7123

25/09/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຄະນະຜູ້ແທນ... ຕໍ່ຈາກໜ້າ ສູນກາງພັກ, ຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ອາລີ ອາຊາດອບ ນາຍົກລັດຖະ ມົນຕີ ແຫ່ງສາທາລະນະລັດ ອາ ແຊກໄບຊານ. ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນຂອງທ່ານນາ ຍົກລັດຖະມົນຕີ ແຫ່ງ ສາທາລະນະ ລັດ ອາແຊກໄບຊານ, ພ້ອມທັງໄດ້ ລາຍງານໃຫ້ຊາບສະພາບການເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ອາແຊກໄບຊານ, ການພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານຂອງອົງການໄອ ຍະການປະຊາຊົນຂອງ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ອາລີ ອາຊາດອບ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ອັນອົບອຸ່ນ, ສະໜິດສະໜົມ ແລະ s]kplt4komuj mj v'mj P; 16j Ij k3oh p lh k'7;k, xtma [.9.sh oa dmj v'mj P; rkp.o c]t 8j k'xtgmf ຂອງຊາວຫວຽດນາມ ໃນສະໄໝ ກ່ອນ ແລະ ປັດຈຸບັນ, ພ້ອມທັງນໍາ ພາສື່ມວນຊົນລາວ ໄປຢ້ຽມຊົມ ຕູ້ລົດໄຟ ຫລື ຫ້ອງວາງສະແດງ ຈຳລອງ ອາຫານທີ່ເປັນເອກະລັກ ຂອງຊາວຫວຽດນາມ ເປັນຕົ້ນ ເຝີ, ເຂົ້າປຸ້ນ ແລະ ເສັ້ນຕ່າງໆ ຢູ່ອ້ອມ ຮອບໜອງຈຸກແບກ ເຊິ່ງແມ່ນສະ ຖານທີ່ເກັບຮັກສາຄຸນຄ່າ ແລະ ເຊີດ ຊູອາຫານການກິນ ທີ່ຖືວ່າເປັນອາ ຫານປະຈຳຊາດ ຂອງຊາວຫວຽດ ນາມ. ບັນດານັກທ່ອງທ່ຽວທີ່ເຂົ້າ ມາສະຖານທີ່ແຫ່ງນີ້, ນອກຈາກຈະ ໄດ້ຮັບຟັງການແນະນຳກ່ຽວກັບຕົ້ນ ກຳນົດ, ວິທີການປຸງແຕ່ງເຝີ ແລະ ວັດຖຸດິບໃນການປຸງແຕ່ງແລ້ວ, ທຸກຄົນຍັງຈະໄດ້ຮັບຮູ້ເຖິງຄວາມ ແຕກຕ່າງກັນຂອງເຝີ ຢູ່ແຕ່ລະ ເຂດ, ແຕ່ລະພາກຂອງຫວຽດນາມ ຕື່ມອີກ; ໄດ້ໄປຢ້ຽມຊົມເຮືອນຢູ່ ຂອງຊາວຮ່າໂນ້ຍ ໃນສະໄໝເກື້ອ ກູນ (ຫລັງການປົດປ່ອຍ) ເຊິ່ງ ເປັນເຮືອນຫລັງນ້ອຍໆ ແຕ່ເຕັມໄປ ດ້ວຍຄວາມຊົງຈຳ ສໍາລັບຊາວຮ່າ ໂນ້ຍ, ວັດຖຸ-ເຄື່ອງຂອງແຕ່ລະຢ່າງ ລ້ວນແຕ່ເກັບຮັກສາຄວາມຊົງຈຳ ຂອງຊາວຮ່າໂນ້ຍ ໃນເວລານັ້ນ; ພ້ອມທັງໄປຢ້ຽມຊົມຫ້ອງວາງສະ ແດງການຜະລິດກະສິກຳ ເປັນຕົ້ນ ການປູກເຂົ້າ ແລະ ພືດຜັກຕ່າງໆ ໂດຍໄດ້ນຳເອົາເຄື່ອງມື-ອຸປະກອນ ທີ່ນຳໃຊ້ເຂົ້າໃນການຜະລິດ ຂອງ ຊາວຫວຽດນາມ ກໍຄື ກະສິກອນ ໃນ ສະໄໝກ່ອນມາວາງສະແດງ ເຊິ່ງ ຫ້ອງວາງສະແດງດັ່ງກ່າວ, ບໍ່ພຽງ ແຕ່ສ່ອງແສງໃຫ້ເຫັນເລື່ອງລາວ ກ່ຽວກັບກະສິກຳເທົ່ານັ້ນ, ຫາກ ຍັງແມ່ນຄຳຕັກເຕືອນການສະແດງ ຄວາມຮູ້ບຸນຄຸນ ຕໍ່ກົກເຄົ້າ-ເຫງົ້າ ກໍ, ຄວາມເຄົາລົບຕໍ່ຄວາມລຳບາກ ຂອງກະສິກອນ ແລະ ເມັດເຂົ້າທີ່ ເລັກໆນ້ອຍໆໄດ້ລ້ຽງດູປະຊາຊົນ ກໍຄື ປະເທດຫວຽດນາມ; ຢ້ຽມຊົມ ຫ້ອງວາງສະແດງຈຳລອງອາຫານ ປະເພດຕ່າງໆ ຂອງຊາວຫວຽດ ນາມ ແລະ ໄດ້ທົດລອງເຮັດອາຫານ ຫວຽດນາມ ກໍຄື ພັນຢໍ່ຈືນ ເຊິ່ງເປັນ ອາຫານອີກປະເພດໜຶ່ງທີ່ເປັນເອ ກະລັກຂອງຊາວຫວຽດນາມ; ໄດ້ ໄປສຳຜັດກັບຖະໜົນຍ່າເທີ ເປັນ ສະຖານທີ່ທີ່ຊາວຫວຽດນາມ ແລະ ນັກທ່ອງທ່ຽວຕ່າງປະເທດ ເຂົ້າມາ ທ່ອງທ່ຽວເປັນຈຳນວນຫລາຍໃນ ແຕ່ລະມື້ ເຊິ່ງຢູ່ໃນບໍລິເວນຖະໜົນ ດັ່ງກ່າວ, ທັງສອງຝາກທາງຈະມີ ຮ້ານອາຫານ, ຮ້ານກິນ-ດື່ມ, ຮ້ານ ຂາຍເຄື່ອງທີ່ລະນຶກ, ຮ້ານນ້ຳຊາ ທີ່ເປັນເອກະລັກ ຂອງຊາວຫວຽດ ນາມ ແລະ ຍັງມີໂບຍ່າເທີ ເຊິ່ງເປັນ ສະຖາປັດຕະຍະກຳແບບຕາເວັນ ຕົກອີກຈຸດໜຶ່ງທີ່ນອນຢູ່ໃນບໍລິເວນ ຖະໜົນຍ່າເທີ ທີ່ມີສື່ສຽງ ແລະ ທີ່ ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ຽວຊົມ ສະຖານທີ່ດັ່ງກ່າວ. ໃນໂອກາດດຽວກັນ, ສື່ມວນ ຊົນລາວ ຍັງໄດ້ໄປສຳຜັດກັບບັນ ຍາກາດ ການຊື້-ຂາຍສິນຄ້າ ຢູ່ຕະ ຫລາດຫາງໝາ ແລະ ຕະຫລາດດົງ ຊວນ ເຊິ່ງເປັນອີກສະຖານທີ່ໜຶ່ງ ທີ່ນັກທ່ອງທ່ຽວໃຫ້ຄວາມສົນໃຈ ເຂົ້າໄປທ່ຽວຊົມ ໂດຍບັນດາຜູ້ປະ ກອບການຊາວຄ້າຂາຍ ໄດ້ນຳເອົາ ສິນຄ້າຂອງຕົນມາວາງຈໍາໜ່າຍ ເປັນຕົ້ນ ເຄື່ອງທີ່ລະນຶກ, ເຄື່ອງໃຊ້ ສອຍຕ່າງໆ, ເຄື່ອງອຸປະໂພກ-ບໍລິ ໂພກ, ເຄື່ອງທີ່ໃຊ້ສຳລັບຈັດງານ ຕ່າງໆ ແລະ ອື່ນໆ. ພ້ອມນີ້, ຍັງໄດ້ ໄປທ່ຽວຊົມຫໍພິພິທະພັນ ແລະ ສຸ ສານ ປະທານ ໂຮ່ຈີ່ມິງ ຜູ້ນຳທີ່ຍິ່ງ ໃຫຍ່ຂອງຊາວຫວຽດນາມ ແລະ ສະໜາມຫລວງບ່າດິງ ຕື່ມອີກ. ນອກຈາກນີ້, ສື່ມວນຊົນລາວ ຍັງຈະໄດ້ສືບຕໍ່ໄປທ່ຽວຊົມສະຖານ ທີ່ທ່ອງທ່ຽວສຳຄັນ ຢູ່ແຂວງຮາຍ ຟອງ ສສ ຫວຽດນາມ ຕື່ມອີກ. ຂ່າວ-ພາບ: ທະນູທອງ ຍທຂ... ຕໍ່ຈາກໜ້າ ເລຂາຄະນະພັກ, ລັດຖະມົນຕີກະ ຊວງ ຍທຂ, ໃຫ້ກຽດເຂົ້າຮ່ວມ ໂດຍ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງ ພັກ, ນາຍົກລັດຖະມົນຕີ, ພ້ອມດ້ວຍ ຄະນະພັກ, ຄະນະນຳກະຊວງ ແລະ ຜູ້ແທນສົມບູນ 245 ສະຫາຍ, ຍິງ 57 ສະຫາຍ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ເຫລັກ ໄຫລ ສີວິໄລ ໄດ້ກ້າວເປີດກອງປະ ຊຸມ ໂດຍມີເນື້ອໃນບາງຕອນວ່າ: ກອງປະຊຸມໃຫຍ່ຄັ້ງນີ້, ຈະໄດ້ພ້ອມ ກັນທົບທວນຄືນ ການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ໄລຍະຜ່ານມາ ເພື່ອຕີລາຄາຜົນສຳ ເລັດ, ຂໍ້ຂາດຕົກບົກຜ່ອງ ແລະ ຊອກ ໃຫ້ເຫັນສາເຫດ ເພື່ອຈະນຳໄປແກ້ ໄຂໃຫ້ຖືກຕ້ອງວ່ອງໄວທັນການ. ພ້ອມນັ້ນ, ກອງປະຊຸມຈະໄດ້ຮັບ ຮອງເອົາຄຳຂວັນ, ທິດທາງລວມ ຄາດໝາຍສູ້ຊົນ ແລະ ໜ້າທີ່ວຽກ ງານແຕ່ລະດ້ານໃນຊຸມປີຕໍ່ໜ້າ ແນ ໃສ່ປະຕິບັດແນວທາງຂອງພັກ ປະ ກອບສ່ວນເຂົ້າໃນການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ X ຂອງລັດຖະ ບານ ໃນຕໍ່ໜ້າ. ຫລັງຈາກນັ້ນ, ສະຫາຍ ເຫລັກ ໄຫລ ສີວິໄລ ໄດ້ສະຫລຸບຕີລາຄາ ການຈັດຕັ້ງປະຕິບັດ ມະຕິກອງ ປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງ ຍທຂ ຄັ້ງທີ V (20212025) ເຊິ່ງຄະນະບໍລິຫານງານ ພັກ ໄດ້ເອົາໃຈໃສ່ພັດທະນາພື້ນ ຖານໂຄງລ່າງ ທີ່ສາມາດຮອງຮັບ ການເຊື່ອມຈອດ-ເຊື່ອມໂຍງ; ສຸມ ໃສ່ສ້າງພື້ນຖານລະບົບເຕັກນິກ ດ້ານໂລຈິສຕິກ ໃຫ້ເຂັ້ມແຂງທັນສະ ໄໝ ຕາມຈຸດຜ່ານແດນຕົ້ນຕໍ ເປັນ ຕົ້ນແມ່ນການເປີດນຳໃຊ້ທ່າບົກທ່າ ນາແລ້ງ ແລະ ການກໍ່ສ້າງທ່າບົກ ຕ່າງໆຕາມດ່ານສາກົນໃນຂອບ ເຂດທົ່ວປະເທດ ທີ່ມີທ່າແຮງເອື້ອ ອຳນວຍ; ປັບປຸງລະບົບນິຕິກຳແລະ ກົນໄກຄຸ້ມຄອງກ່ຽວກັບການບໍລິ ການຜ່ານດ່ານ ແລະ ຂົນສົ່ງສິນຄ້າ ຂ້າມແດນ ເພື່ອເຊື່ອມໂຍງເສດຖະ ກິດກັບພາກພື້ນ ແລະ ສາກົນ; ສົມ ທົບລະຫວ່າງການບູລະນະ ແລະຂະ ຫຍາຍພື້ນຖານໂຄງລ່າງຢູ່ຊົນນະ ບົດ ທີ່ມີແລ້ວກັບການດໍາເນີນການ ສໍາຫລວດ ແລະ ກຳນົດແຜນພັດທະ ນາ ດ້ານໂຄງສ້າງຢູ່ບາງເຂດຊົນ ນະບົດຫ່າງໄກສອກຫລີກ ລວມທັງ ເຂດຊາຍແດນທີ່ມີຄວາມຈຳເປັນ ຮີບດ່ວນ; ຄຸ້ມຄອງ ແລະ ພັດທະນາ ຕົວເມືອງໃຫ້ເຂັ້ມແຂງ. ພ້ອມກັນ ນັ້ນ, ໄດ້ນຳພາປັບປຸງກົງຈັກ ແລະ ການເຄື່ອນໄຫວຂອງກະຊວງໃຫ້ ເຂັ້ມແຂງ ແລະ ມີປະສິດທິພາບ ໂດຍສຳເລັດການປັບປຸງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງກະຊວງ ຍທຂ, ນຳພາພັດທະນາພື້ນຖານໂຄງລ່າງ ທີ່ສາມາດຮອງຮັບການເຊື່ອມ ຈອດ-ເຊື່ອມໂຍງ ເປັນຕົ້ນແມ່ນ ຍົກ ລະດັບບັນດາທາງຫລວງອາຊຽນ, ທາງຫລວງແຫ່ງຊາດ, ກໍ່ສ້າງຂົວ ຂ້າມນໍ້າຂອງ, ກໍ່ສ້າງ ແລະ ເປີດ ບໍລິການທ່າບົກ, ທາງລົດໄຟ ລາວຈີນ ແລະ ເປີດບໍລິການສະຖານີລົດ ໄຟ ລາວ-ໄທ ຄຳສະຫວາດ, ນຳພາ ຄຸ້ມຄອງ ແລະ ພັດທະນາຕົວເມືອງ ໃຫ້ເຂັ້ມແຂງ ເປັນຕົ້ນ ສຳເລັດການ ຄົ້ນຄວ້າປັບປຸງແຜນຜັງລວມຕົວ ເມືອງນະຄອນຫລວງວຽງຈັນຮອດ ປີ 2030, ພັດທະນາຕົວເມືອງຕາມ ແລວເສດຖະກິດຕາເວັນອອກ-ຕາ ເວັນຕົກ, ຕົວເມືອງຕາມແລວທາງ ເສດຖະກິດອານຸພາກພື້ນແມ່ນໍ້າ ຂອງ; ຈັດຕັ້ງປະຕິບັດວາລະແຫ່ງ ຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ໂດຍເອົາໃຈໃສ່ນຳພາຈັດຕັ້ງປະຕິ ບັດວິໄນແຜນການ ແລະ ການເງິນ ຢ່າງເຂັ້ມງວດ; ນຳພາຄຸ້ມຄອງອຳ ນວຍຄວາມສະດວກ ໃຫ້ແກ່ການຂົນ ສົ່ງທຸກຮູບແບບ ເພື່ອໃຫ້ເປັນຖານ ລາຍຮັບໃຫ້ແກ່ລັດຖະບານ, ປະສານ ສົມທົບກັບທະນາຄານການຄ້າຕ່າງ ປະເທດລາວ, ກະຊວງການເງິນ ແລະ ອຳນາດການປົກຄອງແຂວງ ທີ່ກ່ຽວຂ້ອງປັບປຸງກົນໄກການເກັບ ເງິນຄ່າບໍລິການ ຜ່ານຂົວມິດຕະ ພາບທັງ 4 ແຫ່ງ ແລະ ປະສານສົມ ທົບກັບກະຊວງການເງິນ, ຄົ້ນຄວ້າ ປຶກສາຫາລືແກ້ໄຂຄວາມຫຍຸ້ງຍາກ ກ່ຽວກັບການເບີກຈ່າຍ, ການຊຳ ລະສະສາງແຫລ່ງທຶນຕ່າງໆ ທັງ ພາຍໃນ ແລະ ຕ່າງປະເທດ ໂດຍສະ ເພາະແມ່ນການຈ່າຍເງິນສົມທົບ ທຶນ ຂອງລັດຖະບານລາວ. ໃນໂອກາດດຽວກັນ, ຜູ້ແທນສົມ ບູນກໍໄດ້ໃຊ້ສິດປະຊາທິປະໄຕ ປ່ອນ ບັດຄັດເລືອກເອົາຄະນະບໍລິຫານ ງານພັກກະຊວງຊຸດໃໝ່ ບົນພື້ນ ຖານຫລັກການ, ມາດຕະຖານ ແລະ ເງື່ອນໄຂ ທີ່ໄດ້ກໍານົດໄວ້ ເຊິ່ງມີຜູ້ ອອກຮັບສະໝັກເລືອກຕັ້ງ 25 ສະ ຫາຍ, ເລືອກເອົາ 21 ສະຫາຍ, ຍິງ 2 ສະຫາຍ. ກອງປະຊຸມຄັ້ງ ປະຖົມມະລືກຂອງຄະນະບໍລິຫານ ງານພັກກະຊວງ ຍທຂ ສະໄໝທີ VI ໄດ້ເປັນເອກະສັນເລືອກຕັ້ງເອົາ ສະຫາຍ ເຫລັກໄຫລ ສີວິໄລ ເປັນ ເລຂາຄະນະບໍລິຫານງານພັກກະ ຊວງ ຍທຂ, ສະຫາຍ ງາມປະສົງ ເມືອງມະນີ ເປັນຮອງເລຂາ, ສະ ຫາຍ ລິດຕາ ຂັດທິຍະ ເປັນປະທານ ກວດກາພັກ, ສະຫາຍ ຈັນທະລາ ພິມມະຈັກ ແລະ ສະຫາຍ ສີພັນດອນ ສຸພັນທອນ ເປັນຮອງປະທານກວດ ກາພັກ. ພ້ອມກັນນີ້, ກອງປະຊຸມຍັງ ໄດ້ປ່ອນບັດຄັດເລືອກເອົາຜູ້ແທນ ສົມບູນ 8 ສະຫາຍ ແລະ ສໍາຮອງ 2 ສະຫາຍ ເພື່ອເປັນຕົວແທນໃຫ້ ແກ່ສະມາຊິກພັກທົ່ວອົງຄະນະພັກ ກະຊວງ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນ ຕໍ່ໜ້ານີ້. ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ຜົນສໍາ ເລັດ ທີ່ຍາດໄດ້ໃນໄລຍະຜ່ານມາ ໂດຍສະເພາະການພັດທະນາພື້ນ ຖານໂຄງລ່າງຄົມມະນາຄົມ ຢ່າງ ເປັນລະບົບໃຫ້ເຊື່ອມຈອດກັນ, ກົມ ກຽວ ແລະ ໂລ່ງລ່ຽນ ແຕ່ສູນກາງ ຫາທ້ອງຖິ່ນ, ກັບບັນດາປະເທດ ອ້ອມຂ້າງ, ໄດ້ສົ່ງເສີມສ້າງເງື່ອນ ໄຂເອື້ອອຳນວຍໃຫ້ບັນດາວິສາຫະ ກິດ ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຕາມກົນໄກເສດຖະກິດ ຕະຫລາດ ເພື່ອສາມາດເຂົ້າຮ່ວມ ແຂ່ງຂັນ ກັບປະເທດອ້ອມຂ້າງເຮັດ ໃຫ້ການຄຸ້ມຄອງ ແລະ ດໍາເນີນທຸ ລະກິດມີປະສິດທິຜົນສູງຂຶ້ນ. ພ້ອມ ນີ້, ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະຊຸດໃໝ່ ພ້ອມນີ້, ຍັງເນັ້ນ ໃຫ້ຄະນະຊຸດໃໝ່ ຄົ້ນຄວ້າ ແລະ ຕົກ ລົງກ່ຽວກັບການແບ່ງວຽກ, ແບ່ງ ຄວາມຮັບຜິດຊອບ ໃຫ້ບັນດາສະ ຫາຍໃນຄະນະບໍລິຫານງານພັກ ກະຊວງຄືນໃໝ່ ໃຫ້ແທດເໝາະກັບ ຄວາມຮູ້, ຄວາມສາມາດ ແລະ ປະ ສົບການຂອງແຕ່ລະສະຫາຍ, ປະຕິ ບັດລະບອບການປະສານງານສາຍ ຕັ້ງ-ສາຍຂວາງ ໃນການຄຸ້ມຄອງ ພະນັກງານ-ວິຊາການ ແລະ ການ ປະຕິບັດໜ້າທີ່ວຽກງານ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນໃຫ້ດີ; ປະຕິ ບັດຢ່າງຖືກຕ້ອງຫລັກການເຮັດ ວຽກ ແລະ ການນໍາພາຂອງພັກ, ໂດຍສະເພາະແມ່ນຫລັກການລວມ ສູນປະຊາທິປະໄຕ, ນໍາພາເປັນໝູ່ ຄະນະ, ບຸກຄົນຮັບຜິດຊອບ, ໝູນ ໃຊ້ສະຕິປັນຍາລວມໝູ່, ເພີ່ມທະວີ ຄວາມເປັນເອກະພາບປະຊາທິປະ ໄຕພາຍໃນພັກ ແມ່ນກໍາລັງແຮງ ແລະ ຜົນສຳເລັດຂອງທຸກວຽກ ງານ. ຂ່າວ: ກິດຕາ; ພາບ: ຂັນໄຊ ຂປລ. ສື່ມວນຊົນລາວ ຈາກສຳ ນັກຂ່າວສານປະເທດລາວ, ວິທະ ຍຸກະຈາຍສຽງແຫ່ງຊາດ, ໂທລະ ພາບແຫ່ງຊາດ, ໜັງສືພິມວຽງຈັນ ທາມ ແລະ ກົມສື່ມວນຊົນ ຄະນະ ໂຄສະນາອົບຮົມສູນກາງພັກ ໄດ້ມີ ໂອກາດເດີນທາງໄປເຄື່ອນໄຫວ ເກັບກຳຂ່າວກ່ຽວກັບບັນຍາກາດ ການພັດທະນາເສດຖະກິດ-ສັງ ຄົມ ກໍຄື ການທ່ອງທ່ຽວ ຢູ່ນະຄອນ ຫລວງຮ່າໂນ້ຍ ແລະ ແຂວງຮາຍ ຟອງ ຂອງ ສສ ຫວຽດນາມ ໃນ ລະຫວ່າງວັນທີ 22-26 ກັນຍາ 2025 ນີ້, ຕາມການເຊື້ອເຊີນຂອງ ສູນສື່ມວນຊົນ ແລະ ຮ່ວມມືສື່ສານ ສາກົນ ກົມຂໍ້ມູນຂ່າວສານຮາກ ຖານ ແລະ ຂໍ້ມູນຂ່າວສານຕ່າງປະ ເທດ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ. ໃນວັນທີ 23 ກັນຍາ 2025, ສື່ມວນຊົນລາວ ໄດ້ລົງໄປສຳພັດ ຕົວຈິງກັບສະຖານທີ່ທ່ອງທ່ຽວ ແຫ່ງຕ່າງໆທີ່ສວຍງາມ ຢູ່ນະຄອນ ຫລວງຮ່າໂນ້ຍ ເຊິ່ງເຕັມໄປດ້ວຍ ບັນຍາກາດອັນຄຶກຄື້ນຂອງນັກ ທ່ອງທ່ຽວ ທັງພາຍໃນ ແລະ ຕ່າງ ປະເທດ ທີ່ເຂົ້າໄປທ່ອງທ່ຽວເປັນ ຕົ້ນ ວິຫານຖຸຍຈຸງຕຽນ ໂດຍໄດ້ຮັບ ການຕ້ອນຮັບຈາກ ທ່ານ ຫງວຽນ ເຢີນ ຮຸຍ ຮອງປະທານຄະນະກຳ ມະການປົກຄອງເມືອງບ່າດິງ ນະ ຄອນຫລວງຮ່າໂນ້ຍ ໂດຍທ່ານໄດ້ ຍົກໃຫ້ເຫັນປະຫວັດຄວາມເປັນ ມາຂອງວິຫານດັ່ງກ່າວ ເຊິ່ງເປັນ ສະຖານທີ່ສັກສິດ ຕັ້ງຢູ່ກາງໜອງ ຈຸກແບກ ເປັນສະຖານທີ່ທີ່ນັກທ່ອງ ທ່ຽວ ໃຫ້ຄວາມສົນໃຈເຂົ້າໄປກາບ ໄຫວ້, ສັກກາລະບູຊາ, ຂໍພອນ, ຂໍ ໂຊກລາບຕາມຄວາມເຊື່ອຂອງ ແຕ່ລະບຸກຄົນ, ພາຍໃນວິຫານດັ່ງ ກ່າວ, ໄດ້ມີການສະແດງເຈົ່າວັນ (ຟ້ອນ-ລຳ, ບູຊາເທບພະເຈົ້າ ແລະ ພິທີກຳຕ່າງໆ ປະກອບສຽງດົນຕີ ພື້ນເມືອງ) ເຊິ່ງມີທັງໝົດ 36 ລາຍການ ໂດຍອົງການອຸຍແນັສ ໂກ ໄດ້ຮັບຮອງເອົາເປັນມໍລະດົກ ທາງວັດທະນະທຳ ທີ່ຈັບຕ້ອງບໍ່ໄດ້ ຂອງຫວຽດນາມ. ພ້ອມນີ້, ທ່ານ ຫງວຽນ ເຢີນ ຮຸຍ ຍັງໄດ້ຍົກໃຫ້ເຫັນວັດທະນະທຳ ໃນການກິນ, ການປຸງແຕ່ງອາຫານ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ສາທາລະນະລັດ ອາແຊກໄບຊານ ຂອງທ່ານຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໃນຄັ້ງນີ້, ນັບວ່າເປັນຂີດໝາຍທີ່ດີ ແລະ ສໍາ ຄັນຕໍ່ກັບການເສີມສ້າງສາຍພົວ ພັນມິດຕະພາບທີ່ມີມູນເຊື້ອ ລະ ຫວ່າງ ສອງປະເທດ ກໍຄື ລະຫວ່າງ ອົງການໄອຍະການຂອງສອງປະ ເທດ ໃຫ້ມີຄວາມແໜ້ນແຟ້ນ, ທັງ ເປັນການກໍ່ສ້າງບຳລຸງພະນັກງານ, ແລກປ່ຽນຄະນະຜູ້ແທນ ແລະ ພັດ ທະນາອົງການໄອຍະການຂອງ ສປປ ລາວ ນັບມື້ເຕີບໃຫຍ່ເຂັ້ມ ແຂງ ຢ່າງບໍ່ຢຸດຢັ້ງ. ຂ່າວ: ອອປສ

RkJQdWJsaXNoZXIy MTc3MTYxMQ==