັນການທູດກັບ 151 ປະເທດ ໃນໂລກ; ມີສາຍພົວພັນກັບ 145 ພັກ ການເມືອງ ຈາກ 82 ປະເທດ, ຮ່ວມມື ກັບ3ອົງການຈັດຕັ້ງສາກົນແລະ ພາກ ພື້ນຂອງພັກການເມືອງໃນໂລກ, ມີ 20 ສະມາຄົມມິດຕະພາບກັບຕ່າງປະ ເທດ ແລະ 1 ຄະນະສັນຕິພາບ ແລະ ສາ ມັກຄີລາວກັບຕ່າງປະເທດ; ມີສໍານັກ ງານຜູ້ຕາງໜ້າ ແຫ່ງສປປລາວປະຈໍາ ຢູ່ຕ່າງປະເທດ ຈໍານວນ 41 ແຫ່ງ, ໃນ ນັ້ນ ມີສະຖານເອກອັກຄະລັດຖະທູດ ຈໍານວນ 27 ແຫ່ງ, ສໍານັກງານຜູ້ຕາງ ໜ້າຖາວອນຈໍານວນ 3 ແຫ່ງ, ສະຖານ ກົງສຸນໃຫຍ່ ຈໍານວນ 10 ແຫ່ງ ແລະ ຫ້ອງການກົງສຸນຈໍານວນ1ແຫ່ງແລະ ມີສໍານັກງານຜູ້ຕາງໜ້າຂອງຕ່າງປະ ເທດ ປະຈໍາຢູ່ ສປປ ລາວ ຈໍານວນ 33 ແຫ່ງ, ໃນນັ້ນ ມີສະຖານເອກອັກຄະລັດ ຖະທູດ ຈໍານວນ 27 ແຫ່ງ ແລະ ກົງສຸນ ໃຫຍ່ ຈໍານວນ 6 ແຫ່ງ; ມີກົງສຸນກິດຕິ ມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ ຈໍານວນ 24 ແຫ່ງ ໃນ 18 ປະເທດ, ກົງສຸນກິດຕິມະສັກຂອງຕ່າງປະເທດ ຢູ່ ສປປ ລາວ ຈໍານວນ 18 ແຫ່ງ; ມີ ດ່ານສາກົນ ຈໍານວນ 34 ແຫ່ງ ແລະ ມີການພົວພັນດ້ານການຄ້າກັບຫລາຍ ກວ່າ 60 ປະເທດໃນໂລກ. ເພງ, ຟ້ອນ ແລະ ອື່ນໆ. ທ່ານ ລັດດາພອນ ຍັງເວົ້າຕື່ມ ວ່າ: ການມາຮຽນຢູ່ຈີນ ເພື່ອຢາກ ຍົກລະດັບຄວາມຮູ້ຄວາມສາມາດ ຂອງຕົນເອງ, ເພີ່ມຄວາມຮູ້ທາງ ດ້ານພາສາຈີນ ເພື່ອນຳໃຊ້ໃນໜ້າ ທີ່ວຽກງານ; ການຮຽນການສອນ ຂອງຈີນແມ່ນເນັ້ນໃສ່ນັກສຶກສາ ເປັນສູນກາງໂດຍໃຫ້ນັກສືກສາມີ ສ່ວນຮ່ວມໃນການຄົ້ນຄວ້າ, ແລກ ປ່ຽນຄວາມຄິດເຫັນ; ອາຈານແມ່ນ ມີຄວາມເອົາໃຈໃສ່ນັກສຶກສາລາວ ເປັນຢ່າງດີ ໃຫ້ຄຳປືກສາ ແລະ ຊ່ວຍ ເຫລືອໃນດ້ານການຮຽນ, ການໃຊ້ ຊີວິດ; ສຳລັບຂ້າພະເຈົ້າແມ່ນມີ ຄວາມສະດວກສະບາຍຫລາຍບໍ່ວ່າ ຈະເປັນການເດີນທາງ, ບ່ອນພັກ ເຊົາ ແລະ ອາຫານ ບໍ່ຄ່ອຍມີບັນຫາ ຫຍັງໂດຍລວມແມ່ນດີ; ຈີນ ເປັນ ປະເທດທີ່ມີການພັດທະນາຢ່າງ ກ້າວກະໂດດ ແລະ ເຕີບໂຕໄວ, ຫລັກ ສູດການຮຽນແມ່ນນຳໃຊ້ກົນລະ ຍຸດຈາກສະພາບແວດລ້ອມໂຕຈິງ ຂອງປະເທດ ມາໃຊ້ໃນການຄົ້ນ ຄວ້າ; ດ້ານຄົມມະນາຄົມ ແມ່ນມີ ຄວາມສະດວກສະບາຍຫລາຍ ແລະ ປະເທດຈີນ ເປັນປະເທດໜຶ່ງທີ່ມີ ຄວາມປອດໄພທີ່ສຸດ.

RkJQdWJsaXNoZXIy MTc3MTYxMQ==