7122

24/09/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ©ດຍ າລີດາ 3vg]h g0Q k-vps];'rt[k' ,a f.9]6 d7h kfh ;p;a f45 fy [muj lq f.\j ຂລປ. ເມື່ອເວົ້າເຖິງອາຫານ ແລ້ວບໍ່ວ່າຈະຍຸກໃດ, ສະໄໝໃດ ອາຫານປະເພດເສັ້ນກໍເປັນອີກໜຶ່ງ ເມນູ (ລາຍການອາຫານ) ທີ່ຄອງ ໃຈຜູ້ບໍລິໂພກເນື່ອງຈາກວ່າກິນ ງ່າຍ, ສະດວກ, ສະບາຍ ແລະ ວ່ອງໄວໃນເວລາຮີບດ່ວນອີກຢ່າງ ໜຶ່ງກໍມີເສັ້ນຫລາຍແບບໃຫ້ເລືອກ ກິນຕາມຄວາມມັກຂອງແຕ່ລະຄົນ ບໍ່ວ່າຈະເປັນເສັ້ນເຝີ, ເຂົ້າປຽກ, ໝີ່ ແລະ ເສັ້ນເຂົ້າຊອຍ ແລະ ອື່ນໆ ອີກຢ່າງຫລວງຫລາຍ. ສະນັ້ນ, ຈຶ່ງ ຕອບໂຈດຄວາມຕ້ອງການຂອງຜູ້ ບໍລິໂພກຈົນເຮັດໃຫ້ຮ້ານອາຫານ ປະເພດນີ້ ມີຢູ່ທົ່ວທຸກເຂດທົ່ວປະ ເທດ. ເວົ້າລວມ, ເວົ້າສະເພາະ ນະຄອນຫລວງວຽງຈັນ ກໍມີເຈົ້າ ດັງໆຫລາຍຮ້ານ. ແຕ່ມື້ນີ້, ຄໍລໍາ “ສົ່ງເສີມທຸລະກິດ” ຈະພາບັນດາ ທ່ານມາຮູ້ຈັກຮ້ານໂອເລ້ ເຂົ້າຊອຍ ຫລວງພະບາງ ຕັ້ງຢູ່ບ້ານຫ້ວຍ ຫົງ ຮ່ອມ 12 ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ເປັນອີກ ຮ້ານໜຶ່ງທີ່ມີຄວາມແຊບແບບມີ ເອກະລັກ ແລະ ວັດຖຸດິບທີ່ສົດ ໃໝ່ ຈຶ່ງເຮັດໃຫ້ຄອງໃຈລູກຄ້າ ຢ່າງຫລວງຫລາຍບໍ່ວ່າຈະລູກຄ້າ ເກົ່າ-ລູກຄ້າໃໝ່ຕ່າງກໍເວົ້າເປັນ ສຽງດຽວກັນວ່າຮ້ານນີ້ອາຫານ ແຊບຫລາຍ. ໂອເລ້ ສີໂຄດ ເຈົ້າຂອງຮ້ານໂອ ເລ້ ເຂົ້າຊອຍຫລວງພະບາງ ໃຫ້ຮູ້ ວ່າ: ກ່ອນຈະມາເປີດຮ້ານເຂົ້າຊອຍ ແມ່ນເຮັດວຽກຢູ່ໃນວົງການບັນເທີງ ມີຮັບງານລີວິວ &FUFSUBJO, ເຮັດ ລາຍການຫລີລຽວທ່ຽວລາວ ກັບ ໝູ່ຢູ່ແລ້ວ ແລະ ໝູ່ແຕ່ລະຄົນກໍມີ ທຸລະກິດຂອງໂຕເອງ ຈຶ່ງແນະນໍາ ກັນຕາມຄວາມເໝາະສົມຂອງ ແຕ່ລະຄົນ ເຊິ່ງໝູ່ແມ່ນເປີດຮ້ານ ເຂົ້າປຽກກ່ອນແລ້ວ ຈຶ່ງແນະນໍາ ຕົນເອງເປີດຮ້ານເຂົ້າຊອຍເພາະ ເຫັນວ່າຕົນເອງມັກກິນເຂົ້າຊອຍ ບວກກັບແມ່ເຮັດເຂົ້າຊອຍແຊບ ຢູ່ແລ້ວ ຈຶ່ງຊວນແມ່ເປີດຮ້ານເປັນ ເວລາຫລາຍເດືອນແມ່ຈຶ່ງຕົກລົງ ເຮັດເພາະແມ່ຢ້ານບໍ່ໄດ້ຂາຍເນື່ອງ ຈາກຮ້ານທີ່ຈະຂາຍຢູ່ໃນຮ່ອມ ແດ່ ແລະ ບໍລິເວນນີ້ ຫ້ອງການກໍ ບໍ່ຫລາຍແນ່, ແຕ່ແນວໃດກໍດີຍ້ອນ ຄວາມຕັດສິນໃຈຈຶ່ງໄດ້ເປີດຮ້ານ ໃນມື້ເຂົ້າພັນສາປີກາຍນີ້ ໂດຍເປີດ ທໍາອິດແມ່ນມີແຕ່ເຂົ້າຊອຍກັບຕໍາ ປະເພດຕ່າງໆສອງຢ່າງນີ້ເທົ່ານັ້ນ, ຫລັງຈາກເປີດໄປເລື້ອຍໆກໍ່ມີລູກຄ້າ ມາກໍແນະນໍາລາຍການອາຫານ ຕ່າງໆບາງຄົນກໍວ່າ ຄືບໍ່ເຮັດເຂົ້າ ຊອຍພັນທີ່ກໍາລັງດັງ ແລະ ເປັນ ກະແສ, ຕົນເອງກໍຄິດວ່າ ສິໄດ້ບໍ່ ເພາະໜ້າເຂົ້າຊອຍແມ່ນເຮັດໃສ່ເຂົ້າ ຊອຍນໍ້າ ຈຶ່ງໄດ້ລອງເຮັດກິນເອງ ເບິ່ງກ່ອນ ຜົນປາກົດວ່າມັນແຊບ ຈຶ່ງເພີ່ມໃສ່ເປັນລາຍການອາຫານ ຫລັກຂອງຮ້ານ, ຕໍ່ມາລູກຄ້າກໍ ບອກວ່າເຮັດເຂົ້າປຽກແດ່ ຈຶ່ງເຮັດ ເພີ່ມຂຶ້ນຕື່ມຍ້ອນວ່າເຮົາກໍມີນໍ້າຊຸບ (ນ້ຳແກງ) ທີ່ແຊບໆຢູ່ແລ້ວຍັງບໍ່ ພໍ່ເທົ່ານັ້ນອີງຕາມຄວາມຕ້ອງການ ຂອງລູກຄ້າ ເມື່ອມີເຂົ້າຊອຍຫລວງ ພະບາງກໍຕ້ອງມີຕໍາຫລວງພະບາງ ຈຶ່ງຄົບຖ້ວນ ເພື່ອໃຫ້ລູກຄ້າທີ່ເຂົ້າມາ ຮ້ານໄດ້ກິນຫລາຍເຍື່ອງທີ່ແຊບ ຊ້ອຍ ໂດຍສະເພາະແມ່ນເອົາຕໍາ ຫລວງພະບາງມາພັນກັບເຂົ້າຊອຍ ແມ່ນຕ້ອງໄດ້ລອງຮັບຮອງວ່າບໍ່ ຜິດຫວັງແນ່ນອນ. ນອກນີ້, ຍັງມີ ເຂົ້າປຽກ, ເຂົ້າຊອຍໝູກອບ, ໝູ ເດັ້ງ, ປາມຶກແດງ ເຊິ່ງຢາກປົນກັນກໍ່ ໄດ້ໄລ່ລາຄາເພີ່ມພຽງ 15.000 ກີບ ເທົ່ານັ້ນ. ສໍາລັບຈຸດພິເສດທີ່ດຶງດູດ ລູກຄ້າຂອງຮ້ານແມ່ນຄວາມແຊບ ຊ້ອຍຂອງລົດຊາດໜ້າເຂົ້າຊອຍ ບວກກັບນ້ຳຕົ້ມກະດູກທີ່ເຂັ້ມຂຸ້ນ ໃຊ້ເວລາໃນການຕົ້ມປະມານ 5-6 ຊົ່ວໂມງ, ສ່ວນໜ້າເຂົ້າຊອຍແມ່ນ ເປັນສູດສະເພາະຂອງຮ້ານທີ່ແມ່ ເຮັດເອງຈະໄດ້ກິ່ນຫອມຂອງຖົ່ວ ເນົ່າແຕ່ບໍ່ເຄັມ, ເນັ້ນຊີ້ນໝູບົດ, ເອົາ ໝາກເລັ່ນໃສ່ໃນປະລິມານທີ່ພໍດີ, ຄວາມນົວ, ຄວາມຫວານມາຕັດ, ໜ້າເຂົ້າຊອຍຂອງທາງຮ້ານແມ່ນ ແຕກຕ່າງຈາກບ່ອນອື່ນຄືໜ້າເຂົ້າ ຊອຍຂອງທາງຮ້ານເຮົາຈະບໍ່ມັນ, ບໍ່ເປັນນ້ຳເນັ້ນຊີ້ນໝູບົດ ແລະ ຈະມີ ໜັງໝູກອບພ້ອມ, ສ່ວນໜັງໝູກອບ ແມ່ນຈະຈືນຕ່າງຫາກແລ້ວຈຶ່ງມາ ຂົ້ວປົນກັບເຄື່ອງຄຽງຂອງໜ້າເຂົ້າ ຊອຍ. ຕ້ອງບອກເລີຍວ່າ ຈະເອົາມາ ເຮັດເປັນເຂົ້າຊອຍພັນ ຫລື ເຂົ້າ ຊອຍນ້ຳກໍແຊບຫລາຍ, ເວລາຮັບ ປະທານເຂົ້າໄປຈະສຳຜັດໄດ້ເຖິງ ຄວາມແຊບທີ່ລົງໂຕ, ຄວາມຫອມ ຂອງຖົ່ວເນົ່າຍິ່ງເພ່ີມລົດຊາດທີ່ແຊບ ຊ້ອຍເຂົ້າໄປຕື່ມ, ອີກຢ່າງໜຶ່ງທີ່ເວົ້າ ວ່າໜ້າເຂົ້າຊອຍຈະບໍ່ມັນເວລາຂົ້ວ ຊີ້ນແລ້ວຈະມີນໍ້າມັນອອກຈະຕັກນໍ້າ ມັນອອກຈົນໝົດໃຫ້ເຫລືອແຕ່ຊີ້ນທີ່ ບົດບໍ່ໝຸ້ນປານໃດເວລາຂົ້ວຈຶ່ງເປັນ ຕ່ອນພໍດີແຊບ ເມື່ອພັນກັບເຄື່ອງ ຄຽງຈັງແມ່ນເຂົ້າກັນອີຫລີ ແລະ ອີກຄວາມແຊບໜຶ່ງທີ່ຂາດບໍ່ໄດ້ກໍຄື ເສັ້ນເຂົ້າຊອຍທາງຮ້ານຄັດເລືອກ ເປັນພິເສດ. ນອກຈາກນັ້ນ, ທາງ ຮ້ານຍັງຂາຍສະເພາະແຕ່ໜ້າເຂົ້າ ຊອຍ 1 ກິໂລ ລາຄາ 250.000 ກີບ, ຮັບຈັດງານນອກສະຖານທີ່ ອີກດ້ວຍ. ໂອເລ້ ສີໂຄດ ເວົ້າເສີມວ່າ: ພາຍຫລັງທີ່ເປີດຮ້ານມາເກືອບ ໜຶ່ງປີແລ້ວເຫັນວ່າຜົນຕອບຮັບດີ ຫລາຍ, ລູກຄ້າເຂົ້າມາໃຊ້ບໍລິການ ເປັນຈຳນວນຫລວງຫລາຍ ໂດຍ ສະເພາະໄລຍະທີ່ເປີດຮ້ານໃໝ່ຈະ ໄດ້ຂາຍເຂົ້າຊອຍນ້ຳ ແລະ ເຂົ້າ ຊອຍພັນ ປະມານ 25 ກິໂລຕໍ່ມື້ ຫລື ປະມານ 100 ຖ້ວຍ ມື້, ແຕ່ ປັດຈຸບັນຈຳນວນຂາຍກໍຫລຸດລົງ ຈາກເມ່ືອກ່ອນໜ້ອຍໜຶ່ງ, ເຖິງ ແນວໃດກໍຕາມ, ກໍຖືວ່າຍັງຄອງໃຈ ລູກຄ້າຢ່າງຕໍ່ເນື່ອງທັງລູກຄ້າເກົ່າ ແລະ ໃໝ່ ເຊິ່ງເຫັນໄດ້ໃນແຕ່ລະ ມື້ຈະມີລູກຄ້າເຂົ້າມາບໍ່ຂາດ ໃນ ຈຸດນີ້ຕົນເອງກໍ່ຮູ້ສຶກດີໃຈຫລາຍທີ່ ອາຫານຫລວງພະບາງຈາກສີມື ຂອງຄົນຫລວງພະບາງແທ້ໆໄດ້ ຮັບຄວາມນິຍົມຈາກສັງຄົມ ແລະ ປັດຈຸບັນແມ່ນໄດ້ຂະຫຍາຍສາຂາ ໄປບ້ານທ່າໂພໄຊ ເມືອງວຽງ ຄຳ ແຂວງວຽງຈັນ, ໃນອະນາຄົດ ມີແຜນຈະຂະຫຍາຍສາຂາໄປທີ່ ຫລວງພະບາງ ແລະ ວັງວຽງຕື່ມ. ສະນັ້ນ, ທ່ານໃດທີ່ມັກກິນເຂົ້າຊອຍ ຖ້າໄດ້ກາຍໄປກາຍມາແຖວຫ້ວຍ ຫົງ ກໍແວ່ມາຊີມໄດ້ຮັບຮອງວ່າບໍ່ ຜິດຫວັງແນ່ນອນ ຫລື ວ່າທ່ານໃດ ມາແລ້ວບໍ່ຮູ້ຮ້ານກໍ່ຕິດຕໍ່ສອບຖາມ ໄດ້ທີ່ເບີ 020 57032296, ເປີດ ທຸກວັນຈັນ-ວັນເສົາ ເວລາ :0015:00 ໂມງ.

RkJQdWJsaXNoZXIy MTc3MTYxMQ==