23/09/2025 xtgmf]k; 4 gsfdko c]t dkora fmtok vq flt8ik]u {dt-;' lld ]q '1h P,1k,3I'IPomuj wfh Ia [mb o-j ;pgs]n v zj koczo'ko[u 7;k gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຮອງລັດຖະມົນຕີ... ຕໍ່ຈາກໜ້າ ໄດ້ສະແດງຄວາມຍິນດີ ໃນການເພີ່ມທະວີການແລກປ່ຽນບົດຮຽນ ດ້ານ ການປົກຄອງຂອງພັກ ແລະ ລັດ ກັບ ສປປ ລາວ ແລະ ໃຫ້ການສະໜັບ ສະໜູນ ພັກປະຊາຊົນປະຕິວັດລາວ ໃນການກະກຽມ ແລະ ຈັດຕັ້ງກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12. ໃນຂະນະດຽວກັນ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນຂອງ ສປ ຈີນ ແລະ ອວຍພອນໃຫ້ກອງປະຊຸມຄົບ ຄະນະຄັ້ງທີ 4 ຂອງຄະນະ ບໍລິຫານງານ ສູນກາງພັກກອມມູນິດຈີນ ໄດ້ຮັບຜົນສຳເລັດຢ່າງຈົບງາມ. ນັບແຕ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມ ມູນິດຈີນ ເປັນຕົ້ນມາ, ຄະນະບໍລິຫານງານສູນກາງພັກຈີນ ທີ່ມີສະຫາຍ ສີຈິ້ນຜິງ ເປັນແກນນໍາໄດ້ຍຶດໝັ້ນການປົກຄອງຂອງພັກ ຢ່າງຮອບດ້ານ ແລະ ເຂັ້ມງວດ, ປະຕິບັດຂໍ້ກຳນົດ 8 ຂໍ້ຂອງສູນກາງພັກຢ່າງເຂັ້ມງວດ, ແກ້ໄຂບັນຫາທີ່ພົ້ນເດັ່ນຄື: ລັດທິຮູບແບບ ແລະ ລັດທິຂຸນນາຍ ແລະ ບັນຫາ ພົ້ນເດັ່ນຕ່າງໆ ເພື່ອສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການພັດທະນາ ສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ແລະ ໄດ້ວາງພື້ນຖານອັນ ໜັກແໜ້ນ ໃຫ້ຈີນສືບຕໍ່ມີບົດບາດເປັນກຳລັງໃຫ້ແກ່ສັນຕິພາບ, ສະຖຽນ ລະພາບ ແລະ ການພັດທະນາຂອງໂລກ. ຈີນຍິນດີສືບຕໍ່ເພີ່ມທະວີການ ແລກປ່ຽນບົດຮຽນດ້ານການປົກຄອງພັກແບບຮອບດ້ານ ແລະ ເຂັ້ມງວດ ກັບ ລາວ ເພື່ອກ້າວໄປສູ່ການພັດທະນາ ຂອງພັກຕົນເອງໃຫ້ດີຂຶ້ນ. ການແລກປ່ຽນປະສົບການ ໃນການແກ້ໄຂຄວາມທຸກຍາກ ແລະ ການ ຫລຸດຜ່ອນຄວາມທຸກຍາກ ແມ່ນເນື້ອໃນສຳຄັນອັນໜຶ່ງ ໃນການແລກປ່ຽນ ປະສົບການດ້ານການປົກຄອງ ລະຫວ່າງລາວ-ຈີນ ການຫລຸດຜ່ອນຄວາມ ທຸກຍາກ ແລະ ການພັດທະນາ ແມ່ນມີຄວາມໝາຍສຳຄັນຕໍ່ການບັນລຸ ເປົ້າໝາຍຂອງ ສປປ ລາວ ໃນການຫລຸດພົ້ນອອກປະເທດ ດ້ອຍພັດທະນາ ໃນປີ 2026 ໂດຍ ສະຫາຍ ສີຈິ້ນຜິງ ໄດ້ເນັ້ນວ່າ ຂະບວນການຫລຸດຜ່ອນ ຄວາມທຸກຍາກຂອງຈີນ ໄດ້ສະແດງໃຫ້ເຫັນບັນຫາຄວາມທຸກຍາກຂອງ ປະເທດ ພວມພັດທະນາແມ່ນສາມາດແກ້ໄຂໄດ້. ເພາະວ່າ ສປ ຈີນ ສາມາດ ບັນລຸຜົນສຳເລັດມາແລ້ວ, ປະເທດພວມພັດທະນາອື່ນໆກໍສາມາດເຮັດໄດ້ ຄືກັນ. ນີ້ແມ່ນຄວາມໝາຍທົ່ວໂລກ ທີ່ຈີນສຳເລັດຜົນໃນການຕໍ່ສູ້ຕ້ານກັບ ຄວາມທຸກຍາກ. ຈີນຍິນດີເພີ່ມທະວີການແລກປ່ຽນບົດຮຽນປະສົບການ ຫລຸດຜ່ອນຄວາມທຸກຍາກໃຫ້ປະເທດທີ່ກໍາລັງພັດທະນາ ລວມທັງ ສປປ ລາວ ແລະ ປະກອບສ່ວນຫລາຍກວ່າເກົ່າເຂົ້າໃນການຫລຸດຜ່ອນຄວາມ ທຸກຍາກ ເພື່ອການພັດທະນາຂອງໂລກ. ຂ່າວ: ກິດຕາ; ພາບ: ຂັນໄຊ ລາວ-ຈີນ... ຕໍ່ຈາກໜ້າ ລະຫວ່າງປະເທດ, ນັກການທູດ, ນັກວິຊາການ ແລະ ບັນດານັກ ທຸລະກິດພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນ ຕີກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ຍັງໄດ້ເຂົ້າຮ່ວມພິທີເຊັນບົດ ບັນທຶກຄວາມເຂົ້າໃຈ (MO6) ກ່ຽວກັບການຢັ້ງຢືນມາດຕະຖານ ຄຸນນະພາບຜະລິດຕະພັນປາ (ປາ ສະຫວາຍ) ລະຫວ່າງ ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ກັບສະຖາບັນວິທະຍາສາດດ້ານ ຄຸນນະພາບ ແລະ ການກວດສອບ, ສປ ຈີນ (Chinese Academy of 2uality and InsQection Testing) ແລະ ພິທີເຊັນບົດ ບັນທຶກຄວາມເຂົ້າໃຈ ກ່ຽວກັບການ ສ້າງພື້ນຖານໂຄງລ່າງການຄົ້ນ ຄວ້າກ່ຽວກັບການສ້າງ-ຍົກລະດັບ ຄຸນນະພາບ, ການຢັ້ງຢືນ ແລະ ຢັ້ງ ຢືນມາດຕະຖານຜະລິດຕະພັນກະສິ ກຳ4ຊະນິດຄື: ເຂົ້າ, ປາສະຫວາຍ, ທຸລຽນ ແລະ ຢາງພາລາ ໃຫ້ແກ່ ສປປ ລາວ ລະຫວ່າງສະຖານບັນ ຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ຊົນ ນະບົດ ແລະ ສະຖາບັນຄົ້ນຄວ້າຊັນ ຢາ ມະຫາວິທະຍາໄລໜານຈິ່ງ, ສປ ຈີນ. ຂ່າວ-ພາບ: ຂ່າວສານກະສິກໍາ ແລະ ສິ່ງແວດລ້ອມ ປະສານສຽງ... ຕໍ່ຈາກໜ້າ ຮ່ວມລາວ-ຣັດເຊຍ”ລາໂຣສ2025”, ມີຄະນະຊີ້ນໍາຝ່າຍລາວຣັດເຊຍ, ພ້ອມດ້ວຍນາຍ ແລະ ພົນ ທະຫານທັງຝ່າຍ ລາວ-ຣັດເຊຍ ເຂົ້າຮ່ວມ. ພາຍຫລັງທີ່ໄດ້ປະສານງານ ວາງແຜນຮ່ວມກັນ ແລະ ກະກຽມ ຄວາມພ້ອມຮອບດ້ານໃຫ້ແກ່ພາກ ປະຕິບັດຕົວຈິງການປະສານກັນ ຢ່າງກົມກຽວ ເຊິ່ງກັນແລະກັນ, ນໍ້າ ໃຈມິດຕະພາບແລະຄວາມສາມັກຄີ ຖານເພື່ອນສະຫາຍທີ່ດີ, ສອງກໍາ ລັງ ລາວ-ຣັດເຊຍ ໄດ້ດຳເນີນໄປ ຕາມແຜນການຊ້ອມຮົບຮ່ວມລາວຣັດເຊຍ “ລາໂຣສ-2025”, ໃນ ຫົວຂໍ້: “ຈັດຕັ້ງກະກຽມ ແລະ ປະ ຕິບັດຊ້ອມຮົບຮ່ວມຕີດັບສູນກຸ່ມ ຕິດອາວຸດຜິດກົດໝາຍ” ໂດຍນໍາ ໃຊ້ບົດຮຽນທີ່ໄດ້ມາຈາກການປະ ຕິບັດການຕໍ່ຕ້ານການກໍ່ການຮ້າຍ ສະໄໝໃໝ່ພາຍໃຕ້ຄໍາຂວັນ: “ຄຽງ ບ່າຄຽງໄຫລ່ ຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ”, ການຈັດ ການປະສານສຽງແຕກ ຄັ້ງທີ I ເປັນການປະສານຍິງທົດລອງ ເຊິ່ງ ມີຈຸດປະສົງເພື່ອເພີ່ມທະວີຄວາມ ສາມາດໃນການຊີ້ນໍາບັນຊາ ແລະ ການປະສານສູ້ຮົບຮ່ວມພະນັກ ງານ-ນັກຮົບ ຂອງບັນດາເຫລົ່າຮົບ ທີ່ເຂົ້າຮ່ວມຊ້ອມຮົບລາວ-ຣັດເຊຍ ທີ່ກອງທັບປະຊາຊົນລາວ ເປັນເຈົ້າ ພາບ ແນໃສ່ຮັບປະກັນແລກປ່ຽນ ບົດຮຽນເຊິ່ງກັນ ແລະ ກັນ ໃນສະ ພາບຫັດແອບຕົວຈິງ, ບົນພື້ນຖານ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດ ຕາມແຜນການຊ້ອມຮົບຮ່ວມລາວຣັດເຊຍ ສໍາເລັດຕາມແຜນການທີ່ ກໍານົດໄວ້. ຂ່າວ: ບຸນຊ້ອຍ ວິໄລພອນ ໄດ້ຮຽນຮູ້ຜ່ານກິດຈະກໍາຕ່າງໆ ໂດຍ ເນັ້ນໃສ່ການຄົ້ນຄິດແບບວິເຄາະ ແລະ ການມີສ່ວນຮ່ວມ, ສະແດງໃຫ້ເຫັນ ເຖິງຜົນສໍາເລັດຂອງການປັບປຸງຫລັກ ສູດຊັ້ນປະຖົມສຶກສາແຫ່ງຊາດ. ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ມີຄໍາເຫັນວ່າ: ການຢ້ຽມ ຢາມໂຮງຮຽນຄັ້ງນີ້, ເປັນການສະ ແດງເຖິງສາຍພົວພັນຄູ່ຮ່ວມມືອັນ ໜັກແໜ້ນ ລະຫວ່າງ ລາວ ແລະ ອົດ ສະຕຣາລີ ໃນການພັດທະນາການ ສຶກສາຂັ້ນພື້ນຖານໃຫ້ມີຄຸນນະພາບ, ພວກເຮົາຮ່ວມກັນສ້າງລະບົບການ ສຶກສາທີ່ສົ່ງເສີມການຮຽນຮ່ວມ ນັກ ຮຽນໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນ ການຮຽນ ແລະ ພັດທະນາທັກສະທີ່ ຈຳເປັນສຳລັບສະຕະວັດທີ 21. ການ ສະໜັບສະໜູນຂອງລັດຖະບານອົດສະ ຕຣາລີ ແມ່ນມີຄວາມສຳຄັນຕໍ່ການ ຫັນປ່ຽນຄັ້ງນີ້, ແລະ ພວກເຮົາຂໍຂອບ ໃຈສຳລັບຄວາມມຸ່ງໝັ້ນໃນການຊ່ວຍ ເຫລືອຂອງພວກທ່ານ. ທ່ານ ນາງ ເບັນນິຕາ ຊໍາເມີວິວ ກໍໄດ້ມີຄໍາເຫັນວ່າ: ລັດຖະບານອົດ ສະຕຣາລີ ໄດ້ຖືເອົາສາຍພົວພັນອັນ ຍາວນານກັບ ລາວ ໂດຍສະເພາະກັບ ກະຊວງສຶກສາທິການ ແລະ ກິລາ ເປັນ ສິ່ງທີ່ສຳ, ການຮ່ວມມືອັນຍາວນານ ຂອງພວກເຮົາ ໂດຍຜ່ານແຜນງານບີ ຄວາ ໄດ້ສະທ້ອນໃຫ້ເຫັນວິໄສທັດ ແລະ ຄວາມມຸ່ງໝັ້ນຮ່ວມກັນຂອງພວກ ເຮົາໃນຂະແໜງການສຶກສາ ທີ່ສົ່ງເສີມ ການຮຽນຮ່ວມ ແລະ ມີຄຸນນະພາບ. ໃນການລົງຢ້ຽມຢາມໂຮງຮຽນຄັ້ງນີ້, ຖືເປັນວາລະທີ່ພາກພູມໃຈ ທີ່ໄດ້ເຫັນ ໝາກຜົນໃນທາງທີ່ດີຂອງການຮ່ວມມື ຂອງພວກເຮົາ ເພື່ອສົ່ງເສີມເສັ້ນທາງ ການຮຽນຮູ້ຂອງເດັກ. ຄຽງຄູ່ກັບການຢ້ຽມຢາມໂຮງ ຮຽນແລ້ວ, ຄະນະຜູ້ແທນໄດ້ຢ້ຽມຊົມ ການວາງສະແດງທີ່ນຳສະເໜີໂດຍຜູ້ ຕາງໜ້າຈາກ ກະຊວງສຶກສາທິການ ແລະ ກິລາ ໂດຍຍົກໃຫ້ເຫັນ 3 ຂົງເຂດ ສຳຄັນທີ່ ລັດຖະບານອົດສະຕຣາລີ ໃຫ້ ການສະໜັບສະໜູນ ແລະ ເປັນໃຈກາງ ໃນການປັບປຸງການສຶກສາທີ່ກຳລັງ ດຳເນີນຢູ່ຄື: ຫລັກສູດຊັ້ນປະຖົມສຶກ ສາແຫ່ງຊາດສະບັບປັບປຸງໃໝ່; ບົດ ຮຽນຝຶກເວົ້າພາສາລາວ ທີ່ສ້າງຂຶ້ນ ເພື່ອສະໜັບສະໜູນນັກຮຽນທີ່ບໍ່ໄດ້ ເວົ້າພາສາລາວເປັນພາສາຫລັກໃນ ຄອບຄົວ ແລະ ສົ່ງເສີມການຮຽນຮ່ວມ ໂດຍສະເພາະນັກຮຽນທີ່ມາຈາກ ຫລາຍຊົນເຜົ່າ; ລະບົບການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ເພື່ອສົ່ງເສີມ ໃຫ້ຄູມີຄວາມຮູ້ຄວາມສາມາດ ແລະ ຮັບປະກັນການສອນທີ່ມີຄຸນນະພາບ ໃນທົ່ວປະເທດ. ພ້ອມກັນນີ້, ລັດຖະບານ ອົດສະຕຣາລີ ໄດ້ມອບປຶ້ມນິທານ, ອຸປະ ກອນກິລາ ແລະ ອຸປະກອນການຮຽນ ໃຫ້ແກ່ໂຮງຮຽນດັ່ງກ່າວຕື່ມອີກ. 7totlnj ,;o-q ovk-Po ( 1 0 + 3 ) 1h P,1k,c0;'d5h p39; ຂປລ. ພາຍຫລັງສໍາເລັດການ ເຂົ້າຮ່ວມກອງປະຊຸມຮ່ວມມືດ້ານ ສື່ມວນຊົນ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງ ແລວ ໜຶ່ງເສັ້ນທາງ” ປະຈໍາປີ ແລະ ກອງປະຊຸມອາຊຽນ (10 3) ຄັ້ງ ທີ 11 ກ່ຽວກັບການຮ່ວມມືດ້ານສື່ ມວນຊົນ ທີ່ຈັດຂຶ້ນໃນວັນທີ 1617 ກັນຍາ 2025 ຜ່ານມາ ຢູ່ທີ່ ນະຄອນຄຸນໝິງ ແຂວງຢຸນນານ ຂປລ. ທ້າຍອາທິດຜ່ານມາ, ຄະນະ ຜູ້ແທນສະພາອົດສະຕຣາລີ ທີ່ເຂົ້າ ຮ່ວມໂຄງການລິເລີ່ມການເປັນຜູ້ນຳ ພາກພື້ນອົດສະຕຣາລີ ໄປຢ້ຽມຢາມ ໂຮງຮຽນປະຖົມທົ່ງກາງ ນະຄອນ ຫລວງວຽງຈັນ ຮ່ວມກັບ ທ່ານ ກິ່ງ ມະໂນ ພົມມະຫາໄຊ ຮອງລັດຖະມົນ ຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ນາງ ເບັນນິຕາ ຊໍາ ເມີວິວ ຮອງເອກອັກຄະລັດຖະທູດອົດ ສະຕຣາລີ ປະຈຳ ລາວ, ພ້ອມດ້ວຍ ຄະນະກົມຈາກກະຊວງສຶກສາທິການ ແລະ ກິລາ ແລະ ພາກ ສ່ວນກ່ຽວຂ້ອງ. ການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນ ໄດ້ເຫັນຜົນໄດ້ຮັບຕົວຈິງ ຂອງການໃຫ້ ທຶນຊ່ວຍເຫລືອຢ່າງຕໍ່ເນື່ອງຂອງລັດ ຖະບານອົດສະຕຣາລີ ໃນການສຶກສາ ຊັ້ນປະຖົມ ໂດຍຜ່ານແຜນງານບີຄວາ ໂດຍສະມາຊິກສະພາອົດສະຕຣາລີ ໄດ້ຮ່ວມສັງເກດການສອນໃນຫ້ອງ ຮຽນທີ່ມີຄວາມມ່ວນຊື່ນ, ນັກຮຽນມີ ສ່ວນຮ່ວມໃນການຮຽນຢ່າງຫ້າວຫັນ ໃນວິຊາພາສາລາວ, ພາສາອັງກິດ, ວິທະຍາສາດ ແລະ ສິ່ງແວດລ້ອມ. ນັກ ຮຽນໄດ້ຮ່ວມການທົດລອງວິທະຍາ ສາດດ້ວຍການປະຕິບັດຕົວຈິງ ແລະ ຮ່ວມກັນເຮັດກິດຈະກໍາຮຽນພາສາ ລາວ ແລະ ພາສາອັງກິດ ດ້ວຍຄວາມ ເອົາໃຈໃສ່ ສະແດງໃຫ້ເຫັນເຖິງຄວາມ ມ່ວນຊື່ນແລະຄວາມມັກໃນການຮຽນ. ວິທີການສິດສອນແບບໃໝ່ຂອງຫລັກ ສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ທີ່ສະໜັບສະໜູນໂດຍລັດຖະບານອົດ ສະຕຣາລີ ໄດ້ຊຸກຍູ້ໃຫ້ການຮຽນມີ ຄວາມມ່ວນຊື່ນ, ມີການຖາມ-ຕອບ ແລະ ການປະຕິບັດຕົວຈິງ, ໄດ້ປ່ຽນ ຈາກການຮຽນແບບເກົ່າທີ່ເນັ້ນໃສ່ແຕ່ ການຈື່ຈຳ. ຄູໄດ້ແນະນໍາໃຫ້ນັກຮຽນ ຂອງ ສປ ຈີນ. ຄະນະສື່ມວນຊົນ ຈາກປະເທດອາຊຽນ ແລະ ປະເທດ ຄູ່ຮ່ວມມື 3 ປະເທດ ຊຶ່ງປະກອບມີ: ສ ເກົາຫລີ, ຍີ່ປຸ່ນ ແລະ ປະເທດເຈົ້າ ພາບ ສປ ຈີນ ໂດຍສະເພາະແມ່ນ ຄະນະນັກຂ່າວຈາກໜັງສືພິມປະຊາ ຊົນຈີນ(PeoQlegs%aily)ຊຶ່ງນໍາ ໂດຍ ທ່ານ ເປຍກວາງຈ່ຽງ ຮອງ ຫົວໜ້າກົມພົວພັນຕ່າງປະເທດ ໜັງ ສືພິມປະຊາຊົນຂອງ ສປ ຈີນ ໄດ້ ສືບຕໍ່ຢ້ຽມແຂວງກຸ້ຍໂຈວ. ແຂວງກຸ້ຍໂຈວ ເປັນແຂວງທີ່ ມີທ່າແຮງບົ່ມຊ້ອນທາງຊັບພະຍາ ກອນທໍາມະຊາດ ໂດຍສະເພາະ ຫ້ວຍນໍ້າ, ລວມທັງປະເພນີ, ວັດທະ ນະທໍາການຜະລິດກະສິກໍາຂອງ ພໍ່ແມ່ປະຊາຊົນ ຊຶ່ງສາມາດເຮັດໃຫ້ ການນໍາພັກ-ລັດ ສປ ຈີນ ເຫັນໄດ້ ທ່າແຮງບົ່ມຊ້ອນດັ່ງກ່າວ, ຈຶ່ງໄດ້ ສະໜັບສະໜູນ, ສົ່ງເສີມ, ອະນຸລັກ, ພ້ອມທັງກໍ່ສ້າງໃຫ້ກາຍເປັນໂຮງ ງານເຫລົ້າ ທີ່ມີຊື່ສຽງ ເປັນໜຶ່ງ ດຽວ ແລະ ໃຫຍ່ທີ່ສຸດຂອງ ສປ ຈີນ ຊຶ່ງມີຊື່ວ່າ: ເຫລົ້າເໝົາທາຍ (Moutai).
RkJQdWJsaXNoZXIy MTc3MTYxMQ==