01/10/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K © ອນ¤§Ç Ê ¤§ໜÇ © ¤ນ¤ rh v,da ogru j ,mt;u pq dl6 '[q f[kf0v'76 (ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 31 ປີ ວັນທີ 7 10 1994-7 10 2025) ວັນຄູແຫ່ງຊາດ, ວັນທີ 7 ຕຸລາ ໃກ້ຈະໝູນວຽນມາບັນຈົບຄົບຮອບ 31 ປີ (7ຕຸລາ 1994-7 ຕຸລາ 2025) ຊຶ່ງປີນີ້ທົ່ວຂະແໜງການ ສຶກສາພວມສຸມໃສ່ຈັດຕັ້ງປະຕິບັດ ແຜນການຮຽນ-ການສອນ ປະຈຳ ສົກປີ 2025-2026 ດ້ວຍຄວາມ ເອົາໃຈໃສ່ເຖິງຈະພົບກັບສະພາບ ຄວາມຫຍຸ້ງຍາກດ້ານເສດຖະກິດ ດ້ວຍຄວາມເຊື່ອໝັ້ນຕໍ່ຄວາມເອົາໃຈ ໃສ່ຂອງພັກ ແລະ ລັດຖະບານ ຈຶ່ງ ເຮັດໃຫ້ການສິດສອນ ແລະ ຮໍ່າ ຮຽນໃນສົກຮຽນນີ້ ບັນລຸຜົນຕາມ ຄາດໝາຍທີ່ວາງໄວ້. ວັນຄູແຫ່ງຊາດ, ວັນທີ 7 ຕຸລາ ເປັນບຸນປາງໃຫຍ່ໜຶ່ງ ຊຶ່ງຜ່ານ ມາໄດ້ມີການຈັດຕັ້ງສະຫລອງໃນ ຂອບເຂດທົ່ວປະເທດ ເພື່ອເປັນ ການສະແດງຄວາມຮູ້ບຸນຄຸນຕໍ່ຄູ- ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ປີ 2026-2030 ແຂວງອັດຕະປື ໄດ້ກໍານົດຄາດໝາຍ ດ້ານເສດຖະກິດມະຫາພາກຈະສູ້ ຊົນເຮັດໃຫ້ລວມຍອດຜະລິດຕະພັນ ພາຍໃນເພີ່ມຂຶ້ນ ສະເລ່ຍໃນລະດັບ 7-7,5 ຕໍ່ປີ, ມູນຄ່າໃນປີ ຮອດ ປີ 2030 ປະມານ 11.179 ຕື້ກີບ, ຍອດຜະລິດຕະພັນກະສິກຳເພີ່ມຂຶ້ນ ສະເລ່ຍໃນລະດັບ 6-7 , ກວມເອົາ 36 ຂອງຈີດີພີ, ຍອດຜະລິດຕະ ພັນອຸດສາຫະກຳເພີ່ມຂຶ້ນສະເລ່ຍໃນ ລະດັບ 10-11 , ກວມເອົາ 40 ຂອງຈີດີພີ, ຍອດຜະລິດຕະພັນ ບໍລິການ ເພີ່ມຂຶ້ນສະເລ່ຍໃນລະດັບ 5-6 , ກວມເອົາ 22,7 ຂອງ ຈີດີພີ, ພາສີ-ອາກອນ ສະເລ່ຍໃນ ລະດັບ 5,3 , ກວມເອົາ 1,3 ຂອງຈີດີພີ, ຈີດີພີ ຕໍ່ຫົວຄົນ ປະມານ 59 ລ້ານກີບ ຫລື ເທົ່າກັບ 2.870 ໂດລາສະຫະລັດ ໃນປີ 2030, ຄາດຄະເນການລະດົມທຶນລວມ ປະມານ 30 ຂອງຈີດີພີ, ຄາດ va f8txn 9tl6h -q o.sh ];,pvfzt]y f8tra orkp.ogruj ,0B o 7,5% 8xu + ຄະເນກໍາລັງແຮງງານເກນອາຍຸ 15-64 ປີ ປະມານ 60-64 ຂອງປະຊາກອນ, ມູນຄ່າການ ຄ້າຕ່າງປະເທດທັງໝົດ 3.766 ລ້ານໂດລາສະຫະລັດ ໃນນີ້, ການ ສົ່ງອອກໃຫ້ໄດ້ 3.847 ລ້ານໂດລາ ສະຫະລັດ, ການນໍາເຂົ້າ 279 ລ້ານ ໂດລາສະຫະລັດ, ເກີນດຸນ 3.208 ລ້ານໂດລາສະຫະລັດ, ດ້ານການ ເງິນ-ເງິນຕາ ລວມລາຍຮັບທັງໝົດ ໃຫ້ໄດ້ 5.289 ຕື້ກີບ, ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບຕົວເລກດຽວ, ອັດຕາ ແລກປ່ຽນໃຫ້ມີທ່າຫລຸດລົງເທື່ອ ລະກ້າວ. ທ່ານ ທະນູໄຊ ບັນຊາລິດ ຮອງ ເຈົ້າແຂວງອັດຕະປື ລາຍງານແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຕໍ່ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ໃນອາທິດ ຜ່ານມາວ່າ: ທິດທາງລວມຂອງ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ 5 ປີ ຄັ້ງທີ X ແຕ່ປີ 2026-2030, ຈະສືບຕໍ່ຮັບປະກັນ ໃຫ້ແຂວງອັດຕະປື ມີຄວາມສະ ຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນ ລະບຽບຮຽບຮ້ອຍຢ່າງໜັກແໜ້ນ, ເປັນເຈົ້າຕົນເອງໃນການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ແລະ ສ້າງທ່າແຮງໃໝ່ ຕາມແນວທາງເສດຖະກິດເອກະ ລາດເປັນເຈົ້າຕົນເອງ ໂດຍສະເພາະ ໃນຂົງເຂດການຜະລິດກະສິກໍາ ແລະ ການປຸງແຕ່ງ, ສົ່ງເສີມຢ່າງ ແຂງແຮງການທ່ອງທ່ຽວ ເພື່ອ ສ້າງຖານລາຍຮັບໃໝ່; ສູ້ຊົນເຮັດ ໃຫ້ການເຕີບໂຕຂອງເສດຖະກິດ ມີການຫັນປ່ຽນຢ່າງຕັ້ງໜ້າ, ໝັ້ນ ທ່ຽງ ແລະ ໜັກແໜ້ນ; ຮັກສາສະ ຖຽນລະພາບທາງດ້ານການເງິນ, ເງິນຕາ ແລະ ງົບປະມານໃຫ້ສືບຕໍ່ ເກີນດຸນ, ເກີນແຜນ ແລະ ແກ້ໄຂໜີ້ ສິນໃຫ້ຫລຸດລົງຢ່າງຈະແຈ້ງ, ສືບ ຕໍ່ພັດທະນາຊັບພະຍາກອນມະນຸດ, ຂົງເຂດວັດທະນະທໍາ-ສັງຄົມ ໃຫ້ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບຕອບສະໜອງໄດ້ໃຫ້ ແກ່ການພັດທະນາແຕ່ລະຂົງເຂດ, ເພີ່ມທະວີວຽກງານຄົ້ນຄວ້ານໍາ ໃຊ້ປັນຍາປະດິດ ແລະ ນະວັດຕະ ກຳໃໝ່ຢ່າງກວ້າງຂວາງ, ຍົກສູງ ຄຸນນະພາບການສຶກສາ ແລະ ສ້າງ ໂອກາດໃຫ້ເດັກໃນເກນອາຍຸໃນເຂດ ຊົນນະບົດໄດ້ເຂົ້າຮຽນ ແລະ ຝຶກ ວິຊາຊີບເພີ່ມຂຶ້ນ, ສືບຕໍ່ພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກໃຫ້ຂາດຕົວ, ແນໃສ່ຫລຸດ ຜ່ອນຄວາມແຕກໂຕນດ້ານການ ພັດທະນາລະຫວ່າງຕົວເມືອງ ແລະ ຊົນນະບົດໃນນີ້, ຈຸດສຸມແມ່ນບັນດາ ຕາແສງໃຫ້ກາຍເປັນຈຸດໃຈກາງ ຂອງການພັດທະນາບ້ານ ແລະ ຊຸມຊົນ, ພັດທະນາ ແລະ ສ້າງຖານ ຂໍ້ມູນອັນຈໍາເປັນສົມທົບກັບການ ສ້າງຄວາມເຂັ້ມແຂງໃຫ້ແກ່ຕາ ແສງ, ບ້ານ ແລະ ຊຸມຊົນຮັບມືກັບ ສະພາບການປ່ຽນແປງຂອງດິນ ຟ້າອາກາດ ແລະ ໄພພິບັດຕ່າງໆ, ສືບຕໍ່ປົກປັກຮັກສາ, ຟື້ນຟູ ແລະ ຈັດສັນຊັບພະຍາກອນທີ່ດິນ, ປ່າໄມ້ ໄປຕາມທິດ “ຄຸນນະພາບ, ສີຂຽວ ແລະ ຍືນຍົງ” ກາຍເປັນຖານ ເສດຖະກິດ ແລະ ລາຍຮັບທີ່ບໍ່ບົກ ແຫ້ງເປັນຕົ້ນ ການສະໜອງໃຫ້ແກ່ ການລົງທຶນສິນເຊື່ອກາກບອນ ແລະ ການຜະລິດກະສິກຳເປັນສິນຄ້າຕິດ ພັນກັບການປຸງແຕ່ງ ເພື່ອທົດແທນ ການນໍາເຂົ້າ ແລະ ສົ່ງອອກເພີ່ມຂຶ້ນ, ຍົກສູງການຄຸ້ມຄອງ ແລະ ບໍລິຫານ ລັດຂັ້ນແຂວງ, ເມືອງ, ຕາແສງ ດ້ວຍກົດໝາຍ, ມີປະສິດທິພາບ, ທັນສະໄໝ, ໂປ່ງໃສ, ວ່ອງໄວ, ຍຸຕິ ທຳ ແລະ ກວດສອບ-ກວດກາໄດ້, ສືບຕໍ່ປັບປຸງກົນໄກການປະສານ ງານ ແລະ ການແບ່ງຂັ້ນຄຸ້ມຄອງ, ແບ່ງຄວາມຮັບຜິດຊອບລະຫວ່າງ ຂະແໜງການ, ສາຍຕັ້ງ-ສາຍ ຂວາງ, ລະຫວ່າງອົງການປົກຄອງ ແລະ ສະພາປະຊາຊົນແຂວງ, ອົງການກວດສອບ, ກວດກາ ແລະ ພາກສ່ວນອົງການຈັດຕັ້ງລັດອື່ນໆ ໃຫ້ມີຄວາມເປັນເອກະພາບໄປ ລວງດຽວກັນ, ເດັດຂາດບໍ່ໃຫ້ເກີດ ປະກົດການຫຍໍ້ທໍ້ໃນລະບົບກົງຈັກ ທຸກຂົງເຂດວຽກງານ, ປະຊາຊົນ ບັນດາເຜົ່າໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດດ້ວຍກົດໝາຍ, ສືບຕໍ່ພົວພັນຮ່ວມມືກັບບັນດາແຂວງ ໃກ້ຄຽງຂອງປະເທດເພື່ອນມິດ, ສາກົນ ແລະ ຄູ່ຮ່ວມພັດທະນາບົນ ຫລັກການຕ່າງຝ່າຍຕ່າງໄດ້ຮັບ ຜົນປະໂຫຍດຕົ້ນຕໍບັນດາແຂວງ ຂອງ ສສ ຫວຽດນາມ ແລະ ສປ ຈີນ, ສືບຕໍ່ພັດທະນາພື້ນຖານໂຄງ ລ່າງ, ການແລກປ່ຽນການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຂົງເຂດຊັບພະຍາກອນມະນຸດໃຫ້ ຮັບປະກັນມາດຖານຄຸນນະພາບສາ ມາດເຊື່ອມໂຍງ-ເຊື່ອມຈອດຢ່າງ ເປັນຮູບປະທໍາໃນລະດັບພາກພື້ນ ແລະ ອະນຸພາກພື້ນ. ອາຈານ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການສິດສອນ ລູກຫລານ, ນັກຮຽນ-ນັກສຶກສາ ຂອງປະຊາຊົນລາວບັນດາເຜົ່າ ໃຫ້ ກາຍເປັນຜູ້ທີ່ມີຄວາມຮູ້, ຄວາມ ສາມາດ ກໍຄື ເປັນຊັບພະຍາກອນ ມະນຸດທີ່ມີຄຸນນະພາບ ເພື່ອສືບ ທອດພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນ ອະນາຄົດ. ແຕ່ດ້ວຍສະພາບປັດ ຈຸບັນການຈັດຕັ້ງສະເຫລີມສະ ຫລອງດ້ວຍກິດຈະກຳຕ່າງໆ ອາດ ບໍ່ອຳນວຍເທົ່າທີ່ຄວນແຕ່ເຊື່ອວ່າ ປວງຊົນລາວທຸກຖ້ວນໜ້າລ້ວນ ແຕ່ຮັບຮູ້ ແລະ ຈາລຶກບຸນຄຸນ ຄຸນ ງາມຄວາມດີໄວ້ໃນດວງໃຈສະເໝີ. ພ້ອມນີ້ພັກ ແລະ ລັດຖະບານເວລາ ໃດກໍ່ໄດ້ໃຫ້ຄວາມສໍາຄັນ ແລະ ເອົາ ໃຈໃສ່ຕໍ່ວຽກງານການສຶກສາຄູ ແລະ ຖືເອົາຄູເປັນກົກໃນການຍົກ ລະດັບຄຸນນະພາບຂອງການສຶກສາ ກໍ່ຄືການພັດທະນາຊັບພະຍາກອນ ມະນຸດເພາະຄູມີບົດບາດສໍາຄັນໃນ ການສ້າງອະນາຄົດໃຫ້ຄົນແຕ່ລະ ຮຸ່ນ ແລະ ໃນພາລະກິດສ້າງສາ ພັດທະນາປະເທດຊາດໃຫ້ຈະເລີນ ຮຸ່ງເຮືອງ. ການຈັດຕັ້ງໃຫ້ມີວັນຄູ ແຫ່ງຊາດ ແມ່ນເພື່ອໃຫ້ພົນລະເມືອງ ລາວທຸກເຜົ່າ, ທຸກຊັ້ນຄົນໃນວົງ ຄະນາຍາດແຫ່ງຊາດລາວ ໄດ້ມີ ໂອກາດທົບທວນເຖິງວິວັດທະນາ ການແຫ່ງຊີວິດຂອງຕົນໃນແຕ່ລະ ບາດກ້າວ, ໂດຍເລີ່ມຈາກຊີວິດໃນ ຍາມເດັກຢູ່ໃນການລ້ຽງດູຂອງ ພໍ່ແມ່, ຊີວິດການເຄື່ອນໄຫວສຶກ ສາຮ່ຳຮຽນໃນຂັ້ນຕ່າງໆ...ໃຫ້ມີ ໂອກາດສຳນຶກເຖິງບຸນຄຸນພໍ່ແມ່, ຄູ ອາຈານ, ທັງເປັນການເຊີດຊູກຽດ ສັກສີ,ຖານະບົດບາດຂອງຄູທີ່ມີຕໍ່ ສັງຄົມ, ຄຸນປະໂຫຍດ ແລະ ຄຸນງາມ ຄວາມດີຂອງຄູທີ່ມີຕໍ່ປະເທດຊາດ ໃຫ້ໄດ້ຮັບການຍົກສູງ, ຄຸນນະພາບ ຕົວຈິງດ້ານການຮໍ່າຮຽນຂອງລູກ ຫລານເຮົາໃຫ້ໄດ້ຮັບການປ່ຽນແປງ ຍິ່ງຂຶ້ນໄປ. ຕະຫລອດໄລຍະທີ່ຜ່ານມາ, ພາຍໃຕ້ການນໍາພາຂອງພັກ ແລະ ລັດຖະບານ ບວກໃສ່ຄວາມເອົາໃຈ ໃສ່ຂອງຜູ້ບໍລິຫານການສຶກສາ ແລະ ກິລາ, ຄູ-ອາຈານ ແລະ ການ ປະກອບສ່ວນຢ່າງຕັ້ງໜ້າຂອງທຸກ ພາກສ່ວນໃນສັງຄົມທັງພາກລັດ ແລະ ພາກເອກະຊົນ, ພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະແມ່ນ ຄູ່ຮ່ວມພັດທະນາຕໍ່ການພັດທະນາ ການສຶກສາ ແລະ ກິລາ, ເຮັດໃຫ້ ຖັນແຖວຄູ-ອາຈານ ມີໂອກາດ ໄດ້ພັດທະນາຕົນເອງຫລາຍຂຶ້ນ ແລະ ກາຍເປັນກໍາລັງແຮງທີ່ສໍາຄັນ ໜຶ່ງໃນການພັດທະນາການສຶກສາ ແລະກິລາໃຫ້ມີການຫັນປ່ຽນໃໝ່ ທີ່ດີຂຶ້ນເປັນລໍາດັບ, ນັບທັງດ້ານ ປະລິມານ ແລະ ຄຸນນະພາບ. ພ້ອມ ນັ້ນ, ເພື່ອເປັນການສ້າງເງື່ອນໄຂ ແລະ ໂອກາດໃຫ້ປະຊາຊົນລາວ ບັນດາເຜົ່າໄດ້ເຂົ້າ ເຖິງການສຶກສາ ຫລາຍຂຶ້ນ. ດັ່ງທີ່ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ກ່າວໃນ ໂອກາດໄຂສົກຮຽນໃໝ່ ປີ 2025- 2026 ໃນບາງຕອນວ່າ: ລັດຖະ ບານ ຍາມໃດກໍໄດ້ຖືວຽກງານການ ສຶກສາເປັນວຽກໜຶ່ງສຳຄັນ “ເອົາ ການສຶກສາໄປກ່ອນວຽກງານອື່ນ ກ້າວໜຶ່ງ”, “ເອົາຄົນ ເປັນເປົ້າ ໝາຍ, ເປັນໃຈກາງ” ໃນການພັດ ທະນາເສດຖະກິດ-ສັງຄົມຂອງ ຊາດ. ການສຶກສາເປັນການພັດທະ ນາຊັບພະຍາກອນມະນຸດ, ສ້າງ ຄົນໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີ ລະບຽບວິໄນ, ມີສະຕິເຄົາລົບ ແລະ ປະຕິບັດກົດໝາຍ, ມີສຸຂະພາບແຂງ ແຮງທາງດ້ານຮ່າງກາຍ ແລະ ຈິດໃຈ, ຮັກຄວາມກ້າວໜ້າ ແລະ ມີວິທະຍາສາດ ເພື່ອກາຍເປັນກໍາ ລັງແຮງງານທີ່ມີຄຸນນະພາບ ຕອບ ສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດ ໃນໄລຍະໃໝ່. ເພື່ອກຽມຄວາມ ພ້ອມໃຫ້ແກ່ການຮຽນ-ການສອນ ໃນສົກຮຽນ 2025-2026 ດໍາ ເນີນໄປຢ່າງມີປະສິດທິຜົນ ແລະ ຮັບປະກັນຄຸນນະພາບການຮຽນການສອນ, ສາມາດແກ້ໄຂບັນຫາ ຄົງຄ້າງໃນສົກຮຽນຜ່ານມາ ເປັນ ຕົ້ນອັດຕາການປະລະການຮຽນ ຍັງສືບຕໍ່ເພີ່ມຂຶ້ນ, ການຂາດຄູສອນ ແລະ ການເຂົ້າຮຽນສາຍອາຊີວະ ແລະ ການສຶກສາຊັ້ນສູງຍັງສືບຕໍ່ ຫລຸດລົງ ແລະ ອື່ນໆ. ເຖິງຢ່າງໃດກໍ່ຕາມ, ເພື່ອຕອບ ສະໜອງກັບຄວາມຮຽກຮ້ອງ ຕ້ອງການຂອງການພັດທະນາ ໃນໄລຍະໃໝ່, ມັນຮຽກຮ້ອງໃຫ້ ບັນດາຄູ-ອາຈານໃນທົ່ວປະເທດ ສືບຕໍ່ເອົາໃຈໃສ່ພັດທະນາເຝິກຝົນ ຕົນເອງໃຫ້ມີຄຸນທາດການເມືອງ ໜັກແໜ້ນ, ມີຄຸນສົມບັດດ້ານອາຊີບ, ມີແບບແຜນ ແລະ ການດໍາລົງຊີວິດ ທີ່ດີ, ມີຈັນຍາບັນຂອງການເປັນຄູ ຄື: ຊື່ສັດບໍລິສຸດ, ຮັກອາຊີບ, ຮັກ ແພງຜູ້ຮຽນ, ເປັນແບບຢ່າງນໍາ ໜ້າ ແລະ ພັດທະນາຕົນເອງໃຫ້ ກາຍເປັນແມ່ພິມທີ່ດີຂອງຊາດ, ເປັນ ຄູສອນທີ່ດີຂອງປະຊາຊົນ, ສ້າງ ຄວາມເຊື່ອໝັ້ນ, ຄວາມມີຄຸນຄ່າ ໃຫ້ແກ່ນັກຮຽນ-ນັກສຶກສາ ແລະ ໃຫ້ແກ່ສັງຄົມ. ພ້ອມດຽວກັນ,ທົ່ວ ສັງຄົມ ກໍ່ຈະຕ້ອງພ້ອມກັນສືບຕໍ່ ສະໜັບສະໜູນການພັດທະນາຄູ- ອາຈານ, ສ້າງເງື່ອນໄຂໃຫ້ເຂົາເຈົ້າ ໄດ້ປະຕິບັດໜ້າທີ່ສິດສອນ, ສຶກສາ ອົບຮົມນັກຮຽນ-ນັກສຶກສາໃຫ້ໄປ ຕາມລັກສະນະ ແລະ 5 ຫລັກມູນ ຂອງການສຶກສາ; ຊຸກຍູ້ສົ່ງເສີມໃຫ້ ຄູ-ອາຈານ ໄດ້ໄປຍົກລະດັບພັດ ທະນາຕົນເອງໃຫ້ດີຂຶ້ນ. ສຳລັບ ນັກຮຽນ-ນັກສຶກສາກໍ່ຕ້ອງຕັ້ງ ໜ້າເຝິກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນລູກສິດທີ່ດີຂອງຄູ- ອາຈານ, ເປັນລູກຫລານທີ່ດີຂອງ ພໍ່-ແມ່, ເປັນພົນລະເມືອງທີ່ດີຂອງ ຊາດ, ມີຄວາມດຸໝັ່ນພາກພຽນ, ມີ ຄວາມມະນະອົດທົນ, ເອົາໃຈໃສ່ ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ, ຮູ້ຄຸນຄ່າ ຂອງການຮຽນ, ຮຽນໃຫ້ມີຄວາມ ຮູ້, ນໍາເອົາຄວາມຮູ້ໄປພັດທະນາ ຄຸນນະພາບຊີວິດຕົນເອງ, ຄອບຄົວ ໃຫ້ດີຂຶ້ນ ແລະ ສາມາດກາຍເປັນ ຜູ້ສືບທອດ ເພື່ອສ້າງສາພັດທະນາ ປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນ ໄປເລື້ອຍໆ.
RkJQdWJsaXNoZXIy MTc3MTYxMQ==