7126

gsfdko{dkora fmtok xtgmf]k; ( 30/09/2025 ,v[{Ia [37'dkod= j lh k'l6 ora fmtok lu ,n cI''ko c0;'v5 fq ,wຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພິທີມອບ-ຮັບ ໂຄງການກໍ່ສ້າງສູນພັດທະນາສີມື ແຮງງານ ແຂວງອຸດົມໄຊ ຈັດຂຶ້ນ ໃນວັນທີ 26 ກັນຍາ 2025 ທີ່ສູນ ສີມືແຮງງານ ບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ ໂດຍມີ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ, ທ່ານ ຫລີ ຊີເຈີນ ທີ່ປຶກສາ ຫ້ອງເສດຖະກິດ ແລະ ການຄ້າ, ສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ, ທ່ານ ນາງ ແສງເດືອນ ໄຊຍະສອນ ຄະນະ ຮ່ວມມື ລາວ-ຈີນ, ກະຊວງການ ເງິນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຂອງທັງສອງປະເທດ ເຂົ້າຮ່ວມ. ໃນພິທີ, ທ່ານ ຫລີ ຊີເຈີນ ຕາງ ໜ້າລັດຖະບານ ສປ ຈີນ ກ່າວມອບ ສູນພັດທະນາສີມືແຮງງານ ທີ່ກໍ່ສ້າງ ສຳເລັດ ເຊິ່ງໂຄງການນີ້ ເປັນການ ຊ່ວຍເຫລືອລ້າ ຈາກ ສປ ຈີນ ເຊິ່ງ ເປັນສັນຍະລັກແຫ່ງມິດຕະພາບ ແລະ ການຮ່ວມມື ອັນຍາວນານ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໂດຍປະກອບມີ: ອາຄານຮຽນ- ສອນ, ຫ້ອງການ, ໂຮງອາຫານ, ສູນຝຶກອົບຮົມ, ຫໍພັກນັກຮຽນ ຍິງ - ຊາຍ, ຫໍພັກອາຈານ, ປ້ອມຍາມ, ອາຄານເສີມ (ຫ້ອງກະຈາຍແມ່ໄຟ, ອ່າງເກັບນ້ຳດັບເພີງ), ສະໜາມ ກິລາບານບ້ວງ, ບານສົ່ງ ແລະ ສິ່ງອຳນວຍຄວາມສະດວກອື່ນt. ສູນແຫ່ງນີ້ ຈະເປັນສູນພັດທະນາ ສີມືແຮງງານ ລະດັບການສຶກສາ ຊັ້ນກາງ ພ້ອມດ້ວຍອຸປະກອນທີ່ ທັນສະໄໝ, ການພັດທະນາວິຊາ ຮຽນ ແລະ ຄູສອນ, ການຝຶກອົບຮົມ ຄູ-ອາຈານ, ການສ້າງການຮ່ວມມື ດ້ານການຮຽນ-ການສອນ ແລະ ການຄັດເລືອກນັກຮຽນເກັ່ງໄປ ແລກປ່ຽນບົດຮຽນ ຢູ່ ສປ ຈີນ. ໂອກາດນີ້, ທ່ານ ໂພໄຊ ໄຊຍະ ສອນ ຕາງໜ້າລັດຖະບານ ສປປ ລາວ ໄດ້ຂຶ້ນກ່າວຮັບໂຄງການ c0;'-P'0;k' fegou odv'xt-5 ,7q [7tot [= ]y sko'kora d 7A 'mu II ltw\mu IX ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ຊຽງຂວາງ ຄັ້ງທີ II ສະໄໝທີ IX ໄດ້ໄຂຂຶ້ນໃນວັນທີ 26 ກັນຍາ 2025 ທີ່ຫ້ອງວ່າການແຂວງ ໂດຍ ການເປັນປະທານຂອງທ່ານ ບຸນ ຈັນ ສີວົງພັນ ກຳມະການສູນກາງ ພັກ ເລຂາຄະນະບໍລິຫານງານພັກ ແຂວງ, ມີຄະນະປະຈຳພັກແຂວງ ກຳມະການພັກແຂວງເຂົ້າຮ່ວມ. ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກ ແຂວງຊຽງຂວາງ ໄດ້ຜ່ານມະຕິຕົກລົງວ່າດ້ວຍການ ຮັບຮອງເອົາຄະນະບໍລິຫານງານ ພັກແຂວງ ສະໄໝທີ IX ຂອງ ຄະນະເລຂາທິການສູນກາງພັກ ສະບັບເລກທີ 839 ຄລສພ ລົງ ວັນທີ 10 ກັນຍາ 2025, ກອງ ປະຊຸມໄດ້ຮັບຟັງມະຕິຕົກລົງ ແບ່ງ ຄວາມຮັບຜິດຊອບ ຂອງຄະນະ ບໍລິຫານງານພັກແຂວງ ສະໄໝທີ IX, ຮ່າງແຜນດຳເນີນງານຄະນະ ບໍລິຫານງານພັກແຂວງ ສະໄໝ ທີ IX (2026-2030), ການ ຈັດຕັ້ງປະຕິບັດວຽກງານກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ ປະຈຳປີ 2024, ຄຳແນະນຳ ຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບໂຄງການປະກອບກົງຈັກ ການຈັດຕັ້ງ, ບຸກຄະລາກອນຂອງ ສະພາປະຊາຊົນແຂວງ ແລະ ການ ກະກຽມການເລືອກຕັ້ງສະມາຊິກ ສາພາແຫ່ງຊາດ ຊຸດທີ X ແລະ 7tot[= ]y sko'kora d c0;'s];'rt[k' Ij ;,;k'r;',k]k c]t dt8j kfvdw,h 16 j vto5 lk;t]u ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ຄະນະ ບໍລິຫານງານພັກ ແຂວງຫລວງພະ ບາງ ຊຸດທີ VIII ນໍາໂດຍ ສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການ ສູນກາງພັກ ເລຂາຄະນະບໍລິຫານ ງານພັກ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີ ນັກຮົບນິລະນາມ, ວາງກະຕ່າດອກໄມ້ ຢູ່ໜ້າຮູບຫລໍ່ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ໃນຕອນເຊົ້າ ວັນທີ 28 ກັນຍາ 2025 ເນື່ອງໃນ ໂອກາດ ຈະດຳເນີນກອງປະຊຸມ ໃຫຍ່ຜູ້ແທນອົງຄະນະພັກ ແຂວງ ຫລວງພະບາງ ຄັ້ງທີ IX ໃນມໍ່tນີ້ ເພື່ອສະແດງຄວາມເຄົາລົບ, ຄວາມ ກະຕັນຍູຮູ້ບຸນຄຸນຕໍ່ບັນດານັກຮົບ, ວິລະຊົນແຫ່ງຊາດ, ພະນັກງານ ການນໍາຮຸ່ນກ່ອນ, ຜູ້ທີ່ໄດ້ເສຍສະລະ ເລືອດເນື້ອ ແລະ ຊີວິດຂອງຕົນເຂົ້າ ໃນພາລະກິດປະຕິວັດຕໍ່ສູ້ກູ້ຊາດ ທີ່ແສນລໍາບາກ-ຍາວນານ, ພິລະ ອາດຫານ-ກ້າແກ່ນ-ໜຽວແໜ້ນ ຕໍ່ສູ້ບໍ່ຍອມຈໍານົນ, ເພື່ອປົດປ່ອຍ ຊາດ-ປົດປ່ອຍປະຊາຊົນ ອອກຈາກ ການປົກຄອງຂອງພວກສັດຕູ ຈົນ ໄດ້ຮັບໄຊຊະນະຢ່າງສົມບູນ ແລະ ໄດ້ປະກາດເອກະລາດ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ໂອກາດນີ້, ຄະນະບໍລິຫານງານ ພັກ ແຂວງຫລວງພະບາງ ໄດ້ມີ ຄຳປະຕິຍານວ່າ: ຈະຮໍ່າຮຽນເອົາ ແບບຢ່າງອັນດີເລີດ ຂອງນັກຮົບ ນິລະນາມ, ວິລະຊົນແຫ່ງຊາດ, ພະນັກງານການນໍາຮຸ່ນກ່ອນ, ມີ ຄວາມສາມັກຄີເປັນເອກະພາບ [k'ma fltot0v'xt-k-q o8= j 37'dkod= j lh k' 0tspkpmk'.ogmlt[ko g,n v'mj kc0d ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ໄລຍະຜ່ານ ມາແຂວງຄໍາມ່ວນ ໄດ້ສຸມງົບ ປະມານເຂົ້າໃນການພັດທະນາ ແຂວງຄໍາມ່ວນໃນຫລາຍດ້ານ ໂດຍສະເພາະພື້ນຖານໂຄງລ່າງ, ເສັ້ນທາງຄົມມະນາຄົມພາຍໃນ ແຂວງ ໄດ້ຮັບການປັບປຸງຍົກ ລະດັບ, ການສັນຈອນໄປ-ມາ ມີຄວາມສະດວກຫລາ ຍຂຶ້ນ , ອັນພົ້ນເດັ່ນບັນດາເສັ້ນທາງໃນ ເທສະບານເມືອງທ່າແຂກຫລາຍt ເສັ້ນໄດ້ມີການຂະຫຍາຍ, ປັບປຸງຄືນ ໃໝ່ ຄຽງຄູ່ກັບການພັດທະນານັ້ນກໍ ຫລີກລ່ຽງບໍ່ໄດ້ຜົນທະທົບຈາກການ ກໍ່ສ້າງຕໍ່ຄອບຄົວທີ່ອາໄສຢູ່ເຂດ ພື້ນທີ່ດັ່ງກ່າວ. ທ່ານ ເຂັມເພັດ ແກ້ວເພຍຈັນ ໃນນາມຜູ້ຖືກກະທົບ ໄດ້ໃຫ້ສໍາ ພາດຜ່ານສື່ມວນຊົນແຂວງໃນວັນທີ 27 ກັນຍາ 2025 ວ່າ: ຂ້າພະເຈົ້າ ໜຶ່ງໃນຄອບຄົວຖືກກະທົບຕໍ່ການ ກໍ່ສ້າງຂະຫຍາຍເສັ້ນທາງໃນເທສະ ບານເມືອງທ່າແຂກ ໂຄງການ ກໍ່ສ້າງຂະຫຍາຍທາງເບຕົງແຕ່ ສາງນໍ້າມັນ ຫາ ວົງວຽນຫລັກ 2 ແລະ ຈຸດເຊື່ອມຕໍ່ວົງວຽນຫລັກ ພາຍໃນ, ໜັກແໜ້ນທາງດ້ານການ ເມືອງ-ແນວຄິດ, ຈົ່ງຮັກພັກດີຕໍ່ຊາດ, ຕໍ່ປະຊາຊົນ, ມີມານະຈິດປະຕິວັດ, ເດັດດ່ຽວຕອບຕ້ານທຸກກົນອຸບາຍ ຂອງສັດຕູແລະ ເດັດຂາດສູ້ຮົບມີໄຊ, ຈະຮໍ່າຮຽນເອົາຄຸນສົມບັດສິນທໍາ ປະຕິວັດ ອັນເປັນພື້ນຖານທີ່ດີເລີດ ຂອງປະທານ ໄກສອນ ພົມວິຫານ ແມ່ນຈິດໃຈຮັກຊາດອັນສູງສົ່ງ ແລະ ການອຸທິດຕົນເພື່ອຊາດຍອມເສຍ ສະລະເພື່ອຜົນປະໂຫຍດລວມຂອງ ຊາດ, ເພື່ອປະຊາຊົນ ດ້ວຍຄວາມ ສັດຊື່ບໍລິສຸດ, ມີແບບແຜນການດໍາ ລົງຊີວິດທີ່ປອດໃສຂາວສະອາດ, ດຸໝັ່ນ, ປະຢັດ, ສັດຊື່, ທ່ຽງທໍາ ທີ່ປະທານໄດ້ສ້າງໄວ້ໃຫ້ຄົນຮຸ່ນ ຫລັງໄດ້ສືບທອດແລະຮໍ່າຮຽນເອົາ, ຈະເປັນສະມາຊິກພັກ-ພະນັກງານ ຮຸ່ນສືບທອດທີ່ດີ ສັດຊື່ ບໍລິສຸດ ຈົງຮັກພັກດີຕໍ່ອຸດົມການຂອງພັກ, ເປັນແບບຢ່າງໃນການປະຕິບັດ ກົດລະບຽບ ມະຕິ-ຄໍາສັ່ງ, ລັດຖະ ທໍາມະນູນ ແລະ ກົດໝາຍ ວາງອອກ ຢ່າງເຂັ້ມງວດ, ຖືຜົນປະໂຫຍດລວມ ຂອງຊາດ ສູງກວ່າຜົນປະໂຫຍດ ສ່ວນຕົວ, ຈະສືບທອດ ແລະ ເສີມຂະຫຍາຍພາລະກິດປະຕິວັດ ຮໍ່າຮຽນເອົາຄຸນສົມບັດສິນທໍາ ປະຕິວັດ, ແບບແຜນການດຳລົງ ຊີວິດຂອງ ປະທານ ສຸພານຸວົງ ເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງຫລວງ ພະບາງ ໃຫ້ຮັ່ງມີເຂັ້ມແຂງກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ. ຂ່າວ: ອາພຸດເດດ ບຸບຜາ, ພາບ: ເພັດ ສາຄອນ ສີມມະວົງ ພ້ອມທັງໄດ້ເນັ້ນຢ້ຳເຖິງຄວາມ ສຳຄັນຂອງໂຄງການ ເຊິ່ງເປັນ ການຍົກລະດັບສູນເກົ່າທີ່ສ້າງຂຶ້ນ ໃນປີ 2002 ທີ່ສາມາດຮອງຮັບ ນັກສຶກສາໄດ້ພຽງ 200-300 ຄົນ ຕໍ່ປີ ດ້ວຍອຸປະກອນທີ່ຈຳກັດ. ໂດຍ ເຫັນເຖິງຄວາມຕ້ອງການທີ່ເພີ່ມຂຶ້ນ, ລັດຖະບານລາວຈຶ່ງຮ່ວມມື ກັບ ສປ ຈີນ ເຊິ່ງເລືອກເອົາ ແຂວງອຸດົມໄຊ ເປັນໜຶ່ງໃນ 10 ໂຮງຮຽນທີ່ຈະໄດ້ ຮັບການຊ່ວຍເຫລືອ. ຫລັງຈາກ ການສຳຫລວດ ແລະ ເກັບກຳຂໍ້ມູນ, ສອງຝ່າຍໄດ້ເຊັນສັນຍາແລກປ່ຽນ ໃນປີ 2021, ໂດຍ ສປ ຈີນ ຕົກລົງ ຈະກໍ່ສ້າງສູນແຫ່ງໃໝ່ ດ້ວຍມູນຄ່າ 147,26 ລ້ານຢວນສູນແຫ່ງໃໝ່ ນີ້ ມີຄວາມທັນສະໄໝ, ສວຍງາມ ແລະ ໄດ້ມາດຕະຖານສາກົນ, ສາ ມາດຮອງຮັບນັກສຶກສາໄດ້ເຖິງ 1.200 ຄົນຕໍ່ປີ ແລະ ສູນແຫ່ງນີ້ ຈະເປັນບ່ອນພັດທະນາແຮງງານ ໃຫ້ມີຄຸນນະພາບ, ລະບຽບວິໄນ, ດຸໝັ່ນ ແລະ ອົດທົນ ເພື່ອຕອບ ສະໜອງຄວາມຕ້ອງການຂອງການ ພັດທະນາເສດຖະກິດ-ສັງຄົມ ຂອງ ລາວ. ພາຍຫລັງພິທີ ມອບ-ຮັບ, ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມຈະຮ່ວມກັບອົງການ ປົກຄອງແຂວງອຸດົມໄຊ ຄຸ້ມຄອງ ແລະ ນຳໃຊ້ສູນແຫ່ງນີ້ ໃຫ້ເກີດ ປະໂຫຍດສູງສຸດ. ຂ່າວ: ແສງ ອາທິດ, ພາບ: ຄຳພັນ 2 ໂດຍລວມແມ່ນມີຄວາມເອກະ ພາບ ແລະ ເຫັນດີຕໍ່ການພັດທະນາ ຂອງການນໍາພັກ-ລັດ ທີ່ໄດ້ມີແນວ ທາງພັດທະນາສ້າງສາບ້ານເມືອງ ກໍຄືເທສະບານເມືອງທ່າແຂກ ເພື່ອຄວາມສວຍງາມຂອງຕົວເມືອງ ເຊິ່ງເຮືອນຂ້າພະເຈົ້າຖືກກະທົບ ຫລາຍສົມຄວນ, ແຕ່ກໍບໍ່ໄດ້ຮຽກ ຮ້ອງຫຍັງຕໍ່ພາກລັດ, ສ່ວນຕົວ ແມ່ນມີຄວາມເອກະພາບ ເພື່ອເຮັດ ແນວໃດໃຫ້ໄປຕາມແນວທາງການ ພັດທະນາຂອງພັກ-ລັດເຮົາ, ສະນັ້ນ ໃນນາມປະຊາຊົນຜູ້ຖືກກະທົບຂໍ ຝາກເຖິງບັນດາຄອບຄົວທີ່ອາໄສ ຢູ່ຕາມເສັ້ນທາງດັ່ງກ່າວຈົ່ງໄດ້ໃຫ້ ຄວາມຮ່ວມມື ແລະ ອໍານວຍຄວາມ ສະດວກໃນການຮື້ຖອນສິ່ງກີດ ຂວາງຕ່າງt ເພື່ອອໍານວຍຄວາມ ສະດວກໃຫ້ພາກສ່ວນກ່ຽວຂ້ອງ ໃນເວລາລົງມືຈັດຕັ້ງປະຕິບັດ ແລະ ເອກະພາບຕໍ່ຂັ້ນເທິງ ເພື່ອເຮັດແນວ ໃດໃຫ້ບ້ານເມືອງຂອງພວກເຮົາໄດ້ ຮັບການພັດທະນາດີຂຶ້ນເລື້ອຍt. ໂຄງການກໍ່ສ້າງຂະຫຍາຍທາງ ໃນເທສະບານເມືອງທ່າແຂກມີ ຄວາມຍາວ1.130ແມັດ, ຂະຫຍາຍ ຄວາມກວ້າງໜ້າທາງເບື້ອງລະ 3 ແມັດ, ຮ່ອງລະບາຍນໍ້າຂ້າງທາງ ບວກກັບທາງຍ່າງ 2 ແມັດ, ລວມ ທັງໝົດໃນການຂະຫຍາຍເບື້ອງລະ 5 ແມັດ. ເລີ່ມຈັດຕັ້ງປະຕິບັດ ແຕ່ຕົ້ນ ເດືອນກັນຍາ 2025 ແລະ ຄາດວ່າ ຈະໃຫ້ສໍາເລັດໃນທ້າຍປີ 2025 ນີ້. ຂ່າວ: ມະນີວັນ, ພາບ: ກອງຄໍາ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ສະບັບເລກທີ 19 ຄປຈ ລົງວັນທີ 26 ສິງຫາ 2025, ມະຕິຕົກລົງ ຄະນະຮັບຜິດຊອບຂະບວນການ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX, ເຊື່ອມຊຶມຄຳແນະນຳ ກ່ຽວກັບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງຄະນະ ຈັດຕັ້ງສູນກາງພັກ ສະບັບເລກທີ 28 ຄຈສພ ລົງວັນທີ 14 ກຸມພາ 2025, ເຊື່ອມຊຶມແຈ້ງການຄະ ນະຈັດຕັ້ງສູນກາງພັກ ສະບັບເລກ ທີ356 ຄຈສພ ລົງວັນທີ 19 ມີນາ 2025. ໂອກາດນີ້, ທ່ານ ບຸນຈັນ ສີວົງພັນ ໄ ດ້ມີຄຳ ເ ຫັນຊີ້ນຳ ໂດຍໄດ້ເນັ້ນໃຫ້ສືບຕໍ່ ເອົາໃຈໃສ່ສຶກ ສາອົບຮົມວຽກງານການເມືອງ ແນວຄິດເປັນກົກ, ເຕົ້າໂຮມຄວາມ ສາມັກຄີແໜ້ນແຟ້ນ, ແບ່ງຄວາມ ຮັບຜິດຊອບໃຫ້ບັນດາບຸກຄະລາ ກອນອົງຄະນະພັກແຂວງພະແນກ ການທີ່ໂຮມພະແນກ, ມອບໃຫ້ ພາກສ່ວນກ່ຽວຂ້ອງກອງເລຂາ ສັງ ລວມມ ະ ຕິແ ລ້ວ ເ ຮັດ ເ ປັນ ເອກະສານທີ່ສົມບູນ, ວຽກງານຮີບ ດ່ວນໃນຕໍ່ໜ້າ ຈົ່ງຮີບຮ້ອນຈັດຕັ້ງ ບຸກຄະລາກອນຮັບຜິດຊອບແກ້ໄຂ ໃຫ້ທັນເວລາ ແລະ ຮີບຮ້ອນຜູ້ທີ່ຈະ ອອກຮັບສະໝັກເລືອກຕັ້ງສະພາ ຂັ້ນແຂວງ, ພາກສ່ວນກ່ຽວຂ້ອງ ເລັ່ງແກ້ໄຂ ແລະ ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຂອງແຂວງ, ຈົ່ງເອົາໃຈໃສ່ວຽກງານຈຸດສຸມ ຕົ້ນຕໍ, ເສດຖະກິດເອກະລາດເປັນ ເຈົ້າຕົ້ນເອງ, ເພີ່ມທະວີວຽກງານ ປກຊ-ປກສ ເຂັ້ມແຂງຮອບດ້ານ, ຖື ສຳຄັນຄວາມສາມັກຄີເປັນປຶກແຜ່ນ, ປັບປຸງແບບແຜນວິທີເຮັດວຽກ, ສຸມໃສ່ຈັດຕັ້ງແຜນພັດທະນາເສດ ຖະກິດ ສັງຄົມໃຫ້ໄດ້ຮັບຜົນ, ສືບຕໍ່ ປັບປຸງສັບຊ້ອນກົງຈັກການຈັດຕັ້ງ ສ້ອມແປງພື້ນຖານໂຄງລ່າງສຳ ນັກງານອາຄານທີ່ພະແນກການ ໄດ້ໂຮມເຂົ້າກັນ, ຊຸກຍູ້ອົງການ ຈັດຕັ້ງມະຫາຊົນໃຫ້ແໜ້ນແຟ້ນ ມີ ຜົນສຳເລັດ ແລະ ຟົດຟື້ນ, ເອົາໃຈໃສ່ ວຽກງານປ້ອງກັນພັກ-ພະນັກງານ ສຳນັກງານອົງການພາຍໃນໃຫ້ມີ ຄວາມໜັກແໜ້ນ, ວຽກງານກວດ ກາຕ້ອງດຳເນີນເປັນປົກກະຕິຕໍ່ ເນື່ອງ ແລະ ມີຄຸນນະພາບ, ກະ ກຽມຈັດຕັ້ງສະເຫລີມສະຫລອງວັນ ປະຫວັດສາດຢ່າງສົມກຽດ ແລະ ຄຶກຄື້ນໃນທົ່ວແຂວງ. ຂ່າວ: ບຸນມີ ແສງທຸມມີ

RkJQdWJsaXNoZXIy MTc3MTYxMQ==