30/09/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຮອງນາຍົກ... ຕໍ່ຈາກໜ້າ ໃຫ້ປະຊາກອນໜຸ່ມ ຜູ້ປະລະການ ຮຽນໃຫ້ໄດ້ບຳລຸງ ຜ່ານການສຶກສາ ນອກໂຮງຮຽນ ແລະ ຝຶກອົບຮົມ ວິຊາຊີບ. ພ້ອມທັງສົ່ງເສີມສະຖາບັນສ້າງ ຄູ ເຮັດໜ້າທີ່ໃນການກໍ່ສ້າງຄູ, ຝຶກ ອົບຮົມຄູປະຈຳການ ແລະ ສ້າງ ຄວາມເຂັ້ມແຂງ ໃຫ້ແກ່ໂຮງຮຽນ ສາທິດໃນວິທະຍາໄລຄູ, ຝຶກອົບຮົມ ຄູ ໃນການນຳໃຊ້ຫລັກສູດການ ຮຽນ-ການສອນທີ່ປັບປຸງໃໝ່ ແລະ ການນຳໃຊ້ລະບົບໄອທີ ເຂົ້າມາ ຊ່ວຍໃນການຮຽນ-ການສອນ ແລະ ປັບປຸງຄືນລະບົບການກໍ່ສ້າງຄູ ກໍຄື ສະຖານການສຶກສາຄູ ໂດຍເນັ້ນ ຄຸນນະພາບຂອງຄູໃຫ້ຫລາຍຂຶ້ນ; ສົ່ງເສີມວຽກງານອາຊີວະສຶກສາ ປັບປຸງການເຂົ້າເຖິງອາຊີວະສຶກ ສາ, ການສຶກສາຊັ້ນສູງ ແລະ ຝຶກ ອົບຮົມວິຊາຊີບ ຂອງຊາວໜຸ່ມ ກໍຄື ປະຊາຊົນ ໂດຍການປັບປຸງພື້ນຖານ ໂຄງລ່າງ, ສະໜອງອຸປະກອນເຕັກ ນິກ ເພື່ອສ້າງສີມືແຮງງານໃຫ້ມີ ຄຸນນະພາບ ແລະ ມີຄວາມສອດ ຄ່ອງກັບຄວາມຕ້ອງການຂອງຕະ ຫລາດແຮງງານ; ເອົາໃຈໃສ່ປັບ ປຸງຄຸນນະພາບຂອງການຮຽນການສອນ, ການຄົ້ນຄວ້າວິທະຍາ ສາດ ແລະ ການບໍລິການວິຊາການ ຢູ່ບັນດາມະຫາວິທະຍາໄລ, ສະຖາ ບັນທັງພາກລັດ ແລະ ເອກະຊົນ ມີ ການສະໜອງຫລັກສູດທີ່ຫລາກ ຫລາຍ ແລະ ມີຫລາຍລະດັບ (ອະນຸ ປະລິນຍາ, ປະລິນຍາຕີ, ປະລິນຍາ ໂທ, ປະລິນຍາເອກ ແລະ ຫລັກສູດ ຊ່ຽວຊານ). ນອກນັ້ນ, ໃຫ້ເບິ່ງຄືນ ຕາໜ່າງຂອງການສຶກສາ ໃນຂອບ ເຂດທົ່ວປະເທດ ເຫັນວ່າກວ້າງ ຂວາງ ເຮັດໃຫ້ການຄຸ້ມຄອງ-ບໍລິ ຫານ ພົບຄວາມຫຍຸ້ງຍາກໃນໄລຍະ ຜ່ານມາ, ໄປຄຽງຄູ່ກັບການປັບປຸງ ກົງຈັກການຈັດຕັ້ງ ມີການຍຸບໂຮມ ແລະ ສຸມໃສ່ພັດທະນາໂຮງຮຽນ ໃຈກາງຕາແສງ ໃຫ້ກາຍເປັນຕົວ ແບບ, ກາຍເປັນສູນສົ່ງເສີມການ ຮຽນຮູ້ຕະຫລອດຊີວິດ ທີ່ເປັນລະ ບົບ, ຄົບຊຸດ ໃຫ້ຫລາຍຂຶ້ນ ແລະ ເປັນຮູບປະທຳກວ່າເກົ່າ. ພ້ອມນີ້, ສະຫາຍ ກິແກ້ວ ໄຂຄຳ ພິທູນ ຍັງສະເໜີໃຫ້ເບິ່ງຄືນການ ຫັນເປັນວິທະຍາສາດ ຕ້ອງເລີ່ມ ຈາກການກໍ່ສ້າງນັກວິທະຍາສາດ (ທັງນັກວິທະຍາສາດດ້ານທຳມະ ຊາດ ແລະ ນັກວິທະຍາສາດດ້ານ ສັງຄົມ) ໂດຍເລີ່ມຈາກພື້ນຖານ ໂຄງລ່າງ, ບຸກຄະລາກອນ ແລະ ຊັບ ພະຍາກອນມະນຸດ ຂອງໂຮງຮຽນ ພອນສະຫວັນ ໃນຂອບເຂດທົ່ວປະ ເທດ ແລະ ລົງທຶນໃສ່ສ້າງຄວາມ ພ້ອມສະຖານການສຶກສາເຫລົ່າ ນັ້ນ ເພື່ອໃຫ້ກາຍເປັນເບົ້າຫລໍ່ນັກ ຄົ້ນຄວ້າ, ນັກວິທະຍາສາດມາຮັບ ໃຊ້ສັງຄົມ; ເອົາໃຈໃສ່ປັບປຸງກົງ ຈັກການຈັດຕັ້ງກິລາ ທັງກິລາປົກ ກະຕິ ແລະ ກິລາຄົນພິການ ໃຫ້ເປັນ ມືອາຊີບຫລາຍຂຶ້ນ, ຫລຸດຜ່ອນລະ ບົບເກື້ອກູນ ແລະ ອຸປະຖຳ, ສ້າງ ຄວາມເຂັ້ມແຂງໃຫ້ສະຫະພັນກິລາ ແຫ່ງຊາດ ແລະ ສະໂມສອນກິລາ ປະຈຳນະຄອນຫລວງ ແລະ ບັນດາ ແຂວງ ໃຫ້ໄດ້ມີການເຄື່ອນໄຫວ ຕາມຈິດໃຈຂອງອົງການຈັດຕັ້ງ ທາງສັງຄົມ, ນໍາໃຊ້ທ່າແຮງຂອງ ສັງຄົມ ໃນການຂັບເຄື່ອນ; ເອົາໃຈ ໃສ່ພັດທະນາກິລາ ເພື່ອຮັບໃຊ້ໃຫ້ ແກ່ການແຂ່ງຂັນ ໂດຍສະເພາະກິ ລາທີ່ເປັນຄວາມຫວັງດ້ານລາງວັນ ແລະ ກິລາເພື່ອການທູດ ໂດຍນຳ ໃຊ້ທ່າແຮງທີ່ຕັ້ງຂອງປະເທດເຮົາ ທີ່ມີຄວາມສະຫງົບ, ທຳມະຊາດທີ່ ສວຍງາມ, ຄວາມຫລາກຫລາຍ ແລະ ເປັນເອກະລັກທາງດ້ານວັດ ທະນະທຳ ຕິດພັນກັບການສົ່ງເສີມ ການທ່ອງທ່ຽວຕາມຈຸດພິເສດຂອງ ແຕ່ລະທ້ອງຖິ່ນ ເພື່ອຈັດລາຍການ ແຂ່ງຂັນລະດັບພາກພື້ນແລະ ສາກົນ. ທັງນີ້, ກໍເພື່ອກະກຽມໃຫ້ແກ່ການ ເປັນເຈົ້າພາບຈັດການແຂ່ງຂັນ ກິລາຊີເກມຄັ້ງທີ 36 ໃນປີ 2031. ຂ່າວ: ກິດຕາ; ພາບ: ຂັນໄຊ ຫົວໜ້າຄະນະ... ຕໍ່ຈາກໜ້າ ອົງການ ແລະ ທ້ອງຖິ່ນ. ພ້ອມກັນນີ້, ຕ້ອງສືບຕໍ່ຜັນຂະ ຫຍາຍວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ໃຫ້ກາຍ ເປັນໜ້າທີ່ຂອງທົ່ວປວງຊົນຢ່າງ ແທ້ຈິງ ເພື່ອຮັບປະກັນ ແລະ ສະກັດ ກັ້ນແກ້ໄຂປາກົດການຫຍໍ້ທໍ້ຕ່າງt ທີ່ເກີດຂຶ້ນໃນສັງຄົມ, ເອົາໃຈໃສ່ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແລະ 4 ວາລະໃຫຍ່ຂອງແຂວງ ຕິດພັນ ກັບການປົກປັກຮັກສາຄວາມສະ ຫງົບແລະຄວາມເປັນລະບຽບຮຽບ ຮ້ອຍຕາມບໍລິເວນຊາຍແດນ ລະ ຫວ່າງປະເທດ; ສືບຕໍ່ນໍາພາ ແລະ ຍູ້ແຮງວຽກງານກໍ່ສ້າງຮາກຖານ ການເມືອງ ຕິດພັນກັບວຽກງານ ພັດທະນາຊົນນະບົດຮອບດ້ານ, ແກ້ ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃຫ້ແຂງແຮງ ແລະ ຕໍ່ເນື່ອງ, ຖືສໍາຄັນວຽກງານກໍ່ສ້າງພັກ-ພະ ນັກງານ ເປັນບັນຫາຕັດສິນ, ຍົກ ສູງບົດບາດ ແລະ ຄວາມສາມາດ ນໍາພາຂອງຄະນະພັກແຂວງ ແລະ ຄະນະພັກແຕ່ລະຂັ້ນຕໍ່ທຸກຂົງເຂດ ວຽກງານ, ເພີ່ມທະວີວຽກງານຕິດ ຕາມ-ກວດກາພາຍໃນພັກ, ການ ສະກັດກັ້ນ ແລະ ຕ້ານການສໍ້ລາດ ບັງຫລວງ; ຄະນະພັກທຸກຂັ້ນຕ້ອງ ຖືສໍາຄັນ ແລະ ເອົາໃຈໃສ່ປັບປຸງ ການຈັດຕັ້ງ ແລະ ພະນັກງານກວດ ກາແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ພ້ອມທັງສ້າງເງື່ອນໄຂ ໃຫ້ຄະນະກວດກາ ກໍຄື ພະນັກງານ ກວດກາ ໄດ້ປະຕິບັດໜ້າທີ່ຂອງຕົນ ເອງຢ່າງເຕັມສ່ວນ; ເອົາໃຈໃສ່ແກ້ ໄຂຜົນການກວດກາ, ກວດສອບ ໃຫ້ ເຂັ້ມງວດ, ຮັບປະກັນຄວາມໂປ່ງ ໃສ ແລະ ຍຸຕິທຳ ຕິດພັນກັບການ ເພີ່ມທະວີຄວາມສັກສິດແລະປະສິດ ທິຜົນຂອງການຄຸ້ມຄອງລັດ-ຄຸ້ມ ຄອງສັງຄົມດ້ວຍກົດໝາຍ; ປັບປຸງ ກົງຈັກການຈັດຕັ້ງໃຫ້ຖືກຕ້ອງ ຕາມທິດຊີ້ນໍາ, ກະທັດຮັດ ຄຽງຄູ່ ກັບການສັບຊ້ອນພະນັກງານ ໃຫ້ ສຳເລັດ ແລະ ມີຄວາມສະຫງົບ; ສືບ ຕໍ່ຄົ້ນຄວ້າ, ກະກຽມບຸກຄະລາກອນ ອອກສະໝັກເປັນສະມາຊິກສະພາ ແຫ່ງຊາດ ປະຈຳເຂດເລືອກຕັ້ງ ແຂວງອັດຕະປື ແລະ ສະມາຊິກສະ ພາປະຊາຊົນແຂວງອັດຕະປື ໃນ ຕໍ່ໜ້າ ໃຫ້ຮັບປະກັນມາດຕະຖານ ແລະ ເງື່ອນໄຂທີ່ກຳນົດໄວ້; ສືບຕໍ່ ນໍາພາ, ຊີ້ນໍາຕໍ່ການພັດທະນາເສດ ຖະກິດ ໂດຍຂຸດຄົ້ນ, ນໍາໃຊ້ ແລະ ເສີມຂະຫຍາຍທ່າແຮງບົ່ມຊ້ອນ ຢ່າງສຸດຂີດ; ສືບຕໍ່ຍູ້ແຮງການລົງ ທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອຂະຫຍາຍແຫລ່ງລາຍຮັບໃຫ້ ຫລາຍກວ່າເກົ່າ ໂດຍມີນະໂຍບາຍ ທີ່ສອດຄ່ອງ ແລະ ສ້າງເງື່ອນໄຂອໍາ ນວຍຄວາມສະດວກຕໍ່ການລົງທຶນ ໂດຍສະເພາະສ້າງນິຕິກຳໃຕ້ກົດ ໝາຍ ດ້ານການສົ່ງເສີມການລົງ ທຶນ ໃຫ້ສອດຄ່ອງກັບທ້ອງຖິ່ນ, ສົ່ງເສີມການຜະລິດພາຍໃນ ຫລຸດ ຜ່ອນການນໍາເຂົ້າ, ສຸມໃສ່ສ້າງເສດ ຖະກິດຮ່ວມມືຂອງປະຊາຊົນ ເປັນ ຕົ້ນ ການສ້າງກຸ່ມຜະລິດເປັນສິນ ຄ້າ, ສະຫະກອນ, ສ້າງໃຫ້ໄດ້ຄອບ ຄົວຕົວແບບດ້ານກະສິກຳແລະການ ບໍລິການ ໃຫ້ນັບມື້ນັບຫລາຍຂຶ້ນ, ສືບຕໍ່ເອົາໃຈໃສ່ການພັດທະນາ ດ້ານວັດທະນະທຳ-ສັງຄົມ ໂດຍສຸມ ໃສ່ປະຕິບັດບັນດາຄາດໝາຍຕົວຊີ້ ວັດ ການພັດທະນາແບບຍືນຍົງ; ເອົາໃຈໃສ່ແກ້ໄຂບັນຫາອັດຕາເຂົ້າ ຮຽນ,ການປະລະການຮຽນ,ບັນຫາ ຄູອາສາສະໝັກ, ຄຸນນະພາບການ ຮຽນ-ການສອນ, ປັບປຸງທາງດ້ານ ສະຫວັດດີການສັງຄົມ ໃຫ້ກວ້າງ ຂວາງ; ເອົາໃຈໃສ່ສຶກສາອົບຮົມ ປະຊາຊົນບັນດາເຜົ່າ ໃຫ້ເຂົ້າໃຈ ກ່ຽວກັບມູນເຊື້ອຮັກຊາດ, ມູນເຊື້ອ ວິລະຊົນ, ມູນເຊື້ອແຫ່ງຄວາມສາ ມັກຄີຮັກແພງກັນ, ຊ່ວຍເຫລືອເຊິ່ງ ກັນແລະກັນ,ຢູ່ຮ່ວມກັນດ້ວຍຄວາມ ປອງດອງ, ສ້າງທຸກເງື່ອນໄຂໃຫ້ ພົນລະເມືອງມີວຽກເຮັດງານທໍາ ເພື່ອແກ້ໄຂສະກັດກັ້ນໄພວ່າງງານ ແລະ ການໄປອອກແຮງງານຢູ່ຕ່າງ ແຂວງ ແລະ ຕ່າງປະເທດ. ສືບຕໍ່ເພີ່ມທະວີການເຄື່ອນໄຫວ ວຽກງານການເມືອງ-ແນວຄິດ ຕິດພັນກັບການດໍາເນີນຊີວິດການ ເມືອງ ປັບປຸງປົວແປງພາຍໃນຢ່າງ ຕໍ່ເນື່ອງ, ຕ້ານແນວຄິດຄອງເດີມ, ທັດສະນະການເມືອງທີ່ຜິດເຂວ, ແບບແຜນນໍາພາທີ່ບໍ່ຖືກຕ້ອງ, ຄ່າ ນິຍົມທີ່ບໍ່ເໝາະສົມ, ສະພາບການຖື ເບົາການພັດທະນາຕົນເອງ, ຖືເບົາ ຕໍ່ໜ້າທີ່ຄວາມຮັບຜິດຊອບດ້ານ ການເມືອງ ແລະ ວຽກງານວິຊາສະ ເພາະຂອງຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ບັນ ຫາຫຍໍ້ທໍ້ອື່ນt ໃຫ້ໄດ້ຮັບການແກ້ ໄຂ ແລະ ຕີຖອຍເທື່ອລະກ້າວ. ຂ່າວ: ພອນປະເສີດ ຂ ອັດຕະປຶ ຄະນະບໍລິຫານງານ... ຕໍ່ຈາກໜ້າ ພັກ, ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ, ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງ ພັກ, ເລຂາພັກແຂວງ, ເຈົ້າແຂວງ ວຽງຈັນ, ສະຫາຍ ວິໄລວັນ ບຸດດາ ຄຳ ກຳມະການສຳຮອງສູນກາງ ພັກ, ຮອງປະທານຄະນະກຳມະ ການກວດກາສູນກາງພັກ, ມີຄະນະ ປະຈໍາພັກແຂວງ, ກໍາມະການພັກ ແຂວງ ເຂົ້າຮ່ວມ. ສະຫາຍ ຄຳພັນ ສິດທິດຳພາ ກ່າວວ່າ: ກອງປະຊຸມຄັ້ງນີ້, ເພື່ອ ຕີລາຄາຄືນໝາກຜົນຂອງການ ນໍາພາ-ຊີ້ນໍາລວມ ຂອງຄະນະບໍລິ ຫານງານພັກແຂວງ ກໍຄື ການປະຕິ ບັດໜ້າທີ່ການເມືອງ ຂອງຄະນະ ບໍລິຫານງານພັກແຂວງ ແຕ່ລະ ສະຫາຍ ໂດຍໄຈ້ແຍກໃຫ້ເຫັນດ້ານ ດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ທີ່ພາໃຫ້ມີອັນດີ, ອັນອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ໃນການ ເຄື່ອນໄຫວນໍາພາ-ຊີ້ນໍາ ຕະຫລອດ ໄລຍະ 5 ປີຜ່ານມາ, ສະທ້ອນໃຫ້ ເຫັນເຖິງຄວາມເອກອ້າງທະນົງໃຈ ຕໍ່ຜົນສໍາເລັດທີ່ຍາດມາໄດ້ຕິດພັນ ກັບຕີລາຄາການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານພັກ ແຂວງ ເພື່ອປັບປຸງປົວແປງພາຍໃນ ພັກ, ຮັບປະກັນການເລືອກເຟັ້ນບຸກ ຄະລາກອນດີເດັ່ນ ປະກອບເຂົ້າໃນ ຄະນະບໍລິຫານພັກແຂວງຊຸດໃໝ່ ໃຫ້ໄດ້ຕາມມາດຖານ, ເງື່ອນໄຂ ທີ່ ກໍານົດໄວ້ໃນກົດລະບຽບຂອງພັກ. ພ້ອມນີ້ຈະໄດ້ລົງເລິກຕີລາຄາ ຮ່າງ ບົດສຳຫລວດການນໍາພາລວມ ແລະ ບົດສໍາຫລວດບຸກຄົນ ຄະນະ ບໍລິຫານງານພັກແຂວງ ຕາມເນື້ອ ໃນເຈາະຈີ້ມ, ຄຳແນະນຳ ຂອງ ຄະນະກວດກາສູນກາງພັກ ເລກທີ 285 ຄກສພ; ຕິດພັນກັບບົດລາຍ ງານການເມືອງ ແລະ ການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ (2021-2025) ຕະຫລອດໄລຍະ 5 ປີຜ່ານມາ. ໂອກາດນີ້, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ມີຄຳເຫັນໃຫ້ຄະນະ ພັກແຕ່ລະສະຫາຍ ຍົກສູງຄວາມ ຮັບຜິດຊອບໃນການປະຕິບັດໜ້າທີ່ ການເມືອງຂອງຕົນຢ່າງພາວະວິ ໄສ; ຕີລາຄາຮອບດ້ານການເຄື່ອນ ໄຫວປະຕິບັດໜ້າທີ່ການເມືອງ ຕະ ຫລອດໄລຍະ 5 ປີຜ່ານມາ ເປັນຕົ້ນ ຄຸນທາດການເມືອງ, ຄຸນສົມບັດ ສິນທຳປະຕິວັດ, ແບບແຜນດຳລົງ ຊີວິດ, ແບບແຜນວິທີເຮັດວຽກ, ການປະຕິບັດໜ້າທີ່ວຽກງານ ແລະ ອື່ນt; ການມີຄຳເຫັນຕຳຕິສົ່ງຂ່າວ ເຊິ່ງກັນ ແລະ ກັນ ໃຫ້ປະຕິບັດບົນ ຫລັກການຖືກຕ້ອງກັບຄວາມເປັນ ຈິງ, ຫ້າມນຳເອົາບັ້ນດຳເນີນຊີວິດ ການເມືອງຄັ້ງນີ້ ເປັນການໂຄ່ນລົ້ມ ໂຈມຕີເຊິ່ງກັນ ແລະ ກັນ, ຮັກສາ ຄວາມສາມັກຄີໃຫ້ເປັນຈິດໜຶ່ງໃຈ ດຽວ. ພ້ອມນີ້, ຄະນະພັກແຕ່ລະສະ ຫາຍຕ້ອງມີຄວາມຈິງໃຈຮັບເອົາ ການຕຳນິສົ່ງຂ່າວຄັ້ງນີ້ ເພື່ອນຳ ໄປຄົ້ນຄວ້າ, ປັບປຸງແກ້ໄຂບັນດາ ຈຸດອ່ອນ-ຂໍ້ຄົງຄ້າງ ເພື່ອພັດທະນາ ຕົນເອງໃຫ້ດີຂຶ້ນ. ສຳເລັດກິດຈະກຳ... ຕໍ່ຈາກໜ້າ 12 ຄົນ ຈາກໂຮງຮຽນມັດທະຍົມ ສົມບູນເມືອງໄຊ ໄດ້ເຂົ້າໄປຢ້ຽມ ຊົມສະຖານທີ່ໂຄງການພະລັງງານ ສະອາດພາກເໜືອ ຂອງ CGN. ກິດຈະກຳດັ່ງກ່າວ, ບັນດາຄູ- ອາຈານ ແລະ ນ້ອງນັກຮຽນ ໄດ້ໄປ ທັດສະນະສຶກສາ, ຮຽນຮູ້ຫັດຖະກຳ ພື້ນເມືອງ ແລະ ການເຜີຍແຜ່ວິທະ ຍາສາດພະລັງງານສະອາດ ພ້ອມ ທັງເຂົ້າຊົມອາຄານຮຽນຈໍານວນ ໜຶ່ງຂອງໂຮງຮຽນ ມສ ເມືອງໄຊ ທີ່ ໄດ້ປັບປຸງສຳເລັດ, ຢ້ຽມຊົມຫັດຖະ ກໍາຫິ່ງຫ້ອຍເຮືອງແສງ ທີ່ສ້າງຂຶ້ນ ໂດຍການຮ່ວມມື ລະຫວ່າງ CGN ແລະ ສູນຫັດຖະກຳທ້ອງຖິ່ນ ໂດຍ ໄດ້ຮຽນຮູ້ປະສົບການຕົວຈິງກັບ ຂະບວນການທັງໝົດ ຂອງເຕັກນິກ ການຖັກທໍແບບດັ້ງເດີມຂອງລາວ ຕັ້ງແຕ່ການປູກຝ້າຍ, ການເຮັດ ເປັນເສັ້ນຝ້າຍ ຈົນເຖິງການຖັກທໍ ເປັນແຜ່ນແພ. “ຫັດຖະກໍາຫິ່ງຫ້ອຍ ເຮືອງແສງ” ແມ່ນໜຶ່ງໃນໂຄງການ ສຳຄັນຂອງ CGN ໃນການຊຸກຍູ້ ຄວາມຮັບຜິດຊອບສັງຄົມ ແລະ ການສ້າງວຽກເຮັດງານທໍາໃຫ້ ແກ່ແມ່ຍິງຢູ່ໃນລາວ ພ້ອມທັງຊ່ວຍ ສົ່ງເສີມຜະລິດຕະພັນຫັດຖະກຳ ດັ້ງເດີມຂອງລາວ ສູ່ຄວາມທັນສະ ໄໝ ແລະ ມີຍີ່ຫໍ້. ພ້ອມດຽວກັນນີ້, ຄູ-ອາຈານແລະນັກຮຽນຍັງໄດ້ໄປ ຢ້ຽມຢາມຈຸດສັງເກດການປ້ອງກັນ ໄຟໄໝ້ປ່າ ຂອງໂຄງການ ແລະ ສະ ຖານທີ່ສະແດງແບບຈຳລອງໂຄງ ການ, ເພື່ອເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຂະບວນການພັດທະນາ ແລະ ຫລັກການຜະລິດໄຟຟ້າຂອງ ໂຄງການໄລຍະທີ I ໂຄງການພະ ລັງງານແສງຕາເວັນ ຢູ່ພາກເໜືອ ຂອງ CGN. ຜ່ານການຖາມ-ຕອບ ແລະ ສິ່ງປະຈັກຕາ ເຮັດໃຫ້ນ້ອງ ນັກຮຽນກໍໄດ້ມີຄວາມເຂົ້າໃຈທີ່ ຊັດເຈນຂຶ້ນ ກ່ຽວກັບພະລັງງານ ສະອາດ. ໃນກິດຈະກຳດັ່ງກ່າວ, ຄູ-ອາ ຈານ ຂອງໂຮງຮຽນ ມສ ເມືອງໄຊ ກ່າວວ່າ: ກິດຈະກຳໃນຄັ້ງນີ້, ບໍ່ ພຽງແຕ່ເພີ່ມຄວາມເຂົ້າໃຈຂອງ ນັກຮຽນ ຕໍ່ພະລັງງານສະອາດເທົ່າ ນັ້ນ, ແຕ່ຍັງເຮັດໃຫ້ເຂົາເຈົ້າໄດ້ສຳ ຜັດເຖິງຄວາມຫ່ວງໄຍ ແລະ ການ ສະໜັບສະໜູນ ຂອງວິສາຫະກິດ ຈີນ ຕໍ່ການສຶກສາ ແລະ ການພັດທະ ນາຊົນນະບົດຂອງລາວ. CGNຈະສືບຕໍ່ຊຸກຍູ້“ໂຄງການ ຫິ່ງຫ້ອຍເຮືອງແສງ” ໃຫ້ມີການ ຈັດຕັ້ງປະຕິບັດໃນທ້ອງຖິ່ນ, ສ້າງ ຍີ່ຫໍ້ການກໍ່ສ້າງຮ່ວມກັນດ້ານການ ພັດທະນາຄຸນນະພາບຊີວິດທີ່“ນ້ອຍ ແຕ່ງົດງາມ”, ຊ່ວຍສົ່ງເສີມໃຫ້ ທ້ອງຖິ່ນບັນລຸເປົ້າໝາຍການພັດທະ ນາແບບຍືນຍົງຂອງ“ອຸດສາຫະກຳ ທີ່ສວຍງາມ, ຊີວິດການເປັນຢູ່ທີ່ ສວຍງາມ, ສິ່ງແວດລ້ອມທີ່ສວຍ ງາມ, ວັດທະນະທຳທີ່ສວຍງາມ, ຄວາມກົມກຽວທີ່ສວຍງາມ”, ເພື່ອ ປະກອບສ່ວນຢ່າງຕັ້ງໜ້າ ໃນການ ສົ່ງເສີມການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ. ຄະນະຜູ້ແທນລາວ... ຕໍ່ຈາກໜ້າ ປະຈໍາຫ້ອງການ ສປຊ ແລະ ອົງ ການຈັດຕັ້ງສາກົນອື່ນt ໄດ້ເຂົ້າ ຮ່ວມກອງປະຊຸມສະພາສິດທິມະ ນຸດ ຄັ້ງທີ 60 ຢູ່ ເຊີແນວ ປະເທດ ສະວິດ, ໃນວາລະການຮັບຮອງ ເອົາບົດລາຍງານຜົນການທົບທວນ ປະຈໍາໄລຍະ (613) ຮອບວຽນ ທີ 4 ຂອງ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານເອກ ອັກຄະລັດຖະທູດ ໄດ້ຕາງໜ້າລັດ ຖະບານ ແຫ່ງ ສປປ ລາວ ນໍາສະ ເໜີບົດລາຍງານໂດຍຫຍໍ້ ໂດຍເນັ້ນ ເຖິງບົດບາດຄວາມສຳຄັນຂອງກົນ ໄກ 613 ຂອງສະພາສິດທິມະນຸດ ໃນການສົ່ງເສີມ ແລະ ປົກປ້ອງ ສິດທິມະນຸດ ໃນປະເທດສະມາຊິກ ສປຊ ຢ່າງສ້າງສັນ, ເປັນທໍາ, ສະ ເໝີພາບ ແລະ ບໍ່ເລືອກປະຕິບັດ. ພ້ອມກັນນັ້ນ, ກໍໄດ້ແຈ້ງຜົນຂອງ ການພິຈາລະນາຂໍ້ສະເໜີແນະທັງ ໝົດ 257 ຂໍ້ ທີ່ໄດ້ຮັບຈາກ 90 ປະເທດສະມາຊິກສປຊ ໃນການທົບ ທວນບົດລາຍງານແຫ່ງຊາດຂອງ ສປປ ລາວ ຮອບວຽນທີ 4 ໃນ ເດືອນເມສາ 2025 ທີ່ຜ່ານມາ ໂດຍຜ່ານຂະບວນການປຶກສາຫາ ລືຫລາຍຄັ້ງ ຮ່ວມກັບບັນດາຈຸດ ປະສານງານດ້ານສິດທິມະນຸດຈາກ ບັນດາກະຊວງ ແລະ ອົງການທີ່ ກ່ຽວຂ້ອງ, ຄູ່ຮ່ວມພັດທະນາ, ອົງ ການຈັດຕັ້ງສາກົນ, ອົງການຈັດ ຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ອົງ ການຈັດຕັ້ງທາງສັງຄົມ. ໃນນັ້ນ, ສປປ ລາວ ໄດ້ເຫັນດີສະໜັບສະໜູນ 189 ຂໍ້ສະເໜີແນະ, ສະໜັບສະໜູນ ບາງສ່ວນ 7 ຂໍ້ສະເໜີແນະ ແລະ ບໍ່ ສະໜັບສະໜູນ 61 ຂໍ້ສະເໜີແນະ. ນອກຈາກນັ້ນ, ທ່ານ ດາວວີ ວົງໄຊ ຍັງໄດ້ອະທິບາຍຊີ້ແຈງເຫດຜົນຕໍ່ ການພິຈາລະນາສະໜັບສະໜູນ ຫລື ບໍ່ສະໜັບສະໜູນບັນດາຂໍ້ສະ ເໜີແນະດັ່ງກ່າວ ໂດຍອີງໃສ່ຄວາມ ສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍ, ແຜນບຸລິມະສິດຂອງລັດ ຖະບານ, ແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ ແລະ ແຜນ ງານຂອງບັນດາກະຊວງ ແລະ ຂະ ແໜງການທີ່ກ່ຽວຂ້ອງ. ຫລັງຈາກນັ້ນ, ປະທານກອງປະ ຊຸມ ໄດ້ເຊື້ອເຊີນປະເທດສະມາຊິກ ແລະ ອົງການທີ່ກ່ຽວຂ້ອງ ປະກອບ ຄໍາເຫັນຕໍ່ບົດນໍາສະເໜີຂອງຫົວໜ້າ ຄະນະຜູ້ແທນລາວ. ຫລັງຈາກນັ້ນ, ຫົວໜ້າຄະນະຜູ້ແທນລາວ ກໍໄດ້ ກ່າວສະຫລຸບ ໂດຍໄດ້ສະແດງ ຄວາມຂອບໃຈຕໍ່ບັນດາປະເທດສະ ມາຊິກ ແລະ ອົງການທີ່ກ່ຽວຂ້ອງ ທີ່ໄດ້ປະກອບຄຳເຫັນ ແລະ ສະໜັບ ສະໜູນ ສປປ ລາວ ຕະຫລອດໄລ ຍະການພິຈາລະນາວາລະດັ່ງກ່າວ, ພ້ອມທັງໄດ້ແຈ້ງກ່ຽວກັບຂັ້ນຕອນ ດໍາເນີນງານຕໍ່ໄປ. ໃນຕອນທ້າຍ, ກອງປະຊຸມໄດ້ ຕົກລົງຮັບຮອງເອົາບົດລາຍງານ ຜົນຂອງການທົບທວນປະຈໍາໄລຍະ ຮອບວຽນທີ 4 ຂອງ ສປປ ລາວ ດ້ວຍຄວາມເປັນເອກະສັນ. ກົນໄກ 613 ແມ່ນກົນໄກໜຶ່ງ ທີ່ສໍາຄັນຂອງສະພາສິດທິມະນຸດ ສປຊ, ສ້າງຕັ້ງຂຶ້ນໃນປີ 2006 ໂດຍມີຈຸດປະສົງເພື່ອທົບທວນການ ປະຕິບັດສິດທິມະນຸດຂອງ 193 ປະເທດສະມາຊິກ ສປຊ ດ້ວຍກັນ (1FFS UP 1FFS 3FWJFX) ຊຶ່ງ ມີພັນທະເຂົ້າຮ່ວມການທົບທວນ ໃນທຸກt 4 ປີເຄິ່ງ. ຮອດປັດຈຸບັນ, ສປປ ລາວ ໄດ້ເຂົ້າຮ່ວມກົນໄກ 613 ມາແລ້ວ 4 ຄັ້ງຄື: ຮອບວຽນ ທີ 1 ໃນປີ 2010, ຮອບວຽນທີ 2 ໃນປີ 2015, ຮອບວຽນທີ 3 ໃນ ປີ 2020 ແລະ ຮອບວຽນທີ 4 ໃນ ປີ 2025. ແລະ ອື່ນt ເຊິ່ງຈະເປັນອຸປະສັກ ແລະ ຄວາມທ້າທາຍອັນໜັກໜ່ວງ ຕໍ່ວຽກງານຄວາມປອດໄພໃນການ ແລ່ນລົດໄຟ. ທັງນີ້, ເພື່ອຮັບປະກັນ ຊີວິດ ແລະ ຊັບສິນຂອງຜູ້ໂດຍສານ ໃຫ້ມີຄວາມປອດໄພ ແລະ ປ້ອງກັນ ອຸບັດເຫດທີ່ອາດຈະເກີດຂຶ້ນຍ້ອນ ສະພາບອາກາດຮ້າຍແຮງດັ່ງກ່າວ. ສຳລັບ ຜູ້ໂດຍສານ ທ່ານໃດທີ່ ໄດ້ຈອງປີ້ແລ້ວ ສາມາດຍົກເລີກປີ້ ເອົາເງິນຄືນ ຫລື ປ່ຽນປີ້ໄດ້ ຜ່ານ ລະບົບຂາຍປີ້ອອນລາຍ(-C3 5JDLFU) ຫລື ຫ້ອງຂາຍປີ້ໃນ ແຕ່ລະສະຖານີ ໂດຍບໍ່ເສຍຄ່າທຳ ນຽມໃດtທັງໝົດ. ສຳລັບ ທ່ານ ໃດທີ່ບໍ່ສາມາດເຮັດທຸລະກຳໄດ້ທັນ ເວລາ ແມ່ນສາມາດຍົກເລີກປີ້ເອົາ ເງິນຄືນໄດ້ພາຍໃນ 30 ມື້, ນັບແຕ່ມື້ ເດີນທາງໃນໜ້າປີ້ເປັນຕົ້ນໄປ ແລະ ຈະໄດ້ເງິນຄືນເຕັມຈໍານວນ. ບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດ ໄດ້ເອົາໃຈໃສ່ຕິດຕາມຜົນກະ ທົບຈາກສະພາບອາກາດທີ່ຮ້າຍ ແຮງໃນຄັ້ງນີ້ ຢ່າງໃກ້ຊິດ ແລະ ໄດ້ ນຳໃຊ້ກົນໄກຮັບມືສຸກເສີນກັບພາຍຸ ດັ່ງກ່າວ, ດຳເນີນການປະເມີນສະ ພາບແລວທາງລົດໄຟໃຫ້ທັນການ, ບົນພື້ນຖານທີ່ສາມາດຮັບປະກັນ ຄວາມປອດໄພ ແລະ ມີເງື່ອນໄຂຄົບ ຖ້ວນໃນການແລ່ນລົດແລ້ວ, ທາງ ລົດໄຟ ລາວ-ຈີນ ຈະກັບມາດຳເນີນ ການຢ່າງເປັນປົກກະຕິ ເຊິ່ງຂໍ້ມູນ ກ່ຽວຂ້ອງແມ່ນຈະແຈ້ງຜ່ານທາງ ລະບົບຂາຍປີ້ອອນລາຍ -C3 5JDLFU, ແຈ້ງການຂອງສະຖານີ ແລະ ໜ້າເຟສບຸກຂອງບໍລິສັດ ທາງ ລົດໄຟ ລາວ-ຈີນ ຈຳກັດ. ຂໍ້ມູນ: ບໍລິສັດ ທາງລົດໄຟລາວຈີນ ລົດໄຟ ລາວ-ຈີນ... ຕໍ່ຈາກໜ້າ
RkJQdWJsaXNoZXIy MTc3MTYxMQ==