7124

@ 0j k; c]t gsfdko 26/09/2025 xtgmf]k; ໄຂກອງປະຊຸມໃຫຍ່ ນວ... gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາຜູ້ຕາງໜ້າຈາກ ສູນກາງ, ບັນດາຜູ້ແທນກອງປະຊຸມ ໃຫຍ່, ນັກຮົບປະຕິວັດອາວຸໂສບໍາ ນານ, ຜູ້ຊົງຄຸນວຸດທິ, ນັກທຸລະກິດ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. ສະຫາຍ ອານຸພາບ ຕຸນາລົມ ໄດ້ກ່າວວ່າ: ໃນຊຸມປີຜ່ານມາ ທົ່ວ ພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ບັນດາເຜົ່າ ນວ ໄດ້ອອກແຮງແຂ່ງ ຂັນກັນ ຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ອົງຄະນະພັກ ນວ ແລະ ສ້າງຂະ ບວນການດ້ານຕ່າງໆຢ່າງຟົດຟື້ນ ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງ ຕົນ, ຜົນສໍາເລັດທີ່ຍາດມາໄດ້ນັ້ນ ແມ່ນມີຄວາມໝາຍສໍາຄັນ ຊຶ່ງມັນ ໄດ້ເຮັດໃຫ້ນະຄອນຫລວງ ມີການ ປ່ຽນແປງ ແລະ ພັດທະນາດ້ານ ຕ່າງໆເດັ່ນຊັດຂຶ້ນ ເປັນຕົ້ນ ນວ ສາ ມາດຮັກສາສະຖຽນລະພາບທາງ ດ້ານການເມືອງ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບ ຮ້ອຍດ້ານສັງຄົມໂດຍພື້ນຖານ, ເສດຖະກິດ, ວັດທະນະທຳ-ສັງຄົມ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ການຜະລິດ ແລະ ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບ ການຊຸກຍູ້ສົ່ງເສີມນັບມື້ດີຂຶ້ນ. ພ້ອມ ນີ້, ໄດ້ດໍາເນີນຊີວິດການເມືອງ ແລະ ປົວແປງພາຍໃນພັກ ນັບແຕ່ ຂັ້ນຮາກຖານຮອດຂັ້ນນະຄອນ ຫລວງ, ໄດ້ຕຳນິສົ່ງຂ່າວຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ດ້ວຍຈິດໃຈສ້າງ ສັນ, ຄວາມສາມັກຄີພາຍໃນພັກ ຢ່າງເປັນປຶກແຜ່ນແໜ້ນໜາ, ການ ດໍາເນີນຊີວິດການເມືອງ ແມ່ນໄດ້ ຕິດພັນກັບການເສີມຂະຫຍາຍ ປະ ຊາທິປະໄຕຢ່າງກວ້າງຂວາງພາຍ ໃນພັກ ແລະ ທົ່ວສັງຄົມ ເຂົ້າໃນ ການປະກອບຄໍາຄິດຄໍາເຫັນໃສ່ບົດ ລາຍງານການເມືອງ ແລະ ແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2030) ແລະ ທາບທາມ ບຸກຄະລາກອນ ເຂົ້າໃນກອງປະຊຸມ ໃຫຍ່ຄັ້ງນີ້. ສິ່ງດັ່ງກ່າວນັ້ນມັນໄດ້ ສະແດງເຖິງຄວາມຮັບຜິດຊອບສູງ ຕໍ່ຊາຕາກຳ ແລະ ອະນາຄົດຂອງ ຊາວນະຄອນຫລວງວຽງຈັນ. ສະຫາຍ ອານຸພາບ ຕຸນາລົມ ຍັງກ່າວອີກວ່າ: ໜ້າທີ່ສໍາຄັນຂອງ ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ພ້ອມ ກັນທົບທວນຕີລາຄາຄືນຜົນງານ ແລະ ໄຊຊະນະທີ່ຍາດມາໄດ້, ຈຸດ ອ່ອນຂໍ້ຄົງຄ້າງ ແລະ ສະຫລຸບຖອດ ຖອນບົດຮຽນ ໃນການຈັດຕັ້ງປະຕິ ບັດແນວທາງນະໂຍບາຍຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກນວ5ປີຜ່ານ ມາ ແລະ ພ້ອມກັນກຳນົດທິດທາງ ຄາດໝາຍຍຸດທະສາດແຕ່ລະດ້ານ ເພື່ອເປັນການເສີມສ້າງໃນການປົກ ປັກຮັກສາ ແລະ ພັດທະນານະຄອນ ຫລວງວຽງຈັນແຕ່ນີ້ຮອດປີ2030. ກອງປະຊຸມໃຫຍ່ຍັງຈະໄດ້ປະຕິບັດ ໜ້າທີ່ອັນສໍາຄັນ ໃນການເລືອກຕັ້ງ ເອົາຄະນະບໍລິຫານງານພັກ ນະ ຄອນຫລວງວຽງຈັນ ຊຸດທີ VIII ເພື່ອສືບຕໍ່ນໍາພາ-ຊີ້ນໍາ ນະຄອນ ຫລວງວຽງຈັນ ກ້າວຂຶ້ນຢ່າງບໍ່ຢຸດ ຢັ້ງດ້ວຍຜົນງານ ແລະ ໄຊຊະນະ ໃຫຍ່ຫລວງກວ່າເກົ່າ ພ້ອມທັງ ຈະໄດ້ເລືອກຕັ້ງເອົາຜູ້ແທນທີ່ເປັນ ຕົວແທນໃຫ້ແກ່ອົງຄະນະພັກນະ ຄອນຫລວງວຽງຈັນ ໄປຮ່ວມກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກ. ຂ່າວ: ສົມຫວັງ, ພາບ: ອ່າຍຄໍາ ປະທານກວດກາສູນກາງພັກ, ປະ ທານອົງການກວດກາແຫ່ງລັດ, ມີ ຄະນະພັກ, ອະດີດການນໍາອາວຸໂສບໍານານ, ມີຜູ້ແທນສົມບູນ ທີ່ເປັນ ຕົວແທນໃຫ້ແກ່ສະມາຊິກພັກ ອ້ອມ ຂ້າງອົງຄະນະພັກກະຊວງສາທາ ລະນະສຸກ ເຂົ້າຮ່ວມ. ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ ຮັບຟັງບົດລາຍງານການເມືອງ ຂອງອົງຄະນະພັກກະຊວງສາທາ ລະນະສຸກ ສະໄໝທີ IX (20212025), ພ້ອມທັງໄດ້ຮັບຟັງ, ປະ ກອບຄໍາຄິດຄໍາເຫັນ ແລະ ຮັບຮອງ ເອົາລາຍງານການເມືອງ, ແຜນພັດ ທະນາຂະແໜງ ສາທາລະນະສຸກ 5 ປີ, ບົດສໍາຫລວດການນໍາພາ ລວມ ຂອງຄະນະບໍລິຫານງານພັກ ກະຊວງສາທາລະນະສຸກ. ກອງປະຊຸມຄັ້ງນີ້, ຍັງໄດ້ພ້ອມ ກັນໃຊ້ສິດປະຊາທິປະໄຕປ່ອນບັດ ຄັດເລືອກເອົາຄະນະບໍລິຫານງານ ພັກກະຊວງສາທາລະນະສຸກຊຸດ ໃໝ່ ໂດຍມີຜູ້ແທນສົມບູນອອກຮັບ ສະໝັກ 23 ສະຫາຍ, ເລືອກເອົາ 19 ສະຫາຍ, ກອງປະຊຸມຄັ້ງປະຖົມ ມະລຶກ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ນາງ ໃບຄໍາ ຂັດທິຍະ ເປັນເລຂາຄະນະບໍລິຫານງານພັກ ກະຊວງສາທາລະນະສຸກ, ສະຫາຍ ໄພວັນ ແກ້ວປະເສີດ ເປັນຮອງ ເລຂາຄະນະບໍລິຫານງານພັກ, ສະ ຫາຍ ນາງ ອໍາພອນ ວິຊາເທບ ເປັນ ປະທານຄະນະກວດກາພັກ. ໃນໂອກາດດັ່ງກ່າວ, ສະຫາຍ ຄຳພັນ ພົມມະທັດ ໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນງານຂອງຄະ ນະພັກຊຸດເກົ່າທີ່ຍາດມາໄດ້ຕະ ຫລອດໄລຍະ 5 ປີຜ່ານມາ, ເພື່ອ ກອງປະຊຸມໃຫຍ່... ອັດຕະປື... ແລະ ພັດທະນາພື້ນຖານໂຄງລ່າງ ຄົມມະນາຄົມ-ຂົນສົ່ງ ຢ່າງເປັນ ລະບົບຄົບຊຸດ ເພື່ອເຊື່ອມຈອດພາຍ ໃນ, ພາກພື້ນ ແລະ ສາກົນ; ພັດທະ ນາໂຍທາທິການທາງນໍ້າ ຕິດພັນ ກັບການຮັກສາເຂດນໍ້າແດນດິນ ແລະ ອະທິປະໄຕຂອງຊາດ. ສຳລັບການພັດທະນາ ການບິນ ພົນລະເຮືອນ ຕ້ອງໃຫ້ທັນສະໄໝ, ປອດໄພ ແລະ ໄດ້ມາດຕະຖານສາ ກົນ ໂດຍສຸມໃສ່ແກ້ໄຂຂໍ້ຄົງຄ້າງ ຂອງອົງການການບິນພົນລະເຮືອນ ສາກົນ ເປັນບຸລິມະສິດ, ພັດທະນາ ທາງລົດໄຟ ແລະ ບັນດາກິດຈະ ການປິ່ນອ້ອມ ເພື່ອນໍາຜົນປະໂຫຍດ ສູງສຸດ ໃຫ້ປະເທດຊາດ ແລະ ປະຊາ ຊົນ, ພັດທະນາລະບົບການຂົນສົ່ງ ແລະ ການບໍລິການທາງຜ່ານ ດ້ວຍ ການສ້າງລະບົບໂລຈິສຕິກຄົບຊຸດ, ພັດທະນາບັນດາຕົວເມືອງຢ່າງ ຮອບດ້ານ ເພື່ອໃຫ້ເປັນຫົວໜ່ວຍ ຍຸດທະສາດທີ່ເຂັ້ມແຂງ, ການສະ ໜອງນໍ້າປະປາໃຫ້ໄດ້ 35% ຕາມ ຄາດໝາຍ ໃນປີ 2030 ແລະ ບັນ ຫາອື່ນໆ; ຕ້ອງຮັບປະກັນໃຫ້ ຍທຂ ມີຄວາມສະຫງົບທາງດ້ານການ ເມືອງຢ່າງໜັກແໜ້ນ, ສືບຕໍ່ປັບປຸງ ບັນດາຮາກຖານພັກ ແລະ ກົງຈັກ ການຈັດຕັ້ງລັດພາຍໃນກະຊວງໃຫ້ ເຂັ້ມແຂງ, ມີລະບຽບວິໄນ, ແບບ ແຜນການນໍາພາ-ຊີ້ນຳທີ່ທັນສະ ໄໝ, ອັນສໍາຄັນ ແມ່ນຕ້ອງປຸກລະ ດົມສະມາຊິກພັກ, ພະນັກງານ ແລະ ກໍາມະກອນທົ່ວກະຊວງເຂົ້າຮ່ວມ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນ ຂະແໜງ ຍທຂ ຢ່າງຈິງຈັງ ແລະ ພ້ອມກັນປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດສັງຄົມ ແລະ ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ; ເອົາໃຈໃສ່ສືບຕໍ່ປັບປຸງລະບົບການ ເມືອງ, ຍົກສູງບົດບາດການນໍາພາ ຂອງອົງຄະນະພັກກະຊວງ ໃນການ ເປັນເສນາທິການໃຫ້ລັດຖະບານ ໃນການຄຸ້ມຄອງມະຫາພາກດ້ານ ຍທຂ; ເອົາໃຈໃສ່ການກໍ່ສ້າງພັກ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນນໍາພາໃຫ້ ໜັກແໜ້ນເຂັ້ມແຂງ ດ້ວຍການ ກໍ່ສ້າງ ແລະ ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ສົມກັບ ເປັນແກນນໍາໃນລະບົບການເມືອງ ຢ່າງແທ້ຈິງ, ບໍາລຸງກໍ່ສ້າງພະນັກ ງານ-ວິຊາການ ໃນແຕ່ລະຂົງເຂດ ວຽກງານໃຫ້ເປັນລະບົບ ແລະ ຮັບ ປະກັນລັກສະນະສືບທອດ-ປ່ຽນ ແທນ, ບັນດາສະຫາຍຄະນະບໍລິ ຫານງານພັກກະຊວງແຕ່ລະສະ ຫາຍ ຕ້ອງເປັນເຈົ້າການແກ້ໄຂບັນ ດາຈຸດອ່ອນ-ຂໍ້ຄົງຄ້າງຂອງຕົນ ທີ່ ໄດ້ເວົ້າກັນໃນກອງປະຊຸມດຳເນີນ ຊີວິດການເມືອງທ້າຍສະໄໝ. ພ້ອມ ກັນນັ້ນ, ຕ້ອງສືບຕໍ່ປັບປຸງບັນດາ ຮາກຖານພັກ ຕິດພັນກັບການປັບ ປຸງກົງຈັກການຈັດຕັ້ງ, ສາມອົງ ການຈັດຕັ້ງມະຫາຊົນແຕ່ລະຂັ້ນໃຫ້ ເຂັ້ມແຂງ, ເພີ່ມທະວີການຄຸ້ມຄອງ ລັດ-ຄຸ້ມຄອງສັງຄົມໃນຂະແໜງ ໂຍທາທິການ ແລະ ຂົນສົ່ງ ດ້ວຍ ລະບຽບກົດໝາຍເປັນກ້າວໆ. ພ້ອມນີ້, ໃຫ້ສືບຕໍ່ເພີ່ມທະວີ ການພົວພັນຮ່ວມມື, ຍາດແຍ່ງ ດຶງ ດູດເອົາການຊ່ວຍເຫລືອ, ຮ່ວມມື ແລະ ລົງທຶນຈາກບັນດາຄູ່ຮ່ວມພັດ ທະນາ, ປະເທດເພື່ອນມິດ ກໍຄື ອົງ ການຈັດຕັ້ງຕ່າງໆ, ທຸກພາກສ່ວນ ທຸລະກິດ ທັງພາຍໃນ ແລະ ຕ່າງປະ ເທດໃຫ້ນັບມື້ນັບເພີ່ມຂຶ້ນຕິດພັນກັບ ການແກ້ໄຂບັນດາຂອດຂັ້ນຂອງ ການບໍລິການ, ການເອື້ອອໍານວຍ ຄວາມສະດວກ ແລະ ບັນດານະ ໂຍບາຍຕ່າງໆໃຫ້ເໝາະສົມ ແນໃສ່ ສ້າງກຳລັງແຮງ ໃນການຈັດຕັ້ງປະ ຕິບັດແຜນພັດທະນາຂອງກະຊວງ ຍທຂ ໃນການນໍາໃຊ້ຈຸດພິເສດທີ່ຕັ້ງ ແລະ ນະໂຍບາຍເຊື່ອມໂຍງ-ເຊື່ອມ ຈອດ ດ້ານເສດຖະກິດ ຂອງ ສປປ ລາວ ໃຫ້ບັນລຸຜົນສໍາເລັດຕາມ ຄາດໝາຍທີ່ກໍານົດໄວ້. ພ້ອມກັນ ນັ້ນ, ກໍເພີ່ມທະວີການຄຸ້ມຄອງ ການນໍາໃຊ້ທຶນກູ້ຢືມ ເຂົ້າໃນການ ພັດທະນາພື້ນຖານໂຄງລ່າງຂອງ ກະຊວງ ຍທຂ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ. ພາຍຫລັງກອງປະຊຸມໃຫຍ່ນີ້ ແລ້ວ, ໃຫ້ຄະນະບໍລິຫານງານພັກ ກະຊວງຊຸດໃໝ່ ເອົາໃຈໃສ່ສ້າງ ຄວາມຮັບຮູ້ຄວາມເຂົ້າໃຈ ແລະ ເປັນເອກະພາບກັນ ຕໍ່ແນວທາງ ນະໂຍບາຍທີ່ວາງອອກ ເພື່ອເຮັດ ໃຫ້ສະມາຊິກພັກ, ພະນັກງານລັດຖະກອນ ແລະ ກໍາມະກອນໃນ ທົ່ວກະຊວງ ຍທຂ ມີຄວາມຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມ, ມີສະຕິ ຕື່ນຕົວເປັນເຈົ້າການເຂົ້າຮ່ວມໃນ ພາລະກິດປົກປັກຮັກສາ ແລະ ສ້າງ ສາປະເທດຊາດ, ເສີມຂະຫຍາຍ ຫົວຄິດປະດິດສ້າງ ແລະ ທັດສະນະ ນາຍົກລັດຖະມົນຕີ... ຈຸດສຸມຈຳນວນໜຶ່ງ, ວິໄສທັດຮອດ ປີ 2030, ເຊິ່ງໃນໄລຍະຜ່ານມາ ພາຍໃຕ້ການນໍາພາ-ຊີ້ນຳ ຂອງອົງ ຄະນະບໍລິຫານງານພັກແຂວງ ເຫັນ ວ່າ ໄດ້ຮັບຜົນສໍາເລັດໃນຫລາຍ ດ້ານ, ບາງດ້ານກໍມີລັກສະນະກ້າວ ກະໂດດຂະຫຍາຍຕົວໄວ ແລະ ເປັນ ພື້ນຖານອັນສໍາຄັນໃຫ້ແກ່ການພັດ ທະນາໃນຕໍ່ໜ້າ, ແຕ່ຄຽງຄູ່ກັນນັ້ນກໍ ຍັງຜະເຊີນກັບສິ່ງທ້າທາຍທົດສອບ ຫລາຍປະການ ທັງພາຍໃນ ແລະ ພາຍນອກ ອັນທີ່ພົ້ນເດັ່ນແມ່ນບັນ ຫາຄວາມບໍ່ສະຫງົບ ລະຫວ່າງຊາຍ ແດນລາວ-ກຳປູເຈຍ, ບັນຫາປະກົດ ການສໍ້ລາດ-ບັງຫລວງໃນຂົງເຂດ ພັກ-ພະນັກງານ ຊຶ່ງໄດ້ສ້າງຄວາມ ເສຍຫາຍຢ່າງໃຫຍ່ຫລວງຕໍ່ແຂວງ ອັດຕະປື, ການລັກລອບຂຸດຄົ້ນຊັບ ພະຍາກອນທຳມະຊາດ ແບບຊະ ຊາຍ, ຄວາມຂັດແຍ່ງກ່ຽວກັບບັນ ຫາທີ່ດິນ, ບັນຫາຄ່າຄອງຊີບສູງ, ການປະລະການຮຽນ ແລະ ປະກົດ ການຫຍໍ້ທໍ້ຈໍານວນໜຶ່ງໃນສັງຄົມທີ່ ແກ້ໄຂບໍ່ທັນໄດ້ ຊຶ່ງທັງໝົດນີ້ເປັນ ການທົດສອບຄວາມຮູ້-ຄວາມສາ ມາດ ໃນການນໍາພາ-ຊີ້ນໍາ ຂອງຄະ ນະບໍລິຫານງານພັກແຂວງ ກໍຄື ການບໍລິຫານ-ການປົກຄອງຂອງ ການນໍາຂອງແຂວງພວກເຮົາ. ຜ່ານ ການເຄື່ອນໄຫວນໍາພາ-ຊີ້ນໍາ ໂດຍ ໄດ້ຮັບການເອົາໃຈໃສ່ຊີ້ນໍາຢ່າງ ຕິດແທດຕົວຈິງ ແລະ ຮອບດ້ານຕໍ່ ເນື່ອງ ຂອງສູນກາງພັກ-ລັດຖະ ບານ ແລະ ຄວາມເປັນເຈົ້າການມີ ສະຕິສະດຸ້ງໄວ ຂອງການນໍາ ບວກ ກັບມູນເຊື້ອອັນດີງາມ, ຄວາມອົດ ທົນ ແລະ ສາມັກຄີປອງດອງຂອງ ສະມາຊິກພັກ-ພະນັກງານ ກໍຄືປະ ຊາຊົນບັນດາເຜົ່າທຸກຖ້ວນໜ້າ ສາ ມາດເຮັດສຳເລັດໜ້າທີ່ການເມືອງ ຂອງຕົນ ຜ່ານຜ່າອຸປະສັກນາໆປະ ການ ພ້ອມກັນສຸມໃສ່ປະຕິບັດບັນ ດາຄາດໝາຍສູ້ຊົນຕົ້ນຕໍ ຄື: ຫັນເອົາ ພະນັກງານລົງກໍ່ສ້າງຮາກຖານ ການເມືອງປົກກະຕິ, ການແກ້ໄຂ 4 ວາລະຂອງແຂວງ, ຈັດຕັ້ງຜັນ ຂະຫຍາຍວຽກງານ 3 ສ້າງ ຕິດພັນ ກັບການພັດທະນາຊົນນະບົດແກ້ໄຂ ຄວາມທຸກຍາກ ແລະ ຂະບວນການ ຮັກຊາດ-ພັດທະນາ, ດໍາເນີນການ ປັບປຸງກໍ່ສ້າງພັກໃຫ້ມີຄວາມປອດ ໃສ ເຂັ້ມແຂງ ໜັກແໜ້ນ, ດໍາເນີນ ຊີວິດການເມືອງ ແລະ ປັບປຸງປົວ ແປງພາຍໃນພັກນັບແຕ່ຮາກຖານ ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດ ຊອບ ຕິດພັນກັບການແບ່ງວຽກ, ແບ່ງງານ, ແບ່ງຄວາມຮັບຜິດຊອບ ລະຫວ່າງຄະນະປະຈຳພັກ, ຄະນະ ບໍລິຫານງານພັກກະຊວງ ໃຫ້ລະ ອຽດຈະແຈ້ງ, ປັບປຸງລະບອບແບບ ແຜນວິທີເຮັດວຽກ, ການປະຕິບັດ ຫລັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດ ຊອບ, ຫັນປ່ຽນແນວຄິດຈິນຕະ ນາການໃໝ່, ເປັນເຈົ້າການເຊີດຊູ ຈິດໃຈເອກະລາດເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມ ແຂງ ດ້ວຍຕົນເອງ. ຂ່າວ: ກິດຕາ; ພາບ: ຂັນໄຊ ສືບຕໍ່ນຳພາ-ຊີ້ນຳຂະແໜງສາທາ ລະນະສຸກ ໃນຕໍ່ໜ້າໃຫ້ມີການຫັນ ປ່ຽນໃໝ່ທີ່ຕັ້ງໜ້າກວ່າເກົ່າ, ພ້ອມ ທັງເນັ້ນບາງບັນຫາ ໂດຍສະເພາະ ສືບຕໍ່ເພີ່ມທະວີການສຶກສາອົບຮົມ ການເມືອງ ນໍາພາແນວຄິດ ໃຫ້ແຂງ ແຮງເລິກເຊິ່ງກວ່າເກົ່າ, ສົມທົບ ແໜ້ນກັບການຍົກລະດັບຄວາມ ຮັບຮູ້ທາງດ້ານທິດສະດີການເມືອງ, ເຊື່ອມຊຶມກຳແໜ້ນແນວທາງແຜນ ນະໂຍບາຍຂອງພັກ ແລະ ວິຊາສະ ເພາະ ໃຫ້ພະນັກງານຫລັກແຫລ່ງ ຂັ້ນຕ່າງໆ ໃນທົ່ວຂະແໜງການ ຂອງຕົນ; ເອົາໃຈໃສ່ນໍາພາ-ຊີ້ນໍາ ສ້າງການຫັນປ່ຽນທາງດ້ານແນວ ຄິດ ຈິນຕະນາການຂອງສະມາຊິກ ພັກ, ພະນັກງານ-ລັດຖະກອນ ເພື່ອ ແກ້ໄຂແລະ ຕີຖອຍການເສື່ອມຖອຍ ທາງດ້ານແນວຄິດແລະການກະທໍາ ທີ່ບໍ່ຖືກຕ້ອງ; ສືບຕໍ່ເພີ່ມທະວີວຽກ ງານກໍ່ສ້າງພັກໃຫ້ປອດໃສ, ເຂັ້ມ ແຂງ ແລະ ໜັກແໜ້ນ ໂດຍຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດຕາມ 5 ຫລັກການ ແລະ 3 ທິດນໍາໃນການ ກໍ່ສ້າງ ແລະ ປັບປຸງພັກ, ຄຸ້ມຄອງ, ຕີລາຄາຄຸນນະພາບຂອງການຈັດ ຕັ້ງພັກ ແລະ ສະມາຊິກພັກເປັນປົກ ກະຕິ, ປະຕິບັດການຍ້ອງຍໍສະມາ ຊິກພັກຜູ້ທີ່ດີເດັ່ນ, ດໍາເນີນມາດຕະ ການທາງດ້ານວິໄນ ຕໍ່ຜູ້ລະເມີດກົດ ລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ຢ່າງ ເຂັ້ມງວດ ແລະ ເດັດຂາດ ເພື່ອສະ ກັດກັ້ນປະກົດການຫຍໍ້ທໍ້ເກີດຂຶ້ນ ທີ່ຢູ່ໃນຖັນແຖວສະມາຊິກພັກ, ພະ ນັກງານ-ລັດຖະກອນ, ການປັບປຸງ ພາຍໃນພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ຕ້ອງຕິດພັນກັບຂໍ້ແຂ່ງ ຂັນຮັກຊາດ ແລະ ພັດທະນາ; ເອົາ ໃຈໃສ່ບຳລຸງສ້າງພະນັກງານ ໂດຍ ສະເພາະພະນັກງານໜຸ່ມທາງດ້ານ ຄຸນທາດການເມືອງ, ຄຸນສົມບັດ ສິນທໍາປະຕິວັດ, ລະບຽບວິໄນເຂັ້ມ ງວດ, ເດັດຂາດບໍ່ໃຫ້ສວຍໃຊ້ໜ້າທີ່ ຕຳແໜ່ງເພື່ອສະແຫວງຫາຜົນປະ ໂຫຍດສ່ວນຕົວ ທີ່ບໍ່ຖືກຕ້ອງ, ສ້າງ ເປັນພະນັກງານທີ່ສາມາດສືບທອດ, ປ່ຽນແທນຕໍາແໜ່ງສໍາຄັນຕ່າງໆ ໃນອະນາຄົດ; ສືບຕໍ່ສ້າງບາດກ້າວ ບຸກທະລຸຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນວຽກງານພະນັກ ງານ ເລີ່ມແຕ່ຂອດຂຶ້ນແຜນກຳນົດ ພະນັກງານ, ກໍ່ສ້າງບຳລຸງຍົກລະດັບ. ພາຍຫລັງສຳເລັດກອງປະຊຸມ ໃຫຍ່ ຄັ້ງນີ້, ຄະນະພັກຊຸດໃໝ່ທຸກ ສະຫາຍ ຕ້ອງໄດ້ຍົກສູງຄວາມຮັບ ຜິດຊອບທາງດ້ານການເມືອງ ແລະ ຄວາມເປັນແບບຢ່າງນໍາໜ້າຂອງ ຕົນໃຫ້ສູງກວ່າເກົ່າ, ຄະນະພັກຊຸດ ໃໝ່ນີ້ ປະກອບມີທັງ 3 ຮຸ່ນຄື: ຮຸ່ນ ອາວຸໂສ, ຮຸ່ນກາງແລະຮຸ່ນໜຸ່ມ. ສະ ນັ້ນ, ສິ່ງສໍາຄັນທີ່ສຸດ ແມ່ນໃຫ້ຮັກ ສາຄວາມສາມັກຄີເປັນຈິດໜຶ່ງໃຈ ດຽວກັນ ແລະ ຄວາມເປັນເອກະ ພາບພາຍໃນຄະນະພັກ ຢ່າງມີຫລັກ ການ, ຫລີກເວັ້ນບໍ່ໃຫ້ເກີດມີກຸ່ມ ກ້ອນ, ພັກພວກ, ຕ້ອງເປັນຄະນະ ດຽວ, ເອກະພາບກັນທຸກວຽກງານ ເນື່ອງຈາກບັນດາຜູ້ແທນກອງປະ ຊຸມ ໄດ້ເລືອກຕັ້ງ ແລະ ມອບໝາຍ ໜ້າທີ່ໃຫ້ບັນດາສະຫາຍ ເປັນຜູ້ສືບ ຕໍ່ນໍາພາ-ຊີ້ນໍາ ການປະຕິບັດໜ້າທີ່ ການເມືອງ ກໍຄື ວຽກງານຂອງຂະ ແໜງການສາທາລະນະສຸກ ໃນອີກ 5ປີຕໍ່ໜ້າໃຫ້ມີຜົນງານພົ້ນເດັ່ນກວ່າ ເກົ່າ ແລະ ບັນລຸຜົນສໍາເລັດຕາມລະ ດັບຄາດໝາຍ ຫລື ລື່ນຄາດໝາຍ ທີ່ ກອງປະຊຸມ ໃຫຍ່ຄັ້ງນີ້ວາງອອກ; ເອົາໃຈໃສ່ເປັນເຈົ້າການຮ່ວມກັນ ເສີມຂະຫຍາຍວຽກງານໂຄສະນາ ສຸຂະສຶກສາຢ່າງແທດເຖິງກວ່າເກົ່າ ໂດຍການນໍາໃຊ້ຊ່ອງທາງໂຄສະ ນາທຸກຮູບແບບ; ເອົາໃຈໃສ່ສະກັດ ກັ້ນ ແລະ ຄວບຄຸມການລະບາດ ຂອງພະຍາດຮ້າຍແຮງ ແລະ ພະ ຍາດຕິດຕໍ່ອື່ນໆ ທີ່ຂົ່ມຂູ່ຕໍ່ສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາ ຊົນໃຫ້ໄດ້ຢ່າງມີປະສິດທິຜົນ; ສືບ ຕໍ່ປັບປຸງ ແລະ ຂະຫຍາຍຕາໜ່າງ ສາທາລະນະສຸກ ໃຫ້ທົ່ວເຖິງ ລວມ ທັງ ເຂດພູດອຍ, ຫ່າງໄກສອກຫລີກ ໃຫ້ມີຄຸນນະພາບດີຂຶ້ນ, ເອົາໃຈໃສ່ຍົກ ສູງຄຸນນະພາບຂອງການບໍລິການ ສຸຂະພາບ ຢູ່ໂຮງໝໍຂັ້ນຕ່າງໆ, ຫັນ ໂຮງໝໍສູນກາງ ແລະ ໂຮງໝໍແຂວງ ຈໍານວນໜຶ່ງ ໃຫ້ທັນສະໄໝທາງ ດ້ານພື້ນຖານໂຄງລ່າງ, ອຸປະກອນ ການແພດ, ບຸກຄະລາກອນ, ການ ບໍລິການ ລວມທັງລະບົບການບໍລິ ຫານຈັດການ ດ້ວຍການນໍາໃຊ້ລະ ບົບໄອທີ ແນໃສ່ສ້າງໃຫ້ໂຮງໝໍສາ ມາດກຸ້ມຕົນເອງເທື່ອລະກ້າວ; ເສີມ ຂະຫຍາຍບົດບາດຄວາມເປັນເຈົ້າ ການຂອງໂຮງໝໍ ແລະ ສະຖານທີ່ ຂອງລັດແລະ ເອກະຊົນໃນການບໍລິ ການສຸຂະພາບ, ຮັບປະກັນການ ບໍລິການຂັ້ນພື້ນຖານໃຫ້ແກ່ປະຊາ ຊົນ; ສ້າງຄວາມຊໍານິຊໍານານຊ່ຽວຊານ ແພດໝໍ ແລະ ຜູ້ບໍລິຫານ ໃຫ້ນັບມື້ດີຂຶ້ນ ແລະ ມີຈຳນວນສົມ ຄູ່ກັບໜ້າທີ່ການເມືອງ. ຂ່າວ: ໜັງສືພິມປະຊາຊົນ ຂຶ້ນມາ, ແຕ່ລະໜ່ວຍພັກ, ຄະນະພັກ ຮາກຖານ ແລະ ອົງຄະນະພັກເມືອງ 5 ເມືອງ ໄດ້ສໍາເລັດກອງປະຊຸມ ໃຫຍ່ຂອງຕົນ ຊຶ່ງໄດ້ເສີມຂະຫຍາຍ ສິດປະຊາທິປະໄຕພາຍໃນພັກ, ສະ ມາຊິກພັກ ພະນັກງານໄດ້ເຂົ້າຮ່ວມ ແລະ ຄົ້ນຄວ້າປະກອບຄໍາຄິດເຫັນ ຢ່າງເລິກເຊິ່ງ. ສະເພາະການຄັດ ເລືອກບຸກຄະລາກອນ ແລະ ຜູ້ແທນ ເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນ ຄົ້ນຄວ້າຢ່າງພາວະວິໄສ ມີປະຊາ ທິປະໄຕຜ່ານຫລາຍຂັ້ນຕອນຕາມ ການຊີ້ນໍາຂອງຂັ້ນເທິງ ແລະ ກົດລະ ບຽບຂອງພັກຢ່າງເຂັ້ມງວດ, ບົດ ລາຍງານການເມືອງ ແລະ ແຜນພັດ ທະນາເສດຖະກິດ-ສັງຄົມ ກໍໄດ້ ຜ່ານການວິເຄາະວິໄຈ, ໄຈ້ແຍກດ້ວຍ ການດໍາເນີນສໍາມະນາວິທະຍາສາດ, ທາບທາມຄວາມຄິດຄວາມເຫັນ ຢ່າງເລິກເຊິ່ງ, ກວ້າງຂວາງ ເພື່ອ ຮັບປະກັນເຮັດໃຫ້ເນື້ອໃນມີຄວາມ ອຸດົມສົມບູນ, ສອດຄ່ອງກັບຕົວຈິງ ແລະ ສາມາດນໍາໄປຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ. ໃນໄລຍະ 2 ວັນຂອງການດໍາ ເນີນກອງປະຊຸມ, ນອກຈາກຈະໄດ້ ຮັບຟັງຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດສັງຄົມແລ້ວ ຍັງຈະໄດ້ຄົ້ນຄວ້າລົງ ເລິກຕີລາຄາບັນດາຈຸດດີ-ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ ຖອດຖອນໄດ້ ແລະ ຈະໄດ້ຮັບຮອງ ເອົາທິດທາງ, ແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີໃນຕໍ່ໜ້າ. ພ້ອມ ກັນນັ້ນ, ຍັງຈະໄດ້ຮັບຟັງການປະ ກອບຄໍາເຫັນ ຂອງບັນດາຕົວແທນ ຈາກກົມກອງຕົວແບບ ແລະ ຄອບ ຄົວຕົວແບບຈຳນວນໜຶ່ງຕື່ມອີກ. ພ້ອມນີ້, ໃນກອງປະຊຸມບັນດາຜູ້ ແທນກອງປະຊຸມຈະໄດ້ໃຊ້ສິດປະຊາ ທິປະໄຕ ປ່ອນບັດເລືອກເອົາຄະນະ ບໍລິຫານງານພັກແຂວງຊຸດໃໝ່ ເພື່ອ ສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ ທີ XII ເປັນຄັນທຸງນໍາໜ້າໃນທຸກ ວຽກງານ ແລະ ເປັນໃຈກາງໃນ ການເຕົ້າໂຮມຄວາມສາມັກຄີປອງ ດອງປະຊາຊົນບັນດາເຜົ່າ ເພື່ອພ້ອມ ກັນເຮັດສຳເລັດໜ້າທີ່ການເມືອງ ໃນໄລຍະໃໝ່, ສ້າງໃຫ້ແຂວງອັດຕະ ປື ກາຍເປັນແຂວງທີ່ມີການພັດທະ ນາຢ່າງຮອບດ້ານ. ພ້ອມດຽວກັນ ຍັງຈະໄດ້ປ່ອນບັດຄັດເລືອກເອົາ ຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນ ຕໍ່ໜ້າຕື່ມອີກ. ຂ່າວ: ພອນປະເສີດ

RkJQdWJsaXNoZXIy MTc3MTYxMQ==