7118

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme u y a ໂດຍ: ນາງ ພຸດທະສອນ ເວບສະວົງ xtgmf]k; 6 18/09/2025 glf4tdy f{la '7q , 75 oxt3spf 0v'\kdok; ຮຽບຮຽງ ໂດຍ: ແສງສະຫວັນັນ ໂດຍ: ທະນູທອງ -k;r5 fIj ;,gxa og9Q krk[g9Q kla fmk [5 ozh kxj klk,a d7u 4;kp.sh ;a f3ro0k, ຂປລ. ໃນທ້າຍອາທິດຜ່ານມາ, ຊາວພຸດທະສາສະນິກະຊົນລາວ ບັນດາເຜົ່າ ຢູ່ເມືອງຫາດຊາຍຟອງ ແລະ ເມືອງອ້ອມຂ້າງ ໃນນະຄອນ ຫລວງວຽງຈັນ ຫລາຍກວ່າ 100 ຄົນ, ເຊິ່ງນຳໂດຍ ພະອາຈານ ສຸ ກັນຍາ ເຈົ້າອະທິການວັດດົງໂພສີ ສະຫວ່າງວົງ ແລະ ບັນດາພະສົງ ອົງຄະເຈົ້າ ໄດ້ເປັນເຈົ້າພາບເຈົ້າ ສັດທາ ບຸນຜ້າປ່າສາມັກຄີ ເພື່ອນຳ ເອົາວັດຖຸປັດໄຈຕ່າງໆ ຖວາຍໃຫ້ ວັດບ້ານໂພນຂາມ ເມືອງໂພນໂຮງ ແຂວງວຽງຈັນ. ເຄື່ອງທີ່ນຳໄປຖວາຍໃນຄັ້ງນີ້ ປະກອບມີ: ຕົ້ນກະລາພຶກ, ທຽນ ພັນສາ, ສັງຂະທານ ແລະ ອື່ນໆ ພ້ອມທັງຍັງໄດ້ລະດົມທຶນຕໍ່ຍອດ ເພື່ອປະກອບສ່ວນສ້າງສາພັດ ທະ ນາວັດ ບ້ານໂພນຂາມເປັນຕົ້ນສ້າງ ໂຮງອາຫານ(ຫ້ອງແຕ່ງກິນ)ແລະ ອື່ນໆ ທັງນີ້ກໍເພື່ອເປັນບຸນເປັນກຸສົນ ເຮັດໃຫ້ວັດບ້ານໂພນຂາມ ເມືອງ ໂພນໂຮງ ແຂວງວຽງຈັນ ມີຄວາມ ສົມບູນແບບຂຶ້ນກວ່າເກົ່າ. ພ້ອມ ນີ້, ຍັງເປັນການປະກອບສ່ວນ ອຳນວຍຄວາມສະດວກໃຫ້ຜູ້ທີ່ມາ ຖວາຍຈັງຫັນ, ຖວາຍເພນ (ເອົາ ຂອງກິນຕ່າງໆໄປວັດ) ມີຄວາມ ສະດວກສະບາຍຂຶ້ນ ແລະ ເພື່ອໃຫ້ ຊາວພຸດທະສາສະນິກະຊົນລາວ ບັນດາເຜົ່າ ຢູ່ພາຍໃນເມືອງໂພນ ໂຮງ ແຂວງວຽງຈັນ ແລະ ຊາວ ພຸດທະສາສະນິກະຊົນ ໃນຂອບເຂດ ທົ່ວປະເທດ ທີ່ກາຍໄປກາຍມາ ໄດ້ ແວເຮັດບຸນສິນ, ກິນທານ ຢູ່ວັດດັ່ງ ກ່າວ ດ້ວຍຄວາມເບີກບານ, ຍິ້ມ ແຍ້ມແຈ່ມໃສ ແລະ ອື່ນໆ. wfh 9a [g'y o 6 8N d;j kdu [8=j xu ph vox6 d1k'rk]kgxa oly o7h k ຂປລ. ຕົ້ນຢາງພາລາເປັນພືດອຸດ ສາຫະກໍາຊະນິດໜຶ່ງ ທີ່ປະຊາຊົນຫັນ ມາປູກເປັນຈໍານວນຫລວງຫລາຍ ເພື່ອສົ່ງອອກເປັນສິນຄ້າ ເນື່ອງ ຈາກວ່າຢາງພາລາສາມາດເປັນ ແຫລ່ງລາຍຮັບທີ່ດີ ແລະ ສາມາດ ຫລຸດພົ້ນອອກຈາກຄວາມທຸກຍາກ ໄດ້. ດັ່ງຄອບຄົວ ທ່ານ ເນັ້ງຢ່າງ ກົງຈີ ຊາວກະສິກອນ ຢູ່ບ້ານຄອນ ວັດ ເມືອງລ້ອງຊານ, ແຂວງໄຊ ສົມບູນ ຊຶ່ງເປັນຄອບຄົວຕົວແບບໃນ ການສ້າງເສດຖະກິດຄອບຄົວດ້ວຍ ການເຮັດອາຊີບປູກຢາງພາລາເປັນ ສິນຄ້າ ສາມາດສ້າງລາຍຮັບເຂົ້າ ສູ່ຄອບຄົວ ຈົນກາຍເປັນຄອບຄົວທີ່ ມີຢູ່ມີກິນ ແລະ ຫລຸດພົ້ນອອກຈາກ ຄວາມທຸກຍາກ. ທ່ານເນັ້ງຢ່າງກົງຈີ,ໄດ້ຕາງໜ້າ ຄອບຄົວຊາວກະສິກອນປະກອບ ຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງໄຊສົມບູນ ຄັ້ງ ທີ II ເມື່ອບໍ່ດົນມານີ້ວ່າ: ກ່ອນຈະ ຫັນອາຊີບມາປູກຢາງພາລາເປັນ ສິນຄ້າ ຍ້ອນໃນເມື່ອກ່ອນຄອບຄົວ ກໍຍັງມີຄວາມທຸກຍາກຂາດເຂີນ ຊຶ່ງ ປີ 1999 ໄດ້ໄປເຮັດວຽກຢູ່ບໍລິສັດ ແຫ່ງໜຶ່ງ ຢູ່ແຂວງຫລວງນໍ້າທາ ຈຶ່ງໄດ້ເຫັນປະຊາຊົນຊາວແຂວງ ຫລວງນໍ້າທາ ປູກຢາງພາລາເປັນ ສິນຄ້າ ເຫັນວ່າເປັນທ່າແຮງໜຶ່ງໃນ ການສ້າງເສດຖະກິດຄອບຄົວ ແລະ ເປັນອາຊີບທີ່ໝັ້ນຄົງສາມາດແກ້ໄຂ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ ຫລຸດພົ້ນຈາກຄວາມທຸກຍາກໄດ້ ຈຶ່ງເກີດມີຄວາມສົນໃຈຢາກປູກຕົ້ນ ຢາງພາລາ ຈຶ່ງໄດ້ໄປຖອດຖອນ ບົດຮຽນກ່ຽວກັບການປູກຢາງພາ ລານໍາຜູ້ທີ່ມີປະສົບການເຫັນວ່າ ການປູກຢາງພາລາ ແມ່ນບໍ່ຄ່ອຍ ເລືອກດິນຟ້າອາກາດດ້ວຍເຫດ ນີ້ເຫັນວ່າ ຢູ່ເມືອງລ້ອງຊານ ກໍ່ຄື ແຂວງໄຊສົມບູນ ແມ່ນເໝາະສົມໃນ ການປູກຢາງພາລາ ຈຶ່ງໄດ້ຕັດສິນ ໃຈປະສານສົມທົບກັບການຈັດຕັ້ງ ພັກ-ລັດ ເພື່ອໃຫ້ຄວາມຮ່ວມມືດ້ານ ການສົ່ງເສີມການປູກຢາງພາລາ 2 ບວກ 3 ( ໂດຍແບ່ງລາຍຮັບ ຈາກການຂາຍຢາງພາລາໃຫ້ຜູ້ ລົງທຶນ 2 ສ່ວນ ແລະ ໃຫ້ຜູ້ປູກ 3 ສ່ວນ ) ລົງທຶນເປັນໄລຍະຍາວ ໄດ້ຕາມຄວາມຮຽກຮ້ອງຕ້ອງການ ຂອງຄອບຄົວ. ໃນປີ 2012 ຫາ 2020 ຈຶ່ງໄດ້ນຳໂຄງການປູກຢາງ ພາລາ 2 ບວກ 3 ໄປຂະຫຍາຍໃຫ້ ປະຊາຊົນ ແຂວງບໍລິຄຳໄຊ ປູກຕື່ມ ອີກ ໃນເນື້ອທີ່ 1 ພັນເຮັກຕາ, ມີຕົ້ນ ຢາງພາລາ 5 ແສນຕົ້ນ. ນອກຈາກ ນີ້, ຍັງໄດ້ກ້າເບ້ຍຢາງພາລາຂາຍ ນໍາອີກ ຊຶ່ງສາມາດກ້າໄດ້ 40 ພັນ ກວ່າເບ້ຍຕໍ່ປີ ເພື່ອຈຳໜ່າຍຂາຍ ພາຍໃນແຂວງ ແລະ ຕ່າງແຂວງ ລວມລາຍຮັບທັງໝົດ ທັງຂາຍ ຢາງພາລາ ແລະ ເບ້ຍຢາງພາລາ ສາມາດສ້າງລາຍໃຫ້ຄອບຄົວໄດ້ ທັງໝົດ 6 ຕື້ກວ່າກີບຕໍ່ປີ. ທ່ານ ເນັ້ງຢ່າງ ຍັງໃຫ້ຮູ້ຕື່ມ ອີກວ່າ: ຜ່ານຈາກການປູກ ແລະ ບົວລະບັດຮັກສາຕົ້ນຢາງພາລາ ຂອງຄອບຄົວ ເຫັນວ່າລະອິດ ລະອ້ຽວພໍສົມຄວນ ເນື່ອງຈາກ ວ່າຫລັງຈາກປູກຕົ້ນຢາງພາລາ ແລ້ວ ຕ້ອງໃຊ້ເວລາ ເປັນ 8-9 ປີ ຈຶ່ງສາມາດກີດເອົາຢາງຂາຍໄດ້ ພາຍຫລັງທີ່ໄດ້ກີດເອົານໍ້າຢາງພາ ລາຂາຍເປັນສິນຄ້າແລ້ວເຫັນວ່າ ຄອບຄົວມີລາຍຮັບເພີ່ມຂຶ້ນຢ່າງ ຕໍ່ເນື່ອງ ເມື່ອສົມທຽບກັບລາຍຮັບ ອື່ນເຫັນວ່າການປູກຢາງພາລາເປັນ ອາຊີບໜຶ່ງທີ່ເຂັ້ມແຂງ ແລະ ສາມາດ ເຮັດໃຫ້ຄອບຄົວທຸກຍາກກາຍເປັນ ຄອບຄົວຮັ່ງມີພົ້ນທຸກ, ຄອບຄົວ ພັດທະນາໄດ້, ເສດຖະກິດຄອບຄົວ ມີການຫັນປ່ຽນດີຂຶ້ນເປັນກ້າວໆ, ມີທຶນໃນການສົ່ງເສີມລູກສຶກສາ ຮໍ່າຮຽນທີ່ດີ, ສາມາດຊື້ພະຫະ ແລະ ວັດຖຸອຸປະກອນຮັບໃຊ້ຕ່າງໆ ເພື່ອ ອໍານວຍຄວາມສະດວກໃຫ້ແກ່ ຄອບຄົວ, ມີເງິນເກັບໄວ້ໃຊ້ຈ່າຍໃນ ຍາມຈໍາເປັນ ແລະ ສາມາດຫລຸດພົ້ນ ອອກຈາກຄວາມທຸກຍາກໄດ້. ຂປລ. ໝາກນາວ ເປັນໝາກ ໄມ້ຕະກຸນສົ້ມ.ນອກຈາກຈະນໍາມາ ປະກອບໃນອາຫານປະເພດຕຳ ແລ້ວຍັງມີສັບພະຄຸນຫລາຍຢ່າງອີກ ດ້ວຍ ເພາະໃນໝາກນາວປະກອບ ດ້ວຍວິຕາມິນ ແລະ ແຮ່ທາດຫລາຍ ຊະນິດທີ່ມີປະໂຫຍດຕໍ່ຮ່າງກາຍ ເຊັ່ນ: ວິຕາມິນ ເອ, ວິຕາມິນຊີ, ການ ຊຽມ, ຟົສຟໍ, ກົດຊິຕຣິກ, ກົດມາລິກ. ນອກຈາກນີ້. ຍັງມີວິນຕາມິນບີ ແລະ ແຮ່ທາດ ທີ່ເປັນສານຕ້ານອະນຸມູນ ອິດສະຫລະ (ANTIOXIDANT) ຈຶ່ງຊ່ວຍຫລຸດການອັກເສບຕາມ ຮ່າງກາຍໄດ້. ເຖິງແນວໃດກໍ, ຕ້ອງ ປະສົມ ແລະ ເລືອກດື່ມຢ່າງພໍດີຈຶ່ງ ມີປະໂຫຍດຕໍ່ຮ່າງກາຍ, ຖ້າຮັບປະ ທານຫລາຍກໍສາມາດທຳລາຍ ຮ່າງກາຍໄດ້ເຊັ່ນກັນ. ສະນັ້ນ, ຈຶ່ງຂໍແນະນຳວິທີດັ່ງ ນີ້: ໝາກນາວ ½ ໜ່ວຍປະສົມ ນໍ້າອຸ່ນ: ສາມາດຊ່ວຍຂັບໄລ່ເສດ ອາຫານ ແລະ ກະຕຸ້ນການຂັບຖ່າຍ ເຮັດໃຫ້ໜ້າທ້ອງຍຸບໄວ. ໝາກນາວ ½ ໜ່ວຍປະສົມ ນໍ້າເຜິ້ງ: ສາມາດ ຄວບຄຸມຄວາມຫິວ, ດີເຈັບຄໍ ກະຕຸ້ນ ການຍ່ອຍອາຫານ, ຫລຸດອາການ ເຈັບທ້ອງ. ໝາກນາວ ½ ໜ່ວຍ ປະສົມນໍ້າຂີງ: ຈະສ້າງພູມຄຸ້ມກັນ, ບັນເທົາອາການເປັນຫວັດ, ເຜົາ ຜານໄຂມັນ, ແກ້ແໜ້ນທ້ອງ, ຜິວ ພັນຜ່ອງໃສ. ໝາກນາວ 1 ໜ່ວຍ ປະສົມນໍ້າເຕົ້າຫູ້ ຈະບໍາລຸງຮາກຜົມ, ບໍາລຸງຮາກຜົມໃຫ້ແຂງແຮງ. ພ້ອມນັ້ນ, ໝາກນາວ ຍັງຊ່ວຍ ຫລຸດຄວາມດັນເລືືອດສູງ, ຊ່ວຍ ແກ້ອາການປວດຮາກ, ວິນຫົວ, ແກ້ເມົາຄ້າງ, ຊ່ວຍແກ້ອາການຕາ ອັກເສບ, ຊ່ວຍຫລຸດອາການເຈັບ ຄໍ (ແຊ່ນ້ຳອຸ່ມດື່ມ). ນອກຈາກ ນັ້ນ, ເປືອກຂອງໝາກນາວຍັງມີ ຄຸນປະໂຫຍດເຊັ່ນກັນໃນໝາກນາວ 1 ໜ່ວຍຈະມີນຳ້ມັນຫອມລະເຫີຍ ຢູ່ຫລາຍເຖິງ 7% ເຊິ່ງນຳມາໃຊ້ ປະໂຫຍດເປັນປະສົມທຳນຳ້ຢາ ເຮັດຄວາມສະອາດຕ່າງໆ ເຊັ່ນ: ນຳ້ຢາລ້າງຈານຖ້ວຍ ເປັນຕົ້ນ. ນອກນັ້ນເປືອກໝາກນາວນັ້ນ ເມື່ອ ບີບນຳ້ອອກໝົດແລ້ວໃຫ້ເອົາມາ ທາບໍລິເວນຄາງ, ເຂົ່າ, ຂໍ້ສອກ, ສົ້ນນ່ອງ ກໍຈະຊ່ວຍໃຫ້ຜິວບໍລິເວນ ເຫລົ່ານີ້ມີຄວາມນຸ້ມນວນຫລາຍ ຂຶ້ນ ແລະ ນອກຈາກນີ້ຍັງໃຊ້ເປືອກ ແຫ້ງມາຕົ້ມເອົານຳ້ດື່ມເປັນຢາແກ້ ຈຸກແໜ້ນທ້ອງ, ໄລ່ຂີ້ກະເທີ່, ບຳລຸງ ກະເພາະໄດ້ນຳ. ສຳລັບຜູ້ທີ່ເປັນ ສິວຝ້າ ໝາກນາວຈະຊ່ວຍປິ່ນປົວ ສິວຂອງທ່ານໃຫ້ຫລຸດໜ້ອຍລົງໄດ້ ເພາະໝາກນາວມີລິດເປັນກົດອ່ອນ ໆຈະເຮັດໃຫ້ຫລຸດການອັດຕັນຮູຂຸມ ຂົນຈາກສິວ ແລະ ຍັງຊ່ວຍໃນການ ກຳຈັດຄວາມມັນ ແລະ ເຊື້ອພະຍາດ ເທິງຜິວໜ້າໄດ້ນຳ ໂດຍທ່ານ ສາມາດເອົາໝາກນາວມາທາໃສ່ ສິວກ່ອນນອນທຸກມື້ສິວຈະຄ່ອຍໆ ຍຸບລົງໄປເອງ; ແກ້ບັນຫາຜິວແຕກ ລາຍ ໂດຍການໃຊ້ນຳ້ໝາກນາວ ທາໃສ່ບໍລິເວນດັ່ງກ່າວເປັນປະຈຳ, ແກ້ບັນຫາສົ້ນນ່ອງແຕກ ໂດຍການ ເອົານຳ້ໝາກນາວມາທາບໍລິເວນ ສົ້ນນ່ອງ ມື້ລະ 3 ເທື່ອ. ໃຫ້ປະຊາຊົນ; ຫລັງຈາກນັ້ນຈຶ່ງ ໄດ້ນໍາເອົາເບ້ຍຢາງພາລາມາຜັນ ຂະຫຍາຍຢູ່ເມືອງລ້ອງຊານ ໃນປີ 2003 ແລະ ເປັນຄອບຄົວທໍາອິດທີ່ ປູກຢາງພາລາ ຢູ່ເມືອງລ້ອງຊານ. ມາຮອດປີ 2004 ຫາ 2011 ໄດ້ຂະ ຫຍາຍການປູກຢາງພາລາ ຢູ່ບ້ານ ຫີນສໍ ແລະ ບ້ານໂພນໄຊ ໃນນີ້ ຢູ່ ບ້ານຫີນສໍ ມີເນື້ອທີ່ທັງໝົດ 21 ເຮັກຕາ, ມີຕົ້ນຢາງພາລາ 11 ພັນ ຕົ້ນ, ສາມາດສ້າງລາຍຮັບໃຫ້ ຄອບຄົວ 700 ລ້ານກວ່າກີບຕໍ່ປີ ແລະ ໂຄງການ 2 ບວກ 3 ລົງທຶນ ໃຫ້ປະຊາຊົນປູກຢາງພາລາ ຢູ່ບ້ານ ໂພນໄຊ ມີເນື້ອທີ່ 50 ເຮັກຕາ, ຢາງ ພາລາ 25 ພັນຕົ້ນ, ສາມາດສ້າງ ລາຍຮັບໃຫ້ຄອບຄົວ 500 ລ້ານ ກວ່າກີບຕໍ່ປີ ແຕ່ເຫັນໄດ້ວ່າລາຍຮັບ ດັ່ງກ່າວຍັງບໍ່ສາມາດຕອບສະໜອງ

RkJQdWJsaXNoZXIy MTc3MTYxMQ==