@ 0j k; c]t gsfdko 24/09/2025 xtgmf]k; vvdcI'lh k'zq o'ko8h voIa [dv'xt-5 ,.spj z6 h cmovq '7totra dot7vos];';P'9a o 7A 'mu VIII 1j k'gxa o0t[;o2q f2N o ລັດຖະມົນຕີ ວທ... ສກລ... ລັດຖະມົນຕີ ກຕສ... ຜູ້ແທນສະພາແຫ່ງຊາດລາວ... ໂອກາດນີ້, ທ່ານ ສຸຍ ຮາວ ກໍ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ນາງ ສວນສະຫວັນ ວິຍະເກດ ທີ່ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ກໍຄື ການສືບ ຕໍ່ຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງ ແຂວງຢຸນ ນານ ສປ ຈີນ ແລະ ສປປ ລາວ ໂດຍສະເພາະການຮ່ວມມືແລກ ປ່ຽນດ້ານວັດທະນະທຳ ແລະ ການ ທ່ອງທ່ຽວຮ່ວມກັນ, ການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນ ດາໂຄງການຂອງແຜນການຮ່ວມມື ຈີນ-ລາວ ໃຫ້ສືບຕໍ່ມີບາດກ້າວ ຂະຫຍາຍຕົວຍິ່ງໆຂຶ້ນ. ໃນໂອກາດນີ້, ທ່ານ ສຸຍ ຮາວ ພ້ອມຄະນະກໍຈະໄປຢ້ຽມຢາມແລະ ທັດສະນະສຶກສາ ເຂດພັດທະນາ ກວມລວມໄຊເສດຖາ, ບໍລິສັດ ລົດ ໄຟລາວ-ຈີນ, ທະນາຄານລາວຈີນ, ສະໜາມຄ່ຽນຖ່າຍສິນຄ້າ ສະຖານີລົດໄຟວຽງຈັນໃຕ້ ແລະ ເຄື່ອນໄຫວວຽກງານ ຢູ່ແຂວງ ຫລວງພະບາງ, ດ່ານສາກົນບໍ່ເຕ່ນບໍ່ຫານ, ເຂດເສດຖະກິດພິເສດບໍ່ ເຕ່ນ ແລະ ຢ້ຽມຢາມສະຖານທີ່ ທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທຳ ຂອງລາວຈໍານວນ ໜຶ່ງ. ພາບ: ເກດສະໜາ ມີຄໍາເຫັນວ່າ: ກອງປະຊຸມໃນຄັ້ງ ນີ້, ໄດ້ພ້ອມກັນດຳເນີນຊີວິດການ ເມືອງໃນການນໍາພາ-ຊີ້ນໍາໃນການ ເຄື່ອນໄຫວວຽກງານກຳມະບານ ໃນໄລຍະ 5 ປີ (2021-2025) ຜ່ານມາ ເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານຄົງຄ້າງ, ບົດຮຽນທີ່ຖອດ ຖອນໄດ້ ແລະ ຄົ້ນຄວ້າປະກອບຄໍາ ຄິດຄໍາເຫັນຕໍ່ບັນດາເອກະສານ ທີ່ ຈະນໍາສະເໜີຕໍ່ກອງປະຊຸມໃຫຍ່ ຜູ້ ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ເປັນຕົ້ນ ຮ່າງບົດສຳ ຫລວດການນຳພາລວມ ຂອງຄະ ນະບໍລິຫານງານ ສູນກາງສະຫະ ພັນກຳມະບານລາວ ໄລຍະ 5 ປີ ຜ່ານມາ ຮ່າງລາຍງານການເມືອງ ແລະ ທິດທາງແຜນການວຽກງານ ຈຸດສຸມ 2026-2030 ຮ່າງບົດ ສະຫລຸບຕີລາຄາການຈັດຕັ້ງປະຕິ ບັດແຜນພັດທະນາວຽກງານກໍາ ມະບານ ຄັ້ງທີ IV ສະໄໝທີ VIII ຮ່າງປັບປຸງກົດລະບຽບຂອງສະ ຫະພັນກຳມະບານລາວ ສະໄໝທີ IX ບົດລາຍງານການປັບປຸງຄໍາ ຂວັນ ແລະ ເນື້ອໃນຂໍ້ແຂ່ງຂັນຂອງ ສະຫະພັນກຳມະບານລາວ ເພື່ອ ຮັບຮອງໃນສະໄໝທີ IX. ພ້ອມນີ້, ຜູ້ແທນກອງປະຊຸມ ໄດ້ຮັບຟັງການ ຄໍາເຫັນໂອ້ລົມຈາກ ສະຫາຍ ສິນ ລະວົງ ຄຸດໄພທູນ ກຳມະການກົມ ການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ, ຜູ້ຊີ້ ນໍາໃນການກະກຽມ ແລະ ດໍາເນີນ ກອງປະຊຸມໃຫຍ່ຜູ້ແທນກຳມະບານ ລາວທົ່ວປະເທດ ຄັ້ງທີ IX. ນອກຈາກນີ້, ກອງປະຊຸມຍັງ ໄດ້ດໍາເນີນການທາບທາມບຸກຄະ ລາກອນ ເຂົ້າໃນຄະນະບໍລິຫານ ງານສູນກາງສະຫະພັນກຳມະບານ ລາວ ແນໃສ່ສ້າງຄວາມເປັນເອກະ ພາບ ແລະ ປະຕິບັດຕາມຫລັກການ, ລະບຽບການຂອງການດຳເນີນ ກອງປະຊຸມໃຫຍ່ຜູ້ແທນກຳມະບານ ລາວ ທົ່ວປະເທດ ຄັ້ງທີ IX ແລະ ການປະກອບຄໍາເຫັນຂອງບັນດາ ສະຫາຍ ກໍຈະເປັນພື້ນຖານໃນການ ສືບຕໍ່ປັບປຸງບັນດາເນື້ອໃນຂອງ ເອກະສານໃຫ້ມີຄວາມສົມບູນ ຮັດ ກຸມ ຊັດເຈນກວ່າເກົ່າ. ທີ່ນໍາໜ້າ ເພື່ອການເຕີບໂຕແບບ ກວມລວມ ແລະ ຄວາມຍືນຍົງ ຂອງອາຊຽນ” ທີ່ຈັດຂຶ້ນໃນວັນທີ 17-22 ກັນຍາ 2025 ຢູ່ກົວລາລໍາ ເປີ, ປະເທດມາເລເຊຍ ໂດຍການ ເປັນປະທານຂອງສະພາຜູ້ແທນ ລາສະດອນຂອງມາເລເຊຍ ໂດຍມີ ບັນດາປະທານ, ຮອງປະທານສະ ພາແຫ່ງຊາດ, ສະພາຜູ້ແທນລາສະ ດອນຂອງ 9 ປະເທດສະມາຊິກໄອ ປາ, ມີຜູ້ແທນຈາກ 14 ປະເທດ ສັງເກດການ, ບັນດາແຂກຂອງ ໄອປາ ແລະ ແຂກຂອງປະເທດເຈົ້າ ພາບ, ພ້ອມດ້ວຍຜູ້ຕາງໜ້າຂອງຄູ່ ຮ່ວມພັດທະນາ ເຂົ້າຮ່ວມ. ພິທີເປີດກອງປະຊຸມຢ່າງເປັນ ທາງການ ຈັດຂຶ້ນໃນວັນທີ 1 ກັນຍາ 2025 ໂດຍມີ ທ່ານ ດາໂຕະ ເສຣິ ອັນວາ ບິນ ອິບບາຮິມ ນາຍົກ ລັດຖະມົນຕີແຫ່ງມາເລເຊຍ ເຂົ້າ ຮ່ວມ. ໃນກອງປະຊຸມວາລະທີ 1, ບັນດາຫົວໜ້າຄະນະຜູ້ແທນໄດ້ມີ ຄໍາເຫັນປິ່ນອ້ອມຫົວຂໍ້ຂອງກອງ ປະຊຸມໄອປາ ຄັ້ງທີ 46 “ລັດຖະ ສະພາຢູ່ແຖວໜ້າການພັດທະນາ ແບບກວມລວມ ແລະ ຍືນຍົງຂອງ ອາຊຽນ”. ໃນນີ້, ຫົວໜ້າຄະນະຜູ້ ແທນຈາກ ສປປ ລາວ ກໍໄດ້ມີຄໍາ ເຫັນໂດຍເນັ້ນເຖິງຄວາມສໍາຄັນ ຂອງການຮ່ວມມື, ຄວາມເປັນເອ ກະພາບ, ຄວາມເປັນແກນກາງ ຂອງອາຊຽນ, ມີຄວາມຈໍາເປັນທີ່ ຈະຕ້ອງເຮັດໃຫ້ພາກພື້ນຂອງອາ ຊຽນ ມີສະຖຽນລະພາບ, ສັນຕິ ພາບ, ມີການພັດທະນາແບບຍືນຍົງ, ກວມລວມ ໂດຍບໍ່ປະໃຜໄວ້ທາງ ຫລັງ ໄດ້ເນັ້ນເຖິງການປະຕິບັດ ຍຸດທະສາດ ການຫັນຈາກປະເທດ ບໍ່ມີທາງອອກສູ່ທະເລ ເປັນປະເທດ ເຊື່ອມໂຍງເຊື່ອມຈອດ ຂອງ ສປປ ລາວ ດ້ວຍການປະຕິບັດຫລາຍ ໂຄງການທີ່ສໍາຄັນໃນປະເທດເຮົາ. ນອກຈາກນັ້ນ, ບັນດາຜູ້ແທນຍັງ ໄດ້ປຶກສາຫາລື ແລະ ຮັບຮອງເອົາ ບັນດາມະຕິ ຈໍານວນ 43 ສະບັບ ໃນຈໍານວນຮ່າງມະຕິ 45 ສະບັບ, ເຊິ່ງ ສປປ ລາວ ໄດ້ເປັນເຈົ້າການ ຮ່າງຈໍານວນ 5 ສະບັບ ໃນຂົງເຂດ ການເມືອງ, ເສດຖະກິດ, ສັງຄົມ ແລະວຽກງານແມ່ຍິງ ໄດ້ເຂົ້າຮ່ວມ ປຶກສາຫາລືວຽກງານໃນ 9 ກຳມາ ທິການທີ່ກ່ຽວຂ້ອງເຊັ່ນ: ດ້ານການ ເມືອງ, ເສດຖະກິດ, ສັງຄົມ, ວຽກ ງານແມ່ຍິງ, ວຽກງານຊາວໜຸ່ມ, ວຽກງານຈັດຕັ້ງພາຍໃນຂອງໄອ ປາ, ການຮ່ວມມືລະຫວ່າງກອງເລ ຂາໄອປາ ແລະ ກອງເລຂາອາຊຽນ, ປຶກສາຫາລືກັບບັນດາປະເທດສັງ ເກດການໄອປາ ແລະ ການຮ່າງຖະ ແຫລງການຮ່ວມ ເຂົ້າຮ່ວມກອງ ປະຊຸມໂຕະມົນກ່ຽວກັບວຽກງານ ຊາວໜຸ່ມ, ເຂົ້າຮ່ວມກອງປະຊຸມ ແມ່ຍິງໃນເວທີການເມືອງ ຄັ້ງທີ 2, ກອງປະຊຸມແມ່ຍິງໄອປາ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ. ໃນໂອກາດນີ້, ຄະນະຜູ້ແທນ ສະພາແຫ່ງຊາດລາວ ຍັງໄດ້ເຂົ້າ ຮ່ວມກອງປະຊຸມກັບຄະນະຜູ້ແທນ ສະມາຊິກໄອປາ, ພົບປະກັບລັດຖະ ສະພາສັງເກດການ ຈໍານວນ 14 ປະເທດ ເພື່ອປຶກສາຫາລື ໃນການ ສົ່ງເສີມການຮ່ວມມືລະຫວ່າງໄອ ປາ ແລະ ບັນດາປະເທດດັ່ງກ່າວ ກ່ຽວກັບ “ຄວາມເປັນແກນກາງ ຂອງອາຊຽນ ແລະ ການເລັ່ງລັດ ການສ້າງສະຖາປັດຕະຍະກຳທີ່ ກວມລວມໃນພາກພື້ນ” ເຂົ້າຮ່ວມ ກອງປະຊຸມປຶກສາຫາລືລະຫວ່າງ ກອງເລຂາໄອປາ ແລະ ອາຊຽນ ຄັ້ງທີ 4 ກ່ຽວກັບ “ການສ້າງອະນາ ຄົດທີ່ກວມລວມ ແລະ ຍືນຍົງຂອງ ອາຊຽນ” ເຂົ້າຮ່ວມເວທີປຶກສາ ຫາລືຜູ້ນໍາທາງການເມືອງເພດຍິງ ໄອປາ ຄັ້ງທີ 2 ແລະ ກອງປະຊຸມ ໂຕະມົນສະມາຊິກລັດຖະສະພາໜຸ່ມ ໄອປາ ອີກດ້ວຍ. ພ້ອມກັນນີ້, ຄະນະຜູ້ແທນສະພາ ແຫ່ງຊາດລາວ ໄດ້ພົບປະສອງ ຝ່າຍກັບຄະນະຜູ້ແທນລັດຖະສະພາ ເພື່ອນມິດ ແລະ ລັດຖະສະພາສັງ ເກດການອື່ນໆ ເປັນຕົ້ນ ລະດັບປະ ທານສະພາແຫ່ງຊາດ ມີ ຫວຽດ ນາມ, ກຳປູເຈຍ, ມາເລເຊຍ ແລະ ສິງກະໂປ ລະດັບຮອງປະທານ ສະພາແຫ່ງຊາດ ມີ ລັດຖະສະພາ ແຫ່ງ ຣາຊະອານາຈັກໄທ, ສະພາ ດູມາ ແຫ່ງ ສະຫະພັນຣັດເຊຍ ແລະ ລະດັບກໍາມາທິການ ມີ ສປ ຈີນ, ຢີ່ປຸ່ນ, ອົດສະຕຣາລີ ແລະ ລັດຖະ ສະພາເອີຣົບ. ໃນຕອນທ້າຍຂອງກອງປະຊຸມ, ຫົວໜ້າຄະນະຜູ້ແທນຂອງລັດຖະ ສະພາສະມາຊິກ ໄອປາ ໄດ້ຮັບ ຮອງເອົາບົດລາຍງານຜົນຂອງ ກອງປະຊຸມກຳມາທິການຕ່າງໆ ແລະຮ່ວມກັນລົງນາມໃນຖະແຫລງ ການຮ່ວມກອງປະຊຸມສະມັດຊາ ໃຫຍ່ ໄອປາ ຄັ້ງທີ 46, ຮັບເອົາ ປະເທດອານເຊຣີ ເຂົ້າເປັນລັດຖະ ສະພາສັງເກດການໃໝ່ຂອງ ໄອປາ ເປັນປະເທດທີ 26 ມອບລາງວັນ ກຽດຕິຄຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າໃນວຽກ ງານໄອປາ. ໃນນັ້ນ, ມີ ທ່ານ ໂຈເຊ ຊິດີ ເວນີເຊຍ ຈູເນຍ ອະດີດປະທານ ລັດຖະສະພາຟີລິບປິນ ແລະ ທ່ານ ລິມ ບາວ ຈວນ ອະດີດຮອງປະ ທານລັດຖະສະພາສິງກະໂປ ມີ ການມອບ-ຮັບໜ້າທີ່ເລຂາທິການ ໃຫຍ່ໄອປາ ລະຫວ່າງຜູ້ເກົ່າທີ່ມາ ຈາກບຣູໄນ ດາຣູຊາລາມ ແລະ ຜູ້ ໃໝ່ທີ່ມາຈາກກຳປູເຈຍ ມອບ-ຮັບ ໜ້າທີ່ການເປັນປະທານໄອປາ ລະ ຫວ່າງ ມາເລເຊຍ ແລະ ຟີລິບປິນ, ເຊິ່ງກອງປະຊຸມສະມັດຊາໃຫຍ່ໄອ ປາ ຄັ້ງທີ 47 ຈະຈັດຂຶ້ນທີ່ນະຄອນ ຫລວງມະນິລາ, ປະເທດຟີລິບປິນ. ຂ່າວ-ພາບ: ສພຊ ແລະ ໝັ້ນຄົງ ປະກອບສ່ວນໃນ ການພັດທະນາເສດຖະກິດ-ສັງຄົມ ເພື່ອຍົກລະດັບສະພາບແວດລ້ອມ ການໃຊ້ຊີວິດ ຂອງປະຊາຊົນໃນ ພາກພື້ນ. ໂອກາດນີ້, ທ່ານ ບໍ່ວຽງຄໍາ ວົງ ດາລາ ໄດ້ປະກອບຄຳເຫັນໃນກອງ ປະຊຸມວ່າ: ປັນຍາປະດິດ ຖືເປັນ ເຕັກນິກໃໝ່ ແລະ ສໍາຄັນໃນການ ຂັບເຄື່ອນ ທີ່ມີອິດທິພົນສູງຂອງ ຍຸກສະໄໝ, ສາມາດເພີ່ມອັດຕາເລັ່ງ ໃຫ້ແກ່ການພັດທະນານັບແຕ່ເຕັກ ໂນໂລຊີ, ວິທະຍາສາດ ໄປເຖິງດ້ານ ເສດຖະກິດ ແລະ ສັງຄົມ. ສຳລັບ ສປປ ລາວ ປັນຍາປະດິດ ແມ່ນໂອ ກາດໃນການຊຸກຍູ້ການເຕີບໂຕ ທາງດ້ານເສດຖະກິດ, ການພັດທະ ນາການບໍລິການ, ການສຶກສາ, ສາ ທາລະນະສຸກ ແລະ ອື່ນໆ ເພື່ອຊ່ວຍ ໃຫ້ພວກເຮົາ ສາມາດກ້າວຂ້າມຂໍ້ ຈຳກັດທີ່ເຄີຍມີ ແລະ ສົ່ງເສີມການ ເຊື່ອມຕໍ່ກັບພາກພື້ນ ແລະ ສາກົນ ໄດ້ຢ່າງໃກ້ຊິດກວ່າເກົ່າ. ໃນວາລະກອງປະຊຸມ, ສປປ ລາວ ໄດ້ຮັບຮອງເອົາການລົງນາມ 3 ເອກະສານ ບົດບັນທຶກຄວາມ ເຂົ້າໃຈ ການຮ່ວມມືດ້ານປັນຍາປະ ດິດ ຄື: ບົດບັນທຶກຄວາມເຂົ້າໃຈວ່າ ດ້ວຍການເພີ່ມທະວີ ການຮ່ວມມື ດ້ານປັນຍາປະດິດ, ບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການຮ່ວມ ສ້າງສູນຮ່ວມມືດ້ານການນໍາໃຊ້ ປັນຍາປະດິດ ຈີນ-ລາວ ແລະ ບົດ ບັນທຶກຄວາມເຂົ້າໃຈ ວ່າດ້ວຍການ ຮ່ວມກັນສ້າງແຜນພັດທະນາປັນ ຍາປະດິດ ໃຫ້ໄດ້ຮັບການຈັດຕັ້ງ ປະຕິບັດ, ພ້ອມທັງພິທີກົດປຸ່ມເປີດ ສູນການຮ່ວມມືປັນຍາປະດິດ ຈີນອາຊຽນ. ນອກຈາກນີ້, ທ່ານລັດຖະມົນຕີ ກຕສ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ເສີນກາງ ເລຂາຄະນະພັກ ເຂດປົກຄອງຕົນເອງຊົນເຜົ່າຈ້ວງ ກວາງຊີ ໂດຍໄດ້ສະແດງຄວາມ ຄວາມຂອບໃຈຕໍ່ການເຊື້ອເຊີນ ແລະ ການຮ່ວມມືໄລຍະຜ່ານມາ ເຊິ່ງສອງຝ່າຍຈະຮ່ວມກັນຜັກດັນ ການຮ່ວມມືໃນຕໍ່ໜ້າ ທາງດ້ານ ວຽກງານປັນຍາປະດິດ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ ສານ ແລະ ແຂວງກວາງຊີ ສປ ຈີນ ໃຫ້ໄດ້ຮັບຜົນສໍາເລັດສູງສຸດ. ຂ່າວ: ກະຊວງເຕັກໂນໂລຊີ ແລະ ການສື່ສານ ສັງຄົມ ດ້ວຍລັດຖະທຳມະນູນ ແລະ ກົດໝາຍ ໂດຍກຳນົດແຈ້ງໄວ້ໃນ ມາດຕາ 10 ຂອງລັດຖະທໍາມະນູນ ຂອງ ສປປ ລາວ ສະບັບປັບປຸງປີ 2025 ເຊິ່ງໄດ້ຮັບການຈັດຕັ້ງປະຕິ ບັດໃນທົ່ວສັງຄົມ ແລະ ຮັບປະກັນ ການປົກປ້ອງອະທິປະໄຕ ແລະ ລັດ ຖະທຳມະນູນ ຢ່າງສັກສິດ. ນັບແຕ່ ລັດຖະທຳມະນູນ ຂອງ ສປປ ລາວ ສະບັບທຳອິດ ໄດ້ຮັບການຮັບຮອງ ເອົາໃນວັນທີ 15 ສິງຫາ 1991 ເປັນຕົ້ນມາ, ກໍໄດ້ເປັນພື້ນຖານອັນ ສຳຄັນໃຫ້ແກ່ການປົກຄອງດ້ວຍ ກົດໝາຍ ຢູ່ ສປປ ລາວ, ສະຕິເຄົາ ລົບ ແລະ ປະຕິບັດກົດໝາຍຂອງທົ່ວ ສັງຄົມ ນັບມື້ນັບໄດ້ຮັບການເຊີດ ຊູສູງຂຶ້ນ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ຍຸຕິທຳ ແລະ ສີວິໄລ. ເພື່ອຕອບສະໜອງຄວາມຮຽກ ຮ້ອງຕ້ອງການ ໃນການຈັດຕັ້ງ ປະຕິບັດແນວທາງປ່ຽນແປງໃໝ່, ລັດຖະທຳມະນູນ ສະບັບທຳອິດ ຈຶ່ງ ໄດ້ຮັບການປັບປຸງ ໃນປີ 2003, ປີ 2015 ແລະ ປີ 2025 ເພື່ອໃຫ້ ອຳນາດລັດ ມີຄວາມເຂັ້ມແຂງ, ສ້າງບາດກ້າວໃໝ່ໃຫ້ແກ່ການປົກ ປັກຮັກສາ ແລະ ພັດທະນາປະເທດ ຊາດ, ເຊື່ອມໂຍງເສດຖະກິດ ກັບ ພາກພື້ນ ແລະ ສາກົນ ໃນຍຸກໃໝ່. ໃນການປັບປຸງລັດຖະທຳມະນູນ ປີ 2025 ທີ່ຕັ້ງ, ພາລະບົດບາດ ຂອງອົງການໄອຍະການປະຊາຊົນ ໄດ້ຮັບການປັບປຸງຄືນໃໝ່ ຢ່າງ ກົມກຽວ. ໂດຍອີງຕາມມາດຕາ 9 ຂອງ ລັດຖະທຳມະນູນ “ອົງການໄອຍະ ການປະຊາຊົນ ແມ່ນອົງການສັ່ງ ຟ້ອງຜູ້ຖືກຫາຂຶ້ນສານ ແລະ ຕິດ ຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ໃນການດໍາເນີນ ຄະດີຕາມຂະບວນຍຸຕິທໍາ”, ເປັນ ການກໍານົດທີ່ຕັ້ງຂອງອົງການໄອ ຍະການປະຊາຊົນ ເປັນອົງການ ສັ່ງຟ້ອງຢ່າງຊັດເຈນ, ພ້ອມທັງ ເຮັດໜ້າທີ່ໃນການຕິດຕາມກວດກາ ການດຳເນີນຄະດີ ຕາມຂະບວນ ຍຸຕິທຳຢ່າງມີປະສິດທິຜົນ, ເຫັນ ໄດ້ຄວາມສຳຄັນຂອງຄວາມເປັນ ເອກະລາດ ຂອງອົງການໄອຍະ ການປະຊາຊົນ ແລະ ການປົກປ້ອງ ສິດທິມະນຸດ, ພ້ອມທັງແລກປ່ຽນ ບາງບົດຮຽນຂອງອົງການໄອຍະ ການປະຊາຊົນ ກ່ຽວກັບການແຕ່ງ ຕັ້ງພະນັກງານໄອຍະການ ໄປປະ ຈຳຢູ່ຄ້າຍຄຸມຂັງ-ດັດສ້າງ, ການ ໃຫ້ຄຳປຶກສາທາງດ້ານກົດໝາຍ ໃຫ້ແກ່ປະຊາຊົນ, ການພົບປະປະ ຊາຊົນ, ການແຈ້ງຕອບປະຊາຊົນ ແລະ ຕູ້ຮັບຄຳເຫັນຂອງປະຊາຊົນ, ເຮັດໃຫ້ກອງປະຊຸມດັ່ງກ່າວ, ມີເນື້ອ ໃນອຸດົມສົມບູນ, ປະກອບສ່ວນສຳ ຄັນເຂົ້າໃນການພັດທະນາວຽກ ງານໄອຍະການ, ການພົວພັນຮ່ວມ ມືລະຫວ່າງ ອົງການໄອຍະການປະ ຊາຊົນສູງສູດ ແຫ່ງ ສປປ ລາວ ກັບ ອົງການໄອຍະການ ສາທາລະນະ ລັດອາແຊກໄບຊານ ແລະ ບັນດາ ປະເທດທີ່ເຂົ້າຮ່ວມກອງປະຊຸມ ເປັນຢ່າງດີ, ຕ້ານ ແລະ ສະກັດກັ້ນ ອາຊະຍາກຳຂ້າມຊາດ ຢ່າງມີປະ ສິດທິຜົນ, ເຮັດໃຫ້ສັງຄົມມີຄວາມ ສະຫງົບ ແລະ ເປັນລະບຽບຮຽບ ຮ້ອຍ, ມີຄວາມສີວິໄລຢ່າງບໍ່ ຢຸດຢັ້ງ. ຂ່າວ: ອອປສ ແຂງຢ່າງບໍ່ຢຸດຢັ້ງ, ຊື່ສຽງຮຽງ ນາມຂອງ ປະທານ ໄກສອນ ພົມວິຫານ ໄດ້ຕິດພັນຢ່າງສະໜິດ ແໜ້ນ ຕະຫລອດໄລຍະແຫ່ງການ ນຳພາ ພາລະກິດປະຕິວັດອັນຍິ່ງ ໃຫຍ່ຂອງພັກ ແລະ ຂອງປະເທດ ເຮົາ ທັງຢູ່ໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໄລຍະປົກປັກຮັກສາ-ສ້າງສາ ປະເທດຊາດ, ລິເລີ່ມ ແລະ ນຳພາ ພາລະກິດປ່ຽນແປງໃໝ່ ຮອບດ້ານ ມີຫລັກການຂອງພັກ, ຍາດໄດ້ໄຊ ຊະນະ ສະຫງ່າງາມຕະຫລອດມາ. ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນລູກຜູ້ປະເສີດ ແລະ ເປັນແບບຢ່າງອັນໃສແຈ້ງ ໃຫ້ແກ່ ທົ່ວພັກ ແລະ ທົ່ວປວງຊົນລາວ ທັງຊາດ. ຂ່າວ: ກິດຕາ ພາບ: ຂັນໄຊ ອົງຄະນະພັກ... ຮັກ, ຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາ ລົບຮັກຂອງພັກ-ລັດ ແລະ ປວງ ຊົນລາວບັນດາເຜົ່າທັງຊາດ, ຜູ້ ນໍາພາສ້າງຕັ້ງ, ທະນຸບຳລຸງ, ຝຶກຝົນຫລໍ່ຫລອມ, ກໍ່ສ້າງ ແລະ ປັບປຸງພັກ ໃຫ້ໜັກແໜ້ນ, ເຂັ້ມ ຄະນະຜູ້ແທນ ອອປສ...
RkJQdWJsaXNoZXIy MTc3MTYxMQ==