@ 0j k; c]t gsfdko 30/09/2025 xtgmf]k; ນາຍົກລັດຖະມົນຕີ... gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK 7totra d slop ;k'r;',k]k c]t dt8j kfvdw,h ຄັ້ງທີ VI ທີ່ຈະດໍາເນີນຢ່າງເປັນ ທາງການໃນວັນທີ 30 ກັນຍາ 2025. ການວາງພວງມາລາແລະວາງ ກະຕ່າດອກໄມ້ດັ່ງກ່າວ, ເພື່ອສະ ແດງເຖິງຄວາມເຄົາລົບຮັກ, ຄວາມ ກະຕັນຍູຮູ້ບຸນຄຸນຕໍ່ຄຸນງາມຄວາມ ດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູ ລຸດລາວ ກໍຄື ບັນດານັກຮົບປະຕິວັດ ຂອງລາວທີ່ໄດ້ເສຍສະລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການ ນຳພາ-ຊີ້ນຳຂອງພັກປະຊາຊົນ ປະຕິວັດລາວ, ພ້ອມກັນນັ້ນກໍເພື່ອ ສະແດງຄວາມເຄົາລົບຮັກ, ລະນຶກ ເຖິງຄຸນງາມຄວາມດີອັນປະເສີດ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງ ຊົນລາວທັງຊາດ ທີ່ໄດ້ອຸທິດຊີວິດ, ສະຕິປັນຍາ ແລະ ຄວາມຮູ້ຄວາມ ສາມາດຂອງຕົນເຂົ້າໃນພາລະກິດ ປົດປ່ອຍຊາດ ກໍຄື ພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ຂ່າວ-ພາບ: ກົມປະຊາ ສຳພັນ ຫສນຍ ຂປລ. ໃນຕອນເຊົ້າວັນທີ 29 ກັນຍາ 2025 ນີ້, ບັນດາສະຫາຍ ຄະນະບໍລິຫານງານພັກ, ເລຂາຮອງເລຂາບັນດາໜ່ວຍພັກຮາກ ຖານ, ຫົວໜ້າກົມ ແລະ ປະທານເລຂາຄະນະບໍລິຫານງານ ສາມ ອົງການຈັດຕັ້ງມະຫາຊົນ ທີ່ຂຶ້ນກັບ ອົງຄະນະພັກ ຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ (ຫສນຍ) ນຳໂດຍ ສະຫາຍ ບົວຄົງ ນາມມະ ວົງ ກຳມະການສູນກາງພັກ, ເລຂາ ຄະນະບໍລິຫານງານພັກ, ລັດຖະ ມົນຕີ, ຫົວໜ້າ ຫສນຍ ໄດ້ເຂົ້າວາງ ພວງມາລາຢູ່ອະນຸສາວະລີນັກຮົບ ນິລະນາມ (ດາວແດງ) ແລະ ວາງ ກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນຂອງ ປະທານ ໄກສອນ ພົມວິຫານ ອະດີດ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງ ຊົນລາວທັງຊາດຢູ່ຫໍພິພິທະພັນ ໄກສອນພົມວິຫານ ເນື່ອງໃນໂອ ກາດຂໍ່ານັບຮັບຕ້ອນກອງປະຊຸມ ໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ແລະ ຍັງເປັນໂອກາດອັນດີໃຫ້ແກ່ ບັນດາປະເທດສະມາຊິກ ສະຫະປະ ຊາຊາດ ໄດ້ລະນຶກເຖິງຄວາມມຸ່ງ ມາດປາຖະໜາອັນແຮງກ້າຂອງ ວົງຄະນະຍາດສາກົນ ໃນການຊອກ ສະແຫວງຫາເສັ້ນທາງໃໝ່ ໃນ ການປົກປັກຮັກສາສັນຕິພາບໂລກ ໂດຍຜ່ານການຮັບຮອງເອົາກົດບັດ ສປຊ ໃນປີ 1945 ຊຶ່ງໄດ້ກາຍເປັນ ຄໍາພີຊີ້ນໍາທາງໃຫ້ແກ່ວົງຄະນະ ຍາດສາກົນ ໃນການພົວພັນ ແລະ ຮ່ວມມືຫລາຍຝ່າຍ. ພ້ອມນີ້, ທ່ານ ຍັງໄດ້ຢໍ້າຄືນຄວາມສໍາຄັນໃນການ ຍຶດໝັ້ນຕໍ່ບັນດາຫລັກການພື້ນຖານ ຂອງກົດບັດສະຫະປະຊາຊາດ ເພື່ອ ສົ່ງເສີມສັນຕິພາບ, ສະຖຽນລະ ພາບ, ການພັດທະນາທີ່ມີຄວາມ ໝັ້ນຄົງ ແລະ ຍືນຍົງ. ສໍາຄັນ, ທ່ານ ໄດ້ເນັ້ນໜັກເຖິງຄວາມຈໍາເປັນໃນ ການແກ້ໄຂສິ່ງທ້າທາຍຂອງໂລກ ໂດຍສັນຕິ ເປັນຕົ້ນແມ່ນ ຂໍ້ຂັດແຍ່ງ ແລະ ການປະທະກັນດ້ວຍກໍາລັງ, ຄວາມບໍ່ເທົ່າທຽມກັນ ແລະ ການ ປ່ຽນແປງດິນຟ້າອາກາດ ຜ່ານການ ຮ່ວມມືຢ່າງແໜ້ນແຟ້ນ ໂດຍມີສະ ຫະປະຊາຊາດ ເປັນແກນກາງ. ທ່ານ ສອນໄຊ ສີພັນດອນ ໄດ້ ສະແດງການສະໜັບສະໜູນ ຕໍ່ຂໍ້ ລິເລີ່ມເພື່ອການປະຕິຮູບພາຍຫລັງ 80 ປີ ຂອງການສ້າງຕັ້ງອົງການ ສປຊ (6N80 IOJUJBUJWF) ຂອງ ທ່ານເລຂາທິການໃຫຍ່ ເພື່ອຮັດ ແໜ້ນບົດບາດຂອງອົງການສະຫະ ປະຊາຊາດ ໃຫ້ມີປະສິດພາບສູງຂຶ້ນ ແລະ ສາມາດຮັບມືກັບສິ່ງທ້າທາຍ, ລວມທັງຕອບສະໜອງຄວາມຮຽກ ຮ້ອງຕ້ອງການທາງດ້ານການພັດ ທະນາໃນຍຸກສະໄໝໃໝ່. ພ້ອມນີ້, ທ່ານນາຍົກລັດຖະມົນ ຕີ ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກ ເພີ່ມທະວີການຊ່ວຍເຫລືອແກ່ປະ ເທດທີ່ຢູ່ໃນສະຖານະພາບພິເສດ, ລວມທັງປະເທດດ້ອຍພັດທະນາ (-%CT), ປະເທດກຳລັງພັດທະ ນາທີ່ບໍ່ມີຊາຍແດນຕິດກັບທະເລ (--%CT)ແລະປະເທດເກາະດອນ ນ້ອຍທີ່ກຳລັງພັດທະນາ (4I%4). ທ່ານໄດ້ຢໍ້າຄວາມໝາຍໝັ້ນຂອງ ສປປລາວໃນການສືບຕໍ່ສຸມໃສ່ການ ຈັດຕັ້ງປະຕິບັດບັນດາເປົ້າໝາຍການ ພັດທະນາແບບຍືນຍົງ (4%GT), ລວມທັງຍຸດທະສາດ ວ່າດ້ວຍການ ຂ້າມຜ່ານຢ່າງໂລ່ງລ່ຽນ ເພື່ອກ້າວ ໄປສູ່ການຫລຸດພົ້ນອອກຈາກສະ ຖານະພາບປະເທດດ້ອຍພັດທະນາ ໃນປີ 2026. ນອກຈາກນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຢໍ້າຄືນທັດສະນະ ຂອງ ສປປ ລາວ ຕໍ່ບັນຫາປາແລັດ ສະຕິນ-ອິດສະຣາແອນ ໂດຍຮຽກ ຮ້ອງໃຫ້ທັງສອງຝ່າຍ ຫັນເຂົ້າສູ່ ຂະບວນການແກ້ໄຂຂໍ້ຂັດແຍ່ງ ໂດຍ ສັນຕິວິທີ ກໍຄື ການແກ້ໄຂບັນຫາ ແບບສອງລັດ. ພ້ອມດຽວກັນ, ສປປ ລາວ ຍັງໄດ້ຮຽກຮ້ອງໃຫ້ຍົກ ເລີກການຂວໍ້າບາດທາງດ້ານເສດ ຖະກິດ ແລະ ການເງິນ ຕໍ່ສາທາລະ ນະລັດ ກູບາ ພ້ອມທັງລຶບລາຍຊື່ປະ ເທດກູບາອອກຈາກບັນຊີ“ປະເທດ ທີ່ສະໜັບສະໜູນການກໍ່ການຮ້າຍ” ແລະ ຍົກເລີກບັນດາມາດຕະການ ບີບບັງຄັບຝ່າຍດຽວທັງໝົດ ຕໍ່ບັນ ດາປະເທດເອກະລາດ. ໃນວັນດຽວກັນ, ທ່ານນາຍົກ ລັດຖະມົນຕີ ໄດ້ສືບຕໍ່ນໍາພາຄະນະ ເຂົ້າພົບປະກັບ ທ່ານ ອັນໂຕນີອູ ກູ ເຕີເຣສ (António Guterres) ເລຂາທິການໃຫຍ່ ອົງການສະຫະ ປະຊາຊາດ. ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ຕີລາຄາສູງຕໍ່ການ ຮ່ວມມືທີ່ຍາວນານ ແລະ ເປັນຮູບ ປະທໍາ ລະຫວ່າງ ສປປ ລາວ ແລະ ສະຫະປະຊາຊາດ ໃນຂົງເຂດບຸລິ ມະສິດ ເປັນຕົ້ນແມ່ນການຈັດຕັ້ງຜັນ ຂະຫຍາຍວາລະ 2030 ເພື່ອການ ພັດທະນາແບບຍືນຍົງ ໂດຍສະເພາະ ແມ່ນເປົ້າໝາຍທີ 18 ຄື: ການ ແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກ (6X0), ແຜນງານສະເພາະ ສໍາລັບກຸ່ມປະເທດດ້ອຍພັດທະນາ ແລະ ປະເທດກໍາລັງພັດທະນາທີ່ ບໍ່ມີຊາຍແດນຕິດກັບທະເລ ເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ເພື່ອບັນລຸເປົ້າໝາຍ ຫລຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ແລະ ກາຍ ເປັນປະເທດເຊື່ອມໂຍງເຊື່ອມຈອດ ໃນພາກພື້ນ. ພິເສດ, ທ່ານນາຍົກ ລັດຖະມົນຕີ ໄດ້ຢໍ້າຄືນຄວາມໝາຍ ໝັ້ນໃນການສືບຕໍ່ສະໜັບສະໜູນບົດ ບາດສໍາຄັນຂອງອົງການສປຊ ເພື່ອ ແກ້ໄຂບັນຫາສິ່ງທ້າທາຍແລະວິກິດ ການຕ່າງt ທີ່ວົງຄະນະຍາດສາ ກົນພວມຜະເຊີນໜ້າຢູ່ໃນປັດຈຸບັນ. ທ່ານເລຂາທິການໃຫຍ່ ໄດ້ຊົມ ເຊີຍຜົນສຳເລັດຂອງ ສປປ ລາວ ທີ່ ຍາດແຍ່ງມາໄດ້ໃນໄລຍະຜ່ານມາ ເປັນຕົ້ນ ການຜ່ານເກນມາດຕະ ຖານໃນການອອກຈາກສະຖານະ ພາບປະເທດດ້ອຍພັດທະນາ ທັງ 3 ເງື່ອນໄຂ ເຖິງ 2 ຄັ້ງ, ພ້ອມທັງບົດ ບາດຂອງ ສປປ ລາວ ໃນອາຊຽນ. ທ່ານເລຂາທິການໃຫຍ່ ຍັງໄດ້ຊົມ ເຊີຍຄວາມພະຍາມຂອງ ສປປ ລາວ ໃນການຊ່ວຍເສີມຂະຫຍາຍສັນຕິ ພາບໃນໂລກ ໂດຍການຮັບເປັນປະ ທານກອງປະຊຸມທົບທວນຄືນຄັ້ງ ທີ3 ສົນທິສັນຍາເກືອດຫ້າມລະເບີດ ລູກຫວ່ານທີ່ຈະຈັດຂຶ້ນໃນປີ2026 ນີ້ແລະການມີສ່ວນຮ່ວມຂອງສປປ ລາວ ໃນເວທີຂອງອົງການຮ່ວມມື ຊຽງໄຮ້ (4C0) ທີ່ ສປປ ລາວ ໄດ້ເຂົ້າເປັນຄູ່ຮ່ວມເຈລະຈາຂອງ ອົງການ ໃນປີນີ້. ນອກນີ້, ອົງການ ສປຊ ໄດ້ໃຫ້ຄໍາໝາຍໝັ້ນວ່າຈະສືບ ຕໍ່ສະໜັບສະໜູນສປປລາວໃນການ ບັນລຸເປົ້າໝາຍການພັດທະນາແບບ ຍືນຍົງ ກໍຄື ໃນເສັ້ນທາງການອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາຂອງ ສປປ ລາວ. ຂ່າວ-ພາບ: ກົມການຂ່າວກະຊວງ ການຕ່າງປະເທດ ສູນກາງພັກ, ຜູ້ປະຈຳການ ຄະນະ ເລຂາທິການສູນກາງພັກ, ຮອງປະ ທານປະເທດ, ພ້ອມດ້ວຍແຂກຮັບ ເຊີນ ແລະ ຜູ້ແທນສົມບູນ 385 ສະ ຫາຍ, ຍິງ 51 ສະຫາຍ ທີ່ເປັນຕົວ ແທນໃຫ້ແກ່ສະມາຊິກພັກທັງໝົດ ໃນທົ່ວແຂວງ 23.464 ສະຫາຍ. ສະຫາຍ ວັນໄຊ ພອງສະຫວັນ ໄດ້ກ່າວໃນໂອກາດເປີດກອງປະ ຊຸມວ່າ: ກອງປະຊຸມໃຫຍ່ຄັ້ງນີ້, ຈະ ໄດ້ປະຕິບັດໜ້າທີ່ສໍາຄັນ ໃນການ ຄົ້ນຄວ້າແລະຮັບຮອງເອົາຮ່າງລາຍ ງານການເມືອງ ແລະ ຮ່າງບົດສະ ຫລຸບການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງ ທີ X ຂອງແຂວງ ຊຶ່ງເປັນເອກະ ສານສໍາຄັນ ຕົ້ນຕໍທີ່ສ່ອງແສງໝາກ ຜົນໃນການນໍາພາ-ຊີ້ນໍາ, ຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ໃນໄລ ຍະ 5 ປີ ຜ່ານມາ ແລະ ການກໍານົດ ທິດທາງ 5 ປີໃນຕໍ່ໜ້າ ຊຶ່ງຈະເປັນ ການປະກອບສ່ວນເຂົ້າໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ເຂົ້າສູ່ຊີວິດຕົວຈິງ ໃຫ້ບັນລຸຜົນ ສໍາເລັດຕາມຄາດໝາຍທີ່ວາງໄວ້. ພ້ອມນີ້, ກໍຄົ້ນຄວ້າ ແລະ ຮັບຮອງ ເອົາຮ່າງບົດສໍາຫລວດການນໍາພາ ລວມ ຂອງຄະນະບໍລິຫານງານ ພັກແຂວງ ໃນໄລຍະ 5 ປີຜ່ານມາ. ຈາກນັ້ນ, ກອງປະຊຸມໃຫຍ່ ຈະໄດ້ ດໍາເນີນການເລືອກຕັ້ງເອົາຄະນະ ບໍລິຫານງານພັກແຂວງ ຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາ, ຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ໃຫ້ມີຜົນ ສໍາເລັດ ແລະ ເລືອກຕັ້ງເອົາຜູ້ແທນ ສົມບູນ, ສໍາຮອງເຂົ້າຮ່ວມກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ. ກອງປະຊຸມໃຫຍ່ ຄັ້ງນີ້, ຍັງຈະໄດ້ຮັບຟັງຄໍາເຫັນໂອ້ ລົມຊີ້ນໍາຂອງ ສະຫາຍ ບຸນທອງ ຈິດມະນີ ເພື່ອເປັນທິດໃຫ້ແກ່ການ ເຄື່ອນໄຫວວຽກງານຂອງອົງຄະ ນະພັກແຂວງຄໍາມ່ວນ ຊຸດໃໝ່. ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາ ມ່ວນຄັ້ງນີ້ແມ່ນເປັນເຫດການການ ເມືອງ ແລະ ເປັນບາດລ້ຽວທີ່ສໍາຄັນ ເພື່ອສ້າງການຫັນປ່ຽນຢ່າງແຂງ ແຮງ, ເລິກເຊິ່ງ, ຮອບດ້ານ ພາຍໃຕ້ ຄໍາຂວັນ: “ຮັບປະກັນໃຫ້ທຸກຂັ້ນນໍາ ພາ-ຄຸ້ມຄອງ ເຂັ້ມແຂງ ໜັກແໜ້ນ; ນໍາໃຊ້ທຸກທ່າແຮງບົ່ມຊ້ອນ ພັດທະ ນາເສດຖະກິດກະສິກໍາ-ອຸດສາຫະ ກໍາປຸງແຕ່ງ, ການບໍລິການ ແລະ ການທ່ອງທ່ຽວເຂັ້ມແຂງທັນສະໄໝ ສີຂຽວ ແລະ ຍືນຍົງ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ໃຫ້ທົ່ວເຖິງ ໜັກແໜ້ນ”. ສະນັ້ນ, ເພື່ອເຮັດໜ້າທີ່ ອັນສໍາຄັນຄືດັ່ງກ່າວນັ້ນ, ສະຫາຍ ວັນໄຊ ພອງສະຫວັນ ໄດ້ຮຽກຮ້ອງ ໃຫ້ບັນດາສະຫາຍ ທີ່ເຂົ້າຮ່ວມກອງ ປະຊຸມ ຕ້ອງເຊີດຊູສະຕິຕື່ນຕົວ ແລະ ຄວາມຮັບຜິດຊອບການເມືອງ ກໍຄື ສິດເປັນເຈົ້າຂອງຜູ້ແທນໃຫ້ສູງຂຶ້ນ ປະຕິບັດລະບຽບ ແລະ ວາລະຂອງ ກອງປະຊຸມຢ່າງເຂັ້ມງວດ, ພ້ອມ ກັນຄົ້ນຄວ້າ, ປະກອບຄໍາເຫັນເຂົ້າ ໃສ່ຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າໃຫ້ເລິກເຊິ່ງ, ຖືກຕ້ອງ, ສອດຄ່ອງກັບທ່າແຮງບົ່ມຊ້ອນຂອງ ແຂວງ ແລະ ພິຈາລະນາໃຫ້ເລິກ ເຊິ່ງ, ຮອບຄອບ, ຖີ່ຖ້ວນ ໃນການ ເລືອກຕັ້ງເອົາຄະນະບໍລິຫານງານ ພັກແຂວງ ຊຸດໃໝ່ ແລະ ເລືອກ ຕັ້ງເອົາຜູ້ແທນໄປຮ່ວມກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ. ທັງນີ້, ກໍເພື່ອໃຫ້ກອງ ປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກ ແຂວງຄໍາມ່ວນ ບັນລຸຜົນສໍາເລັດ ຢ່າງຈົບງາມ. ຂ່າວ: ມະນີວັນ; ພາບ: ກອງຄໍາ ຂັ້ນສູນກາງ, ພ້ອມດ້ວຍຜູ້ແທນຮັບ ເຊີນ ແລະ ຜູ້ແທນສົມບູນ ຈຳນວນ 281 ສະຫາຍ, ຍິງ 34 ສະຫາຍ ທີ່ ເປັນຕົວແທນໃຫ້ສະມາຊິກພັກໃນ ທົ່ວແຂວງ 27.342 ສະຫາຍ, ຍິງ 6.836 ສະຫາຍ ເຂົ້າຮ່ວມ. ສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກແຂວງ ໄດ້ກ່າວ ໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ ຄັ້ງນີ້, ຈະໄດ້ສຸມໃສ່ພິຈາລະນາຮັບຮອງເອົາຮ່າງລາຍງານການ ເມືອງ, ບົດສຳຫລວດການນຳພາ ລວມຂອງຄະນະບໍລິຫານງານພັກ ແຂວງສະໄໝທີ VIII, ຮ່າງແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030), ໄດ້ຮັບຟັງການ ປະກອບຄໍາເຫັນຈາກຂະແໜງ ການ, ກົມກອງ, ຈໍານວນໜຶ່ງ, ທັງ ຈະໄດ້ດໍາເນີນການເລືອກຕັ້ງເອົາ ຄະນະບໍລິຫານງານພັກແຂວງສະ ໄໝທີ IX ເພື່ອເປັນຫລັກແຫລ່ງ ໃນການນໍາພາ-ຊີ້ນໍາ, ການຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ IX ໃຫ້ປະ ກົດຜົນເປັນຈິງ. ພ້ອມນີ້,ຈະໄດ້ເລືອກ ເອົາຜູ້ແທນໄປຮ່ວມກອງປະຊຸມ ໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກແລະຮັບຟັງການໂອ້ລົມໃຫ້ ທິດຊີ້ນໍາຂອງການນຳຂັ້ນສູນກາງ ເພື່ອຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ. ກອງປະຊຸມຄັ້ງນີ້, ຈະດຳເນີນ ໄປເປັນເວລາ 1 ວັນເຄິ່ງ ໂດຍຜູ້ເຂົ້າ ຮ່ວມກອງປະຊຸມໄດ້ຮັບຟັງການ ຜ່ານຮ່າງບົດລາຍງານການເມືອງ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII, ຜ່ານແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII, ທັງມີການປະກອບຄຳເຫັນ ຈາກພະແນກການ-ກົມກອງ ແລະ ທ້ອງຖິ່ນຫລາຍຫົວຂໍ້ເຊັ່ນ: ພັດທະ ນາການທ່ອງທ່ຽວຕິດພັນກັບການ ປົກປັກຮັກສາວັດທະນະທຳ ທີ່ເປັນ ເອກະລັກຂອງຫລວງພະບາງ, ການສ້າງນະຄອນເຂັ້ມແຂງຮອບ ດ້ານ ແລະ ປົກປັກຮັກສາເມືອງ ມໍລະດົກໂລກ, ສ້າງບ້ານໃຫຍ່ນໍ້າ ຖ້ວມໃຕ້ ເປັນສີສັນຕົວເມືອງໃນ ຊົນນະບົດ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນການ ສ້າງບ້ານພັດທະນາ ແລະ ການຜະ ລິດສິນຄ້າຮັບໃຊ້ການທ່ອງທ່ຽວ. ໃນກອງປະຊຸມ ຈະໄດ້ດຳເນີນ ການປ່ອນບັດເລືອກຕັ້ງເອົາຄະນະ ບໍລິຫານງານພັກແຂວງ ສະໄໝທີ IX ແລະ ປ່ອນບັດເລືອກເອົາຜູ້ແທນ ໄປຮ່ວມກອງປະຊຸມໃຫຍ່ ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຕື່ມອີກ. ຂ່າວ: ອາພຸດເດດ ບຸບຜາ ພາບ: ເພັດສາຄອນ-ດາວອນ ແຫ່ງຊາດສາຍຫລັກ ທີ່ມີການຂົນ ສົ່ງຫລາຍ, ມີທ່າແຮງໃຫ້ສາມາດ ຮັບນໍ້າໜັກໄດ້ 11 ໂຕນ ເພົາ ຄາດ ຄະເນໃຫ້ໄດ້ 500 ກິໂລແມັດ, ສຸມ ໃສ່ວຽກງານຄຸ້ມຄອງນ້ຳໜັກລົດ ບັນທຸກ, ຄຸ້ມຄອງດ້ານເຕັກນິກທາງ ດ່ວນ ແລະ ບັນດາວຽກງານຕ່າງt ທີ່ມີຄວາມຈໍາເປັນ. ສະຫາຍ ງາມປະສົງ ເມືອງ ມະນີ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ລາຍງານຕໍ່ກອງປະຊຸມ ໃຫຍ່ຜູ້ແທນອົງຄະນະພັກກະຊວງ ຍທຂ ຄັ້ງທີ VI ເມື່ອບໍ່ດົນນີ້ວ່າ: ໃນ ໄລຍະ 5 ປີໃນຕໍ່ໜ້າ ໂດຍຈະສຸມໃສ່ ຍົກລະດັບເສັ້ນທາງຄົມມະນາຄົມ ທາງບົກຢ່າງມີຈຸດສຸມ ໃຫ້ສໍາເລັດ 11 ໂຄງການຄື: ໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ໃຕ້ ແຕ່ທ່າແຂກ-ດ່ານສາກົນ ນາເພົ້າ; ຂົວ 6 ແຫ່ງ ຕາມທາງເລກ 8; ຂົວ 12 ແຫ່ງ ຕາມທາງເລກ 20; ທາງ ຫລວງທ້ອງຖິ່ນ 5 ແຂວງພາກ ເໜືອ; ໂຄງການພັດທະນາຊົນນະ ບົດໄລຍະ 3 ແລະ ໄລຍະ 4; ໂຄງ ການກໍ່ສ້າງທາງແຕ່ເມືອງປາກທາເມືອງຜາອຸດົມ; ທາງຫລວງແຫ່ງ ຊາດເລກ 8 ທີ່ໄດ້ຮັບຄວາມເສຍ ຫາຍຈາກໄພພິບັດປີ 2023; ສືບຕໍ່ ກະກຽມ ແລະ ສູ້ຊົນໃຫ້ສຳເລັດ ການກໍ່ສ້າງ 3 ໂຄງການ ຄື: ໂຄງ ການກໍ່ສ້າງຂົວຂ້າມນໍ້າຂອງຊຽງ ແມນ-ນະຄອນຫລວງພະບາງ, ທາງ ຫລວງທ້ອງຖິ່ນ ເພື່ອເຊື່ອມໂຍງເຊື່ອມຈອດ ຢູ່ 3 ແຂວງພາກໃຕ້ (ຄຳມ່ວນ, ສະຫວັນນະເຂດ ແລະ ສາລະວັນ), ໂຄງການກໍ່ສ້າງຂົວ 12 ແຫ່ງ ຕາມທາງຫລວງແຫ່ງ ຊາດເລກ 13 ໃຕ້; ສືບຕໍ່ກະກຽມ 2 ໂຄງການ ຄື: ຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ 6 ສາລະວັນ-ອຸບົນຣາດຊະທານີ; ໂຄງ ການຟື້ນຟູ ແລະ ຍົກລະດັບທາງ ເລກ 18# ແລະ ສືບຕໍ່ສຶກສາບັນດາ ໂຄງການ ຕາມເສັ້ນທາງຫລວງ ແຫ່ງຊາດ. ສຳລັບ ວຽກງານຂົນສົ່ງ ຈະສືບ ຕໍ່ນຳພາພັດທະນາການບໍລິການ ຂົນສົ່ງພາຍໃນປະເທດ, ລະຫວ່າງ ປະເທດ ແລະ ຜ່ານແດນໃຫ້ມີຄວາມ ສະດວກ, ວ່ອງໄວ, ປອດໄພ ສາ ມາດຮ່ວມມື ແລະ ແຂ່ງຂັນກັບສາ ກົນໄດ້; ສ້າງທ່າບົກທ່າແຂກ, ທ່າ ບົກຫ້ວຍຊາຍ ແລະ ທ່າບົກຫລວງ ພະບາງ ເພື່ອເປັນສູນບໍລິການດ້ານ ໂລຈິສຕິກລະດັບສາກົນ, ພ້ອມທັງ ປັບປຸງ ແລະ ຄຸ້ມຄອງລາຄາຄ່າ ບໍລິການທ່າບົກໃຫ້ສົມເຫດສົມຜົນ; ເພີ່ມທະວີການຄຸ້ມຄອງຕິດຕາມ ກວດກາ ລົດຂົນສົ່ງສິນຄ້າ ເຂົ້າອອກ ລະຫວ່າງປະເທດ ແລະ ຜ່ານ ແດນ ໃຫ້ເປັນໄປຕາມສັນຍາການ ຂົນສົ່ງທີ່ ສປປ ລາວ ໄດ້ເຂົ້າຮ່ວມ ເປັນພາຄີ; ປັບປຸງມາດຕະຖານລົດ ຂົນສົ່ງໂດຍສານ, ສະຖານີຂົນສົ່ງ ໂດຍສານ, ການຄຸ້ມຄອງສາຍທາງ ຂົນສົ່ງຜູ້ໂດຍສານປະຈຳທາງ ດ້ວຍ ລະບົບທັນສະໄໝ; ຄຸ້ມຄອງມາດ ຕະຖານເຕັກນິກ, ການນຳເຂົ້າ, ການຂຶ້ນທະບຽນ ແລະ ການນໍາໃຊ້ ຍານພາຫະນະ ດ້ວຍລະບົບທີ່ທັນ ສະໄໝ ໂດຍການສ້າງສູນຄວບຄຸມ ການຂົນສົ່ງ, ສູນຄວບຄຸມການຈະ ລາຈອນ, ການຈອດລົດ, ລະບົບ ກ້ອງວົງຈອນປິດ ພາຍໃຕ້ໂຄງການ ຄຸ້ມຄອງຍານພາຫະນະ ແລະ ການ ຂົນສົ່ງແບບຄົບວົງຈອນ (111). ສ່ວນວຽກງານທາງນໍ້າ ສືບຕໍ່ ນຳພາພັດທະນາທ່າເຮືອ, ປັບປຸງ ຄອງເດີນເຮືອຕາມລຳແມ່ນໍ້າຂອງ, ປັບປຸງລະບົບການຂົນສົ່ງທາງນໍ້າ ໃຫ້ມີຄວາມປອດໄພ ໄດ້ມາດຕະ ຖານສາກົນ; ຄຸ້ມຄອງ ແລະ ຊຸກຍູ້ ນໍາໃຊ້ການຄົມມະນາຄົມ-ຂົນສົ່ງ ທາງນໍ້າຕາມລໍາແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ ຕິດພັນກັບການທ່ອງ ທ່ຽວ ແລະ ການຂົນສົ່ງສິນຄ້າ. ສ່ວນວຽກງານທາງລົດໄຟ ສືບຕໍ່ ພັດທະນາເສັ້ນທາງລົດໄຟ ເພື່ອ ເຊື່ອມຈອດກັບບັນດາປະເທດໃກ້ ຄຽງ, ພາກພື້ນ ແລະ ສາກົນ; ແກ້ໄຂ ຂໍ້ຄົງຄ້າງຈາກການກໍ່ສ້າງໂຄງ ການກໍ່ສ້າງລົດໄຟ ລາວ-ຈີນ ໃຫ້ສຳ ເລັດ; ປັບປຸງການບໍລິການແລ່ນລົດ ໄຟລາວ-ຈີນ, ລາວ-ໄທ ໃຫ້ມີປະສິດ ທິຜົນສູງຂຶ້ນ; ຕິດຕາມການຈັດ ຕັ້ງຜັນຂະຫຍາຍໂຄງການຮ່ວມມື ພັດທະນາເສັ້ນທາງລົດໄຟ ລາວຫວຽດນາມ ທີ່ບໍລິສັດຝ່າຍ ລາວ ແລະ ຫວຽດນາມ ໄດ້ເຊັນຮ່ວມນໍາ ກັນຜ່ານມາ; ສຳຫລວດ, ສຶກສາ ຄວາມເປັນໄປໄດ້ ແລະ ອອກແບບ ລະອຽດ ໂຄງການທາງລົດໄຟ ແຕ່ ນະຄອນຫລວງວຽງຈັນຫາຕົວ ເມືອງທ່າແຂກ ແຂວງຄຳມ່ວນ ຫາ ຊາຍແດນລາວ-ຫວຽດນາມ (ນາ ເພົ້າ); ສຳຫລວດ, ສຶກສາຄວາມ ເປັນໄປໄດ້ ແລະ ອອກແບບລະອຽດ ໂຄງການທາງລົດໄຟ ແຕ່ນະຄອນ ໄກສອນ ພົມວິຫານ ແຂວງສະ ຫວັນນະເຂດຫາດ່ານສາກົນແດນ ສະຫວັນ-ລາວບາວ; ສຶກສາຄວາມ ເປັນໄປໄດ້ເສັ້ນທາງລົດໄຟ ແຕ່ນະ ຄອນຫລວງວຽງຈັນຫາແຂວງ ຈຳປາສັກ (ຊາຍແດນລາວ-ກຳປູ ເຈຍ). ຂ່າວ: ກິດຕາ; ພາບ: ຂັນໄຊ ເປີດກອງປະຊຸມໃຫຍ່... ໄຂກອງປະຊຸມໃຫຍ່... 5 ປີຕໍ່ໜ້າ...
RkJQdWJsaXNoZXIy MTc3MTYxMQ==