7126

30/09/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d -k;r5 fIj ;,4;kpzh kxj klk,a d7u c]t gmmv's]+ rt16j ;a fxj kok76 ooh vp 3I''kox5 'c8j '1k'rk]klk,vh kpoh v' lh k'xt3spf.sh xt-k-q o ຂປລ. ອາທິດຜ່ານມາ ໄດ້ເປີດ ໂຮງງານປຸງແຕ່ງຢາງພາລາສາມ ອ້າຍນ້ອງ ຢູ່ບ້ານປຸ່ງຈອມແສງ, ເມືອງເມິງ, ແຂວງບໍ່ແກ້ວ ເພື່ອ ອໍານວຍຄວາມສະດວກໃຫ້ແກ່ ປະຊາຊົນບັນດາເຜົ່າ ກໍຄື ຊາວ ສວນຢາງພາລາພາຍໃນເມືອງເມິງ ແລະ ຈະກາຍເປັນທ່າແຮງທີ່ສໍາຄັນ ໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງເມືອງເມິງ, ທັງສາມາດ ຕອບສະໜອງກັບຄວາມຮຽກຮ້ອງ ຕ້ອງການຂອງປະຊາຊົນຜູ້ທີ່ປູກ ຢາງພາລາໄດ້ເຂົ້າເຖິງຕະຫລາດ ການຊື້-ຂາຍຢາງພາລາກັບທີ່ ແລະ ທັງເປັນການຮັບປະກັນທາງດ້ານ ລາຄານ້ໍາຢາງພາລາໃຫ້ຖືກຕ້ອງ ຂປລ. ເມື່ອມໍ່tມານີ້ຊາວພຸດ ທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມຖວາຍຜ້າປ່າສາມັກຄີ ໃນ ໂອກາດບຸນທັກຂີນານຸປາທານ ອຸທິດກຸສົນ 12 ປີ ການຈາກໄປ ຂອງພະອາຈານໃຫຍ່ ມະຫາ ຊາລີ ກັນຕະສີໂລ ຢູ່ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫລວງ ວຽງຈັນ ນຳພາໂດຍພະອາຈານ ວັນຄໍາ ວົງສາສຸລິນ ຄະນະປະຈຳ ຫົວໜ້າກຳມາທິການປົກຄອງສົງ ສູນກາງອົງການພຸດທະສາສະໜາ ສຳພັນ ແຫ່ງ ສປປ ລາວ, ມີບັນດາ ພະສົງສາມະເນນຈາກວັດແຫ່ງ ຕ່າງtພາຍໃນເມືອງນາຊາຍທອງ, ເຖົ້າແກ່ແນວໂຮມບ້ານນາຄູນນ້ອຍ ແລະ ອຳນາດການປົກຄອງເມືອງ ເຂົ້າຮ່ວມ. ການຖະຫວາຍຜ້າປ່າສາມັກຄີ ©ດຍ ທະນູທອງ ໃນຄັ້ງນີ້, ລວມປັດໄຈໄດ້ທັງໝົດ 600 ກວ່າລ້ານກີບ ເຊິ່ງປັດໄຈທີ່ ໄດ້ຮັບຈະນຳໄປສົມທົບທຶນໃນການ ສ້າງເສັ້ນທາງ 80 ປີ ພະອາຈານ ໃຫຍ່ມະຫາ ຊາລີກັນຕະສີໂລ (ທາງ ເບຕົງເສີມເຫລັກ) ເຂົ້າຫາວັດປ່າ ນາຄູນນ້ອຍ ແລະ ນຳໄປສ້າງສາ ພັດທະນາວັດໃຫ້ສວຍງາມຂຶ້ນກວ່າ ເກົ່າ. ທັງນີ້, ເພື່ອລະນຶກເຖິງຄຸນງາມ ຄວາມດີ, ບູຊາຄຸນເຖິງພະອາຈານ ໃຫຍ່ ມະຫາຊາລີ ກັນຕະສີໂລ ທີ່ໄດ້ ມໍລະນະພາບໄປແລ້ວ, ທັງເປັນການ ເຕົ້າໂຮມຄວາມສາມັກຄີບັນດາຊາວ ພຸດທະສາສະນິກະຊົນລາວບັນດາ ເຜົ່າໃຫ້ມີຄວາມສາມັກຄີປອງດອງ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອ ຄ້ຳຈູນພະພຸດທະສາສະໜາໃຫ້ ຈະເລີນງອກງາມ ເປັນທີ່ເພິ່ງທາງ ໃຈຂອງຊາວພຸດລາວບັນດາເຜົ່າຕະ ຫລອດໄປ. ພ້ອມນັ້ນ, ຍັງໄດ້ມີພິທີເທທອງ ຫລໍ່ພະພຸດທະຮູບ ທັງໝົດ 9 ອົງ. ໃນ ນັ້ນ, ພະພຸດທະຮູບປາງສະນະມານ 7 ອົງ ແລະ ປາງສຳມະທິ 2 ອົງ ປະດິດສະຖານໄວ້ຢູ່ວັດປ່ານາຄູນ ນ້ອຍ ເມືອງນາຊາຍທອງ ເພື່ອໃຫ້ ລູກຫລານຊາວພຸດ ໄດ້ມາກາບໄຫວ້ ສັກກະລະບູຊາ. ໃຫ້ກຽດເຂົ້າຮ່ວມ ນຳພາຫລໍ່ພະພຸດທະຮູບ ໂດຍພະ ອາຈານໃຫຍ່ ມະຫາເວດ ມະເສໄນ ຮັກສາການປະທານສູນກາງອົງ ການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ມີບັນດາພະສົງສາມະ ເນນຈາກວັດແຫ່ງຕ່າງtໃນນະ ຄອນຫລວງວຽງຈັນ, ພ້ອມດ້ວຍ ຊາວພຸດທະສາສະນິກະຊົນລາວບັນ ດາເຜົ່າເຂົ້າຮ່ວມ. ຕາມທ້ອງຕະຫລາດທີ່ກໍານົດອອກ ໃນແຕ່ລະໄລຍະ. ທ່ານ ຄໍາສິງ ໄຊສົມບູນ ປະທານ ບໍລິສັດໄດ້ຜ່ານບົດລາຍງານການ ກໍ່ສ້າງໃນໄລຍະທີ່ຜ່ານມາວ່າໂຮງ ງານປຸງແຕ່ງຢາງພາລາສາມອ້າຍ ນ້ອງໄດ້ຮັບການກໍ່ສ້າງມາຕັ້ງແຕ່ ກາງເດືອນ 6 ປີ 2025 ມາຮອດ ຕ້ອງການຂອງປະຊາຊົນຜູ້ທີ່ປູກ ຢາງພາລາໄດ້ເຂົ້າເຖິງຕະຫລາດ ການຊື້ - ຂາຍຢາງພາລາກັບທີ່ແລະ ທັງເປັນການຮັບປະກັນທາງດ້ານ ລາຄານ້ໍາຢາງພາລາໃຫ້ຖືກຕ້ອງ ຕາມທ້ອງຕະຫລາດທີ່ກໍານົດອອກ ໃນແຕ່ລະໄລຍະ. ພ້ອມກັນນີ້ ກໍ່ເປັນ ການກະຕຸກຊຸກຍູ້ໃຫ້ແກ່ປະຊາຊົນ ໃນການພັດທະນາເສດຖະກິດ-ສັງ ຄົມຂອງເມືອງເມິງ ກໍຄື ແຂວງບໍ່ ແກ້ວ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍ ຕົວຂຶ້ນເລື້ອຍt. ທ່ານ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ຍັງໄດ້ໂອ້ ລົມ ແລະ ໄດ້ຮຽກຮ້ອງມາຍັງ ບໍລິສັດຜູ້ລົງທຶນ ກໍຄື ບໍລິສັດສາມ ອ້າຍນ້ອງໃຫ້ເອົາໃຈໃສ່ ແລະ ໃຫ້ ຄວາມສໍາຄັນໃນການປົກປັກຮັກສາ ສະພາບແວດລ້ອມບໍລິເວນຂອບເຂດ ໂຮງງານ ເປັນຕົ້ນແມ່ນການບໍາບັດ ນໍ້າເສຍຈາກໂຮງງານໃຫ້ດີກ່ອນຈະ ປ່ອຍລົງສູ່ແຫລ່ງນໍ້າທໍາມະຊາດ; ການກໍາຈັດມົນລະພິດທາງກິ່ນ ແລະ ອື່ນt ທີ່ຈະກະທົບຕໍ່ສະພາບ ແວດລ້ອມ ແລະ ສັງຄົມໃກ້ຄຽງໃຫ້ ໜ້ອຍທີ່ສຸດ, ຕ້ອງໄດ້ເອົາໃຈໃສ່ຊຸກຍູ້ ສົ່ງເສີມປະຊາຊົນ ໃນການປູກຢາງ ພາລາ, ບົວລະບັດຮັກສາ ແລະ ເກັບ ຊື້ນໍ້າຢາງພາລານໍາປະຊາຊົນ ເພື່ອ ປ້ອນເຂົ້າໂຮງງານຕາມລາຄາທີ່ ກໍານົດໃນແຕ່ລະໄລຍະໃຫ້ຖືກຕ້ອງ ແລະ ຍຸຕິທໍາ, ໃຫ້ບໍລິສັດນໍາໃຊ້ ແຮງງານຂອງທ້ອງຖິ່ນພາຍໃນ ເມືອງເມິງ ເປັນບຸລິມະສິດ ເພື່ອ ເປັນການຫລຸດຜ່ອນການນໍາເຂົ້າ ແຮງງານມາຈາກບ່ອນອື່ນ, ເອົາໃຈ ໃສ່ປະກອບສ່ວນເຂົ້າໃນການກໍ່ສ້າງ ພື້ນຖານໂຄງລ່າງທີ່ຈໍາເປັນຊ່ວຍ ຊຸມຊົນ ກໍຄື ການພັດທະນາເມືອງ ເມິງ, ເອົາໃຈໃສ່ຕິດຕາມກວດກາໃຫ້ ຖືກຕ້ອງຕາມກົດໝາຍວ່າດ້ວຍການ ລົງທຶນຂອງຕ່າງປະເທດ ແລະ ກົດ ໝາຍຕ່າງtຂອງລາວໃຫ້ຖືກຕ້ອງ ແລະ ເຂັ້ມງວດຂຶ້ນຕື່ມອີກ. ປັດຈຸບັນແມ່ນໄດ້ສຳເລັດການ ກໍ່ສ້າງ 100 ເປັນໂຮງງານປຸງ ແຕ່ງຂະໜາດກາງ ແລະ ເປັນໂຮງ ງານແຫ່ງທໍາອິດຂອງຊົນເຜົ່າ ອາຄາ ເຊິ່ງເປັນທຶນຂອງເອກະ ຊົນ 100 ມີເນື້ອທີ່ທັງໝົດ 2,5 ເຮັກຕາ ປະກອບມີອາຄານໂຮງ ງານ 1 ຫລັງ ແລະ ໄດ້ຕໍ່ເຕີມອີກ 1 ຫ້ອງວິໄຈ, ມີຫ້ອງອັດຖົງຢາງ 1 ຫ້ອງ, ມີຫ້ອງເກັບມ້ຽນ 1 ຫ້ອງ, ມີຫ້ອງສ້ອມແປງ 1 ຫລັງ, ມີຫໍ ພັກສໍາລັບພະນັກງານ 2 ຫລັງ, ມີ 13 ຫ້ອງນອນ, ມີຫ້ອງຮັບແຂກ 1 ຫ້ອງ, ມີຫ້ອງອາຫານ 1 ຫ້ອງ, ມີປ້ອມຍາມ 1 ຫລັງ ແລະ ຫ້ອງ ປະຊຸມ 1 ຫລັງ. ໂຮງງານສາມາດ ໜີບຢາງພາລາແຜ່ນໄດ້ 3 ໂຕນຕໍ່ ຊົ່ວໂມງ, ພາຍໃນໂຮງງານຍັງມີ ລະບົບນໍ້າບາດານ, ມີພາຫະນະຮັບ ໃຊ້ພາຍໃນໂຮງງານຄື: ມີລົດຈົກ, ລົດຕັກ, ລົດດາມ, ລົດ 12 ລໍ້, ເຮືອ 1 ລໍາ, ມີລົດລີໂວ້ ແລະ ລົດຈັກ 5 ຄັນ, ມີພະນັກງານໜີບຢາງພາລາ ແຜ່ນ 5 ຄອບຄົວ, ມີຜູ້ຊ່ຽວຊານ 1 ທ່ານ, ມີຜູ້ແປພາສາ 1 ທ່ານ ເຊິ່ງໃນໄລຍະທີ່ຜ່ານມາ ບໍລິສັດໄດ້ ເກັບຊື້ນໍ້າຢາງພາລານໍາປະຊາຊົນ ພາຍໃນ 10 ບ້ານ ໄດ້ນໍ້າຢາງ 250 ໂຕນ ແລະ ໄດ້ເຊັນສັນຍາຊື້ເຄື່ອງຈັກ ປຸງແຕ່ງອົບແຫ້ງຢາງພາລາກັບບໍ ລິສັດຢຸນນານ ສປ ຈີນ, ປັດຈຸບັນ ໄດ້ລົງທຶນໄປແລ້ວໃນເບື້ອງຕົ້ນ 3 ລ້ານກວ່າຢວນ ຫລື ປະມານ 9 ຕື້ ກວ່າກີບ ແລະ ໄດ້ເປີດພິທີນໍາໃຊ້ ໂຮງງານປຸງແຕ່ງຢາງພາລາສາມ ອ້າຍນ້ອງຢ່າງເປັນທາງການໃນ ວັນທີ 21 ກັນຍາ 2025. ການສ້າງ ຕັ້ງໂຮງງານດັ່ງກ່າວ ເພຶ່ອອໍານວຍ ຄວາມສະດວກໃຫ້ແກ່ປະຊາຊົນ ບັນດາເຜົ່າ ກໍຄື ຊາວສວນຢາງ ພາລາພາຍໃນເມືອງເມິງ ແລະ ຈະກາຍເປັນທ່າແຮງທີ່ສໍາຄັນໃຫ້ ແກ່ການພັດທະນາເສດຖະກິດສັງຄົມຂອງເມືອງເມິງ, ທັງສາມາດ ຕອບສະໜອງກັບຄວາມຮຽກຮ້ອງ

RkJQdWJsaXNoZXIy MTc3MTYxMQ==