xtgmf]k; 3 18/09/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຂປລ. ໂດຍປະຕິບັດຕາມແນວ ທາງນະໂຍບາຍຂອງພັກ-ລັດຖະບານ ກ່ຽວກັບການສົ່ງເສີມການຜະລິດ ເປັນສິນຄ້າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອນໍາພາຄອບຄົວຢູ່ດີ-ກິນດີ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວຕາມແນວທາງຂອງພັກ ວາງອອກ ແລະ ໃນຍຸກປັດຈຸບັນການ ສ້າງເສດຖະກິດແບບຄອບຄົວໄດ້ ມີການຂະຫຍາຍຕົວສູງຂຶ້ນເລື້ອຍໆ. ທຸກໆອາຊີບຈະສ້າງລາຍໄດ້ໃຫ້ກັບ ຄອບຄົວຂໍພຽງແຕ່ມີຄວາມດຸໝັ່ນ, ອົດທົນ, ຊອກຮູ້ຮໍ່າຮຽນສິ່ງໃໝ່ໆ ເພື່ອ ມີປະສົບການມາພັດທະນາຊີວິດຄອບ ຄົວ ແລະ ສັງຄົມໃຫ້ດີຂຶ້ນ ເໝືອນດັ່ງ ນາງ ອາໄກ໋ ພິມມະສານ ທີ່ໝູນໃຊ້ ຄວາມຮູ້ສ້າງຜະລິດຕະພັນລາວອອກ ຈໍາໜ່າຍສູ່ສັງຄົມຈົນສາມາດສ້າງ ລາຍຮັບຢ່າງໝັ້ນຄົງ. ນາງ ອາໄກ໋ ພິມມະສານ ອາຍຸ 29 ປີ ຢູ່ບ້ານໂພໄຊ ເມືອງໄຊເສດ ຖາ ແຂວງອັດຕະປື ໄດ້ໃຫ້ຮູ້ນີ້ວ່າ: ພ າ ຍຫລັງຮຽນຈົບກ າ ນສຶກສ າ ວິຊາຊີບດ້ານວິຊາສາຂາແພດທົ່ວ ໄປ(ຊັ້ນສູງ) ໃນປີ 2017 ກໍໄດ້ ເຂົ້າເປັນພະນັກງານອາສະໝັກຢູ່ ຫ້ອງການສາທາລະນະສຸກ ເມືອງໄຊ ເສດຖາ ແຂວງອັດຕະປື, ນອກຈາກ ເປັນພະນັກງານອາສະໝັກແລ້ວໄດ້ ເກີດມີຄວາມຄິດຢາກໝູນໃຊ້ຄວາມ ຮູ້-ຄວາມສາມາດ, ປະສົບການທີ່ lh k'glf4tdy ffh ;pzt]y f8tra o1krN og,n v']k; o; l5 ,.lj 0tspkpdkozt]y fdtly de ltvkfc[[xtlq ,xtlkowfh 127 d5 j , ຂປລ. ໃນໄລຍະຜ່ານມາການຊຸກຍູ້ ສົ່ງເສີມການຜະລິດກະສິກຳ ແລະ ປ່າໄມ້ ຢູ່ນະຄອນຫລວງວຽງຈັນ (ນວ) ໄດ້ເອົາໃຈໃສ່ຫລາຍຮູບແບບ ໂດຍສະເພາະການສົ່ງເສີມຫົວໜ່ວຍ ວິສາຫະກິດ ກຸ່ມການຜະລິດ ແລະ ສະຫະກອນໃຫ້ເພີ່ມຂຶ້ນ. ນອກນີ້ຍັງໄດ້ ຊຸກຍູ້ບັນດາເມືອງລົງກວດກາສັງລວມ ກຸ່ມການຜະລິດ ແລະ ສະຫະກອນ ກະສິກຳ ເພື່ອເປັນສິນຄ້າພື້ນຖານໃຫ້ ແກ່ການສ້າງຕັ້ງປັບປຸງ ແລະ ຜັນ ຂະຫຍາຍວຽກງານດັ່ງກ່າວ ໃນນີ້ ມີ ກຸ່ມປູກເຂົ້າ ແລະ ພືດຜັກ ແລະ ກຸ່ມ ລ້ຽງສັດ, ສ້າງກຸ່ມການຜະລິດກະສິກຳ ແລະ ສ້າງກຸ່ມເຂັ້ມແຂງກ້າວເປັນ ສະຫະກອນ. ໂດຍອີງຕາມຮ່າງການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ IX (20212025) ແລະ ທິດທາງແຜນການ 5 ປີຄັ້ງທີ X (2026-2030) ຂອງ ນະຄອນຫລວງວຽງຈັນ ໃນກອງ ປະຊຸມໃຫຍ່ຜູ້ແທນອົງຄະນະພັກ ນວ ຄັ້ງທີ VI I I ວ່າ: ຕະຫລອດໄລຍະ 5 ປີຜ່ານມາ ດ້ານກະສິກຳ ໄດ້ສຸມ ໃສ່ພັດທະນາກະສິກໍາແບບປະສົມ ປະສານ, ກະສິກໍາສະອາດ ແລະ ກະ ສິກໍາອັດສະລິຍະ ໂດຍຂະຫຍາຍການ ຜະລິດກະສິກໍາສະອາດ ແບບປະສົມ ປະສານໄດ້ 127 ກຸ່ມ ແລະ ຊຸກຍູ້ ຕິດຕາມການຜະລິດກະສິກໍາແບບອັດ ສະລິຍະ ເຊັ່ນ: ການປູກຜັກແບບເຮືອນ ຮົ່ມທີ່ເປັນລະບົບຄົບຊຸດ 1.137 ຫລັງ; ຊຸກຍູ້ສົ່ງເສີມການຜະລິດຜັກສະອາດ ແລະ ຜັກອິນຊີ ໄດ້ທັງໝົດ 46 ກຸ່ມ. ສາມາດຜະລິດເຂົ້າລວມໄດ້ທັງໝົດ 1.455.734 ໂຕນ, ເທົ່າກັບ 91% ຂອງແຜນການ (ແຜນ 5 ປີ ໃຫ້ໄດ້ 1.604.033 ໂຕນ), ຜະລິດພືດຜັກ ປີໄດ້ 595.070 ໂຕນ, ປະຕິບັດໄດ້ ລື່ນແຜນ 0,3% (ແຜນການ 5 ປີ ໃຫ້ ໄດ້ 593.087 ໂຕນ), ໄມ້ໃຫ້ໝາກ ຜະລິດໄດ້ 481.780 ໂຕນ, ປະຕິບັດ ໄດ້ລື່ນແຜນ 26% (ແຜນການ 5 ປີ ໃຫ້ໄດ້ 372.903 ໂຕນ), ສະໜອງ ທາດຊີ້ນ ໄດ້ 358.074 ໂຕນ, ເທົ່າ ກັບ 97% ຂອງແຜນການ (ແຜນການ 5 ປີ ໃຫ້ໄດ້ 368.786 ໂຕນ); ລົງຊຸກຍູ້ຕິດຕາມບັນດາໂຮງງານ ຜະລິດຝຸ່ນຊີວະພາບ 10 ແຫ່ງ, ກຸ່ມ ຕົວແບບໃນການຜະລິດຝຸ່ນອົງຄະ ທາດ, ສາມາດຜະລິດຝຸ່ນໄດ້ 43.710 ໂຕນ; ໂຮງງານຜະລິດຫົວອາຫານ ສັດ 5 ແຫ່ງ ຜະລິດອາຫານສັດໄດ້ 324.500 ໂຕນຕໍ່ປີ, ໂດຍລວມແລ້ວ ສາມາດສະໜອງສະບຽງອາຫານ ໄດ້ ພຽງພໍໃນການສະໜອງຊົມໃຊ້ພາຍໃນ ເປັນຕົ້ນ: ເຂົ້າສະໜອງໄດ້ສະເລ່ຍ 277 ກິໂລ/ຄົນ/ປີ, ພືດຜັກ ສະໜອງໄດ້ ສະເລ່ຍ 114 ກິໂລ/ຄົນ/ປີ, ໝາກໄມ້ ສະໜອງໄດ້ສະເລ່ຍ 93 ກິໂລ/ຄົນ/ປີ; ຊີ້ນ, ປາ ແລະ ໄຂ່ ສະໜອງໄດ້ ສະເລ່ຍ 68.5 ກິໂລ/ຄົນ/ປີ; ໄດ້ສົ່ງເສີມການ ປູກມັນຕົ້ນ, ໝາກໄມ້, ເຂົ້າ ແລະ ອື່ນໆ ເພື່ອສະໜອງຄວາມຕ້ອງການ ວັດຖຸ ດິບໃຫ້ໂຮງງານອຸດສາຫະກໍາປຸງແຕ່ງ ພາຍໃນ ແລະ ເປັນສິນຄ້າສົ່ງອອກ ໄດ້ 2,16 ລ້ານໂຕນ, ມູນຄ່າສົ່ງອອກ 1ຕື້ ກວ່າໂດລາສະຫະລັດ. ພ້ ອ ມ ນັ້ ນ , ຄ າ ດໝາ ຍ ກ າ ນ ຂະຫຍາຍຕົວຂອງເສດຖະກິດໃນ 5 ປີຕໍ່ໜ້າ (2026-2030) ຂອງ ນະຄອນຫລວງວຽງຈັນ ຈະສູ້ຊົນເຮັດ ໃຫ້ເສດຖະກິດຂອງນະຄອນຫລວງ ວຽງຈັນ ຂະຫຍາຍຕົວສະເລ່ຍໃນ ລະດັບ 8% ຕໍ່ປີ, ລວມຍອດຜະລິດ ຕະພັນພາຍໃນຮອດປີ 2030 ໃຫ້ບັນລຸ ໄດ້ 153.292,02 ຕື້ກີບ, ລວມຍອດ ຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວ ຄົນ (ປີ 2030) ໃຫ້ບັນລຸ 134,24 ລ້ານກີບ. ສຳລັບຂະແໜງກະສິກຳຈະ ສູ້ຊົນເຮັດໃຫ້ຂະຫຍາຍຕົວກວມເອົາ 11,5% ຂອງຈີດີພີ, ສູ້ຊົນຜະລິດ ເຂົ້າໃຫ້ໄດ້ 1.239.758 ໂຕນ, ປູກ ພືດຜັກໃຫ້ໄດ້ 560,430 ໂຕນ, ປູກ ໄມ້ກິນໝາກໃຫ້ໄດ້ 76,241 ໂຕນ, ຂະຫຍາຍຝູງສັດໃຫ້ໄດ້ 3-4% ຕໍ່ປີ. ໄດ້ຮຽນມາ ບວກກັບພື້ນຖານຂອງ ຄອບຄົວພໍ່-ແມ່ ໜຶ່ງໃນນັ້ນພໍ່ເຖົ້າໃຫຍ່ ເຄີຍເປັນໝໍຢາພື້ນເມືອງລາວ ທີ່ເຄີຍ ມີຊື່ສຽງໂດ່ງດັງສົມຄວນ, ດັ່ງນັ້ນ ຕົນເອງກໍເລີຍຢາກສືບທອດພາລະກິດ ນັ້ນໃຫ້ກາຍເປັນໜໍ່ແໜງທີ່ຍາວນານ ເພື່ອໃຫ້ການຊ່ວຍເຫລືອປະຊາຊົນ ແລະ ສັງຄົມ ກໍຄືຄອບຄົວໃຫ້ມີຢູ່ມີ ກິນພັດທະນາຂຶ້ນເລືຶ້ອຍໆ. ຈຸດເລີ່ມ ຕົົ້ນຂອງກິດຈະການໃຊ້ຕົ້ນທຶນພຽງ 500.000 ຫາ 1.000.000 ກີບ, ຮູບແບບທົດລອງບໍ່ທັນເປີດໂຕຢ່າງ ເປັນທາງການແຕ່ມາໃນປີ 2020 ເປັນຕົ້ນມາ, ໄດ້ຜະລິດຢາພື້ນເມືອງສະ ລາຍໄຂມັນໜ້າທ້ອງ ເປັນຕົ້ນຕໍ, ຕໍ່ມາ ເຫັນໄດ້ວ່າຜະລິດຕະພັນດັ່ງກາວໄດ້ ຮັບຄວາມນິຍົມຫລາຍຈາກສັງຄົມທັງ ພາຍໃນແຂວງແລະຕ່າງແຂວງຈຶ່ງໄດ້ ຂະ ຫຍາຍຫລາກຫລາຍຜະລິດຕະພັນ ຕື່ມອີກເຊັ່ນ: ຊາ ທຸກປະເພດ, ປະເພດ ຢານໍ້າດໍາ ປິ່ນປົວພະຍາດຕ່າງໆທັງ ທ່ານຊາຍ ແລະ ທ່ານຍິງ, ຢາບໍາ ລຸງທຸກເພດທຸກໄວ, ຢາສະຜົມ ແລະ ອື່ນໆ. ມາຮອດປີ 2024 ຈຶ່ງນໍາ ສະເໜີຜະລິດຕະພັນຢ່າງເປັນທາງ ແລະ ມາເຖິງປັດຈຸບັນມີຜະລິດຕະພັນ ທັງໝົດ 30 ກວ່າລາຍການໃນນັ້ນ; ຜະລິດຕະພັນຂອງຕົນເອງຜະລິດ ມີ 5 ລາຍການຄື: ຊາສະລາຍພຸງ ສີຂຽວ, ສີເຫລືອງ, ຊາດີທ໋ອກ, ຢາ ສະຜົມໝາກຂີ້ຫູດ ແລະ ຢາພື້ນເມືອງ ຄືນສາວ ເຊິ່ງແຕ່ລະລາຍການມີຊັບ ພະຄຸນແຕກຕ່າງກັນ ເຊິ່ງລາຄາເລີ່ມ ແມ່ນ 35.000 ກີບ ໄດ້ຈໍາໜ່າຍ ແຕ່ລະຊຸດປະມານ 500-1.000 ຕຸກ,ຖົງ; ສະເລ່ຍລາຍຮັບປະມານ 100-150 ລ້ານຕໍ່ປີ, ສ່ວນໃຫຍ່ ແມ່ນຈໍາໜ່າຍອອກຕ່າງແຂວງ ແລະ ຫລາຍທີ່ສຸດແມ່ນນະຄອນຫລວງ ວຽງຈັນ. ສ່ວນວັດຖຸດິບ ທີ່ເປັນຮາກ ໄມ້, ຫົວຫວ້ານ, ໃບໄມ້ ແລະ ອື່ນໆ ແມ່ນຢູ່ພາຍໃນປະເທດ. ສ່ວນວັດຖຸ ດິບນໍາເຂົ້າມີແຕ່ຫົວເຊື້ອ ແລະ ເຄື່ອງ ຫຸ້ມຫໍ່, ຕຸກຢາງປາຣາສຕິກ. ພ້ອມນັ້ນ ຍັງໄດຖອດຖອນ້ເບິ່ງບົດຮຽນ ແລະ ແລກປ່ຽນປະສົບການນໍາຜະລິດຕະພັນ ອື່ນ , ຮຽນຮູ້ໃນອິນ ເ ຕີ ເ ນັດ , ຢູ ທູບ ແລະ ຮັບຟັງຂ່າວ ສານອື່ນໆ ອີກ ເພື່ອມາພັດທະນາຜະລິດຕະພັນ ຂອງຕົນເອງໃຫ້ດີຂຶ້ນ ແລະ ມີຜົນ ຜະລິດດີງາມ, ສະອາດ, ປອດສານ ຜິດ, ດີຕໍ່ສຸຂະພາບ, ຫລີກເວັ້ນຜົນ ຂ້າງຄຽງ ທີ່ສຳຄັນສາມາດດຶງດູດ ຄວາມສົນໃຈຂອງລູກຄ້າຫລາຍກວ່າ ເກົ່າ ແລະ ຄ່ອຍໆເພີ່ມພູນຜົນຜະລິດ ຂຶ້ນເລື້ອຍໆ. ສະນັ້ນ, ການປະກອບອາຊີບດ້ານ ນີ້ເຮັດໃຫ້ຄອບຄົວຫລຸດພົ້ນອອກຈາກ ຄວາມທຸກຍາກ ແລະ ໄດ້ກາຍເປັນ ຄອບຄົວທີ່ຮັ່ງມີຜາສຸກ ມາຮອດ ປັດຈຸບັນ ເຫັນວ່າຄອບຄົວມີຊີວິດ ການເປັນຢູ່ທີ່ດີຂຶ້ນ ໂດຍສະເພາະ ແມ່ນມີເຮືອນຢູ່ຖາວອນ 1 ຫລັງ, ມີ ອາຄານຜະລິດ 1 ຫລັງ, ມີລົດຈັກ ຮັບໃຊ້ພາຍໃນຄອບຄົວ, ມີລົດໃຫຍ່ 22 ລໍ້ 1 ຄັນ, ລົດກະບະ (ລີໂວ້) 1 ຄັນ, ພ້ອມນີ້; ຍັງໄດ້ມີການຈັດຊື້ວັດຖຸ ອຸປະກອນຜະລິດຈໍານວນໜຶ່ງ ເຊັ່ນ: ເຄື່ອງຈັກບົດ, ເຄື່ອງຈັກກັນຕອງ, ເຄື່ອງຈັກອົບແຫ້ງ, ອຸປະກອນຮັບໃຊ້ ເຄື່ອງມືຜະລິດ ແລະ ວັດຖຸອຸຸປະກອນ ອື່ນໆ. ຄຽງຄູ່ກັບຜົນສຳເລັດຂ້າງ ເທິງນັ້ນ, ຍັງພົບຄວາມຫຍຸ້ງຍາກບາງ ດ້ານເຊັ່ນ: ຕົ້ນທຶນຊື້ວັດຖຸອຸປະກອນ ຜະລິດທີ່ທັນສະໄໝມີລາຄາສູງ, ການ ນໍາເຂົ້າວັດຖຸດິບໂດຍສະເພາະຫົວ ເຊື້ອແມ່ນນໍາເຂົ້າຈາກປະເທດໄທ, ແຮງງານຜະລິດມີໜ້ອຍ, ເຄື່ອງມືຍັງ ບໍ່ທັນສະໄໝ, ວັດຖຸຮັບໃຊ້ມີລາຄາແພງ ແຕ່ຄວາມຕ້ອງການຂອງຜູ້ບໍລິໂພກ ເພີ່ມຂຶ້ນ. ເຖິງແນວໃດກໍ່ຕາມ, ໃນ ອະນາຄົດ ກໍ່ໄດ້ມີແຜນການທີ່ຈະຂະ ຫຍາຍກິດຈະການຂອງຕົນ ແລະ ຄິດຄົ້ນແບບຕ່າງໆເປັນຕົ້ນ: ກົນໄກ ການຜະລິດແບບທັນສະໄໝທີ່ີໄດ້ມາດ ຕະຖານ, ຫລີກເວັ້ນຜົນຂ້າງຄຽງ , ຂະຫຍາຍຜະລິດຕະພັນໃຫ້ຫລາກ ຫລາຍປະເພດ ແລະ ຕີຕະຫລາດໃຫ້ ຫລາຍກວ່າເກົ່າ. ພ້ອມນີ້; ຍັງໄດ້ ສະເໜີຕໍ່ການຈັດຕັ້ງພາກລັດຊ່ວຍຊຸກຍູ້ ສົ່ງເສີມດ້ານວັດຖຸອຸປະກອນທີ່ຈໍາເປັນ ເຂົ້າໃນການຜະລິດ ຫລື ສະໜອງດ້ານ ນະໂຍບາຍທຶນຮອນ ແລະ ອໍານວຍ ຄວາມສະດວກດ້ານຕ່າງໆ ເພື່ອຕໍ່ຍອດ ໃຫ້ຜະລິດຕະພັນຂອງເຮົາ ມີຄວາມ ໝັ້ນຄົງ ແລະ ຍືນຍົງ. ຮູບປະກອບ ຮູບປະກອບ
RkJQdWJsaXNoZXIy MTc3MTYxMQ==