26/09/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ©ດຍ ເຂົ້າຈານນ້¦ g,n v';P'w- ,u s]kpmj kcI'.odkora fmtokglf4tdy f dko9a f8A 'xt8y [a f l ltvkf pa '[+ wfh fu ;a fmtotme{ly ]txt]k; oa [,N dkpgxa ov5 flkstdemj v'mj P; ©ດຍ ່າຕົ່ງ ພາບ ໄອຄ¦ ຂປລ. ການຈັດຕັ້ງປະຕິບັດ ສ ສະອາດ ຢູ່ນະຄອນຫລວງວຽງຈັນ ຍັງບໍ່ທັນໄດ້ດີເທົ່າຄວນ ໂດຍສະ ເພາະແມ່ນບັນຫາການເກັບມ້ຽນ ຂີ້ເຫຍື້ອຕ່າງໆ ເຊິ່ງຍັງປະກົດໃຫ້ ເຫັນຢູ່ບັນດາເສັ້ນທາງຫລວງ, ທາງ ຮ່ອມ. ອັນພົ້ນເດັ່ນແມ່ນຢູ່ເສັ້ນທາງ ຕັດໃໝ່ແຕ່ທາງ 450 ປີ ອອກໄປ ໃສ່ສີ່ແຍກບ້ານເມືອງນ້ອຍ ເມືອງ ໄຊເສດຖາ (ຈຸດຂົວ) ແມ່ນໄດ້ ກາຍເປັນສະໜາມຂີ້ເຫຍື້ອຂະໜາດ ໜ້ອຍໄປແລ້ວ ເຊິ່ງກອງຂີ້ເຫຍື້ອ ດັ່ງກ່າວ ໄດ້ສ້າງພາບພົດບໍ່ງາມ ຕາ ແລະ ຍິ່ງເພີ່ມຂຶ້ນຍັບມໍ່ເຂົ້າມາ ໃກ້ແຄມທາງໃນແຕ່ລະມື້, ຖ້າບໍ່ມີ ການແກ້ໄຂຄາດວ່າອີກບໍ່ດົນກອງ ຂີ້ເຫຍື້ອດັ່ງກ່າວ ອາດຈະຍັ່ງຍາຍ ໄປທົ່ວບໍລິເວນນີ້. ແນວໃດກໍດີ, ເນື່ອງໃນໂອກາດ ກອງປະຊຸມໃຫຍ່ຜູ້ແທນອົງຄະນະ ພັກນະຄອນຫລວງວຽງຈັນ ຄັ້ງທີ VIII ທົ່ວນະຄອນຫລວງວຽງຈັນ ລ້ວນແຕ່ໄດ້ເອົາໃຈໃສ່ປຸກລະດົມທົ່ວ ສັງຄົມເອົາໃຈໃສ່ອະນາໄມຢູ່ບັນດາ ເສັ້ນທາງ, ສຳນັກງານອົງການ ຕິດ ພັນກັບການຕິດທຸງພັກ, ທຸງຊາດຢູ່ ເສັ້ນທາງຕ່າງໆ, ສຳນັກງານອັນ ເຮັດໃຫ້ນະຄອນຫລວງວຽງຈັນ ມີ ສີສັນບັນຍາກາດຟົດຟື້ນ ເບິ່ງແລ້ວ ສວຍງາມ ເຊິ່ງສະແດງໃຫ້ເຫັນເຖິງ ຄວາມຍິນດີ ແລະ ຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະ ຂປລ. ສະຫາຍ ພິຊິດໄຊຍະ ທິດ ປະທານບໍລິສັດ ຫໍພິພິທະພັນ ສິລະປະລາວ ປະກອບຄໍາເຫັນຕໍ່ ກອງປະຊຸມໃຫຍ່ຜູ້ແທນອົງຄະນະ ພັກນະຄອນຫລວງວຽງຈັນ ຄັ້ງທີ VIII ໃນວັນທີ 25 ກັນຍາ 2025 ນີ້ວ່າ: ຫໍພິພິທະພັນ ສິລະປະລາວ ບໍ່ແມ່ນຜົນງານສ່ວນຕົວຂອງຕົນ, ແຕ່ມັນແມ່ນໝາກຜົນອັນເປັນຮູບ ປະທໍາ ຈາກແນວທາງນະໂຍບາຍ ແລະ ວິໄສທັດ ທີ່ອົງຄະນະພັກ ນະຄອນຫລວງວຽງຈັນ ໄດ້ວາງ ອອກທັງເປັນສັນຍະລັກໃໝ່ hໃນ ການຍົກລະດັບເອກະລັກວັດທະນະ ທໍາ-ການທ່ອງທ່ຽວຂອງນະຄອນ ຫລວງວຽງຈັນi. ແນວໃດກໍຕາມ, ດ້ານວັດທະນະ ທາ; ບໍ່ພຽງແຕ່ສ້າງຫ້ອງສະແດງ ສິລະປະ, ແຕ່ຕັ້ງໃຈສ້າງ hບ່ອນ ຢັ້ງຢືນອັນເລິກເຊິ່ງເຖິງວັດທະນະ ທໍາຂອງລາວ, ທີ່ປະສົມປະສານ ລະຫວ່າງ ສິລະປະດັ້ງເດີມ ແລະ ທັນສະໄໝ, ສ້າງແຮງບັນດານໃຈ ໃຫ້ເກີດຄວາມສາມັກຄີ ແລະ ຄວາມ ພາກພູມໃຈທັງໝັ້ນໃຈວ່າ hສິລະປະ ລາວສາມາດຢືນຢູ່ເທິງເວທີໂລກໄດ້ ຢ່າງສະຫງ່າງາມ ແລະ ຍືນຍົງi. ດ້ານເສດຖະກິດ; ພາລະກິດດ້ານ ວັດທະນະທໍານີ້ ສອດຄ່ອງກັບແຜນ ຍຸດທະສາດການພັດທະນາແບບຍືນ ຍົງ ແລະ ການເຕີບໂຕສີຂຽວຂອງ ລັດຖະບານ, ຫໍພິພິທະພັນແຫ່ງນີ້ ໄດ້ອອກແບບມາ ເພື່ອເປັນກົນໄກ ຂັບເຄື່ອນການເຕີບໂຕທາງດ້ານ ເສດຖະກິດ; ເປົ້າໝາຍຄືຕ້ອງການ ດຶງດູດນັກທ່ອງທ່ຽວ, ທັງສ້າງ ແຫລ່ງທ່ອງທ່ຽວທີ່ດີ ໃນເອກະລັກ ການທ່ອງທ່ຽວວັດທະນະທໍາ ຈາກ ບັນພະບູລຸດຮຸ່ນສູ່ຮຸ່ນ, ຈາກວັດຖຸ ບູຮານ, ທໍາມະຊາດ, ຈາກສິ່ງ ປະດິດສີໄມ້ລາຍມື ຈົນເຖິງສິລະປະ ຮ່ວມສະໄໝ, ເປັນເອກະລັກຂອງ ບ້ານເມືອງ ແລະ ຂອງຊາດລາວ ເຮົາ, ສ້າງລາຍຮັບໃຫ້ແກ່ຊຸມຊົນ ຂປລ. ດັ່ງທີ່ພວກເຮົາຮູ້ນຳກັນ ແລ້ວວ່າ: ເມືອງວຽງໄຊ ແຂວງ ຫົວພັນ ແມ່ນມີປະຫວັດຄວາມເປັນ ມາຕິດພັນກັບມູນເຊື້ອຂອງພັກ, ມູນ ເຊື້ອການຕໍ່ສູ້ປົດປ່ອຍຊາດ. ຂະນະທີ່ ເມືອງວຽງໄຊ ກໍມີ 5 ຄຸນລັກສະນະ ສະເພາະຄື: ເປັນຖິ່ນເຕົ້າໂຮມຄວາມ ສາມັກຄີຂອງປະຊາຊົນບັນດາເຜົ່າ ແຕ່ເໜືອຮອດໃຕ້ ລຸກຮືຂຶ້ນຕີຊະນະ ສັດຕູຜູ້ຮຸກຮານ; ເປັນຖານທີ່ໝັ້ນ ຂອງການປະຕິວັດລາວ; ເປັນເມືອງ ວິລະຊົນແຫ່ງຊາດ; ເປັນຖິ່ນກໍາເນີດ ແຫ່ງ ສປປ ລາວ ແລະ ເປັນເມືອງ ມໍລະດົກທາງດ້ານປະຫວັດສາດ ແລະ ທໍາມະຊາດ. ແນວໃດກໍດີ, ເຖິງ ວ່າເມືອງວຽງໄຊ ເປັນເມືອງພູດອຍ ມີພູຜາຄ້ອຍຊັນ ກວມ 90% ທັງຈັດ ເປັນເມືອງທຸກຍາກຂອງແຂວງຫົວ ພັນ ເຊິ່ງປະກອບມີ 5 ເຜົ່າຢູ່ຮ່ວມກັນ ຄື: ເຜົ່າລາວ, ເຜົ່າໄຕແດງ, ເຜົ່າມົ້ງ, ເຜົ່າກຶມມຸ ແລະ ເຜົ່າອີວມຽນ, ແຕ່ ກໍມີທ່າແຮງຫລາຍດ້ານໃນການ ພັດທະນາເສດຖະກິດ-ສັງຄົມໃຫ້ ມີການຂະຫຍາຍຕົວຕໍ່ເນື່ອງ. ອັນ ພົ້ນເດັ່ນແມ່ນການປູກ°ັງ, ການ ລ້ຽງສັດ, ການບໍລິການທ່ອງທ່ຽວ ແລະ ຫັດຖະກໍາຕໍ່າຫູກ-ຈັກສານ. ຕາມການໃຫ້ຮູ້ຂອງທ່ານ ນາງ ສວຍເພັດ ທອງສົມບັດ ເຈົ້າເມືອງ ວຽງໄຊ, ສສຊ ເຂດເລືອກຕັ້ງທີ ແຂວງຫົວພັນ ໃນໂອກາດທີ່ທ່ານ ແກ້ວຈະເລີນ ເຊ່ຍປີ້ງຢ່າງ ຮອງ ປະທານກໍາມາທິການບັນດາເຜົ່າ ສະພາແຫ່ງຊາດ ພ້ອມຄະນະໄດ້ ລົງເຜີຍແຜ່ຜົນສຳເລັດກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ IX ເມື່ອມໍ່ໆນີ້ວ່າ: ສຳລັບຂົງເຂດເສດຖະກິດຂອງ ເມືອງວຽງໄຊ ແມ່ນມີ 4 ທ່າແຮງ ຂອງການພັດທະນາເສດຖະກິດ ຄື: ການປູກ°ັງ, ການລ້ຽງສັດ, ການບໍລິການທ່ອງທ່ຽວ ແລະ ຫັດ ຖະກໍາຕໍ່າຫູກ-ຈັກສານ ເຊິ່ງຕະ ຫລອດໄລຍະຜ່ານມານີ້, ການນຳ ເມືອງວຽງໄຊ ໄດ້ເອົາໃຈໃສ່ຈັດຕັ້ງ ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມຂອງເມືອງເຂົ້າສູ່ລວງ ເລິກຕິດພັນກັບການຊຸກຍູ້ສົ່ງເສີມ ປະຊາຊົນເອົາໃຈໃສ່ທໍາການຜະລິດ ໂດຍອີງໃສ່ທ່າແຮງຂອງແຕ່ລະ ທ້ອງຖິ່ນ. ອັນພົ້ນເດັ່ນແມ່ນການ ປູກ°ັງ, ລ້ຽງສັດ, ຫັດຖະກໍາຈັກ ສານ; ປັບປຸງລະບົບຊົນລະປະທານ ທີ່ຖືກຜົນກະທົບຈາກໄພພິບັດ; ຈັດຕັ້ງປະຕິບັດ, ຕິດຕາມ, ຊຸກຍູ້ ແລະ ຄຸ້ມຄອງບັນດາໂຄງການລົງ ທຶນຂອງລັດ ໂດຍສະເພາະແມ່ນ ໂຄງການກໍ່ສ້າງພື້ນຖານໂຄງລ່າງປີ 2025 ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ເກັບກໍາຂໍ້ມູນບັນດາ ໂຄງການເຊົ່າ-ສໍາປະທານຕ່າງໆ ເພື່ອປະເມີນຄືນ; ຊຸກຍູ້ການເກັບ ລາຍຮັບມາຮອດປັດຈຸບັນສາມາດ ເກັບລາຍຮັບໄດ້ 2, 9 ຕື້ເທົ່າກັບ % ຂອງແຜນການປີ; ອອກໃບ ຕາດິນ, ການຈັດສັນທີ່ດິນ, ແກ້ໄຂ ບັນຫາທີ່ດິນທີ່ມີຄວາມຫຍຸ້ງຍາກ; ຊັບພະຍາກອນທໍາມະຊາດໄດ້ຮັບ ການຄຸ້ມຄອງ, ລົງຕິດຕາມ, ຊຸກຍູ້ ການຄຸ້ມຄອງສິ່ງແວດລ້ອມ ແລະ ເຂົ້າຮ່ວມແກ້ໄຂບັນຫາຜົນກະທົບ ຕໍ່ສິ່ງແວດລ້ອມຂອງບັນດາໂຄງ ການຕ່າງໆ; ທຸກບ້ານໄດ້ມີເສັ້ນທາງ ເຂົ້າເຖິງ. ໃນນັ້ນ, ສາມາດທຽວ ໄດ້ 2 ລະດູ ມີ 4 ບ້ານ, ນໍາໃຊ້ ແລະ ປົກປັກຮັກສາເສັ້ນທາງໃນ ຂອບເຂດຄວາມຮັບຜິດຊອບຂອງ ຕົນ; ມີຫົວໜ່ວຍທຸລະກິດຂຶ້ນທະ ບຽນວິສາຫະກິດ 5 ຫົວໜ່ວຍ, ຊຸກຍູ້ກຸ່ມຫັດຖະກໍາຈັກສານ ໂດຍ ສະເພາະແມ່ນຂະບວນການສານ ແອບເຂົ້ານ້ອຍສາມາດເປັນສິນຄ້າ ໂອດັອບຂອງເມືອງ; ທົ່ວເມືອງມີ ໄຟຟ້າໃຊ້ ກວມເອົາ 95,19% (ຍັງ 5 ບ້ານ), ເຂດເທສະບານເມືອງ ມີ ນໍ້າປະປາຊົມໃຊ້ມີກົງເຕີປະມານ 1.300 ໜ່ວຍ, ມີສັນຍານໂທລະສັບ ກວມພື້ນທີ່ % ຂອງບ້ານ, ໜ່ວຍ ບໍລິການທະນາຄານໄດ້ລະດົມເງິນ °າກ ແລະ ບໍລິການສິນເຊື່ອໃຫ້ຜູ້ ປະກອບການ ຫລື ຫົວໜ່ວວຍທຸລະ ກິດໄດ້ຢ່າງທົ່ວເຖິງ. ທ່ານນາງສວຍເພັດທອງສົມບັດ ກ່າວຕື່ມວ່າ: ໃນໄລຍະຜ່ານມາ ເມືອງວຽງໄຊ ກໍຮັບຮອງເອົາ 5 ວິໄສທັດຈາກລັດຖະບານ. ໃນນັ້ນ, ອະນຸລັກເມືອງວຽງໄຊ ເປັນເມືອງ ມໍລະດົກແຫ່ງຊາດ; ສ້າງເມືອງ ວຽງໄຊ ເປັນເມືອງອຸດົມຮັ່ງມີ; ສ້າງ ເມືອງວຽງໄຊ ເປັນຕົວເມືອງຍ່າງ ທ່ຽວຊົມທໍາມະຊາດ; ສ້າງເມືອງ ວຽງໄຊ ເປັນເມືອງສະອາດງາມຕາ ແລະ ສ້າງເມືອງວຽງໄຊ ເປັນເມືອງ ສຸຂະພາບແຂງແຮງ. ທ້ອງຖິ່ນ ແລະ ສ້າງວຽກເຮັດງານ ທໍາໃຫ້ແກ່ສັງຄົມ; ສະຖານທີ່ແຫ່ງ ນີ້ ເປັນຈຸດໝາຍປາຍທາງສໍາຄັນ ຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃນທົ່ວໂລກ. ສະຫາຍ ພິຊິດ ໄຊຍະທິດ ກ່າວ. ທ່ານກ່າວຕື່ມວ່າ: ຈິດໃຈຂອງ ນັກວິຈິດສິນ, ນັກຈິດຕະກອນລາວ ໄດ້ຖືກສອດແຊກຢູ່ໃນທຸກສ່ວນ ຂອງຫໍພິພິທະພັນ, ງານແກະສະລັກ ໄມ້ອັນງົດງາມ ທີ່ເປັນຫົວໃຈຂອງ ຄັງສະສົມ ບໍ່ໄດ້ມາຈາກປ່າໄມ້ທີ່ ສົມບູນ, ແຕ່ຖືກສ້າງຂຶ້ນຈາກຕົ້ນໄມ້ ທີ່ຕາຍແລ້ວ, ເສດໄມ້ຈາກເຂດນໍ້າ ຖ້ວມ ແລະ ຕໍໄມ້ທີ່ເກັບມາຈາກ ໄຮ່ນາi. ສິ່ງທີ່ເຄີຍຖືກເບິ່ງວ່າ ເປັນສິ່ງເສດເຫລືອ ໄດ້ຖືກປ່ຽນໃຫ້ ກາຍເປັນງານສິລະປະອັນລ້ຳຄ່າ, ມັນເປັນສິ່ງພິສູດເຖິງຈິດໃຈຂອງ ຄົນລາວ ທີ່ສາມາດນໍາເອົາສິ່ງທີ່ ເສດເຫລືອ ຫລື ຖືກຖິ້ມ ມາສ້າງ ເປັນສິ່ງທີ່ມີຄຸນຄ່າ ແລະ ຄວາມງາມ ອັນຍືນຍົງ. ຫໍພິພິທະພັນບໍ່ພຽງແຕ່ເປັນ ອາຄານ, ແຕ່ຍັງເປັນສັນຍະລັກ ໃໝ່ຂອງນະຄອນຫລວງວຽງຈັນ, ເປັນກໍາລັງໃຈ ແລະ ແສງສະຫວ່າງ ແຫ່ງຄວາມສໍາເລັດຮ່ວມກັນ; ຜົນ ຕອບຮັບຈາກປະຊາຊົນກໍເປັນທີ່ ໜ້າພໍໃຈ; ຜົນສໍາເລັດຂັ້ນຕົ້ນ ແມ່ນ ເຫັນໄດ້ຊັດເຈນຈາກຈໍານວນຜູ້ເຂົ້າ ຊົມສະເລ່ຍປະມານ 1.500 ຄົນຕໍ່ ວັນ; ນັບແຕ່ມື້ເປີດ ວັນທີ 5 ມັງກອນ 2025 ມາເຖິງວັນທີ 30 ສິງຫາ 2025 ມີຜູ້ເຂົ້າຊົມ 300.000 ກວ່າ ເທື່ອຄົນ. ນີ້ບໍ່ແມ່ນພຽງຕົວເລກ, ແຕ່ມັນຄືຕົວຊີ້ວັດທີ່ສໍາຄັນຂອງ hເສດຖະກິດວັດທະນະທໍາ ທີ່ກໍາ ລັງເຕີບໃຫຍ່, ມັນເປັນສິ່ງພິສູດໃຫ້ ເຫັນວ່າ ການລົງທຶນໃສ່ເອກະລັກ ແລະ ຈິດວິນຍານຂອງຊາດ ຍ່ອມ ໃຫ້ຜົນຕອບແທນທີ່ເປັນຮູບປະ ທໍາ; ນັກທ່ອງທ່ຽວແຕ່ລະຄົນ ໄດ້ ປະກອບສ່ວນເຂົ້າໃນການຂັບເຄື່ອນ ເສດຖະກິດ, ສະໜັບສະໜູນວຽກ ເຮັດງານທໍາ ແລະ ສ້າງລາຍຮັບໃຫ້ ແກ່ທຸລະກິດອື່ນໆໃນທ້ອງຖິ່ນ. ຜົນສໍາເລັດທີ່ແທ້ຈິງ ຈະໄດ້ຮັບ ການບັນທຶກໄວ້ໃນໜ້າປະຫວັດສາດ ຂອງຊາດ, ຫໍພິພິທະພັນສິລະປະ ລາວ ບໍ່ແມ່ນອະນຸສອນສະຖານ ຂອງອະດີດ, ແຕ່ເປັນສູນກາງແຫ່ງ ການຮຽນຮູ້ ເພື່ອອະນາຄົດ; ພວກ ເຮົາຈະຈັດການ°ຶກອົບຮົມ, ສໍາມະ ນາ, ແລະ ກິດຈະກໍາທາງວັດທະ ນະທໍາ ເພື່ອສ້າງແຮງບັນດານໃຈ ໃຫ້ແກ່ເຍົາວະຊົນ ແລະ ສົ່ງເສີມ ຄວາມຄິດສ້າງສັນຂອງພວກເຂົາ. ສະຖານທີ່ແຫ່ງນີ້ ຈະເປັນເວທີໃຫ້ ສິລະປິນລາວ ໄດ້ສະແດງຜົນງານ, ເພື່ອຮັບປະກັນວ່າມໍລະດົກທາງ ສິລະປະຂອງພວກເຮົາ ຈະບໍ່ພຽງ ແຕ່ຄົງຕົວ, ແຕ່ຈະເຕີບໃຫຍ່ເຂັ້ມ ແຂງໄປສູ່ຄົນຮຸ່ນຫລັງ. ອີກເທື່ອໜຶ່ງ ໂຄງການອັນຍິ່ງ ໃຫຍ່ນີ້ ຈະບໍ່ສາມາດເກີດຂຶ້ນໄດ້ເລີຍ ຖ້າປາສະຈາກການສະໜັບສະໜູນ ອັນແຂງແຮງ ແລະ ເປັນຮູບປະທໍາ ຈາກລັດຖະບານກໍຄື ອໍານາດການ ປົກຄອງນະຄອນຫລວງວຽງຈັນ; ນະໂຍບາຍຂອງພັກ ແລະ ລັດ ໄດ້ ໃຫ້ການຊ່ວຍເຫລືອໃນຫລາຍດ້ານ, ນັບຕັ້ງແຕ່ການຮັບປະກັນດ້ານ ຄວາມຍືນຍົງຂອງສິ່ງແວດລ້ອມ, ການສົ່ງເສີມເຕັກນິກກະສິກໍາທີ່ ທັນສະໄໝ, ຈົນເຖິງການອະນຸມັດ ແຜນການກໍ່ສ້າງພື້ນຖານໂຄງລ່າງ ທີ່ໝັ້ນຄົງ. ນອກຈາກນັ້ນ, ກໍຍັງ ມີພະສົງຫລາຍວັດ ໄດ້ເຂົ້າມາມີ ສ່ວນຮ່ວມອອກລາຍສິລະປະຂອງ ລາວແຕ່ລະຍຸກຈາກບັນພະບູລຸດ 5.000 ປີ. ພັກນະຄອນຫລວງວຽງຈັນ ຢ່າງ ສຸດອົກສຸດໃຈຂອງທົ່ວສັງຄົມຊາວ ນະຄອນຫລວງວຽງຈັນ. ແຕ່ແນວໃດກໍຕາມຂໍກ້ຽວໄປ ເວົ້າບັນຫາຂີ້ເຫຍື້ອຢູ່ປະເທດເຮົາຍັງ ເປັນສິ່ງທ້າທາຍຕະຫລອດມາ, ເຖິງ ວ່າພາກສ່ວນກ່ຽວຂ້ອງໄດ້ມີມາດ ຕະການຫລາຍອັນກໍຕາມ, ແຕ່ການ ຈັດຕັ້ງປະຕິບັດຕົວຈິງເຫັນວ່າຍັງ ມີຫລາຍຢ່າງທີ່ຕ້ອງໄດ້ເອົາໃຈໃສ່ ປັບປຸງຄືນ ແລະ ມາຮອດປັດຈຸບັນ ປະຊາຊົນໃນຕົວເມືອງໃຫຍ່ ໂດຍ ສະເພາະແມ່ນນະຄອນຫລວງວຽງ ຈັນ ມີບາງບ້ານປະຊາຊົນຕ້ອງ ໄດ້ລໍຖ້າຫລາຍມື້ລົດເກັບຂີ້ເຫຍື້ອ ມາເກັບໄປຖິ້ມ. ສິ່ງດັ່ງກ່າວ ໄດ້ ກາຍເປັນບັນຫາການຖິ້ມຂີ້ເຫຍື້ອ ຊະຊາຍ, ຫລາຍຄົວເຮືອນໄດ້ໃຊ້ ວິທີກຳຈັດຂີ້ເຫຍື້ອດ້ວຍການຈູດ. ຂະນະທີ່ບາງຄອບຄົວບໍ່ມີບ່ອນຈູດ ກໍຕ້ອງໄດ້ຮັກສາຫລາຍມື້ອັນໄດ້ ສ້າງຄວາມເປິະເປື້ອນ ແລະ ສົ່ງກິ່ນ ເໝັນຂຶ້ນ. ນອກຈາກນີ້, ປະຊາຊົນ ຈຳນວນໜຶ່ງກໍມັກງ່າຍດ້ວຍການ ນຳເອົາຂີ້ເຫຍື້ອໄປຖິ້ມຊະຊາຍຢູ່ ແຄມທາງ. ຢ່າງໃດກໍ່ຕາມ, ພາຍໃຕ້ການ ນຳພາ-ຊີ້ນຳຂອງອົງຄະນະພັກ ນະຄອນຫລວງວຽງຈັນ, ຫ້ອງການ ຄຸ້ມຄອງ ແລະ ບໍລິການຕົວເມືອງ ວຽງຈັນ (ຄບຕ) ໄດ້ເອົາໃຈໃສ່ ເລັ່ງແກ້ໄຂບັນຫາການໃຫ້ບໍລິການ ເກັບມ້ຽນຂີ້ເຫຍື້ອໃຫ້ເປັນປົກກະຕິ ໂດຍ ໄດ້ປະສານສົມທົບຕິດຕາມ ຢ່າງໃກ້ຊິດ ແລະ ໄດ້ເຊີນເອົາຜູ້ ປະກອບການເກັບມ້ຽນຂີ້ເຫຍື້ອມາ ປະຊຸມຮ່ວມກັນ ເພື່ອປຶກສາຫາລື ຊອກຫາສາເຫດ ແລະ ວິທີທາງ ແກ້ໄຂ ໃນນັ້ນ ສາເຫດຫລັກທີ່ເຮັດ ໃຫ້ການເກັບມ້ຽນຂີ້ເຫຍື້ອຊັກຊ້າ ເກີດຈາກການຂາດແຮງງານ, ພາ ຫະນະບໍ່ພຽງພໍ, ພະນັກງານເກັບ ມ້ຽນຂີ້ເຫຍື້ອບາງກໍລະນີລັກເກັບ ເງິນເພີ່ມໂດຍທີ່ທາງບໍລິສັດບໍ່ຮັບຮູ້ ທັງບໍ່ເອົາໃຈໃສ່ໃນການໃຫ້ບໍລິການ ແລະ ອື່ນໆ ຈຶ່ງກາຍເປັນຂໍ້ຫຍຸ້ງຍາກ ໃນຂອດການໃຫ້ບໍລິການ, ແຕ່ ມາຮອດປັດຈຸບັນແຕ່ລະບັນຫາແມ່ນ ໄດ້ຮັບການແກ້ໄຂ ແລະ ເຮັດໃຫ້ ການເກັບມ້ຽນຂີ້ເຫຍື້ອກັບສູ່ສະພາບ ປົກກະຕິແຕ່ກໍ່ຍັງມີຈຳນວນໜຶ່ງໃນ ບາງຂອບເຂດທີ່ຍັງຄ້າງຄາ ໂດຍ ຈະແກ້ໄຂໃຫ້ສຳເລັດໂດຍໄວ. ເມື່ອລັດຖະບານມີນະໂຍບາຍ ເປັນບ່ອນອີງການດຳເນີນງານຄື ແນວນັ້ນແລ້ວ, ຢາກສ້າງປະເທດ ເຮົາເປັນປະເທດທີ່ສະອາດງາມ ຕາ ທັງດຶງດູດແຂກມາທ່ຽວຊົມ, ພັກຜ່ອນຢ່ອນອາລົມນັ້ນ, ຕ້ອງໄດ້ ຮີບຮ້ອນແກ້ໄຂການເກັບຂີ້ເຫຍື້ອ ຢ່າງທົ່ວເຖິງ ແລະ ທັນເວລາ, ພ້ອມ ດຽວກັນກໍເພີ່ມຂີດຄວາມສາມາດ ຂອງບຸກຄະລາກອນ, ອຸປະກອນ ພາຫະນະຮັບໃຊ້ທີ່ຈຳເປັນ, ການ ເຊັນສັນຍາພາກສ່ວນເອກະຊົນທີ່ ໃຫ້ບໍລິການເກັບຂີ້ເຫຍື້ອໃຫ້ມີຄວາມ ໂປ່ງໃສ, ຮັດກຸມທັງເຊື່ອຖືໄດ້. ເຖິງ ເວລາແລ້ວທີ່ການຈັດການສິ່ງເສດ ເຫລືອ, ການເກັບຂີ້ເຫຍື້ອຕ້ອງໄດ້ ເອົາໃຈໃສ່ຢ່າງຈິງຈັງ ເພື່ອຄວາມ ສວຍງາມຂອງຕົວເມືອງ, ສະພາບ ແວດລ້ອມທີ່ປອດໂປ່ງທີ່ສົ່ງຜົນດີ ສຸຂະພາບຂອງຄົນ ແລະ ສັດ. ພາບະກອບ ຮອງນາຍົກລັດຖະມົນຕີ... ຕໍ່ຈາກໜ້າ ການເຂົ້າຢ້ຽມຂ່ຳນັບຂອງທ່ານ ສີ ຫ້າວ ຮອງເຈົ້າແຂວງຢຸນນານ ສປ ຢຸນນານ ພ້ອມດ້ວຍຄະນະໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍຕໍ່ ກັບການໄດ້ຮັບການແຕ່ງຕັ້ງດຳລົງ ຕຳແໜ່ງຮອງເຈົ້າແຂວງຢຸນນານ ໃນເດືອນກຸມພາທີ່ຜ່ານມາ. ນອກ ຈາກນັ້ນ, ຍັງຕີລາຄາສູງຕໍ່ສາຍພົວ ພັນ ແລະ ການຮ່ວມມື ລາວ-ຈີນ ໂດຍສະເພາະການເປັນຄູ່ຮ່ວມຍຸດ ທະສາດຮອບດ້ານ, ໝັ້ນຄົງ, ຍາວ ນານ ຕາມທິດ 4 ດີ ແລະ ການເປັນ ຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນລາວ ໂດຍສະເພາະແມ່ນການພົວ ພັນຮ່ວມມືລະຫວ່າງ ສປປ ລາວ ກັບແຂວງຢຸນນານ ໃນຂະແໜງ ການຕ່າງໆເປັນຕົ້ນການພັດທະນາ ພື້ນຖານໂຄງລ່າງຂະໜາດໃຫຍ່, ການສະໜັບສະໜູນຊ່ວຍເຫລືອ ພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ຊຶ່ງໄດ້ນຳເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງ ຊາດ ລາວ-ຈີນ ຢ່າງຫລວງຫລາຍ. ນອກນີ້, ຍັງໄດ້ສະເໜີໃຫ້ພາກສ່ວນ ກ່ຽວຂ້ອງຂອງ ສປປ ລາວ ແລະ ແຂວງຢຸນນານ ຮ່ວມສືບຕໍ່ຊຸກຍູ້ ການຈັດຕັ້ງປະຕິບັດໂຄງການທີ່ລັດ ຖະບານທັງສອງ°່າຍ ໄດ້ຕົກລົງ ແລ້ວ ໃຫ້ສຳເລັດຕາມແຜນການ ເປັນຕົ້ນ ຮ່ວມກັນວາງແຜນ ແລະ ນຳໃຊ້ ໂຄງການທາງລົດໄຟ ລາວຈີນ ໃຫ້ເກີດປະໂຫຍດສູງສຸດ; ຍົກ ລະດັບດ່ານຊາຍແດນຕ່າງໆ ໃຫ້ມີ ຄວາມສະດວກໃນການເຂົ້າ-ອອກ ຂອງຄົນ ແລະ ສິນຄ້າ; ຊ່ວຍຊຸກຍູ້ ພິຈາລະນາອະນຸມັດໃຫ້ໂຄງການ ກໍ່ສ້າງທາງດ່ວນແຕ່ບໍ່ເຕ່ນ ຫາ ນະ ຄອນຫລວງວຽງຈັນ ແນໃສ່ໃຫ້ ສາມາດເປີດນຳໃຊ້ໃນປີ 2030; ສືບຕໍ່ປະຕິບັດແຜນພັດທະນາທີ່ປິ່ນ ອ້ອມທາງລົດໄຟ; ການປະຕິບັດ ໂຄງການຊ່ວຍເຫລືອລ້າ; ຊຸກຍູ້ສົ່ງ ເສີມໃຫ້ນັກທຸລະກິດ-ນັກລົງທຶນ, ປະຊາຊົນຈີນ ກໍຄື ປະຊາຊົນແຂວງ ຢຸນນານ ເຂົ້າມາລົງທຶນ ແລະ ທ່ອງ ທ່ຽວສປປລາວ ໃຫ້ນັບມື້ຫລາຍຂຶ້ນ. ໃນໂອກາດດຽວກັນ, ທ່ານຮອງ ເຈົ້າແຂວງຢຸນໜານ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບ ຢ່າງອົບອຸ່ນຂອງທ່ານຮອງນາຍົກ ລັດຖະມົນຕີ ແລະ ພາກສ່ວນກ່ຽວ ຂ້ອງຂອງ ສປປ ລາວ, ພ້ອມທັງ ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ ຂອງການມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໂດຍສະເພາະ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນ ຮ່ວມມືລະຫວ່າງແຂວງຢຸນນານ ສປ ຈີນ ກັບ ສປປ ລາວ ໃນດ້ານ ຕ່າງໆ ເປັນຕົ້ນການຮ່ວມມືແລກ ປ່ຽນດ້ານວັດທະນະທຳ ແລະ ການ ທ່ອງທ່ຽວ, ການຕິດຕາມ ແລະ ຈັດ ຕັ້ງປະຕິບັດບັນດາໂຄງການຮ່ວມມື ລາວ-ຈີນ ໃຫ້ມີຜົນສຳເລັດຕາມ ແຜນການທີ່ວາງໄວ້. ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ. ຈີນ ພ້ອມດ້ວຍຄະນະໃນໂອກາດ ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນ ລະຫວ່າງວັນທີ 23-2 ກັນຍາ 2025. ໃນໂອກາດດັ່ງກ່າວ, ທ່ານຮອງ ນາຍົກລັດຖະມົນຕີ ໄດ້ສະແດງ ຄວາມຍິນດີຕ້ອນຮັບຕໍ່ການມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານຮອງເຈົ້າແຂວງ
RkJQdWJsaXNoZXIy MTc3MTYxMQ==