7127

gsfdko{dkora fmtok xtgmf]k; ( 01/10/2025 5 xu ];,pvfzt]y f8tra orkp.o c0;'s];'rt[k' [a o]5 ]n j oczodko ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ໃນ 5 ປີ ຜ່ານມາເສດຖະກິດ ຂອງແຂວງ ຫລວງພະບາງ ໄດ້ສືບຕໍ່ຂະຫຍາຍ ຕົວ ສະເລ່ຍ 5% ຕໍ່ປີ, ລວມຍອດ ຜະລິດຕະພັນພາຍໃນບັນລຸໄດ້ 76.685 ຕື້ກີບ, ລື່ນແຜນການ ຫລາຍກວ່າ 67%; ສະເລ່ຍລາຍຮັບ ບັນລຸໄດ້ 40 ລ້ານກວ່າກີບ ຕໍ່ຄົນຕໍ່ ປີ ໃນນັ້ນ, ຂະແໜງກະສິກໍາ-ປ່າໄມ້ ຂະຫຍາຍຕົວສະເລ່ຍ 4,5% ຕໍ່ປີ, ຂະແໜງອຸດສາຫະກໍາ-ຫັດຖະກໍາ ຂະຫຍາຍຕົວສະເລ່ຍ 5,9% ຕໍ່ປີ ແລະ ຂະແໜງບໍລິການຂະຫຍາຍຕົວ ສະເລ່ຍ 4,5% ຕໍ່ປີ, ສາມາດດຶງດູດ ນັກທ່ອງທ່ຽວ ເຂົ້າມາທ່ຽວຫລວງ ພະບາງ 5,5 ລ້ານກວ່າເທື່ອຄົນ ລື່ນແຜນການເກືອບ 39% ໃນນັ້ນ, ນັກທ່ອງທ່ຽວຕ່າງປະເທດ 3,5 ລ້ານກວ່າເທື່ອຄົນ. ນອກນີ້, ແຂວງ ຫລວງພະບາງ ຍັງໄດ້ຮັບລາງວັນ ດ້ານການທ່ອງທ່ຽວ ໃນລະດັບຕົ້ນ ໆຂອງພາກພື້ນ ແລະ ສາກົນ. ສະຫາຍ ບຸນເຫລືອ ສີນໄຊວໍຣະ ວົງ ຮອງເລຂາພັກແຂວງ, ຮອງເຈົ້າ ແຂວງຫລວງພະບາງ ໄດ້ລາຍງານ ຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະ ພັກ ແຂວງຫລວງພະບາງ ຄັ້ງທີ IX ໃນວັນທີ 29 ກັນຍາ 2025 ນີ້ວ່າ: ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ຂອງ ອົງຄະນະພັກແຂວງຫລວງພະບາງ ໃນໄລຍະ 5 ປີຜ່ານມາ ໄດ້ສຸມໃສ່ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີXI ຂອງພັກ, ມະຕິກອງປະຊຸມ ໃຫຍ່ຄັ້ງທີ VIII ຂອງອົງຄະນະພັກ ແຂວງ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຫລາຍດ້ານທີ່ລ້ວນແລ້ວແຕ່ສົ່ງ ຜົນກະທົບທາງກົງ-ທາງອ້ອມ ຕໍ່ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ແຕ່ພາຍໃຕ້ການຊີ້ ນໍາຂອງຄະນະພັກຂັ້ນເທິງ ແລະ ຄະນະບໍລິຫານງານພັກແຂວງ, ອົງການປົກຄອງທຸກຂັ້ນໄດ້ມີຄວາມ ພະຍາຍາມສູ້ຊົນຈັດຕັ້ງປະຕິບັດ ບັນດາຄາດໝາຍ ຂອງແຜນພັດ ທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານກຸ້ມຕົນເອງຄຽງ ຄູ່ໄປກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ມະຕິຂອງສະພາ ແຫ່ງຊາດ ແລະ ສະພາປະຊາຊົນ ແຂວງ ເຮັດໃຫ້ເສດຖະກິດຂອງ ແຂວງສືບຕໍ່ຂະຫຍາຍຕົວ, ສັງຄົມ ມີຄວາມສະຫງົບ, ມີຄວາມເປັນ ລະບຽບຮຽບຮ້ອຍ ແລະ ປອດໄພ ໄດ້ໂດຍພື້ນຖານ. ອັນທີ່ພົ້ນເດັ່ນ, ເລີ່ມແຕ່ປີ 2024 ແຂວງສາມາດມີ ລາຍຮັບກຸ້ມລາຍຈ່າຍຂອງແຂວງ ແລະ ມີທ່າແຮງກ້າວເປັນແຂວງ ກຸ້ມຕົນເອງທາງດ້ານງົບປະມານ, ສາມາດສ້າງຄອບຄົວພົ້ນທຸກໄດ້ 6.961 ຄອບຄົວ, ບ້ານພົ້ນທຸກ ໄດ້ 127 ບ້ານ, ເມືອງພົ້ນທຸກ ໄດ້ 3 ເມືອງ (ເມືອງນໍ້າບາກ, ເມືອງຊຽງເງິນ ແລະ ເມືອງນານ), ປັດຈຸບັນ ຄອບຄົວທຸກຍາກຍັງເຫລືອ 19.287 ຄອບຄົວ, ກວມ 22,7%; ບ້ານທຸກຍາກຍັງເຫລືອ 268 ບ້ານ, ກວມ 35,4% ແລະ ເມືອງທຸກຍາກ ຍັງເຫລືອ 8 ເມືອງ, ກວມ 66,6%. ສາມາດສ້າງຄອບຄົວພັດທະນາ ໄດ້ 12.410 ຄອບຄົວ, ສ້າງບ້ານ ພັດທະນາໄດ້ 221 ບ້ານ, ປັດຈຸບັນ ມີຄອບຄົວພັດທະນາ 53.682 ຄອບຄົວ, ບ້ານພັດທະນາ 267 ບ້ານ; ສ້າງເມືອງເຂັ້ມແຂງຮອບ ດ້ານ ໄດ້ 1 ເມືອງ ຄື: ນະຄອນ ຫລວງພະບາງ, ສ້າງບ້ານໃຫຍ່ເປັນ ຕົວເມືອງໃນຊົນນະບົດ ໄດ້ 5 ບ້ານ ເທົ່າກັບ 50% ຂອງແຜນການ, ສ້າງບ້ານວັດທະນະທໍາໄດ້ 57 ບ້ານ ເທົ່າກັບ 71,25% ຂອງແຜນການ, ສ້າງຄອບຄົວວັດທະນະທໍາ ໄດ້ 4.083 ຄອບຄົວ ແລະ ສ້າງບ້ານ ທ່ອງທ່ຽວ ແບບອະນຸລັກປະຊາຊົນ ມີສ່ວນຮ່ວມ ໄດ້ 10 ບ້ານ. ຂ່າວ: ອາພຸດເດດ ບຸບຜາ, ພາບ: ເພັດສາຄອນ ສີມມະວົງ g8n vodkola o9vog0f[h komkffvdcdh ; sk[h kora d0tspj k g,n v'vkfltrvo ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ຜົນ ກະທົບຈາກພະຍຸໄຕ້ຝຸ່ນບົວລອຍ ພັດເຂົ້າລາວ ໃນລະຫວ່າງວັນທີ c0;'7e,j ;o pa 'gs]n v7v[7q ; m5 dpkd 11.553 7v[7q ; ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ປັດຈຸບັນແຂວງ ຄຳມ່ວນ ມີຄອບຄົວທຸກຍາກຫລຸດ ລົງຈາກ 21.256 ຄອບຄົວ ໃນ ປີ 2021 ຍັງເຫລືອ 11.553 ຄອບຄົວ ໃນປີ 2025, ມີຄອບຄົວ ພົ້ນທຸກ 73 . 380 ຄອບຄົວ, ຄອບຄົວພັດທະນາມີ 61.549 ຄອບຄົວ; ບ້ານພົ້ນທຸກ 480 ບ້ານ, ບ້ານທຸກຍາກຈາກ 232 ບ້ານ ຍັງ ເຫລືອ 90 ບ້ານ, ເມືອງພົ້ນທຸກເພີ່ມ ຂຶ້ນຈາກ 2 ເມືອງ ມາເປັນ 7 ເມືອງ, ຍັງເຫລືອເມືອງທຸກຍາກ 3 ເມືອງ. ສະຫາຍ ເດດສັກດາ ມະນີ ຄໍາ ກໍາມະການພັກແຂວງ, ເລຂາ ຄະນະພັກຮາກຖານ ພະແນກກະສິ ກໍາ ແລະ ສິ່ງແວດລ້ອມແຂວງຄຳ ມ່ວນ ລາຍງານຕໍ່ກອງປະຊຸມໃຫຍ່ ຜູ້ແທນ ຄັ້ງທີ XI ອົງຄະນະພັກ ແຂວງຄໍາມ່ວນ ໃນວັນທີ 29 ກັນຍາ 2025 ໃນຫົວຂໍ້ “ການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ຕິດ ພັນກັບການມີສ່ວນຮ່ວມຂອງພາກ ເອກະຊົນ ໃນການສົ່ງເສີມການ ຜະລິດກະສິກໍາ ເປັນສິນຄ້າ” ວ່າ: ຕະຫລອດໄລຍະຜ່ານມາ ຄະນະພັກຄະນະນໍາຂອງແຂວງ ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດແຜນງານພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກໂດຍສະເພາະການແກ້ໄຂແລະ ປັບປຸງຊີວິດການເປັນຢູ່ຂອງປະ ຊາຊົນຢູ່ຊົນນະບົດໄດ້ຮັບການປົວ ແປງໃຫ້ດີຂຶ້ນຢ່າງຈະແຈ້ງ ເພື່ອ ບັນລຸຕາມມາດຕະຖານພົ້ນທຸກ ຕາມດໍາລັດ 348/ລບ ແລະ ບົດ ແນະນໍາ 0830 ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ແຂວງໄດ້ ຊອກຫາແຫລ່ງທຶນຈາກພາກສ່ວນ ຕ່າງໆ ທັງພາຍໃນ ແລະ ຕ່າງປະ ເທດ, ການມີສ່ວນຮ່ວມຢ່າງຕັ້ງ ໜ້າຂອງສັງຄົມ ອັນພົ້ນເດັ່ນແມ່ນ ອົງການປົກຄອງແຂວງ ໄດ້ຈັດສັນ ງົບປະມານເກີນແຜນຂອງແຂວງ ຫລາຍກວ່າ 78 ຕື້ກີບ ເຂົ້າໃນການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກໂດຍກົງ ດ້ວຍການ ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງ ລ່າງຢູ່ເຂດຊົນນະບົດ ເປັນຕົ້ນ: ການ ກໍ່ສ້າງທາງ, ໂຮງຮຽນ, ສຸກສາລາ, ນໍ້າສະອາດ, ລະບົບຊົນລະປະທານ. ນອກຈາກນີ້, ຍັງໄດ້ລົງທຶນ ເຂົ້າໃນການກໍ່ສ້າງທາງປູຢາງ 2 ຊັ້ນ ເຊື່ອມຕໍ່ລະຫວ່າງເມືອງຕໍ່ເມືອງ ເຮັດໃຫ້ການພັດທະນາ ລະຫວ່າງ ຕົວເມືອງ ແລະ ຊົນນະບົດຫຍັບ ເຂົ້າໃກ້ກັນ. ພ້ອມກັນນັ້ນ, ຍັງໄດ້ ນໍາໃຊ້ທ່າແຮງຂອງບັນດາໂຄງ ການທຶນຊ່ວຍເຫລືອທາງການ ເພື່ອການພັດທະນາໃນການສ້າງ ກອງທຶນພັດທະນາບ້ານ, ກອງທຶນ ອະນຸລັກຊີວະນາໆພັນ ເຂົ້າໃນການ ສົ່ງເສີມການປູກ-ການລ້ຽງ ໄດ້ ຫັນພະນັກງານວິຊາການລົງຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບ ວຽກງານສ້າງແຜນພັດທະນາຈຸດ ສຸມພັດທະນາຊົນນະບົດໃໝ່ໄປພ້ອມ ກັບການສົ່ງເສີມ ການຜະລິດກະສິ ກໍາເພື່ອເປັນສິນຄ້າຕາມທ່າແຮງ ຂອງແຕ່ລະທ້ອງຖິ່ນ ເພື່ອປັບປຸງ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ ດີຂຶ້ນເທື່ອລະກ້າວ. ຂ່າວ: ມະນີວັນ, ພາບ: ກອງຄໍາ ຂປລ. ການແຂ່ງຂັນກິລາເປຕັງ ທົ່ວປະເທດ ຊີງຂັນລະດັບຊາດ ຄັ້ງ ທີ II ທີ່ແຂວງບໍລິຄໍາໄຊ ເປັນເຈົ້າ ພາບ ໄດ້ເລີ່ມມາແຕ່ວັນທີ 25 ແລະ ໄດ້ປິດລົງໃນຕອນແລງວັນທີ 28 ກັນຍາ 2025 ທີ່ສະໜາມກິລາໃນ ຮົ່ມແຂວງບໍລິຄຳໄຊ ໂດຍເປັນກຽດ ເຂົ້າຮ່ວມຂອງທ່ານ ຄໍາແຫວນ ປັນ ຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ທ່ານ ຄ້າຫລ້າ ວິນໄລທອງ ປະທານ ສະຫະພັນເປຕັງແຫ່ງຊາດ, ມີບັນດາ ການນຳຈາກກະຊວງ, ການນໍາ ຂອງແຂວງ, ບັນດາປະທານສະຫະ ພັນເປຕັງຂອງແຕ່ລະແຂວງພ້ອມ ດ້ວຍນັກກິລາເຂົ້າຮ່ວມ. ທ່ານ ຄຳຫລ້າ ວິນໄລທອງ ໄດ້ຂຶ້ນກ່າວປິດການແຂ່ງຂັນພ້ອມ ທັງລາຍງານຜົນການແຂ່ງຂັນຈຸດ ດີ-ຈຸດອ່ອນດ້ານຕ່າງໆ ທີ່ຈະຕ້ອງ ປັບປຸງແກ້ໄຂໃນຕໍ່ໜ້າຜ່ານການ ແຂ່ງຂັນສາມາດສະຫລຸບໄດ້ດັ່ງນີ້: leg]a fdkoc0j '0a ody ]kgx8a ' mq j ;xtgmf -u '0a o]tfa [-kf 7A 'mu II ການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບຊາດ ຄັ້ງທີ II ທີ່ແຂວງ ບໍລິຄຳໄຊ ເປັນເຈົ້າພາບ ປະກອບມີ 7 ລາຍການ ແຂ່ງຂັນຄື: ລາຍການ ຊຸດຕິ່ງຊາຍ, ຊຸດຕິ່ງຍິງ, ດ່ຽວຊາຍ, ດ່ຽວຍິງ, ທີມຄູ່ຊາຍ, ທີມຄູ່ປະສົມ ຊາຍ-ຍິງ ແລະ ທີມຄູ່ VIP (ອາຍຸ 50 ປີຂຶ້ນໄປ ບໍ່ຈໍາກັດເພດ) ຊີງ ຫລຽນຄໍາ 7 ຫລຽນ, ຫລຽນເງິນ 7 ຫລຽນ ແລະ ຫລຽນທອງ 7 ຫລຽນ, ມີທີມນັກກິລາ, ເຂົ້າຮ່ວມ ແຂ່ງຂັນທັງໝົດ 314 ທີມ ຈາກ 43 ພາກສ່ວນ, 16 ແຂວງ ແລະ 5 ກະຊວງ ມີການນໍາ, ຄູຝຶກ, ນັກກິລາ ເຂົ້າຮ່ວມທັງໝົດ 443 ຄົນ. ຜົນການແຂ່ງຂັນປາກົດວ່າ: ດ່ຽວຍິງ, ຊະນະເລີດໄດ້ແກ່: ນາງ ໂປວີລັກ ເທບພະກັນຈາກແຂວງ ຄໍາ ມ່ວນ, ຮອງຊະນະເລີດ, ນາງ ອາລີ ແສງຈັນເພັດ ຈາກຄະນະໂຄສະນາ ອົບຮົມສູນກາງພັກ, ອັນດັບທີ 3 ນາງ ນ້ອຍ ມະນີທອນ ຈາກແຂວງບໍ ລິຄໍາໄຊ. ດ່ຽວຊາຍ, ຊະນະເລີດໄດ້ ແກ່ ທ້າວ ວິລະສັກ ລາດສະວົງ ຈາກ ແຂວງບໍລິຄຳໄຊ ຮອງຊະນະເລີດ ທ້າວ ບຸນຕາມີ ສຸທຳມະວົງ ຈາກ ຄະນະໂຄສະນາອົບຮົມສູນກາງພັກ, ອັນດັບທີ 3 ທ້າວ ແປັບຊີ່ ສີສຸພັນ ທອງ ຈາກແຂວງຫລວງນໍ້າທາ. ຊຸດຕີ່ງ ຍິງ, ຊະນະເລີດໄດ້ແກ່ ນາງ ມະນີວັນ ສຸລິຍາ ຈາກແຂວງບໍລິຄຳ ໄຊ, ຮອງຊະນະເລີດ ນາງ ນ້ອຍ ມະນີທອນ ຈາກແຂວງບໍລິຄຳໄຊ, ອັນດັບທີ 3 ນາງ ສຸກສະດາ ສິລິ ຈັນ ຈາກແຂວງຄຳມ່ວນ. ຊຸດຕິ່ງ ຊາຍຊະນະເລີດໄດ້ແກ່ ທ້າວ ບູດ ຕາ ເນີດສະຫວາດ ຈາກແຂວງບໍລິ ຄຳໄຊ, ຮອງຊະນະເລີດ ທ້າວ ບູນ ຖະໜອມ ເນົາວະລັງສີ ຈາກແຂວງ ຫລວງນໍ້າທາ, ອັນດັບ 3 ທ້າວ ພອນໄຊ ດວງມີສີ ຈາກສະໂມສອນ ຫົງແກ້ວ. ຄູ່ຊາຍ ຊະນະເລີດໄດ້ ແກ່ ທ້າວ ສົມສະໄໝ ຊາມູນຕີ ແລະ ທ້າວ ກຸມມານ ສູທຳມະວົງ ຈາກ ຄະນະໂຄສະນາອົບຮົມສູນກາງພັກ, ຮອງຊະນະເລີດໄດ້ແກ່ ທ້າວ ຄອນ ສະຫວັນ ຫລ້າຈອມສີ ແລະ ທ້າວ ວິລະເພັດ ພາສີ ຈາກແຂວງສາລະ ວັນ ອັນດັບ 3 ທ້າວ ທະນົງສັກ ພິລິດ ແລະ ທ້າວ ເພັດລໍາພູນ ສູທໍາມະວົງ ຈາກແຂວງວຽງຈັນ. ທີມຄູ່ປະສົມ ຊາຍ-ຍິງ ຊະນະເລີດໄດ້ແກ່ ທ້າວ ກຸມມານ ສູທຳມະວົງ ແລະ ນາງ ອາລີ ແສງຈັນເພັດ ຈາກຄະນະ ໂຄສະນາອົບຮົມສູນກາງພັກ, ຮອງ ຊະນະເລີດ ທ້າວ ອູ່ນເຮືອນ ເດດ ສັງຫານ ແລະ ນາງ ມີມີ່ພົງສະຫວັດ ຈາກແຂວງບໍລິຄຳໄຊ, ອັນດັບ 3 ໄດ້ ແກ່ທ້າວ ສົມສະໄໝ ຊາມູນຕີ ແລະ ນາງ ນິດດາວັນ ດວງມະນີຈັນ ແລະ ຄູ່ VIP (ອາຍຸ 50 ປີຂຶ້ນໄປ ບໍ່ຈໍາ ກັດເພດ) ຊະນະເລີດໄດ້ແກ່ ທ້າວ ຈັນທະລາ ຄຳພາສິງ ແລະ ທ້າວ ບູນ ມີ ສູກສະຫວັນ ຈາກຄະນະໂຄສະນາ ອົບຮົມສູນກາງພັກ, ຮອງຊະນະເລີດ ໄດ້ແກ່ ທ້າວ ເພັດອຳໄພ ວິໄລສານ ແລະ ທ້າວ ຫວັດ ລັດອານົງ ຈາກ ແຂວງວຽງຈັນ ອັນດັບ 3 ທ້າວ ໜໍ່ ແກ້ວ ສີຊົມຊື່ນ ແລະ ທ້າວ ພອນ ໄຊ ພົມມະຫາໄຊ ຈາກແຂວງບໍລິ ຄຳໄຊ. ໃຫ້ກຽດຂຶ້ນມອບ ຫລຽນ ແລະ ຂັນລາງວັນ ໃຫ້ກັບນັກກິລາ ແຕ່ລະປະເພດໃນຄັ້ງນີ້ ໂດຍແມ່ນ ທ່ານ ຄໍາແຫວນ ປັນຍານຸວົງ ຮອງ ເຈົ້າແຂວງ ບໍລິຄໍາໄຊ ແລະ ການນໍາ ຂອງແຂວງ. 29-30 ກັນຍາ 2025 ໄດ້ເຮັດໃຫ້ ເກີດມີຝົນຕົກໜັກຕິດຕໍ່ກັນຫລາຍ ຊົ່ວໂມງ ໃນນີ້, ເມືອງອາດສະພອນ ແຂວງສະຫວັນນະເຂດ ກໍໄດ້ຮັບ ຜົນກະທົບເຊັ່ນດຽວກັນ ເຊິ່ງໃນ ວັນທີ 30 ກັນຍາ 2025 ມີຝົນຕົກ ໜັກ ເຮັດໃຫ້ປະລິມານນ້ຳ ສາຍນ້ຳ ຫ້ວຍພຸງ ເພີ່ມຂຶ້ນ ລົ້ນຖ້ວມເສັ້ນທາງ ລະຫວ່າງ ບ້ານທາດດອກແກ້ວ ໄປ ຫາບ້ານພັກຂະຫຍ່າ ເມືອງອາດສະ ພອນ ແຂວງສະຫວັນນະເຂດ ເຮັດ ໃຫ້ການສັນຈອນໄປ-ມາພົບຄວາມ ຫຍຸ້ງຍາກ. ສະນັ້ນ, ຈຶ່ງແຈ້ງເຕືອນມາຍັງ ພໍ່ແມ່ປະຊາຊົນ ທີ່ອາໄສ ແລະ ຈະ ເດີນທາງໄປໃນເຂດດັ່ງກ່າວ ໃຫ້ມີ ສະຕິ ແລະ ເຝົ້າລະວັງ ອາດເກີດນ້ຳ ຖ້ວມຍຶ່ງໄດ້.

RkJQdWJsaXNoZXIy MTc3MTYxMQ==