24/09/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ລາວ-ຣັດເຊຍ... ຕໍ່ຈາກໜ້າ 1 xtfa [s]Po-k;|5j ,8t]5 ,[vo c]t s]Podk]tob d 65 xu .sh 0tc|'lb dlk{dy ]k ຂປລ. ເມື່ອບໍ່ດົນມານີ້, ຄະນະ ບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງສຶກສາທິ ການ ແລະ ກິລາ (ສສກ) ຈັດພິທີ ປະດັບຫລຽນຊາວໜຸ່ມຕະລຸມບອນ ຈໍານວນ 3 ສະຫາຍ ແລະ ຫລຽນ ກາລະນຶກ 65 ປີ ຈຳນວນ 135 ສະຫາຍ ແລະ 15 ກົມກອງ ໃຫ້ ແກ່ບັນດາກົມກອງກອງ ແລະ ບຸກ ຄົນດີເດັ່ນ ໃນຂະແໜງການສຶກສາ ແລະ ກິລາ ທີ່ມີຜົນງານດີເດັ່ນໃນ ການປະກອບສ່ວນເຂົ້າໃນວຽກ ງານຄະນະຊາໜຸ່ມປະຊາຊົນປະຕິ ວັດລາວ ໃນໄລຍະຜ່ານມາ. ໃນພິທີ ສະຫາຍ ສີພອນ ສີບຸນ ເຮືອງ ຮອງເລຂາຄະນະບໍລິຫານ ງານຊາວໜຸ່ມ ປະຊາຊົນປະຕິວັດ ລາວ ກະຊວງ ສສກ ໄດ້ລາຍງານ ບົດສະຫລຸບໂດຍຫຍໍ້ ກ່ຽວກັບການ ຈັດຕັ້ງປະຕິບັດວຽກງານຊາວໜຸ່ມ ຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ສສກ ໃນ ໄລຍະຜ່ານມາ. ຈາກນັ້ນ, ກໍໄດ້ ມີການຜ່ານຂໍ້ຕົກລົງຂອງສູນກາງ ຊາວໜຸ່ມ ປະຊາຊົນປະຕິວັດລາວ ວ່າດ້ວຍການມອບຫລຽນຊາວໜຸ່ມ ຕະລຸມບອນ ຊຶ່ງເປັນການຍ້ອງຍໍ ສູງສຸດຂອງຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະ ຕິວັດລາວ ໃຫ້ແກ່ບຸກຄົນ ສສກ ທີ່ມີຜົນງານດີເດັ່ນ, ມີຄຸນງາມ ຄວາມດີໃນການອຸທິດເຫື່ອແຮງ, ສະຕິປັນຍາ ແລະ ຊີ້ນຳວຽກງານ ຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ໃນໄລຍະ ຜ່ານມາ ຈຳນວນ 3 ສະຫາຍ ຜ່ານຂໍ້ຕົກລົງ ວ່າດ້ວຍການມອບ ຫລຽນກາລະນຶກ 65 ປີ ວັນສ້າງ ຕັ້ງຄະນະຊາວໜຸ່ມປະຊາຊົນປະຕິ ວັດລາວ ໃຫ້ແກ່ບຸກຄົນ ແລະ ກົມ ກອງ ສສກ ທີ່ມີຜົນງານດີເດັ່ນໃນ ການປະກອບສ່ວນວຽກງານຄະນະ ຊາວ ໜຸ່ມ ປະຊາຊົນປະຕິວັດລາວ ໃນໄລຍະຜ່ານມາ ຈຳນວນ 135 ສະ ຫາຍ ແລະ 15 ກົມກອງ. ໂອກາດນີ້, ສະຫາຍ ທອງລີ ສີສຸລິດຮອງເລຂາຄະນະພັກ, ເລຂາ ຄະນະບໍລິຫານງານ ສູນກາງຊາວ ໜຸ່ມປະຊາຊົນປະວັດລາວ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະ ບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ສສກ ທີ່ໄດ້ຫ້າງຫາ ກະກຽມຮອບດ້ານ ຈົນສາມາດຈັດ ພິທີປະດັບຫລຽນຊາວໜຸ່ມຕະລຸມ lt4k[a o0q '9n ,v[.[xtdkltou pt[a f .sh oa dlb dlk76 rklk9u o I5j omevy f 7 4 7q o ປະຕິບັດວຽກງານການກໍ່ສ້າງບຸກ ຄະລາກອນ ວິຊາການດ້ານພາສາ ຈີນ ແລະ ສົ່ງເສີມການແລກປ່ຽນ ວັດທະນະທຳລາວ-ຈີນ. ໃນປີ 2021 ກະຊວງສຶກສາທິການ ແລະ ກິລາ ໄດ້ອະນຸມັດໃຫ້ສະຖາບັນຂົງຈື ເປີດຫລັກສູດປະລິນຍາຕີ ສາຂາ ຄູພາສາຈີນ ເຊິ່ງເປັນສະຖາບັນ ແຫ່ງທໍາອິດຂອງໂລກ ໃນການເປີດ ສານປະຊາຊົນສູງສຸດ ໄດ້ເຂົ້າຮ່ວມ ກອງປະຊຸມພົບປະກັບສານສູງສຸດ ແຫ່ງ ສ ຣັດເຊຍ ເພື່ອຜັນຂະຫຍາຍ ການພົວພັນຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງລັດຖະບານ, ສະພາແຫ່ງ ຊາດ, ອົງການຈັດຕັ້ງລັດໃນຂົງ ເຂດຕ່າງໆຂອງລາວ-ຣັດເຊຍ ໃຫ້ ກວ້າງຂວາງ ແລະ ເລິກເຊິ່ງກວ່າ ເກົ່າ. ການພົບປະສອງຝ່າຍຄັ້ງນີ້, ຖືເປັນຂີດໝາຍສຳຄັນໃນການເສີມ ສ້າງສາຍພົວພັນລະຫວ່າງ ອົງ ການຕຸລາການຂອງ ລາວ-ຣັດເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ ພາຍ ໃຕ້ບັນຍາກາດແຫ່ງການສະເຫລີມ ສະຫລອງສາຍພົວພັນການທູດ ລະຫວ່າງ ລາວ-ຣັດເຊຍ ຄົບຮອບ 65 ປີ ແລະ ຄົບຮອບ 60 ປີ ສ້າງ ຕັ້ງສະມາຄົມມິດຕະພາບ ລາວຣັດເຊຍ, ຣັດເຊຍ-ລາວ. ການປຶກສາຫາລື ລະຫວ່າງ ຄະນະຜູ້ແທນສອງຝ່າຍ ດຳເນີນໄປ ດ້ວຍບັນຍາກາດທີ່ສະໜິດສະໜົມ, ມິດຕະພາບ ແລະ ເຕັມໄປດ້ວຍ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ເຖິງຄວາມຈຳເປັນໃນການຮ່ວມມື ເຊິ່ງກັນ ແລະ ກັນ ເພື່ອສ້າງຄວາມ ເຂັ້ມແຂງໃຫ້ອົງການຈັດຕັ້ງ ກໍຄື ພະນັກງານ-ຜູ້ພິພາກສາ ໃນການ ບໍລິຫານສານ ແລະ ບໍລິຫານຄະດີ ໃຫ້ມີຄຸນນະພາບໃໝ່. ຜ່ານການປຶກ ສາຫາລືຢ່າງກົງໄປກົງມາ, ທັງ ສອງຝ່າຍໄດ້ບັນລຸຄວາມເຂົ້າໃຈ ແລະ ຕົກລົງເອກະພາບໃນບາງປະ ເດັນ ຄື: ທັງສອງຝ່າຍ ມີຄວາມຍິນ ດີສືບຕໍ່ປະສານງານ ເພື່ອສາມາດ ລົງນາມໃນບົດບັນທຶກຄວາມເຂົ້າ ບອນ, ຫລຽນກາລະນຶກ 65 ປີ ໃຫ້ແກ່ກົມກອງ ແລະ ບຸກຄົນດີ ເດັ່ນ ຂອງກະຊວງ ສສກ ຕາມກຳ ນົດເວລາ. ຜ່ານການຮັບຊົມວິດີ ໂອ ແລະ ຮັບຟັງບົດສະຫລຸບການ ເຄື່ອນໄຫວວຽກງານໃນໄລຍະ ຜ່ານມາ ແລະ ຜ່ານການຕິດຕາມ ຊ່ອງທາງຕ່າງໆ ຂອງຄະນະບໍລິ ຫານງານຊາວໜຸ່ມ ປະຊາຊົນປະຕິ ວັດລາວ ສສກ ເຫັນວ່າມີຜົນງານ ຫລາຍດ້ານ ເມື່ອທຽບໃສ່ຜົນງານ ແລະ ມາດຖານເງື່ອນໄຂ ຫລຽນ ຊາວໜຸ່ມຕະລຸມບອນ ແລະ ຫລຽນ ກາລະນຶກ 65 ປີ ເຫັນວ່າເໝາະສົມ ແລ້ວ. ພ້ອມນີ້, ສະຫາຍ ກໍຍັງໄດ້ ມີຄຳເຫັນແລກປ່ຽນ ແລະ ຊີ້ນຳ ບາງວຽກງານ ເປັນຕົ້ນແມ່ນສືບ ຕໍ່ເອົາໃຈໃສ່ນຳພາສຶກສາອົບຮົມ ການເມືອງແນວຄິດ ປຸກລະດົມຂົນ ຂວາຍສະມາຊິກຊາວໜຸ່ມ ໃຫ້ມີ ຄວາມຕື່ນຕົວປະຕິບັດແນວທາງນະ ໂຍບາຍຂອງພັກ, ກົດໝາຍຂອງ ລັດ, ກົດລະບຽບຊາວໜຸ່ມ ແລະ ໜ້າທີ່ວຽກງານທີ່ຄະນະຊາວໝຸ່ມ ຂັ້ນຂອງຕົນວາງອອກ, ໃຫ້ຄະນະ ບໍລິຫານງານຊາວໜຸ່ມສສກຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງຕົນ ມາເປັນແຜນພັດທະນາ ຊາວໜຸ່ມ-ເຍົາວະຊົນຫລືແຜນການ ເຄື່ອນໄຫວ 5 ປີ ປະຈຳທຸກໆປີ ແລະ ປະຈຳໄຕມາດ ຈັດຕັ້ງວຽກງານ ຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ໃຫ້ ສຳເລັດທັນຕາມກຳນົດເວລາຂອງ ທຸກໆປີ. ຂໍ້ມູນ: ຂ່າວສານສຶກສາ, ວິທະຍາສາດ ແລະ ກິລາ ໃຈ ວ່າດ້ວຍການຮ່ວມມືທາງດ້ານ ຕຸລາການ ລະຫວ່າງ ລາວ-ຣັດເຊຍ ສະບັບທຳອິດ ໃນອະນາຄົດ ເພື່ອ ເປັນພື້ນຖານໃຫ້ແກ່ການເສີມສ້າງ ສາຍພົວພັນເຊິ່ງກັນ ແລະ ກັນ ທີ່ ມີມາດົນນານແລ້ວ ໃຫ້ມີບາດກ້າວ ຂະຫຍາຍຕົວຍິ່ງຂຶ້ນ ທັງສອງຝ່າຍ ມີຄວາມສົນໃຈໃນການແລກປ່ຽນ ບົດຮຽນ ໃນດ້ານການບໍລິຫານ ສານ ໂດຍສະເພາະແມ່ນການຄຸ້ມ ຄອງສຳນວນຄະດີແພ່ງ ຕາມກົດ ໝາຍວ່າດ້ວຍການດຳເນີນຄະດີ ແພ່ງ ແລະ ບົດບາດຂອງສານປະ ຊາຊົນສູງສຸດ ຕາມທີ່ໄດ້ກໍານົດ ໄວ້ໃນລັດຖະທຳມະນູນ ການຝຶກ ອົບຮົມໄລຍະສັ້ນ ໃຫ້ຜູ້ພິພາກສາ ໃນຫົວຂໍ້ການແກ້ໄຂຄະດີກ່ຽວກັບ ດ້ານການຄ້າ, ທະນາຄານ ແລະ ການຕັດສິນລົ້ມລະລາຍຂອງວິສາ ຫະກິດ ການຍົກລະດັບການສຶກ ສາໃນລະດັບມະຫາວິທະຍາໄລ (ປະລິນຍາ). ໃນການພົບປະດັ່ງ ກ່າວ, ທ່ານປະທານສານປະຊາຊົນ ສູງສຸດ ແຫ່ງ ສປປ ລາວ ໄດ້ເຊື້ອ ເຊີນ ປະທານສານສູງສຸດ ແຫ່ງ ສ ຣັດເຊຍ ພິຈາລະນາເດີນທາງໄປ ຢ້ຽມຢາມ ສປປ ລາວ ເພື່ອປຶກສາ ຫາລື ແລະ ລົງນາມໃນບົດບັນທຶກ ຄວາມເຂົ້າໃຈ (.06) ຮ່ວມກັນ. ຂ່າວ: ສປສສ ທ່ານ ຄໍາໃບ ດໍາລັດ ໄດ້ມີຄຳ ເຫັນວ່າ: ຈຸດປະສົງຂອງກອງປະ ຊຸມຄັ້ງນີ້, ເພື່ອເຜີຍແຜ່, ໂຄສະນາ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ກໍຄື ສະພາປະຊາຊົນຂັ້ນແຂວງ ແນໃສ່ ສ້າງຄວາມຮັບຮູ້, ເຂົ້າໃຈຕໍ່ວຽກ ງານດັ່ງກ່າວ ໃຫ້ມີຄວາມເລິກເຊິ່ງ ເປັນການຊຸກຍູ້, ແນະນໍາ ແລະ ສ້າງ ຄວາມເປັນເອກະພາບ ກ່ຽວກັບ ໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງສະພາ ປະຊາຊົນຂັ້ນແຂວງ, ການກະກຽມ ໃຫ້ແກ່ການດໍາເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ V, ທັງເປັນຂໍ້ມູນ, ບ່ອນອີງ ໃຫ້ແກ່ການຄົ້ນຄວ້າ, ປັບ ປຸງກົງຈັກການຈັດຕັ້ງຂອງສະພາ ໃນຊຸດຕໍ່ໄປໃຫ້ເປັນລະບົບ, ມີ ຄວາມເປັນເອກະພາບ ແລະ ສອດ ຄ່ອງກັບກົດໝາຍວ່າດ້ວຍສະພາ ແຫ່ງຊາດ, ກົດໝາຍວ່າດ້ວຍສະພາ ປະຊາຊົນຂັ້ນແຂວງ ເພື່ອຮັບປະ ກັນໃຫ້ແກ່ການເສີມຂະຫຍາຍ ແລະ ການຍົກສູງບົດບາດການນໍາພາ ຂອງພັກ ໂດຍສະເພາະການຍົກສູງ ບົດບາດຂອງສະພາ ໃຫ້ມີຄວາມ ເຂັ້ມແຂງ, ເລິກເຊິ່ງ, ຮອບດ້ານ ສົມຄູ່ກັບການເປັນອົງການຕົວແທນ ແຫ່ງສິດ ແລະ ຜົນປະໂຫຍດຂອງ ປະຊາຊົນລາວບັນດາເຜົ່າ. ພ້ອມ ນີ້, ທ່ານຍັງຮຽກຮ້ອງບັນດາທ່ານ ທີ່ເຂົ້າຮ່ວມ ຈົ່ງເອົາໃຈໃສ່ຕິດຕາມ ຮັບຟັງການສະເໜີບົດຮຽນແຕ່ລະ ເນື້ອໃນທີ່ໄດ້ກ່າວມານັ້ນ ເພື່ອໃຫ້ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ, ບັນຫາໃດທີ່ບໍ່ທັນເຂົ້າໃຈ ຫລື ບໍ່ທັນ ຈະແຈ້ງ ກໍໃຫ້ມີການສະເໜີຖາມ ແລະ ປຶກສາຫາລືແລກປ່ຽນບົດ ຮຽນນໍາກັນ ເພື່ອຄວາມຮັບຮູ້ ແລະ ຮັບປະກັນໃນການຈັດຕັ້ງປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງ ໃຫ້ມີຄວາມ ຖືກຕ້ອງຕາມກົດໝາຍ. ໂອກາດນີ້, ທ່ານ ສຸບັນ ສະວະ ບຸດ ປະທານກໍາມາທິການວຽກ ງານສະມາຊິກສະພາແຫ່ງຊາດ ໄດ້ ສະເໜີກ່ຽວກັບຂະບວນການເຕີບ ໃຫຍ່ຂະຫຍາຍຕົວ ຂອງສະພາແຫ່ງ ຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ ເລີ່ມແຕ່ປີ 1975-2025 ແລະ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ສໍາ ມະນາກອນໄດ້ຮັບຮູ້, ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງ. ຈາກນັ້ນ, ກໍໄດ້ມີການສົນທະນາ ແລກປ່ຽນຄໍາຄິດເຫັນຕໍ່ວຽກງານ ດັ່ງກ່າວ ດ້ວຍບັນຍາກາດຟົດຟື້ນ ໂດຍສະພາະວຽກການປະຕິບັດ ນະໂຍບາຍ, ກົນໄກການປະສານ ງານລະຫວ່າງ ສພຂ ກັບອົງການ ປົກຄອງແຂວງ, ບາດກ້າວ-ຂັ້ນ ຕອນການຈັດຕັ້ງປະຕິບັດພາລະ ບົດບາດຂອງ ສສຂ ປະຈໍາເຂດ ເລືອກຕັ້ງເມືອງ, ດ້ານໂຄງປະກອບ ບຸກຄະລາກອນ ແລະ ອື່ນໆ. ຂ່າວ-ພາບ: ສພຊ ສ້າງຄວາມຮັບຮູ້... ຕໍ່ຈາກໜ້າ 1 ສະພາປະຊາຊົນແຂວງ(ສພຂ) ສາລະວັນ ຢູ່ແຂວງສາລະວັນ ພາຍ ໃຕ້ການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາ ແຫ່ງຊາດ, ມີ ທ່ານ ດາວວົງ ພອນ ແກ້ວ ເຈົ້າແຂວງສາລະວັນ, ທ່ານ ສີເຮັງ ຫອມສົມບັດ ປະທານຄະນະ ສະມາຊິກສະພາແຫ່ງຊາດ ປະຈໍາ ເຂດເລືອກຕັ້ງທີ 14, ປະທານສະ ພາປະຊາຊົນແຂວງສາລະວັນ, ພ້ອມດ້ວຍສໍາມະນາກອນ ເຂົ້າຮ່ວມ. ຫັນເອົາການຄຸ້ມຄອງ... ຕໍ່ຈາກໜ້າ 1 ບັດໜ້າທີ່ວຽກງານວິຊາສະເພາະ, ຫັນເອົາການຄຸ້ມຄອງງົບປະມານ ໃນກອງທັບ ເຂົ້າ-ອອກປະຕູດຽວ ຕາມຄໍາສັ່ງແນະນໍາ ສະບັບເລກທີ 4554 ກປທ, ລົງວັນທີ 24 07 2025 ຂອງກະຊວງປ້ອງກັນປະ ເທດວາງອອກ. ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ຫົວໜ້າກົມການເງິນ ກົມ ໃຫຍ່ພະລາທິການກອງທັບ ໃຫ້ ສຳພາດຕໍ່ທີມງານນັກຂ່າວກອງ ທັບ ໃນໂອກາດຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງຊາດ ທີ່ຈະ ມາເຖິງໃນມໍ່ໆນີ້ວ່າ: ໃນປີຜ່ານມາ ຄະນະພັກ-ຄະນະບັນຊາ ກົມການ ເງິນ ໄດ້ເອົາໃຈໃສ່ວຽກງານສຶກສາ ອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບໃນທົ່ວກົມ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອ ໝັ້ນຕໍ່ອຸດົມການຂອງພັກ, ມີຄວາມ ເປັນເອກະພາບຕໍ່ແນວທາງນະໂຍ ບາຍຂອງພັກ-ລັດ ແລະ ຂອງກອງ ທັບ, ມີຄວາມຮັບຜິດຊອບສູງ ຕໍ່ ໜ້າທີ່ການ ເມືອງຂອງກົມກອງ, ເປັນເສນາທິການດ້ານວຽກງານ ຮັບປະກັນງົບປະມານການເງິນ ໃຫ້ ແກ່ກົມໃຫຍ່ພະລາທິການກອງທັບ ກໍຄື ກະຊວງປ້ອງກັນປະເທດ, ການ ຄຸ້ມຄອງນໍາໃຊ້ງົບປະມານມີຄວາມ ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບ ຫລັກການ ການເງິນ, ວຽກງານ ວິຊາສະເພາະໄດ້ເອົາໃຈໃສ່ ຊີ້ນໍາ ວຽກງານເບີກຈ່າຍເງິນເດືອນໃຫ້ ເປັນປົກກະຕິ, ຮັບປະກັນເບີກຈ່າຍ ເງິນເດືອນໃຫ້ທ່ວງທັນ, ເງິນກິນ ແລະ ຮ່ວງເງິນບໍລິຫານ ໃຫ້ບັນດາ ຂະແໜງການເຫລົ່າຮົບຕ່າງໆໃນ ກອງທັບ ແລະ ສໍາເລັດຕາມແຜນ ວຽກທີ່ກະຊວງໄດ້ຕົກລົງເຊັ່ນ: ຊື້ ເຄື່ອງນຸ່ງຫົ່ມ, ນໍ້າມັນເຊື້ອໄຟ, ຊື້ຢາ ປົວພະຍາດ. ນອກຈາກນີ້, ຍັງຮັບ ປະກັນງົບປະມານໃຫ້ແກ່ການກຽມ ພ້ອມສູ້ຮົບ, ການຝຶກຊ້ອມກອບກູ້ ໄພພິບັດ, ການຝຶກແອບເຄື່ອນໄຫວ ສູ້ຮົບ, ການກວດກູ້ ແລະ ທໍາລາຍ ລະເບີດທີ່ຕົກຄ້າງ ໃນ ສປປ ລາວ, ເງິນສ້ອມແປງຄ້າຍຄູ, ກໍ່ ສ້າງ ພື້ນຖານໂຄງລ່າງ, ລາຍຈ່າຍຮັບ ໃຊ້ວຽກງານນະໂຍບາຍອື່ນໆ ແລະ ວຽກງານກອງປະຊຸມຂັ້ນຕ່າງ ໆຂອງກະຊວງປ້ອງກັນປະເທດ ໃຫ້ວ່ອງໄວທັນກັບສະພາບການ, ຄົ້ນຄວ້າສ້າງນິຕິກຳຕ່າງໆ ທາງ ດ້ານວຽກງານການເງິນ ເພື່ອນໍາ ສະເໜີຂັ້ນເທິງອະນຸມັດ ເພື່ອເປັນ ບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ ແກ່ວຽກງານການຄຸ້ມຄອງການ ເງິນ, ຕ້ານ ແລະ ສະກັດກັ້ນປະກົດ ການຫຍໍ້ທໍ້ຕ່າງໆ ໃນການຈັດຕັ້ງ ປະຕິບັດໜ້າທີ່ວຽກງານວິຊາສະ ເພາະ, ຫັນເອົາການຄຸ້ມຄອງງົບ ປະມານໃນກອງທັບ ເຂົ້າ-ອອກ ປະຕູດຽວ ຕາມຄໍາສັ່ງແນະນໍາ ສະ ບັບເລກທີ 4554 ກປທ, ລົງວັນທີ 24 07 2025 ຂອງກະຊວງ ປ້ອງກັນປະເທດວາງອອກ. ສະຫາຍ ພົນຈັດຕະວາ ບຸດຜອງ ບຸດທະວົງ ຍັງໃຫ້ຮູ້ຕື່ມວ່າ: ເພື່ອສືບ ຕໍ່ຊີ້ນຳ-ນຳພາ ໜ້າທີ່ວຽກງານທີ່ ຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດ ແລະ ມີຄວາມຮັບປະກັນດີນັ້ນ, ທິດ ທາງໃນຕໍ່ໜ້າ ຄະນະພັກ-ຄະນະ ບັນຊາ ກົມການເງິນ ຈະໄດ້ເອົາໃຈ ໃສ່ເປັນສຳຄັນຕໍ່ວຽກງານເຮັດໃຫ້ ສະພາບມີຄວາມສະຫງົບ, ວຽກ ງານປັບປຸງກໍ່ສ້າງກໍາລັງ, ວຽກ ງານນໍາພາປັບປຸງກໍ່ສ້າງພັກ-ພະ ນັກງານ, ອົງການຈັດຕັ້ງມະຫາຊົນ, ວຽກງານຮັບປະກັນແກ້ໄຂຊີວິດ ການເປັນຢູ່, ວຽກງານນະໂຍບາຍ, ວຽກງານອົບຮົມຫັດແອບ, ປັບປຸງ ລະບຽບແບບແຜນ, ວຽກງານຮັບ ປະກັນດ້ານພະລາທິການ-ເຕັກນິກ, ວຽກງານການພົວພັນຕ່າງປະເທດ. ໃນນີ້, ພວກເຮົາຈະໄດ້ເອົາໃຈໃສ່ ເປັນສຳຄັນພິເສດ ໂດຍສະເພາະ ແມ່ນວຽກງານການປັບປຸງສ້າງ ນິຕິກໍາດ້ານວິຊາສະເພາະການ ເງິນ, ສືບຕໍ່ຄົ້ນຄວ້າສ້າງບັນດາ ນິຕິກໍາຕ່າງໆ ທາງດ້ານວຽກງານ ການເງິນນໍາສະເໜີຂັ້ນເທິງອະນຸ ມັດ, ເຜີຍແຜ່ເຊື່ອມຊຶມໃນການ ຈັດຕັ້ງປະຕິບັດ ເພື່ອຮັບໃຊ້ໃຫ້ແກ່ ວຽກງານຄຸ້ມຄອງການເງິນ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ ທໍ້ຕ່າງໆ ໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານວິຊາສະເພາະ, ຫັນເອົາການຄຸ້ມຄອງການເງິນໃນ ກອງທັບເຂົ້າສູ່ລະບົບປະຕູດຽວ ຕາມກົດໝາຍ, ລະບຽບຫລັກການ, ວິໄນການເງິນ ແລະ ຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດວາງອອກ ຢ່າງເຂັ້ມງວດ, ປັບປຸງ, ສ້າງໃຫ້ ເປັນດີຈິຕອນ ແລະ ທັນສະໄໝ ດ້ານ ວິຊາການການເງິນ. ຂ່າວ: ຄຳໄຕ ຈັນນະຄອນ ຂປລ. ສະຖາບັນຂົງຈື ມະຫາ ວິທະຍາໄລແຫ່ງຊາດ (ມຊ) ຈັດ ພິທີມອບໃບປະກາສະນີຍະບັດ ໃນ ລະດັບປະລິນຍາຕີ ໃຫ້ນັກສຶກສາ ສາຂາຄູພາສາຈີນ ຮຸ່ນທໍາອິດ ຈໍາ ນວນ 74 ຄົນ, ຍິງ 42 ຄົນ ໃນວັນທີ 20 ກັນຍາ 2025 ທີ່ສະຖາບັນ ຂົງຈື ໂດຍມີ ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີມະ ຫາວິທະຍາໄລແຫ່ງຊາດ, ທ່ານ ຄໍາຮຸ່ງ ຈັນທະວົງ ຜູ້ອໍານວຍການ ສະຖາບັນຂົງຈື, ພ້ອມດ້ວຍບັນດາ ພະນັກງານ ຄູ-ອາຈານ, ຜູ້ປົກຄອງ ແລະ ນັກສຶກສາ ເຂົ້າຮ່ວມ. ສະຖາບັນຂົງຈື ເປັນສະຖາບັນ ແຫ່ງທໍາອິດຂອງ ສປປ ລາວ ມີ ຖານະທຽບເທົ່າກັບຄະນະວິຊາໜຶ່ງ ໃນກົງຈັກການຈັດຕັ້ງຂອງ ມຊ ມີ ພາລະບົດບາດເປັນເສນາທິການໃຫ້ ແກ່ອະທິການບໍດີ ໃນການຈັດຕັ້ງ ຫລັກສູດ ປະລິນຍາຕີ ແລະ ກໍເປັນ ສະຖາບັນແຫ່ງທໍາອິດຂອງ ສປປ ລາວ ທີ່ເປີດຫລັກສູດຄູພາສາຈີນ. ຕະຫລອດ 5 ປີຜ່ານມາ, ສະຖາ ບັນຂົງຈື ໄດ້ເປີດບໍາລຸງພາສາຈີນ ໃຫ້ແກ່ສັງຄົມໄດ້ 19.013 ຄົນ, ຍິງ 9.919 ຄົນ, ຮັບນັກສຶກສາລະດັບ ປະລິນຍາຕີສາຂາຄູພາສາຈີນ 336 ຄົນ, ຍິງ 190 ຄົນ. ນອກຈາກນັ້ນ, ຍັງໄດ້ສົ່ງຄູ-ອາຈານຈີນ ໄປສິດ ສອນຢູ່ຕາມອົງກອນ ແລະ ໂຮງ ຮຽນພາກລັດ ໂດຍສະເພາະບັນດາ ກະຊວງທະບວງກົມ, ຫ້ອງຮຽນ ຂົງຈື 5 ແຫ່ງ ແລະ ຈຸດສອນພາສາ ຈີນ 2 ແຫ່ງ, ໄດ້ສອນໃຫ້ນັກຮຽນ ຂັ້ນສາມັນ ແລະ ນັກສຶກສາລະດັບ ປະລິນຍາ 15.000 ກວ່າເທື່ອຄົນ, ຝຶກອົບຮົມໃຫ້ຄູລາວ ທີ່ສອນພາສາ ຈີນຢູ່ ແຂວງພາກເໜືອ ຈໍານວນ 5 ຊຸດ 125 ເທື່ອຄົນ. ຂ່າວ: ໜັງສືພິມປະຊາຊົນ
RkJQdWJsaXNoZXIy MTc3MTYxMQ==