17/09/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d lh k'7;k,g0A ,c0'.sh -5 ,-q o c]t lh k';PdgIa f'komegrn j vlq j 'glu ,;a fmtotme{dkomj v'mj P; ຂປລ. ໃນອາທິດຜ່ານມາ, ທ່ານ ນາງ ສອນທິດາ ອຸນາພົມ ປະທານ ບໍລິສັດພັດທະນາແຫລ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ບ້ານຫລັກ 40 ເມືອງປາກຊ່ອງ ຈຳກັດຜູ້ດຽວ ໄດ້ ປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງ ທີ IX ໃນຫົວຂໍ້: “ການສ້າງຄວາມ ເຂັ້ມແຂງໃຫ້ຊຸມຊົນ ແລະ ສ້າງວຽກ ເຮັດງານທຳ ເພື່ອສົ່ງເສີມວັດທະນະ ທໍາ ແລະ ການທ່ອງທ່ຽວ” ໂດຍໄດ້ ຍົກໃຫ້ເຫັນກ່ຽວກັບວຽກງານການ ຊຸກຍູ້ສົ່ງເສີມ, ການສ້າງຄວາມເຂັ້ມ ແຂງທາງດ້ານເສດຖະກິດຕິດພັນ ກັບການທ່ອງທ່ຽວທາງດ້ານວັດ ທະ ນະທຳ ແລະ ທຳມະຊາດ ຕິດພັນກັບ ການພັດທະນາຮູບແບບປະຊາຊົນມີ ສ່ວນຮ່ວມສີຂຽວ ແລະ ຍືນຍົງ. ທ່ານ ນາງ ສອນທິດາ ອຸນາພົມ ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມແນວ ທາງນະໂຍບາຍຂອງພັກ, ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະນະໂຍບາຍເປີດກວ້າງ ປີທ່ອງທ່ຽວລາວ 2024 ທີ່ ສປປ ລາວ ເຮົາໄດ້ເປັນເຈົ້າພາບທ່ອງທ່ຽວ ອາຊຽນ ກໍຄື ແຜນຍຸດທະສາດການ ພັດທະນາວຽກງານການທ່ອງ ທ່ຽວຕິດພັນກັບກະສິກຳສະອາດ, ປະຊາຊົນມີສ່ວນຮ່ວມສີຂຽວ ແລະ ຍືນຍົງຂອງກະຊວງຖະແຫລ່ງ ຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ (ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ), ແຂວງ ກໍຄື ທ້ອງຖິ່ນໃນແຕ່ລະໄລຍະ ຊຶ່ງ ເປັນການປະກອບສ່ວນສຳຄັນເຂົ້າ ໃນການຈັດຕັ້ງປະຕິບັດຍົກລະດັບ ຄຸນນະພາບດ້ານການບໍລິການ, ຍົກ ສູງກຳລັງແຮງຢ່າງຕັ້ງໜ້າດ້ານບຸກ ຄະລາກອນທີ່ຕິດພັນກັບປະຊາຊົນ; ເປັນເຈົ້າການລົງເລິກຮ່ວມກັນໃນ ທຸກກິດຈະກຳພັດທະນາຕະຫລາດ ກັບທີ່ ໂດຍປະຕິບັດຕາມທິດ 3 ອ ຄື: “ ສ້າງໂອກາດ, ມີໂອກາດ ແລະ ໃຫ້ ໂອກາດ” ແກ່ພໍ່ແມ່ປະຊາຊົນພາຍໃນ ບ້ານ, ເມືອງ ກໍຄື ແຂວງຈຳປາສັກ ແລະ ແຂວງໃກ້ຄຽງ ມີສ່ວນຮ່ວມ ໃນການຊື້-ຂາຍ, ແລກປ່ຽນສິນຄ້າ ກະສິກຳ, ຫັດຖະກຳ, ແກະສະຫລັກ, ຈັກສານ, ການປູກຝັງ-ລ້ຽງສັດ ເພື່ອສ້າງລາຍຮັບແກ່ຄອບຄົວ ແລະ ແກ້ໄຂຄວາມທຸກຍາກ, ເຮັດໃຫ້ປະ ຊາຊົນມີຄວາມເຂັ້ມແຂງ ແລະ ຍືນ ຍົງ ໂດຍພວກເຮົາເອົາໃຈໃສ່ໃນ ການເຕົ້າໂຮມຄວາມສາມັກຄີ, ປຸກ ລະດົມຂົນຂວາຍພໍ່ແມ່ປະຊາຊົນໃນ ເຂດພັດທະນາ, ຊຸກຍູ້ໃຫ້ເຂົາເຈົ້າມີ ສ່ວນຮ່ວມພັດທະນາຢ່າງຕໍ່ເນື່ອງ; ເປັນເຈົ້າການຮ່ວມກັນສ້າງວຽກເຮັດ ງານທຳ, ຊຸກຍູ້ນໍາພາ-ຊີ້ນຳເຂົາເຈົ້າ ເສີມຂະຫຍາຍຫົວຄິດປະດິດສ້າງອັນ ໃໝ່ໆທັງທາງກົງ ແລະ ທາງອ້ອມ ຈາກນ້ອຍໄປຫາໃຫຍ່ ຕາມກຳລັງ ແຮງຂອງແຕ່ລະຄອບຄົວໄປພ້ອມ ກັບການບໍລິການ ແລະ ພັດທະນາ ແຫລ່ງທ່ອງທ່ຽວຕາມວິຖີຂອງປະ ຊາຊົນ ແລະ ຊຸມຊົນໃນຂົງເຂດກະສິ ກຳສະອາດ, ສີຂຽວ ແລະ ຍືນຍົງ. ເລີ່ມແຕ່ປີ 2012 ບໍລິສັດໄດ້ ເຂົ້າໄປລົງທຶນພັດທະນາໄດ້ເລີ່ມ ມີການປັບປຸງສະຖານທີ່, ຍົກລະ ດັບຄຸນນະພາບພື້ນຖານໂຄງລ່າງ ຕ່າງໆເຊັ່ນ: ເສັ້ນທາງ, ໄຟຟ້າ ແລະ ຍົກລະດັບອາຫານ, ການປຸງແຕ່ງ ຕາມລະດູການ, ມີເອກະລັກທ້ອງຖິ່ນ, ພື້ນບ້ານ, ພື້ນເມືອງທີ່ໂດດເດັ່ນ ແລະ ຫລາກຫລາຍ ເພື່ອຕ້ອນຮັບນັກ ທ່ອງທ່ຽວພາຍໃນແລະ ຕ່າງປະເທດ ໄດ້ສຳຜັດກັບກິ່ນອາຍວັດທະນະທຳ ການກິນອາຫານ, ທັງໄດ້ສຳພັດ ກັບທຳມະຊາດ, ປ່າໄມ້ສີຂຽວ, ນ້ຳ ຕົກຕາດທີ່ສວຍສົດງົດງາມ, ບັນ ຍາກາດທີ່ສົດຊື່ນ ແລະ ມີກິດຈະກຳ ຫລາກຫລາຍສ້າງຄວາມສົນໃຈ ໃຫ້ຜູ້ມາທ່ຽວຊົມຮຽນຮູ້ທາງດ້ານ ວັດທະນະທໍາລາວ ທີ່ມີເອກະລັກສະ ເພາະເຮັດໃຫ້ສະຖານທີ່ພວກເຮົາ ກາຍເປັນຈຸດໝາຍປາຍທາງຂອງ ການທ່ອງທ່ຽວຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ອະນຸ ພາກພື້ນ ກໍຄື ສາກົນ ເປັນສະຖານທີ່ ທ່ອງທ່ຽວອັນໂດດເດັ່ນແຫ່ງໜຶ່ງ ຂອງ ສປປ ລາວ. ພ້ອມກັນນັ້ນ, ບໍລິສັດຍັງໄດ້ສົ່ງເສີມໃຫ້ປະຊາຊົນ ລ້ຽງໄກ່ລາດພື້ນເມືອງ, ຄັດເລືອກ ແມ່ພັນໄກ່ ແລະ ຜະລິດຫົວອາຫານ ໄກ່ທີ່ເມືອງຄົງເຊໂດນ, ແປຮູບປີ້ງ ໄກ່ ເປັນລະບົບຢູ່ເມືອງລະຄອນ ເພັງ, ເມືອງຕຸ້ມລານ, ເມືອງເລົ່າງາມ ແຂວງສາລະວັນ ຊຶ່ງໄດ້ສ້າງມູນຄ່າ ເພີ່ມ ແລະ ຄຸນນະພາບໃໝ່, ເຮັດ ໃຫ້ປະຊາຊົນຫລາຍບ້ານ, ຫລາຍ ຫລັງຄາເຮືອນທີ່ໄດ້ເຂົ້າຮ່ວມໄດ້ຮັບ ການພັດທະນາເປັນຢ່າງດີ ແລະ ໄດ້ ຂະຫຍາຍຕື່ມໄປເມືອງວາປີ ເພື່ອສົ່ງ ເສີມການຟື້ນຟູການລ້ຽງໄກ່ລາດ ພື້ນເມືອງ ເປັນລະບົບ; ເມືອງຄົງເຊ ໂດນດຳເນີນການສ້າງຕັ້ງກຸ່ມລ້ຽງ ໄກ່ລາດພື້ນເມືອງສະໝອງໃຫ້ບ້ານ ນາປົ່ງ ເມືອງຄົງເຊໂດນ, ປັດຈຸບັນມີ ບາດກ້າວຂະຫຍາຍຕົວຢ່າງວ່ອງໄວ ແລະ ລ້ຽງແບບເປັນຟາມ, ການ ຄ້າຂາຍມີບັນຍາກາດຟົດຟື້ນ ແລະ ຕະຫລາດກວ້າງຂວາງສາມາດ ຂາຍໄດ້ປະມານ 2-3 ພັນໂຕຕໍ່ມື້. ນອກຈາກນັ້ນ, ຍັງໄດ້ຈັດຕັ້ງກອງ ທຶນໃຫ້ກັບກຸ່ມບ້ານນາປົ່ງ, ສົ່ງເສີມ ໃຫ້ສະມາຊິກ, ສ້າງຄວາມເຂັ້ມແຂງ ດ້ານເຕັກນິກ, ວິຊາການ, ທັດສະນະ ສຶກສາ, ຝຶກອົບຮົມການປຸງແຕ່ງ ອາຫານທີ່ເປັນເອກະລັກທ້ອງຖິ່ນ ດ້ວຍການຊຸກຍູ້ສົ່ງເສີມ ໂດຍການມີ ສ່ວນຮ່ວມຂອງສູນກາງສະຫະພັນ ແມ່ຍິງລາວ. ໃນນັ້ນ, ບໍລິສັດຍັງ ສະໜອງຕູ້ຟັກໄຂ່ ໃຫ້5 ເມືອງ, ພ້ອມ ອຸປະກອນຈຳນວນໜຶ່ງ, ເຄື່ອງຫຸ້ມຫໍ່ ທີ່ທັນສະໄໝ-ມີມາດຕະຖານ, ອຸປະ ກອນເຄື່ອງຈັກປຸງແຕ່ງອາຫານ ຂະໜາດນ້ອຍພາຍໃຕ້ໂຄງການ ຮ່ວມມືລະຫວ່າງບໍລິສັດ ແລະ ຄູ່ຮ່ວມ ພັດທະນາບ້ານໃກ້ເຮືອນຄຽງ. ໃນປີ 2019 ແຫລ່ງທ່ອງທ່ຽວ ພວກເຮົາໄດ້ຖືກອຸທົກກະໄພ ໄພພິບັດ ທຳມະຊາດ “ພະຍຸໂພດຸນ” ແລະ ການລະບາດຂອງພະຍາດໂຄວິດ19 ທີ່ຂາດການໄປມາຫາສູ່, ປິດ ການເຂົ້າ-ອອກ ທົ່ວປະເທດ ກໍຄື ທົ່ວໂລກ ຈຶ່ງເຮັດໃຫ້ມີການປິດ ບໍລິການຮອບດ້ານ, ເຮັດໃຫ້ພວກ ເຮົາໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແກ່ຍາວມາຮອດຕົ້ນປີ 2023. ໃນ ທ່າມກາງວິກິດການດັ່ງກ່າວ, ກໍ ແມ່ນໂອກາດຂ້າພະເຈົ້າພ້ອມດ້ວຍ ຄອບຄົວກໍມີແນວຄວາມຄິດລິເລີ່ມ ເຕົ້າໂຮມສ້າງຂະບວນການຜະລິດ ສະບຽງອາຫານກັບທີ່ ເພື່ອມາ ສະໜອງໃຫ້ພຽງພໍກັບການກິນຢູ່ ປະຈຳວັນຂອງພະນັກງານ ກໍຄື ຄອບຄົວພໍ່ແມ່ປະຊາຊົນເກືອບ 70 ຄົນ, ສ້າງເປັນກຳລັງການຜະລິດ ແລະ ກ້າວໄປເຖິງການສ້າງຕັ້ງກຸ່ມ ປູກພືດຜັກປອດສານພິດບ້ານຫລັກ 40 ເມືອງປາກຊ່ອງ ຂຶ້ນໃນຕົ້ນປີ 2021. ມາຮອດປັດຈຸບັນ, ມີ 60 ກວ່າຄອບຄົວ, ບໍລິສັດໄດ້ເປັນຜູ້ຄໍ້າ ປະກັນລາຄາ ແລະ ເປັນຕະຫລາດ ກັບທີ່ໃຫ້ຊຸມຊົນໃກ້ຄຽງມາຈໍາໜ່າຍ ຜະລິດຕະພັນ, ສະໜອງໃຫ້ຮ້ານ ອາຫານປຸງແຕ່ງເປັນອາຫານລາວ ທີ່ມີເອກະລັກໃຫ້ແກ່ນັກທ່ອງທ່ຽວ. ໃນໄລຍະນັ້ນ, ຂະບວນການປູກການລ້ຽງກຳລັງມີການຂະຫຍາຍ ຢ່າງວ່ອງໄວ, ໄລຍະສະພາບການທີ່ ຫຍຸ້ງຍາກພວກຂ້າພະເຈົ້າກໍຂົນສົ່ງ ພືດຜັກປອດສານພິດມາຈໍາໜ່າຍຢູ່ ນະຄອນຫລວງວຽງຈັນ ແລະ ໄດ້ສືບ ຕໍ່ການຂະຫຍາຍການປູກ ແລະ ການ ລ້ຽງສັດຢ່າງເຂັ້ມແຂງ. ຈາກຜົນສໍາເລັດດັ່ງກ່າວ, ພວກ ເຮົາໄດ້ຮັບຄວາມເຊື່ອໝັ້ນ, ຄວາມ ໄວ້ວາງໃຈຢ່າງສູງຈາກຂັ້ນເທິງ, ໄດ້ຮັບການສະໜັບສະໜູນ ແລະ ສົ່ງເສີມຮອບດ້ານຈາກສູນກາງ ກໍຄື ທ້ອງຖິ່ນ, ຄະນະພັກອຳນາດ ການປົກຄອງບ້ານ, ຄອບຄົວ, ພໍ່ແມ່ ປະຊາຊົນ, ພິເສດຈາກຄະນະນຳ ກະຊວງຖະແຫລງຂ່າວ, ວັດທະນະ ທໍາ ແລະ ທ່ອງທ່ຽວ, ຄະນະພັກ, ຄະນະນຳແຂວງຈຳປາສັກ ກໍຄື ພະ ແນກວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ເຮັດໃຫ້ພວກເຮົາໄດ້ຮັບ ຫລຽນໄຊ, ໃບຍ້ອງຍໍ ແລະ ການ ຢັ້ງຢືນມາດຖານຄຸນນະພາບ, ລາງ ວັນຈາກພາກພື້ນ ແລະ ສາກົນ ເຊັ່ນ: ລາງວັນມາດຕະຖານຫ້ອງ ນໍ້າສາທາລະນະສະອາດອາຊຽນ ປະຈຳປີ 2019-2021, ທີ່ຮ່າລອງ ເບ, ສສ ຫວຽດນາມ; ລາງວັນ ພັດທະນາແຫລ່ງທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ປະຈໍາ ປີ 2019, ທີ່ ສປປ ລາວ; ລາງວັນ ນັກທຸລະກິດດີເດັ່ນຂະແໜງການ ຈ້າງງານອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະຈໍາປີ 2021 ທີ່ ສປປ ລາວ; ລາງວັນການທ່ອງທ່ຽວແບບ ປະຊາຊົນມີສ່ວນຮ່ວມຍືນຍົງອາ ຊຽນ ປະຈຳປີ 2022, ທີ່ປະເທດ ກຳປູເຈຍ; ລາງວັນມາດຕະຖານ ການທ່ອງທ່ຽວແບບປະຊາຊົນ ມີສ່ວນຮ່ວມອາຊຽນ ປະຈຳປີ 2023, ທີ່ ສປປ ລາວ; ລາງວັນ ການທ່ອງທ່ຽວແບບປະຊາຊົນມີ ສ່ວນຮ່ວມຢືນຍົງອາຊຽນປີ 2024, ທີ່ ສປປ ລາວ ແລະ ລາງວັນຫ້ອງ ນໍ້າສາທາລະນະສະອາດອາຊຽນ ປະຈຳປີ 2025, ທີ່ ປະເທດອິນໂດ ເນເຊຍ. ຂປລ. ຕະຫລອດ 10 ປີຜ່ານ ມາ, ບໍ່ສາມາດປະຕິເສດໄດ້ຄວາມ ສໍາເລັດທີ່ເປັນປະຈັກຕາຂອງ ສປປ ລາວ ຍາດມາໄດ້ຢ່າງຍິ່ງໃຫຍ່ຈາກ ການເຂົ້າຮ່ວມໂຄງການເສັ້ນທາງ ສາຍໄໝ ກໍຄື: ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ ” ໄດ້ປູພື້ນ ຖານສໍາ ຄັນໜັກແໜ້ນສືບຕໍ່ເຮັດໃຫ້ລາວຖືກ ຮັບຮອງເປັນປະເທດຄູ່ເຈລະຈາໃໝ່ ຂອງອົງການຮ່ວມມືຊຽງໄຮ້ ( ເອັສ ຊີໂອ ຫລືSCO), ກັບໂອກາດ ແລະ ສິ່ງທ້າທາຍໃຫຍ່ຫລວງກວ່າເກົ່າ ໃນຕໍ່ໜ້າໃນດ້ານເສດຖະກິດ, ການ ເມືອງ, ການຄ້າ, ການລົງທຶນ ແລະ ການໄປມາຫາສູ່ກັນຜ່ານເສັ້ນທາງ ຢູຣາເຊຍ 2 ທະວີບ (ອາຊີ-ເອີໂຣບ) ໂຮມເຂົ້າກັນເປັນເສັ້ນທາງແຫ່ງ ສັນຕິພາບ ແລະ ຄວາມຈະເລີນຮຸ່ງ ເຮືອງຮອບດ້ານ. ເມື່ອເວົ້າເຖິງອົງການຮ່ວມມືຊຽງ ໄຮ້ ອາດເຮັດໃຫ້ຫລາຍທ່ານຮູ້ເປັນ ຢ່າງດີ, ແຕ່ອາດມີຄໍາຖາມຕັ້ງຂຶ້ນມາ ວ່າລາວກ່ຽວຂ້ອງກັບເອັສຊີໂອ ໄດ້ ແນວໃດ? ແລະ ຈະໄດ້ຜົນປະໂຫຍດ ຫຍັງ? ມື້ນີ້ພວກເຮົາມາແລກປ່ຽນ ຂໍ້ມູນຂ່າວສານນໍາກັນ “ແບບອ້າຍ ຮູ້ສອງນ້ອງຮູ້ໜຶ່ງ”. ຄວາມຈິງແລ້ວ ກ່ອນຈະກ້າວເຂົ້າເນື້ອໃນເອັສຊີໂອ ນັ້ນ, ພວກເຮົາບໍ່ສາມາດເບິ່ງຂ້າມ ]k;dkpgxa o xt86 7e g-nj v,3p'vk-u {16 3i[ zj koglA omk']q fw2 “ ” ໂດຍ: ເກີດຂວັນໃຈ ມາລີຈັນສີີັີັີ ຜົນງານ ແລະ ເບື້ອງຫລັງຄວາມສໍາ ເລັດຂອງ ສປປ ລາວ ແບບຄ້າວໆ ໂດຍເລີ່ມຕົ້ນຈາກປີ 1955 ລາວ ເຂົ້າເປັນພາຄີຂອງອົງການສະຫະ ປະຊາຊາດ, ປີ 1997 ເຂົ້າເປັນ ສະມາຊິກອາຊຽນ, ປີ 2013 ເຂົ້າ ເປັນສະມາຊິກຂອງອົງການໆຄ້າ ໂລກ ແລະ ອື່ນໆ, ຫລ້າສຸດກອງ ປະຊຸມ ຄັ້ງທີ 25 ຂອງສະພາມົນຕີ ປະມຸກລັດປະເທດສະມາຊິກອົງການ ຮ່ວມມືຊຽງໄຮ້ ທີ່ຈັດຂຶ້ນຢູ່ນະຄອນ ທຽນສິນຂອງຈີນ ໃນວັນທີ1 ກັນຍາ 2025 ໄດ້ເຫັນດີເປັນເອກະພາບກັນ ຮັບຮອງເອົາ ສປປ ລາວ ເຂົ້າເປັນ ປະເທດຄູ່ເຈລະຈາ ປະເທດທີ 15 ຢ່າງເປັນທາງການເຮັດໃຫ້ມາຮອດ ປັດຈຸບັນອົງການຮ່ວມມືຊຽງໄຮ້ (SCO) ມີສະມາຊິກທັງໝົດ 10 ປະເທດ, ມີ 2 ປະເທດສັງເກດການ ແລະ 15 ປະເທດຄູ່ເຈລະຈາ (ລວມ ທັງ ສປປ ລາວ). ຕໍ່ຄວາມສໍາ ເລັດໄດ້ມາບໍ່ແມ່ນເລື່ອງງ່າຍອັນ ໄດ້ສະທ້ອນໃຫ້ເຫັນຈຸດຢືນທີ່ເປັນ ທາດແທ້ເຕັມໄປດ້ວຍຄວາມໄວ້ເນື້ອ ເຊື່ອໃຈ, ການຮັກຫອມສັນຕິພາບ, ການຮູ້ຖະນຸຖະໜອມດ້ວຍຈິດໃຈ ອັນບໍລິສຸດ, ການແບ່ງປັນຄວາມຮັກ ຄວາມສາມັກຄີ, ການເຂົ້າຮ່ວມເວທີ ກອງປະຊຸມ ແລະ ກິດຈະກໍາຕ່າງໆ ທີ່ເປັນປະໂຫຍດຢ່າງຕັ້ງໜ້າຂອງ ສປປ ລາວ ຕໍ່ຄູ່ຮ່ວມມືອຸດົມການ ດຽວກັນ, ຕໍ່ປະເທດເພື່ອນມິດ ແລະ ວົງຄະນະຍາດສາກົນຢ່າງສະເໝີຕົ້ນ ສະເໝີປາຍ. *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ gxu f[A odkoles];frq o]tg,n v' c]t muj 16j vkwlmqj ;c0;'s];'rt[k' ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ແຂວງ ຫລວງພະບາງ ຈັດພິທີໂຮມຊຸມນຸມ ປະກາດບັ້ນດຳເນີນການສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວ ປະເທດ ຄັ້ງທີ V ປີ 2025 ໃນວັນທີ 15ກັນຍາ2025ທີ່ແຂວງຫລວງພະ ບາງ ໂດຍມີທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ, ພ້ອມດ້ວຍພະນັກງານຫລັກແຫລ່ງ ຂັ້ນແຂວງ, ຂັ້ນເມືອງ, ນັກເດີນ ສໍາຫລວດພົນລະເມືອງທີ່ຢູ່ອາໄສ, ອົງການປົກຄອງບ້ານໃນເທສະບານ ນະຄອນຫລວງພະບາງ ເຂົ້າຮ່ວມ. ທ່ານ ບຸນເລື່ອມ ມະນີວົງ ໄດ້ກ່າວ ວ່າ: ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສແມ່ນມີຄວາມສໍາ ຄັນ ແລະ ຈໍາເປັນຕ້ອງໄດ້ຈັດຕັ້ງ ປະຕິບັດສໍາລັບບັນດາປະເທດທີ່ຢູ່ໃນ ພາກພື້ນ ແລະ ສາກົນ, ປະຊາກອນ ຢູ່ໃນໂລກນັບມື້ນັບເພີ່ມຂຶ້ນຢ່າງ ຕໍ່ເນື່ອງ. ໃນລະຫວ່າງປີ 1985 ຫາ 2025, ປະຊາກອນໂລກເພີ່ມ ຂຶ້ນຈາກປະມານ 4 ຕື້ຄົນ ເປັນ ປະມານ 8 ຕື້ຄົນ, ເຖິງວ່າອັດຕາ ການຂະຫຍາຍຕົວຂອງປະຊາກອນ ຈະຊ້າລົງກໍຕາມ, ແຕ່ສະທ້ອນໃຫ້ ເຫັນເຖິງຄວາມກ້າວໜ້າຂອງນະ ວັດຕະກໍາເຕັກໂນໂລຊີເຂົ້າໃນການ ດູແລສຸຂະພາບ, ການຜະລິດ-ການ ໂດຍ: ທະນູສີນ ອິດທິພົນູີິິົ ສະໜອງອາຫານທີ່ມີຄຸນນະພາບ ເຮັດໃຫ້ຊີວິດການເປັນຢູ່ໂດຍລວມ ແມ່ນດີຂຶ້ນ, ອັດຕາການຕາຍຕໍ່າ ແລະ ອາຍຸຍືນສະເລ່ຍເພີ່ມຂຶ້ນ. ການ ຄາດຄະເນຊີ້ໃຫ້ເຫັນວ່າປະຊາກອນ ໂລກຈະສືບຕໍ່ເພີ່ມຂຶ້ນ ແລະ ຄາດວ່າ ປະຊາກອນຈະບັນລຸປະມານ 8 ຕື້ຄົນ ໃນປີ 2030. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງ ໃຫ້ປະຊາຊົນບັນດາເຜົ່າຕະຫລອດ ຮອດພະນັກງານ-ລັດຖະກອນ, ທະຫານ-ຕຳຫລວດ, ຊາວຄ້າຂາຍ, ຊາວຕ່າງດ້າວ ແລະ ຊາວຕ່າງປະ ເທດທີ່ອາໄສຢູ່ແຂວງຫລວງພະ ບາງ ໃນໄລຍະການດໍາເນີນການສໍາ ຫລວດຈົ່ງໃຫ້ການສະໜັບສະໜູນ ໃຫ້ການຮ່ວມມືຢ່າງຈິງໃຈ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການສໍາຫລວດໃນຄັ້ງນີ້ ພ້ອມທັງ ສະເໜີໃຫ້ບັນດາຄະນະຊີ້ນໍາຂັ້ນ ແຂວງ, ຂັ້ນເມືອງ ແລະ ອົງການ ປົກຄອງທຸກຂັ້ນຈົ່ງເອົາໃຈໃສ່ໃນ ການນໍາພາ-ຊີ້ນໍາ ໃຫ້ຄວາມສະດວກ ແລະ ປະສານສົມທົບຢ່າງໃກ້ຊິດ ກັບກຳລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ເພື່ອໃຫ້ການຮ່ວມມື, ສ້າງເງື່ອນໄຂທີ່ເອື້ອອໍານວຍ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັ້ນ ດໍາເນີນການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສໃນຄັ້ງນີ້ ໃຫ້ປະສົບ ຜົນສໍາເລັດຕາມລະດັບຄາດໝາຍ ແລະ ຮັບປະກັນໃຫ້ໄດ້ຄວາມສະ ຫງົບ ຄວາມປອດໄພ 100%. ໃນພິທີຍັງໄດ້ມີການມອບອຸປະ ກອນຮັບໃຊ້ໃນຫ້ອງການ ແລະ ລົດຈັກໃຫ້ບັນດາເມືອງ-ນະຄອນ ຫລວງພະບາງ 12 ຄັນ ເພື່ອນຳ ໃຊ້ເຂົ້າໃນວຽກງານການເດີນສໍາ ຫລວດຄັ້ງນີ້ ຕື່ມອີກ.
RkJQdWJsaXNoZXIy MTc3MTYxMQ==