26/09/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ©ດຍ ມາລີດາ ;a f45 fy [muj lq f.\j 7n 95 ffb 'f6 f 0v'Ih kog0Q kx5h oc9j ;0u ' ok' dU ຂປລ. ເມື່ອເວົ້າເຖິງເຂົ້າປຸ້ນ ແຈ່ວຂີງ ຖືວ່າເປັນອາຫານເຍືອງ ໜຶ່ງທີ່ຖືກປາກຖືກໃຈຫລາຍໆຄົນ ໂດຍສະເພາະແມ່ຍິງຈະມັກກິນ ຫລາຍດ້ວຍລົດຊາດທີ່ແຊບຊ້ອຍ ຈາກການປຸງດ້ວຍນໍ້າປາແດກທີ່ ແຊບນົວ, ແຈ່ວຂີງ ແລະ ເຄື່ອງ ປຸງອື່ນໆ. ບອກເລີຍວ່າເຂົ້າກັນ ແບບສຸດໆ, ບໍ່ພໍເທົ່ານີ້ ຍັງມີການ ເພີ່ມຄວາມແຊບດ້ວຍປີ້ງປາ, ປີ້ງ ໄກ່, ລວກຍໍ່, ລວກຊີ້ນ ແລະ ອື່ນໆ ເສີມຕື່ມອີກ ເພື່ອດຶງດູດລູກຄ້າເພາະ ປັດຈຸບັນທຸລະກິດຮ້ານອາຫານ ເຂົ້າປຸ້ນແຈ່ວຂີງ ແມ່ນມີຫລາຍ ຮ້ານ ແລະ ແຕ່ລະຮ້ານກໍມີຈຸດ ພິເສດຄວາມແຊບທີ່ເປັນເອກະລັກ ແຕກຕ່າງກັນໄປທີ່ສາມາດມັດໃຈ ລູກຄ້າໄດ້ ແລະ ໃນຫລາຍໆຮ້ານ ທີ່ເວົ້າມານີ້, ໜຶ່ງໃນນັ້ນກໍຄືຮ້ານ ເຂົ້າປຸ້ນແຈ່ວຂີງ ນາງ ກີ້ ຢູ່ບ້ານ ໂພເງິນ, ເມືອງຫາດຊາຍຟອງ, ນະ ຄອນຫລວງວຽງຈັນ ກໍເປັນອີກ ຮ້ານໜຶ່ງທີ່ສາມາດມັດໃຈລູກຄ້າໄດ້ ທັງເກົ່າ ແລະ ໃໝ່ທີ່ລັ່ງໄຫລເຂົ້າມາ ໃຊ້ບໍລິການ ເຊິ່ງຮ້ານຂອງເພິ່ນມີສູດ ມັດໃຈລູກຄ້າແນວໃດນັ້ນເຮົາພວກ ມາຟັງຄໍາຕອບນໍາກັນເລີຍ. ນາງ ສອນໄຊ ທູນວິໄລ (ກີ້) ເຈົ້າຂອງຮ້ານເຂົ້າປຸ້ນແຈ່ວຂີງ ນາງ ກີ້ ໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນກ່ອນ ຈະມາເປີດຮ້ານອາຫານແມ່ນເຄີຍ ເຮັດວຽກເປັນພະນັກງານກິນເງິນ ເດືອນເປັນເວລາ 4-5 ປີມາກ່ອນ, ແຕ່ຍ້ອນຄວາມຫຍຸ້ງຍາກຫລາຍ ຢ່າງຈຶ່ງໄດ້ປຶກສາກັບຄອບຄົວ ເພື່ອຫາຊ່ອງທາງອື່ນໃນການສ້າງ ເສດຖະກິດຄອບຄົວເນ່ືອງຈາກ ວ່າ ສະຖານທີ່ເໝາະສົມຢູ່ແລ້ວ, ຫລັງຈາກນັ້ນກໍໄດ້ອອກຈາກວຽກ ປະຈຳ ແລະ ໄດ້ຕັດສິນໃຈມາເຮັດ ທຸລະກິດຮ້ານອາຫານກັບຄອບຄົວ ເຊິ່ງທຳອິດກໍເປີດຮ້ານຊີ້ນດາດ ແບບບຸບເຟ້ ໄລຍະທຳອິດຜົນຕອບ ຮັບຈາກລູກຄ້າກໍດີ ເມື່ອເຮັດໄປ ໄດ້ໄລຍະໜຶ່ງກໍພົບກັບວິກິດດ້ານ ເສດຖະກິດເປັນຕົ້ນເງິນເຟີ້, ລາຄາ ສິນຄ້າໃນທ້ອງຕະຫລາດເໜງຕີງ ຂຶ້ນສູງ ເຮັດໃຫ້ຕົ້ນທຶນສິນຄ້າສູງຂຶ້ນ ຫລາຍຈົນກໍາໄລເກືອບບໍ່ມີ, ເມື່ອ ເປັນດັ່ງນັ້ນ ຈຶ່ງຫັນປ່ຽນມາເຮັດ ເຂົ້າປຸ້ນແຈ່ວຂີງແທນ ເນື່ອງຈາກ ວ່າປະຊາຊົນເຂດນີ້ ມີມູນເຊື້ອການ ເຮັດເຂົ້າປຸ້ນມາແຕ່ດົນນານແລ້ວ ເວົ້າລວມ, ເວົ້າສະເພາະຕົນເອງ ພໍໃຫຍ່ຮູ້ຈັກຄວາມກໍໄດ້ກິນແລ້ວ. ອີກຢ່າງໜຶ່ງພີ່ນ້ອງກໍເຮັດອາຊີບ ນີ້ຫລາຍຄົນ ຈຶ່ງໄດ້ໄປຮຽນຮູ້ສູດ ຕ່າງໆນຳເພິ່ນ ແລ້ວມາປັບປຸງໃນ ແບບສະບັບຂອງຮ້ານເຮົາເອງ ເພື່ອ ສ້າງເອກະລັກເປັນຂອງຮ້ານ ໂດຍ ລາຍການອາຫານຫລັກຂອງຮ້ານ ແມ່ນເຂົ້າປຸ້ນແຈ່ວຂີງ ແມ່ນມີ 3 ແບບໃຫ້ລູກຄ້າໄດ້ເລືອກຄື: ຊຸດ ນ້ອຍ, ກາງ ແລະ ຊຸດໃຫຍ່ ເຊິ່ງ ລາຄາເລີ່ມຕົ້ນຊຸດນ້ອຍ 30.000 ກີບ, ຊຸດກາງ 40.000 ກີບ ແລະ ຊຸດໃຫຍ່ແມ່ນ 0.000 ກີບ ໃນນັ້ນ ຈະມີເຄື່ອງຄຽງໃຫ້ພ້ອມ, ສ່ວນ, ປີ້ງ ໄກ່, ປີ້ງປາ, ລວກຍໍ່ແມ່ນສັ່ງຕາກ ຫາກຄື ປີ້ງໄກ່ ລາຄາ 130.000 ກີບ ໂຕ , ປີ້ງປາ 5 . 000100.000 ກີບ ໂຕ, ລວກຊີ້ນ, ຍໍ່ 30.000 ກີບ ຈານ ຫລື ຖ້າສັ່ງ ແຍກລວກຊີ້ນ ແມ່ນ 15.000 ກີບ, ລວກຍໍ່ 15.000 ກີບເຊັ່ນດຽວກັນ, ຂຽບໝູ່ຖົງ 12.000 ກີບ. ນອກ ນີ້, ຍັງມີເຂົ້າໜຽວ ແລະ ເຄື່ອງດື່ມ ປະເພດຕ່າງໆ, ສ່ວນຕໍາໝາກ ຫຸ່ງແມ່ນລູກຄ້າຕຳເອງບໍ່ເສຍຄ່າ (ຟີÓ) ໄວ້ບໍລິການລູກຄ້າ. ສໍາລັບ ຄວາມພິເສດຂອງຮ້ານເຮົາທີ່ດຶງດູດ ລູກຄ້າໃນແຕ່ລະມື້ຄື ການໃຊ້ວັດຖຸ ດິບທີ່ສົດໃໝ່ ເຂົ້າປຸ້ນແມ່ນຈະບີບ ສົດໆໃໝ່ໃຫ້ລູກຄ້າເລີຍ ໂດຍທາງ ຮ້ານຈະບໍ່ບີບເຂົ້າປຸ້ນປະໄວ້. ພ້ອມ ນັ້ນ, ຖ້າລູກຄ້າຕ້ອງການເສັ້ນໃຫຍ່ ກໍຈະບີບເສັ້ນໃຫຍ່ ຫລື ຕ້ອງການ ເສັ້ນນ້ອຍທາງຮ້ານກໍບີບໃຫ້ໄດ້ຕາມ ຄວາມຕ້ອງການຂອງລູກຄ້າ. ນອກ ນັ້ນ. ນໍ້າປາແດກກໍແມ່ນຫົວໃຈຫລັກ ຂອງເຂົ້າປຸ້ນແຈ່ວຂີງ ຈຶ່ງໄດ້ຕົ້ມ ຂ້ຽວເປັນພິເສດ ເພື່ອໃຫ້ໄດ້ລົດຊາດ ທີ່ເຂັ້ມຂຸ້ນຫອມແຊບນົວເພື່ອເຮັດ ໃຫ້ລູກຄ້າຕິດໃຈ. ຂະນະທີ່ບາງຄົນ ໄດ້ຊື້ນ້ຳປາແດກຕິດໄມ້ຕິດມືກັບ ບ້ານນຳກໍມີ ເຊິ່ງຂາຍໃນລາຄາ 0.000 ກີບ ກິໂລ, ສ່ວນປາ ແລະ ໄກ່ ທີ່ນໍາມາປີ້ງນັ້ນ ກໍເລືອກເອົາໂຕ ພໍດີບໍ່ໃຫຍ່ ແລະ ບໍ່ນ້ອຍຈົນເກີນໄປ ເມື່ອນຳມາປີ້ງແລ້ວ ເຮັດໃຫ້ຊີ້ນ ນຸ່ມ ເມື່ອຮັບປະທານກັບເຂົ້າປຸ້ນຍິ່ງ ເພີ່ມລົດຊາດຂຶ້ນຕື່ມ ແລະ ອີກປັດ ໄຈໜຶ່ງທີ່ຂາດບໍ່ໄດ້ຄືຄວາມເອົາໃຈ ໃສ່ທຸກຂັ້ນຕອນ ເພື່ອໃຫ້ລູກຄ້າໄດ້ ກິນອາຫານທີ່ສະອາດ, ແຊບ ແລະ ບໍລິການວ່ອງໄວ ຍິ້ນແຍ້ມແຈ່ມໃສ ເວົ້າມ່ວນກັບລູກຄ້າ. ນາງ ສອນໄຊ ເວົ້າຕື່ມວ່າ: ນອກຈາກຂາຍຢູ່ໃນຮ້ານແລ້ວ ຍັງຮັບອອກງານ ໂດຍລາຄາ ເຂົ້າປຸ້ນເປົາໜຶ່ງຂຶ້ນໄປໃນລາຄາ 3.000.000-3.500.000 ກີບ ຈະ ໄດ້ປະມານ 1 0-200 ຖ້ວຍ ໃນນັ້ນ ແມ່ນມີເຄື່ອງຄຽງເຂົ້າປຸ້ນທຸກຢ່າງ ຂອງທາງຮ້ານ (ບໍ່ລວມປີ້ງປາ, ປີ້ງໄກ່). ສຸດທ້າຍຢາກເຊີນຊວນ ລູກຄ້າທຸກໆທ່ານຖ້າມີໂອກາດໄດ້ ກາຍໄປກາຍມາທາງບ້ານໂພເງິນ ກໍມາລອງຊີມລົດຊາດເຂົ້າປຸ້ນແຈ່ວ ຂີງແຊບໆແບບມີເອກະລັກສະເພາະ ຂອງຮ້ານເຮົາ ຮັບຮອງວ່າທ່ານ ຈະບໍ່ຜິດຫວັງແນ່ນອນ ບໍ່ວ່າຈະ ເປັນລົດຊາດອາຫານ ແລະ ການ ບໍລິການທີ່ໜ້າປະທັບໃຈ. ຮ້ານເຂົ້າປຸ້ນແຈ່ວຂີງ ນາງ ກີ້ ເປີດບໍລິການລູກຄ້າທຸກໆມື້ ເວລາ :00ໂມງ - 1 :00 ໂມງ, ສະຖານທີ່ຕັ້ງຢູ່ບ້ານໂພເງິນ, ເມືອງ ຫາດຊາຍຟອງ, ນະຄອນຫລວງ ວຽງຈັນ, ຂໍ້ມູນເພີ່ມເຕີມສອບຖາມ ໄດ້ທີ່ເບີ 020 2 149391.
RkJQdWJsaXNoZXIy MTc3MTYxMQ==