7122

rkp.8h dkooerk0v'ra d c0;'g-dv' pkfwfh zq o'korQ ogfaj os]kpfh ko 24/09/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ©ດຍ ສ ແກ້ວໄຊຍະວົງ ©ດຍ ແດງສະຫວັດ ແສນພານິດ ບົດສະເໜີ 7e,j ;o gvq k.9.lj 9a f8A 'xt8y [a f;k]tcsj '-kf ;j kfh ;pdkocdh w0[a osk1kgl[8y f1j k'g0A ,';f ຂປລ. ໃນໄລຍະ 5 ປີຜ່ານມາ (2021-2025) ພາຍໃຕ້ການ ນຳພາອັນສະຫລາດສ່ອງໃສຂອງ ພັກ ກໍຄື ຂອງອົງຄະນະພັກ ແຂວງ ເຊກອງ ສະໄໝທີ X ເຮັດໃຫ້ການ ຈັດຕັ້ງພັກຂັ້ນຕ່າງໆຮັກສາໄດ້ມູນ ເຊື້ອສາມັກຄີປອງດອງ, ມູນເຊື້ອ ວິລະຊົນຄົນອາດຫານ, ການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມ ໃຫຍ່ ຄັ້ງທີ X ຂອງອົງຄະນະພັກ ແຂວງ ສາມາດຍາດໄດ້ຜົນສຳເລັດ ຫລາຍດ້ານພົ້ນເດັ່ນອັນສໍາຄັນເຮັດ ໃຫ້ແຂວງເຊກອງ ສືບຕໍ່ມີສະຖຽນ ລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ບັນດາພື້ນຖານໂຄງລ່າງດ້ານເສດ ຖະກິດ-ສັງຄົມ ລວມເຖິງຊີວິດ ການເປັນຢູ່ຂອງປະຊາຊົນພາຍໃນ ແຂວງໄດ້ຮັບການເອົາໃຈໃສ່ ແລະ ພັດທະນາດີຂຶ້ນເປັນກ້າວໆ. ສະຫາຍ ດົງເພັດ ພະຍົນ ຮອງ ເລຂາຄະນະບໍລິຫານງານພັກ ແຂວງເຊກອງ ສະໄໝທີ X ໄດ້ ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ແຂວງເຊກອງ ຄັ້ງທີ XI ເມື່ອບໍ່ດົນມານີ້ວ່າ: ການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງ ທີ X ຂອງອົງຄະນະພັກແຂວງ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນໄລຍະ 5 ປີ (2021-2025) ພາຍໃຕ້ການ ນຳພາຂອງອົງຄະນະພັກ ແຂວງເຊ ກອງ ສະໄໝທີX ເຮັດໃຫ້ທົ່ວແຂວງ ເຊກອງ ມີການຫັນປ່ຽນທີ່ຕັ້ງໜ້າ, ອົງການປົກຄອງແຂວງ, ສະມາຊິກ ພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງ ຂປລ. ແຂວງຄຳມ່ວນ ໄດ້ ເອົາໃຈໃສ່ຈັດຕັ້ງປະຕິບັດວາລະ ແຫ່ງຊາດວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດຢ່າງເປັນເຈົ້າ ດ້ວຍການໂຄສະນາ ແລະ ເຊື່ອມ ຊຶມບັນດາຄຳສັ່ງ, ມະຕິຕ່າງໆ ໃຫ້ ແກ່ພະນັກງານ-ລັດຖະກອນ, ພໍ່ແມ່ ປະຊາຊົນໄດ້ຮັບຮູ້ຢ່າງທົ່ວເຖິງ ອັນເຮັດໃຫ້ພາຍໃນແຂວງນັບມື້ມີ ຄວາມເປັນລະບຽບຮຽບຮ້ອຍເທື່ອ ລະກ້າວ. ຕ າ ມກ າ ນ ໃ ຫ້ຮູ້ຂອງທ່າ ນ ພັນເອກ ຈັນໄຊ ນັນທະວົງ ຫົວໜ້າ ກອງບັນຊາການ ປກສ ແຂວງຄໍາ ມ່ວນວ່າ: ພາຍຫລັງທີ່ສະພາແຫ່ງ ຊາດໄດ້ມີມະຕິເລກທີ 04 ສພຊ ຮັບຮອງເອົາການແກ້ໄຂບັນຫາຢາ ເສບຕິດເປັນວາລະແຫ່ງຊາດແຕ່ປີ 2021-2023 ເພື່ອຍົກລະດັບໃນ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງ ພັກ, ມີຄວາມເປັນເອກະພາບສູງຕໍ່ ແນວທາງປ່ຽນແປງໃໝ່ທີ່ມີຫລັກ ການຂອງພັກ, ບັນດາຄາດໝາຍ ຕ່າງໆທີ່ໄດ້ກຳນົດໄວ້ໃນມະຕິ X ຂອງອົງຄະນະພັກແຂວງ ໄດ້ຮັບ ການຈັດຕັ້ງປະຕິບັດ ແລະ ມີຜົນ ສໍາເລັດໃນນີ້, ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໄດ້ ເປັນເຈົ້າການນໍາພາ-ຊີ້ນໍາການ ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ລົບ ຕິດລຽນ, ບ້ານປ້ອງກັນຄວາມສະ ຫງົບດີ, ບ້ານປ້ອງກັນຊາດເຂັ້ມ ແຂງ. ພ້ອມນີ້, ກໍໄດ້ຫັນກໍາລັງ ປກຊ-ປກສ ຂັ້ນແຂວງ ລົງກໍ່ສ້າງ ຮາກຖານການເມືອງຢູ່ເມືອງ ແລະ ຫັນກຳລັງ ປກຊ-ປກສ ເມືອງ ລົງກໍ່ສ້າງຮາກຖານການເມືອງຢູ່ ຈຸດສຸມພັດທະນາຕິດພັນກັບການ ປັບປຸງກໍາລັງກອງຫລອນ, ປກສ ບ້ານ, ກຳລັງປ້ອງກັນຕົວ ແລະ ກຳລັງສຳຮອງ ເຊິ່ງສາມາດເປັນ ກໍາລັງແຮງໃນການແກ້ໄຂປາກົດ ການຫຍໍ້ທໍ້ຢູ່ຮາກຖານບ້ານເປັນ ຕົ້ນບັນຫາຢາເສບຕິດ, ການຄ້າ ມະນຸດ, ການທ້ອນໂຮມອາວຸດ ເສິກ ເເລະ ການລັກລອບຂຸດຄົ້ນ ຊັບພະຍາກອນທໍາມະຊາດໄດ້ຈໍາ ນວນໜຶ່ງ. ອັນພົ້ນເດັ່ນແມ່ນການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ ສາມາດເລີກຮື້ມ້າງຄະດີຄ້າ-ຂາຍ ຢາເສບຕິດໄດ້ 246 ລາຍ, ກັກຜູ້ ຖືກຫາໄດ້ 247 ຄົນ ຍິງ 16 ຄົນ ແລະ ຢຶດຂອງກາງປະເພດຢາບ້າໄດ້ 91. 35 ເມັດ ສ້າງຄອບຄົວປອດ ຢາເສບຕິດໄດ້ .456 ຄອບຄົວ, ສ້າງບ້ານປອດຢາເສບຕິດໄດ້ 63 ບ້ານ ແລະ ສ້າງກົມກອງປອດຢາ ເສບຕິດ 2 ກົມກອງ. ພ້ອມນີ້, ໄດ້ ເອົາໃຈໃສ່ເປັນເຈົ້າການນໍາພາ-ຊີ້ ນໍາຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ ຂອງສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານເຮັດໃຫ້ລວມຍອດ ຜະລິດຕະພັນພາຍໃນ 5 ປີ ບັນລຸໄດ້ 4,9 ລະບົບການເງິນຫັນໄປສູ່ ທັນສະໄໝເທື່ອລະກ້າວ, ການເກັບ ລາຍຮັບເຂົ້າງົບປະມານບັນລຸໄດ້ 1.732,74 ຕຶ້ກີບ ລື່ນແຜນເກືອບ 3 ເທົ່າຕົວ (ແຜນ 5 ປີຕັ້ງໄວ້ 4 0,7 ຕື້ກີບ) ດ້ານລາຍຈ່າຍປະຕິບັດໄດ້ 2.204,74 ຕື້ກີບ ທຽບໃສ່ແຜນ ປະຕິບັດລື່ນແຜນ 23 (ແຜນ 5 ປີ 1.77 ,92 ຕື້ກີບ) ຂະບວນການ ຜະລິດ (ປູກຝັງ-ລ້ຽງສັດ) ເປັນ ສິນຄ້າຂອງປະຊາຊົນໄດ້ຮັບການ ສົ່ງເສີມຢ່າງກວ້າງຂວາງ ແລະ ຟົດຟື້ນ, ເນື້ອທີ່ການຜະລິດເພີ່ມຂຶ້ນ, ການລ້ຽງສັດໃຫຍ່ເປັນຟາມຂະ ຫຍາຍຕົວ, ມີບາງປະເພດຜົນຜະລິດ ກະສິກຳແຂວງສາມາດກຸ້ມຕົນເອງ ບໍ່ໄດ້ນຳເຂົ້າຈາກພາຍນອກ ການ ຕິດຕາມ, ກວດກາ, ຄຸ້ມຄອງ ແລະ ຂຸດຄົ້ນ-ນໍາໃຊ້ຊັບພະຍາກອນທໍາ ມະຊາດຈາກບັນດາໂຄງການພັດ ທະນາຕ່າງໆຢ່າງເຂັ້ມງວດ ການ ອອກໃບຕາດິນໄດ້ປະຕິບັດເປັນປົກ ກະຕິ ແລະ ສາມາດອອກໃບຕາ ດິນຖາວອນໄດ້ 19.002 ຕອນ. ພ້ອມນີ້, ຍັງໄດ້ສຸມທຶນຮອນກໍ່ສ້າງ ພື້ນຖານໂຄງລ່າງ ເປັນຕົ້ນການ ປັບປຸງສ້ອມແປງເສັ້ນທາງແຕ່ ແຂວງ-ເມືອງ, ເມືອງ-ບ້ານ ແລະ ບ້ານຕໍ່ບ້ານ ເຊິ່ງປັດຈຸບັນມີບ້ານທີ່ ມີເສັ້ນທາງສາມາດທຽວໄດ້ 2 ລະດູ 170 ບ້ານ ກວມ 3,75 ມີບ້ານ ທີ່ໄດ້ຊົມໃຊ້ນໍ້າປະປາໃນລະບົບ 37 ບ້ານ ກວມເອົາ 1 ການ ຂະຫຍາຍນໍ້າລິນໄດ້ອອກສູ່ເຂດ ຊົນນະບົດຫ່າງໄກສອກຫລີກເຮັດ ໃຫ້ອັດຕາຊົມໃຊ້ນໍ້າສະອາດຂອງ ປະຊາກອນກວມເອົາ 97,4 ມີບ້ານໄດ້ຊົມໃຊ້ກະແສໄຟຟ້າໃນ ລະບົບ ແລະ ນອກລະບົບກວມເອົາ 0,7 ແລະ ມີຫລັງຄາເຮືອນໄດ້ ຊົມໃຊ້ກະແສໄຟຟ້າໃນລະບົບ ແລະ ນອກລະບົບກວມ 9, 1 ຂອງ ຫລັງຄາເຮືອນທັງໝົດທົ່ວແຂວງ ການຈັດຕັ້ງປະຕິບັດເປົ້າໝາຍພັດ ທະນາແບບຍືນຍົງ (S%(T) ຂົງເຂດການສຶກສາບັນລຸໄດ້ 9 ຕົວ ຊີ້ວັດ (ໃນຈໍານວນ 15 ຕົວຊີ້ວັດ) ຄຸນນະພາບການສຶກສາໄດ້ຮັບການ ປັບປຸງຍົກລະດັບ, ບັນຫາການຂາດ ຄູສອນ, ການປະລະການຮຽນຂອງ ນັກຮຽນໄດ້ຮັບການແກ້ໄຂດີຂຶ້ນ ເປັນລໍາດັບ, ພື້ນຖານໂຄງລ່າງການ ສຶກສາລະດັບສາມັນ ແລະ ວິຊາຊີບ ໄດ້ຮັບການປັບປຸງຂະຫຍາຍໄປສູ່ ເຂດຊົນນະບົດຢ່າງມີຈຸດສຸມ, ຮັບ ປະກັນການເຂົ້າເຖິງການສຶກສາ ຂອງລູກຫລານປະຊາຊົນບັນດາ ເຜົ່າໃນເກນອາຍຸເຂົ້າຮຽນຢ່າງເທົ່າ ທຽມ ດ້ານສາທາລະນະສຸກ ການ ຈັດຕັ້ງປະຕິບັດເປົ້າໝາຍພັດທະນາ ແບບຍືນຍົງ (S%(S) ບັນລຸໄດ້ 9 ຕົວຊີ້ວັດ (ໃນຈໍານວນ 11 ຕົວ ຊີ້ວັດ) ການບໍລິການປິ່ນປົວ ແລະ ການສະກັດກັ້ນ ແລະ ແກ້ໄຂບັນຫາ ຢາເສບຕິດເປັນວາລະແຫ່ງຊາດ ເຊິ່ງທຸກພາກສ່ວນ ແລະ ອົງການ ຈັດຕັ້ງສັງຄົມ ກໍ່ໄດ້ມີສ່ວນຮ່ວມໃນ ການແກ້ໄຂບັນຫາຢາເສບຕິດແຕ່ ສູນກາງລົງຮອດທ້ອງຖິ່ນ. ສຳລັບ ຢູ່ແຂວງຄໍາມ່ວນ ກໍ່ໄດ້ຈັດກອງປະ ຊຸມເຜີຍແຜ່ເຊື່ອມຊຶມຄໍາສັ່ງຂອງ ກົມການເມືອງສູນກາງພັກ ສະບັບ ເລກທີ 02 ກມສພ, ຄຳສັ່ງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 19 ນຍ ວ່າດ້ວຍການປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ. ຈາກນັ້ນ ແຂວງຄໍາມ່ວນ ກໍ່ໄດ້ມີຄໍາສັ່ງ ເລກທີ 15 ຄປຈ.ຄມ, ຄໍາແນະນໍາ ເລກທີ 03 ຈຂ.ຄມ ໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ. ຕໍ່ມາທາງ ກອງບັນຊາການ ປກສ ກໍ່ໄດ້ສ້າງ ແຜນການສະບັບເລກທີ102 ປກສ. ຄມ ແລະ ຂໍ້ຕົກລົງວ່າດ້ວຍການ ແຕ່ງຕັ້ງຄະນະຮັບຜິດຊອບການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ ເລກທີ 20 ປກສ.ຄມ ໃນນັ້ນ ພວກ ເຮົາໄດ້ແຕ່ງຕັ້ງກອງເລຂາຄະນະ ຮັບຜິດຊອບຂັ້ນແຂວງ ແລະ ຂັ້ນ ເມືອງເປັນເສນາທິການ, ເປັນຜູ້ ສ້າງແຜນ ພ້ອມທັງຕິດຕາມກວດ ກາຊຸກຍູ້ ແລະ ສະຫລຸບຖອດຖອນ ບົດຮຽນ ເພື່ອໃຫ້ຂັ້ນເທິງຮັບຊາບ ຢ່າງເປັນປົກກະຕິ. ແນວໃດກໍ່ດີ, ຜ່ານການຈັດຕັ້ງ ປະຕິບັດໃນໄລຍະຜ່ານມາວຽກ ງານໂຄສະນາເຜີຍແຜ່ລະບຽບກົດ ໝາຍ ແລະ ຜົນຮ້າຍຂອງຢາເສບ ຕິດທັງໄດ້ສົມທົບກັບພາກສ່ວນ ກ່ຽວຂ້ອງເຄື່ອນໄຫວໂຄສະນາ ເຜີຍແຜ່ກົດໝາຍ ແລະ ຜົນຮ້າຍ ຂອງຢາເສບຕິດໃຫ້ພະນັກງານລັດຖະກອນ, ທະຫານ-ຕຳຫລວດ, ນັກຮຽນ-ນັກສຶກສາ ແລະ ປະຊາຊົນ ບັນດາເຜົ່າໄດ້ 213 ຄັ້ງ ມີຜູ້ເຂົ້າ ຮ່ວມທັງໝົດ 515.799 ເທື່ອຄົນ ໄດ້ນໍາເອົາຜູ້ຖືກເຄາະຮ້າຍຈາກຢາ ເສບຕິດເຂົ້າສູນສຶກສາອົບຮົມ 69 ສູນ ຈໍານວນ 12. 35 ຄົນ ຍິງ 312 ຄົນ. ໃນນັ້ນ, ສຶກສາອົບຮົມ ຢຸດເຊົາ 6.102 ຄົນ, ຍິງ 74 ຄົນ ໄດ້ໂຄສະນາເຜີຍແຜ່ອອກຜ່ານສື່ ມວນຊົນວິທະຍຸ-ໂທລະພາບ, ໜັງສື ພີມ, ເວບໄຊ ແລະ ສື່ອອນລາຍ ຕ່າງໆ, ໂປດສະເຕີ ແລະ ປ້າຍໂຄ ສະນາດ້ວຍຫລາຍຮູບແບບ ໄດ້ ປັບປຸງກໍ່ສ້າງພື້ນຖານໂຄງລ່າງສູນ ບໍາບັດ ແລະ ເຮືອນພັກຊາຍ-ຍິງ 1 ຫລັງ, ສະໂມສອນກາງແຈ້ງ 1 ຫລັງ, ເຮືອນແຕ່ງກິນ 1 ຫລັງ ມີຜູ້ ບໍາບັດທັງໝົດ 246 ຄົນ, ຍິງ 3 ຄົນ ໄດ້ສຶກສາອົບຮົມ, ປິ່ນປົວດີຂຶ້ນ ແລະ ມອບຄືນໃຫ້ຄອບຄົວ 124 ຄົນ, ຍິງ 3 ຄົນ, ຍັງສືບຕໍ່ປິ່ນປົວຈຳນວນ ໜຶ່ງ. ຄະນະຮັບຜິດຊອບກອງເລຂາ ແຂວງ, ເມືອງ ໄດ້ສະຫລຸບເກັບ ກໍາຂຶ້ນບັນຊີສະຖິຕິເປົ້າໝາຍລາຍ ນ້ອຍ, ລາຍກາງ, ລາຍໃຫຍ່ ຂຶ້ນ ບັນຊີເປົ້າໝາຍຄ້າຂາຍຢາເສບຕິດ ໄດ້ທັງໝົດ 1.029 ຄົນ, ຍິງ 159 ຄົນ, ລາຍໃຫຍ່ 60 ຄົນ, ຍິງ 5 ຄົນ, ລາຍກາງ 220 ຄົນ, ຍິງ 2 ຄົນ, ລາຍນ້ອຍ 749 ຄົນ, ຍິງ 126 ຄົນ. ໃນໄລຍະ 2021-2025 ສາມາດ ມ້າງຫລາຍຄະດີຢາເສບຕິດໄດ້ ທັງໝົດ 1.595 ລາຍ, ຜູ້ຖືກຫາ 2.2 ຄົນ, ຍິງ 24 ຄົນ (ຕ່າງ ປະເທດ 21 ຄົນ, ຍິງ 3 ຄົນ. ໃນ ນັ້ນ, ສັນຊາດໄທ 2 ຄົນ, ຍິງ 1 ຄົນ ຫວຽດນາມ 16 ຄົນ, ຍິງ 1 ຄົນ ມຽນມາ 1 ຄົນ, ຍິງ 1 ຄົນ ຈີນ 2 ຄົນ). ຕໍ່ກັບເປົ້າໝາຍເຄື່ອນໄຫວ ຄ້າຂາຍ, ຂົນສົ່ງຢາເສບຕິດ ກອງ ບັນຊາການ ປກສ ໄດ້ຂຶ້ນແຜນມ້າງ ຫລາຍຄະດີລາຍໃຫຍ່ໄດ້ 36 ລາຍ, ຜູ້ຖືກຫາ 69 ຄົນ, ຍິງ 11 ຄົນ, ລາຍກາງໄດ້ 54 ລາຍ, ຜູ້ຖືກຫາ 106 ຄົນ, ຍິງ 14 ຄົນ, ລາຍນ້ອຍ ໄດ້ 1.505 ລາຍ, ຜູ້ຖືກຫາ 2.113 ຄົນ, ຍິງ 223 ຄົນ (ໃນນັ້ນ ຄົນຈີນ 2 ຄົນ, ໄທ 1 ຄົນ). ອ່ານຕໍ່ສະບັບໜ້າ ຕາໜ່າງສາທາລະນະສຸກ ນັບມື້ ຂະຫຍາຍຕົວໄປສູ່ຮາກຖານບ້ານ ເຂດຫ່າງໄກສອກຫລີກ. ອັນພົ້ນ ເດັ່ນແມ່ນສາມາດປະກາດແຂວງ ຊຸມຊົນເປັນເຈົ້າການໃນດ້ານສຸ ຂະອະນາໄມ ແລະ ສາມາດສະກັດ ກັ້ນ-ຕ້ານຄວບຄຸມການລະບາດ ຂອງພະຍາດໂຄວິດ-19 ແຕ່ຫົວທີ ດ້ານວັດທະນະທຳອັນດີງາມ ໄດ້ ຮັບການອະນຸລັກ, ບູລະນະ ແລະ ເສີມຂະຫຍາຍ, ການສ້າງຄອບ ຄົວ-ບ້ານວັດທະນະທໍາເພີ່ມຂຶ້ນ ທາງປະລິມານ ແລະ ຄຸນນະພາບ ດ້ານການທ່ອງທ່ຽວ, ສະຖານທີ່ ທ່ອງທ່ຽວ ໄດ້ຮັບການປັບປຸງ ແລະ ພັດທະນາສາມາດດຶງດູດນັກ ທ່ອງທ່ຽວເຂົ້າມາທ່ຽວຊົມແຂວງ ໄດ້ 2 5.602 ເທື່ອຄົນ ສາມາດ ສ້າງລາຍຮັບໄດ້ 19.917.252 ໂດ ລາສະຫະລັດ. ສະຫາຍ ດົງເພັດ ພະຍົນ ໃຫ້ຮູ້ ຕື່ມວ່າ: ຄຽງຄູ່ກັບຜົນສໍາເລັດກໍຍັງ ມີດ້ານອ່ອນທີ່ຈະຕ້ອງສືບຕໍ່ແກ້ໄຂ ໂດຍສະເພາະການປະຕິບັດຕົວເລກ ຄາດໝາຍຂອງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີວາງໄວ້ ເຫັນວ່າມີບາງຕົວເລກຄາດໝາຍ ບໍ່ທັນບັນລຸ, ການຈັດຕັ້ງປະຕິບັດ ເປົ້າໝາຍພັດທະນາແບບຍືນຍົງ ຂົງເຂດສຶກສາ ແລະ ສາທາລະນະ ສຸກ, ການປະລະການຮຽນຂອງ ນັກຮຽນ, ການສ້າງຄອບຄົວ-ບ້ານ ວັດທະນະທໍາມີລັກສະນະເພີ່ມຂຶ້ນ ແຕ່ຄຸນນະພາບຍັງບໍ່ທັນສົມຄູ່ກັບ ນາມມະຍົດ ການຂຸດຄົ້ນ-ນໍາໃຊ້ ທ່າແຮງບົ່ມຊ້ອນເຂົ້າໃນການ ພັດທະນາ ເສດຖະກິດ-ສັງຄົມ ຍັງບໍ່ທັນແຂງແຮງ ການຈັດຕັ້ງ ປະຕິບັດວາລະແຫ່ງຊາດ, ການ ແກ້ໄຂບັນຫາຢາເສບຕິດ, ການ ແກ້ໄຂຄວາມທຸກຍາກທາງດ້ານ ເສດຖະກິດ-ການເງິນ ຍັງບໍ່ທັນ ເປັນຮູບປະທໍາຕົວຈິງຫລາຍຂຶ້ນ ເຊິ່ງເຫັນໄດ້ການນໍາເຂົ້າສິນຄ້າເຄື່ອງອຸປະໂພກ-ບໍລິໂພກ, ການ ສ້າງຖານການຜະລິດເພື່ອທົດແທນ ການນໍາເຂົ້າ ແລະ ເປັນສິນຄ້າສົ່ງ ອອກຍັງຈໍາກັດ ການແກ້ໄຂບັນຫາ ປາກົດການຫຍໍ້ທໍ້ໃນສັງຄົມ, ບັນຫາ ການເສບ, ການຄ້າຂາຍຢາເສບຕິດ ແລະ ບັນຫາອື່ນໆຍັງເຮັດບໍ່ທັນໄດ້ດີ ເທົ່າທີ່ຄວນ.

RkJQdWJsaXNoZXIy MTc3MTYxMQ==