gsfdko{dkora fmtok xtgmf]k; ( 26/09/2025 dj 5 ,]h P'\6 16 j g,n v'w-pt[6 ]u lt\v'|6 .sh 8ts]kfwfh 5.600 d;j k388= j xu ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ເມືອງໄຊຍະ ບູລີ ແຂວງໄຊຍະບູລີ ຈັດກອງປະ ຊຸມປັບປຸງກຸ່ມລ້ຽງໝູເປັນສິນຄ້າ ຊຸດທີ I I I ໃນວັນທີ 23 ກັນຍາ 2025 ທີ່ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໂດຍການ ເປັນປະທານຂອງ ທ່ານ ສົມຈິດ ຮັງເຊັງຊົວ ຮອງປະທານຄະນະ ກຳມະການປົກຄອງ ເມືອງໄຊຍະ ບູລີ, ມີຜູ້ຕາງໜ້າຈາກພະແນກກະ ສິກຳ ແລະ ສິ່ງແວດລ້ອມແຂວງ, ພະແນກອຸດສາຫະກຳ ແລະ ການ ຄ້າແຂວງ ພ້ອມດ້ວຍຫ້ອງການ, ຄະນະກຸ່ມລ້ຽງໝູ ແລະ ສະມາຊິກ ກຸ່ມລ້ຽງໝູເຂົ້າຮ່ວມ. ທ່ານ ບຸນຈັນ ໂພທິລັກ ປະທານ ຄະນະກຸ່ມລ້ຽງໝູ ໄດ້ສະຫລຸບ ການເຄື່ອນໄຫວຂອງກຸ່ມລ້ຽງໝູ ໃນໄລຍະຜ່ານມາ ແລະ ທິດທາງ ແຜນການໃນຕໍ່ໜ້າວ່າ: ກຸ່ມລ້ຽງໝູ ld0 c0;';P'9a o xk4tdt4k ;a o-kfs;Pfok, 7q [Iv[ 50 xu ຂປລ . ແຫລ່ງ ຂ່າ ວຈ າ ກ ແຂວງວຽງຈັນ ໃຫ້ຮູ້ວ່າ: ບັນດາ ພະນັກງານ-ລັດຖະກອນ ພະແນກ ສຶກສາທິການ ແລະ ກິລາແຂວງ (ສກຂ) ແຂວງວຽງຈັນ ໄດ້ເຊື່ອມ ຊຶມກ່ຽວກັບວັນຊາດ ສສ ຫວຽດ ນາມ ຄົບຮອບ 80 ປີ (2 ກັນຍາ 1945-2 ກັນຍາ 2025) ໃນ ວັນທີ 23 ກັນຍາ 2025 ເພື່ອເປັນ ການເສີມຂະຫຍາຍຄວາມເຂົ້າໃຈ ກ່ຽວກັບຄວາມໝາຍຄວາມສຳຄັນ ຂອງວັນຊາດ ສສ ຫວຽດນາມ ແລະ ການຕໍ່ສູ້ອັນຍືດເຍື້ອຍາວນານຂອງ ປະຊາຊົນຫວຽດນາມ, ພ້ອມທັງ ສະແດງໃຫ້ເຫັນເຖິງຄວາມສຳຄັນ ຂອງການຮຽນຮູ້ປະຫວັດສາດ ແລະ ການຮັກສາສາຍພົວພັນທີ່ດີ ລະຫວ່າງປະເທດທີ່ມີການເຊື່ອມ dkoxh v'da odv'xt-5 ,.spj vq '7totra d c0;'s];'rt[k' ,u 7;k,rh v, 100% ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ກອງ ບັນຊາການທະຫານແຂວງຫລວງ ພະບາງ ຈັດກອງປະຊຸມກວດກາ ຄວາມພ້ອມວຽກງານປ້ອງກັນ ກອງປະຊຸມໃຫຍ່ ຄັ້ງທີ lX ຜູ້ແທນ ອົງຄະນະພັກ ແຂວງຫລວງພະ ບາງ ໃນວັນທີ 23 ກັນຍາ 2025 ໂດຍການເປັນປະທານຮ່ວມຂອງ ພົນຈັດຕະວາ ສິວິໄຊ ເພັງສັນຕິສຸກ ກໍາມະການພັກແຂວງ, ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງຫລວງພະບາງ, ທ່ານ ພົນ ຈັດຕະວາ ຕູ້ຊົ່ງ ປັດໃຈ ກຳມະການ ພັກແຂວງ, ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ ຫລວງພະບາງ, ມີຄະນະພັກ-ຄະນະ ບັນຊາອົງການ, ພະແນກການ ແລະ ໜ່ວຍງານກ່ຽວຂ້ອງທັງສອງກຳ ລັງເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ພັນເອກ ຄຳສອນ ໂພທິວັນ ຮອງຫົວໜ້າ ກອງບັນຊາການ, ຫົວໜ້າຫ້ອງ ເສນາທິການກອງບັນຊາການທະ ຫານແຂວງ ໄດ້ຜ່ານແຜນການ ເຄື່ອນໄຫວປ້ອງກັນກອງປະຊຸມ ໃຫຍ່ ຄັ້ງທີ IX ຜູ້ແທນຂອງ ອົງຄະນະພັກ ແຂວງຫລວງພະບາງ ໂດຍຕີລາຄາສະພາບລວມຂອງ ສະພາບສັດຕູ ແລະ ກຸ່ມຄົນທີ່ບໍ່ຫວັງ ດີ, ສະພາບປະຊາຊົນ ຢູ່ພາຍໃນ ແຂວງ, ພ້ອມທັງລາຍງານຄວາມ ພ້ອມການປ້ອງກັນໄລຍະການ ກະກຽມກອງປະຊຸມ, ໄລຍະການ ດໍາເນີນກອງປະຊຸມ ແລະ ໄລຍະສໍາ ເລັດກອງປະຊຸມ ໃນນັ້ນ, ປະກອບມີ ໂຍງທາງປະຫວັດສາດຂອງລາວ ແລະ ຫວຽດນາມ. ການປາຖະກະຖາໃນຄັ້ງນີ້, ກໍ ເພື່ອເຮັດໃຫ້ພະນັກງານ-ລັດຖະ ກອນ ເຂົ້າໃຈຄວາມໝາຍຄວາມ ສຳຄັນຂອງວັນຊາດຫວຽດນາມ ແລະ ການຕໍ່ສູ້ອັນຍືດເຍື້ອຍາວຂອງ ປະຊາຊົນຫວຽດນາມ, ເພື່ອເປັນ ການສ້າງຄວາມເຂັ້ມແຂງໃຫ້ແກ່ ສາຍພົວພັນອັນດີເດັ່ນ ລະຫວ່າງ ສອງປະເທດ ໂດຍສະເພາະ ໃນ ຂົງເຂດການສຶກສາ ແລະ ກິລາ, ເພື່ອນຳເອົາບົດຮຽນຈາກການ ປະຕິວັດຫວຽດນາມ ມາປະຍຸກໃຊ້ ໃນການພັດທະນາຂະແໜງການ ສຶກສາ-ກິລາຂອງແຂວງ, ເພື່ອ ສ້າງໂອກາດໃຫ້ພະນັກງານໄດ້ ແລກປ່ຽນຄວາມຮູ້ ແລະ ເຊື່ອມ ໂຍງສາຍສຳພັນ, ເພື່ອເປັນການ ກະຕຸ້ນໃຫ້ພະນັກງານມີຈິດສຳນຶກ ຮັກຊາດ ແລະ ຮັບຜິດຊອບຕໍ່ການ ພັດທະນາປະເທດຊາດ. ນອກຈາກ ນີ້, ຍັງເປັນການສະແດງໃຫ້ເຫັນ ເຖິງຄວາມສຳຄັນ ຂອງການຮຽນ ຮູ້ປະຫວັດສາດ ແລະ ການຮັກສາ ສາຍພົວພັນທີ່ດີ ລະຫວ່າງປະເທດທີ່ ມີການເຊື່ອມໂຍງທາງປະຫວັດສາດ ຂອງລາວ ແລະ ຫວຽດນາມ ອີກ ດ້ວຍ. ໃນພິທີ, ທ່ານ ຄຳຜາ ພິມມະ ສອນ ໄດ້ເລົ່າຄືນກ່ຽວກັບຄວາມ ໝາຍຂອງການປະຕິວັດເດືອນ ສິງຫາ 1945 ຢູ່ ສສ ຫວຽດນາມ, ພ້ອມທັງຜົນງານ 80 ປີແຫ່ງ ການກໍ່ສ້າງ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຫວຽດນາມ. ນອກຈາກນີ້, ຍັງສະເໜີໃຫ້ເຫັນເຖິງ ມູນເຊືື້ອ, ຜົນງານຂອງການພົວພັນ ຮ່ວມມືແບບພິເສດ ຫວຽດນາມລາວ ໃນຊຸມປີຜ່ານມາ ແລະ ບາງ ຂໍ້ກຳນົດທິດທາງ ກ່ຽວກັບການ ພົວພັນຮ່ວມມື ຫວຽດນາມ-ລາວ ໃນໄລຍະຕໍ່ໜ້າ. ໃນໂອກາດດັ່ງກ່າວນີ້, ທ່ານ ຄຳຜາ ພິມມະສອນ ຍັງໄດ້ນຳເອົາ ອຸປະກອນຮັບໃຊ້ຫ້ອງການ ມອບໃຫ້ ພະແນກສຶກສາທິການ ແລະ ກິລາ ແຂວງ ປະກອບມີ: ຄອມພິວເຕີ ຕັ້ງໂຕະ 1 ໜ່ວຍ, ປຶ້ມຂຽນ 500 ຫົວ, ບານເຕະ 10 ໜ່ວຍ, ບານ ສົ່ງ 5 ໜ່ວຍ ແລະ ກະຕໍ້ 10 ໜ່ວຍ ເພື່ອເປັນການໃຫ້ຄວາມສຳຄັນຕໍ່ ການພັດທະນາດ້ານການສຶກສາ ແລະ ກິລາ ຊຶ່ງເປັນແກນສຳຄັນໃນ ການສ້າງຊັບພະຍາກອນມະນຸດ ແລະ ສອດຄ່ອງກັບຍຸດທະສາດ ການພັດທະນາຂອງ ສປປ ລາວ ໃນ ການກໍ່ສ້າງຊັບພະຍາກອນມະນຸດທີ່ ມີຄຸນນະພາບຮອບດ້ານ. ຂ່າວ: ສີສົມໄຊ, ພາບ: ກິນນາ ລອນ ຄາດໝາຍສູ້ຊົນ, ໜ້າທີ່ລວມ, ຄາດ ກະກໍລະນີທີ່ຈະເກີດຂຶ້ນ, ວິທີສະກັດ ກັ້ນ ແລະ ວິທີການແກ້ໄຂ, ການກໍາ ນົດຂອບເຂດພື້ນທີ່ຮັບຜິດຊອບ ແລະ ເປົ້າໝາຍປ້ອງກັນ, ການຈັດຕັ້ງນໍາໃຊ້ກໍາລັງພົນ ແລະ ພາຫະນະ ເຄື່ອນໄຫວປ້ອງກັນວົງໃນ-ວົງ ນອກ, ການນໍາໃຊ້ງົບປະມານ ແລະ ອື່ນໆທີ່ຈໍາເປັນໂດຍລວມທັງສອງ ກຳລັງແມ່ນມີຄວາມພ້ອມແລ້ວ 100%. ໂອກາດນີ້, ທ່ານ ພົນຈັດຕະວາ ສິວິໄຊ ເພັງສັນຕິສຸກ ຍັງໄດ້ຮຽກ ຮ້ອງໃຫ້ຄະນະພັກ-ຄະນະບັນຊາໃນ ແຕ່ລະຂັ້ນເພີ່ມທະວີສຶກສາອົບຮົມ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫລວດ ຮັບຮູ້ກໍາແໜ້ນພາລະ ບົດບາດ ແລະ ໜ້າທີ່ການເມືອງ ຂອງຕົນ, ຍົກສູງນໍ້າໃຈເສຍສະລະ ເພື່ອປະເທດຊາດ, ຮັບປະກັນເຮັດ ໃຫ້ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ຜູ້ແທນອົງຄະນະພັກ ແຂວງຫລວງພະບາງ ມີຄວາມ ສະຫງົບປອດໄພ ແລະ ຂອບເຂດ ຮັບຜິດຊອບ ມີຄວາມເປັນລະບຽບ ຮຽບຮ້ອຍ ແລະ ເພື່ອເຮັດໃຫ້ກອງ ປະຊຸມໃນຄັ້ງນີ້ ໄດ້ຮັບໝາກຜົນສູງ. ຂ່າວ: ສົມພອນ ສຸວັນທອນ ຢູ່ພາຍໃນເມືອງໄຊຍະບູລີ ໄດ້ສ້າງ ຕັ້ງຂຶ້ນ ຖືກຕ້ອງຕາມແນວທາງນະ ໂຍບາຍ ຂອງພັກ-ລັດ, ພາຍໃຕ້ ການນຳພາ-ຊີ້ນໍາໂດຍກົງ ຂອງ ຄະນະປະຈຳພັກ ເມືອງໄຊຍະບູລີ ແລະ ຫ້ອງການກະສິກຳ ແລະ ສິ່ງ ແວດລ້ອມ ເມືອງໄຊຍະບູລີ, ເຊິ່ງ ປະກອບມີການຈັດຕັ້ງຄົບຊຸດ ເພື່ອ ແນໃສ່ເຮັດໃຫ້ປະຊາຊົນຫລຸດພົ້ນ ອອກຈາກຄວາມທຸກຍາກ, ສ້າງ ວຽກວຽກເຮັດງານທໍາໃຫ້ພໍ່ແມ່ ປະຊາຊົນເພື່ອຫລຸດຜ່ອນໃນການໄປ ອອກແຮງງານຢູ່ຕ່າງປະເທດ ແລະ ສ້າງລາຍຮັບໃຫ້ຄອບຄົວດ້ວຍການ ລ້ຽງໝູເປັນສິນຄ້າຕາມແນວທາງ ນະໂຍບາຍຂອງຂັ້ນເທິງໃນການ ຜະລິດພາຍໃນໃຫ້ກຸ້ມຕົນເອງ ແລະ ຫລຸດຜ່ອນການນໍາເຂົ້າປະເພດໝູ ຈາກຕ່າງແຂວງ ແລະ ຕ່າງປະເທດ. ໃນປີ 2018 ຜູ້ລ້ຽງໝູ ໄດ້ ເຂົ້າຮ່ວມກອງປະຊຸມປັບປຸງກຸ່ມ ລ້ຽງໝູຊຸດທີ II ຢູ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊຍະບູລີ ໂດຍ ມີສະມາຊິກລ້ຽງໝູເຂົ້າຮ່ວມ 38 ຄອບຄົວ ເພື່ອສ້າງເອກະສານ ລະບຽບການຂອງກຸ່ມລ້ຽງໝູເປັນ ສິນຄ້າ ຂອງເມືອງໄຊຍະບູລີ, ແຕ່ກໍ ໄດ້ຈັດຕັ້ງເຄື່ອນໄຫວໄລຍະສັ້ນໆ, ໃນປີ 2019 ໄດ້ມີການລະບາດ ພະຍາດໂຄວິດ-19 ແລະ ການ ລະບາດຂອງພະຍາດອະຫິວາໝູ ອາຟຣິກກາລະບາດ ເຮັດໃຫ້ການ ລ້ຽງໝູໃນໄລຍະນັ້ນ ສະມາຊິກຜູ້ ລ້ຽງໝູຫລຸດໜ້ອຍຖອຍລົງ, ຈົນ ມາເຖິງປີ 2021 ທາງອໍານາດ ການປົກຄອງຂອງແຂວງ ຈຶ່ງໄດ້ ຍາດແຍ່ງເອົາແຫລ່ງທຶນມາໃຫ້ ເມືອງໄຊຍະບູລີ, ກໍຄືກອງທຶນບ້ານ ສາມັກຄີແນວລາວສ້າງຊາດ ບ້ານ ນໍ້າຕວນ, ຫລັງຈາກນັ້ນການລ້ຽງ ໝູຂອງປະຊາຊົນຢູ່ພາຍໃນເມືອງ ໄຊຍະບູລີ ກໍມີການລ້ຽງໝູເພີ່ມຂຶ້ນ. ທ່ານ ບຸນຈັນ ໂພທິລັກ ກ່າວ ຕື່ມວ່າ: ປັດຈຸບັນມີສະມາຊິກລ້ຽງ ໝູ 58 ຄອບຄົວ ມີໝູ 2.558 ໂຕ ໃນນັ້ນ, ມີໝູພໍ່ພັນ 22 ໂຕ, ໝູແມ່ ພັນ 342 ໂຕ, ໝູນ້ອຍເກີດໃໝ່ 261 ໂຕ, ໝູອະນຸບານ 471 ໂຕ, ໝູຮຸ່ນນໍ້າໜັກ 15-30 ກິໂລກຣາມ 509 ໂຕ; ໝູຮຸ່ນນໍ້າໜັກ 3060 ກິໂລກຣາມ 582 ໂຕ, ໝູ ຮຸ່ນນໍ້າໜັກ 60 ກິໂລກຣາມຂຶ້ນ ໄປ 371 ໂຕ ສະເລ່ຍສະໜອງ ໝູໃຫ້ຕະຫລາດໄດ້ 474 ໂຕຕໍ່ ເດືອນ, ສະເລ່ຍ 1 ປີ ສະໜອງໝູ ໃຫ້ຕະຫລາດໄດ້ 5.688 ໂຕຕໍ່ປີ. ໃນກອງປະຊຸມ, ຍັງໄດ້ປ່ອນບັດ ຄັດເລືອກເອົາຄະນະກຸ່ມລ້ຽງໝູຊຸດ ໃໝ່ ເຊິ່ງໄດ້ເປັນເອກະພາບເລືອກ ເອົາທ່ານ ບຸນຈັນ ໂພທິລັກ ເປັນ ປະທານກຸ່ມ, ທ່ານ ບຸນທຽນ ວົງ ລັດ ແລະ ທ່ານ ນາງ ຄຳມູນ ພຸດ ຫລຽນທອງ ເປັນຮອງປະທານກຸ່ມ. ຂ່າວ-ພາບ: ສົມພົງ ສີສະຫວັດ xt-k-q o[h koskfpk wfh Ia [dkorq j o1k0h kp5 ' c]t 1k0h k|vooEp5 ']kp ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ພິທີແຈກ ຢາຍຊາຍອາເບສ ຫລື ຢາທຳລາຍ ໜອນນໍ້າ ແລະ ພົ່ນຢາຂ້າຍຸງລາຍ ໃຫ້ປະຊາຊົນ ບ້ານຫາດຍາ ເມືອງ ປາກອູ ແຂວງຫລວງພະບາງ ຈັດ ຂຶ້ນໃນວັນທີ 22 ກັນຍາ 2025 ໂດຍມີ ທ່ານ ຕຸ້ຍແກ້ວ ໄຊຍະສານ ຫົວໜ້າໂຄງການກູດເນເບີລາວ (Good Neighbors Laos) ປະຈຳເມືອງປາກອູ ພ້ອມດ້ວຍ ຄະນະນຳ ຫ້ອງການສາທາລະນະ ສຸກເມືອງ ແລະ ປະຊາຊົນບ້ານຫາດ ຍາ ເຂົ້າຮ່ວມ. ທ່ານ ຕຸ້ຍແກ້ວ ໄຊຍະສານ ກ່າວ ວ່າ: ໂຄງການກູດເນເບີລາວ ໄດ້ ຮັບການຊ່ວຍເຫລືອຈາກປະເທດ ສາທາລະນະລັດເກົາຫລີ ເລີ່ມຈັດຕັ້ງ ປະຕິບັດວຽກງານ ຢູ່ເມືອງປາກອູ ແຕ່ປີ 2022 ໂດຍສ້າງຄວາມເຂັ້ມ ແຂງໃຫ້ແມ່ຍິງ ແລະ ເດັກນ້ອຍ ດ້ານໂພຊະນາການ, ວຽກງານສຸ ຂະນາໄມ, ໃຫ້ທຶນກໍ່ສ້າງນໍ້າລິນ, ປັບປຸງສຸກສາລາ ຕິດພັນກັບການ ຮັກສາສິ່ງແວດລ້ອມ ແລະ ອື່ນໆ. ສຳລັບການແຈກຢາຍ ຢາທຳລາຍ ໜອນນໍ້າ ແລະ ພົ່ນຢາຂ້າຍຸງລາຍ ໃຫ້ປະຊາຊົນໃນຄັ້ງນີ້ ໄດ້ກຳນົດ ເອົາ 13 ບ້ານເປົ້າໝາຍ ຄື: ຫາດ ຍາ, ຫ້ວຍມາດ, ລາດກອກ, ຫາດ ຊວາ, ບ້ານຝາຍ, ຄົກແສງສຸລິຍາ, ຊ່າງໄຫ, ຫາດປາງ, ຫ້ວຍຄໍ້, ຫາດ ຄໍ້, ປາກອູ, ຫ້ວຍໂລ ແລະ ບ້ານຫາດ ຂາມ ເພື່ອເປັນການທຳລາຍແຫລ່ງ ເພາະພັນຂອງໜອນນໍ້າຍຸງລາຍ ທີ່ ມັກເກີດຂຶ້ນໃນລະດູຝົນ, ທັງສ້າງ ຄວາມເຂັ້ມແຂງໃຫ້ແກ່ການຮັກສາ ສຸຂະພາບແມ່ ແລະ ເດັກ, ປັບປຸງ ໂພຊະນາການ ແລະ ສຸຂະນາໄມ ທີ່ ຖືກຕ້ອງໃຫ້ປະຊາຊົນ. ທ່ານ ນາງ ບົວວຽງ ແພດ ປະຈຳບ້ານ (ອສບ) ບ້ານຫາດ ຍາ ໄດ້ຕາງໜ້າປະຊາຊົນສະແດງ ຄວາມຂອບໃຈນໍາໂຄງການທີ່ໄດ້ ໃຫ້ການຊ່ວຍເຫລືອ ເປັນຕົ້ນ ໄດ້ ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບ ການປ້ອງ ກັນການລະບາດພະຍາດ ໄຂ້ຍຸງລາຍ, ຝຶກອົບຮົມກ່ຽວກັບ ການປ້ອງກັນ ແລະ ການຕອບໂຕ້ ການລະບາດຂອງພະຍາດໄຂ້ຍຸງ ລາຍ ໂດຍເນັ້ນໃຫ້ມີການຮັກສາ ສິ່ງແວດລ້ອມ ແລະ ທຳລາຍແຫລ່ງ ເຜາະພັນຂອງຍຸງລາຍ ເຊັ່ນ: ຖາງ ຫຍ້າອ້ອມເຮືອນ, ຖອກນໍ້າໃນກະ ໂປະ, ກະປ໋ອງ, ອຸແອ່ງນໍ້າ, ຢາງຕິນ ລົດເກົ່າ ແລະ ອື່ນໆ. ໂອກາດດຽວກັນນີ້, ໂຄງການ ດັ່ງກ່າວ ຍັງໄດ້ແຈກຢາຍມຸ້ງຍອມ ຢາ, ອຸປະກອນການແພດ, ຢາປົວ ພະຍາດໃຫ້ໂຮງໝໍເມືອງ, ສຸກສາລາ ແລະ ປະຊາຊົນທີ່ເຈັບເປັນ ໂດຍບໍ່ໄດ້ ເສຍຄ່າຕື່ມອີກ. ຂ່າວ: ດາວອນ ມະນີວັນ, ພາບ: ທະນູສີນ ອິດທິພົນ
RkJQdWJsaXNoZXIy MTc3MTYxMQ==