7127

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 01.10.2025 ປີທີ 24 ສະບັບທີ 6.281 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j z6 h oe]k;lq j 'lkov;prvo ;a o-kf lx 9u o 7q [Iv[ 76 xu 8A '|h kza o0tspkp,t8y dv'xt-5 ,.spj z6 h cmovq '7totra dot7vos];';P'9a o 7A 'mu VIII .sh xtdq fzq ogxa o9y ' dv'xt-5 ,.spj z6 h cmovq '7totra d c0;'zQ 'lk]u 7A 'mu XII w00B o1j k'gxa omk'dko dv'xt-5 ,.spj z6 h cmovq '7totra d c0;'7e,j ;o 7A 'mu XI leg]a f1j k'9q ['k, glu ,lh k'ma dlt 7;k,gxa oz6h oe .sh gfa dpy ' c]t py '|5j , cl'lts;j k'0v'dkolb dlkry glf 0h k,-kpcfolj v'lts;j k'.o;a o7q os6 |;dlkdq o ¤ າ’ —Ë ນÁອŽ Æ “¤ນÇ ™Ì້ ÁÇ ນÅ —າ‹‘້າ’ າŒŸາ ¨•Ÿໜ້າ ¤ າ’ Æ ນäŸÊ Ž Ë “«›ÁÌນ ™Ì້ ÁÇ ນŗາ‹‘້າ’ າŒŸາ ¨•Ÿໜ້າ ຂປລ. ຮູບເງົາສາລະຄະດີ “ຄວາມປາຖະໜາຂອງອໍານວຍ ການໂຮງຮຽນ” ໄດ້ອອກອາກາດ ເປັນຄັ້ງທໍາອິດ ເຊິ່ງເປັນແສງສະ 16 ou gm; wfh Ia []k';a og7n v0j kp,n 4n muj fu muj l5 f.o lxx ]k; 2025 ຫວ່າງ ຂອງການສຶກສາພິເສດຂ້າມ ຊາຍແດນ ສ່ອງສະຫວ່າງ ໃນວັນ ຄົນຫູໜວກສາກົນ ຜ່ານທາງຊ່ອງ DisDoverZ ແລະ ແພລດຟອມ ອື່ນໆ ທັງໃນ ແລະ ນອກປະເທດ ໃນ ວັນທີ 28 ກັນຍາ 2025 ຜ່ານມາ ເນື່ອງໃນໂອກາດວັນຄົນຫູໜວກ ສາກົນ ຄັ້ງທີ 68 ເຊິ່ງຮູບເງົາດັ່ງ ກ່າວ ແມ່ນໃຊ້ເວລາເກືອບສອງປີ ໃນການຜະລິດ, ທີມງານຖ່າຍທໍາໄດ້ ເດີນທາງຫລາຍສິບພັນກິໂລແມັດ ລະຫວ່າງລາວ-ຈີນ ໄດ້ບັນທຶກ ມິດຕະພາບ ແລະ ການຊ່ວຍເຫລືອ ]k;{9u o Ij ;,8y f8k,d;fdk dkoxt8y [a f 37'dko0v'[= ]y la f -u 9u gva o 16j c0;'v5 fq ,wຂປລ. ໃນວັນທີ 26 ກັນຍາ 2025 ຜ່ານມານີ້, ທ່ານ ນາງ ແສງ ເດືອນ ໄຊຍະສອນ ຮອງປະທານ ຜູ້ປະຈໍາການຄະນະກຳມະການ ຮ່ວມມື ລາວ-ຈີນ ແລະ ທ່ານ ນາງ ຫລີສີເຈິ່ນ ທີ່ປຶກສາຫ້ອງການ ຂປລ. ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ Xll ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 29-30 ກັນຍາ 2025 ຢູ່ສະໂມສອນໃຫຍ່ຂອງ ແຂວງ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ພົຕ ສົມພອນ ມິດຕະ ພອນ ຮັກສາການເລຂາພັກແຂວງ, ຂປລ. ໃນວັນທີ 24-25 ກັນຍາ 2025 ຜ່ານມານີ້, ຕົວແທນເດັກຍິງ ແລະ ແມ່ຍິງໄວໜຸ່ມ 10 ຄົນໃນນະ ຄອນຫລວງວຽງຈັນໄດ້ຮັບການຝຶກ ທັກສະໃນການປາກເວົ້າຕໍ່ໜ້າສາທາ ລະນະ, ການໂຄສະນາ ແລະ ຄວາມ ເປັນຜູ້ນຳ ເຊິ່ງເປັນສ່ວນໜຶ່ງຂອງ ການກະກຽມ ເພື່ອເຂົ້າຮັບບົດບາດ ການເປັນຜູ້ນຳໃນກິດຈະກຳ“Girls Takeover” ທີ່ຈັດຂຶ້ນໂດຍອົງ ການແພລນສາກົນປະຈຳສປປລາວ ແລະ ບັນດາສະມາຄົມທີ່ເປັນຄູ່ຮ່ວມ ງານປະກອບມີ ສະມາຄົມCHAIs, GDA, PFHA, WWDA ແລະ Zero Waste Laos. ກິດຈະກຳ “Girls Takeover” ແມ່ນການລິເລີ່ມທີ່ສຳຄັນຂອງອົງ ຂປລ. ພິທີມອບ-ຮັບລາງວັນ ເຄືອຂ່າຍມືຖືທີ່ດີທີ່ສຸດ “#est MoCile /etXork AXarE” ໃນ ສປປ ລາວ ສໍາລັບເຄິ່ງປີທໍາ ຮັກສາການ ເຈົ້າແຂວງຜົ້ງສາລີ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການ ເສດຖະກິດ ແລະ ການຄ້າ ຂອງສະ ຖານທູດຈີນປະຈຳລາວ ພ້ອມດ້ວຍ ຄະນະ ໄດ້ລົງຕິດຕາມ, ກວດກາ ແລະ ຊຸກຍູ້ ໂຄງການພະລັງງານ ແສງຕາເວັນ 1.000 ເມກາໂວນ ແລະ ໂຄງການຄວາມຮັບຜິດຊອບ ສັງຄົມ ໄລຍະທີ I ຂອງບໍລິສັດ ຊີຈີ ເອັນ (CG/) ຢູ່ແຂວງອຸດົມໄຊ. ການລົງຕິດຕາມກວດກາໃນ ຄັ້ງນີ້, ໄດ້ຮັບຟັງການລາຍງານ ກ່ຽວກັບແຜນການລວມຂອງ ໂຄງການຖານພະລັງງານສະອາດ ພາກເໜືອ ຂອງ CG/ ໃນລາວ, ອິດຂອງ 2025 ຈາກບໍລິສັດ ໂອ ກລາ (0okla) ໃຫ້ຢູນີເທວ ຈັດ ຂຶ້ນໃນວັນທີ 26 ກັນຍາ 2025 ທີ່ F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 ¤ າ’ ‹Æ ¨‹້Ÿ «Œໍາ›Æ ÁÌ ນ ™Ì້ ÁÇ ນŗາ‹‘້າ’ າŒŸາ F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ F ອ່ານຕໍ່ໜ້າ F ອ່ານຕໍ່ໜ້າ F ອ່ານຕໍ່ໜ້າ 2 80 xu ;Pd'kodko8j k'xtgmf c]t dkom6 f g8u [.spj 0tspkp8q ;1j k'[+ 15 f1A ' ຂປລ. ຕະຫລອດໄລຍະ 80 ປີ ຂອງການເຄື່ອນໄຫວວຽກງານການ ຕ່າງປະເທດ ແລະ ການທູດ ພາຍໃຕ້ ການນຳພາຂອງພັກ ໄດ້ເຕີບໃຫຍ່ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ສາມາດ ຍາດໄດ້ຜົນສຳເລັດເປັນກ້າວໆ ເປັນ ຕົ້ນ ການພົວພັນຮ່ວມມືທີ່ເປັນມູນ ເຊື້ອອັນດີຢ່າງເລິກເຊິ່ງ ແລະ ແໜ້ນ ແຟ້ນກວ່າເກົ່າ ກັບບັນດາປະເທດ ເພື່ອນມິດຍຸດທະສາດ, ການພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ດີ ແລະ ມີໝາກຜົນຕົວຈິງກັບປະເທດ ເພື່ອນມິດຕ່າງໆໃນທົ່ວໂລກ, ບົດ ບາດຂອງປະເທດລາວ ໄດ້ຖືກຮັບຮູ້ ຫລາຍຂຶ້ນໃນເວທີພາກພື້ນ ແລະ ສາກົນ, ການນຳພັກ-ລັດ ແລະ ຖັນ ແຖວພະນັກງານທີ່ເຮັດໜ້າທີ່ການ ທູດ ໄດ້ມີການເຄື່ອນໄຫວຢ່າງ ກວ້າງຂວາງ ຍ້ອນການເຄື່ອນໄຫວ ຕ່າງປະເທດມີການຄົ້ນຄວ້າຢ່າງ ເລິກເຊິ່ງ ເພື່ອຍົກລະດັບສາຍພົວພັນ F ອ່ານຕໍ່ໜ້າ ຂປລ. ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູ ນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ເນື່ອງໃນ ໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 76 ປີ. ເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດວັນສະຖາປະນາ ສາທາ ລະນະລັດ ປະຊາຊົນຈີນ ຄົບຮອບ 76 ປີ, ຕາງໜ້າຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງຄະນະ ກໍາມະການສູນກາງພັກກອມມູນິດຈີນ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງທຸກຖ້ວນໜ້າ. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ຜົນ ສໍາເລັດອັນໃຫຍ່ຫລວງ, ຮອບດ້ານແລະ ມີລັກສະນະປະຫວັດສາດທີ່ປະຊາ ຊົນຈີນອ້າຍນ້ອງຍາດມາໄດ້ ຕະຫລອດໄລຍະ 76 ປີ F ອ່ານຕໍ່ໜ້າ 2 ຂປລ. ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI ໄດ້ສໍາເລັດຢ່າງຈົບງາມ ໃນ ວັນທີ 30 ກັນຍາ 2025, ພາຍຫລັງ ດໍາເນີນມາເປັນເວລາ 2 ວັນ ຢູ່ສະ ໂມສອນຂອງແຂວງ, ພາຍໃຕ້ການ ເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງ ພັກ, zq oleg]a fdv'xt-5 ,.spj z6h cmo vq '7totra d slop 7A 'mu VI ຂປລ. ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ຫ້ອງວ່າການສໍານັກ ງານນາຍົກລັດຖະມົນຕີ (ຫສນຍ) ຄັ້ງທີ VI ໄຂຂຶ້ນຢ່າງເປັນທາງ ການ ໃນຕອນເຊົ້າວັນທີ 30 ກັນຍາ 2025 ແລະ ອັດລົງດ້ວຍຜົນສຳ ເລັດອັນຈົບງາມ ໃນວັນດຽວກັນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ບົວຄົງ ນາມມະວົງ ກໍາ ມະການສູນກາງພັກ, ເລຂາຄະນະ ບໍລິຫານງານພັກ, ລັດຖະມົນຕີ,

@ 0j k; c]t gsfdko 01/10/2025 xtgmf]k; ກອງປະຊຸມໃຫຍ່ ແຂວງຜົ້ງສາລີ... gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ວັນເຄິ່ງ ເຊິ່ງເປັນຊ່ວງເວລາແຫ່ງ ການລະດົມສະຕິປັນຍາ ແລະ ຕັດ ສິນບັນຫາສໍາຄັນຂອງແຂວງ, ພວກເຮົາຈະໄດ້ພ້ອມກັນປະຕິບັດ ໜ້າທີ່ອັນມີກຽດສະຫງ່າ, ຜ່ານ ການກວດກາຢ່າງເລິກເຊິ່ງຕາມ ຫລັກການວິທະຍາສາດ ແລະ ພາ ວະວິໄສ ເພື່ອສັງເກດຕີລາຄາຄືນ ການນໍາພາ-ຊີ້ນຳ ຂອງອົງຄະນະ ພັກແຂວງໃນ 5 ປີຜ່ານມາ, ຕີລາ ຄາການຈັດຕັັ້ງຜັນຂະຫຍາຍມະຕິ ກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງ ພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງ ທີ XI ຂອງອົງຄະນະພັກແຂວງ, ຍົກໃຫ້ເຫັນຜົນງານອັນເປັນພື້ນ ຖານ, ດ້ານດີທີ່ຕ້ອງເສີມຂະຫຍາຍ, ດ້ານອ່ອນຂໍ້ຄົງຄ້າງທີ່ຕ້ອງໄດ້ ສືບຕໍ່ແກ້ໄຂ. ພ້ອມນັ້ນ, ພວກເຮົາ ຈະໄດ້ຄົ້ນຄວ້າ ແລະ ຮັບຮອງເອົາ ແຜນຍຸດທະສາດ, ໜ້າທີ່ຕົ້ນຕໍ ແລະ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ (2025-2030) ເພື່ອສືບຕໍ່ນໍາພາ ແຂວງຜົ້ງສາລີ ກ້າວຂຶ້ນຢ່າງໜັກ ແໜ້ນ, ຜ່ານຜ່າທຸກຄວາມທ້າທາຍ, ໄຂສັງກາດໃໝ່ແຫ່ງການພັດທະນາ ຕາມເສັ້ນທາງສັງຄົມນິຍົມອັນສະ ຫວ່າງສະໄຫວ. ກອງປະຊຸມຄັ້ງນີ້, ຜູ້ແທນກອງ ປະຊຸມຍັງຈະໄດ້ໃຊ້ສິດປະຊາທິ ປະໄຕຢ່າງເຕັມສ່ວນ ເພື່ອເລືອກ ຕັ້ງເອົາຄະນະບໍລິຫານງານພັກ ແຂວງ ຊຸດທີ XII ເຊິ່ງແມ່ນແກນ ນໍາ, ແມ່ນສູນກາງແຫ່ງຄວາມສາ ມັກຄີ ແລະ ສະຕິປັນຍາ ເພື່ອນໍາພາ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ. ພ້ອມທັງຈະໄດ້ເລືອກຕັ້ງເອົາຄະນະ ຜູ້ແທນສົມບູນ ແລະ ສໍາຮອງ ທີ່ຄົບ ມາດຖານເງື່ອນໄຂເປັນຕົວແທນ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ. ຂ່າວ: ຍີນໄຊ ສີບຸນເຮືອງ ພາບ: ແກ້ວສະຫວ່າງ ການແພລນສາກົນ ເຊິ່ງໄດ້ຈັດຂຶ້ນ ເປັນປະຈຳທຸກໆປີໃນວັນເດັກຍິງ ສາກົນ ໂດຍເດັກຍິງຈະເຂົ້າຮັບບົດ ບາດຜູ້ນຳໃນຮູບແບບສັນຍະລັກ ເພື່ອທ້າທາຍຄວາມບໍ່ສະເໝີພາບ ທາງເພດ ແລະ ສົ່ງເສີມສິດທິຂອງ ເດັກຍິງ. ນີ້ແມ່ນຄັ້ງທີສອງທີ່ກິດຈະ ກຳດັ່ງກ່າວຖືກຈັດຂຶ້ນໃນ ສປປ ລາວ ເຊິ່ງຄັ້ງທຳອິດໄດ້ຈັດຂຶ້ນໃນ ປີ2019. ໃນປີນີ້, ຜູ້ເຂົ້າຮ່ວມຈະໄດ້ ເຂົ້າຮັບບົດບາດການນຳພາຢູ່ອົງ ການແພລນສາກົນ ປະຈຳ ສປປ ລາວ ແລະ ອົງການຈັດຕັ້ງຄູ່ຮ່ວມ ງານ ເຊັ່ນ: ສະມາຄົມ CHAIs, GDA, PFHA, WWDA ແລະ Zero Waste Laos. ທ່ານ ນາງ ແຄໂຣ ໂມແທນສັນ (Carol Mortensen) ຜູ້ອຳ ນວຍການອົງການແພລນສາກົນ ປະຈຳ ສປປ ລາວ ໄດ້ກ່າວວ່າ: ກິດ ຈະກຳ Girls Takeover ເປັນ ຫລາຍກວ່າຄຳວ່າສັນຍະລັກ ແຕ່ ມັນເປັນເວທີທີ່ມີພະລັງຫລາຍສຳ ລັບເດັກຍິງ ແລະ ໄວໜຸ່ມຍິງ ໃຫ້ໄດ້ ສຳຜັດກັບຄວາມເປັນຜູ້ນຳແລະສາ ມາດມີອຳນາດໃນການຕັດສິນໃຈ. ພວກເຮົາມຸ່ງໝັ້ນທີ່ຈະຮັບປະກັນ ວ່າ ເວລາທີ່ເດັກຍິງ ແລະ ໄວໜຸ່ມ ຍິງ ໄດ້ເຂົ້າມາຮັບບົດບາດເຫລົ່ານີ້ ພວກເຂົາເຈົ້າຈະເຮັດໄດ້ຢ່າງມີ ຄວາມໝັ້ນໃຈ, ມີຄວາມມຸ່ງໝັ້ນ ເສີມສ້າງທັກສະ... ຜົນສຳເລັດກອງປະຊຸມ... ຜູ້ນຳລາວ... ທີ່ຜ່ານມາ ພາຍໃຕ້ການນໍາພາອັນສະຫລາດສ່ອງໃສ ແລະ ປະດິດສ້າງຂອງພັກ ກອມມູນິດຈີນ, ສາທາລະນະລັດ ປະຊາຊົນຈີນ ໄດ້ຮັບການພັດທະນາຢ່າງຮອບ ດ້ານ ແລະ ກ້າວກະໂດດ, ເສດຖະກິດມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ໝັ້ນ ທ່ຽງ, ນັບມື້ນັບກ້າວສູ່ຄວາມທັນສະໄໝ, ສັງຄົມມີຄວາມກົມກຽວປອງດອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການ ປັບປຸງດີຂຶ້ນຢ່າງຕໍ່ເນື່ອງ, ບົດບາດ ແລະ ອິດທິພົນ ຂອງ ສປ ຈີນ ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ, ກາຍເປັນເສົາຄໍ້າໃຫ້ສັນຕິພາບ ແລະ ຄວາມໝັ້ນຄົງ ແລະ ການພັດທະນາໃນໂລກ, ເຊິ່ງບັນດາຜົນສຳເລັດດັ່ງກ່າວໄດ້ເປັນສິ່ງປຸກລະດົມກໍາລັງໃຈອັນແຮງກ້າ ແລະ ເປັນບົດຮຽນອັນໃຫຍ່ຫລວງໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວພວກຂ້າພະ ເຈົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງຕົນ ໃນປັດຈຸບັນ. ພັກ, ລັດ ແລະ ປະຊາຊົນລາວ ຍາມໃດກໍຖືສໍາຄັນຕໍ່ການເສີມຂະຫຍາຍສາຍ ພົວພັນຮ່ວມມືກັບພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ. ຂ້າພະເຈົ້າ ຍັງມີ ຄວາມປະທັບໃຈແລະຄວາມຊົງຈຳອັນດີທີ່ໄດ້ພົບປະກັບສະຫາຍ ຢູ່ນະຄອນຫລວງ ປັກກິ່ງ ໃນຕົ້ນເດືອນກັນຍາຜ່ານມາ ເຊິ່ງຜົນການປຶກສາຫາລືກັບສະຫາຍ ກໍຄື ການນໍາພັກ, ລັດ ຂອງ ສປ ຈີນ ພວມໄດ້ຮັບການຈັດຕັ້ງຜັນຂະຫຍາຍຢ່າງຕັ້ງໜ້າ ແນໃສ່ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມື ແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການ ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ມີມາດ ຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງ ກາຍເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ການພົວພັນຮ່ວມມືລະຫວ່າງ ສອງປະເທດ ໃນໄລຍະໃໝ່. ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວ ຂໍອວຍພອນໃຫ້ປະຊາຊົນຈີນ ອ້າຍນ້ອງ ໂດຍພາຍໃຕ້ການນໍາພາອັນສະຫລາດສ່ອງໃສຂອງພັກກອມມູນິດຈີນ ອັນມີ ສະຫາຍ ສີ ຈິ້ນ ຜິງ ເປັນແກນກາງນັ້ນ ສືບຕໍ່ປະສົບຜົນສໍາເລັດອັນໃໝ່ ໃຫຍ່ ຫລວງກວ່າເກົ່າ ໃນພາລະກິດການສ້າງປະເທດຈີນ ຕາມທິດສັງຄົມນິຍົມທັນສະ ໄໝ ທີ່ມີສີສັນພິເສດຂອງປະເທດຈີນ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XX ຂອງ ພັກກອມມູນິດຈີນວາງອອກ, ບັນລຸເປົ້າໝາຍສູ້ຊົນ “100 ປີ ເຫດການທີສອງ” ແລະ ຄວາມມຸ່ງຫວັງໃນການຟື້ນຟູຄວາມຮຸ່ງເຮືອງສີວິໄລ ຂອງປະຊາຊາດຈີນ. ຂໍອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບຄູ່ຮ່ວມຍຸດທະ ສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການພົວພັນແບບຄູ່ຮ່ວມ ຊາຕາກໍາ ລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ໄດ້ຮັບການເສີມ ຂະຫຍາຍຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີ ຄວາມຜາສຸກແລະປະສົບຜົນສຳເລັດທຸກປະການໃນໜ້າທີ່ອັນມີກຽດຂອງສະຫາຍ ແລະ ປະຊາຊົນຈີນອ້າຍນ້ອງ ຈົ່ງມີແຕ່ຄວາມຜາສຸກ ແລະ ຄວາມຈະເລີນຮຸ່ງເຮືອງ ຕະຫລອດໄປ. ພ້ອມກັນນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງໂທລະເລກອວຍພອນເຖິງ ສະຫາຍ ຫລີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ແລະ ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍພອນເຖິງ ສະຫາຍ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ເນື່ອງໃນໂອກາດວັນສະຖາ ປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 76 ເຊັ່ນດຽວກັນ. ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຄໍາມ່ວນ, ໃຫ້ກຽດເຂົ້າ ຮ່ວມໂດຍ ສະຫາຍ ບຸນທອງ ຈິດ ມະນີ ກຳມະການກົມການເມືອງສູນ ກາງພັກ, ຜູ້ປະຈຳການຄະນະເລຂາ ທິການສູນກາງພັກ, ຮອງປະທານ ປະເທດ, ພ້ອມດ້ວຍແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ. ໃນວະລະກອງປະຊຸມ ບັນດາ ຜູ້ແທນໄດ້ພ້ອມກັນຄົ້ນຄວ້າ, ປະ ກອບຄໍາເຫັນ ແລະ ເປັນເອກະພາບ ສູງຮັບຮອງເອົາບົດລາຍງານການ ເມືອງ, ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ X ຂອງແຂວງ ແລະບົດສໍາຫລວດການນໍາພາລວມ ຂອງຄະນະພັກແຂວງ ສະໄໝທີ X ຢ່າງເລິກເຊິ່ງ ແລະ ແທດຕົວຈິງ; ຮັບຮອງເອົາທິດທາງ, ວຽກງານ ແລະ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ (2026-2030). ພ້ອມນັ້ນ, ກໍໄດ້ ດໍາເນີນການປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານພັກແຂວງຊຸດ ໃໝ່ ເຊິ່ງມີຜູ້ອອກສະໝັກ 42 ສະ ຫາຍ, ເລືອກເອົາ 37 ສະຫາຍ, ຍິງ 7 ສະຫາຍ. ກອງປະຊຸມຄັ້ງປະຖົມ ມະລືກ ເປັນເອກະສັນເລືອກເອົາຄະ ນະປະຈໍາພັກແຂວງຈໍານວນ11ສະ ຫາຍ,ຍິງ1ສະຫາຍ. ໃນນີ້,ຮັບຮອງ ເອົາ ສະຫາຍ ວັນໄຊ ພອງສະຫວັນ ເປັນເລຂາຄະນະບໍລິຫານງານພັກ ແຂວງ, ສະຫາຍ ສົມໃຈ ພານີຈັນ ແລະ ສະຫາຍ ສົມສະອາດ ອຸ່ນສີດາ ເປັນຮອງເລຂາຄະນະບໍລິຫານງານ ພັກແຂວງ, ເລືອກເອົາ ສະຫາຍ ນາງ ບັງອອນ ໄຊຍະສິດ ເປັນປະ ທານກວດກາພັກແຂວງ, ສະຫາຍ ພິມພອນ ສຸລິວົງສາ, ສະຫາຍ ສີສຸກ ພິມມະສອນ ແລະ ສະຫາຍ ບຸນທະວີ ພິລາວັນ ເປັນຮອງປະທານກວດ ກາພັກແຂວງ. ພ້ອມດຽວກັນ, ຍັງ ໄດ້ເລືອກເອົາຜູ້ແທນສົມບູນຈໍາ ນວນ 28 ສະຫາຍ, ຍິງ 4 ສະຫາຍ; ຜູ້ແທນສໍາຮອງ 5 ສະຫາຍ ເພື່ອ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດຄັ້ງທີ XII ຂອງພັກ. ໂອກາດນີ້, ກອງປະຊຸມຍັງໄດ້ ຮັບຟັງຄໍາໂອ້ລົມຊີ້ນໍາຂອງ ສະຫາຍ ບຸນທອງ ຈິດມະນີ ເຊິ່ງເຕັມໄປ ດ້ວຍເນື້ອໃນສໍາຄັນ ເຊິ່ງເປັນທິດ ຊີ້ນໍາໃຫ້ແກ່ການເຄື່ອນໄຫວນໍາ ພາ-ຊີ້ນໍາຂອງຄະນະພັກ, ສະມາ ຊິກພັກ ທີ່ຈະຕ້ອງໄດ້ຄົ້ນຄວ້າໃຫ້ ເລິກເຊິ່ງ ແລະ ນໍາໄປຜັນຂະຫຍາຍ ເພື່ອຈັດຕັ້ງປະຕິບັດໃຫ້ປະກົດຜົນ ເປັນຈິງ. ຂ່າວ: ມະນີວັນ; ພາບ: ກອງຄໍາ ກອງປະຊຸມໃຫຍ່ ແຂວງຄຳມ່ວນ... ກົມການເມືອງສູນກາງພັກ, ປະ ທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາແຂວງຜົ້ງສາລີ, ມີບັນດາ ສະຫາຍຮອງເລຂາພັກແຂວງ, ຄະ ນະປະຈໍາພັກແຂວງ, ກໍາມະການ ພັກແຂວງ, ມີຜູ້ຕາງໜ້າຈາກຄະນະ ຈັດຕັ້ງສູນກາງພັກ, ອະດີດການນໍາ ພັກ-ລັດ ຂອງແຂວງ, ນັກປະຕິວັດ ອາວຸໂສ, ຜູ້ຊົງຄຸນວຸດທິ, ແຂກຮັບ ເຊີນ, ນັກຮົບແຂ່ງຂັນ, ບັນດາບໍລິ ສັດ, ນັກທຸລະກິດ ແລະ ຜູ້ແທນສົມ ບູນ ເຂົ້າຮ່ວມ. ສະຫາຍ ພົຕ ສົມພອນ ມິດຕະ ພອນ ໄດ້ກ່າວເປີດກອງປະຊຸມ ຢ່າງເປັນທາງການວ່າ: ກອງປະຊຸມ ໃຫຍ່ຄັ້ງນີ້ ຈະດໍາເນີນເປັນເວລາ 1 ຫົວໜ້າ ຫສນຍ, ໃຫ້ກຽດເຂົ້າຮ່ວມ ໂດຍ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ, ມີສະ ຫາຍ ວິໄລວັນ ບຸດດາຄໍາ ກຳມະ ການສຳຮອງສູນກາງພັກ, ຮອງປະ ທານຄະນະກວດກາສູນກາງພັກ, ບັນດາສະຫາຍກຳມະການກົມ ການເມືອງສູນກາງພັກ, ຮອງນາ ຍົກລັດຖະມົນຕີທີ່ດຳເນີນຊີວິດການ ເມືອງ ໃນອົງຄະນະພັກ ຫສນຍ; ບັນດາສະຫາຍກຳມະການສູນກາງ ພັກ, ລັດຖະມົນຕີ ປະຈຳສຳນັກງານ ນາຍົກລັດຖະມົນຕີ, ຄະນະບໍລິຫານ ງານພັກ ຫສນຍ, ຜູ້ຕາງໜ້າຈາກ ພາກສ່ວນທີ່ກ່ຽວຂ້ອງ, ພ້ອມດ້ວຍ ອະດີດການນຳຂັ້ນສູງ, ສະມາຊິກ ພັກອາວຸໂສບຳນານ ແລະ ຜູ້ແທນ ສົມບູນ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ບົວຄົງ ນາມມະວົງ ໄດ້ກ່າວເປີດກອງປະ ຊຸມ ໂດຍມີເນື້ອໃນບາງຕອນວ່າ: ນັບແຕ່ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ຫສນຍ ຄັ້ງທີ V ເປັນ ຕົ້ນມາ ເຖິງວ່າສະພາບແວດລ້ອມ ສາກົນ ໄດ້ຜັນແປໄປຢ່າງສັບສົນ ມີທັງກາລະໂອກາດ ແລະ ສິ່ງທ້າ ທາຍຕໍ່ການພັດທະນາປະເທດຂອງ ພວກເຮົາ, ແຕ່ພາຍໃຕ້ແນວທາງ ອັນຖືກຕ້ອງຂອງພັກ, ການນຳພາຊີ້ນໍາ ຢ່າງໃກ້ຊິດຕິດແທດ ຂອງກົມ ການເມືອງສູນກາງພັກ, ຄະນະ ເລຂາທິການສູນກາງພັກ ກໍຄື ການ ຊີ້ນຳຂອງລັດຖະບານ ເຮັດໃຫ້ການ ນໍາພາ-ຊີ້ນຳວຽກງານຮອບດ້ານ ຂອງອົງຄະນະພັກ ຫສນຍ ໄດ້ຮັບ ການປັບປຸງພັດທະນາໃນທຸກດ້ານ ແລະ ດີຂຶ້ນເປັນກ້າວໆ, ສາມາດປະ ກອບສ່ວນສໍາຄັນເຂົ້າໃນການບໍລິ ຫານຄຸ້ມຄອງລັດ, ຄຸ້ມຄອງເສດ ຖະກິດ-ສັງຄົມ ຂອງລັດຖະບານ ຊຸດທີ IX. ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຮັບ ຟັງການສະເໜີຮ່າງລາຍງານການ ເມືອງ ຂອງຄະນະບໍລິຫານງານ ພັກ ຫສນຍ ສະໄໝທີ V; ຮ່າງແຜນ ພັດທະນາວຽກງານວິຊາສະເພາະ ຂອງ ຫສນຍ 5 ປີ ຄັ້ງທີ II (20262030) ແລະ ຮ່າງບົດສຳຫລວດ ແລະ ມີທັກສະທີ່ຈະເຮັດໃຫ້ສຽງ ຂອງເຂົາເຈົ້າຖືກຮັບຟັງ. ໃນລະຫວ່າງການຝຶກອົບຮົມ, ຜູ້ ເຂົ້າຮ່ວມໄດ້ສົນທະນາກ່ຽວກັບຜົນ ກະທົບຂອງການແຕ່ງດອງກ່ອນ ໄວ ແລະ ຮ່ວມກັນລະດົມສະໝອງ ເພື່ອຫາວິທີແກ້ໄຂບັນຫາດັ່ງກ່າວ. ພວກເຂົາໄດ້ກະກຽມຂໍ້ສົງໄສ ເພື່ອ ນຳໄປສົນທະນາກັບບັນດາຜູ້ນຳ ຂອງອົງກອນ ແລະ ສະມາຄົມ ຕ່າງໆໃນໄລຍະກິດຈະກຳ Girls Takeover. ທ່ານນາງ ແຄໂຣ ໂມແທນ ສັນ ໄດ້ກ່າວຕື່ມວ່າ: ສິ່ງທີ່ພວກ ເຮົາໄດ້ຮັບຟັງໃນລະຫວ່າງກິດ ຈະກຳ Girls Takeover ນີ້ ສະ ແດງໃຫ້ເຫັນເຖິງທັດສະນະ ແລະ ປະສົບການທີ່ບໍ່ຄ່ອຍມີຄົນກ້າສະ ແດງອອກ. ການເຮັດວຽກກັບເດັກ ຍິງ ແລະ ໄວໜຸ່ມຍິງ ເປັນສິ່ງສຳຄັນ ສຳລັບພວກເຮົາ ບໍ່ພຽງແຕ່ຮັບຟັງ, ແຕ່ຍັງຕ້ອງປະຕິບັດຕາມການສະ ທ້ອນຄວາມຄິດເຫັນ ແລະ ສິ່ງທີ່ ພວກເຂົາເຈົ້າໄດ້ແບ່ງປັນ, ທັງໃນ ລະດັບຊາດ ແລະ ສາກົນ. ການນຳພາລວມ ຂອງຄະນະບໍລິ ຫານງານພັກ ຫສນຍ ສະໄໝທີ V, ພ້ອມທັງຮັບຟັງການປະກອບຄໍາ ເຫັນ ຈາກຜູ້ຕາງໜ້າອົງການຈັດຕັ້ງ ມະຫາຊົນ ຂອງ ຫສນຍ ແລະ ການ ປະກອບຄຳເຫັນ ໃນຫົວຂໍ້: “ການ ເປັນເສນາທິການ, ປະສານງານ ແລະບໍລິການຮັບໃຊ້ທີ່ດີ”.ພາຍຫລັງ ດໍາເນີນເປັນເວລາ 1 ວັນເຕັມ ໂດຍ ບັນດາຜູ້ແທນສົມບູນ ໄດ້ພ້ອມກັນ ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດ ເລືອກເອົາຄະນະບໍລິຫານງານພັກ ຫສນຍ ຊຸດໃໝ່ ບົນພື້ນຖານການໃຊ້ ສິດປະຊາທິປະໄຕ ຢ່າງຖືກຕ້ອງ, ສອດຄ່ອງກັບມາດຖານແລະ ເງື່ອນ ໄຂທີ່ກຳນົດໄວ້ ເຊິ່ງມີຜູ້ອອກສະ ໝັກຮັບເລືອກຕັ້ງ ຈໍານວນ 17 ສະ ຫາຍ, ເລືອກໄດ້ 13 ສະຫາຍ, ຍິງ 2 ສະຫາຍ. ກອງປະຊຸມຄັ້ງປະຖົມ ມະລືກຂອງຄະນະບໍລິຫານງານພັກ ຫສນຍ ຊຸດໃໝ່ ໄດ້ລົງປະຊາມະຕິ ເປັນເອກະພາບ ເລືອກເອົາຄະນະປະ ຈໍາພັກ ຫສນຍ ຈໍານວນ 3 ສະຫາຍ ຄື: ສະຫາຍ ບົວຄົງ ນາມມະວົງ, ສະຫາຍ ເຂິງຄໍາ ແກ້ວໜູຈັນ ແລະ ສະຫາຍ ວິແກ້ວ ບຸບຜາວັນ, ກອງ ປະຊຸມຍັງໄດ້ເອກະສັນຢ່າງສົມບູນ ເລືອກເອົາ ສະຫາຍ ບົວຄົງ ນາມ ມະວົງ ເປັນເລຂາຄະນະບໍລິຫານ ງານພັກ ຫສນຍ, ສະຫາຍ ເຂິງຄຳ ແກ້ວໜູຈັນ ເປັນຮອງເລຂາຄະນະ ບໍລິຫານງານພັກ, ສະຫາຍ ວິແກ້ວ ບຸບຜາວັນ ເປັນປະທານຄະນະກວດ ກາພັກ, ສະຫາຍ ປາດຖະໜາ ສຸກ ອາລຸນ ແລະ ສະຫາຍ ນາງ ດາລາ ພອນ ຄໍາມູນເຮືອງ ເປັນຮອງປະ ທານຄະນະກວດກາພັກ ຫສນຍ. ພ້ອມກັນນັ້ນ, ໃນກອງປະຊຸມໃຫຍ່ ຍັງໄດ້ປ່ອນບັດເລືອກເອົາຜູ້ແທນ ສົມບູນ ຈໍານວນ 7 ສະຫາຍ, ຍິງ 2 ສະຫາຍ ແລະ ຜູ້ແທນສໍາຮອງ ຈໍານວນ 2 ສະຫາຍ ເພື່ອເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ. ໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດ ຖະມົນຕີ ກໍໄດ້ມີຄຳເຫັນໂອ້ລົມຕໍ່ ກອງປະຊຸມ ໂດຍເນັ້ນໃຫ້ເອົາໃຈໃສ່ ເພີ່ມທະວີນຳພາວຽກງານຮອບ ດ້ານ ໂດຍເລີ່ມຈາກການປັບປຸງ ພາຍໃນກົງຈັກພັກບົນຈິດໃຈຄຳ ຂວັນ: “ຍົກສູງຄວາມສາມາດ ການນຳພາທີ່ເຂັ້ມແຂງຂອງຄະນະ ພັກແຕ່ລະຂັ້ນ, ຄວາມເປັນແບບເປັນ ຢ່າງນຳໜ້າຂອງສະມາຊິກພັກ ໃນ ການປະຕິບັດໜ້າທີ່ການເມືອງ ຂອງ ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ໃຫ້ມີປະສິດທິພາບ ແລະ ຄຸນນະພາບສູງ” ສະເພາະໃຫ້ ຖືສຳຄັນ ແລະ ເອົາໃຈໃສ່ການກໍ່ ສ້າງພັກທາງດ້ານການເມືອງ-ແນວ ຄິດ; ປັບປຸງຍົກສູງຄວາມເຊື່ອໝັ້ນ ຢ່າງຕາຍໃຈ, ມີຄວາມເປັນເອກະ ພາບສູງກັບແນວທາງ, ທິດທາງ ທີ່ພັກ, ລັດວາງອອກ ບົນພື້ນຖານ ສ້າງຄວາມຕັດສິນໃຈເດັດດ່ຽວຈັດ ຕັ້ງໃຫ້ປະກົດຜົນເປັນຈິງ; ຍູ້ແຮງ ຄວາມຕື່ນຕົວຝຶກຝົນຫລໍ່ຫລອມ ຕົນເອງຂອງສະມາຊິກພັກ ດ້ານຄຸນ ທາດການເມືອງ, ຄຸນສົມບັດສິນທຳ ປະຕິວັດ, ຄວາມຮູ້ຄວາມສາມາດ, ແບບແຜນວິທີນຳພາ ແລະ ແບບ ແຜນວິທີເຮັດວຽກ; ເອົາໃຈໃສ່ຢ່າງ ຈົດຈໍ່ ຕໍ່ການກໍ່ສ້າງພັກທາງດ້ານ ການຈັດຕັ້ງ ໂດຍປະຕິບັດເຂັ້ມງວດ 5 ຫລັກການ 3 ທິດນໍາຂອງພັກ; ຕັ້ງໜ້າປັບປຸງແບບແຜນວິທີນໍາ ພາຂອງອົງຄະນະພັກ ເປັນຕົ້ນ ນຳ ພາດ້ວຍແນວທາງ ແລະ ລະບຽບ ກົດໝາຍ ຕິດພັບກັບການຂະຫຍາຍ ຄວາມເປັນແບບຢ່າງນຳໜ້າຂອງ ພັກ; ຕ້ອງເອົາໃຈໃສ່ວຽກພະນັກ ງານຢ່າງຈິງຈັງ ໂດຍສ້າງການຫັນ ປ່ຽນຢ່າງແຂງແຮງເລິກເຊິ່ງໃນ ທຸກຂອດ; ເພີ່ມທະວີການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະຕິບັດ ວິໄນຕໍ່ພະນັກງານຢ່າງຖືກຕ້ອງ ເຂັ້ມງວດ; ລົງເລິກວຽກງານການ ເມືອງ-ແນວຄິດ, ສຶກສາອົບຮົມ ສະ ມາຊິກພັກ, ພະນັກງານໃຫ້ມີລັກສະ ນະຕັ້ງໜ້າ ແລະ ເຂັ້ມແຂງກວ່າເກົ່າ, ສ້າງຄວາມສາມັກຄີ ແລະ ມີການ ຄົ້ນຄວ້າປັບປຸງວິທີການເຮັດວຽກ ໃຫ້ແທດເໝາະກັບສະພາບຕົວຈິງ ໃນແຕ່ລະໄລຍະຕິດພັນກັບການ ກໍ່ສ້າງ ແລະ ຝຶກອົບຮົມພະນັກງານ ໃຫ້ມີຄວາມຮູ້-ຄວາມສາມາດ, ມີ ຄວາມຍຸຕິທໍາ, ມີນໍ້າໃຈເສຍສະລະ, ມີຄຸນທາດການເມືອງ, ຄຸນສົມບັດ ສິນທໍາປະຕິວັດ, ມີລະບຽບວິໄນ ເຂັ້ມງວດ; ເອົາໃຈໃສ່ປັບປຸງກົງຈັກ ການຈັດຕັ້ງໃຫ້ກະທັດຮັດ, ເຂັ້ມ ແຂງ, ມີປະສິດທິພາບ, ຫັນເປັນທັນ ສະໄໝ ໄປຄຽງຄູ່ກັບການປັບປຸງ ນິຕິກໍາລະບຽບການຕ່າງໆ ໃຫ້ຮັດ ກຸມ; ປັບປຸງກົນໄກປະສານງານໃຫ້ ຄ່ອງຕົວ, ວ່ອງໄວ, ໂລ່ງລ່ຽນ, ສ້າງ ລະບອບປະຊຸມ; ເພີ່ມທະວີການນໍາ ພາອົງການຈັດຕັ້ງມະຫາຊົນ ໃຫ້ ກາຍເປັນກຳລັງແຮງສັງລວມຂອງ ພັກ ເພື່ອສ້າງ ແລະ ຮັບປະກັນຊີວິດ ການເປັນຢູ່ຂອງພະນັກງານ-ລັດ ຖະກອນ ແລະ ປະກອບສ່ວນສຳຄັນ ໃນຂະບວນການຕ່າງໆຂອງຊາດ; ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາ ທິດທາງລາຍງານການເມືອງແລະ ແຜນພັດທະນາ ທີ່ໄດ້ກຳນົດໄວ້ໂດຍ ມີການລົງເລິກຕິດຕາມ, ກວດກາ, ປະເມີນຜົນວຽກງານແຕ່ລະດ້ານ; ໃຫ້ເອົາໃຈໃສ່ທີ່ສຸດ ເປັນເສນາທິ ການດ້ານເນື້ອໃນ ເຊິ່ງຕ້ອງມີການ ວິເຄາະ, ວິໄຈ, ກັ່ນຕອງ, ຂໍ້ມູນ-ຂ່າວ ສານ, ສະພາບຄວາມບໍ່ສະຫງົບ ແລະ ປາກົດການຫຍໍ້ທໍ້ຕ່າງໆ ຕະ ຫລອດຮອດສະພາບພົ້ນເດັ່ນທາງ ດ້ານເສດຖະກິດ-ສັງຄົມ ແລະ ການ ເມືອງພາຍໃນ ແລະ ຕ່າງປະເທດ, ທັງສະເໜີວິທີແກ້ໄຂດ້ວຍເນື້ອໃນທີ່ ຄົບຖ້ວນ, ຖືກຕ້ອງ, ຊັດເຈນ, ມີວິ ທະຍາສາດ, ສາມາດຈັດຕັ້ງປະຕິ ບັດໄດ້ ແລະ ຮັກສາໄດ້ຄວາມລັບ; ເອົາໃຈໃສ່ສ້າງ ແລະ ປັບປຸງໂຄງ ການດໍາເນີນງານ, ແຜນການເຄື່ອນ ໄຫວວຽກງານຂອງລັດຖະບານ, ນາຍົກ-ຮອງນາຍົກລັດຖະມົນຕີ ແຕ່ລະໄລຍະໃຫ້ລະອຽດ ແລະ ສອດ ຄ່ອງກວ່າເກົ່າ; ຊ່ວຍອຳນວຍ, ຄວບຄຸມ, ຕິດຕາມກວດກາ ການ ຈັດຕັ້ງປະຕິບັດນິຕິກຳຕ່າງໆ ໃຫ້ ເປັນໄປໃນລວງດຽວກັນ ກັບແຜນ ຂອງລັດຖະບານ; ຍົກສູງຄວາມ ສາມາດ ເປັນເສນາທິການຊ່ວຍນາ ຍົກ-ບັນດາຮອງນາຍົກລັດຖະມົນຕີ ໃນການກະກຽມ ແລະ ດຳເນີນກອງ ປະຊຸມສໍາຄັນຕ່າງໆ ໃຫ້ມີຄຸນນະ ພາບ ແລະ ມີປະສິດທິຜົນ; ເພີ່ມທະວີ ວຽກງານຕິດຕາມ, ຊຸກຍູ້ ແລະ ປະ ເມີນຜົນການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານ ແລະ ແຜນເງິນຕາ ແຕ່ ລະໄລຍະ ໃຫ້ໄປຕາມຄາດໝາຍ; ເພີ່ມທະວີການປະສານງານ ກັບກະ ຊວງ-ອົງການ, ທ້ອງຖິ່ນ ແລະ ຂະ ແໜງການທັງພາຍໃນ ແລະ ຕ່າງ ປະເທດ ເພື່ອຮັບປະກັນປະຕິບັດພາ ລະບົດບາດ, ໜ້າທີ່ ແລະ ຄວາມຮັບ ຜິດຊອບຂອງແຕ່ລະພາກສ່ວນສູງ ຂຶ້ນກວ່າເກົ່າ; ສືບຕໍ່ຫັນວຽກງານ ຫສນຍ ແລະ ການບໍລິຫານລັດ ເປັນ ທັນສະໄໝ; ຍົກສູງບົດບາດວຽກ ງານປະຊາສຳພັນ, ວຽກໂຄສົກລັດ ຖະບານ, ການສະໜອງຂໍ້ມູນຂ່າວ ສານ, ການໂຄສະນາເຜີຍແຜ່ຕ້ອງ ວ່ອງໄວແລະຮັບປະກັນຄຸນນະພາບ ດ້ວຍລັກສະນະປ້ອງກັນ ແລະ ລັກ ສະນະຕໍ່ສູ້, ທັງສະໜອງຂໍ້ມູນຂ່າວ ສານທີ່ຖືກຕ້ອງໃຫ້ສັງຄົມ ແລະ ປະ ຊາຊົນໄດ້ຮັບຮູ້ຢ່າງກວ້າງຂວາງ. ສຳລັບຄະນະບໍລິຫານງານພັກ ຊຸດໃໝ່ ໃຫ້ພ້ອມກັນຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ ນີ້ ເປັນໂຄງການ, ແຜນງານເປັນ ອັນລະອຽດສອດຄ່ອງກັບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້; ຍູ້ຂະບວນການສ້າງການຫັນປ່ຽນ ຢ່າງແຂງແຮງ, ເລິກເຊິ່ງ, ຮອບ ດ້ານໃນວຽກງານເສນາທິການ ຮັບໃຊ້ລັດຖະບານ; ຮີບຮ້ອນແບ່ງ ຄວາມຮັບຜິດຊອບພາຍໃນຄະນະ ບໍລິຫານງານພັກ, ຄະນະປະຈຳພັກ ໃຫ້ລະອຽດ, ຈະແຈ້ງ; ຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດຫລັກການ, ລະບອບແບບແຜນວິທີນຳ ພາຂອງ ພັກ; ຮັບຜິດຊອບໂດຍກົງຕໍ່ຜົນໄດ້- ຜົນເສຍ ຂອງວຽກງານທີ່ຖືກມອບ ໝາຍ; ສືບຕໍ່ຝຶກຝົນຫລໍ່ຫລອມຕົນ ເອງຢ່າງຮອບດ້ານ, ສາມັກຄີຮັກ ແພງ ຈິງໃຈຊ່ວຍເຫລືອກໍ່ສ້າງໝູ່ຄະ ນະໃຫ້ມີຄວາມເຂັ້ມແຂງ; ເປັນ ແບບເປັນຢ່າງຈັດຕັ້ງປະຕິບັດກົດ ລະບຽບພັກ, ລະບຽບກົດໝາຍຂອງ ລັດ; ຕິດຕາມ, ຊຸກຍູ້ການຈັດຕັ້ງ, ພະນັກງານ, ສະມາຊິກພັກ ໃນ ຄວາມຮັບຜິດຊອບຂອງຕົນ ໃຫ້ມີ ທັດສະນະ ແລະ ການກະທຳທີ່ຖືກ ຕ້ອງ, ຕ້ານປາກົດການຫຍໍ້ທໍ້ທຸກຮູບ ແບບ, ດໍາລົງຊີວິດປອດໃສ, ປະຢັດ, ອົດທົນ ເປັນແບບເປັນຢ່າງໃນທຸກ ຂົງເຂດວຽກງານ, ຫລີກລ່ຽງພະ ຍາດອາດຍາສິດ, ສ້າງກຸ່ມກ້ອນ, ຈຸ້ມເຈື້ອເຊື້ອສາຍ ຄົນເຈົ້າຄົນຂ້ອຍ, ສ້າງຜົນປະໂຫຍດສ່ວນຕົວ ແລະ ພັກພວກ ທີ່ຈະກະທົບຕໍ່ບົດບາດ, ອິດທິພົນ ແລະ ຄວາມເຊື່ອໝັ້ນຕໍ່ ການນຳພາຂອງພັກ; ພົວພັນຮ່ວມ ມືກັບພາຍໃນ ແລະ ຕ່າງປະເທດ ໂດຍສະເພາະປະເທດເພື່ອນມິດຍຸດ ທະສາດ ແລະ ປະເທດອື່ນໆ ເພື່ອ ຍາດແຍ່ງການຊ່ວຍເຫລືອ, ເພື່ອ ຮຽນຮູ້, ການຝຶກອົບຮົມ ແລະ ຖອດ ຖອນບົດຮຽນທີ່ກ້າວໜ້າ ມາໝູນໃຊ້ ກັບວຽກງານຂອງຕົນ ຕິດພັນກັບ ມີສະຕິລະວັງຕົວ ແລະ ມີທັດສະນະ ທີ່ຖືກຕ້ອງຕາມແນວທາງ ແລະ ລະບຽບກົດໝາຍ. ຂ່າວ: ກົມປະຊາສຳພັນ ຫສນຍ ພາບ: ອ່າຍຄໍາ

RkJQdWJsaXNoZXIy MTc3MTYxMQ==