7126

30/09/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ©ດຍ ເຂົ້າຈານນ້ຳ ບົດສະເໜີ ot7vos];';P'9a o ,u dkora fmtokgfaj o0B o ©ດຍ ແສງສະຫວັນ 7;k,gxa o,k0v';a o76 csj '-kf ຂປລ. ເປັນເວລາ 5 ປີມານີ້, ອົງຄະນະພັກນະຄອນຫລວງວຽງ ຂປລ. ຄຳວ່າ “ຄູ” ແມ່ນຄຳ ເວົ້າທີ່ສືບທອດກັນຫລາຍເຊັ່ນ ຄົນມາແລ້ວ, ຄູໝາຍເຖິງຄົນທີ່ມີ ຄວາມຮູ້ ແລະ ປະສົບການ ຊຶ່ງຜູ້ ນັ້ນສາມາດໄປຖ່າຍທອດຄວາມຮູ້ ແລະ ປະສົບການນັ້ນໄປສູ່ຜູ້ອື່ນt, ຮູບການຖ່າຍທອດຄວາມຮູ້ຈາກຜູ້ຮູ້ ໄປສູ່ຜູ້ບໍ່ຮູ້ເອີ້ນວ່າ: ການສອນ ແລະ ການຮຽນ. ໃນສະຕະວັດທີ XIV ເຈົ້າຟ້າງຸ່ມ ກະສັດອົງທຳອິດຂອງລາວພຽງແຕ່ ໄດ້ນຳເອົາສາສະໜາພຸດເຂົ້າມາ ເຜີຍແຜ່ ເຮັດໃຫ້ປະເທດເຮົາມີວັດວາ ອາຮາມ ຊຶ່ງຖືວ່າເປັນໂຮງຮຽນ ແຫ່ງທຳອິດສຳລັບເດັກນ້ອຍລາວ, ອາດເວົ້າໄດ້ວ່າ ອິດທິພົນທາງສາ ສະໜາໄດ້ສົ່ງຜົນສະທ້ອນເຖິງພໍ່ແມ່ ແລະ ເດັກນ້ອຍລາວ ສູງທີ່ສຸດ ແລະ ແກ່ຍາວມາເປັນເວລາຫລາຍຮ້ອຍປີ ດັ່ງທີ່ສະແດງໃຫ້ເຫັນໃນເບື້ອງຕົ້ນ ແມ່ນພໍ່ແມ່ເປັນຄູ ເພື່ອສິດສອນລູກ ຂອງຕົນຢູ່ໃນຄອບຄົວ ໂດຍເອົາ ປະສົບການຂອງຕົນຢູ່ໃນວຽກງານ ປະຈຳວັນ, ຂະນົບທຳນຽມຮີດຄອງ ຈັນ ໄດ້ສຸມທຸກສະຕິປັນຍາ, ທ່າ ແຮງ, ທັງງົບປະມານເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ, ພື້ນຖານໂຄງລ່າງ, ຖະໜົນຫົນ ທາງ, ກະສິກຳອື່ນt. ອັນເຮັດໃຫ້ ນະຄອນຫລວງມີການພັດທະນາອີກ ບາດກ້າວໜຶ່ງ ແລະ ເຮັດໃຫ້ຊີວິດ ການເປັນຢູ່ຂອງປະຊາຊົນໄດ້ຮັບ ການຍົກລະດັບເທື່ອລະກ້າວ. ເນື່ອງໃນໂອກາດທີ່ກອງປະຊຸມ ໃຫຍ່ຜູ້ແທນອົງຄະນະພັກນະຄອນ ຫລວງວຽງຈັນ ຄັ້ງທີ VIII ໄດ້ໄຂ ຂຶ້ນຢ່າງເປັນທາງການໃນວັນທີ 25-26 ກັນຍາ 2025 ນີ້ ທັງໄດ້ປິດ ລົງດ້ວຍຜົນສຳເລັດຢ່າງຈົບງາມ ນັ້ນ, ມວນຊົນກໍໄດ້ໃຫ້ທັດສະນະ ຂອງຕົນຕໍ່ການນຳພາ-ຊີ້ນຳຂອງ ອົງຄະນະພັກຕະຫລອດໄລຍະ 5 ປີ ຜ່ານມາ. ດັ່ງທ່ານ ຄຳແດງ ທູນວິໄລ ພະນັກງານບຳນານກົມຮູບເງົາ ເຊິ່ງປັດຈຸບັນຢູ່ບ້ານໂພເງິນ ເມືອງ ຫາດຊາຍຟອງ ນະຄອນຫລວງ ວຽງຈັນ ໃຫ້ທັດສະນະຂອງຕົນ ວ່າ: ຕະຫລອດໄລຍະ 5 ປີຜ່ານມາ ພາຍໃຕ້ການນຳພາຂອງອົງຄະນະ ພັກ ນວ ກໍມີຫລາຍດ້ານໄດ້ຮັບການ ພັດທະນາດີຂຶ້ນເທື່ອລະກ້າວ ໂດຍ ສະເພາະແມ່ນບັນດາພື້ນຖານໂຄງ ລ່າງຢູ່ພາຍໃນເມືອງຫາດຊາຍຟອງ ກໍໄດ້ຮັບການຍົກລະດັບດີຂຶ້ນ. ອັນ ພົ້ນເດັ່ນແມ່ນເສັ້ນທາງເຂົ້າມາບ້ານ ຫ້ອມ ຫລື ວ່າເສັ້ນທາງທຸກເສັ້ນໃນ ຂົງເຂດເມືອງຫາດຊາຍຟອງກໍຄື ເມືອງອື່ນt ແມ່ນມີການພັດທະນາ ດີຂຶ້ນ, ຖືກປັບປຸງກໍ່ສ້າງໃໝ່, ມີບາງ ເສັ້ນກໍມີການປູຄອນກຣີດ ແລະ ມີ ຫລາຍເສັ້ນກໍໄດ້ມີການສ້ອມແປງ ຄືນໃໝ່, ກໍ່ສ້າງໃໝ່ອັນເຮັດໃຫ້ ການໄປມາຫາສູ່ມີຄວາມສະດວກ ຂຶ້ນ. ຕົວຢ່າງເສັ້ນທາງເຂົ້າມາບ້ານ ຫ້ອມໃນໄລຍະຜ່ານມາແມ່ນເປັນ ເສັ້ນທາງດິນແດງ ທັງເປັນບວກເປັນ ຂຸມ ເຊິ່ງໃຊ້ເວລາໃນການເດີນທາງ ໄປໃນເມືອງດົນ, ແຕ່ຮອດປັດຈຸບັນ ແມ່ນມີຄວາມສະດວກສະບາຍຂຶ້ນ ເນື່ອງຈາກມີການພັດທະນາຈາກ ທາງດິນແດງກໍຖືກກໍ່ສ້າງໃຫ້ເປັນ ທາງຄອນກຣີດ. ອັນເຮັດໃຫ້ມີ ຄວາມສະດວກຂຶ້ນໃນການຊື້-ຂາຍ, ຂົນສົ່ງພືດຜັກຂອງປະຊາຊົນ, ການ ໄປມາຂອງປະຊາຊົນ. ຂະນະທີ່ໃນ ເມື່ອກ່ອນລູກຫລານຂອງປະຊາຊົນ, ພະນັກງານທີ່ເຂົ້າໄປຮຽນ, ໄປເຮັດ ວຽກໃນເມືອງ ກໍຕ້ອງໄດ້ໄປພັກຢູ່ ນຳພີ່ນ້ອງ ຫລື ຫໍພັກຮອດວັນ ເສົາ-ວັນທິດ ຈຶ່ງກັບມາບ້ານ, ແຕ່ ປັດຈຸບັນຄວາມຫຍຸ້ງຍາກດັ່ງກ່າວ ໄດ້ຖືກປົດປ່ອຍ ແລະ ນຳເອົາຄວາມ ຈະເລີນກ້າວໜ້າມາສູ່ສັງຄົມ. ການ ໄປຮຽນ ຂອງລູກຫລານ, ພະນັກ ງານກໍສາມາດທ່ຽວໄປກັບໄດ້ສະ ດວກສະບາຍໃນແຕ່ລະມື້ຄືປັດຈຸ ບັນນີ້. ຜົນສຳເລັດດັ່ງກ່າວ ໄດ້ຍົກ ລະດັບຊີວິດການເປັນຢູ່ຂອງປະ ຊາຊົນດີຂຶ້ນເທື່ອລະກ້າວ, ແຕ່ເຖິງ ຢ່າງໃດກໍຕາມຢາກໃຫ້ອົງຄະນະ ພັກນະຄອນຫລວງ ນວ ເອົາໃຈໃສ່ ປັບປຸງບາງດ້ານທີ່ຕິດພັນກັບຊີວິດ ການເປັນຢູ່ຂອງປະຊາຊົນ, ເນື່ອງ ຈາກວ່າປັດຈຸບັນຊີວິດການເປັນ ຢູ່ຂອງປະຊາຊົນແມ່ນພົບຄວາມ ຫຍຸ້ງຍາກຫລາຍ ໂດຍສະເພາະ ແມ່ນມີລາຍຮັບໜ້ອຍ, ແຕ່ລາຍຈ່າຍ ພັດຫລາຍ. ພ້ອມນີ້, ຄ່າຄອງຊີບກໍ ເພີ່ມຂຶ້ນຫລາຍ, ຄ່ານ້ຳ, ຄ່າໄຟຟ້າ ກໍເພີ່ມ. ສິ່ງເຫລົ່ານີ້ ກໍແມ່ນສ່ວນໜຶ່ງ ສົ່ງຜົນກະທົບຕໍ່ການຮໍ່າຮຽນຂອງ ລູກຫລານປະຊາຊົນເນື່ອງຈາກພໍ່ ແມ່ບໍ່ມີເງິນຊຸກຍູ້ລູກຮຽນ. ພ້ອມນີ້ ເຖິງຈະຮຽນຈົບສາຍສາມັນແລ້ວ ກໍບໍ່ຢາກໄປຮຽນຕໍ່ຈຶ່ງໄປຊອກວຽກ ເຮັດງານທຳຢູ່ຕ່າງປະເທດ ແລະ ອື່ນt. ທ່ານ ຄຳແດງ ທູນວິໄລ ກ່າວ. (ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 31 ປີ ວັນທີ 7 10 1994-7 10 2025) ປະເພນີຕາມຄວາມເຊື່ອຖືມາເປັນ ການສຶກສາລູກ ເພື່ອໃຫ້ຮູ້ຈັກອອກ ແຮງງານ, ກາຍເປັນຜູ້ສືບທອດທີ່ ບໍລິສຸດຂອງພໍ່ແມ່ຕາມຄວາມເຊື່ອຖື. ເປົ້າໝາຍສູງໄປກວ່ານັ້ນແມ່ນສົ່ງ ລູກເຂົ້າໄປບວດ ຫລຶ ເປັນສັງກະລີ ຢູ່ວັດ ເພື່ອຮໍ່າຮຽນຂຽນອ່ານ, ຮຽນ ຮູ້ຫລັກວິຊາ ແລະ ລິດເດດມົນຄາຖາ ໂດຍແມ່ນຄູບາອາຈານເປັນຜູ້ສອນ ແລະ ສົ່ງຄວາມຮູ້ເຊັ່ນ: ຈະລິຍະ ທຳ, ການວາດແຕ້ມ, ການປັ້ນ, ການຄວັດລະບາຍສີ, ຢາພື້ນເມືອງ, ວິຊາອາຄົມຕະຫລອດລະບຽບວິໄນ ຕ່າງtທີ່ພະພຸດທະເຈົ້າທີ່ໄດ້ກ່າວໄວ້ ເປັນຄຳສອນ. ຮູບການຮຽນການ ສອນຢູ່ວັດເວລານັ້ນ ແມ່ນບໍ່ທັນໄດ້ ກ່າວເຖິງຊັ້ນ ແລະ ລະດັບສຳລັບຜູ້ ຮຽນ, ແຕ່ຖືເອົາຊັ້ນຈາກການບວດ ມາເປັນການຕີລາຄາເຖິງລະດັບ ຄວາມຮູ້. ພາຍຫລັງພວກກະຈັກກະພັດ ຕ່າງດ້າວ ໄດ້ມາຢຶດຄອງລາວ ໃນປີ 1893 ເປັນຕົ້ນມາ ພວກ ເຂົາເຈົ້າບໍ່ໄດ້ເອົາໃຈໃສ່ເຖິງການ ຂະຫຍາຍໂຮງຮຽນຢູ່ໃນປະເທດ ລາວພໍເທົ່າໃດ. ມາເຖິງປີ 1905 ທົ່ວປະເທດມີໂຮງຮຽນພຽງແຕ່ ສອງແຫ່ງຄື: ຫລວງພະບາງ ແລະ ວຽງຈັນ ຊຶ່ງຄົນລາວທີ່ໄດ້ເຂົ້າຮຽນ ແມ່ນມີໜ້ອຍເຕັມທີ່. ໃນນັ້ນໄດ້ມີຄົນ ລາວຜູ້ໜຶ່ງຊື່ທ້າວ ຄຳ ໄດ້ຮຽນຮອດ ຫ້ອງ ທີ I (ຈົບ ປ.6) ແລະ ໄດ້ ເຂົ້າຮ່ວມຝຶກອົບຮົມຄູ ເປັນຜູ້ທຳອິດ ຂອງຄົນລາວ. ພາຍຫລັງສຳເລັດ ການຝຶກອົບຮົມຄູແລ້ວ ທ້າວ ຄຳ ໄດ້ ເຂົ້າຮັບລາຊະການເປັນຄູສອນ ເລີ່ມ ແຕ່ວັນທີ 7 ຕຸລາ ປີ 1907. ເຊິ່ງໂຮງຮຽນທຳອິດທີ່ເພີ່ນ ໄດ້ສອນແມ່ນໂຮງຮຽນວັດຈັນ (ນ.ວຽງຈັນ) ເຊິ່ງແມ່ນໂຮງຮຽນ ເຝິກຫັດຄູໄລຍະສັ້ນ ໂດຍແນໃສ່ ອົບຮົມພະສົງລາວ ຈຳນວນ 50 ກວ່າອົງ ໃຫ້ກາຍເປັນຄູ. ຍ້ອນ ຈິດໃຈຮັກຊາດຂອງນາຍຄູຄຳ, ໃນ ເວລາສິດສອນຢູ່ໂຮງຮຽນສ້າງຄູ ສົງນາຍຄູຄຳ ໄດ້ເອົາໃຈໃສ່ສຶກສາ ໃຫ້ພະສົງທີ່ຈະເປັນຄູໃຫ້ມີຄວາມ ຮັກຊາດລາວ ເພື່ອບໍ່ໃຫ້ຊາດລາວ ເສື່ອມເສຍເປັນຊາດຝຣັ່ງ ຍ້ອນ ພະສົງໄດ້ຮັບການສຶກສາອົບຮົມ ຢູ່ໃນໂຮງຮຽນຄືເຊັ່ນນັ້ນ ພາຍຫລັງ ທີ່ພວກເພິ່ນຈົບການອົບຮົມຄູແລ້ວ ກໍໄດ້ມີພະສົງຫລາຍອົງບໍ່ໄປເປັນຄູ ເພື່ອຮັບໃຊ້ນະໂຍບາຍການສຶກສາ ຂອງພວກລ່າເມືອງຂຶ້ນຝຣັ່ງ. ຕໍ່ມາປີ 1913 ນາຍຄູຄຳ ໄດ້ ສອນຢູ່ໂຮງຮຽນຕັບໂຟແລງ (ບີເອ ຕັບໂຟແລງ) ລວມມີຄູລາວ 3 ຄົນ. ມາເຖິງກາງເດືອນພະຈິກ ປີ 1920 ຂະບວນການຕໍ່ສູ້ຂອງປະ ຊາຊົນ ລາວ ນຳໂດຍນາຍຄູຄຳໄດ້ແພ່ກະ ຈາຍອອກພໍສົມຄວນຢູ່ວຽງຈັນ, ການຕໍ່ສູ້ໄດ້ດຳເນີນໄປຢ່າງຮຸນແຮງ ຄູຄຳ ໄດ້ຖືກພວກຝຣັ່ງຈັບ ແລະ ນຳ ຕົວໄປຂັງຄຸກ. ພາຍຫລັງຖືກຄຸມຂັງ ໄດ້ໄລຍະໜຶ່ງນາຍຄູຄຳໄດ້ໂຕນ ອອກຈາກຄຸກແລ້ວຂ້າມແມ່ນ້ຳຂອງ ໄປອາໄສຢູ່ນຳພີ່ນ້ອງທີ່ບາງກອກ (ປະເທດໄທ). ປີ 1949 ນາຍຄູ ຄຳໄດ້ເຈັບປ່ວຍ ແລະ ໄດ້ເສຍຊີວິດ ຍ້ອນພະຍາດຂອງເພິ່ນຢູ່ທີ່ວັດສີທາ ລາມ (ປະເທດໄທ). ຕະຫລອດ ຊີວິດຂອງນາຍຄູຄຳ ນອກຈາກ ເຮັດໜ້າທີ່ການສິດສອນແລ້ວຍັງ ໄດ້ເຂົ້າຮ່ວມຂະບວນການນຳພາ ປະຊາຊົນລາວ ລຸກຂຶ້ນຕໍ່ສູ້ຕ້ານ ການຮຸກຮານຂອງພວກລ່າເມືອງ ຂຶ້ນ. ປະຫວັດສາດຂະບວນການຕໍ່ສູ້ ຂອງປະຊາຊົນລາວບັນດາເຜົ່າຕ້ານ ການຮຸກຮານຂອງພວກຈັກກະພັດ ລ່າເມືອງຂຶ້ນແບບເກົ່າ ແລະ ແບບ ໃໝ່ ໄດ້ຜ່ານໄລຍະເວລາອັນຍຶດເຍື້ອ ຍາວນານ, ລະອິດລະອ້ຽວ ແລະ ໄດ້ ຮັບໄຊຊະນະເປັນແຕ່ລະໄລຍະ ແລະ ໄດ້ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ໃນວັນທີ 2 ທັນວາ 1975 ຊຶ່ງ ໄດ້ເປັນເງື່ອນໄຂເອື້ອອຳນວຍໃນ ການພັດທະນາການສຶກສາຂອງ ລາວ ເວົ້າລວາມ, ເວົ້າສະເພາະ ແມ່ນການພັດທະນາຖັນແຖວຄູ- ອາຈານ, ຈຳນວນຄູ-ອາຈານ ໄດ້ ເພີ່ມຂຶ້ນ ແລະ ຄູ-ອາຈານຈຳນວນ ເຫລົ່ານັ້ນລ້ວນແຕ່ມີນ້ຳໃຈຮັກຫອມ ປະເທດຊາດ, ມີຄວາມຮູ້ຄວາມ ສາມາດປະກອບສ່ວນສ້າງສາພັດ ທະນາປະເທດຊາດ ເພື່ອນຳເອົາ ຄວາມສົມບູນພູນສຸກມາສູ່ປະຊາຊົນ ບັນດາເຜົ່າ, ຊື່ສຽງຂອງຄູໄດ້ຕິດ ພັນກັບຂະບວນວິວັດແຫ່ງການ ພັດທະນາປະເທດຊາດມາແຕ່ລະ ສະໄໝ. ປັດຈຸບັນ, ປະເທດຊາດຂອງ ພວກເຮົາໄດ້ມີນັກວິຊາການ, ມີນາຍ ທະຫານ, ນາຍຕຳຫລວດ, ນັກການ ເມືອງ, ນັກປະດິດຄິດແຕ່ງ ແລະ ນັກ ທຸລະກິດທີ່ດີເດັ່ນຈຳນວນບໍ່ໜ້ອຍ, ພວກເພິ່ນເຫລົ່ານັ້ນລ້ວນແຕ່ໄດ້ມີ ຄວາມຮູ້ຈາກຄູສອນ. ປະເທດຊາດ ມີການພັດທະນາເທົ່າໃດກໍຍິ່ງເຮັດ ໃຫ້ສັງຄົມມີຄວາມສຳນຶກເຖິງບຸນ ຄຸນອັນເລີດລ້ຳຂອງຄູ-ອາຈານ ຫລາຍຂຶ້ນເທົ່ານັ້ນ. ດັ່ງນັ້ນ, ເພື່ອ ເຮັດໃຫ້ຄວາມສຳນຶກເຖິງຄຸນງາມ ຄວາມດີຂອງຄູ-ອາຈານໃນທົ່ວ ສັງຄົມ ໄດ້ກາຍເປັນພຶດຕິກຳໃນຕົວ ຈິງລັດຖະບານຈຶ່ງໄດ້ກຳນົດເອົາ ວັນທີ 7 ຕຸລາ ຂອງທຸກtປີ ເປັນວັນ ຄູແຫ່ງຊາດລາວ ຕາມດຳລັດຂອງ ນາຍົກລັດຖະມົນຕີ ສະບັບເລກທີ 89 ນຍ, ລົງວັນທີ 28 4 1994 ວ່າ ດ້ວຍວັນຄູແຫ່ງຊາດ.

RkJQdWJsaXNoZXIy MTc3MTYxMQ==