7128

ສປປ ລາວ... @ 0j k; c]t gsfdko 02/10/2025 xtgmf]k; lkmk]tot]a f xt-kmy xtw8 xt-k-q o]k; \A opn oK ຮອງປະທານປະເທດ ຕ້ອນຮັບ... ຮອງປະທານປະເທດ ເນັ້ນໃຫ້... ສປປ ລາວ ຫັນທ່າແຮງ... ຫວ່າງປະຊາຊົນສອງຊາດ ໃຫ້ນັບ ມື້ແໜ້ນແຟ້ນຍິ່ງໆຂຶ້ນ, ທັງເປັນ ການປະກອບສ່ວນສົ່ງເສີມການພັດ ທະນາເສດຖະກິດ-ສັງຄົມຂອງ ສອງປະເທດ ໃຫ້ຈະເລີນຮຸ່ງເຮືອງ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໃນຕອນ ທ້າຍ, ທ່ານຮອງປະທານປະເທດ ໄດ້ອວຍພອນໃຫ້ທ່ານທູດຈົ່ງປະສົບ ຜົນສຳເລັດໃນການປະຕິບັດໜ້າທີ່ ວຽກງານອັນໃໝ່ ແລະ ເດີນທາງ ກັບຄືນປະເທດດ້ວຍຄວາມສະຫວັດ ດີພາບ. ໃນຂະນະດຽວກັນ, ທ່ານ ນາງ ມໍຣະກົດ ສີສະຫວັດ ກໍໄດ້ສະ ແດງຄວາມຂອບໃຈເປັນຢ່າງສູງຕໍ່ ລັດຖະບານລາວ ແລະ ປະຊາຊົນ ລາວທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືອ ແລະ ອໍານວຍຄວາມ ສະດວກເປັນຢ່າງດີຕະຫລອດໄລຍະ ການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດອັນຈົບ ງາມ. ພ້ອມນີ້, ກໍໄດ້ສະແດງຄວາມ ຍິນດີຈະສືບຕໍ່ເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມມື ອັນດີລະຫວ່າງສອງປະເທດ ໄທລາວ ໃຫ້ນັບມື້ໄດ້ຮັບການຍົກລະດັບ. ໃນໂອກາດດຽວກັນ, ທ່ານ ນາງ ມໍຣະກົດ ສີສະຫວັດ ກໍໄດ້ເຂົ້າຢ້ຽມ ຂໍ່ານັບອຳລາທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສໍາ ນັກງານປະທານປະເທດ ໃນໂອ ກາດສໍາເລັດການປະຕິບັດໜ້າທີ່ ການທູດຢູ່ ສປປ ລາວ ຕື່ມອີກ. ຂ່າວ: ກິດຕາ; ພາບ: ຫໍຄຳ ຫຍໍ້ທໍ້ຕ່າງໆໃນສັງຄົມ ແລະ ບັນ ຫາອື່ນໆ ໃຫ້ມີການຫັນປ່ຽນຕົວ ຈິງ ເພື່ອນໍາພາແຂວງຄໍາມ່ວນ ສືບ ຕໍ່ກ້າວຂຶ້ນຢ່າງໜັກແໜ້ນໃນຊຸມປີ ຕໍ່ໜ້າ. ສະຫາຍ ບຸນທອງ ຈິດມະນີ ຍັງ ເນັ້ນໃຫ້ແຂວງຄຳມ່ວນ ຕັ້ງໜ້າຜັນ ຂະຫຍາຍ ມະຕິ 4 ຂອງກົມການ ເມືອງສູນກາງພັກ ວ່າດ້ວຍການ ສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງໃນໄລຍະໃໝ່ ໃຫ້ເຂົ້າ ສູ່ລວງເລິກ, ດ້ວຍການຂຸດຄົ້ນທ່າ ແຮງ, ຄວາມສາມາດບົ່ມຊ້ອນຂອງ ແຂວງ. ໃນນີ້, ໃຫ້ເອົາໃຈໃສ່ປັບປຸງ ໂຄງປະກອບກະສິກໍາບາງດ້ານໃຫ້ ທັນສະໄໝ, ສີຂຽວ ແລະ ຍືນຍົງ, ສ້າງມູນຄ່າຜະລິດຕະພັນກະສິກໍາ ໃຫ້ສູງຂຶ້ນ; ສຸມໃສ່ການພັັດທະນາ ອຸດສາຫະກໍາ ແລະ ການບໍລິການ ຫັນເປັນທັນສະໄໝ ເທື່ອລະກ້າວ; ສູ້ຊົນສ້າງແຫລ່ງລາຍຮັບໃໝ່ທີ່ເຂັ້ມ ແຂງ-ໝັ້ນຄົງ, ທັງຄຸ້ມຄອງ ແລະ ຈັດເກັບລາຍຮັບເຂົ້າງົບປະມານໃຫ້ ບັນລຸຕາມແຜນ ຫລື ລື່ນແຜນການ ທີ່ກຳນົດໄວ້; ພັດທະນາເມືອງທ່າ ແຂກ ໃຫ້ເປັນເທສະບານແຂວງທີ່ ເຂັ້ມແຂງຮອບດ້ານ, ເປັນໃຈກາງ ການບໍລິການທາງຜ່ານເຊື່ອມໂຍງ ເສດຖະກິດການຄ້າຕາມແລວເສດ ຖະກິດຕາເວັນອອກ-ຕາເວັນຕົກ ໄປພ້ອມກັບການພັດທະນາເຂດ ເສດຖະກິດພິເສດຂອງແຂວງໃຫ້ ຂະຫຍາຍຕົວຂຶ້ນຢ່າງຕັ້ງໜ້າ; ຍົກ ລະດັບການພັດທະນາພື້ນຖານໂຄງ ລ່າງເປັນຕົ້ນເສັ້ນທາງ-ຂົວໃຫ້ໄດ້ ມາດຕະຖານ; ປັບປຸງລະບົບບໍລິ ການ ໂດຍຫັນໄປສູ່ທັນສະໄໝ ໂດຍ ສະເພາະທະນາຄານ ແລະ ສະຖາ ບັນການເງິນຕ່າງໆ; ສົ່ງເສີມການ ລົງທຶນຂອງທຸກພາກສ່ວນເສດຖະ ກິດໃຫ້ແຂງແຮງກວ່າເກົ່າ, ສ້າງ ໃຫ້ມີເສດຖະກິດຮ່ວມໝູ່ຂອງປະຊາ ຊົນ ຫລື ສະຫະກອນ; ສູ້ຊົນແກ້ໄຂ ຄວາມຫລຸດໂຕນກັນລະຫວ່າງການ ພັດທະນາຕົວເມືອງກັບຊົນນະບົດ ໃຫ້ໄດ້ເທື່ອລະກ້າວ ໂດຍຕິດພັນກັບ ການຈັດສັນພູມລໍາເນົາ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນເປັນ ຕົ້ນຢູ່ເຂດຊົນເຜົ່າຫ່າງໄກສອກ ຫລີກ; ສຸມໃສ່ພັດທະນາສະຖານທີ່ ທ່ອງທ່ຽວ ແລະ ລະບົບການບໍລິ ການຕ່າງໆໃຫ້ເຊື່ອມໂຍງກັບບັນ ດາແຂວງ ແລະ ປະເທດໃກ້ຄຽງ. ສ້າງເມືອງ ແລະ ບາງຫົວໜ່ວຍວິ ຊາການໃຫ້ກຸ້ມຕົນເອງທາງດ້ານ ງົບປະມານ, ສູ້ຊົນສ້າງເມືອງເປັນ ຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ປະກາດເມືອງພົ້ນທຸກໃຫ້ໄດ້ຕາມ ແຜນວາງໄວ້. ພ້ອມນີ້, ສະຫາຍຮອງປະທານ ປະເທດ ຍັງເນັ້ນໃຫ້ສືບຕໍ່ປະຕິບັດ ຍຸດທະສາດດ້ານການສຶກສາ , ພັດທະນາຊັບພະຍາກອນມະນຸດ, ພັດທະນາສີມືແຮງງານ-ສ້າງ ວຽກເຮັດງານທໍາ ແລະ ຝຶກອົບ ຮົມວິຊາຊີບຕ່າງໆໃຫ້ຊາວຜູ້ອອກ ແຮງງານ; ເອົາໃຈໃສ່ຍົກສູງລະ ດັບການບໍລິການດ້ານສາທາລະນະ ສຸກ ໃຫ້ທົ່ວເຖິງ ແລະ ມີຄຸນນະ ພາບ, ຄວບຄຸມໃຫ້ໄດ້ການລະບາດ ພະຍາດຕ່າງໆແນໃສ່ເຮັດໃຫ້ພົນ ລະເມືອງມີສຸຂະພາບແຂງແຮງ; ອະນຸລັກຮັກສາ ແລະ ພັດທະນາ ວັດທະນະທຳອັນດີງາມຂອງຊາດ ຂອງທ້ອງຖິ່ນໃຫ້ຍືນຍົງ, ປົກປັກ ຮັກສາ ແລະ ສົ່ງເສີມຄຸນຄ່າມໍລະດົກ ທາງດ້ານວັດທະນະທຳ ແລະ ທໍາມະ ຊາດໃຫ້ຍືນຍົງ. ສຳລັບທິດທາງລວມໃນການ ນໍາພາ-ຊີ້ນໍາພັດທະນາແຂວງຮອດ ປີ 2030, ສະຫາຍຮອງປະທານ ປະເທດ ເນັ້ນໃຫ້ຍຶດໝັ້ນຍຸດທະສາດ ການພັດທະນາແຂວງຄຳມ່ວນ ເປັນ ຫົວໜ່ວຍຍຸດທະສາດທີ່ໜັກແໜ້ນ, ເປັນແຂວງຂະຫຍາຍຕົວທາງດ້ານ ການຜະລິດກະສິກຳ, ການບໍລິ ການ ແລະ ຫັນເປັນອຸດສາຫະກໍາ ທັນສະໄໝ ເທື່ອລະກ້າວຕາມທິດ ສ້າງເສດຖະກິດເອກະລາດເປັນເຈົ້າ ຕົນເອງໄປຄຽງຄູ່ກັບການປົກປັກ ຮັກສາສິ່ງແວດລ້ອມ ແລະ ລະບົບນິ ເວດໃຫ້ສົມບູນ ແລະ ຍືນຍົງ. ຂ່າວ: ທະນູທອງ ໄດ້ພົວພັນກັບຕ່າງປະເທດ ຈໍານວນ 151 ປະເທດ ມາເຖິງປັດຈຸບັນ, ມີ ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຈໍານວນ 41 ແຫ່ງ. ໃນນັ້ນ, ມີສະຖານທູດ 27 ແຫ່ງ, ພ້ອມທັງໄດ້ຍົກລະດັບ ການພົວພັນການທູດກັບບັນດາປະ ເທດທີ່ສໍາຄັນຈໍານວນໜຶ່ງ. ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ ໃນວັນທີ 27 ກັນຍາ 2025 ໂດຍມີບາງຕອນໃຫ້ຮູ້ວ່າ: 80 ປີຜ່ານມາ ວຽກງານການທູດ ລາວ ກໍຄື ການເຄື່ອນໄຫວວຽກງານ ການຕ່າງປະເທດ ໄດ້ຜ່ານຜ່າໄລຍະ ຕໍ່ສູ້ກູ້ຊາດ ເຊິ່ງພາຍຫລັງສະຖາ ປະນາ ສປປ ລາວ ກໍແມ່ນໄລຍະ ການທູດປ້ອງກັນເຫດ ເພື່ອບັນລຸ 2 ໜ້າທີ່ຍຸດທະສາດຂອງພັກ ກໍຄື ການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ຍ້ອນຜົນສໍາເລັດ ຂອງການທູດອັນສໍາຄັນແມ່ນການ ເຄື່ອນໄຫວດ້ານການທູດຂອງການ ນໍາຮຸ່ນກ່ອນ ຫລື ການທູດຂັ້ນສຸດ ຍອດທີ່ໄດ້ສ້າງສະພາບແວດລ້ອມ ໃຫ້ການຕໍ່ສູ້ກັບຈັກກະພັດຜູ້ຮຸກຮານ ໃນເມື່ອກ່ອນປະສົບຜົນສໍາເລັດ ແລະ ໄດ້ຮັບການສະໜັບສະໜູນຈາກ ປະເທດເພື່ອນມິດ ແລະ ຈາກບັນດາ ປະຊາຊົນທີ່ຮັກຫອມສັນຕິພາບໃນ ທົ່ວໂລກໃນເວລານັ້ນ. ໃນຕະຫລອດໄລຍະຜ່ານມາ, ອັນພົ້ນເດັ່ນກໍແມ່ນການເຄື່ອນໄຫວ ໃນຂອບອາຊຽນ ມີຄວາມຕັ້ງໜ້າ ໃນການເຄື່ອນໄຫວດ້ວຍຄວາມ ເປັນເຈົ້າການ. ໃນນັ້ນ, ສປປ ລາວ ເປັນປະເທດໜຶ່ງທີ່ບໍ່ມີຊາຍແດນຕິດ ກັບທະເລ, ແຕ່ໄດ້ມີຄວາມມຸ່ງໝັ້ນ ໃນການຫັນປະເທດໃຫ້ກາຍເປັນ ປະເທດເຊື່ອມຈອດ ແລະ ເຊື່ອມໂຍງ ໂດຍສອດຄ່ອງກັບຄໍາຂວັນຂອງອາ ຊຽນທີ່ ສປປ ລາວ ເປັນເຈົ້າພາບ ໃນປີ 2024 ຜ່ານມາ ຄື: “ເພີ່ມທະ ວີການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນ” ເພື່ອຢາກໃຫ້ ສປປ ລາວ ເຊື່ອມຈອດກັບພາກພື້ນ, ອັນນີ້ ສະແດງເຖິງວ່າ ເປັນການປະຕິບັດ ວຽກງານການຕ່າງປະເທດ ໄດ້ຮັບ ຜົນສໍາເລັດແທ້, ເຊິ່ງ ສປປ ລາວ ສາມາດຍາດໄດ້ການສະໜັບສະໜູນ ຈາກຫລາຍປະເທດ. ອັນສໍາຄັນ ໜຶ່ງໃນໂອກາດວັນການທູດລາວ ນີ້, ຈະໄດ້ພ້ອມກັນພັດທະນາ ເພື່ອ ເຮັດໃຫ້ ສປປ ລາວ ຫລຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາ ໃນປີ 2026 ທີ່ຈະມາເຖິງ ນີ້. ສັງຮວມແລ້ວ, ຜົນສໍາເລັດຂອງ ການເຄື່ອນໄຫວການທູດໃນໄລຍະ 80 ປີຜ່ານມາ ແມ່ນຕິດພັນກັບການ ສ້າງສາພັດທະນາປະເທດ ແລະ ຕິດ ພັນກັບແຜນພັດທະນາເສດຖະກິດສັງຄົມຂອງພັກ-ລັດເຮົາ ທີ່ເປັນອັນ ໜຶ່ງອັນດຽວບໍ່ສາມາດຕັດແຍກ ອອກຈາກກັນໄດ້. ສຳລັບປີ 2025 ໄດ້ມີການ ກະກຽມບັນດາກິດຈະກໍາສໍາຄັນ ເພື່ອສະເຫລີມສະຫລອງວັນດັ່ງ ກ່າວ ໂດຍການເຜີຍແຜ່ບົດຄວາມ, ການສ້າງຮູບເງົາສາລະຄະດີ, ການ ວາງສະແດງຮູບພາບ ແລະ ອັນ ສໍາຄັນແມ່ນການຂຽນປຶ້ມການທູດ 80 ປີ ໂດຍຈະປະມວນຄືນການ ເຄື່ອນໄຫວການທູດຕະຫລອດ ໄລຍະ 80 ປີ ເຊິ່ງຄິດວ່າຈະເປັນ ບັນດາທູຕານຸທູດ, ຄູ່ຮ່ວມພັດທະນາ, ຜູ້ຕາງໜ້າພາກເອກະຊົນ ແລະ ຜູ້ ຕາງໜ້າອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມ. ກອງປະຊຸມໄດ້, ທົບທວນການ ຈັດຕັ້ງປະຕິບັດກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການ ພັດທະນາ(ICPD), ນະໂຍບາຍ ແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາປີ 2019-2030 ແລະ ຜົນຂອງກອງປະຊຸມລະດັບ ຊາດ ວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ I ໃນປີ 2023 ເພື່ອສຸມໃສ່ການຈັດຕັ້ງປະຕິບັດ ທ້າຍສະໄໝຂອງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX(2021-2025), ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (20262030) ແລະ ແຜນດໍາເນີນງານ ການພັດທະນາປະຊາກອນສໍາລັບ ສປປ ລາວ (2025-2030). ໃນກອງປະຊຸມ ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ຍົກໃຫ້ເຫັນວ່າ: ປະຊາກອນຂອງ ສປປ ລາວ ເກືອບ ເຄິ່ງໜຶ່ງ ມີອາຍຸຕໍ່າກວ່າ 25 ປີ ຊຶ່ງ ຖືວ່າເປັນທ່າແຮງທີ່ສໍາຄັນໃນການ ປ່ຽນແປງໂຄງສ້າງດ້ານອາຍຸຂອງ ປະຊາກອນທີ່ມີປະຊາກອນໜຸ່ມ ເຮັດວຽກໃຫ້ພວກເຮົາ. ສະນັ້ນ, ຖ້າຢາກໄດ້ຮັບຜົນປະໂຫຍດດ້ານ ປະຊາກອນພວກເຮົາຕ້ອງສືບຕໍ່ລົງ ທຶນໃນການພັດທະນາຊັບພະຍາ ກອນມະນຸດໃນໄລຍະສັ້ນ, ໄລຍະ ກາງ ແລະ ໄລຍະຍາວຢ່າງມີຈຸດສຸມ ລວມທັງ ຂະຫຍາຍການເຂົ້າເຖິງ ການສຶກສາທີ່ມີຄຸນນະພາບ, ມີການ ຈ້າງງານທີ່ເໝາະສົມ, ສ້າງໂອກາດ ແລະ ເງື່ອນໄຂທີ່ດີໃນການສ້າງ ຄວາມເຂັ້ມແຂງໃຫ້ເຂົາເຈົ້າ ເພື່ອ ໃຫ້ສາມາດປະກອບສ່ວນຍູ້ແຮງ ການເຕີບໂຕເສດຖະກິດ ແລະ ການ ພັດທະນາເສດຖະກິດ-ສັງຄົມ ຕາມ ທິດສີຂຽວ ແລະ ຍືນຍົງ. ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ ເນັ້ນໜັກວ່າ: ໄວໜຸ່ມແມ່ນມີຄວາມ ສໍາຄັນ ແລະ ເປັນໃຈກາງໃນການ ພັດທະນາປະເທດຊາດ, ພວກເຮົາ ຕ້ອງໄດ້ສ້າງຄວາມເຂັ້ມແຂງໃຫ້ ເຂົາເຈົ້າ ໂດຍຜ່ານການສຶກສາທີ່ ມີຄຸນນະພາບ, ມີວຽກເຮັດງານ ທໍາທີ່ດີ ແລະ ມີນະໂຍບາຍທີ່ຊ່ວຍ ສະໜັບສະໜູນເຂົາເຈົ້າ ເພື່ອໃຫ້ ສາມາດປະກອບສ່ວນຢ່າງເຕັມ ສ່ວນໃນການສ້າງສາພັດທະນາ ປະເທດຊາດ. ນອກນັ້ນ, ພາກເອກະ ຊົນ ແລະ ບັນດາຄູ່ຮ່ວມພັດທະນາ ກໍມີສ່ວນສໍາຄັນໃນການສະໜັບ ສະໜູນວຽກງານນີ້ໃຫ້ໄດ້ຮັບຜົນ ສໍາເລັດ. ບັນດາເອກອັກຄະລັດຖະທູດ, ບັນດາອົງການຈັດຕັ້ງສາກົນແລະ ຄູ່ ຮ່ວມພັດທະນາໄດ້ຢືນຢັນຄືນຄໍາໝັ້ນ ສັນຍາໃນການສະໜັບສະໜູນ ສປປ ລາວ ເພື່ອຊຸກຍູ້ຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ແລະ ການ ສ້າງຂີດຄວາມສາມາດໃຫ້ໄວໜຸ່ມ, ສົ່ງເສີມສຸຂະພາບທາງເພດ, ສິດທິ ທາງດ້ານສຸຂະພາບຈະເລີນພັນ, ການວາງແຜນຄອບຄົວ, ຕ້ານການ ໃຊ້ຄວາມຮຸນແຮງທາງເພດ ແລະ ຂໍ້ ມູນສໍາລັບການພັດທະນາ. ທ່ານ ບາໂຄເດຍ ເບີຄະນ໋ອບ (Bakhodir Burkhanov) ຜູ້ ປະສານງານຂອງອົງການສະຫະ ປະຊາຊາດປະຈຳ ສປປ ລາວ ກ່າວວ່າ “ກອງປະຊຸມລະດັບຊາດ ວ່າດ້ວຍປະຊາກອນ ແລະ ການ ພັດທະນາ ຄັ້ງທີ II ເປັນເວທີອັນສໍາ ຄັນເພື່ອຢັ້ງຢືນພາລະກິດລວມຂອງ ພວກເຮົາ. ທີມງານອົງການສະຫະ ປະຊາຊາດ ແລະ ບັນດາຄູ່ຮ່ວມພັດ ທະນາພ້ອມທີ່ຈະສະໜັບສະໜູນ ລັດຖະບານໃນການຈັດຕັ້ງປະຕິບັດ ແຜນງານປັນຜົນທາງດ້ານປະຊາ ກອນສໍາລັບ ສປປ ລາວ (20252030). ພວກເຮົາສາມາດເຮັດ ໃຫ້ກາລະໂອກາດນີ້ ກ້າວໄປສູ່ການ ເຕີບໂຕ ແລະ ຄວາມຈະເລີນຮຸ່ງ ເຮືອງສໍາລັບທຸກຄົນດ້ວຍການປະ ສານສົມທົບ ແລະ ເຮັດວຽກຮ່ວມ ກັນຢ່າງໃກ້ຊິດ”. ກອງປະຊຸມລະດັບຊາດ ວ່າດ້ວຍ ປະຊາກອນ ແລະ ການພັດທະນາ ຄັ້ງທີ II ນີ້ ໄດ້ປຶກສາຫາລື ແລະ ເປັນເອກະພາບໃນເສີມຂະຫຍາຍ ແລະ ຈັດຕັ້ງປະຕິບັດ 9 ຂົງເຂດບຸລິ ມະສິດ ແລະ 25 ວຽກງານຈຸດສຸມ ທີ່ພາກລັດຖະບານ, ທຸກພາກສ່ວນ ຂອງສັງຄົມລວມທັງບັນດາຄູ່ຮ່ວມ ພັດທະນາຕ້ອງໄດ້ຮ່ວມມືກັນໃນ ການຈັດຕັ້ງປະຕິບັດໃຫ້ປະກົດ ຜົນເປັນຈິງ ເພື່ອຮັບປະກັນໃຫ້ຊັບ ພະຍາກອນມະນຸດ ໂດຍສະເພາະ ໄວໜຸ່ມເປັນກໍາລັງແຮງໃນການ ພັດທະນາເສດຖະກິດ-ສັງຄົມຂອງ ຊາດໃນອະນາຄົດ. ເນື້ອໃນສຳຄັນ ດັ່ງກ່າວ ຈະໄດ້ຜັນຂະຫຍາຍເຂົ້າ ໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ກອງປະຊຸມດັ່ງກ່າວ, ໄດ້ເປັນ ໂອກາດໃຫ້ລັດຖະບານ ແຫ່ງ ສປປ ລາວ ຢືນຢັນຄືນຄຳໝັ້ນສັນຍາ ໃນການເລັ່ງຈັດຕັ້ງປະຕິບັດແຜນ ດຳເນີນງານກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການ ພັດທະນາ (ICPD PoA), ຜົນ ກອງປະຊຸມລະດັບຊາດວ່າດ້ວຍ ປະຊາກອນ ແລະ ການພັດທະນາ ຄັ້ງທີ I ແລະ ຄັ້ງທີ II ໂດຍຜ່ານ ການຮຽກຮ້ອງຄວາມຮ່ວມມື ແລະ ສະໜັບສະໜູນຈາກທຸກພາກສ່ວນ ກ່ຽວຂ້ອງ. ສ້າງຄວາມເຂັ້ມແຂງໃຫ້ແກ່... ບັນດາຫົວໜ້າພະແນກ ແລະ ວິຊາ ການຈາກກະຊວງ ຕສ, ຜູ້ຕາງ ໜ້າຈາກບັນດາກະຊວງອ້ອມຂ້າງ, ພາກສ່ວນເອກະຊົນ ແລະ ສະຖາບັນ ການສຶກສາຊັ້ນສູງເຂົ້າຮ່ວມ. ທັງ ນີ້, ກໍເພື່ອເປັນເວທີແລກປ່ຽນຂໍ້ມູນ ແລະ ບົດຮຽນທາງດ້ານວິຊາການ ໃນວຽກງານຫັນຂໍ້ມູນເປັນດີຈິຕອນ ແລະ ການພັດທະນາຖານຂໍ້ມູນຂອງ ພາກລັດ ລະຫວ່າງ ບັນດາກະຊວງ ແລະ ພາກເອກະຊົນຮ່ວມກັບຜູ້ ເຂົ້າຮ່ວມທີ່ຕາງໜ້າຈາກພາກສ່ວນ ຕ່າງໆ ແລະ ຜູ້ຊ່ຽວຊານຕ່າງປະ ເທດ ໂດຍສະເພາະບົດຮຽນຈາກ ສສ ຫວຽດນາມ ໃນການຫັນເປັນ ດີຈິຕອນ, ການພັດທະນາຖານຂໍ້ມູນ ທີ່ສຳຄັນ ແລະ ການເຊື່ອມຕໍ່ຂໍ້ມູນ ຂອງພາກລັດ. ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ ມີຄໍາເຫັນວ່າ: ຂໍ້ມູນຖືເປັນຊັບພະ ຍາກອນອັນສໍາຄັນຂອງຊາດ ຊຶ່ງ ປັດຈຸບັນການຈັດເກັບຂໍ້ມູນດີຈິ ຕອນ ແລະ ສ້າງຖານຂໍ້ມູນມະຫາ ສານ (Big Data) ແມ່ນມີຄວາມ ຈໍາເປັນອັນເລັ່ງດ່ວນ ເພື່ອໃຫ້ເປັນ ພື້ນຖານໂຄງລ່າງສຳລັບການພັດ ທະນາ AI ແລະ ພ້ອມກັນສວຍ ໃຊ້ເຕັກໂນໂລຊີ AI ເຂົ້າໃນທຸກ ວຽກງານ, ທຸກຂົງເຂດຂອງການ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ເພື່ອຮອງຮັບການພັດ ທະນາວຽກງານຫັນເປັນດີຈິຕອນ ຂອງລາວ, ກະຊວງເຕັກໂນໂລ ຊີ ແລະ ການສື່ສານ ຈຶ່ງໄດ້ກໍານົດ ເອົາປີ 2025 ເປັນປີສຸມໃສ່ໃນວຽກ ງານການພັດທະນາພື້ນຖານໂຄງ ລ່າງ ເພື່ອການພັດທະນາທີ່ປອດ ໄພ, ຍືນຍົງ ແລະ ການສ້າງສູນ ຂໍ້ມູນແຫ່ງຊາດ ແລະ ການເຊື່ອມ ໂຍງຂໍ້ມູນກໍເປັນພື້ນຖານໂຄງລ່າງ ທີ່ຈໍາເປັນເພື່ອການຈັດເກັບຂໍ້ມູນ ແລະ ແບ່ງປັນນໍາໃຊ້ຂໍ້ມູນຂອງ ຊາດ ເຊິ່ງການສຳມະນາຄັ້ງນີ້, ໄດ້ມີການນໍາສະເໜີແຜນພັດທະ ນາສູນຂໍ້ມູນແຫ່ງຊາດ ແລະ ນໍາ ສະເໜີການເຊື່ອມໂຍງ ແລະ ຂໍ້ມູນ ພາກລັດ. ພ້ອມກັນນັ້ນ, ທ່ານ ສອນເພັດ ວິນທະວົງ ຮອງປະທານກຸ່ມບໍລິສັດ ພົງສະຫວັນ ແລະ ຜູ້ອຳນວຍການ ໃຫຍ່ຂອງບໍລິສັດ ພູນຜົນນະຄອນ ຈຳກັດ ກໍໄດ້ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດບົດບັນທຶກ ຄວາມເຂົ້າໃຈ (MOU) ວ່າດ້ວຍ ການສຶກສາຄວາມເປັນໄປໄດ້ໃນ ການລົງທຶນພັດທະນາສູນຂໍ້ມູນ ແຫ່ງຊາດ ແລະ ລະບົບແລກປ່ຽນ ຂໍ້ມູນພາກລັດ ທີ່ບໍລິສັດ ພູນຜົນ ນະຄອນ ໄດ້ເຊັນກັບກະຊວງເຕັກ ໂນໂລຊີ ແລະ ການສື່ສານ ແລະ ຍັງ ມີການນຳສະເໜີການຫັນເປັນດີຈິ ຕອນໃນ ສສ ຫວຽດນາມ, ຄວາມ ເຂົ້າໃຈກ່ຽວກັບສູນຂໍ້ມູນ ແລະ ແພລັດຟອມການແລກປ່ຽນຂໍ້ມູນ ກ່ຽວກັບປະຊາກອນຂອງ ສປປ ລາວ ຈາກຊ່ຽວຊານຂອງບໍລິສັດ VNPT ສສ ຫວຽດນາມ. ຂ່າວ: ຕສ ຫາລືແກ້ໄຂບັນຫາທີ່ສົ່ງຜົນ... ຂປລ. ກອງປະຊຸມວິສາມັນຂອງ ຄະນະກຳມະການອໍານວຍຄວາມ ສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໄດ້ຈັດຂຶ້ນເມື່ອບໍ່ດົນ ມານີ້, ຢູ່ແຂວງສະຫວັນນະເຂດ ເພື່ອປຶກສາຫາລື ແລະ ທົບທວນ ຄືນການຈັດຕັ້ງຜັນຂະຫຍາຍທິດ ຊີ້ນໍາຜົນກອງປະຊຸມຂອງຄະນະ ກຳມະການອໍານວຍຄວາມສະ ດວກທາງດ້ານການຄ້າ ແລະ ການ ຂົນສົ່ງທົ່ວປະເທດ ຄັ້ງທີ III ກ່ຽວ ກັບການແກ້ໄຂບັນຫາຂອງພາກ ທຸລະກິດ ໂດຍສະເພາະຢູ່ແຂວງ ສະຫວັນນະເຂດ ເປັນຕົ້ນບັນຫາ ການເກັບຄ່າບູລະນະພື້ນຖານໂຄງ ລ່າງຢູ່ດ່ານສາກົນແດນສະຫວັນ, ບັນຫາການເກັບຄ່າບໍລິການຜ່ານ ທ່າບົກສະຫວັນນະເຂດ ແລະ ບັນ ຫາອື່ນໆທີ່ປິ່ນອ້ອມ ໂດຍການເປັນ ປະທານຂອງທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນ ຕີ, ຜູ້ຊີ້ນຳວຽກງານຂົງເຂດເສດ ຖະກິດ ແລະ ການພົວພັນຮ່ວມມືກັບ ຕ່າງປະເທດ, ຫົວໜ້າຄະນະກຳມະ ການອໍານວຍຄວາມສະດວກທາງ ດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ, ມີທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນ ນະເຂດ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງຈາກກະຊວງ, ອົງການ, ພະ ແນກການອ້ອມຂ້າງແຂວງ ແລະ ພາກທຸລະກິດເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການລາຍ ງານຄວາມຄືບໜ້າໃນການແກ້ໄຂ ບັນດາບັນຫາທີ່ສົ່ງຜົນກະທົບຕໍ່ພາກ ທຸລະກິດທາງດ້ານການຄ້າ ແລະ ການຂົນສົ່ງຢູ່ແຂວງສະຫວັນນະ ເຂດ ຈາກກອງເລຂາຄະນະກຳ ມະການອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ການຂົນ ສົ່ງ. ຫລັງຈາກນັ້ນ, ຜູ້ເຂົ້າຮ່ວມ ກອງປະຊຸມກໍໄດ້ປະກອບຄຳເຫັນ ແລກປ່ຽນເຊິ່ງກັນ ແລະ ກັນ ຢ່າງ ກົງໄປກົງມາ, ສ້າງສັນ ແລະ ພາວະ ວິໄສຕໍ່ບັນດາບັນຫາທີ່ເກີດຂຶ້ນໃນ ໄລຍະຜ່ານມາ. ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງ ຄວາມຊົມເຊີຍຕໍ່ຜູ້ເຂົ້າຮ່ວມກອງ ປະຊຸມທີ່ໄດ້ປະກອບສ່ວນແລກ ປ່ຽນຄໍາຄິດເຫັນ ຊຶ່ງໄດ້ຍົກໃຫ້ເຫັນ ບັນຫາ ແລະ ສະເໜີທິດທາງວິທີ ການແກ້ໄຂ ເພື່ອເຮັດໃຫ້ການຄ້າ ແລະ ການຂົນສົ່ງມີຄວາມສະດວກ, ຫລຸດຜ່ອນຕົ້ນທຶນຂອງພາກທຸລະ ກິດ, ສ້າງສະພາບແວດລ້ອມທີ່ດີ ເພື່ອເອື້ອອໍານວຍໃຫ້ແກ່ການລົງ ທຶນ ແລະ ການດໍາເນີນທຸລະກິດ. ທ່ານຮອງນາຍົກລັດຖະມົນຕີ ຍັງໃຫ້ຮູ້ອີກວ່າ: ວຽກງານອໍານວຍ ຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ມີບົດບາດສໍາ ຄັນຕໍ່ການພັດທະນາເສດຖະກິດສັງຄົມ ຊຶ່ງເປັນໜຶ່ງໃນວຽກຈຸດ ສຸມໃນການແກ້ໄຂບັນຫາຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເງິນ ໃນປັດຈຸບັນໂດຍສະເພາະ ຄວາມພະຍາຍາມໃນການຫລຸດ ຜ່ອນເວລາ ແລະ ຕົ້ນທຶນທາງດ້ານ ການຄ້າ ແລະ ການຂົນສົ່ງ, ໄລຍະ ຜ່ານມາ ສປປ ລາວ ໄດ້ເລີ່ມພັດທະ ນາການບໍລິການໂລຈິສຕິກ ແລະ ຂົນສົ່ງສິນຄ້າຫລາຍຮູບແບບ ເພື່ອ ສະໜັບສະໜູນການຫັນຈາກປະເທດ ບໍ່ມີທາງອອກສູ່ທະເລເປັນປະເທດ ເຊື່ອມໂຍງດ້ວຍການພັດທະນາດ່ານ ສາກົນ, ທ່າບົກ, ລົດໄຟ ລາວ-ຈີນ ເພື່ອອໍານວຍຄວາມສະດວກໃຫ້ ການຂົນສົ່ງສິນຄ້ານໍາເຂົ້າ-ສົ່ງອອກ ແລະ ຜ່ານແດນໃຫ້ມີຕົ້ນທຶນທີ່ຕໍ່າ ກາຍເປັນຈຸດດຶງດູດການຄ້າ ແລະ ການລົງທຶນພາຍໃນ, ພາກພື້ນ ແລະ ສາກົນ. ພ້ອມນີ້, ທ່ານຮອງນາຍົກລັດ ຖະມົນຕີ ຍັງໄດ້ເນັ້ນໃຫ້ເອົາໃຈໃສ່ ບາງຈຸດເປັນຕົ້ນໃຫ້ປັບປຸງພື້ນ ຖານໂຄງລ່າງດ່ານສາກົນແດນສະ ຫວັນ, ປັບປຸງບູລະນະ ແລະ ຂະ ຫຍາຍດ່ານສະຫວັນນະເຂດ-ລາວ ບາວ ໃຫ້ກວ້າງກວ່າເກົ່າ; ມອບໃຫ້ ພາກສ່ວນກ່ຽວຂ້ອງປຶກສາຫາລື ກັນ ເພື່ອຊອກຫາບໍລິສັດທີ່ມີທ່າ ແຮງມາບູລະນະເສັ້ນທາງເລກ 9 ໃຫ້ຮັບປະກັນຜົນສຳເລັດໂດຍໄວ; ກ່ຽວກັບຄ່າບໍລິການທ່າບົກສະ ຫວັນນະເຂດ ມອບໃຫ້ພາກສ່ວນ ກ່ຽວຂ້ອງກວດກາຢ່າງລະອຽດ ແລະ ແກ້ໄຂຢ່າງຮີບດ່ວນ; ໃຫ້ສືບ ຕໍ່ພັດທະນາພື້ນຖານໂຄງລ່າງຂອງ ແຂວງໃຫ້ເຊື່ອມຈອດ, ສະດວກ ສະບາຍໃນການຂົນສົ່ງລະຫວ່າງ ປະເທດ; ດ້ານວຽກງານກະສິກຳ ສະເໜີໃຫ້ແຂວງສະຫວັນນະເຂດ ສົມທົບກັນຄົ້ນຄວ້າເພີ່ມຄວາມສາ ມາດໃນການສະໜອງວັດຖຸດິບ ໃຫ້ບັນດາໂຮງງານໄດ້ຫລາຍຂຶ້ນ ເຮັດໃຫ້ບັນດາໂຮງງານຫລຸດຜ່ອນ ການນຳເຂົ້າວັດຖຸດິບຈາກຕ່າງ ປະເທດ, ທັງເປັນການສ້າງລາຍ ຮັບ ແລະ ຈຳກັດການນຳໃຊ້ເງິນຕາ ອອກນອກປະເທດ, ເຮັດໃຫ້ເສດຖະ ກິດຂອງແຂວງຂະຫຍາຍຕົວຢ່າງ ວ່ອງໄວ. ໃນໂອກາດດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມ ດ້ວຍຄະນະຍັງໄດ້ເຄື່ອນໄຫວຕິດ ຕາມ-ຊຸກຍູ້ບັນດາພື້ນຖານໂຄງ ລ່າງເສດຖະກິດທີ່ສຳຄັນຢູ່ພາຍໃນ ແຂວງ ເປັນຕົ້ນຢູ່ດ່ານສາກົນສະ ຫວັນ-ລາວບາວ; ເຂດເສດຖະກິດ ພິເສດສະຫວັນ-ເຊໂນ ແລະ ໂຮງ ງານຜະລິດເຈ້ຍ ຊັນເປເປີ ຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ຂໍ້ມູນພື້ນຖານສໍາຄັນໃຫ້ແກ່ພະນັກ ງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນລາວທຸກທົ່ວໜ້າໄດ້ຮັບຮູ້ ວ່າການເຄື່ອນໄຫວການທູດມີຜົນ ສໍາເລັດຄືແນວໃດສຳລັບໃນວັນທີ 12 ຕຸລາ 2025 ຈະຈັດພິທີໂຮມ ຊຸມນຸມໃຫຍ່ ເພື່ອລະນຶກເຖິງ 80 ປີວັນການທູດລາວ, ພ້ອມທັງມີຈະ ຈັດຂະບວນການປິ່ນອ້ອມຕ່າງໆ ເຊັ່ນ: ການຢ້ຽມຢາມສະຖານທີ່ປະ ຫວັດສາດ ແລະ ຫໍພິພິທະພັນຂອງ ຜູ້ນໍາຕ່າງໆ.

RkJQdWJsaXNoZXIy MTc3MTYxMQ==