o; lh k'g,n v'rQ om5 dleg]a f 9 g,n v'c]h ; 23/09/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຂໍ້ມູນຈາກ ກົມພັດທະນາຊົນນະບົດ gzu pczj dkoxt8y [a f37'dkolh k'7;k,g0A ,c0' c]t s]5 fzj vo7;k,m5 dpkd.sh 2 c0;'rkdg|n v ຂປລ. ເຖິງວ່າການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ I9 ຂອງນະ ຄອນຫລວງວຽງຈັນ (ນວ) ໃນ ໄລຍະ 2021-2025 ແມ່ນດໍາເນີນ ໃນສະພາບແວດລ້ອມພາກພື້ນ ແລະ ສາກົນ ສືບຕໍ່ຜັນແປຢ່າງໄວວາ ແລະ ສັບສົນ, ອັນທີ່ພົ້ນເດັ່ນແມ່ນການ ລະບາດຂອງພະຍາດໂຄວິດ-19 ບວກກັບຂໍ້ຂັດແຍ່ງທາງດ້ານການ ເມືອງຂອງບາງປະເທດ, ສະພາບ ເສດຖະກິດ-ການເງິນຂອງໂລກຖົດ ຖອຍ, ການປ່ຽນແປງຂອງດິນຟ້າ ອາກາດ, ລາຄາພະລັງງານ ແລະ ສະບຽງອາຫານເພີ່ມຂຶ້ນ ແລະ ອື່ນໆ ອັນສົ່ງຜົນກະທົບຕໍ່ບັນດາປະເທດ ໃນໂລກໃນລະດັບຕ່າງກັນ. ສໍາລັບນະຄອນຫລວງວຽງຈັນ ຂປລ. ເມື່ອມໍ່ໆມານີ້, ທີ່ຫ້ອງ ປະຊຸມພະແນກກະສິກໍາ ແລະ ສິ່ງ ແວດລ້ອມ ແຂວງຫລວງພະບາງ, ກົມພັດທະນາຊົນນະບົດ ແລະ ຫລຸດ ຜ່ອນຄວາມທຸກຍາກ, ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ໄດ້ ຈັດກອງປະຊຸມເຜີຍແຜ່ຮູບແບບ ການຈັດຕັ້ງປະຕິບັດໂຄງການສ້າງ ຄວາມເຂັ້ມແຂງດ້ານການປັບຕົວ ແລະ ຫລຸດຜ່ອນຄວາມທຸກຍາກ ໃນເຂດຊົນນະບົດໃຫ້ແກ່ 2 ແຂວງ ພາກເໜືອເປົ້າໝາຍຂອງໂຄງການ ຄື: ແຂວງຫລວງພະບາງ ປະກອບມີ 5 ເມືອງ ຄື :ເມືອງ ໂພນທອງ, ວຽງ ຄໍາ,ຈອມເພັດ, ພູຄູນ, ເມືອງໂພນໄຊ ແລະ ແຂວງໄຊຍະບູລີ ປະກອບມີ 3 ເມືອງ ຄື: ເມືອງໄຊສະຖານ, ຊຽງ ຮອນ, ໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມ ເປັນປະທານຂອງທ່ານ ທັດສະກາ ສະພັງທອງ ຫົວໜ້າກົມພັດທະນາ ຊົນນະບົດ ແລະ ຫລຸດຜ່ອນຄວາມ ທຸກຍາກ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ຊາຍພອນ ຈັນທຸມມາ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ວມແຂວງຫລວງ ພະບາງ. ມີບັນດາພະແນກການ ແຂວງ, ຫ້ອງການພະນັກງານກະ ສິກໍາ ແລະ ສິ່ງແວດລ້ອມຂອງສອງ ແຂວງເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ອິນສອນ ໄຊສົມບັດ ຫົວ ໜ້າຜູ້ປະສານງານໂຄງການຂັ້ນ ສູນກາງໄດ້ຂຶ້ນນໍາສະເໜີພາບລວມ ຂອງໂຄງການ, ໂຄງຮ່າງການຈັດ ຕັ້ງປະຕິບັດ, ຂັ້ນຕອນລະອຽດຂອງ ແຜນງານໃຫ້ເງິນອຸດໜູນແບບມີ ເງື່ອນໄຂ ຊຶ່ງໂຄງການດັ່ງກ່າວ ມີໄລຍະປະຕິບັດ 5 ປີ (20252029) ປະກອບມີ 4 ແຂວງ 16 ເມືອງ 920 ຄອບຄົວ, ໃນ ນັ້ນ ມີແຂວງຫລວງພະບາງ, ໄຊ ຍະບູລີ, ຄໍາມ່ວນ ແລະ ແຂວງ ສະຫວັນນະເຂດ ໂດຍໄດ້ຮັບທຶນ ກູ້ຢືມຈາກທະນາຄານພັດທະນາ ອາຊີ (A%#). ຈຸດປະສົງຂອງ ໂຄງການແມ່ນເພື່ອປັບປຸງຊີວິດ ການເປັນຢູ່ໃຫ້ບັນລຸເປົ້າໝາຍຫລຸດ ພົ້ນອອກຈາກຄວາມທຸກຍາກ ໂດຍ ເນັ້ນໃສ່ແມ່ຍິງທີ່ທຸກຍາກໃນເຂດ ຊົນນະບົດ ເພື່ອສ້າງຄວາມເຂັ້ມ ແຂງ ແລະ ສົ່ງເສີມໂອກາດໃນການ ພັດທະນາເສດຖະກິດ ແລະ ການ ເຂົ້າເຖິງແຫລ່ງທຶນທີ່ສະໜັບສະໜູນ ໃນການແກ້ໄຂບັນຫາ ແລະ ສ້າງ ໂອກາດຫລາຍດ້ານໃຫ້ແມ່ຍິງໃນ ເຂດຊົນນະບົດລວມທັງວິທີການ ສ້າງທັກສະໃໝ່ໆໃນການດໍາລົງ ຊີວິດເພື່ອກຽມພ້ອມຮັບມືກັບການ ປ່ຽນແປງຂອງດິນຟ້າອາກາດໃຫ້ ມີການພັດທະນາແບບຍືນຍົງ. ກອງປະຊຸມຄັ້ງນີ້ ຍັງເປັນການ ກະກຽມຄວາມພ້ອມກ່ອນການເປີດ ຕົວຈັດຕັ້ງປະຕິບັດໂຄງການຢ່າງ ເປັນທາງການ ເພື່ອໃຫ້ການປະຕິບັດ ໄປໃນທິດທາງດຽວກັນຢ່າງມີປະ ສິດທິພາບ. ນອກຈາກ ໄດ້ຮັບຜົນການທົບຈາກ ປັດໄຈທາງນອກແລ້ວຍັງຜະເຊີນ ກັບຄວາມຫຍຸ້ງຍາກດ້ານຕ່າງໆ ເຊັ່ນ: ຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ, ການລະບາດ ຂອງພະຍາດໂຄວິດ-19, ໄພທຳ ມະຊາດຖີ່ຂຶ້ນຕໍ່ເນື່ອງ, ແຕ່ພາຍ ໃຕ້ການນໍາພາ-ຊີ້ນໍາຂອງອົງຄະ ນະພັກ ນະຄອນຫລວງວຽງຈັນ, 2 ກຸ່ມ); ສ້າງຊົນນະບົດໃໝ່ ຕິດພັນ ກັບການພັດທະນາກະສິກຳຮອບ ດ້ານ ແລະ ຫັນເປັນສະຫະກອນໃນ ເຂດຊານເມືອງ 12 ຈຸດສຸມ ທີ່ນອນ ຢູ່ໃນ 4 ເມືອງ, ປະຕິບັດໄດ້ 3 ບ້ານ ຕໍ່ເມືອງ. ນອກຈາກນັ້ນແລ້ວ, ດ້ານການ ພັດທະນາຕົວເມືອງ ໄດ້ສ້ອມແປງ ແກ້ໄຂປ້າຍຈະລາຈອນໄດ້ທັງໝົດ ຈໍານວນ 5.352 ລາຍການ, ຕິດຕັ້ງ ອຸປະກອນດ້ານຄວາມປອດໄພ (ຝັງ ປຸ່ມດອກໄຟໃສ່ກາງທາງ) ຖະໜົນ ກຳແພງເມືອງ ແລະ ຖະໜົນທ່າເດື່ອ ທັງໝົດ 425 ຊຸດ ແລະ ປັບປຸງສ້າງ ວົງວຽນຄືນໃໝ່ ລວມໄດ້ 2 ຈຸດຄື: ວົງວຽນຄອມເຊັນເຕີ ແລະ ວົງວຽນ 5 ເມສາ; ສໍາເລັດການປັບປຸງແກ້ໄຂ ຈຸດມັກເກີດອຸບປະຕິເຫດຕາມທາງ ແຍກ ຈໍານວນ 26 ຈຸດ. ໃນນັ້ນ, ໄດ້ມີການຕິດຕັ້ງປ້າຍຈະລາຈອນ, ຄື້ນລູກລະນາດ, ຄູຫລຸດຜ່ອນຄວາມ ໄວ, ຕິດຕັ້ງໄຟອໍານາດຈໍານວນ 1 ຈຸດ, ພ້ອມທັງລົງໂຄສະນາດ້ານກົດ ລະບຽບ, ກົດໝາຍການສັນຈອນ ຢູ່ຕາມໂຮງຮຽນ, ໂຮງງານ, ສໍາ ນັກງານ-ອົງການກຸ່ມບ້ານຢ່າງ ແຂງແຮງ ເພື່ອເຮັດໃຫ້ພວກເຂົາ ເຂົ້າເຖິງ, ຮັບຮູ້ໄດ້ເຖິງການໃຊ້ລົດ ໃຊ້ຖະໜົນໄດ້ 1.646 ຄັ້ງ, ໂຄສະ ນາຜ່ານທາງໂທລະພາບ, ວິທະຍຸ ແລະ ໜັງສືພິມໄດ້ 218 ຄັ້ງ ຊຶ່ງ ເຮັດໃຫ້ອຸບັດເຫດໄດ້ຫລຸດລົງ 78% ແລະ ອື່ນໆ. ການຕິດຕາມ, ຊຸກຍູ້ຢ່າງໃກ້ຊິດ ຂອງສະພາປະຊາຊົນນະຄອນ ຫລວງວຽງຈັນ ແລະ ການບໍລິຫານ ງານຂອງອົງການປົກຄອງນະຄອນ ຫລວງວຽງຈັນ ສົມທົບກັບການສະ ໜັບສະໜູນຂອງການຈັດຕັ້ງທຸກ ຂັ້ນ, ການຊ່ວຍເຫລືອຂອງຄູ່ຮ່ວມ ພັດທະນາ ແລະ ເພື່ອນມິດໃນການ ຈັດຕັ້ງປະຕິບັດບັນດາແຜນງານ, ໂຄງການຕ່າງໆທີ່ກຳນົດໄວ້ໃນ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ I9 (2021-2025) ຂອງນະຄອນຫລວງວຽງຈັນ ຈຶ່ງ ສາມາດຍາດແຍ່ງໄດ້ໝາກຜົນໃນ ດ້ານຕ່າງໆ. ແນວໃດກໍດີ, ໜຶ່ງໃນນັ້ນ ດ້ານ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກສາມາດ ແກ້ໄຂຄອບຄົວທີ່ມີເງື່ອນໄຂບໍ່ ຄົບຖ້ວນຕາມມາດຕະຖານພົ້ນ ທຸກ (ຕາມມາດຖານຄອບຄົວທຸກ ຍາກໃໝ່) ໃຫ້ເປັນຄອບຄົວພົ້ນ ທຸກສາມາດປະຕິບັດໄດ້ 3.215 ຄອບຄົວ, ເທົ່າກັບ 71,7% ຂອງ ແຜນການ (ແຜນ 5 ປີ ໃຫ້ໄດ້ 4.480 ຄອບຄົວ), ສ້າງບ້ານພົ້ນ ທຸກໄດ້ 481 ບ້ານ ແລະ ສ້າງເມືອງ ພົ້ນທຸກສໍາເລັດ 9 ເມືອງ ແລະ ບັນລຸ ຕາມ 10 ມາດຕະຖານເມືອງເຂັ້ມ ແຂງຮອບດ້ານ 7 ເມືອງ; ສ້າງຕັ້ງ ກຸ່ມການຜະລິດດ້ານກະສິກຳຮອບ ດ້ານໃຫ້ເຂົ້າສູ່ລະບົບຕາມດຳລັດ 606/ລບ, ປະຕິບັດໄດ້ 37 ກຸ່ມ, ເທົ່າກັບ 74% ຂອງແຜນການ (ແຜນ 5 ປີ ໃຫ້ໄດ້ 50 ກຸ່ມ) ແລະ ສ້າງກຸ່ມປູກພືດຜັກທີ່ດີທີ່ເຂັ້ມແຂງ ກ້າວເປັນສະຫະກອນປະຕິບັດໄດ້ 1 ກຸ່ມຄື: ກຸ່ມປູກຜັກບ້ານທ່າດອກ ຄໍາ ເມືອງໄຊທານີ, ເທົ່າກັບ 50% ຂອງແຜນການ (ແຜນ 5 ປີ ໃຫ້ໄດ້ ພາບະກອບ ພາບະກອບ ພາບະກອບ ພາບະກອບ
RkJQdWJsaXNoZXIy MTc3MTYxMQ==