7123

gsfdko{dkora fmtok xtgmf]k; ( 25/09/2025 ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ທ່ານ ພົວ ສຸກ ພະຈັນ ສີລາເພັດ ຮອງເລຂາພັກ ແຂວງ ຮອງປະທານຄະນະກໍາມະ ການປົກຄອງ ແຂວງບໍ່ແກ້ວ ພ້ອມ ດ້ວຍຄະນະເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຮອບດ້ານ ຢູ່ ເມືອງຜາອຸດົມ ແຂວງບໍ່ແກ້ວ ໃນ ທ້າຍອາທິດຜ່ານມາ ໂດຍການຕ້ອນ ຮັບຂອງ ທ່ານ ກາງ ມະນີຫວ່າງ ເລຂາຄະນະບໍລິຫານງານພັກເມືອງ ຜາອຸດົມ ພ້ອມດ້ວຍຫ້ອງການອ້ອມ va f8txn 8y f8k,d;fdk37'dko[6 ]tot Ia dlk{lh v,cx'mk's];'csj '-kf 18 B ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ສົມໄຊ ແກ້ວມະນີວັນ ຫົວໜ້າ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປື ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ໂຄງການບູລະນະຮັກສາ ແລະ ສ້ອມແປງທາງຫລວງແຫ່ງຊາດ ທາງເລກທີ 18 B ແຕ່ຫົວຂົວເຊ ກອງ-ຊາຍແດນລາວຫວຽດນາມ ທັງນີ້ກໍເພື່ອປະເມີນຄຸນນະພາບ ມາດຕະຖານງານກໍ່ສ້າງການສ້ອມ ແປງ ແລະ ການດູແລຮັກສາເສັ້ນ ທາງໃຫ້ເປັນໄປຕາມຫລັກວິ ສະວະ ກອນເພື່ອໃຫ້ການເດີນທາງຂອງ ປະຊາຊົນມີຄວາມສະດວກປອດໄພ ແລະ ຍືດອາຍຸການໃຊ້ງານຂອງ ເສັ້ນທາງດັ່ງກ່າວໃນໄລຍະຍາວ. ທ່ານ ສົມໄຊ ແກ້ວມະນີວັນ co;]k;lh k'-kf c0;'lk]t;a o fegou odv'xt-5 ,7q [7totmh kpltw\mu VII ຂປລ. ແຫລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ຄະນະກໍາມະ ການແນວລາວສ້າງຊາດ ແຂວງ ສາລະວັນ ຈັດກອງປະຊຸມຄົບຄະ ນະທ້າຍສະໄໝທີ VI I ໃນວັນທີ 22 ກັນຍາ 2025 ໂດຍການເປັນ ປະທານຂອງສະຫາຍ ຄໍາຕາ ໂຮ່ ຊົງເລືອງ ກໍາມະການສູນກາງ ແນວລາວສ້າງຊາດ ປະທານ ແນວລາວສ້າງຊາດແຂວງສາລະ ວັນ, ມີສະຫາຍຄະນະປະຈໍາພັກ ແຂວງ, ພະເຖຣານຸເຖລະ, ຄະນະ ກຳມະການແນວລາວສ້າງຊາດ 8 ຕົວເມືອງ ແລະ ພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ວຽງໄຊ ແກ້ວມະນີ ວົງ ຮອງປະທານແນວລາວສ້າງ ຊາດແຂວງ ໄດ້ສະຫລຸບການຈັດຕັ້ງ gxu foe.-h l;olkmk]totg,n v'dklu ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ພິທີມອບ-ຮັບ ແລະ ເປີດນໍາໃຊ້ສວນສາທາລະນະ ຂອງເມືອງກາສີ ຢ່າງເປັນທາງການ ລະຫວ່າງບໍລິສັດໂຊກດີ ພັດທະນາ ກໍ່ສ້າງຄົບວົງຈອນ ຈຳກັດ ແລະ ບໍລິສັດເຊີນຮົວ (ກາສີ) ບໍ່ຄໍາ ຈຳກັດ, ບໍລິສັດ ຊຽງໄຮ້-ຊຸງເມີງ ຜະລິດຕະພັນແຮ່ທາດລາວ ຈຳກັດ ແລ້ວມອບຕໍ່ໃຫ້ອົງການປົກຄອງ ເມືອງກາສີ ຈັດຂຶ້ນໃນວັນທີ 18 ກັນຍາ 2025 ທີ່ເດີ່ນສວນສາທາ ລະນະ ເມືອງກາສີ ແຂວງວຽງຈັນ ໂດຍມີທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ, ທ່ານ ບຸນ ສອນ ເພັດລາວັນ ປະທານສະພາ ປະຊາຊົນ ແຂວງວຽງຈັນ, ທ່ານ ອຳໄພ ໂສລັດຕະນະວົງ ເລຂາຄະ ນະບໍລິຫານງານພັກເມືອງກາສີ, ທ່ານ ເຢົາຢົງອຸຍ ປະທານບໍລິສັດ ລາວເຊິນຮວາ (ກາສີ) ບໍ່ຄໍາ ຈໍາກັດ, ທ່ານ ທີລະຢຸດ ສີລັງກາ ຜູ້ຈັດການພາກສະໜາມ ບໍລິສັດ ຊຽງໄຮ້ ຊຸງເມີງ ຜະລິດຕະພັນແຮ່ ທາດລາວຈຳກັດ, ມີບັນດານັກ ທຸລະກິດ, ພໍ່ຄ້າຊາວຂາຍເຂົ້າຮ່ວມ. ທ່ານ ບຸນມີ ບົວລິວັນ ປະທານ ປະຕິບັດວຽກງານ 1 ປີຜ່ານມາ, ຕີລາຄາດ້ານດີ, ຜົນງານທີ່ພົ້ນເດັ່ນ, ຂໍ້ຄົງຄ້າງ ແລະ ຖອດຖອນເອົາ ບົດຮຽນ ເພື່ອນໍາໄປປັບປຸງ, ແກ້ໄຂ ໂດຍສະເພາະ ການຈັດຕັ້ງປະຕິບັດ ຕາມບັນດາຄາດໝາຍທີ່ມະຕິກອງ ປະຊຸມໃຫຍ່ ຄັ້ງທີ VII ໄດ້ວາງໄວ້. ໄລຍະຜ່ານມາ ໄດ້ປຸກລະດົມຂົນ ຂວາຍ ປະຊາຊົນບັນດາເຜົ່າ, ຊັ້ນຄົນ ແລະ ສາສະໜາ ເພີ່ມທະວີຄວາມ ສາມັກຄີເປັນປຶກແຜ່ນ, ມີຄວາມຮັກ ແພງ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ມີສະຕິຄວາມຕື່ນຕົວທາງດ້ານການ ເມືອງ, ເຮັດໃຫ້ແນວລາວສ້າງຊາດ ແຕ່ລະຂັ້ນປະຕິບັດພາລະບົດບາດໃນ ການເຕົ້າໂຮມຄວາມສາມັກຄີ, ໃນປີ 2024 ໄດ້ພົບປະຢ້ຽມຢາມ ແລະ ແລກປ່ຽນບົດຮຽນຮ່ວມກັບຄະນະ ກຳມະການແນວໂຮມປະເທດຊາດ ຫວຽດນາມ, ແຂວງເທື່ອທຽນເຫວ້ ແຂວງກວາງຈິ ແລະ ແນວໂຮມ ແຂວງກວາງຈິ ຊ່ວຍສ້າງເຮືອນ ມະຫາສາມັກຄີ ໃຫ້ປະຊາຊົນບ້ານ ລຽບຕາມຊາຍແດນ ພ້ອມທຶນການ ສຶກສາບ້ານແຮກສ່ຽວ 5 ທຶນ, ເປີດ ຂະບວນການສ້າງຕົວແບບຄອບຄົວ ສາມັກຄີ-ບ້ານສາມັກຄີ ແລະ ເມືອງ ຄະນະກຳມະການປົກຄອງເມືອງ ໄດ້ລາຍງານວ່າ: ເດີ່ນສວນສາທາ ລະນະແຫ່ງນີ້ ກ່ອນໜ້ານີ້ ໃນຊຸມປີ 2000 ຄືນຫລັງ ເປັນເດີ່ນໂຮງຮຽນ ອຸດົມກາສີ ຫລື ມັດທະຍົມຕອນ ປາຍກາສີ ແລະ ໂຮງຮຽນປະຖົມ ສົມບູນວຽງແກ້ວ ຕໍ່ມາໂຮງຮຽນ ມັດທະຍົມຕອນປາຍກາສີ ຖືກໄຟ ໄໝ້ ຈົນໝົດຫລັງ. ສະນັ້ນ, ຈຶ່ງເຮັດ ໃຫ້ເດີ່ນແຫ່ງນີ້ຫວ່າງ ເຊິ່ງອະດີດ ການນໍາຂັ້ນສູງຂອງແຂວງໄດ້ຊີ້ ນໍາໃຫ້ສ້າງເປັນສວນສາທາລະນະ, ໃນປີ 2020 ອົງການປົກຄອງ ເມືອງ ຈຶ່ງໄດ້ລິເລີ່ມໃຫ້ມີການສໍາ ຫລວດ-ອອກແບບ ແລ້ວຈັດສໍາມະ ນາ ເພື່ອຜ່ານແບບກໍ່ສ້າງ, ໃນທ້າຍ ປີ 2023 ຈຶ່ງໄດ້ອອກແບບຄືນໃໝ່ ກໍານົດແຕ່ເນື້ອທີ່ໃນເດີ່ນນີ້ສະເພາະ ທີ່ເປັນດິນລັດ ບໍ່ໃຫ້ແຕະຕ້ອງເຖິງ ດິນ ແລະ ເຮືອນປະຊາຊົນ, ບໍ່ໃຫ້ ແຕະຕ້ອງເຖິງໂຮງຮຽນ ເຊິ່ງໄດ້ ເອກະພາບກັນຮັບຮອງເອົາການ ອອກແບບ ໃນມູນຄ່າການກໍ່ສ້າງ 4,1 ຕື້ກວ່າກີບ ຫລັງຈາກນັ້ນ, ຈຶ່ງ ໄດ້ນໍາສະເໜີໂຄງການດັ່ງກ່າວ ເພື່ອ ຂໍງົບປະມານຈາກຂັ້ນເທິງ ເພື່ອມາ ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ເຊິ່ງໄດ້ຮັບການຕອບຮັບຈາກສອງ ບໍລິສັດຄື: ບໍລິສັດເຊີນຮວາ (ກາສີ) ບໍ່ຄໍາຈໍາກັດ ປະກອບສ່ວນ 2,61 ຕື້ ກວ່າກີບ, ບໍລິສັດຊຽງໄຮ້ຊຸງເມີງ ປະກອບສ່ວນ 1 ຕື້ກີບ, ລວມເປັນ 3,61 ຕື້ກວ່າກີບ ໂດຍແມ່ນບໍລິສັດ ໂຊກດີພັດທະນາກໍ່ສ້າງ ຄົບວົງຈອນ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ຕາມການອອກແບບຂອງເມືອງ. ໂຄງການດັ່ງກ່າວ ເລີ່ມຈັດຕັ້ງ ປະຕິບັດ ໃນເດືອນມິຖຸນາ 2024 ກຳນົດເວລາ 1 ປີ ຮອດເດືອນ ມິຖຸນາ 2025 ໃຫ້ສໍາເລັດ ເຊິ່ງ ປະກອບມີ: ອາຄານຜາມໄຊ, ຫ້ອງ ນໍ້າສາທາລະນະ, ປັບພື້ນດ້ວຍດິນ ປູເບຕົງເສີມເຫລັກໜາ 10 ຊັງຕິ ແມັດ ບໍລິເວນເດີ່ນ, ທາງຍ່າງອ້ອມ ເດີ່ນ, ຮົ້ວເຫລັກອ້ອມເດີ່ນ, ເສົາ ຫລັກເມືອງ, ຮ່ອງລະບາຍນໍ້າ, ປ້າຍ ສວນສາທາລະນະ, ຕົ້ນໄມ້ປະດັບ, ປູຫີນຂົບ, ປູກດອກໄມ້ ແລະ ປູກ ຫຍ້າ ປັດຈຸບັນການຈັດຕັ້ງປະຕິບັດ ໄດ້ຫລາຍກວ່າ 90%, ຍັງຄ້າງ ວຽກປະດັບປະດາຈໍານວນໜຶ່ງ ເຊັ່ນ: ການປູກຕົ້ນໄມ້ປະດັບ, ປູກ ດອກໄມ້ ແລະ ປູກຫຍ້າ ເນື່ອງຈາກ ງົບປະມານບໍ່ພຽງພໍ, ແຕ່ມີຄວາມ ຈໍາເປັນຈະຕ້ອງໄດ້ມອບ-ຮັບກ່ອນ ເພື່ອໃຫ້ຕິດພັນກັບງານຕະຫລາດ ນັດ, ສ່ວນໜ້າວຽກທີ່ຍັງຄ້າງຄາ ອົງການປົກຄອງເມືອງ ຈະຕ້ອງ ໄດ້ສືບຕໍ່ຄົ້ນຄວ້າງົບປະມານ ເພື່ອ ຈັດຕັ້ງປະຕິບັດ ຕາມຄວາມສາມາດ ທາງດ້ານງົບປະມານແຕ່ລະໄລຍະ ຈົນກວ່າຈະສຳເລັດ. ຂ່າວ-ພາບ: ດາລັກ Iv'g]0kra d c0;'[= j cdh ; -5 dp6 h ;Pd'koIv[fh ko16 j g,n v'zkv5 fq , ໄດ້ກ່າວວ່າ: ໂຄງການດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ ວັນທີ 24 ສິງຫາ 2025 ໄລຍະ ການສ້ອມແປງ 6 ເດືອນ ປະເພດ ທາງ ປູອັດສະຟານເກົ່າ ແລະ ປູ ຢາງ 2 ຊັ້ນ ຈຸດທີ່ຕັ້ງ ກິໂລແມັດ 44+000-ກິໂລແມັດ 11+900, ຍາວ 67.900 ກິໂລແມັດ ກວ້າງ 7 ແມັດ ໃນ ມູນຄ່າ 10,60 ຕື້ກີບ ໂດຍ ແມ່ນ ບໍລິສັດ ອັດຕະປື ວິສະວະກຳ ກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຈັດຕັ້ງ ປະຕິບັດ ມາຮອດປັດຈຸບັນ ບໍລິສັດ ໄດ້ເລີ່ມນໍາເອົາກົນຈັກ ເຂົ້າສະໜາມ ມີລົດຈົກ 2 ຄັນ, ລົດເກດ 1 ຄັນ, ລົດໂລ 1 ຄັນ, ລົດດາມ 2 ຄັນ ແລະ ໄດ້ແກ້ໄຂສຸກເສີນ, ເອົາດິນ ເຈື່ອນອອກຈາກໜ້າທາງ ແລະ ຮ່ອງນໍ້າ, ແກ້ໄຂໜ້າທາງເປັນຂຸມ ໃຫຍ່ດ້ວຍການຖົມຫີນຊັ້ນພື້ນທາງ ແລະ ຫີນໃຫຍ່ແກ້ໄຂການສັນຈອນ ໃນໄລຍະຝົນຕົກ, ກະກຽມວັດສະ ດຸເພື່ອສ້ອມແປງໜ້າທາງປູດ້ວຍເບ ຕົງ ມີຄວາມຄືບໜ້າໃນການຈັດຕັ້ງ ປະຕິບັດວຽກ 11,63%. ທ່ານ ສົມໄຊ ແກ້ວມະນີວັນ ກ່າວ ຕື່ມວ່າ: ຈາກການຕິດຕາມກວດກາ ງານດັ່ງກ່າວ ໄດ້ດຳເນີນຕາມແຜນ ໂດຍບໍລິສັດ ໄດ້ເອົາໃຈໃສ່ກໍ່ສ້າງ ສ້ອມແປງໃຫ້ທັນກຳນົດເວລາ ພ້ອມທັງຄຳນຶງເຖິງຄຸນນະພາບ ແລະ ຄວາມໝັ້ນຄົງປອດໄພ ຂອງ ເສັ້ນທາງຫລວງ ເພື່ອປະໂຫຍດ ໂດຍຕົງຕໍ່ການເດີນທາງ ແລະ ການ ຂົນສົ່ງສິນຄ້າ ຂອງປະ ຊາຊົນ ລວມ ເຖິງການພັດທະນາ ດ້ານເສດຖະກິດ ຂອງແຂວງອັດຕະປືຕື່ມອີກ. ຂ່າວ: ວັດທະນາ ຫລວງອາໄພ ຂ້າງ, 2 ກອງບັນຊາການທະຫານຕໍາຫລວດ, ກອງພັນໃຫຍ່ 302 ແລະ ໜ່ວຍບໍລິການລັດວິສາຫະກິດ ພາຍໃນເມືອງ ເຂົ້າຮ່ວມ. ທ່ານ ກາງ ມະນີຫວ່າງ ໄດ້ລາຍ ງານວ່າ: ເມືອງຜາອຸດົມ ເປັນ ເມືອງພູດອຍ ກວມເອົາ 65%, ມີເນື້ອທີ່ 1.889 ກິໂລຕາແມັດ ປະກອບມີ 12 ກຸ່ມບ້ານ, ມີ 2 ບ້ານ ໃຫຍ່, ມີ 66 ບ້ານ, ພົນລະເມືອງ 48.590 ຄົນ ຍິງ 24.434 ຄົນ, ມີ 8.533 ຄົວເຮືອນ, 10.155 ຄອບຄົວ, ມີບ້ານທຸກຍາກ 33 ບ້ານ, ຄອບຄົວທຸກຍາກ 3.090 ຄອບຄົວ, ພົນລະເມືອງທຸກຍາກ 17.845 ຄົນ ຍິງ 9.017 ຄົນ ທົ່ວເມືອງມີ 13 ຄະ ນະພັກຮາກຖານ ມີ 121 ໜ່ວຍພັກ ໃນນີ້, ຄະນະພັກຮາກຖານສໍານັກ ງານອົງການມີ 5 ຄະນະພັກຮາກ ຖານ. ສ້າງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນໄດ້ 69 ໜ່ວຍ, ມີ ພະນັກງານ-ລັດຖະກອນ 927 ທ່ານ ຍິງ 398 ທ່ານ, ລັດຖະກອນ 95% ມີ 4 ທ່ານ, ຍິງ, 2 ທ່ານ, ພະນັກງານຕາມສັນຍາມີ 3 ທ່ານ, ພະນັກງານອາສາສະໝັກ 80 ທ່ານ, ຍິງ 36 ທ່ານ. ພາຍຫລັງສຳເລັດ ການຍຸບໂຮມບັນດາຫ້ອງການອ້ອມ ຂ້າງເມືອງຍັງມີ 19 ຫ້ອງການ ແລະ 2 ກອງບັນຊາການ, ມີລັດ ວິສາຫະກິດໜ່ວຍບໍລິການໄຟຟ້າ, ນໍ້າປະປາ, ທະນາຄານ ແລະ ໜ່ວຍ ບໍລິການໂທລະຄົມມະນາຄົມ. ໂອກາດນີ້, ທ່ານ ພົວ ສຸກພະຈັນ ສີລາເພັດ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານການນໍາພາ-ຊີ້ ນໍາຂອງຄະນະພັກ, ຄະນະນໍາຂອງ ເມືອງ ທີ່ຍາດມາໄດ້ໃນໄລຍະຜ່ານ ມາ ພ້ອມທັງເນັ້ນໜັກບາງບັນຫາ ທີ່ສໍາຄັນ ເປັນຕົ້ນການຈັດຕັ້ງຜັນ ຂະຫຍາຍຜົນສໍາເລັດ ຂອງມະຕິ ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງ ເມືອງ, ເອົາໃຈໃສ່ສຶກສາອົບຮົມ ດ້ານການເມືອງແນວຄິດ ໃຫ້ແກ່ ສະມາຊິກພັກ, ພະນັກງານ-ລັດຖະ ກອນຕະຫລອດຮອດປະຊາຊົນ ບັນດາເຜົ່າໃຫ້ມີຄວາມຮັບຮູ້ເຂົ້າໃຈ ຢ່າງເລິກເຊິ່ງ, ເອົາໃຈໃສ່ປັບປຸງກໍ່ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ເອົາໃຈໃສ່ໃນການຜັນ ຂະຫຍາຍຕໍ່ແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບສຸກ ກໍາແໜ້ນໄດ້ສະພາບການເຄື່ອນ ໄຫວຂອງພົນລະເມືອງຢູ່ພາຍໃນ ເມືອງຂອງຕົນ, ປັບປຸງກົນໄກໃນ ການປະສານງານຂອງກອງກໍາ ລັງທີ່ຢູ່ພາຍໃນເມືອງ, ເອົາໃຈໃສ່ ສືບຕໍ່ນໍາພາພັດທະນາທາງດ້ານ ເສດຖະກິດ-ສັງຄົມຮອບດ້ານ ແລະ ເອົາໃຈໃສ່ຕໍ່ວຽກງານການສຶກສາ ໃນການພັດທະນາຊັບພະຍາກອນ ມະນຸດ ແລະ ວຽກງານດ້ານອື່ນໆ ຂອງເມືອງ ເພື່ອແກ້ໄຂເຮັດໃຫ້ເມືອງ ມີການພັດທະນາດີຂຶ້ນເປັນກ້າວໆ ໃນຕໍ່ໜ້າ. ໂອກາດດຽວກັນ, ພະແນກໂຍ ທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ ໄດ້ມອບອຸປະກອນການຮຽນຈໍາ ນວນໜຶ່ງ ເປັນຕົ້ນ ປຶ້ມ, ບິກ, ເຈ້ຍ ແລະ ເສື້ອຍືດກິລາ ຈໍານວນໜຶ່ງ ໃຫ້ການນໍາເມືອງ ລວມມູນຄ່າ 15 ລ້ານກີບ. ຂ່າວ-ພາບ: ໂສພາ ທິບພະວົງ ສາມັກຄີປອງດອງໃນ 8 ຕົວເມືອງ. ທົ່ວແຂວງສາລະວັນ ມີ 569 ບ້ານ, ມີ 95.616 ຄອບຄົວ, ວຽກງານ ການສ້າງຄອບຄົວສາມັກຄີ ແລະ ບ້ານສາມັກຄີປອງດອງ ຂອງ ອົງການແນວລາວສ້າງຊາດ ໄດ້ ປະກາດນາມມະຍົດ 569 ບ້ານ, ມີ 95.616 ຄອບຄົວ, ປະກາດ ເປັນເມືອງສາມັກຄີໄດ້ 8 ເມືອງ, ປະເມີນຮອບ 2 ໃນ 8 ເມືອງ ມີ 19.555 ຄອບຄົວ 170 ບ້ານ. ນອກນັ້ນ, ຍັງມີກອງທຶນພັດທະນາ ຂັ້ນບ້ານ 4 ເມືອງຄື: ເມືອງວາປີ, ເມືອງຕຸ້ມລານ, ເມືອງຄົງເຊໂດນ, ເມືອງສາລະວັນ ແລະ 65 ບ້ານ ມີທຶນໝູນວຽນ 558 ລ້ານກວ່າ ກີບ. ນອກນີ້, ຍັງໄດ້ຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ລະບຽບກົດໝາຍ ຂອງລັດ ແລະ ກ່ຽວກັບມູນເຊື້ອ ຮັກຊາດ. ໃນກອງປະຊຸມ, ບັນດາຜູ້ເຂົ້າ ຮ່ວມຍັງໄດ້ມີການແລກປ່ຽນ, ປະກອບຄໍາຄິດເຫັນ ໃນການ ປັບປຸງຂອດການພົວພັນປະສານ ງານກັບບັນດາຂະແໜງການທີ່ ກ່ຽວຂ້ອງ ແລະ ບັນດາເມືອງໃຫ້ ມີຄວາມກົມກຽວ, ທັງເປັນການ ແລກປ່ຽນບົດຮຽນ, ແບບແຜນວິທີ ເຮັດວຽກແນໃສ່ເຮັດໃຫ້ວຽກງານ ຂອງອົງການແນວລາວສ້າງຊາດ ມີຄວາມເຂັ້ມແຂງ ແລະ ໄດ້ເຄື່ອນ ໄຫວຢ່າງມີປະສິດທິຜົນ. ຂ່າວ-ພາບ: ວິໄລວອນ ສິດທິໄຊ

RkJQdWJsaXNoZXIy MTc3MTYxMQ==