7123

@ 0j k; c]t gsfdko 25/09/2025 xtgmf]k; ການນຳ ນວ... ຈຳປາສັກ... ລົງນາມ... ແຂວງຈຳປາສັກ, ພາຍໃຕ້ການເປັນ ປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກ ແຂວງ, ເຈົ້າແຂວງຈໍາປາສັກ, ມີ ສະຫາຍ ວິສຸກ ພົມພິທັກ ຮອງຫົວ ໜ້າຄະນະຈັດຕັ້ງສູນກາງພັກ, ມີ ຄະນະຜູ້ແທນແຂວງສາລະວັນ, ແຂວງເຊກອງ ແລະ ຄະນະຮັບຜິດ ຊອບບຸກຄະລາກອນ ຈາກຄະນະ ຈັດຕັ້ງສູນກາງ, ພ້ອມດ້ວຍຮອງ ເລຂາພັກແຂວງ, ຄະນະປະຈຳພັກ ແຂວງ, ກໍາມະການພັກແຂວງ, ອະ ດີດການນໍາແຂວງ, ພະນັກງານອາ ວຸໂສ-ບໍານານ, ຜູ້ຊົງຄຸນວຸທິ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ. ສະຫາຍ ອາລຸນໄຊ ສູນນະລາດ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມ ວ່າ: ການດຳເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວອົງຄະນະພັກແຂວງຈໍາ ປາສັກ ຄັ້ງທີ IX ນີ້, ແມ່ນການປະ ຕິບັດຢ່າງເຄັ່ງຄັດຕໍ່ກົດລະບຽບ ຂອງພັກ ກໍຄື ຫລັກການ ແລະ ທິດ ນຳຂອງການກໍ່ສ້າງພັກ ໃຫ້ເຕີບ ໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ. ກອງປະຊຸມໃຫຍ່ຄັ້ງນີ້, ຈະໄດ້ພ້ອມ ກັນຄົ້ນຄວ້າຮັບຮອງເອົາເອກະ ສານ ທີ່ເປັນຍຸດທະສາດຂອງແຂວງ ແລະ ພ້ອມກັນເລືອກຕັ້ງເອົາຄະ ນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອເປັນແກ່ນສານນໍາພາທົ່ວອົງ ຄະນະພັກແຂວງ ໃນການຈັດຕັ້ງ ຜັນຂະຫຍາຍມະຕິຂອງພັກ ແລະ ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມຂອງແຂວງ ຮອດປີ 2030 ໃຫ້ປະກົດຜົນເປັນຈິງ. ພ້ອມນີ້, ສະຫາຍໄດ້ຮຽກຮ້ອງມາ ຍັງບັນດາສະຫາຍຜູ້ແທນກອງປະ ຊຸມໃຫຍ່ ຈົ່ງພ້ອມກັນເຊີດຊູຄວາມ ຮັບຜິດຊອບ, ເສີມຂະຫຍາຍລັກ ສະນະປະຊາທິປະໄຕຢ່າງຕັ້ງໜ້າ, ສຸມສະຕິປັນຍາເຂົ້າໃສ່ການຄົ້ນ ຄວ້າ ແລະ ປະກອບຄໍາເຫັນໃຫ້ເລິກ ເຊິ່ງ, ຖືກຕ້ອງ, ພ້ອມກັນຕຶກຕອງ ບັນຫາຢ່າງຖີ່ຖ້ວນ ເພື່ອເຮັດໃຫ້ ກອງປະຊຸມໃຫຍ່ຄັ້ງນີ້, ດໍາເນີນໄປ ບົນພື້ນຖານຄວາມສາມັກຄີເປັນ ເອກະພາບທີ່ໜັກແໜ້ນ ແລະ ມີຜົນ ສໍາເລັດຕາມລະດັບຄາດໝາຍຢ່າງ ຈົບງາມ. ພ້ອມກັນນີ້, ສະຫາຍ ອາລຸນໄຊ ສູນນະລາດ ກໍໄດ້ຜ່ານຮ່າງບົດ ລາຍງານການເມືອງທັງ 2 ພາກ, ຕໍ່ມາ, ສະຫາຍ ສົມບູນ ເຮືອງວົງສາ ຄະນະປະຈໍາພັກແຂວງ ຮອງເຈົ້າ ແຂວງຈໍາປາສັກ ໄດ້ຜ່ານຮ່າງແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X. ຈາກນັ້ນ, ຜູ້ແທນກອງ ປະຊຸມ ກໍໄດ້ປະກອບຄໍາເຫັນຕໍ່ຮ່າງ ບົດລາຍງານການເມືອງ ແລະ ຮ່າງ ແຜນພັດທະນາເສດຖະກິດ-ສັງຄົມ. ນອກຈາກນີ້, ຜູ້ແທນກອງປະຊຸມ ຍັງຈະໄດ້ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານພັກແຂວງຊຸດ ໃໝ່ ເພື່ອນໍາພາ-ຊີ້ນໍາວຽກງານ ໃນຕໍ່ໜ້າ. ກອງປະຊຸມໃຫຍ່ຜູ້ແທນອົງຄະ ນະພັກ ແຂວງຈໍາປາສັກ ໃນຄັ້ງ ນີ້, ຍັງຈະໄດ້ຮັບຟັງຄໍາເຫັນໂອ້ລົມ ຈາກ ສະຫາຍ ນາງ ປານີ ຢ່າທໍ່ຕູ້ ກຳມະການກົມການເມືອງສູນກາງ ພັກ, ຮອງປະທານປະເທດ, ຜູ້ຊີ້ນໍາ ວຽກງານຮອບດ້ານແຂວງຈຳປາ ສັກ ເພື່ອເປັນທິດທາງໃນການເຄື່ອນ ໄຫວຈັດຕັ້ງປະຕິບັດວຽກງານ ໃນຕໍ່ ໜ້າ ຕື່ມອີກ. ຂ່າວ-ພາບ: ທູນທອງໃຈ ສາວະລີນັກຮົບນິລະນາມ (ດາວ ແດງ) ເພື່ອຂໍ່ານັບຮັບຕ້ອນກອງ ປະຊຸມໃຫຍ່ຜູ້ແທນອົງຄະນະພັກ ນະ ຄອນຫລວງວຽງຈັນ ຄັ້ງທີ VIII. ການວາງພວງມາລາໃນຄັ້ງນີ້, ກໍເພື່ອເປັນການສະແດງເຖິງຄວາມ ເຄົາລົບ ຕໍ່ນໍ້າໃຈຕໍ່ສູ້ຢ່າງພິລະອາດ ຫານ ແລະ ບໍ່ຍອມຈຳນົນຂອງບັນ ພະບູລຸດລາວ ກໍຄື ບັນດານັກຮົບປະ ຕິວັດຂອງລາວ ທີ່ເສຍສະລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການ ນຳພາ-ຊີ້ນຳ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນ ວັນທີ 2 ທັນວາ 1975. ຂ່າວ: ໜັງສືພິມວຽງຈັນໃໝ່ ກຳມະການພັກແຂວງ, ເລຂາຮອງເລຂາພັກເມືອງ 5 ເມືອງ, ເລຂາ-ຮອງເລຂາຄະນະພັກຮາກ ຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ຜູ້ແທນກອງປະຊຸມເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ແປ້ນ ຄຳ ບຸດຈັນແພງ ໄດ້ມີຄຳເຫັນວ່າ: ກອງປະຊຸມທາບທາມບຸກຄະລາ ກອນ ໃນຮອບ III ແມ່ນມີຄວາມ ສໍາຄັນຫລາຍ ຮຽກຮ້ອງບັນດາຜູ້ ແທນຈົ່ງສຸມສະຕິ ແລະ ໃຊ້ປະຊາ ທິປະໄຕຂອງຕົນ ເລືອກເຟັ້ນເອົາ ບຸກຄະລາກອນຜູ້ທີ່ມີມາດຖານ ເງື່ອນໄຂຄົບຖ້ວນ ເຂົ້າໃນໂຄງປະ ກອບກອງປະຊຸມໃຫຍ່ອົງຄະນະ ພັກແຂວງ ສະໄໝທີ VII ຄົບຕາມ ມາດຖານ ທີ່ຄະນະກຳມະການບຸກ ຄະລາກອນກອງປະຊຸມໃຫຍ່ໄດ້ ກຳນົດໄວ້, ເພື່ອບັນຈຸບຸກຄະລາ ກອນເຂົ້າໂຄງປະກອບໃຫ້ຄົບຊຸດ. ຈາກນັ້ນ, ສະຫາຍ ຈອມສີ ລັດ ຕະນະປັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍ່ ແກ້ວ ໄດ້ຜ່ານບົດສຳຫລວດການ ນຳພາລວມ ໂດຍຍົກໃຫ້ເຫັນດ້ານ ດີ, ຜົນງານການຈັດຕັ້ງປະຕິບັດນຳ ພາ-ຊີ້ນຳໃນໄລຍະຜ່ານມາ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຈະໄດ້ສືບ ຕໍ່ແກ້ໄຂໃນຕໍ່ໜ້າ. ຕະຫລອດໄລ ຜ່ານມາ ຄະນະບໍລິຫານງານພັກ ແຂວງ ແມ່ນມີຄວາມຮັບຜິດຊອບ ສູງໃນການຊີ້ນຳ ແລະ ນຳພາຢ່າງ ຕັ້ງໜ້າ ເຮັດໃຫ້ແຂວງບໍ່ແກ້ວ ມີສະ ຖຽນລະພາບທາງດ້ານການເມືອງ ໜັກແໜ້ນ, ສັງຄົມມີຄວາມສະ ຫງົບ, ຊີວິດການເປັນຢູ່ຂອງປະຊາ ຊົນດີຂຶ້ນເທື່ອລະກ້າວ ເຊິ່ງສະແດງ ອອກໃນແຕ່ລະດ້ານ ເປັນຕົ້ນ ດ້ານ ການເມືອງນຳພາແນວຄິດ, ດ້ານ ການຈັດຕັ້ງ-ປັບປຸງແບບແຜນນຳ ພາ ແລະ ວິທີການເຮັດວຽກຢ່າງມີ ຄວາມຮັບຜິດຊອບສູງ, ເສດຖະກິດ ມີການຂະຫຍາຍຕົວໃນລະດັບ 4,5% ການກໍ່ສ້າງພື້ນຖານໂຄງ ລ່າງ, ການຜະລິດ, ການບໍລິການ, ການທ່ອງທ່ຽວມີທ່າອ່ຽງດີຂຶ້ນ. ສຳລັບຄາດໝາຍສູ້ຊົນໃນຕໍ່ໜ້າ ແມ່ນມີ 7 ແຜນວຽກຈຸດສຸມ ທີ່ຈະ ໄດ້ເພີ່ມຄວາມເອົາໃຈໃສ່ແກ້ໄຂໃຫ້ ສຳເລັດຢ່າງຕັ້ງໜ້າ. ໃນກອງປະຊຸມ ສະຫາຍ ສຸກຄຳ ເພັດ ເຮືອງບຸດດີ ໄດ້ຜ່ານມາດຖານ ເງື່ອນໄຂຂອງຜູ້ລົງສະໝັກເລືອກ ຕັ້ງ ເຂົ້າເປັນຄະນະບໍລິຫານງານ ພັກແຂວງບໍ່ແກ້ວ ຊຸດໃໝ່ ໂດຍຜູ້ ລົງສະໝັກຕ້ອງເປັນຜູ້ທີ່ມີທັດສະ ນະຫລັກໝັ້ນທາງດ້ານການເມືອງ ໜັກແໜ້ນ, ມີຄວາມຊື່ສັດບໍລິສຸດ, ມີຄວາມຈົງຮັກພັກດີຕໍ່ພັກຕໍ່ການ ຈັດຕັ້ງ, ຕໍ່ປະຊາຊົນ, ເຮັດວຽກງານ ເປັນໝູ່ຄະນະ, ມີແບບແຜນການ ດຳລົງຊີວິດທີ່ປອດໃສ, ບໍ່ສວຍໃຊ້ ຖານະຕຳແໜ່ງ, ໜ້າທີ່ ເພື່ອຜົນປະ ໂຫຍດສ່ວນຕົວ, ຈຸ້ມເຈື້ອເຊື້ອສາຍ ພັກພວກ, ຕ້ອງເປັນຜູ້ທີ່ມີອຸດົມການ ຕໍ່ແນວທາງການປ່ຽນແປງໃໝ່ ຢ່າງຮອບດ້ານຂອງພັກຢ່າງແທ້ຈິງ ເພື່ອນຳພາປະເທດຊາດໃຫ້ຫລຸດ ພົ້ນອອກຈາກການດ້ອຍພັດທະນາ ກໍຄື ການພັດທະນາແຂວງບໍ່ແກ້ວ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ສີວິໄລ ໃນອະນາຄົດ. ຈາກນັ້ນ, ຄະນະຮັບຜິດຊອບໄດ້ອະທິບາຍ ແລະ ແນະນໍາກ່ຽວກັບການຂີດບັດ ທາບທາມ, ພ້ອມທັງດໍາເນີນການ ປ່ອນບັດຕາມວາລະກອງປະຊຸມ. ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກໍໄດ້ມີຄຳເຫັນ ຊີ້ນຳກອງປະຊຸມວ່າ: ການດຳເນີນ ກອງປະຊຸມທາບທາມບຸກຄະລາ ກອນໃນຮອບ III ນີ້ ແມ່ນເລືອກ ເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ ເພື່ອບັນຈຸເຂົ້າໂຄງປະກອບ ກອງ ປະຊຸມໃຫຍ່ອົງຄະນະພັກແຂວງບໍ່ ແກ້ວ ສະໄໝທີ VII ໃຫ້ຄົບຊຸດ, ຜູ້ທີ່ ສະໝັກເປັນຄະນະບໍລິຫານງານພັກ ແຂວງບໍ່ແກ້ວ ຕ້ອງມີຜູ້ເກົ່າ, ຜູ້ໃໝ່, ຕ້ອງຮັບປະກັນ 3 ຮຸ່ນ (ອາວຸໂສ, ກາງ, ໜຸ່ມ) ມີເພດ, ມີຊົນເຜົ່າ ເຂົ້າ ໃນໂຄງປະກອບຕາມເງື່ອນໄຂຕົວ ຈິງ ແນໃສ່ຮັບປະກັນລັກສະນະສືບ ທອດປ່ຽນແທນຢ່າງຕໍ່ເນື່ອງ. ຂ່າວ: ບຸນຈັນ ມະນີໄຊ ຄະນະເລຂາທິການສູນກາງພັກ ສະບັບເລກທີ 173/ຄລສພ, ລົງ ວັນທີ 5 ກໍລະກົດ 2024 ວ່າດ້ວຍ ການຄາດຄະເນ ແບ່ງຄວາມຮັບຜິດ ຊອບຂອງຄະນະປະຈຳພັກແຕ່ລະ ຂັ້ນ; ຄາດຄະເນການແບ່ງຄວາມ ຮັບຜິດຊອບຄະນະປະຈຳພັກ ແຂວງ-ນະຄອນຫລວງວຽງຈັນ ໃຫ້ເລຂາຄະນະບໍລິຫານງານພັກ ແຂວງເປັນປະທານສະພາປະຊາ ຊົນແຂວງ-ນະຄອນຫລວງວຽງ ຈັນ, ປະທານຄະນະສະມາຊິກສະ ພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ເປັນປະທານຄະນະກຳມະ ການປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບແຂວງ-ນະຄອນຫລວງ ວຽງຈັນ, ຮັບຜິດຊອບນໍາພາ-ຊີ້ນໍາ ວຽກງານຮອບດ້ານ ແລະ ຮັບຜິດ ຊອບໂດຍກົງຕໍ່ຜົນໄດ້, ຜົນເສຍໃນ ການນໍາພາຈັດຕັ້ງປະຕິບັດໜ້າທີ່ ການເມືອງ ຂອງແຂວງ-ນະຄອນ ຫລວງວຽງຈັນ; ຮອງເລຂາຄະ ນະບໍລິຫານງານພັກແຂວງ-ນະ ຄອນຫລວງວຽງຈັນ ເປັນປະທານ ຄະນະກຳມະການປົກຄອງແຂວງນະຄອນຫລວງວຽງຈັນ; ຮອງເລ ຂາຄະນະບໍລິຫານງານພັກແຂວງນະຄອນຫລວງວຽງຈັນ ຮັບຜິດ ຊອບຊີ້ນໍາວຽກງານການເມືອງ ແນວຄິດ, ວຽກງານພັກ-ພະນັກ ງານ, ວຽກງານປັບປຸງກົງຈັກການ ຈັດຕັ້ງ ແລະ ອົງການຈັດຕັ້ງມະຫາ ຊົນ. ສ່ວນກຳມະການປະຈຳພັກ ແຂວງ-ນະຄອນຫລວງວຽງຈັນທີ່ ໄດ້ຮັບການເລືອກຕັ້ງ ແມ່ນແບ່ງ ງານນໍາພາໃນບາງຂົງເຂດ ຕາມ ຄວາມຮຽກຮ້ອງຕ້ອງການຂອງ ວຽກງານຂອງແຕ່ລະອົງຄະນະ ພັກ ເປັນຕົ້ນ ປະທານແນວລາວ ສ້າງຊາດ, ຫົວໜ້າຄະນະຈັດຕັ້ງ, ປະທານຄະນະກວດກາພັກ-ລັດ, ຂົງເຂດປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ຮອງປະທານສະ ພາປະຊາຊົນ, ຮອງປະທານຄະນະ ກຳມະການປົກຄອງແຂວງ-ນະ ຄອນຫລວງວຽງຈັນ, ເລຂາຄະນະ ບໍລິຫານງານພັກເມືອງ-ນະຄອນ ໃນເທສະບານແຂວງ-ນະຄອນ ຫລວງວຽງຈັນ. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ ເຜີຍແຜ່ເອກະສານ ແຈ້ງການເລກ ທີ 865/ຄຈສພ, ລົງວັນທີ 14 ກໍລະກົດ 2025 ກ່ຽວກັບການເອີ້ນ ແລະ ສັງຮວມສະຖິຕິລາຍງານ ແລະ ຈັດສັນຄວາມເປັນລະບຽບ, ສ້າງກົນໄກ ແລະ ລະບົບໃຫ້ຜູ້ປະ ກອບການໃນການຄຸ້ມຄອງສະຖານ ທີ່ຈອດລົດຂອງຕົນ, ຕິດຕາມກວດ ກາການຈັດຕັ້ງປະຕິບັດໜ້າທີ່ຂອງ ພະນັກງານ, ມີລະບົບສັງຮວມສະ ຖິຕິລາຍງານຕົວຈິງ ເພື່ອໃຊ້ເຂົ້າ ໃນການປະເມີນຢ່າງມີຫລັກການ ເຕັກນິກ, ສ້າງຊ່ອງທາງ, ກົນໄກ ແລະ ເງື່ອນໄຂໃນການບໍລິການປະ ຊາຊົນໃຫ້ສະດວກ, ວ່ອງໄວ, ໂປ່ງ ໃສ, ກວດສອບໄດ້ ແລະ ຊ່ວຍຫລຸດ ຜ່ອນງົບປະມານຂອງພາກລັດ, ພ້ອມທັງສ້າງແຫລ່ງລາຍຮັບໃຫ້ ພາກລັດ ເພື່ອໃຊ້ເຂົ້າໃນການຄຸ້ມ ຄອງ ແລະ ບໍາລຸງຮັກສາສະຖານທີ່ ຈອດລົດຕ່າງໆ ໃຫ້ມີຄວາມຍືນຍົງ, ພ້ອມທັງສ້າງຄວາມເຊື່ອໝັ້ນໃຫ້ ປະຊາຊົນ. ການພັດທະນາລະບົບ I-park ດັ່ງກ່າວ, ແມ່ນບໍລິສັດ ລາວອິນໂຟ ແຊັກ ຈໍາກັດ ເປັນຜູ້ລົງທຶນ 100% ໃນການພັດທະນາ ແລະ ນໍາໃຊ້ໃນ ຂົງເຂດ ຄບຕ ຄຸ້ມຄອງ ແລະ ບັນ ດາບ່ອນຈ່ອດລົດຕ່າງໆຢູ່ໃນນະ ຄອນຫລວງວຽງຈັນ ພາຍໃນຂອບ ສັນຍາຮ່ວມມື 25 ປີ. ທ່ານ ປັນຍາ ມະນີວົງ ຫົວໜ້າ ຫ້ອງການຄຸ້ມຄອງ ແລະ ບໍລິການ ຕົວເມືອງວຽງຈັນໄດ້ກ່າວວ່າ: ໂຄງ ການດັ່ງກ່າວ, ຈະສ້າງເປັນລະບົບ ຮັບໃຊ້ ຄບຕ ໃນການຄຸ້ມຄອງ ແລະ ຈັດສັນຄວາມເປັນລະບຽບຂອງ ການເກັບບໍລິການຄ່າຈອດລົດ, ຄບຕ ຈະດຳເນີນການບໍລິຫານໂຄງ ການໂດຍກົງຕາມພາລະບົດບາດ ເປັນຜູ້ຕິດຕາມ, ກວດກາ, ການອອກ ລະບຽບໃນການປະຕິບັດ, ຄຸ້ມຄອງ ໂຄງການ, ເກັບຄ່າທຳນຽມ ແລະ ຄ່າບໍລິການ, ພ້ອມທັງຈັດຕັ້ງປະຕິ ບັດມອບໝາຍໃຫ້ພະນັກງານເຮັດ ວຽກຮ່ວມກັບຄູ່ຮ່ວມມື ຊຶ່ງບໍລິສັດ ແມ່ນຮັບຜິດຊອບພັດທະນາ, ຕິດ ຕັ້ງລະບົບ, ບຳລຸງຮັກສາ, ພ້ອມທັງ ຝຶກອົບຮົມການນຳໃຊ້ລະບົບໃຫ້ແກ່ ເຈົ້າຂອງບ່ອນຈອດລົດແຕ່ລະບ່ອນ ແລະ ຝຶກອົບຮົມການນຳໃຊ້ລະບົບ ຄຸ້ມຄອງໃຫ້ແກ່ ຄບຕ ໃຫ້ມີຄວາມ ຊຳນານ ແລະ ສາມາດຄຸ້ມຄອງລະ ບົບດ້ວຍຕົນເອງໄດ້. ລະບົບ i-Park ຈະເລີ່ມຈັດຕັ້ງ ປະຕິບັດ ແລະ ນໍາໃຊ້ໃນ 14 ຈຸດ ບ່ອນຈອດລົດທີ່ ຄບຕ ຄຸ້ມຄອງ, ບຸນປະເພນີຕ່າງໆ, ບ່ອນຈອດລົດ ຢູ່ຕະຫລາດ ແລະ ບັນດາຮ້ານ ບໍລິການ 9 ຕົວເມືອງ ໃນນະຄອນ ຫລວງວຽງຈັນ ເລີ່ມແຕ່ເດືອນ ຕຸລາ 2025 ເປັນຕົ້ນໄປ ແລະ ມີ ແຜນຜັນຂະຫຍາຍ ໂດຍສົມທົບໃນ ການດຳເນີນໂຄງການລົດເມດ່ວນ BRT ໃນອະນາຄົດ. ແຂວງບໍ່ແກ້ວ... ກອງປະຊຸມຄົບຄະນະ... ພະແນກ ແລະ ພະນັກງານ, ວິຊາ ການພາຍໃນກົມ ເຂົ້າຮ່ວມ. ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບ ຟັງການນໍາສະເໜີກ່ຽວກັບການນຳ ໃຊ້ AI ເຂົ້າໃນການພັດທະນາບົດ ຮຽນ, ສ້າງແຜນການສອນທີ່ເໝາະ ສົມຕາມລະດັບຜູ້ຮຽນ ແລະ ປະເມີນ ຜົນການຮຽນຢ່າງມີປະສິດທິພາບ ຊຶ່ງເຄື່ອງມືດັ່ງກ່າວ ຈະຊ່ວຍເພີ່ມ ປະສິດທິພາບການສິດສອນ, ສົ່ງ ເສີມການນໍາໃຊ້ເຕັກໂນໂລຊີແບບ ໃໝ່ ແລະ ສ້າງພື້ນຖານການພັດທະ ນາຂະແໜງການສຶກສາ, ວິທະຍາ ສາດ ແລະ ກິລາ ໃຫ້ທັນສະໄໝ ສາ ມາດເຊື່ອມໂຍງນະວັດຕະກໍາດ້ານ ດີຈິຕອນ ເຂົ້າໃນການຮຽນການ ສອນຢ່າງມີຄຸນນະພາບ. ການຝຶກອົບຮົມການນຳໃຊ້ເອ ໄອ ສາມາດສ້າງຄວາມຮູ້ ແລະ ທັກສະດ້ານ AI ໃຫ້ແກ່ພະນັກງານ ກົມແຜນການ ໂດຍເນັ້ນໃສ່ການນຳ ໃຊ້ AI ເປັນຕົ້ນຕໍ ຊຶ່ງຈະສ້າງປະ ໂຫຍດໃຫ້ແກ່ການປະຕິບັດວຽກ ງານຕ່າງໆຂອງພະນັກງານ-ລັດ ຖະກອນພາຍໃນກົມ ໄດ້ຢ່າງມີປະ ສິດທິພາບ ແລະ ປະສິດທິຜົນ ໂດຍ ສະເພາະແມ່ນການສ້າງບົດສະເໜີ, ການຮ່າງບົດລາຍງານ ແລະ ອື່ນໆ. ຂ່າວ-ພາບ: ໜັງສືພິມສຶກສາ ຊື່ປະທານ, ຮອງປະທານຄະນະ ກຳມະການປົກຄອງຂັ້ນແຂວງ, ຂັ້ນເມືອງ; ແຈ້ງການຂອງຄະນະ ຈັດຕັ້ງສູນກາງພັກ ສະບັບເລກທີ 1344/ຄຈສພ, ລົງວັນທີ 13 ສິງຫາ 2025 ກ່ຽວກັບການຈັດຕັ້ງ ປະຕິບັດວຽກງານ ຂອງອົງການ ປົກຄອງທ້ອງຖິ່ນ; ແຈ້ງການຂອງ ຄະນະຈັດຕັ້ງສູນກາງພັກສະບັບ ເລກທີ 1573/ຄຈສພ, ລົງວັນທີ 5 ກັນຍາ 2025 ກ່ຽວກັບຈໍານວນ ແລະ ການແຕ່ງຕັ້ງກຳມະການ ຄະນະປົກຄອງແຕ່ລະຂັ້ນ. ໃນກອງປະຊຸມ ຍັງໄດ້ຜ່ານ ຮ່າງແຜນຈັດຕັ້ງເຊື່ອມຊຶມ ເຜີຍແຜ່ ມະຕິກອງປະຊຸມໃຫຍ່ຜູ້ແທນອົງ ຄະນະພັກແຂວງ ຄັ້ງທີ X, ຮ່າງ ແຜນດໍາເນີນງານຂອງຄະນະບໍລິ ຫານງານພັກແຂວງ ສະໄໝທີ X, ຮ່າງລະບອບແບບແຜນວິທີເຮັດ ວຽກ ຂອງຄະນະບໍລິຫານງານພັກ ແຂວງ ສະໄໝທີ X, ຮ່າງແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງ ຄັ້ງທີ X ແລະ ແຜນງົບ ປະມານແຫ່ງລັດ 5 ປີຂອງແຂວງ ໄລຍະປີ 2026-2030, ຮັບຟັງ ການລາຍງານກ່ຽວກັບການກະ ກຽມສະເຫລີມສະຫລອງວັນສະ ຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ສະ ຫລຸບບັ້ນແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະ 2021-2025; ຮັບຟັງການລາຍງານການກະກຽມ ຄວາມພ້ອມໃນການສໍາຫລວດພົນ ລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V, ລາຍງານສະພາບການຈັດຕັ້ງ ປະຕິບັດວຽກງານ ປກຊ-ປກສ ແຂວງແລະທິດທາງໃນຕໍ່ໜ້າ, ຜ່ານ ຮ່າງມະຕິຕົກລົງວ່າດ້ວຍການແບ່ງ ວຽກ, ແບ່ງຄວາມຮັບຜິດຊອບ ພາຍໃນຄະນະບໍລິຫານງານພັກ ແຂວງ ສະໄໝທີX, ຕິດພັນກັບການ ປັບປຸງໂຄງປະກອບການຈັດຕັ້ງ ຂອງຄະນະກຳມະການປົກຄອງ ແຂວງ. ຫລັງຈາກນັ້ນ, ປະທານ ກອງປະຊຸມກໍໄດ້ມີຄຳຖາມເຈາະຈີ້ມ ໃຫ້ສະຫາຍຄະນະບໍລິຫານງານ ພັກແຂວງ ໄດ້ປະກອບຄຳຄິດຄຳ ເຫັນໃສ່ຮ່າງເອກະສານ ເພື່ອຄວາມ ເປັນເອກະພາບໃນວຽກງານ. ສສກ... gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK

RkJQdWJsaXNoZXIy MTc3MTYxMQ==