7125

29/09/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ©“’ ž່າຕÊ່ Ž xu zj ko,k3I'lu g0Q k9exksv, lt|v'g0Q k75 ootrk[l6j 8ts]kf8j k'xtgmf 1.9000 38o ຂປລ. ດັ່ງທີ່ຮູ້ກັນດີແລ້ວວ່າ, ປະຊາຊົນລາວມີມູນເຊື້ອດຸໝັ່ນ ຂະຫຍັນໃນການປູກຝັງ-ລ້ຽງສັດ ເພື່ອສ້າງເສດຖະກິດຄອບຄົວໃຫ້ກຸ້ມ ຢູ່ກຸ້ມກິນຕາມແນວທາງນະໂຍບາຍ ພັກ-ລັດ ທີ່ຍາມໃດກໍໄດ້ເອົາໃຈໃສ່ ຊຸກຍູ້ສົ່ງເສີມ ເພື່ອຍົກລະດັບຊີວິດ ການເປັນຢູ່ຂອງປະຊາຊົນໃຫ້ຫລຸດ ພົ້ນຈາກຄວາມທຸກຍາກເທື່ອລະ ກ້າວ. ເມື່ອເວົ້າເຖິງການຜະລິດ ເຖິງຈະຕິດພັນກັບປະຊາຊົນມາຍາວ ນານ, ເມື່ອກ່ອນຍັງຜະລິດແບບ ປະຖົມປະຖານຍັງບໍ່ມີລັກສະນະ ວິທະຍາສາດ ແຕ່ມາດຽວນີ້ ການ ຜະລິດກະສິກໍາປູກຝັງ-ລ້ຽງສັດ ມີ ການນໍາໃຊ້ເຕັກນິກວິຊາການຫລາຍ ຂຶ້ນ ຈຶ່ງເຮັດໃຫ້ຜົນຜະລິດຂອງປະ ຊາຊົນໄດ້ຮັບໝາກຜົນດີສ້າງລາຍ ຮັບເຂົ້າຄອບຄົວຫລາຍລ້ານກີບ ຕໍ່ປີເຊັ່ນດຽວກັບນາງ ໃບມອນ ສຸນິລັນດອນ ປະຊາຊົນບ້ານຄັນ ມະກ່ອງ ເມືອງໄຊເສດຖາ ແຂວງ ອັດຕະປື ເປັນຄອບຄົວຕົວແບບໃນ ການສ້າງເສດຖະກິດຄອບຄົວດ້ວຍ ການເຮັດອາຊີບປູກຝັງ-ລ້ຽງສັດ ແບບປະສົມປະສານສາມາດສ້າງ x6 d/a '{]h P'la fc[[xtlq ,xtlko lh k']kpIa [ 200-300 ]h kodu [8xu + Œໍ້Ì ນາ‹ §‘‹ອŽ ລາຍຮັບເຂົ້າຄອບຄົວໄດ້ເປັນກອບ ເປັນກຳ, ສະເລ່ຍ 200- 300 ລ້ານ ກີບຕໍ່ປີ. ນາງ ໃບມອນ ສຸນິລັນດອນ ໃຫ້ ຮູ້ວ່າວ່າ: ຕົນເອງເປັນສະມາຊິກ ສະຫະພັນແມ່ຍິງບ້ານຄັນມະກ່ອງ ເມືອງໄຊເສດຖາ ແຂວງອັດຕະປື ໃນຄອບຄົວ ມີ 6 ຄົນ, ແຮງງານ ສົມບູນ 5 ຄົນ, ໃນເບື້ອງຕົ້ນໄດ້ ຖືເອົາອາຊີບເຮັດນາ, ປູກພືດຜັກ ເປັນຫລັກກໍພໍແຕ່ກຸ້ມກິນເຫລືອກິນ ເລັກນ້ອຍບໍ່ສາມາດສ້າງລາຍຮັບ ມາສູ່ຄອບຄົວໄດ້ເຮັດໃຫ້ຊີວິດການ ເປັນຢູ່ຝືດເຄືອງ ຈຶ່ງໄດ້ປຶກສາກັນ ໃນຄອບຄົວແລ້ວຈຶ່ງຕົກລົງກັນ ລອງເຮັດສວນຜັກຕື່ມ ຫລັງຈາກ ເຮັດແລ້ວນາ. ສຳລັບການປູກພືດຜັກສວນຄົວເປັນທ່າແຮງທີ່ຕົນເຄີຍ ເຮັດເປັນປະຈຳ, ຕົ້ນທຶນບໍ່ສູງ ຈຶ່ງ ຕັດສິນໃຈບຸກເບີກພື້ນທີ່ດິນວ່າງ ຂອງແມ່ເຖົ້າເຮັດເປັນສວນ, ເຈາະ ນໍ້າບາດານ ເພື່ອປູກພືດຜັກຂາຍ ສົ່ງຕະຫລາດ; ຜ່ານການປູກພືດ ຜັກໃນສວນເປັນເວລາ 3 ປີ ເຮັດ ໃຫ້ຄອບຄົວມີລາຍຮັບເພີ່ມຂຶ້ນ ແຕ່ ເນື່ອງຈາກທຶນຂອງຕົນເອງມີໜ້ອຍ, ດິນກໍ່ບໍ່ກວ້າງປານໃດ ຈຶ່ງເຮັດໃຫ້ ຜົນຜະລິດບໍ່ຫລາກຫລາຍ ບໍ່ສາມາດ ຕອບສະໜອງຄວາມຕ້ອງການ ຂອງສັງຄົມໄດ້ພຽງພໍ. ຈົນມາຮອດ ຂປລ.ໃນປີ 2024 ຜ່ານມານີ້, ໂຮງສີເຂົ້າບຸນຮຽງ ຫລື ໂຮງສີເຂົ້າ ຈໍາປາຫອມ ໄດ້ເອົາໃຈໃສ່ພັດທະນາ ເຂົ້າທີ່ມີຄຸນນະພາບສະໜອງໃຫ້ແກ່ ຕະຫລາດພາຍໃນນະຄອນຫລວງ ວຽງຈັນ ໃນນັ້ນ, ສາມາດສົ່ງຂາຍ ໄປທີ່ປະເທດແບນຊິກ-ຝຣັ່ງ 1.900 ໂຕນ ເຊິ່ງຜົນສຳເລັດດັ່ງກ່າວ ຍ້ອນ ການເອົາໃຈໃສ່ນຳພາ-ຊີ້ນຳຂອງ ພັກ-ລັດຖະບານ ກໍຄື ອົງຄະນະ ພັກນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງໃຫ້ການສະ ໜັບສະໜູນ. ຕາມການປະກອບຄຳເຫັນຂອງ ສະຫາຍ ນາງ ບຸນຮຽງ ພົມມີໄຊ ປະທານບໍລິສັດຈໍາປາຫອມການ ຄ້າຂາອອກ-ຂາເຂົ້າ ຈໍາກັດຕໍ່ກອງ ປະຊຸມໃຫຍ່ຜູ້ແທນອົງຄະນະພັກ ນະຄອນຫລວງວຽງຈັນ ຄັ້ງທີ VIII ທ້າຍອາທິດຜ່ານມາວ່າ: ຕົນໄດ້ ເລີ່ມກິດຈະການແຕ່ປີ 1996 ເປັນ ທຸລະກິດຄອບຄົວຂະໜາດນ້ອຍ ມີ ຄວາມອາດສາມາດໃນການສີເຂົ້າ ປະມານ400-500ກິໂລ ເຂົ້າເປືອກ ຕໍ່ຊົ່ວໂມງ, ແຕ່ຍັງບໍ່ທັນສາມາດຄັດ ແຍກເມັດເຂົ້າສານໃຫ້ມີຄຸນນະພາບ ຍ້ອນເຂົ້າເປືອກທີ່ຊື້ຈາກຊາວນາ ມີຄວາມເຈືອປົນສູງດ້ວຍຫລາຍ ແນວພັນມາເຖິງໄລຍະປີ 20082018 ໄດ້ພັດທະນາຮູບແບບ ແລະ ວິທີການຜະລິດ ຈຶ່ງສາມາດຍົກ ລະດັບການຜະລິດເຂົ້າສານທີ່ມີ ຄຸນນະພາບ ແລະ ສາມາດນໍາສະເໜີ ເປັນຜະລິດຕະພັນເຂົ້າທີ່ມີກາໝາຍ “ຈໍາປາຫອມ”. ຫລັງຈາກນັ້ນ, ໄດ້ມີການສົ່ງເສີມຊາວນາ 413 ຄອບຄົວ, ສະໜອງແນວພັນເຂົ້າ ປັບປຸງ (ທ່າດອກຄໍາ) ສົມທົບກັບ ການເພີ່ມຂະໜາດເຄື່ອງຈັກໂຮງ ສີຈາກຂະໜາດນ້ອຍເປັນຂະໜາດ ກາງໂຮງອົບ ເຄື່ອງຄັດແຍກສິ່ງ ເຈື່ອປົນ ເພື່ອຜົນຜະລິດເຂົ້າເປືອກ ແລະ ເຂົ້າສານທີ່ມີຄຸນນະພາບສູງ ມີເຕົາອົບກໍາລັງການຜະລິດ 12 ໂຕນ ຄັ້ງ ສາມາດສະໜອງເຂົ້າ ສານຈໍາໜ່າຍອອກຕະຫລາດ ດ້ວຍ ຂະໜາດຖົງລະ 12 ກິໂລ ແລະ 48 ກິໂລ ມີຫລາຍຊະນິດແນວພັນເຂົ້າ ເຊັ່ນ: ເຂົ້າຈ້າວຫອມ, ເຂົ້າໜຽວໄກ່ ນ້ອຍ, ເຂົ້າຈ້າວຫອມເມືອງໝອກ ແລະ ເຂົ້າຮາງໄກ່ນ້ອຍ ມີຂະໜາດ ບັນຈຸເລີ່ມ 0,5-5 ກິໂລ ອອກສູ່ ຕະຫລາດພາຍໃນນະຄອນຫລວງ ວຽງຈັນ. ມາຮອດໄລຍະປີ 20192020 ໄດ້ພັດທະນາ ແລະ ຍົກ ລະດັບການສີເຂົ້າຂຶ້ນຕື່ມອີກ ໂດຍ ໄດ້ຮັບການຊ່ວຍເຫລືອຈາກຫລາຍ ພາກສ່ວນ (ໂຄງການ) ເປັນຕົ້ນ ແມ່ນໂຄງການຊ່ວຍເຫລືອພາກ ທຸລະກິດ ໄລຍະ II ໂຄງການ '"# ທາງດ້ານເຕັກນິກ, ການອອກແບບ ຜະລິດຕະພັນການອອກແບບລະບົບ ສາງ, ການນໍາໃຊ້ວັດຖຸດິບ ແລະ ລະບົບການເຮັດວຽກ, ການອອກ ແບບຫຸ້ມຫໍ່ຝຶກອົບຮົມ (.1 ແລະ ການວາງແຜນ ເຊິ່ງໄດ້ຮັບທຶນ 4.& ຈໍານວນ 2 ຄັ້ງ. ນອກຈາກ ນີ້, ຍັງໄດ້ຮັບທຶນຖົມຂຸມດອກເບ້ຍ ຂອງລັດຖະບານໃນການຍ້າຍຈຸດທີ່ ຕັ້ງຂອງໂຮງສີ. ມາຮອດປີ 2024 ຜ່ານມາສາມາດສົ່ງອອກເຂົ້າສານ ໄປຕ່າງປະເທດໄດ້ສໍາເລັດເຊັ່ນ: ປະ ເທດແບນຊິກ 1.500 ໂຕນ ແລະ ປະເທດຝຣັ່ງ 400 ໂຕນ. ສະຫາຍ ນາງ ບຸນຮຽງ ພົມມີໄຊ ກ່າວຕື່ມວ່າ: ຜ່ານການຊຸກຍູ້ສົ່ງເສີມ ກຸ່ມປູກເຂົ້າຂອງບໍລິສັດ ຈໍາປາຫອມ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດ ເຫັນວ່າມີບາດກ້າວຂະຫຍາຍຕົວ ແລະ ເຂັ້ມແຂງຫລາຍຂຶ້ນກວ່າ ເກົ່າ. ປັດຈຸບັນປະກອບມີ 2 ກຸ່ມ ຄື: ກຸ່ມການຜະລິດເຂົ້າເປັນສິນຄ້າ. ໃນນັ້ນ, ມີບ້ານດອນວັງໂພ, ບ້ານ ດຸງ, ບ້ານໂດນ, ທ່າເດື່ອສິງຫອມ, ດົງກະລຶມ, ບ້ານພ້າວ. ກຸ່ມຜະລິດ ແນວພັນເຂົ້າລຸ້ນ 3 ມີບ້ານທ່າເດື່ອ ສິງຫອມ, ພູຄໍາ, ລາດຄວາຍ, ທ່າ ສະຫວ່າງ ແລະ ບ້ານແກ້ງໄຄ, ມີ ສະມາຊິກຊາວນາ ທັງໝົດ 370 ກວ່າຄອບຄົວ, ມີເນື້ອທີ່ 740 ກວ່າ ເຮັກຕາ, ຜົນຜະລິດກວ່າ 3.340 ໂຕນ. ໃນນັ້ນ, ນາປີ 390 ກວ່າ ເຮັກຕາ ແລະ ນາແຊງ 350 ເຮັກຕາ. ແນວໃດກໍດີ, ໃນອະນາຄົດອັນ ໃກ້ຄາດວ່າຈະໄດ້ຮັບການຢັ້ງຢືນ ມາດຕະຖານ (.1 ຖ້າແຜນດັ່ງ ກ່າວເປັນຈິງຈະເພີ່ມກໍາໄລຂຶ້ນ ແລະ ສະໜອງເຂົ້າທີ່ມີຄຸນນະພາບສູງ ອອກສູ່ຕະຫລາດພາຍໃນ ແລະ ຕ່າງປະເທດ ຈະໄດ້ກະຈາຍຜົນກໍາ ໄລໃຫ້ແກ່ກຸ່ມຜະລິດເຂົ້າ, ສົ່ງເສີມ ການຜະລິດເຂົ້າເປືອກທີ່ມີຄຸນນະ ພາບສູງໃຫ້ຫລາຍຂຶ້ນ, ເພີ່ມກໍາ ລັງການຜະລິດຂຶ້ນເປັນ 6 ໂຕນ ຊົ່ວໂມງ (ຈາກແຕ່ກ່ອນ 1,5 ໂຕນ ຊົ່ວໂມງ), ໂຮງອົບ 42 ໂຕນ ຊົ່ວໂມງ (ຈາກແຕ່ກ່ອນ 12 ໂຕນ ຊົ່ວໂມງ), ຈັດຊື້ເຂົ້າ ເປືອກ 43.200 ໂຕນ ໂດຍຊື້ຈາກ ກຸ່ມຊາວນາທີ່ໂຮງສີໄດ້ສົ່ງເສີມ ກວມເອົາສັດສ່ວນ 50%. ໃນນັ້ນ, ເຂົ້າສານທີ່ສີອອກມາແລ້ວ 60% ຈະເປັນເຂົ້າປົນ ແລະ 40% ຈະ ເປັນເຂົ້າຄັດຄຸນນະພາບ ເຊິ່ງ 50% ຂອງເຂົ້າຄັດຄຸນນະພາບນັ້ນ ໄດ້ຖືກ ບັນຈຸ ແລະ ຂາຍພາຍໃຕ້ກາໝາຍ ຈໍາປາຫອມ. ມາລ້ຽງຕື່ມ. ມາຮອດ ປີ 2021 ເນື່ອງຈາກການປູກ, ການລ້ຽງໄດ້ ຂະຫຍາຍຫລາຍເຮັດໃຫ້ນໍ້າບໍ່ພຽງພໍ ຈຶ່ງໄດ້ເຈາະນໍ້າບາດານໃຊ້ໂຊລາ ເຊວ ໂດຍໃຊ້ງົບປະມານ 27 ລ້ານ ກີບ, ມາຮອດປັດຈຸບັນມີສວນປູກພືດ ຜັກ 2 ສວນ, ສວນທີ 1: ຢູ່ໃນບ້ານ ແລະ ສວນທີ 2 ຢູ່ນາ ໃນແຕ່ລະ ວັນສາມາດຂາຍພືດຜັກທັງສອງ ສວນໄດ້ປະມານ 1 ລ້ານກວ່າກີບ, ຂາຍເປັດ, ໄກ່ ເດືອນລະປະມານ 10 ລ້ານກວ່າກີບ, ຂາຍແບ້, ງົວ, ຄວາຍ ປີລະ 50-100 ລ້ານກີບ ສະເລ່ຍລາຍຮັບຕໍ່ປີຕົກຢູ່ປະມານ 200-300 ລ້ານກີບ. ທ່ານນາງ ໃບມອນສຸນິລັນດອນ ໄດ້ໃຫ້ຮູ້ຕື່ມວ່າ: ມາຮອດຕອນນີ້ ຄອບຄົວຂອງຕົນເອງຖືວ່າມີຢູ່ມີ ກິນສາມາດຄໍ້າປະກັນຊີວິດການ ເປັນຢູ່ໄດ້ໃນລະດັບດີສົມຄວນ ເຊິ່ງ ທັງໝົດເກີດຈາກການນໍາພາຂອງ ການຈັດຕັ້ງທີ່ກ່ຽວຂ້ອງບວກກັບ ຄວາມອົດທົນປະຢັດດຸໝັ້ນຂອງ ຄົນພາຍໃນຄອບຄົວ ຈຶ່ງສາມາດ ເຮັດໃຫ້ການປູກຝັງ-ລ້ຽງສັດແບບ ປະສົມປະສານເປັນການພັດທະນາ ເສດຖະກິດ-ສັງຄົມໜຶ່ງທີ່ສ້າງ ລາຍຮັບໃຫ້ແກ່ຄອບຄົວທັງເປັນ ການປະກອບສ່ວນຈັດຕັ້ງປະຕິບັດ ແຜນຍຸດທະສາດລຶບລ້າງຄວາມ ທຸກຍາກ, ເສີມຂະຫຍາຍມູນເຊື້ອ ຄວາມດຸໝັ່ນຂະຫຍັນພຽນຂອງແມ່ ຍິງໃຫ້ຄົງຢູ່ກັບແມ່ຍິງລາວບັນດາ ເຜົ່າຕະຫລອດໄປ. ປີ 2015 ໂດຍອີງໃສ່ແນວທາງ ນະໂຍບາຍຂອງຄະນະພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ, ແຜນພັດທະນາແມ່ ຍິງ ເມືອງໄຊເສດຖາ ກ່ຽວກັບການ ສົ່ງເສີມການຜະລິດກະສິກຳເປັນ ສິນຄ້າ, ສ້າງລາຍຮັບທີ່ໝັ້ນຄົງໃຫ້ ຄອບຄົວ, ສ້າງຄວາມເຂັ້ມແຂງດ້ານ ການເງິນ ເພື່ອພັດທະນາຕົນເອງ ແລະ ຄອບຄົວ ຕາມຄໍາຂັວນແມ່ ຍິງ 3 ດີ ແລະ ແຜນການລຶບລ້າງ ຄວາມທຸກຍາກຂອງເມືອງໄຊເສດ ຖາ ບວກກັບຄວາມເອົາໃຈໃສ່ດຸໝັ່ນ ຂະຫຍັນພຽນ ແລະ ອົດທົນເຮັດ ໃຫ້ມີຜົນຜະລິດຫລາກຫລາຍ ແລະ ເພີ່ມຂຶ້ນ ເຊັ່ນ: ມີເຂົ້າ, ສວນຜັກ, ສັດລ້ຽງທີ່ເປັນທ່າແຮງໃນການ ສ້າງລາຍຮັບໃຫ້ແກ່ຄອບຄົວຂອງ ຕົນ, ເຮັດໃຫ້ຊີວິດການເປັນຢູ່ນັບມື້ ດີຂຶ້ນສາມາດມີລາຍຮັບປົກກະຕິ, ມີ ທຶນສະສົມຈຳນວນໜຶ່ງ, ຕໍ່ມາຈຶ່ງໄດ້ ຕັດສິນໃຈນໍາເອົາເງິນທຶນຈໍານວນ ໜຶ່ງທີ່ສະສົມມາ 12 ລ້ານກີບ ໄປ ເຈາະນໍ້າບາດານຢູ່ນາ ເພື່ອປູກພືດ ຜັກໃນລະດູແລ້ງ, ລ້ຽງເປັດ-ໄກ່, ງົວ ແລະ ຄວາຍຢູ່ນາເລີຍຕໍ່ມາເຫັນ ວ່າຕະຫລາດ ມີຄວາມຕ້ອງການ ສູງ, ຈຶ່ງໄດ້ປູກໝາກໂມ ແລະ ຊື້ແບ້

RkJQdWJsaXNoZXIy MTc3MTYxMQ==