7117

gsfdko{dkora fmtok a xtgmf]k; ( 17/09/2025 cdj omh k;9a fc0j '0a o -j ;'gIn vxt9exu 2025 ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ເມືອງແກ່ນ ທ້າວ ແຂວງໄຊຍະບູລີ ຈັດແຂ່ງຂັນ ຊ່ວງເຮືອ ປະຈໍາປີ 2025 ຂຶ້ນໃນ ລະຫວ່າງວັນທີ 13-14 ກັນຍາ 2025 ທີ່ແຄມນ້ຳເຫືອງ ທ່າວັດສີ ພູມເທສະການເມືອງ ເພື່ອເປັນການ ອະນຸລັກຮັກສາຮີດຄອງປະເພນີອັນ ດີງາມຂອງຊາດ ກໍຄືຂອງທ້ອງຖິ່ນ ທີ່ເຄີຍປະຕິບັດກັນມາເປັນເວລາ ຍາວນານ ທັງເປັນການເສີມສ້າງ ຄວາມສາມັກຄີຮັກແພງ ລະຫວ່າງ ປະຊາຊົນຊັ້ນຄົນຕ່າງໆ ໃຫ້ເປັນ ປຶກແຜ່ນ ທັງເປັນການຊຸກຍູ້ສົ່ງເສີມ ການທ່ອງທ່ຽວ ຢູ່ພາຍໃນເມືອງໃຫ້ ໄດ້ຮັບການພັດທະນາດີຂຶ້ນ ໂດຍມີ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າ ແຂວງໆໄຊຍະບູລີ, ທ່ານ ສົມຫວັງ ແກ້ວວິໄລສັກ ປະທານຄະນະກວດ ກາພັກ ແຂວງໄຊຍະບູລີ, ທ່ານ ຄໍາປຸ່ນ ນວນສະບັບ ເລຂາຄະນະ ບໍລິຫານງານພັກເມືອງແກ່ນທ້າວ ພ້ອມດ້ວຍອົງການປົກຄອງເມືອງ, ພະແນກການ, ຕ່າງແຂວງ ແລະ ຕ່າງປະເທດເຂົ້າຮ່ວມຮັບຊົມຢ່າງ ຫລາຍ. ທ່ານ ບຸນຍັງ ພັນທະວົງ ຮອງ ປະທານຄະນະກໍາມະການປົກຄອງ ເມືອງ ໄດ້ລາຍງານວ່າ: ການແຂ່ງ ຂັນຊ່ວງເຮືອປີນີ້ ກໍຄືຫລາຍປີຜ່ານໆ ມາ, ເຊິ່ງງານດັ່ງກ່າວເກີດຂຶ້ນໄດ້ ກໍຍ້ອນຫລາຍປັດໄຈສໍາຄັນ ເປັນ ຕົ້ນ ຄວາມເປັນເຈົ້າການ, ຄວາມ ເອົາໃຈໃສ່ຂອງອົງການປົກຄອງ ຂປລ. ແຫລ່ງຂ່າວຈາກ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ສູນພັດທະນາ ສີມືແຮງງານ ແຂວງອັດຕະປື ຈັດຝຶກອົບຮົມການທົດສອບສີມື ແຮງງານ ສາຂາອາຊີບຊ່າງກໍ່ສ້າງ ລະດັບ 3 ວິຊາຊີບຜູ້ຊໍານານງານ 30 ຄົນ ໃນວັນທີ 15 ກັນຍາ 2025 ໂດຍການເປັນປະທານຂອງທ່ານ ນາງ ອ່ອນໃສ ມຽງລາວັນ ວ່າການ ຫົວໜ້າພະແນກແຮງງານ ແລະ ສະ ຫວັດດີການສັງຄົມ ແຂວງອັດຕະປື ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທັງ ພາກລັດ ແລະ ເອກະຊົນເຂົ້າຮ່ວມ. gxu fmq flv[,kf4kolu ,n cI''kolk0k vk-u [-j k'd= j lh k']tfa [ 3 16 j c0;'va f8txn [= j cdh ; xy f[A od;flv[lts]5 [0kf8q ; czo'[xt,kocsj ']a fxt9exu 2024 ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ກອງປະຊຸມ ປິດບັ້ນກວດສອບສະຫລຸບຂາດ ຕົວການຈັດແຕ່ງປະຕິບັດແຜນ ງົບປະມານແຫ່ງລັດ ປະຈໍາປີ 2024 ຂອງແຂວງບໍ່ແກ້ວ ຈັດ ຂຶ້ນໃນວັນທີ 15 ກັນຍາ 2025 ທີ່ ຫ້ອງວ່າການແຂວງ ໂດຍການ ເປັນປະທານຂອງທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງໆບໍ່ແກ້ວ ຜູ້ຊີ້ນໍາຂົງເຂດເສດຖະກິດ, ທ່ານ ວຽງຄໍາ ສິມມະລາວົງຮອງອົງການ ກວດສອບ ປະຈໍາພາກເໜືອ 2 ພ້ອມ ດ້ວຍບັນດາພະແນກການ ແລະ ອົງ ການອ້ອມຂ້າງແຂວງເຂົ້າຮ່ວມ. ຈຸດປະສົງຂອງການກວດສອບ ແມ່ນເພື່ອຢັັ້ງຢືນຄວາມສອດຄ່ອງ ທາງດ້ານລະບຽບກົດໝາຍ, ຄວາມ ຖືກຕ້ອງຕາມຕົວຈິງ, ມີປະສິດ ທິພາບ, ປະສິດທິຜົນ ແນໃສ່ເຮັດໃຫ້ ການນໍາໃຊ້ງົບປະມານແຫ່ງລັດ, ການເງິນ ແລະ ຊັບສິນຂອງລັດຂອງ ຫົວໜ່ວຍງົບປະມານ, ຫົວໜ່ວຍ ທຸລະກິດລັດລົງທຶນ ແລະ ຫົວໜ່ວຍ ທີ່ບໍ່ສະແຫວງຜົນກໍາໄລ ເຄື່ອນໄຫວ ຖືກຕ້ອງຕາມກົດໝາຍ, ສະກັດກັັ້ນ ປາກົດການຫຍໍ້ທໍ້ທາງດ້ານການ ເງິນ, ງົບປະມານແຫ່ງລັດ, ປົກປ້ອງ ສິດຜົນປະໂຫຍດຂອງລັດ, ລວມ ໝູ່ ແລະ ປະຊາຊົນປະກອບສ່ວນ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ, ສົ່ງເສີມການລົງທຶນ ພາຍໃນ ແລະ ຕ່າງປະເທດ, ຊຸກຍູ້ ການພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວ, ເຂັ້ມແຂງ ແລະ ໝັັ້ນຄົງ. ທ່ານ ພົງປະເສີດ ພົມຄວງສີ ຫົວໜ້າຄະນະກວດສອບ ໄດ້ຜ່ານ ບັນທຶກ ຜົນການກວດສອບຄືນຕາມ ມະຕິກອງປະຊຸມສະພາປະຊາຊົນ ແຂວງ, ກວດສອບຕາມຄໍາແນະນໍາ ຂອງຄະນະກວດສອບປີຜ່ານມາ ແລະ ກວດສອບບົດສະຫລຸບຂາດ ຕົວ ການຈັດຕັັ້ງປະຕິບັດແຜນງົບ ປະມານແຫ່ງລັດຂອງແຂວງບໍ່ແກ້ວ ປະຈໍາປີ 2024, ຜ່ານການກວດຄືນ ຕາມມະຕິກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ແຂວງບໍ່ແກ້ວ ຊຸດທີ II ສະບັບເລກທີ 06 /ສພຂ, ລົງວັນທີ 30 ມັງກອນ 2025 ລວມມີ 7 ມາດຕະການ ໃນ ນັັ້ນ, ມາດຕະການທີ່ໄດ້ຮັບການ ປັບປຸງແກ້ໄຂມີ 2 ມາດຕະການ ຄື: ໜີ້ຕ້ອງສົ່ງເງິນທົດແທນຊົດເຊີຍ ທີ່ດິນໃຫ້ປະຊາຊົນ 400 ລ້ານກີບ ໄດ້ຮັບການຊົດເຊີຍ ຈໍານວນ 380 ລ້ານກີບ ແລະ ຍັງຄ້າງ 20 ລ້ານ ກີບ ຍັງບໍ່ໄດ້ນໍາໄປຝາກໄວ້ໃນບັນຊີ ຄັງເງິນປະຈໍາແຂວງ, ມາດຕະການ ທີ່ໄດ້ຮັບການປັບປຸງແກ້ໄຂບໍ່ຂາດ ຕົວມີ 4 ມາດຕະການ, ໃຫ້ຂະແໜງ ຄຸ້ມຄອງຊັບສິນແຫ່ງລັດ ແລະ ຄັງ ເງິນ ປະຈໍາແຂວງ ວິເຄາະ, ວິໄຈ ແລະ ໄຈ້ແຍກໜີ້ຊັບສິນ ແລະ ໜີ້ ຕ້ອງຮັບອື່ນໆ 5,78 ຕື້ກີບ ໄປຕາມ ສາລະບານງົບປະມານ ເພື່ອປະຕິ ບັດມາດຕະການເລັ່ງທວງ, ສະສາງ ແລະ ແກ້ໄຂເປັນແຕ່ລະກໍລະນີຕາມ ຄໍາແນະນໍາ ວ່າດ້ວຍການແກ້ໄຂ ຜົນການກວດສອບ ເລກທີ 1329/ ອກສລ, ລົງວັນທີ 26 ສິງຫາ 2024 ແລະ ມາດຕະການທີ່ບໍ່ໄດ້ ຮັບການປັບປຸງແກ້ໄຂມີ 1 ມາດຕະ ການລາຍຮັບທີ່ກວດສອບເຫັນເພີ່ມ (ເງິນຊ່ວຍເຫລືອລ້າ) ຂອງແຂວງ ທີ່ໄດ້ເອົາໄປຈ່າຍນອກແຜນ 2,55 ຕື້ກີບ ທີ່ພະແນກການເງິນໄດ້ລາຍ ງານຫາແຂວງ ສະເໜີຫາກະຊວງ ການເງິນ ແຕ່ປີ 2020 ເພື່ອສ້າງ ແຜນ ແລະ ຈັດສັນເຂົ້າແຜນລາຍ ຮັບ-ລາຍຈ່າຍປະຈໍາປີ. ຂ່າວ: ຄໍາເພັງ ສີສະຫວ່າງ ທ່ານ ນາງ ອ່ອນໃສ ມຽງລາ ວັນ ໄດ້ກ່າວວ່າ: ການທົດສອບ ມາດຖານສີມືແຮງງານຄັ້ງນີ້ ເປັນ ການຈັດຕັ້ງ ແລະ ຜັນຂະຫຍາຍ ທິດທາງ , ນະໂຍບາຍ ແລະ ຄາດໝາຍສູ້ຊົນ ໃນວຽກງານ ແຮງງານ ແລະ ສະຫວັດດີ ການສັງຄົມ ແນໃສ່ການບັນລຸ ຄາດໝາຍການພັດທະນາສີມື ແຮງງານ ທັງເປັນການສົ່ງເສີມ ການຈັດຕັ້ງປະຕິບັດຕາມ 2 ວາລະ ແຫ່ງຊາດ, ການຈັດທົດສອບມາດ ຖານສີມືແຮງງານຄັ້ງນີ້ ຍັງເປັນ ການປະເມີນຜົນ ແລະ ຊ່ວຍສ້າງ ຄວາມເຂັ້ມແຂງດ້ານຄວາມຮູ້, ຄວາມສາມາດ, ທັດສະນະຄະຕິ ໃນ ການອອກແຮງງານຂອງກຳລັງ ແຮງງານ, ສົ່ງເສີມການມີວຽກ ເຮັດງານທຳ, ການປະກອບອາຊີບ ອິດສະລະ, ຍົກລະດັບຜະລິດຕະ ພາບ ແລະ ສ້າງການແຂ່ງຂັນກັນໃນ ຕະຫລາດແຮງງານ. ພ້ອມດຽວກັນ ນີ້, ການທົດສອບມາດຖານສີມື ແຮງງານ ຍັງແມ່ນອົງປະກອບໜຶ່ງ ຂອງການພັດທະນາສີມືແຮງງານ ທີ່ ຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ຜູ້ ໃຊ້ແຮງງານແລະຜູ້ອອກແຮງງານ. ການອົບຮົມການທົດສອບສີມື ແຮງງານ ສາຂາອາຊີບຊ່າງກໍ່ ສ້າງ ລະດັບ 3 ວິຊາຊີບຜູ້ຊໍານານ ງານ ຄັ້ງນີ້ ຈະດໍາເນີນເປັນເວລາ 5 ວັນ, ເຊິ່ງບັນດານັກສໍາມະນາກອນ ຈະໄດ້ຮຽນຮູ້ພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ພາຍຫລັງ ສຳເລັດການທົດສອບ ຜູ້ຜ່ານເກນ ການທົດສອບ ຈະໄດ້ຮັບໃບຢັ້ງຢືນ ມາດຖານສີມືແຮງງານແຫ່ງຊາດ ລະດັບ 3 ວິຊາຊີບຜູ້ຊໍານານງານ ແລະ ຈະໄດ້ຮັບໃບຢັ້ງຢືນສີມື ແຮງງານລະດັບ 3 ຕື່ມອີກ. ຂ່າວ: ວັດທະນາ ຫລວງອາໄພ g-dv' ,v[xh kp]k7kly o7h k.sh z6 h xtdv[ dko.o8ts]kflq fgmlt[koc0;' ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ທະນະຄານ ພັດທະນາລາວ (LDB) ຈໍາກັດ ສາຂາແຂວງເຊກອງ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການ ຄ້າແຂວງເຊກອງ ມອບປ້າຍລາຄາ ສິນຄ້າ ໃຫ້ຜູ້ປະກອບການຂາຍ ຍ່ອຍ ພາຍໃນຕະຫລາດສົດເທສະ ບານແຂວງ ໃນວັນທີ 16 ກັນຍາ 2025ໂດຍມີທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດ ສາຫະກໍາ ແລະ ການຄ້າແຂວງ, ທ່ານ ພົງສະຫວັດ ພົມມະແສງ ຫົວໜ້າທະນະຄານພັດທະນາລາວ ຈໍາກັດ ສາຂາແຂວງເຊກອງ, ມີຜູ້ ຕາງໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງລະມາມ, ຄະນະ ກໍາມະການຄຸ້ມຄອງຕະຫລາດ, ພະນັກງານວິຊາການ ແລະ ຜູ້ ປະກອບການ ເຂົ້າຮ່ວມ. ທ່ານ ນາງ ວິລະຄອນ ບັນທະເວີ ໄດ້ກ່າວວ່າ: ການມອບປ້າຍໃນຄັ້ງ ນີ້, ກໍເພື່ອເປັນການອໍານວຍຄວາມ ສະດວກ ໃນການສ້າງຊ່ອງທາງ ການຊໍາລະສະສາງຄ່າສິນຄ້າໃນ ຮູບແບບທີ່ທັນສະໄໝ ພ້ອມທັງເປັນ ການປະກອບສ່ວນເຂົ້າໃນການ ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານ ເສດຖະກິດແນໃສ່ເຮັດໃຫ້ລາຄາ ສິນຄ້າໃນທ້ອງຕະຫລາດມີສະຖຽນ ລະພາບ, ສາມາດປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ ຊົມໃຊ້ ແລະ ຜົນປະໂຫຍດຂອງລັດ ກໍຄື ຜູ້ດຳເນີນທຸລະກິດ, ຫລີກເວັ້ນ ການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການຕາມລໍາພັງໃຈ. ປ້າຍທີ່ນໍາມາມອບຄັ້ງນີ້ ເປັນປ້າຍທີ່ ເຮັດໃຫ້ຜູ້ປະກອບການໄດ້ຂຽນລະບຸ ບອກລາຄາສິນຄ້າແຕ່ລະຊະນິດມີ ຄິວອາໂຄດ ຂອງທະນາຄານພັດ ທະນາລາວ ໂດຍມີຜູ້ປະກອບການ ເຂົ້າຮ່ວມກິດຈະກໍາຄັ້ງນີ້ ຈໍານວນ 75 ຫົວໜ່ວຍ. ທ່ານ ນາງ ວິລະຄອນ ບັນທະເວີ ກ່າວຕື່ມວ່າ: ການມອບປ້າຍລາຄາ ສິນຄ້າໃນຄັ້ງນີ້ ເປັນວຽກງານໜຶ່ງທີ່ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ບັນດານິຕິກຳຕ່າງໆ ຂອງພັກ ແລະ ລັດຖະບານ ໂດຍສະເພາະ ກົດໝາຍ ປົກປ້ອງຜູ້ຊົມໃຊ້, ດຳລັດຂອງ ນາຍົກລັດຖະມົນຕີ ສະບັບເລກທີ 474/ນຍ, ລົງວັນທີ 18 ພະຈິກ 2010 ວ່າດ້ວຍການຄຸ້ມຄອງລາຄາ ສິນຄ້າ, ຂໍ້ຕົກລົງ ຂອງກະຊວງ ອຸດສາຫະກຳ ແລະ ການຄ້າ ສະບັບ ເລກທີ 0019/ອຄ.ກຄພນ, ລົງວັນທີ 06 ມັງກອນ 2025, ຄໍາແນະນໍາ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 2329/ອຄ, ລົງວັນທີ 11 ທັນວາ 2023 ແລະ ກົດໝາຍ ວ່າດ້ວຍການຄຸ້ມຄອງ ເງິນຕາຕ່າງປະເທດ ກ່ຽວກັບການ ຕິດປ້າຍລາ ຄາສິນຄ້າ ແລະ ການ ຊຳລະຄ່າສິນຄ້າເປັນສະກຸນເງິນ ກີບລາວເທົ່ານັ້ນ. ຂ່າວ: ສັນຍາ ບ້ານ ສົມທົບເມືອງ ກໍຄືຄະນະ ຮັບຜິດຊອບຈັດການແຂ່ງຂັນທີ່ໄດ້ ພ້ອມກັນຫ້າງຫາກະກຽມນັບແຕ່ມື້ ເລີ່ມຕົ້ນ ຈົນຮອດມື້ຈັດການແຂ່ງຂັນ ແລະ ສິ່ງສໍາຄັນກໍຍ້ອນໄດ້ຮັບການ ອຸປະຖໍາຊຸກຍູ້ທາງດ້ານວັດຖຸປັດ ໄຈຈາກບໍລິສັດ, ຫ້າງຮ້ານ, ລັດ ວິສາຫະກິດ, ພໍ່ແມ່ປະຊາຊົນ, ນັກ ທຸລະກິດຜູ້ປະກອບການພໍ່ຄ້າຊາວ ຂາຍ ທັງພາຍໃນເມືອງ ແລະ ຕ່າງ ເມືອງ. ການແຂ່ງຂັນຊ່ວງເຮືອຄັ້ງນີ້ ມີເຮືອເຂົ້າແຂ່ງຂັນ 21 ລຳ ໃນນີ້, ປະເພດເຮືອຊ່ວງ ຍິງ 8 ລໍາ ແລະ ເຮືອຊ່ວງ ຊາຍ 13 ລໍາ. ຜ່ານການແຂ່ງຂັນປະເພດເຮືອ ຊ່ວງ ຊາຍທີ 1 ໄດ້ແກ່ບໍລິສັດ ຈັນທະ ວົງ ກໍ່ສ້າງຂົວ-ທາງ ໄດ້ຮັບເງິນ ລາງ 10 ລ້ານກີບ ພ້ອມດ້ວຍຂັນ 1 ໜ່ວຍ, ທີ 2 ໄດ້ແກ່ພອນພະເຈົ້າ ຊຽງຍືນ 1 ໄດ້ຮັບເງິນລາງວັນ 8 ລ້ານກີບ, ທີ 3 ບ້ານທ້າວແກ່ນໄດ້ ຮັບເງິນລາງວັນ 6 ລ້ານກີບ ແລະ ທີ 4 ບ້ານເມືອງໝໍ+ມສ ເມືອງໝໍ ໄດ້ ຮັບເງິນລາງວັນ 4 ລ້ານກີບ. ສ່ວນ ປະເພດເຮືອຊ່ວງ ຍິງ ທີ 1 ໄດ້ແກ່ ບ້ານເມືອງໝໍ ໄດ້ຮັບເງິນລາງວັນ 10 ລ້ານກີບ ພ້ອມດ້ວຍຂັນ 1 ໜ່ວຍ, ທີ 2 ບ້ານພວນ ໄດ້ຮັບເງິນ ລາງວັນ 8 ລ້ານກີບ, ທີ 3 ບ້ານທ້າວ ແກ່ນ ໄດ້ຮັບເງິນລາງວັນ 6 ລ້ານ ກີບ ແລະ ທີ 4 ບ້ານຫາດແດງ ໄດ້ ຮັບເງິນລາງວັນ 4 ລ້ານກີບ. q

RkJQdWJsaXNoZXIy MTc3MTYxMQ==