01/10/2025 xtgmf]k; 4 gsfdko c]t dkora fmtok 76 xu lx 9u o oerk,;o,to5 f wfh -q ,.-h lyj '.\j M1j k'|h k,tsa flt9a o gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ຕະຫລອດໄລຍະ 76 ປີ ຜ່ານມາ ສປ ຈີນ ໄດ້ນຳພາປະເທດ ຂອງຕົນກ້າວເປັນປະເທດໃຫຍ່ ດ້ານເສດຖະກິດອັນດັບຕົ້ນໆຂອງ ໂລກ, ນໍາພາປະຊາຊົນຈີນ ຫລຸດພົ້ນ ອອກຈາກຄວາມທຸກຍາກຫລາຍ ກວ່າ 800 ລ້ານຄົນ ແລະ ແບ່ງປັນ ການພັດທະນາສູ່ໂລກພາຍນອກ ກວມເອົາກວ່າ 150 ປະເທດ ໂດຍ ຜ່ານເສັ້ນທາງສາຍໄໝເອີ້ນວ່າ “ເສັ້ນເລືອດໃຫຍ່ຂອງເສດຖະກິດ ໂລກແຫ່ງສະຕະວັດທີ 21”, ຈາກ ເວລານັ້ນເຖິງປັດຈຸບັນ ພວກເຮົາ ໄດ້ຮຽນຮູ້ບົດຮຽນອັນລໍ້າຄ່າ ແລະ ໄດ້ຊົມໃຊ້ຜະລິດຕະພັນຈາກຈີນມີ ຫຍັງແນ່ . ເມື່ອເວົ້າເຖິງປະເທດຈີນ, ບໍ່ມີ ທ່ານໃດປະຕິເສດໄດ້ ວ່າບໍ່ໄດ້ຊົມໃຊ້ ຜະລິດຕະພັນຈີນ ນັບແຕ່ລົດລາງ ພາຫະນະ, ເຄື່ອງກົນຈັກ, ເຄື່ອງ ໄຟຟ້າ, ເຄື່ອງໃຊ້ໃນເຮືອນ, ຈົນເຖິງ ໄມ້ຈິ້ມແຂ້ວ ແລະ ອື່ນໆ ໃນຊີວິດປະ ຈໍາວັນຄ້າຍຄື: “ລົມຫາຍໃຈເຂົ້າ ອອກກໍວ່າໄດ້”. ຖ້າຢາກຮູ້ຄວາມ ຈິງຄວນເບິ່ງຄືນຫລັງ 10 ປີຜ່ານ ມາຢ່າງສັດຈະວິພາກ. ຕະຫລອດ ໄລຍະຜ່ານມາຊາວນາ ແລະ ກຸ່ມ ຄົນທຸກຍາກທົ່ວໂລກໄດ້ຄ່ອຍໆປົດ ແອກອອກຈາກການຄອບງໍາສິນ ຄ້າລາຄາແພງ ຂອງທຶນນິຍົມຜູກ ຂາດ, ໂດຍເລີ່ມຕົ້ນເຄື່ອງກົນຈັກ, ລົດໄຖນາ, ລົດຈັກ, ລົດເກງ, ລົດ ບັນທຸກ, ເຄື່ອງໃຊ້ໄຟຟ້າ, ໂທລະສັບ ມືຖື ແລະ ອື່ນໆ ທີ່ຜະລິດໃນປະເທດ ທຶນນິຍົມຜູກຂາດເຕັກໂນໂລຊີກັບ ການຕັ້ງລາຄາຂ້ອນຂ້າງແພງເຮັດ ໃຫ້ຊາວນາ ແລະ ກຸ່ມຄົນມີລາຍໄດ້ ຕໍ່າບໍ່ສາມາດຊື້ ຫລື ເຂົ້າເຖິງສິ່ງ ເຫລົ່ານັ້ນໄດ້ຢ່າງເຕັມສ່ວນ, ແຕ່ປັດ ຈຸບັນນີ້ທຸກຊັ້ນຄົນທົ່ວໂລກ ສາມາດ ເຂົ້າເຖິງສິນຄ້າຂອງຈີນ ຜະລິດ ແລະ ສະໜອງໃຫ້ດ້ວຍລາຄາສົມ ເຫດສົມຜົນແຕກຕ່າງກັນໄປເພີ່ມ ຂຶ້ນຢ່າງກວ້າງຂວາງ ເຊິ່ງໄດ້ສະ ແດງໃຫ້ເຫັນການເປີດກວ້າງ ແລະ ການກະຈາຍການພັດທະນາ ຂອງ ຈີນໃຫ້ມວນມະນຸດ. ຕະຫລອດຫລາຍທົດສະວັດ ຜ່ານມາ, ດັ່ງທີ່ຮູ້ນໍາກັນເຖິງແມ່ນ ວ່າບາງຊາດຕາເວັນຕົກ ໄດ້ກີດ ໂດຍ:ເກີດຂວັນໃຈ ມາລີຈັນສີ ກັ້ນ ແລະ ປິດລ້ອມດ້ວຍວິທີຕ່າງໆ ນາໆ ເພື່ອຮີບຮັດຈີນໂດຍບໍ່ແບ່ງ ປັນເຕັກໂນໂລຊີທັນສະໄໝ, ບໍ່ຂາຍ ອຸປະກອນຊິບ, ຕັ້ງກໍາແພງພາສີກີດ ກັ້ນສິນຄ້າຈີນ ແລະ ການໃສ່ຮ້າຍ ປ້າຍສີຕ່າງໆນາໆ ແຕ່ດ້ວຍມູນເຊື້ອ ອັນດີງາມຂອງບັນພະບຸລຸດ, ບວກ ກັບຄວາມດຸໝັ່ນອົດທົນ, ການຮັກ ຫອມສັນຕິພາບແລະມີນໍ້າໃຈແບ່ງປັນ ຊ່ວຍເຫລືອເພື່ອນມິດສາກົນຮອບ ດ້ານ ເຮັດໃຫ້ ສປ ຈີນ ຜ່ານຜ່າສິ່ງ ຫຍຸ້ງຍາກເຫລົ່ານັ້ນໄດ້ຢ່າງໂດດ ເດັ່ນ ແລະ ກາຍເປັນປະເທດໃຫຍ່ ດ້ານເສດຖະກິດໂລກ ເປັນຕົ້ນແບບ ໃນການນໍາພາການພັດທະນາແບບ ຍືນຍົງຂອງໂລກ, ເປັນຜູ້ເຕົ້າໂຮມ ຄວາມສາມັກຄີປອງດອງ, ເປັນຜູ້ ປົດແອກອອກຈາກການຄອບງໍາ ຜູກຂາດເຕັກໂນໂລຊີຂອງຊາດຕາ ເວັນຕົກໄດ້ຢ່າງໜ້າຊົມເຊີຍ. ບັນດານັກວິເຄາະໃຫ້ທັດສະນະ ວ່າ: ຖ້າໂລກນີ້ບໍ່ມີ ປະເທດຈີນ ແນ່ ນອນພວກເຮົາອາດຕົກເປັນທາດ ບໍລິໂພກວັດຖຸທີ່ຜະລິດຈາກບາງ ຊາດຕາເວັນຕົກດ້ວຍເງື່ອນໄຂລາ ຄາແພງ ແລະ ບໍ່ມີທາງເລືອກສະ ແຫວງຫາສິ່ງແຕກຕ່າງອື່ນ ເຊິ່ງຈະ ເຮັດໃຫ້ກຸ່ມຄົນຊັ້ນກາງ ແລະ ທຸກ ຍາກຫາເຊົ້າກິນຄໍ່າອາດຈະບໍ່ມີໂອ ກາດເຂົ້າເຖິງສິນຄ້າທີ່ຫລາກຫລາຍ ແລະ ບໍ່ສາມາດແກ້ໄຂຄວາມທຸກ ຍາກທີ່ແຕກໂຕນກັນໄດ້ ຕົວຢ່າງ ນ້ອຍໆ: ໂທລະສັບມືຖືທີ່ໃຊ້ໃນ ຊີວິດປະຈໍາວັນ, ກັບຍີ່ຫໍ້ໄອໂຟນ ກໍມີຄາລາສູງເຖິງ 10-50 ລ້ານກີບ ຕໍ່ໜ່ວຍແລ້ວ ເມື່ອທຽບກັບໂທລະ ສັບມືຖືຂອງຈີນ ຍີ່ຫໍ້ຫົວເຫວີຍ, ເຊວ ມີ້ ມີລາຄາພຽງແຕ່ 3-10 ລ້ານ ກວ່າກີບເທົ່ານັ້ນ ເຫັນວ່າແຕກຕ່າງ ກັນປານ“ຟ້າກັບເຫວ”, ນີ້ຍັງບໍ່ນັບ ພາຫະນະ, ເຄື່ອງກົນຈັກ ແລະ ວັດ ຖຸສິ່ງຂອງອື່ນໆທີ່ຈໍາເປັນ. ຍິ່ງກວ່າ ນັ້ນ ຍັງມີຕົວຢ່າງໜຶ່ງອີກທີ່ເປັນ ປະຫວັດສາດໂດຍທະນາຄານໂລກ ແລະ ອົງການສະຫະປະຊາຊາດກໍ ຍອມຮັບຄື: ເສັ້ນທາງສາຍໄໝສະ ຕະວັດທີ21, ພາຍໃຕ້ຂໍ້ລິເລີ່ມ“ໜຶ່ງ ແລວໜຶ່ງເສັ້ນທາງ” ໄດ້ປະຕິບັດ ແຕ່ປີ 2013 ເຖິງປັດຈຸບັນນີ້ມີບັນ ດາສະມາຊິກຕ່າງໆເຂົ້າຮ່ວມກວ່າ 150 ປະເທດທົ່ວໂລກ ແລະ ກາຍ ເປັນເສັ້ນເລືອດໃຫຍ່ເອື້ອອໍານວຍ ຄວາມສະດວກໃຫ້ແກ່ການຄ້າ, ການບໍລິການຂົນສົ່ງ, ການລົງທຶນ ແລະ ການໄປມາຫາສູ່ກັນແບບບໍ່ມີ ຮອຍຕໍ່ຄວບຄຸມເກືອບທົ່ວໂລກ, ໄດ້ ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມ, ສ້າງວຽກ ເຮັດງານທໍາ ແລະ ແກ້ໄຂຄວາມ ທຸກຍາກແບບກວມລວມແທ້ໆ,ໃນ ນັ້ນອີກເລື່ອງທີ່ສໍາຄັນຍັງໄດ້ປ່ຽນ ສະຖານະພາບຂອງ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດ ຈອດກັບທະເລກາຍເປັນປະເທດ ເຊື່ອມໂຍງເຊື່ອມຈອດກັບພາກ ພື້ນ-ສາກົນຄັ້ງປະຫວັດສາດ, ໂດຍ ສະເພາະເສັ້ນທາງລົດໄຟ ລາວ-ຈີນ ກາຍເປັນກຸນແຈເປີດປະຕູ ສປປ ລາວ ສູ່ໂລກພາຍນອກຢ່າງເຕັມ ສ່ວນ ຜ່ານການເຊື່ອມໂຍງກັບ ຊາດອາຊຽນທີ່ມີປະຊາກອນ 600 ລ້ານຄົນ, ເຂົ້າຫາຈີນທີ່ມີປະຊາ ກອນ 1,4 ຕື້ຄົນ, ໄປຫາເສັ້ນທາງຢູ ຣາເຊຍ (ອາຊີ-ເອີຣົບ) ທີ່ມີປະຊາ ກອນກວ່າ 500 ລ້ານຄົນ ເຊິ່ງການ ເຊື່ອມໂຍງດັ່ງກ່າວຈະບໍ່ພຽງກໍໃຫ້ ເກີດລະບຽງເສດຖະກິດໃຫຍ່ທີ່ສຸດ ຂອງໂລກ, ແຕ່ຫາກຍັງກໍໃຫ້ເກີດ ດິນແດນແຫ່ງສັນຕິພາບ, ຄວາມ ຈະເລີນຮຸ່ງເຮືອງ ແລະ ແລກປ່ຽນ ອະລິຍະທໍາທີ່ງົດງາມໃນອະນາຄົດ. ອ່ານຕໍ່¤Å ໜ້າ ນະຄອນຫລວງວຽງຈັນ ຕາງໜ້າ ມອບໂດຍ ທ່ານ ນາງ ຊູສິລາ ຈອນ ສຕັນ ຫົວໜ້າຝ່າຍ ປະຈໍາພາກພື້ນ ປາຊີຟິກ ບໍລິສັດ 0okla ແລະ ຕາງໜ້າຮັບໂດຍ ທ່ານ ຟານ ຊວນ ເລືອງ ຮອງຜູ້ອຳນວຍການໃຫຍ່ ເຕັກນິກ ບໍລິສັດ ສະຕາໂທລະຄົມ (ຢູນີເທວ), ມີທ່ານ ມີນາໄຊ ພິລາ ວົງ ຫົວໜ້າສູນອິນເຕີເນັດ ແຫ່ງ ຊາດ, ທ່ານ ສົມພອນ ສີຫາລາດ ຫົວໜ້າກົມຄື້ນຄວາມຖີ່ ວິທະຍຸສື່ ສານ, ທ່ານ ສຸດໃຈ ລໍລອນສີ ຫົວ ໜ້າອົງການດັດສົມ ໂທລະຄົມມະ ນາຄົມ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມ. ທ່ານ ຟານ ຊວນ ເລືອງ ໄດ້ ກ່າວວ່າ: ລາງວັນ 6nitelLao 4QeeEtestAXarE 0okla Vnitel5G ຖືວ່າເປັນການຮັບຮອງ ຢ່າງເປັນທາງການ ຈາກອົງການ ສາກົນທີ່ມີຊື່ສຽງ ໂດຍອີງໃສ່ການ ວິເຄາະ ແລະ ການປະເມີນຂໍ້ມູນທີ່ມີ ຄວາມເປັນກາງ ໄດ້ມາຈາກການ ທົດສອບ ແລະ ປະສົບການໃນການ ໃຊ້ບໍລິການຕົວຈິງຂອງລູກຄ້າ, ເຊິ່ງຜົນສຳເລັດນີ້ແມ່ນເກີດຈາກ ການພັດທະນາສ້າງສາ ຂອງພະ ນັກງານຢູນີເທວ ຈາກຮຸ່ນສູ່ຮຸ່ນ ຢ່າງຕໍ່ເນື່ອງ ຕະຫລອດໄລຍະເວ ລາ 16 ປີຜ່ານມາ. ໃນໄລຍະການ ດຳເນີນງານ, ຢູນີເທວ ໄດ້ຂະຫຍາຍ ພື້ນຖານໂຄງລ່າງໂທລະຄົມມະນາ ຄົມຢ່າງບໍ່ຢຸດຢັ້ງ, ເລີ່ມຈາກ 2G, 3G, 4G ຈົນເຖິງການນຳໃຊ້ 5G ຢ່າງເປັນທາງການໃນບໍ່ດົນມານີ້. ປັດຈຸບັນ, ພວກເຮົາຍັງຄົງເປັນຜູ້ ໃຫ້ບໍລິການເຄືອຂ່າຍມືຖືທີ່ໃຫຍ່ ທີ່ສຸດໃນ ສປປ ລາວ, ດ້ວຍຈຳນວນ ສະຖານີ #T4 ເກືອບ 10.000 ແຫ່ງ, ຄວບຄຸມພື້ນທີ່ 95 ຂອງ ພົນລະເມືອງ ພ້ອມທັງສາຍໄຍແກ້ວ ຄວາມຄືບໜ້າການກໍ່ສ້າງໄລຍະ ທີ I ແລະ ແຜນດໍາເນີນງານໃນຂັ້ນ ຕໍ່ໄປ ພ້ອມທັງໄດ້ຮັບຟັງການລາຍ ງານ ກ່ຽວກັບໂຄງການຄວາມຮັບ ຜິດຊອບສັງຄົມ ເຊັ່ນ: ໂຄງການປັບ ປຸງໂຮງຮຽນ ມສ ເມືອງໄຊ ແລະ ອື່ນໆ. ພ້ອມນີ້, ຍັງໄດ້ລົງພື້ນທີ່ກວດ ກາຢ້ຽມຊົມເຂດພະລັງງານແສງ ອາທິດ ແລະ ເຂດຫ້ອງການທີ່ຕັ້ງ ໂຄງການເມືອງໄຊ ຕື່ມອີກ. ໂອກາດນີ້, ທ່ານ ນາງ ຫລີສີ ເຈິ່ນ ໄດ້ຕີລາຄາສູງຕໍ່ປະສິດທິພາບ ຂອງການກໍ່ສ້າງໂຄງການໄລຍະທີ I ຂອງ CG/, ພ້ອມທັງສະແດງ ຄວາມຍ້ອງຍໍຊົມເຊີຍກິດຈະກຳ ຕ່າງໆຂອງ “ໂຄງການຫິ່ງຫ້ອຍ ເຮືອງແສງ” ຂອງ CG/, ຜົນສຳ ເລັດໃນການເຂົ້າຮ່ວມຊຸມຊົນ ແລະ ຜົນສຳເລັດໃນການຫລີກລ່ຽງປ່າ ໄມ້ຂອງໂຄງການ ເຊິ່ງມີຄວາມ ແຕກຕ່າງຈາກວິທີການຂອງບາງ ວິສາຫະກິດທີ່ “ຄໍານຶງເຖິງການ ພັດທະນາຊຸມຊົນຫລັງຈາກມີລາຍ ໄດ້ແລ້ວ”, CG/ ໄດ້ປະຕິບັດ ຄວາມຮັບຜິດຊອບຕໍ່ສັງຄົມຢ່າງ ຫ້າວຫັນ ຕັ້ງແຕ່ໄລຍະເລີ່ມຕົ້ນຂອງ ໂຄງການ, ສະແດງໃຫ້ເຫັນເຖິງ ຄວາມຮັບຜິດຊອບ ແລະ ວິໄສທັດ ຂອງວິສາຫະກິດ. ທ່ານ ນາງ ຫລີສີເຈິ່ນ ຍັງເນັ້ນ ຕື່ມວ່າ: ໃນໄລຍະວັນພັກບຸນວັນ ຊາດຈີນ ແລະ ບຸນໄຫວ້ພະຈັນ ທີ່ ຈະມາເຖິງນີ້, ຕ້ອງເອົາໃຈໃສ່ເປັນ ລາວ-ຈີນ... ຕໍ່າໜ້າ ຢູນີເທວ... ຕໍ່າໜ້າ ການທູດ ກັບບັນດາປະເທດເພື່ອນ ມິດຕ່າງໆທີ່ມີທ່າແຮງ ເປັນການ ເພີ່ມທະວີບົດບາດ ຢູ່ບັນດາເວທີ ຫລາຍຝ່າຍ ໂດຍສະເພາະ ສປຊ, ອາຊຽນ ແລະ ຂອບການຮ່ວມມື ອະນຸພາກພື້ນຕ່າງໆ. ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ສຳ ພາດຕໍ່ສື່ມວນຊົນ ໃນວັນທີ 30 ກັນຍາ 2025 ເນື່ອງໃນໂອກາດສະ ເຫລີມສະຫລອງ ຄົບຮອບ 80 ປີ ວັນການທູດລາວ ວ່າ: ການເຄື່ອນ ໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ເລີ່ມຕົ້ນຂຶ້ນນັບແຕ່ ການປະກາດເອກະລາດ ວຽກງານ ການຕ່າງປະເທດ ໄດ້ເນັ້ນໃສ່ການ ເຄື່ອນໄຫວການທູດທາງດ້ານການ ເມືອງ ເພື່ອຜູກມິດກັບບັນດາປະ ເທດເພື່ອນມິດຍຸດທະສາດ ທີ່ມີອຸດົມ ການອັນດຽວກັນ, ຄຽງຄູ່ກັບການ ເຄື່ອນໄຫວການທູດປະຊາຊົນຢູ່ ພາຍໃນປະເທດ ເພື່ອເຕົ້າໂຮມຄວາມ ສາມັກຄີພາຍໃນ ແລະ ປຸກລະດົມ ນໍ້າໃຈຮັກຊາດ ຂອງປະຊາຊົນບັນ ດາເຜົ່າທົ່ວປະເທດ. ນັບແຕ່ການຈັດ ຕັ້ງປະຕິບັດແນວທາງປ່ຽນແປງ ໃໝ່ຮອບດ້ານທີ່ມີຫລັກການຂອງ ພັກ ການເຄື່ອນໄຫວວຽກງານການ ຕ່າງປະເທດ ໄດ້ຫັນເອົາການເຄື່ອນ ໄຫວທາງດ້ານການເມືອງ ຕິດພັນ ກັບການເຄື່ອນໄຫວທາງດ້ານເສດ ຖະກິດ ເພື່ອຮັບໃຊ້ການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໃນ ແຕ່ລະໄລຍະທັງໃຫ້ສອດຄ່ອງກັບ ຍຸກສະໄໝແຫ່ງໂລກາພິວັດ, ດີຈິ ຕອນ ແລະ ການເຊື່ອມໂຍງທາງ ດ້ານເສດຖະກິດ. ການປະຕິບັດ ແນວທາງນະໂຍບາຍ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການ ຮ່ວມມື” ຕາມທິດນໍາ “ເພີ່ມມິດ ຫລຸດຜ່ອນສັດຕູ” ໂດຍສົມທົບກັບ ກໍາລັງແຮງພາຍໃນ ໄດ້ຍົກສູງ ຖານະບົດບາດຂອງ ສປປ ລາວ ສູງເດັ່ນຂຶ້ນ ແລະ ໄດ້ຮັບຄວາມໄວ້ ເນື້ອເຊື່ອໃຈຈາກສາກົນ. ທັງໝົດນີ້ ໄດ້ສ້າງພື້ນຖານອັນດີໃຫ້ແກ່ ສປປ ລາວ ໃນການສືບຕໍ່ຮັກສາສັນຕິ ພາບ, ສະຖຽນລະພາບທາງດ້ານ ການເມືອງ-ຄວາມໝັ້ນຄົງ ແລະ ສັງຄົມມີຄວາມສະຫງົບສຸກ, ອັນ ນໍາມາສູ່ການສ້າງເງື່ອນໄຂທີ່ເອື້ອ ອໍານວຍໃຫ້ແກ່ການພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ແລະ ສາ ມາດຍາດມາໄດ້ຜົນສໍາເລັດຫລາຍ ດ້ານໃນຂົງເຂດເສດຖະກິດ ໃນໄລ ຍະຜ່ານມາ. ການເພີ່ມທະວີການພົວພັນຮ່ວມ ມືກັບບັນດາປະເທດເພື່ອນມິດຍຸດ ທະສາດ ໄດ້ເພີ່ມທະວີມູນຄ່າການ ຄ້າ ແລະ ການລົງທຶນສອງຝ່າຍ ໃຫ້ ນັບມື້ນັບເພີ່ມຂຶ້ນ, ອັນພົ້ນເດັ່ນ ການ ເປີດນໍາໃຊ້ທາງລົດໄຟລາວ-ຈີນ ນັບແຕ່ທ້າຍປີ 2021 ແລະ ການ ເປີດນໍາໃຊ້ທ່າທຽບເຮືອ ຢູ່ທ່າເຮືອ ສາກົນລາວ-ຫວຽດນາມ ໄດ້ປະ ກອບສ່ວນສໍາຄັນເຂົ້າໃນການພັດ ທະນາຂະແໜງການຄົມມະນາຄົມ ຂົນສົ່ງ, ການຄ້າ ແລະ ການລົງທຶນ ຂອງ ສປປ ລາວ ໃຫ້ເຕີບໃຫຍ່ຂະ ຫຍາຍຕົວ. ພ້ອມນີ້, ການເພີ່ມທະວີ ສາຍພົວພັນກັບປະເທດທີ່ເປັນມູນ ເຊື້ອອັນດີງາມ, ບັນດາປະເທດ 80 ປີ... ຕໍ່າໜ້າ ເພື່ອນບ້ານໃກ້ຄຽງ ແລະ ບັນດາປະ ເທດໃຫຍ່ ກໍໄດ້ຮັບການຊ່ວຍເຫລືອ ແລະ ສະໜັບສະໜູນເຂົ້າໃນຂົງ ເຂດບຸລິມະສິດຕ່າງໆ ເປັນຕົ້ນ ການ ພັດທະນາຊັບພະຍາກອນມະນຸດ, ສຶກສາ, ສາທາລະນະສຸກ, ເສດຖະ ກິດ-ການເງິນ, ກົດໝາຍ-ນິຕິກໍາ, ການພັດທະນາພື້ນຖານໂຄງລ່າງ, ການເກັບກູ້ລະເບີດບໍ່ທັນແຕກ ແລະ ຂົງເຂດອື່ນໆ. ຈາກການເຄື່ອນໄຫວການທູດ ບຸກທະລຸຢ່າງຕັ້ງໜ້າ, ປັດຈຸບັນ ສປປ ລາວ ສາມາດໄດ້ມີສາຍພົວ ພັນການທູດກັບ 151 ປະເທດ ເມື່ອ ທຽບໃສ່ນະໂຍບາຍຈິນຕະນາການ ໃໝ່ ໃນປີ 1986 ແລະ ໄດ້ຂະຫຍາຍ ເຂົ້າສູ່ລ່ວງເລິກ ແລະ ມີຄວາມຍືນ ຍົງຫລາຍຂຶ້ນ ໂດຍມີຂອບການພົວ ພັນຮ່ວມມືສໍາຄັນກັບ 12 ປະເທດ ຄື: ຄູ່ຮ່ວມມືຍຸດທະສາດຮອບດ້ານ 4 ປະເທດ (ສສ ຫວຽດນາມ, ສປ ຈີນ, ຍີ່ປຸ່ນ, ກໍາປູເຈຍ); ຄູ່ຮ່ວມຍຸດ ທະສາດ 5 ປະເທດ (ສປປ ເກົາຫລີ, ສ ກູບາ, ສ ຣັດເຊຍ, ຮົງກາຣີ, ສ ເກົາຫລີ. ໃນນີ້, ສ ຣັດເຊຍ ແລະ ສ ເກົາຫລີ ກໍາລັງກຽມຍົກລະດັບເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ); ຄູ່ ຮ່ວມມືຮອບດ້ານ 2 ປະເທດ (ໄທ, ອົດສະຕຣາລີ); ຄູ່ຮ່ວມມືແບບກວມ ລວມ 1 ປະເທດ (ສ ອາເມລິກາ). ຂ່າວ: ກິດຕາ; ພາບ: ກະຊວງຕ່າງປະເທດ ຍັງໄດ້ພົບກັບ ທ່ານ ເຫີ ຈິ້ງຊຽນ ອະ ດີດຜູ້ອໍານວຍການໂຮງຮຽນຊີຊ່ອງ ກວາງໂຈວ ສໍາລັບເດັກພິການຫູ ແລະ ໄດ້ແບ່ງປັນປະສົບການເຊິ່ງ ກັນແລະ ກັນກ່ຽວກັບວຽກງານດັ່ງ ກ່າວ.ຫລັງຈາກກັບມາປະເທດທ່ານ ນາງ ໂສພາພອນ ເຮືອງລິດ ໄດ້ນໍາ ປະສົບການຈາກຈີນ ມາປັບໃຊ້ໃຫ້ ເໝາະສົມກັບສະພາບຕົວຈິງໃນ ລາວ ແລະ ສ້າງ “ສູນຝຶກອົບຮົມທັກ ສະສໍາລັບຄົນພິການທາງຫູໃນ ລາວ” ເພື່ອຊ່ວຍໃຫ້ຄົນພິການທາງ ຫູສາມາດຫາລາຍໄດ້ ໂດຍການ ຜະລິດຫັດຖະກໍາ ເປັນເສດຖະກິດ. ຮູບເງົາສາລະຄະດີ “ຄວາມປາ ຖະໜາຂອງອໍານວຍການໂຮງ ຮຽນ” ໄດ້ຜະລິດຮ່ວມກັນໂດຍ ສໍານັກງານອະທິບາຍຈີນ, ຊ່ອງ DisDoverZ ແລະ ບໍລິສັດ ຕາຂ່າຍ ໄຟຟ້າພາກໃຕ້ຈີນ ໂດຍໄດ້ຖືກຄັດ ເລືອກເຂົ້າໃນແຜນການຮ່ວມກັນ ປະດິດສ້າງລະຫວ່າງ ຈີນ ແລະ ຕ່າງປະເທດ ພາຍໃຕ້ຫົວຂໍ້ “ຍຸກ ສະໄໝໃໝ່-ຮູບພາບໃໝ່” ຄັ້ງທີ 2. ຮູບເງົານີ້ ບໍ່ພຽງແຕ່ບັນທຶກ ຄວາມຝັນ ແລະ ການກະທຳຂອງ ທ່ານ ນາງ ໂສພາພອນ ເຮືອງລິດ ເທົ່ານັ້ນ, ແຕ່ຍັງສະທ້ອນເຖິງມິດຕະ ພາບ ແລະ ຄວາມຮັກແພງ ທີ່ຂ້າມ ຊາຍແດນ. ນີ້ກໍແມ່ນຈຸດປະສົງເລີ່ມ ຕົ້ນຂອງທີມງານສ້າງສັນ ໃນການ ສ້າງຮູບເງົາເລື່ອງນີ້ ເພື່ອໃຫ້ຄົນ ທັງຫລາຍເຫັນຄວາມຫຍຸ້ງຍາກ ແລະ ຄວາມຍິ່ງໃຫຍ່ຂອງການສຶກ ສາພິເສດ, ກະຕຸ້ນໃຫ້ຄົນໃສ່ໃຈ ແລະ ສະໜັບສະໜູນການສຶກສາ ພິເສດ ແລະ ເພື່ອໃຫ້ຄວາມປາຖະ ໜາອັນມິດງຽບຖືກຮັບຟັງ ແລະ ຖືກປະກົດຜົນເປັນຈິງ. ແສງສະຫວ່າງ... ຕໍ່າໜ້າ ນຳແສງຫລາຍກວ່າ 43.000 ກິ ໂລແມັດ ທີ່ເຊື່ອມຕໍ່ທົ່ວປະເທດ. ທ່ານ ນາງ ຊູສິລາ ຈອນສຕັນ ໄດ້ກ່າວວ່າ: ບໍລິສັດ ຢູນີເທວ ໄດ້ ຮັບລາງວັນເຄືອຂ່າຍມືຖືທີ່ດີທີ່ສຸດ ໂດຍໄດ້ຄະແນນ 4QeeEtest ConneDtivitZ 4Dore ສູງສຸດ ເປັນອັນດັບ 1 ໃນປະເທດ. ລາງວັນ ດັ່ງກ່າວ ຖືເປັນລາງວັນຊັ້ນນໍາລະ ດັບໂລກ ທີ່ມອບໃຫ້ຜູ້ໃຫ້ບໍລິການ ເຄືອຂ່າຍ ໂດຍອີງໃສ່ຂໍ້ມູນການ ນໍາໃຊ້ຕົວຈິງຫລາຍກວ່າ 11 ລ້ານ ເທື່ອຕໍ່ມື້, ຈາກຜູ້ໃຊ້ຫລາຍກວ່າ 600 ລ້ານຄົນທົ່ວໂລກ ເຊິ່ງການ ຄັດເລືອກໃນຄັ້ງນີ້ ໃຊ້ວິທີການປະ ເມີນແບບໃໝ່ ທີ່ລວມ 3 ດ້ານຫລັກ ຄື: ຄວາມໄວໃນການດາວໂຫລດ, ອັບໂຫລດ ແລະ ຄວາມຊັກຊ້າ (50 ), ປະສົບການ ການທ່ອງ ເວັບ ແລະ ຄວາມໄວໃນການໂຫລດ ໜ້າເວັບ (25 ) ແລະ ຄຸນນະພາບ ການສະຕີມວິດີໂອ, ຄວາມຕໍ່ເນື່ອງ ແລະ ຄວາມຊັດເຈນ (25 ). ຜົນ ການປະເມີນສະທ້ອນໃຫ້ເຫັນວ່າ ຢູນີເທວ ບໍ່ພຽງແຕ່ເປັນເຄືອຂ່າຍ ທີ່ໄວທີ່ສຸດ, ແຕ່ຍັງມອບປະສົບການ ການນໍາໃຊ້ທີ່ດີເລີດ, ຄວບຄຸມທັງ ຄວາມໄວ, ຄວາມສະຖຽນ ແລະ ຄຸນນະພາບໃນຊີວິດປະຈໍາວັນຂອງ ຜູ້ໃຊ້ງານຕົວຈິງ. ຂ້າມຊາຍແດນ ລະຫວ່າງຜູ້ສອນ ການສຶກສາຜູ້ພິການຫູ ຈາກສອງ ປະເທດ ລາວ-ຈີນ. ທ່ານ ໂສພາພອນ ເຮືອງລິດ ຜູ້ ອໍານວຍການໂຮງຮຽນສຶກສາພິ ເສດ“ມືແຫ່ງຄວາມຫວັງ(HanEs oG HoQe)” ໄດ້ທຸ່ມເທຊັບສິນ ຂອງຕົນ ເພື່ອກໍ່ຕັ້ງໂຮງຮຽນເອກະ ຊົນ ສໍາລັບເດັກນ້ອຍພິການຫູແຫ່ງ ດຽວໃນປະເທດລາວ ແຕ່ດ້ວຍ ຄວາມຂາດແຄນຊຸດສຶກສາ ແລະ ຄູ ອາຈານ ລວມທັງອຸປະສັກຫລາຍ ຢ່າງ. ໃນປີ 2022 ໃນຂະນະທີ່ສະ ໜອງພະລັງງານໄຟຟ້າໃຫ້ທາງ ລົດໄຟລາວ-ຈີນ ບໍລິສັດ ຕາຂ່າຍ ໄຟຟ້າພາກໃຕ້ຈີນ ໄດ້ຄົ້ນພົບໂຮງ ຮຽນພິເສດແຫ່ງນີ້ ແລະ ເຫັນໄດ້ສະ ພາບຄວາມຫຍຸ້ງຍາກລໍາບາກ ຈຶ່ງ ໄດ້ປະຕິບັດໂຄງການກຸສົນ “ແສງ ແຫ່ງຄວາມຫວັງ” ໂດຍການສົ່ງ ອຸປະກອນການສຶກສາ ໄປຊ່ວຍ ເຫລືອໃຫ້ໂຮງຮຽນດັ່ງກ່າວ ເພື່ອ ປັບປຸງເງື່ອນໄຂ ແລະ ສະພາບການ ຮຽນ-ການສອນ ໃຫ້ດີຂຶ້ນ. ເພື່ອຊ່ວຍໃຫ້ ທ່ານ ນາງ ໂສພາ ພອນ ເຮືອງລິດ ບັນລຸຄວາມປາ ຖະໜາທີ່ຈະໄປຮຽນຮູ້ປະສົບການ ກ້າວໜ້າໃນການສຶກສາເດັກພິການ ຫູຂອງຈີນ, ອາສາສະໝັກຂອງ ບໍລິສັດໄຟຟ້າພາກໃຕ້ ໄດ້ເລີ່ມດໍາ ເນີນ“ການປະຕິບັດງານຂ້າມຊາດ” ດ້ວຍການຊ່ວຍເຫລືອໃຫ້ທ່ານ ແລະ ທີມຄູ-ນັກຮຽນ ໄປກວາງໂຈວ ເພື່ອ ສັງເກດລະບົບປົກປ້ອງ ແລະສົ່ງ ເສີມການພິການຫູຂອງຈີນ ເປັນຕົ້ນ ການປູກຫູທຽມ, ການຝຶກຟື້ນຟູ, ການສຶກສາລວມ ແລະ ການມີສ່ວນ ຮ່ວມສັງຄົມ, ພ້ອມທັງໄດ້ທົດລອງປະ ສົບການກວດການໄດ້ຍິນແລະການ ແປພາສາມືອອນລາຍ ດ້ວຍເຕັກໂນ ໂລຊີທີ່ທັນສະໄໝ ແລະອື່ນໆ. ພ້ອມ ນີ້, ທ່ານນາງ ໂສພາພອນ ເຮືອງລິດ ຢ່າງສູງຕໍ່ຄວາມປອດໄພ ໃນການ ຜະລິດ ແລະ ຄວາມປອດໄພການ ຂົນສົ່ງ ພ້ອມທັງແນະນຳໃຫ້ເພີ່ມ ການຮ່ວມມືກັບວິສາຫະກິດສາຍ ສົ່ງໄຟຟ້າ ແລະ ລູກຄ້າລາຍໃຫຍ່ ທີ່ມີຄວາມຕ້ອງການຊົມໃຊ້ໄຟຟ້າ ສູງ ເພື່ອບັນລຸຕ່າງຝ່າຍຕ່າງໄດ້ຮັບ ຜົນປະໂຫຍດ.
RkJQdWJsaXNoZXIy MTc3MTYxMQ==