29/09/2025 xtgmf]k; 4 gsfdko c]t dkora fmtok leg]a fdkopq d]tfa [dkog7n j vows;dkom6 f glf4tdy f0v'xtgmf8;a ddu .sh oa ddkom6 f]k; gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 7totz6h cmo]k; g0Q kIj ;,dv'xt-5 , ]a f4t,q o8u glf4tdy fvk-Po 7A 'mu 5 7 ຕໍ່າໜ້າ ຫສນຍ... ຫາລືວຽກງານ... ຕໍ່າໜ້າ ມອບ-ຮັບ... ຕໍ່າໜ້າ ຍຸດທະສາດການຈັດສັນພູມລໍາເນົາ ແລະ ອາຊີບ ຮອດປີ 2035 ແລະ ວິໄສທັດຮອດປີ 2050, ການດໍາ ເນີນການປະເມີນສະພາບພົ້ນທຸກ ແລະພັດທະນາທ້າຍສະໄໝຕາມດໍາ ລັດ 348 ລບ ພ້ອມທັງປຶກສາຫາລື ແລກປ່ຽນບົດຮຽນດ້ານວິຊາການ ໂດຍສະເພາະວຽກງານການຈັດສັນ ແລະ ວາງແຜນການນໍາໃຊ້ທີ່ດິນ ແບບມີສ່ວນຮ່ວມຢູ່ຂັ້ນບ້ານ, ຮູບ ແບບການຊຸກຍູ້ ແລະ ສົ່ງເສີມການ ຜະລິດກະສິກໍາ ຢູ່ຊົນນະບົດ ແລະ ວຽກງານການປັບປຸງນິຕິກໍາ ທີ່ຕິດ ພັນກັບວຽກງານພັດທະນາຊົນນະ ບົດ ແລະ ຫລຸດຜ່ອນຄວາມທຸກຍາກ. ທ່ານ ກິແກ້ວ ສິງນາວົງ ໄດ້ກ່າວ ວ່າ: ກອງປະຊຸມຄັ້ງນີ້, ດໍາເນີນ ຂຶ້ນບົນພື້ນຖານການຮ່ວມມືທີ່ມີ ເປົ້າໝາຍຮ່ວມກັນ ລະຫວ່າງ ພາກ ລັດ, ຄູ່ຮ່ວມພັດທະນາ, ອົງການ ຈັດຕັ້ງສາກົນ ແລະ ອົງການຈັດຕັ້ງ ທາງສັງຄົມ ເພື່ອແນໃສ່ການພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ ໃຫ້ໄປໃນທິດທາງດຽວ ກັນ ເຊິ່ງໃນຊຸມປີຜ່ານມາ ແມ່ນໄດ້ ຈັດຕັ້ງປະຕິບັດຢ່າງເປັນຂະບວນ ພາຍໃຕ້ແຜນງານ, ໂຄງການ ໂດຍ ສຸມໃສ່ພັດທະນາພື້ນຖານໂຄງ ລ່າງ, ປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນ ທີ່ຕິດພັນການຄໍ້າປະກັນ ດ້ານສະບຽງອາຫານ-ໂພຊະນາ ການ, ການສ້າງລາຍຮັບ ໂດຍ ການຈັດຕັ້ງປະຕິບັດກິດຈະກໍາສ້າງ ຄວາມເຂັ້ມແຂງ ດ້ານເຕັກນິກການ ປູກ-ການລ້ຽງ ໃຫ້ແກ່ປະຊາຊົນໃນ ເຂດຊົນນະບົດ. ຂ່າວ-ພາບ: ສອນເພັດ ສຸລິພອນ ໄອທີ ຢູ່ ສປປ ລາວ ຈັດຂຶ້ນວັນທີ 24 ກັນຍາ 2025 ທີ່ສະຖາບັນ ເຕັກໂນໂລຊີ ແລະ ການສື່ສານ ໂດຍ ມີ ທ່ານ ບໍ່ວຽງຄຳ ວົງດາລາ ລັດ ຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ຈອງ ຢອງ ຊູ (+VOH :VOH 4PP) ເອກອັກຄະ ລັດຖະທູດ ແຫ່ງສາທາລະນະລັດ ເກົາຫລີ ປະຈໍາລາວ, ພ້ອມດ້ວຍ ບັນດາພາກສ່ວນກ່ຽວຂ້ອງທັງ ສອງຝ່າຍ ເຂົ້າຮ່ວມ. ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ ກ່າວວ່າ: ການມອບ-ຮັບອາຄານ ສຳນັກງານ ອຸທິຍານດີຈິຕອນ ໃນ ຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຍິ່ງ ຕໍ່ສາຍພົວພັນ ແລະ ການຮ່ວມມື ອັນດີ ລະຫວ່າງສອງປະເທດ ໃນ ຂົງເຂດວຽກງານເຕັກໂນໂລຊີດີຈິ ຕອນ, ອາຄານແຫ່ງນີ້ ຖືເປັນບາດ ກ້າວສໍາຄັນ ໃນການພັດທະນາອຸດ ສາຫະກໍາເຕັກໂນໂລຊີດີຈິຕອນ ຂອງລາວ ເຊິ່ງຈະຊ່ວຍຍົກລະດັບ ທັກສະ ແລະ ຂີດຄວາມສາມາດ ຂອງບຸກຄະລາກອນພາຍໃນປະ ເທດ, ສະໜັບສະໜູນການຄົ້ນຄວ້າ ແລະ ພັດທະນາຜະລິດຕະພັນດີຈິ ຕອນໃໝ່ໆ, ຈະເປັນສະຖານທີ່ບົ່ມ ເຜາະ ແລະ ສົ່ງເສີມຜູ້ປະກອບການ ດ້ານຊອບແວຮຸ່ນໃໝ່, ເປັນພື້ນທີ່ໃຫ້ ກັບນັກພັດທະນາ ຜູ້ປະກອບການ ດ້ານດີຈິຕອນ ໄດ້ມາແລກປ່ຽນ ຄວາມຮູ້, ປະສົບການ ແລະ ຮ່ວມ ກັນສ້າງສັນນະວັດຕະກໍາໃໝ່ ພ້ອມ ທັງຊ່ວຍດຶງດູດການລົງທຶນ ໃນອຸດ ສາຫະກໍາເຕັກໂນໂລຊີດີຈິຕອນ ແລະ ຍົກລະດັບຄວາມອາດສາ ມາດການແຂ່ງຂັນຂອງ ສປປ ລາວ ໃນເວທີສາກົນ. ໂອກາດນີ້, ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ກ່າວສະແດງຄວາມ ຊົມເຊີຍຕໍ່ຜົນສໍາເລັດ ຂອງການ ກໍ່ສ້າງ ແລະ ປັບປຸງອາຄານສຳ ນັກງານ ອຸທິຍານດີຈິຕອນ ແຫ່ງ ນີ້ ທີ່ໄດ້ຮັບການຊ່ວຍເຫລືອ ແລະ ສະໜັບສະໜູນຢ່າງຫລວງຫລາຍ ຈາກ ລັດຖະບານ ສ ເກົາຫລີ ໂດຍ ຜ່ານກະຊວງທຸລະກິດຂະໜາດ ນ້ອຍ ຂະໜາດກາງ ແລະ ທຸລະກິດ ໃໝ່ ຂອງ ສ ເກົາຫລີ (.44), ສະມາຄົມອຸທິຍານເຕັກໂນໂລຊີ ສ ເກົາຫລີ (,51") ແລະ ອົງການ ຢູນິໂດ ສເກົາຫລີ (6/I%0) ພ້ອມ ດ້ວຍຄວາມເອົາໃຈໃສ່ສູງ ຂອງ ຄະນະຮັບຜິດຊອບຈັດຕັ້ງປະຕິບັດ ໂຄງການຝ່າຍລາວ ໂດຍສະເພາະ ກົມເຕັກໂນໂລຊີດີຈິຕອນ ທີ່ໄດ້ທຸ້ມ ເທເຫື່ອແຮງ ແລະ ສະຕິປັນຍາໃນ ການຈັດຕັ້ງປະຕິບັດໂຄງການດັ່ງ ກ່າວຢ່າງມີປະສິດທິຜົນ ຈົນສຳ ເລັດຕາມເປົ້າໝາຍທີ່ກຳນົດໄວ້, ຜົນສຳເລັດໃນຄັ້ງນີ້ ແມ່ນການສະ ທ້ອນເຖິງຄວາມຕັ້ງໃຈຈິງ ຂອງ ລັດຖະບານລາວ ໃນການຂັບ ເຄື່ອນການຫັນເປັນດີຈິຕອນຂອງ ປະເທດ. ຮັບຜິດຊອບພາຍໃນອະນຸກໍາມະ ການ ເປັນຕົ້ນ ຄະນະຮັບຜິດຊອບ ຮ່າງລາຍງານການເມືອງ, ຄະນະ ຮັບຜິດຊອບຮ່າງບົດສໍາຫລວດ ການນຳພາລວມ ແລະ ຄະນະຮັບ ຜິດຊອບຮ່າງແຜນພັດທະນາວຽກ ງານວິຊາສະເພາະ. ຫລັງຈາກນັ້ນ, ແຕ່ລະຄະນະກໍໄດ້ສົມທົບກັບບັນ ດາໜ່ວຍພັກຮາກຖານ ທີ່ຂຶ້ນກັບ ອົງຄະນະພັກ ຫສນຍ ສະຫລຸບ ສັງລວມເອົາບັນດາເນື້ອໃນ ກໍຄື ຜົນສຳເລັດ, ຂໍ້ຄົງຄ້າງ, ບົດຮຽນ ທີ່ຖອດຖອນໄດ້ ແລະ ມາດຕະການ ແກ້ໄຂໃນຕໍ່ໜ້າ ຈາກເນື້ອໃນກອງ ປະຊຸມໃຫຍ່ ຂອງບັນດາໜ່ວຍພັກ ຮາກຖານດັ່ງກ່າວ ມາສັງລວມກັບ ເນື້ອໃນລວມທີ່ທົ່ວອົງຄະນະພັກ ຫສນຍ ສາມາດປະຕິບັດໄດ້ ຕະ ຫລອດໄລຍະ 5 ປີທີ່ຜ່ານມາ. ສໍາ ລັບດ້ານໂຄງຮ່າງ ແລະ ການປະ ກອບເນື້ອໃນບົດຕ່າງໆ ແມ່ນໄດ້ ປະຕິບັດເປັນເອກະພາບ ຕາມນິຕິ ກຳ ແລະ ຄຳແນະນຳຂອງຂັ້ນເທິງ ໂດຍສະເພາະ ຄຳສັ່ງຂອງຄະນະ ເລຂາທິການສູນກາງພັກ ສະບັບ ເລກທີ 411 ແລະ ຄຳແນະນຳ ຂອງ ຄະນະຈັດຕັ້ງສູນກາງພັກ ສະບັບ ເລກທີ 211. ພາຍຫລັງອະນຸກໍາມະ ການພວກເຮົາ ສໍາເລັດການຮ່າງ ເນື້ອໃນເບື້ອງຕົ້ນແລ້ວ ກໍໄດ້ນໍາ 3 ຮ່າງເອກະສານດັ່ງກ່າວ ຈັດກອງ ປະຊຸມສໍາມະນາວິທະຍາສາດຂຶ້ນ ໃນວັນທີ 1 ກັນຍາ 2025 ຊຶ່ງ ກອງປະຊຸມດັ່ງກ່າວ ນອກຈາກມີ ສະມາຊິກພັກ-ພະນັກງານ ພາຍໃນ ຫສນຍ ຂັ້ນຮອງຫົວໜ້າພະແນກ ຂຶ້ນໄປເຂົ້າຮ່ວມແລ້ວ ຍັງໄດ້ເຊີນ ຜູ້ຕາງໜ້າຈາກພາກສ່ວນຕ່າງໆ ເຂົ້າຮ່ວມ ເປັນຕົ້ນ ຈາກຫ້ອງວ່າ ການສູນກາງພັກ, ຄະນະຈັດຕັ້ງສູນ ກາງພັກ, ຄະນະກວດກາສູນກາງ ພັກ ແລະ ກະຊວງ-ອົງການ ຈຳ ນວນໜຶ່ງ ເຂົ້າຮ່ວມຕື່ມອີກ, ໃນກອງ ປະຊຸມດັ່ງກ່າວ ໄດ້ມີຜູ້ປະກອບຄຳ ຄິດເຫັນຢ່າງຫລາກຫລາຍ, ກົງໄປ ກົງມາ, ເຮັດໃຫ້ເນື້ອໃນບັນດາ ເອກະສານດັ່ງກ່າວ ມີຄວາມລະ ອຽດຄົບຖ້ວນ, ສອດຄ່ອງ ແລະ ພາວະວິໄສຫລາຍຂຶ້ນ. ຫລັງຈາກ ປັບປຸງຕາມຄຳເຫັນ ຂອງກອງປະ ຊຸມສຳມະນາແລ້ວ ກໍໄດ້ສືບຕໍ່ນໍາ ຮ່າງເອກະສານດັ່ງກ່າວ ເຂົ້າຜ່ານ ກອງປະຊຸມທາບທາມລະດົມຄວາມ ຄິດເຫັນ ຈາກຜູ້ເຂົ້າຮ່ວມ ຈຳນວນ 3 ຮອບຄື: ໃນວັນທີ 3, ວັນທີ 8 ແລະ ວັນທີ 15 ກັນຍາ ຕາມລຳດັບ. ຜ່ານການທາບທາມ 3 ຮອບດັ່ງ ກ່າວ ຊຶ່ງນອກຈາກປັບປຸງຕາມ ການປະກອບຄໍາຄິດເຫັນທີ່ຫລາກ ຫລາຍຂອງຜູ້ແທນກອງປະຊຸມ ແລ້ວ, ອັນສຳຄັນ ແມ່ນໄດ້ຮັບທິດຊີ້ ນຳ ຈາກສະຫາຍນາຍົກລັດຖະມົນ ຕີ, ບັນດາສະຫາຍຮອງນາຍົກລັດ ຖະມົນຕີ ແລະ ບັນດາສະຫາຍລັດ ຖະມົນຕີປະຈຳສຳນັກງານນາຍົກ ລັດຖະມົນຕີ ເປັນແຕ່ລະໄລຍະຢ່າງ ໃກ້ຊິດ. ຜ່ານທິດຊີ້ນຳ, ການລະດົມ ຄວາມຄິດເຫັນ, ປັບປຸງ ແລະ ຮຽບ ຮຽງເນື້ອໃນສຳເລັດຕາມແຕ່ລະ ບາດກ້າວແລ້ວ, ອົງຄະນະພັກ ຫສນຍ ກໍໄດ້ເຮັດໜັງສືລາຍງານ ແລະ ຄັດຕິດຮ່າງເອກະສານກອງ ປະຊຸມຄົບຊຸດຫາຫ້ອງວ່າການ ສູນກາງພັກ ໂດຍສະເພາະຄະນະ ລົງຊ່ວຍວຽກກະກຽມເນື້ອໃນກອງ ປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI ຊຶ່ງຄະນະດັ່ງ ກ່າວ ກໍໄດ້ກວດກາ ແລະ ຢັ້ງຢືນ ດ້ານເນື້ອໃນ ເຫັນວ່າ ຄົບຖ້ວນ ແລະ ສົມບູນພໍສົມຄວນແລ້ວ. ເຖິງຢ່າງ ໃດກໍຕາມ, ນັບແຕ່ນີ້ ເຖິງມື້ດຳເນີນ ກອງປະຊຸມໃຫຍ່ຢ່າງເປັນທາງ ການ ໃນວັນທີ 30 ກັນຍາ 2025, ໃນນາມອະນຸກໍາມະການເນື້ອໃນ ພວກເຮົາ ຈະພ້ອມກັນສືບຕໍ່ເຮັດໜ້າ ທີ່ ແລະ ຄວາມຮັບຜິດຊອບຂອງ ຕົນໃຫ້ດີທີ່ສຸດ, ເຮັດໃຫ້ກອງປະຊຸມ ໃຫຍ່ຄັ້ງນີ້ ໂດຍສະເພາະດ້ານເນື້ອ ໃນ ໃຫ້ມີຄວາມລະອຽດ, ຄົບຖ້ວນ ແລະ ອຸດົມສົມບູນຫລາຍຂຶ້ນ, ປະ ກອບສ່ວນເຮັດໃຫ້ການດຳເນີນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະ ພັກ ຫສນຍ ຄັ້ງທີVI ໄດ້ຮັບຜົນ ສຳເລັດ ຢ່າງສະຫງ່າງາມ. ສະຫາຍ ເຂິງຄຳ ແກ້ວໜູຈັນ ຍັງໃຫ້ຮູ້ ກ່ຽວກັບຄວາມຄາດຫວັງ ຕໍ່ການຈັດຕັ້ງປະຕິບັດເນື້ອໃນ ກໍຄື ມະຕິກອງປະຊຸມໃຫຍ່ຜູ້ແທນອົງ ຄະນະພັກ ຫສນຍ ຄັ້ງທີ VI ໄລຍະ ປີ 2026-2030 ວ່າ: ແນ່ນອນ ໃນໄລຍະເວລາດັ່ງກ່າວເງື່ອນໄຂ ສະພາບການຂອງພາກພື້ນ, ສາກົນ ແລະ ພາຍໃນປະເທດ ແມ່ນມີທັງຂໍ້ ສະດວກ ແລະ ຂໍ້ຫຍຸ້ງຍາກຫລາຍ ປະການ ຊຶ່ງຈາກການກຳນົດຄາດ ໝາຍຕ່າງໆ ມາສົມທຽບໃສ່ກັບ ບົດຮຽນ, ປະສົບການ, ຄວາມຮູ້ ຄວາມສາມາດ ກໍຄືກໍາລັງແຮງ ສັງລວມພາຍໃນ ບວກກັບຄວາມ ສາມັກຄີເປັນປຶກແຜ່ນແໜ້ນໜາ ທົ່ວ ອົງຄະນະພັກ ຫສນຍ ແລະ ການ ອຸ້ມຊູຊ່ວຍເຫລືອ ຈາກພາກສ່ວນທີ່ ກ່ຽວຂ້ອງ, ຂ້າພະເຈົ້າເຊື່ອໝັ້ນວ່າ ພວກເຮົາຈະພ້ອມກັນອອກແຮງສູ້ ຊົນ ສາມາດຈັດຕັ້ງປະຕິບັດບັນດາ ເນື້ອໃນ ກໍຄືມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI ມີຜົນສຳເລັດຕາມຄາດໝາຍ ທີ່ກຳນົດໄວ້ເປັນຢ່າງດີ, ປະກອບ ສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດ ໃຫ້ສືບ ຕໍ່ຂະຫຍາຍຕົວບໍ່ຢຸດຢັ້ງ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ຂປລ. ທ່ານ ມະໄລທອງ ກົມມະ ສິດ ລັດຖະມົນຕີກະຊວງອຸດສາຫະ ກໍາ ແລະ ການຄ້າ (ອຄ) ທັງເປັນ ລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະ ຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 57 (57UI "&.) ໃນລະຫວ່າງວັນທີ 21-26 ກັນຍາ 2025 ທີ່ກົວລາລໍາເປີ, ປະເທດ ມາເລເຊຍ ພາຍໃຕ້ການເປັນປະ ທານຂອງ ທ່ານ 5FOHLV %BUVL 4FSJ 6UBNB ;BGSVM 5FOHLV "CEVM "[J[ ລັດຖະມົນຕີກະຊວງ ການຄ້າ, ການລົງທຶນ ແລະ ອຸດສາ ຫະກໍາ ມາເລເຊຍ, ມີບັນດາລັດຖະ ມົນຕີເສດຖະກິດ ຈາກປະເທດສະ ມາຊິກອາຊຽນ ແລະ ຕີມໍແລັດສະ ເຕ, ເລຂາທິການໃຫຍ່ອາຊຽນ, ບັນດາປະເທດຄູ່ເຈລະຈາ ແລະ ຄູ່ ຮ່ວມມືອາຊຽນ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເປັນກອງ ປະຊຸມປະຈຳປີ ຈັດຂຶ້ນເພື່ອປຶກສາ ຫາລື, ແລກປ່ຽນຄໍາຄິດເຫັນ ແລະ ຕິດຕາມຄວາມຄືບໜ້າ ຂອງແຜນ ງານການຮ່ວມມືຕ່າງໆ ພາຍໃຕ້ ເສົາຄໍ້າປະຊາຄົມເສດຖະກິດອາ ຊຽນ ເປັນຕົ້ນ ຄວາມຄືບໜ້າຂອງ ການຈັດຕັ້ງປະຕິບັດບັນດາແຜນ ວຽກບຸລິມະສິດເສດຖະກິດອາຊຽນ ຂປລ. ໃນວັນທີ 23 ກັນຍາ 2025, ສະຖາບັນການຕ່າງປະ ເທດ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະ ທູດແຫ່ງ ສາທາລະນະລັດ ຕວັກກີ ປະຈຳ ສປປ ລາວ ໃນນາມຕາງໜ້າ ກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ຕວັກກີ ຈັດພິທີ ມອບໃບຢັ້ງຢືນ ໃຫ້ນັກການທູດໜຸ່ມ ນ້ອຍ ຂອງ ສປປ ລາວ 45 ທ່ານ ຍິງ15ທ່ານຈາກກະຊວງການຕ່າງ ປະເທດ ແລະ ຄະນະພົວພັນຕ່າງປະ ເທດສູນກາງພັກ ໃນການຝຶກອົບຮົມ ພາຍໃຕ້ຫົວຂໍ້ “ບົດຮຽນການເຄື່ອນ ໄຫວການທູດເສດຖະກິດ ຂອງປະ ເທດຕວັກກີ ເຕັກນິກການເຈລະຈາ ການທູດສອງຝ່າຍ ແລະ ຫລາຍ ຝ່າຍ” ຜ່ານທາງອອນລາຍ ຈຸດປະ ສົງກໍເພື່ອຜັນຂະຫຍາຍກິດຈະກໍາ ຕ່າງໆ ພາຍໃຕ້ບົດບັນທຶກຄວາມ ເຂົ້າໃຈ ວ່າດ້ວຍການຮ່ວມມື ລະ ຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປລາວແລະ ກະຊວງການ ຕ່າງປະເທດແຫ່ງ ສາທາລະນະລັດ ຕວັກກີ ທີ່ໄດ້ລົງນາມຮ່ວມກັນ ໃນ ວັນທີ 5 ກຸມພາ 2024 ໃຫ້ເປັນຮູບ ປະທໍາ ແລະ ເພື່ອເປັນການເສີມຂະ ຫຍາຍການພົວພັນ ແລະ ການຮ່ວມ ມືລະຫວ່າງ ສອງສະຖາບັນກໍຄືກະ ຊວງການຕ່າງປະເທດລາວ ແລະ ກະຊວງການຕ່າງປະເທດຕວັກກີ. ພິທີປິດ ແລະ ມອບໃບຢັ້ງຢືນໃນ ຄັ້ງນີ້ ໂດຍການເປັນປະທານຮ່ວມ ຂອງ ທ່ານ ນາງ ວິທະຍາ ໄຊຍະວົງ ຫົວໜ້າສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ແລະ ທ່ານ ນາງ 0ZB :B[BS ເອກອັກ ຄະລັດຖະທູດ ແຫ່ງ ສາທາລະນະ ລັດຕວັກກີ ປະຈໍາ ສປປ ລາວ. ການ ຈັດຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ ເລີ່ມມາແຕ່ວັນທີ 17 ກຸມພາ 2025 ທີ່ຜ່ານມາ ເຊິ່ງໄດ້ຮັບຜົນສໍາເລັດ ເປັນຢ່າງດີ ໂດຍຜູ້ເຂົ້າຮ່ວມຝຶກອົບ ຮົມໄດ້ມີໂອກາດແລກປ່ຽນປະສົບ ການ ແລະ ບົດຮຽນດ້ານວິຊາສະ ເພາະກັບບັນດາຊ່ຽວຊານ ແລະ ນັກ ການທູດອາວຸໂສ ຈາກບັນດາກົມ ຂອງກະຊວງການຕ່າງປະເທດ ຕວັກກີ ກ່ຽວກັບການເຄື່ອນໄຫວ ການທູດເສດຖະກິດຂອງປະເທດ ຕວັກກີ ແລະ ເຕັກນິກການເຈລະຈາ ການທູດສອງຝ່າຍແລະຫລາຍຝ່າຍ ກໍຄືນະໂຍບາຍການຕ່າງປະເທດ ຂອງຕວັກກີຕໍ່ພາກພື້ນແລະສາກົນ; ການພົວພັນລະຫວ່າງ ຕວັກກີ ຕໍ່ ສປປ ລາວ ແລະ ອາຊີຕາເວັນອອກ ສຽງໃຕ້ ເຊິ່ງເປັນບົດຮຽນທີ່ສໍາຄັນ ແລະ ເປັນປະໂຫຍດໃຫ້ແກ່ຜູ້ເຂົ້າ ຮ່ວມ ເພື່ອຍົກລະດັບຄວາມຮູ້ໃນຂົງ ເຂດວຽກງານການຕ່າງປະເທດ ໂດຍສະເພາະນະໂຍບາຍການທູດ ເສດຖະກິດ ແລະ ທັກສະການເຈລະ ຈາຂອງປະເທດຕວັກກີ ພ້ອມທັງ ໄດ້ນໍາໄປໝູນໃຊ້ເຂົ້າໃນວຽກງານ ຕົວຈິງ ໃຫ້ມີປະສິດທິພາບ ແລະ ປະ ສິດທິຜົນຍິ່ງຂຶ້ນ. (1&%T) ພາຍໃຕ້ການເປັນປະ ທານຂອງມາເລເຊຍປີ2025;ການ ຈັດຕັ້ງປະຕິບັດບັນດາແຜນວຽກ ບຸລິມະສິດ ປະຈຳປີ 2025 ພາຍ ໃຕ້ເສົາຄໍ້າເສດຖະກິດອາຊຽນ; ແລກປ່ຽນຄໍາເຫັນຕໍ່ຂໍ້ສະເໜີ ແລະ ຜົນການຄົ້ນຄວ້າຂອງໜ່ວຍງານ ສະເພາະກິດ ທາງພູມສາດເສດຖະ ກິດ("4&"/(FPFDPOPNJDT 5BTL 'PSDF) ກ່ຽວກັບມາດຕະ ການແກ້ໄຂຜົນກະທົບທາງເສດ ຖະກິດໃນພາກພື້ນ; ການກະກຽມ ເຂົ້າເປັນສະມາຊິກອາຊຽນຂອງຕີມໍ ແລັດສະເຕ; ການຮ່ວມມືລະຫວ່າງ ອາຊຽນ ກັບບັນດາປະເທດຄູ່ຮ່ວມ ພັດທະນາ ແລະ ບັນຫາອື່ນໆ ທີ່ຕິດ ພັນກັບການເຊື່ອມໂຍງເສດຖະກິດ ໃນພາກພື້ນ ແລະ ສາກົນ. ກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ຮັບຮອງຫລາຍເອກະສານສຳ ຄັນ ອັນເປັນໝາກຜົນຂອງກອງປະ ຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 57 ແລະ ຈະຖືກນຳສະເໜີ ໃຫ້ ບັນດາຜູ້ນໍາອາຊຽນ ໄດ້ພິຈາລະນາ ແລະ ຮັບຮອງຢູ່ໃນກອງປະຊຸມສຸດ ຍອດຜູ້ນຳອາຊຽນ ຄັ້ງທີ 47 ທີ່ມີ ແຜນຈະຈັດຂຶ້ນໃນເດືອນຕຸລາ 2025 ທີ່ຈະມາເຖິງນີ້. ຂໍ້ມູນຂ່າວ: ກະຊວງ ອຄ
RkJQdWJsaXNoZXIy MTc3MTYxMQ==