gsfdko{dkora fmtok a xtgmf]k; ( 18/09/2025 g,n v'ly ' sk]n cdh w0[a oskIh ko[= ]y dko dy ofn j ,mu j [= j 4n d8h v'8k,]t[P[dko ປລ. ແຫລ່ງຂ່າວຈາກ ແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ຫ້ອງການ ວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ເມືອງສິງ ແຂວງຫລວງ ນ້ຳທາ ຈັດກອງປະຊຸມປຶກສາຫາລື ກ່ຽວກັບຮ້ານບໍລິການກິນດື່ມ ທີ່ບໍ່ ຖືກຕ້ອງຕາມລະບຽບການ (ຮ້ານ ສາວບໍລິການ) ຢູ່ເມືອງສິງ ເມື່ອ ມໍ່ໆມານີ້ ໂດຍມີທ່ານ ກອນແກ້ວ ບັນນາວົງ ຮັກສາການຮອງຄະນະ ອົງການປົກຄອງເມືອງ, ທ່ານ ທອງ ວັນ ເລືອງຄໍາພະຫານ ຫົວໜ້າ ຫ້ອງການ ວັດທະນະທຳ ແລະ ການທ່ອງທ່ຽວເມືອງ ພ້ອມດ້ວຍ ພະນັກງານຫ້ອງການ, ສອງກອງ ບັນຊາການ ປກຊ-ປກສ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ທອງວັນ ເລືອງຄໍາພະ ຫານ ໄດ້ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບການລົງກວດ ກາການຕັ້ງຮ້ານກິນດື່ມ, ຮ້ານ ອາຫານ, ສວນອາຫານ ແລະ ຮ້ານ ບັນເທີງ ສະບັບ ເລກທີ 239/ຈມ, ລົງວັນທີ 03 ກັນຍາ 2025 ເຊິ່ງ ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ປຶກສາ ຫາລື ແລະ ຄົ້ນຄວ້າກັນຢ່າງກົງໄປ ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ສູນການສຶກສາ ນອກໂຮງຮຽນ ເມືອງທ່າແຕງ ແຂວງເຊກອງ ຈັດຝຶກອົບຮົມທິດ ສະດີການເມືອງ ໃຫ້ຄະນະພັກ ຮາກຖານ-ຄະນະພັກບ້ານ ທົ່ວ ເຂດຈຸດສຸມພັດທະນາ ກຸ່ມ III ກະປື ໃນວັນທີ 15 ກັນຍາ 2025 ຜ່ານ ມາ ໂດຍມີ ສະຫາຍ ວົງເດືອນ ຈັນທະບຸດຊຽງ ກໍາມະການປະ ຈໍາພັກແຂວງ ຫົວໜ້າໂຮງຮຽນ ການເມືອງ-ການປົກຄອງແຂວງ, ທ່ານ ແສງລາຕີ ຫລອມຍະເດດ ກໍາມະການພັກແຂວງ ເລຂາຄະນະ ບໍລິຫານງານພັກເມືອງ, ມີການ ນໍາຂັ້ນເມືອງ, ວິທະຍາກອນ, ເລຂາໜ່ວຍພັກ-ນາຍບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ການຝຶກອົບຮົມຄັ້ງນີ້, ກໍເພື່ອໃຫ້ ຄະນະພັກບ້ານ, ນາຍບ້ານ ແລະ ຮອງນາຍບ້ານ ມີຄວາມຮູ້ພື້ນຖານ ດ້ານກົດໝາຍຫລາຍຂຶ້ນກວ່າເກົ່າ ແລະ ສາມາດນຳເອົາບົດຮຽນດັ່ງ ກ່າວ ໄປນຳໃຊ້ເຂົ້າໃນວຽກງານຕົວ ຈິງທີ່ຕົນເອງຮັບຜິດຊອບໃຫ້ມີ ຄວາມສອດຄ່ອງກົມກຽວໄປຕາມ ລັດຖະທຳມະນູນ ແລະ ກົດໝາຍ, ເປັນພື້ນຖານອັນສຳຄັນ ແລະ ທັງ ເປັນການເສີມສ້າງໃຫ້ຄະນະພັກອົງການປົກຄອງບ້ານມີຄວາມຮູ້ ດ້ານການເມືອງ, ຍົກສູງ ແລະ ເຊີດ ຊູບົດບາດຄວາມສາມາດໃນການ ນຳພາຄຸ້ມຄອງໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນສູງຂຶ້ນຕື່ມ. ໃນການຝຶກອົບຮົມບັນດານັກ ສໍາມະນາກອນທີ່ເຂົ້າຮ່ວມຈະໄດ້ ຮຽນຮູ້ 16 ວິຊາ ຄື: ພັດທະນາປະ ເທດຊາດຕາມທິດສັງຄົມນິຍົມ, ການ ພັດທະນາເສດຖະກິດຢູ່ຂັ້ນບ້ານ, ສ້າງສະຕິກົດໝາຍໃຫ້ແກ່ປະຊາຊົນ ຢູ່ຂັ້ນບ້ານ, ສ້າງຄວາມສາມັກຄີ ຢູ່ຂັ້ນບ້ານໃຫ້ໜັກແໜ້ນ, ບົດບາດ ຂອງພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ, ສ້າງໜ່ວຍພັກຮາກ ຖານໃຫ້ກາຍເປັນໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ຕາມຄໍາ ສັ່ງແນະນໍາ ເລກທີ 028/ຄລສພ, ຍົກສູງຄຸນນະພາບສະມາຊິກພັກ pq d]tfa [my fltfu dkog,n v'w]ptlA o .sh 7totra d[h ko d5 j , III dtxn w;|5 j ,z6 h ;kj ''koc0;'va f8txn leg]a fpq d]tfa [ 5 lk0k;y -kdko-j k' ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ສູນພັດທະນາ ສີມືແຮງງານ ແຂວງອັດຕະປື ຈັດ ພິທີປິດຝຶກອົບຮົມ ໃນ 5 ສາຂາ ວິຊາຊ່າງ ໃຫ້ຊາວໜຸ່ມ-ໄວໜຸ່ມ ຜູ້ວ່າງງານຢູ່ພາຍໃນແຂວງ ໃນ ວັນທີ 16 ກັນຍາ 2025 ທີ່ຫ້ອງ ວ່າການປົກຄອງເມືອງສາມັກຄີໄຊ ໂດຍມີ ທ່ານ ນາງ ອ່ອນໃສ ມຽນ ລະວັນ ວ່າການຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການ ສັງຄົມແຂວງ ພ້ອມດ້ວຍຂະແໜງ ການທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ສຸກອຳພອນ ໂພສະ ລາດ ວ່າການຫົວໜ້າສູນພັດ ທະນາ ສີມືແຮງງານແຂວງ ໄດ້ລາຍງານ ການຈັດຕັ້ງປະຕິບັດແຜນການຝືກ ອົບຮົມ ໄລຍະ 3 ເດືອນຜ່ານມາ ຂອງສູນດັ່ງກ່າວ, ເຊິ່ງທາງສູນໄດ້ ເອົາໃຈໃສ່ຈັດຕັ້ງຝຶກອົບຮົມດ້ວຍ ຄວາມຮັບຜິດຊອບ ແລະ ສຳເລັດ ຕາມຫລັກ ສູດໃນ 5 ສາຂາວິຊາ ຊ່າງໃຫ້ແກ່ຊາວໜຸ່ມ-ໄວໜຸ່ມຜູ້ວ່າງ ງານໃນນີ້, ມີສາຂາຊ່າງໄອຊີທີ, ຕັດຫຍິບ, ປຸງແຕ່ງອາຫານ, ສ້ອມ ແປງລົດຈັກ ແລະ ສາຂາຕິດຕັ້ງ ໄຟຟ້າໃນອາຄານ ໂດຍມີສຳມະ ນາກອນເຂົ້າຮ່ວມ 200 ກວ່າຄົນ, ເຊິ່ງໄດ້ເລີ່ມຝຶກມາແຕ່ວັນທີ 16 ມິຖຸນາ 2025. ຕະຫລອດໄລຍະ ຂອງການຝຶກອົບຮົມ ບັນດາສຳ ມະນາກອນໄດ້ຮຽນຮູ້ຄວາມຮູ້ ພື້ນຖານ ເປັນຕົ້ນການນໍາໃຊ້ຄອມ ພິວເຕີ ຂັ້ນພື້ນຖານກ່ຽວກັບການ ນຳໃຊ້ໂປຣແກຣມທາຍປິງ, ເວີດ, ໄມໂຄຣຊອຟອັອບຟິດ, ເອັກເຊວ. ສ່ວນຫລັກສູດຕັດຫຍິບ ໄດ້ມີການ ຮຽນຮູ້ການຕັດຫຍິບເຄື່ອງນຸ່ງ, ການຫຍິບສິ້ນ, ການຕັດເສື້ອເຊີດ ຍິງ. ຫລັກສູດການປຸງແຕ່ງ ແລະ g]u j ,9a fla o7;k,gxa o]t[P[ rkp.ogmlt[koot7vos];'rt[k' ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ ຫ້ອງການທີ່ກ່ຽວຂ້ອງ ຂອງນະ ຄອນຫລວງພະບາງ ລົງກວດກາ ຈັດສັນຄວາມເປັນລະບຽບ ພາຍໃນ ເທສະບານ ນະຄອນຫລວງພະບາງ ໃນວັນທີ 16 ກັນຍາ 2025 ເພື່ອ ສ້າງຂະບວນການຕ້ອນຮັບກອງ ປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງຫລວງພະບາງ ຄັ້ງທີ IX ທັງ ເຮັດໃຫ້ເທສະບານນະຄອນຫລວງ ພະບາງ ເປັນເມືອງທີ່ໜ້າຢູ່ໜ້າທ່ຽວ ຊົມ ເພື່ອດຶງດູດນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ເຂົ້າມາ ທ່ຽວຊົມໃຫ້ຫລາຍຂຶ້ນ. ການກວດກາ ແລະ ຈັດສັນ ຄວາມເປັນລະບຽບ-ຮຽບຮ້ອຍໃນ ຄັ້ງນີ້ ໄດ້ກວດກາບັນດາຮ້ານຂາຍ ເຄື່ອງ, ຮ້ານອາຫານ, ການຕິດ ປ້າຍໂຄສະນາ ໃຫ້ເຂົ້າສູ່ລະບຽບ ການ, ຜ່ານການລົງກວດກາຕົວ ຈິງສາມາດພົບເຫັນ ບັນດາພໍ່ຄ້າກົງມາໂດຍສະເພາະ ສະເໜີໃຫ້ ຄະນະປະຈຳ ຄົ້ນຄວ້າ 7 ບ້ານ ໃນ ເທສະບານເມືອງ ບໍ່ໃຫ້ມີຮ້ານສາວ ບໍລິການ, ຮ້ານກິນດື່ມບໍ່ໃຫ້ໃສ່ໄຟ ແສງສີຫລາຍເກີນໄປ ແລະ ການ ນຸ່ງຖືຂອງແມ່ຍິງ ທີ່ຢູ່ໃນຮ້ານຕ້ອງ ໃຫ້ເໝາະສົມກັບຮີດຄອງປະເພນີ ລາວ ພ້ອມທັງໃຫ້ມີສະຖານທີ່ຈອດ ລົດ ແລະ ສາມາດລະບາຍນໍ້າເສຍ ໄດ້ດີ, ຮັບປະກັນລະບົບເຄື່ອງສຽງ ບໍ່ໃຫ້ດັງເກີນໄປ, ຜູ້ທີ່ມາອອກ ແຮງງານຕ້ອງແມ່ນອາຍຸ 18 ປີ ຂຶ້ນໄປ, ກໍລະນີຄົນຕ່າງເມືອງ ຕ່າງແຂວງ ຕ້ອງມີເອກະສານບັດ ປະຈຳຕົວ ແລະ ປຶ້ມສຳມາໂນຄົວ, ກໍານົດການເປີດ-ປິດຮ້ານ ແມ່ນໃຫ້ ປະຕິບັດຕາມເຈົ້າໜ້າທີ່ກໍານົດໄວ້. ນອກຈາກນີ້, ການອະນຸມັດບັນດາ ຮ້ານທີ່ຈະສ້າງຕັ້ງໃໝ່ແມ່ນມອບໃຫ້ ຫ້ອງການ ວທ ເປັນຈຸດໃຈກາງໃນ ການປະກອບເອກະສານຕ່າງໆ ເຊິ່ງ ການລົງຈັດຕັ້ງປະຕິບັດລົງວຽກຕົວ ຈິງ ແມ່ນໃຫ້ປະຕິບັດຕາມຂໍ້ຕົກລົງ ຂອງທ່ານເຈົ້າເມືອງ ເລກທີ 239/ ຈມ. ໃນໂອກາດນີ້, ທ່ານ ກອນ ແກ້ວ ບັນນາວົງ ໄດ້ເນັ້ນໃຫ້ຄະ ນະຮັບບຜິດຊອບ ຈົ່ງເອົາໃຈໃສ່ ລົງຕິດຕາມກວກກາເປັນປະຈຳ ເພື່ອໃຫ້ເມືອງສິງ ມີຄວາມສະ ຫງົບ ແລະ ປອດໄພ 100%. ຂ່າວ: ບຸນທັນ ແສງອາລຸນ ແລະ ວຽກງານຂະຫຍາຍພັກໃນ ໄລຍະໃໝ່, ຄວາມຮັບຜິດຊອບ ຂອງພະນັກງານນໍາພາຄຸ້ມຄອງ ຕໍ່ ການປະຕິບັດໜ້າທີ່ການເມືອງຢູ່ ຮາກຖານບ້ານ, ການນໍາພາຂອງ ໜ່ວຍພັກຕໍ່ການສ້າງເສດຖະກິດ ຄອບຄົວ, ວຽກງານຕິດຕາມ ກວດກາພັກ ຂອງການຈັດຕັ້ງ ຮາກຖານພັກ, ວຽກງານຄຸ້ມຄອງ ພົນລະເມືອງ, ການຕ້ານປະກົດການ ຫຍໍ້ທໍ້ຢູ່ຂັ້ນຮາກຖານບ້ານ, ການ ພັດທະນາວຽກງານສຶກສາ ແລະ ສາທາລະນະສຸກຂັ້ນບ້ານ, ວຽກ ງານຍຸຕິທໍາຮາກຖານ ແລະ ການ ສ້າງບ້ານປອດຄະດີ, ການສ້າງ ຄອບຄົວ ແລະ ບ້ານວັດທະນະທໍາ, ຄວາມຮູ້ພື້ນຖານກ່ຽວກັບກົດໝາຍ ຂະແໜງກະສິກໍາ-ປ່າໄມ້, ຄຸ້ມຄອງ ການນໍາໃຊ້ທີ່ດິນຂອງບ້ານ ແລະ ສ້າງແຜນພັດທະນາ, ສ້າງບົດ ສະຫລຸບລາຍງານການເຄື່ອນໄຫວ ຂອງບ້ານ. ການຝຶກອົບຮົມດັ່ງກ່າວ, ຈະໄດ້ ດໍາເນີນໄປເປັນເວລາ 10 ວັນ ຈົນ ຮອດວັນທີ 25 ກັນຍາ 2025. ຂ່າວ: ສັນຍາ, ພາບ: ພຸດລາຕີ ແມ່ຄ້າຂາຍເຄື່ອງບໍ່ຖືກຕ້ອງ ເປັນ ຕົ້ນ ຂາຍເຄື່ອງຕາມທາງຍ່າງ, ຕໍ່ເຕີມຮ້ານ, ເຕີມເທີບກວມເອົາບ່າ ທາງເປັນຈຳນວນຫລວງຫລາຍ, ຈຳນວນໜຶ່ງຕິດຕັ້ງປ້າຍໂຄສະນາ ບໍ່ຖືກຕ້ອງ ຕາມລະບຽບ ເຊັ່ນ: ປ້າຍໂຄສະນາບໍ່ມີພາສາລາວ, ຊື່ ຂອງຮ້ານອາຫານ-ຮ້ານກິນດື່ມ ບໍ່ເໝາະສົມ, ການຈອດລົດ ບໍ່ຖືກ ລະບຽບຂອງການສັນຈອນ, ການ ຈັດວາງກະຕ່າຂີ້ເຫຍື້ອບໍ່ຖືກຈຸດ ແລະ ບໍ່ຖືກຕາມກຳນົດວັນ-ເວລາ, ການກໍ່ສ້າງເຄຫາສະຖານ ເຮັດ ໃຫ້ພົບຄວາມຫຍຸ້ງຍາກ ໃນການ ສັນຈອນຂອງຜູ້ໃຊ້ລົດໃຊ້ຖະໜົນ ແລະ ອື່ນໆ. ຕໍ່ກັບບັນຫາດັ່ງກ່າວ, ຄະນະຮັບຜິດຊອບໄດ້ກ່າວເຕືອນ, ສຶກສາອົບຮົມບັນດາເຈົ້າຂອງ ກິດຈະການທີ່ລະເມີດລະບຽບ, ພ້ອມທັງມອບໃຫ້ອົງການຈັດຕັ້ງ ບ້ານ ເປັນຜູ້ຕິດຕາມກວດກາ ຊ່ວຍ. ສ່ວນປ້າຍໂຄສະນາທີ່ບໍ່ຖືກ ລະບຽບຫລັກການໄດ້ຢຶດ ແລະ ມ້າງອອກ ພ້ອມທັງບັນທຶກເປັນລາຍ ລັກອັກສອນກ່າວເຕືອນ ທັງມອບ ຄວາມຮັບຜິດຊອບໃຫ້ເຈົ້າຂອງ ກິດຈະການໝັ່ນທຳຄວາມສະອາດ ຂອບ ເ ຂດຄວາມຮັບຜິດຊອບ ຂອງຕົນເອງ ແລະ ປະດັບປະດາ ທຸງທິວ, ທຸງຊາດ, ທຸງພັກ ເພື່ອ ກະກຽມໃຫ້ແກ່ການດຳເນີນກອງ ປະຊຸມໃຫຍ່ຜູ້ແທນອົງຄະນະ ພັກແຂວງທີ່ຈະໄຂຂຶ້ນໃນມໍ່ໆນີ້. ຂ່າວ-ພາບ: ທອງດາ ທີບພະວົງ ບໍລິການອາຫານ ໄດ້ຮຽນຮູ້ການ ເຮັດອາຫານລາວ, ເຮັດເຂົ້າໝົມປະ ເພດຕ່າງໆ, ການຈັດແຕ່ງໂຕະງານ ລ້ຽງ. ຫລັກສູດສ້ອມແປງລົດຈັກ ມີການຮຽນຮູ້ສ້ອມແປງເຄື່ອງຈັກ 4 ຈັງຫວະ, ການບຳລຸງຮັກສາ ເຄື່ອງຈັກ. ສ່ວນຫລັກສູດຕິດຕັ້ງ ໄຟຟ້າໃນອາຄານ ໄດ້ມີການຮຽນ ຮູ້ພື້ນຖານຊ່າງໄຟຟ້າ, ການຕິດຕັ້ງ ໄຟຟ້າ, ພື້ນຖານກ່ຽວກັບວົງຈອນ ໄຟຟ້າ. ຜ່ານການປະເມີນຜົນ ຄະແນນສອບເສັງຈົບຫລັກສູດຂອງ ສຳມະນາກອນທັງ 5 ສາຂາຊ່າງ ສາມາດປະເມີນຜົນຄະແນນ ທັງ ພາກທິດສະດີ ແລະ ພາກປະຕິບັດຕົວ ຈິງ ໄດ້ຕາມມາດຖານໃນຫລັກສູດທີ່ ກຳນົດໄວ້ ປະມານ 95%. ໃນພິທີ ຍັງໄດ້ມອບໃບຢັງຢືນ ໃຫ້ສຳມະນາກອນ ເພື່ອເປັນການ ຢັ້ງຢືນດ້ານສີມືແຮງງານ ແລະ ນຳ ໄປປະກອບອາຊີບ ສ້າງວຽກເຮັດ ງານທຳ ສ້າງລາຍຮັບໃຫ້ຕົນ ແລະ ຄອບຄົວ ໄດ້ຫລຸດພົ້ນອອກຈາກ ຄວາມທຸກຍາກ ຕາມແນວທາງ ນະໂຍບາຍຂອງພັກ-ລັດຖະບານ. ຂ່າວ: ໄຊຈະເລີນ
RkJQdWJsaXNoZXIy MTc3MTYxMQ==