7117

17/09/2025 xtgmf]k; 4 gsfdko c]t dkora fa mtok m6 f]k; pnj olko8k8A ' 8+ z6h leg]a f ik-tdkocsj ' g7n v9a ddtrq [ oy ;-u c]o gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ໃນວັນທີ 10 ກັນຍາ 2025 ຜ່ານມານີ້, ທ່ານ ຈາຕຸລົງ ບົວສີສະຫວັດ ໄດ້ຍື່ນສານຕາຕັ້ງ ຈາກ ທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງ ສປປ ລາວ ຕໍ່ ທ່ານ ນາງ ແດມ ຊິນດີ ຄີໂຣ ຜູ້ສຳ ເລັດຣາຊະການ ແຫ່ງ ເຄືອຈັກກະ ພົບ ນິວຊີແລນ ເພື່ອປະຕິບັດໜ້າທີ່ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ເຄືອຈັກກະພົບ ນິວຊີແລນ ໂດຍມີສໍານັກງານຕັ້ງຢູ່ນະຄອນ ຫລວງແຄນເບີຣາ ປະເທດອົດສະ ຕຣາລີ. ໃນໂອກາດນີ້, ທ່ານຜູ້ສຳເລັດ ຣາຊະການ ໄດ້ສະແດງຄວາມຊົມ ເຊີຍແລະຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ ທ່ານ ຈາຕຸລົງ ບົວສີສະຫວັດ ທີ່ໄດ້ຖືກແຕ່ງຕັ້ງເປັນເອກອັກຄະ ລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ເຄືອຈັກກະ ພົບ ນິວຊີແລນ ພ້ອມທັງໄດ້ຕີລາຄາ ສູງຕໍ່ໝາກຜົນຂອງການພົວພັນ ຮ່ວມມືສອງຝ່າຍ ຕະຫລອດໄລຍະ ຫລາຍກວ່າ 6 ທົດສະວັດ ແຫ່ງການ ພົວພັນການທູດ ລະຫວ່າງ ສອງປະ ເທດ ທີ່ໄດ້ຮັບການເສີມຂະຫຍາຍ ເປັນກ້າວໆມາ. ທ່ານຜູ້ສຳເລັດຣາ ຊະການ ຍັງໄດ້ສະແດງຄວາມຂອບ ໃຈຕໍ່ ສປປ ລາວ ທີ່ໄດ້ໃຫ້ການ ຮ່ວມມື ແລະ ສະໜັບສະໜູນນິວຊີ ແລນ ໃນເວທີພາກພື້ນ ແລະ ສາກົນ ແລະ ຢືນຢັນວ່າ ນິວຊີແລນ ຈະສືບ ຕໍ່ຮ່ວມມືຢ່າງໃກ້ຊິດກັບ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍ ພ້ອມທັງສະແດງຄວາມເຊື່ອ ໝັ້ນວ່າທ່ານທູດ ຈະປະກອບສ່ວນ ສົ່ງເສີມການພົວພັນຮ່ວມມືສອງ ຝ່າຍ ກໍຄື ການຮ່ວມມືກັນໃນຂອບ ຫລາຍຝ່າຍ ໂດຍສະເພາະແມ່ນອາ ຊຽນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ໂອກາດດັ່ງກ່າວ, ທ່ານ ຈາຕຸລົງ ບົວສີສະຫວັດ ຍັງໄດ້ນໍາເອົາຄວາມ ຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງຜູ້ສຳ ເລັດຣາຊະການ ພ້ອມທັງໄດ້ສະ ແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ ສະແດງຄວາມຮູ້ສຶກເປັນກຽດ ແລະ ປິຕິຍິນດີທີ່ໄດ້ຖືກມອບໝາຍໃຫ້ ປະຕິບັດໜ້າທີ່ເປັນທູດປະຈໍາ ນິວ ຊີແລນ ແລະ ກຽມພ້ອມປະກອບ ສ່ວນສົ່ງເສີມການພົວພັນຮ່ວມມື ທີ່ດີ ລະຫວ່າງສອງປະເທດ ທີ່ມີ ມາຫລາຍກວ່າ 60 ປີ. ພ້ອມກັນນີ້, ທ່ານ ຈາຕຸລົງ ບົວສີສະຫວັດ ຍັງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະ ຊາຊົນ ແຫ່ງ ສປປ ລາວ ສະແດງ ຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະ ບານ ກໍຄື ປະຊາຊົນນິວຊີແລນ ທີ່ໄດ້ ໃຫ້ການຊ່ວຍເຫລືອແລະສະໜັບສະ ໜູນ ຕໍ່ການພັດທະນາເສດຖະກິດສັງຄົມ ຂອງ ສປປ ລາວ ໃນໄລຍະ ຜ່ານມາ ລວມທັງການເປັນປະທານ ອາຊຽນ ຂອງ ສປປ ລາວ ໃນປີ 2024 ກໍຄື ການຮ່ວມມືໃນຂອບ ຫລາຍຝ່າຍອື່ນໆ. ສອງປະເທດ ລາວ ແລະ ນິວຊີ ແລນ ໄດ້ສ້າງຕັ້ງສາຍພົວພັນການ ທູດ ໃນວັນທີ 7 ກຸມພາ 1963, ຊຶ່ງ ປີ 2025 ນີ້ແມ່ນຄົບຮອບ 62 ປີ. ຂ່າວ-ພາບ: ກຕທ 2026 ຂອງໂຄງການຊ່ວຍເຫລືອ ເດັກຂ້າງຖະໜົນ ແລະ ສ້າງບຸກຄະ ລາກອນບໍລິຫານໂຄງການແບບ ຍືນຍົງໃນ ສປປ ລາວ ໄລຍະທີ V ພັກຂອງໜ່ວຍພັກຮາກຖານ ກົມ ອຸຕຸນິຍົມ ແລະ ອຸທົກກະສາດ, ມາດຕະຖານ ແລະ ເງື່ອນໄຂ ຂອງ ຜູ້ແທນສົມບູນ ແລະ ຜູ້ແທນສໍາ ຮອງເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມທັງໄດ້ດໍາເນີນ ຂະບວນການປ່ອນບັດເລືອກຕັ້ງ ຕາມຂັ້ນຕອນ ທີ່ໄດ້ມີການກໍານົດ ໄວ້ຕາມລະບຽບການ, ເຊິ່ງມີຜູ້ລົງ ສະໝັກ 7 ສະຫາຍ, ສາມາດເລືອກ ໄດ້ 4 ສະຫາຍ ໃນນີ້, ຜູ້ແທນສົມບູນ 3 ສະຫາຍ ແລະ ຜູ້ແທນສໍາຮອງ 1 ຮສສ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ (2025-2029). ພ້ອມນີ້, ກອງ ປະຊຸມຍັງໄດ້ຄົ້ນຄວ້າປະກອບຄໍາ ເຫັນໃສ່ແຜນປະຕິບັດງານໂຄງ ການໂດຍເນັ້ນໃສ່ 3 ຈຸດປະສົງ ຫລັກຂອງໂຄງການຄື: ເພີ່ມທະວີ ການປົກປ້ອງເດັກນ້ອຍ, ໄວໜຸ່ມ ແລະ ຄອບຄົວທີ່ດ້ອຍໂອກາດ ຈາກ ທຸກຮູບແບບຂອງຄວາມສ່ຽງ ແລະ ການລ່ວງລະເມີດ ແລະ ເພີ່ມທະ ວີການສະໜອງບໍລິການປົກປ້ອງ ໂດຍກົງ; ສະໜັບສະໜູນເດັກ ແລະ ໄວໜຸ່ມກາຍເປັນພົນລະເມືອງທີ່ມີ ປະສິດທິພາບຂອງ ສປປ ລາວ ໂດຍ ຜ່ານການສຶກສາ, ການຈ້າງງານ ສສຊ-ສສນວ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ການພັດທະນາເສດຖະກິດ-ສັງ ຄົມ, ຮັບຟັງຄໍາສະເໜີຂອງເມືອງ, ຮັບຟັງການລາຍງານຜົນສຳເລັດ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍສະເພາະຜົນສຳເລັດ ຂອງກອງປະຊຸມສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ໃຫ້ຜູ້ມີສິດເລືອກຕັ້ງ ກໍຄືປະຊາຊົນ ແຕ່ລະຂັ້ນໄດ້ເຂົ້າໃຈຢ່າງເລິກເຊິ່ງ ເປັນຕົ້ນ ໄດ້ຍົກໃຫ້ເຫັນກ່ຽວກັບ ການແກ້ໄຂບັນຫາເສດຖະກິດ ຂອງ ລັດຖະບານ ທີ່ຕິດພັນກັບການດຳ ລົງຊີວິດຂອງປະຊາຊົນ, ການສັບ ຊ້ອນໂຮມບາງໜ້າວຽກຂອງລັດ ເຂົ້າກັນໃຫ້ຖືກຕ້ອງສອດຄ່ອງ ຕາມ ລັດຖະທຳມະນູນ ສະບັບປັບປຸງປີ 2025 ແລະ ບັນຫາສໍາຄັນອື່ນໆ. ຂໍ້ມູນ: ວຽງຈັນໃໝ່ ຫລວງວຽງຈັນ(ນວ)ແລະ ແຂວງ ອຸດົມໄຊ ພາຍໃຕ້ “ໂຄງການແສງ ນ້ອຍໆ” ໂດຍໃຊ້ແນວທາງທີ່ຍືນ ຍົງ ແລະ ສີຂຽວ ເພື່ອສ້າງຄວາມ ປອດໄພ, ຄວາມສະດວກສະບາຍ ໃນການໃຊ້ລົດໃຊ້ຖະໜົນ ໃຫ້ປະ ຊາຊົນໃນທ້ອງຖິ່ນ, ເຊິ່ງສະແດງ ໃຫ້ເຫັນການປະຕິບັດຄຳສັນຍາ “ລົງທຶນໂຄງການໜຶ່ງ, ສ້າງປະ ໂຫຍດໃຫ້ປະຊາຊົນໃນພື້ນທີ່ນັ້ນ”. ສຳລັບຢູ່ເມືອງໄຊ ແຂວງອຸ ດົມໄຊ ໄດ້ຕິດຕັ້ງໄຟເຍືອງທາງ ພະລັງງານແສງຕາເວັນ ທັງໝົດ 217 ດອກ ຕາມເສັ້ນທາງ ຂອງ 5 ບ້ານ, ຍາວປະມານ 6 ກິໂລແມັດ ເພື່ອເຮັດໃຫ້ການສັນຈອນໄປ-ມາ ໃນຍາມຄໍ່າຄືນ ຂອງປະຊາຊົນ CGN... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ພະລັງງານແສງຕາເວັນ ຕາມເສັ້ນ ທາງບ້ານດອນປ່າໃໝ່ ເມືອງສີສັດ ຕະນາກ ທັງໝົດ 10 ດອກ, ພ້ອມ ທັງຕິດຕັ້ງແວ່ນຕາເສືອຄວບຄູ່ກັນ ເພື່ອຫລຸດຄວາມສ່ຽງດ້ານຄວາມ ປອດໄພ ໃນບ່ອນທາງໂຄ້ງຂອງ ຖະໜົນ. ພ້ອມນີ້, ຍັງໄດ້ຕິດຕັ້ງໄຟ ເຍືອງທາງຕາມເສັ້ນທາງ ບ້ານ ທ່າພະລານໄຊ ແລະ ບ້ານວັດນາກ ເມືອງສີສັດຕະນາກ ທັງໝົດ 21 ດອກ. ທັງນີ້, ກໍເພື່ອແນໃສ່ເຮັດ ໃຫ້ການສັນຈອນໃນຍາມກາງຄືນ ຂອງພໍ່ແມ່ປະຊາຊົນ ມີຄວາມສະ ດວກສະບາຍ, ວ່ອງໄວ, ປອດໄພ ແລະ ອື່ນໆ ທັງເປັນການຍົກລະດັບ ຖະໜົນຫົນທາງ ໃຫ້ມີຄວາມຮຸ່ງ ເຮືອງສີວິໄລ, ປະກອບສ່ວນສ້າງສາ ພັດທະນາປະເທດຊາດ, ຫລຸດ ຜ່ອນການເກີດອຸບັດເຫດຕາມທ້ອງ ຖະໜົນ ໃຫ້ຫລຸດລົງເທື່ອລະກ້າວ. ການປ່ຽນແປງເລັກໆນ້ອຍໆ ເຫລົ່ານີ້, ເກີດຈາກການເຮັດວຽກ ຢ່າງເລິກເຊິ່ງ ແລະ ລະອຽດຖີ່ ຖ້ວນ ຂອງ “ໂຄງການຫິ່ງຫ້ອຍ ເຮືອງແສງ” ຂອງ ບໍລິສັດ CGN. ໂຄງການດັ່ງກ່າວ, ໄດ້ໃຫ້ຄວາມ ສຳຄັນກັບການສົ່ງເສີມຊີວິດການ ເປັນຢູ່ປະຊາຊົນ ແລະ ຄວາມຍືນ ຍົງ ໂດຍການປັບປຸງພື້ນຖານໂຄງ ລ່າງ ເຊື່ອມໂຍງຢ່າງເລິກເຊິ່ງ ກັບ ການເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ຊຸມຊົນ. ບໍລິສັດ CGN ໄດ້ ຈັດຕັ້ງບ່ອນຜະລິດຫິ່ງຫ້ອຍເຮືອງ ແສງ ກໍຄື ພະລັງງານແສງອາທິດ ເພື່ອຜະລິດສິນຄ້າກະສິກຳທີ່ເປັນ ເອກະລັກ ແລະ ຜະລິດຍີ່ຫໍ້ສິນຄ້າ ທ້ອງຖິ່ນ ພ້ອມທັງຮ່ວມມືກັບປະ ຊາຊົນ ສ້າງກົນໄກການຮ່ວມມືໄລ ຍະຍາວ ເພື່ອສົ່ງເສີມການພັດທະ ນາອຸດສາຫະກຳທ້ອງຖິ່ນຂອງ ລາວ ແລະ ສ້າງຮູບແບບ “ບໍລິສັດ ສ້າງເວທີ+ປະຊາຊົນມີສ່ວນຮ່ວມ” ເພື່ອໃຫ້ປະຊາຊົນມີລາຍໄດ້ຢ່າງ ຍືນຍົງ. CGN ພວມກະກຽມແຜນ ປະຕິບັດການແສງສະຫວ່າງ ໄປ ຍັງແຂວງອື່ນໆ ໃນຂອບເຂດທົ່ວ ປະເທດ ຂອງລາວ ໃຫ້ຫລາຍຂຶ້ນ. ສະຫາຍ. ໂອກາດດັ່ງກ່າວ, ສະຫາຍ ຈັນທະເນດ ບົວລະພາ ໄດ້ໃຫ້ຮູ້ ວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນຜົນ ສໍາເລັດໃນເບື້ອງຕົ້ນ, ເຊິ່ງຄະນະ ໜ່ວຍພັກຮາກຖານ ຍັງຈະຕ້ອງ ໄດ້ສືບຕໍ່ຈັດຕັ້ງປະຕິບັດຫລາຍໜ້າ ວຽກ ເພື່ອເປັນການກະກຽມໃຫ້ ແກ່ການດໍາເນີນກອງປະຊຸມໃຫຍ່ ຂອງຮາກຖານພັກ ໃຫ້ສໍາເລັດ ຕາມຄາດໝາຍທີ່ວາງໄວ້, ບັນດາ ຜູ້ແທນສົມບູນ ທັງ 3 ສະຫາຍ ແລະ ສຳຮອງ 1 ສະຫາຍ ທີ່ໄດ້ຮັບການ ຄັດເລືອກເປັນຕົວແທນ ສະມາຊິກ ພັກທັງໝົດ ຂອງໜ່ວຍພັກຮາກ ຖານກົມອຸຕຸນິຍົມ ແລະ ອຸທົກກະ ສາດຕ້ອງຍົກສູງຄວາມຮັບຜິດ ຊອບໃນການເຂົ້າຮ່ວມກອງປະຊຸມ ແລະ ໃຊ້ສິດຂອງຕົນຢ່າງເຕັມ ສ່ວນບົນພື້ນຖານຖືກຕ້ອງຕາມລະ ບຽບຫລັກການກໍານົດ, ທັງເອົາ ໃຈໃສ່ຕິດຕາມວາລະການດໍາເນີນ ກອງປະຊຸມໃຫຍ່ຂອງອົງຄະນະພັກ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ຢ່າງເປັນປົກກະຕິ ພ້ອມທັງ ຍົກສູງຄວາມເປັນເຈົ້າການປະຕິ ບັດໜ້າທີ່ການເມືອງ ດ້ວຍຄວາມ ຮັບຜິດຊອບສູງ ແລະ ມີຜົນສໍາເລັດ ຢ່າງຈົບງາມ. ຂ່າວ-ພາບ: ອະພິເດດ ແສງດາລາ ກົມອຸຕຸນິຍົມ...ົຸຸິົ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ແລະ ການເບິ່ງແຍງຄອບຄົວ; ສ້າງ ຄວາມອາດສາມາດຂອງຄູ່ຮ່ວມ ງານ, ອົງການປົກຄອງທ້ອງຖິ່ນ, ຊຸມຊົນພາກສ່ວນກ່ຽວຂ້ອງຕ່າງໆ ແລະ ພະນັກງານໂຄງການ ໃຫ້ມີ ຄວາມສາມາດໃນການປົກປ້ອງ ເດັກ ແລະ ຄອບຄົວຈາກທຸກຄວາມ ສ່ຽງ. ໂອກາດນີ້, ທ່ານ ນາງ ແກ້ວ ຈັນທະວິໄຊ ໄດ້ມີຄໍາເຫັນຊີ້ນໍາໃຫ້ ທຸກພາກສ່ວນທີ່ກ່ຽວຂ້ອງ ນັບແຕ່ ສູນກາງຮອດທ້ອງຖິ່ນ ຈົ່ງຮ່ວມມື ຮ່ວມໃຈກັນຢ່າງກົມກຽວ ເພື່ອເຮັດ ໃຫ້ການປົກປ້ອງ ແລະ ຊ່ວຍເຫລືອ ເດັກນ້ອຍ, ໄວໜຸ່ມ ແລະ ຄອບຄົວ ທີ່ດ້ອຍໂອກາດ ລວມທັງການປ້ອງ ກັນ ແລະ ປົກປ້ອງການລ່ວງລະ ເມີດທຸກຮູບແບບ, ສ້າງເງື່ອນໄຂ ໃຫ້ທຸກຄົນເຂົ້າເຖິງການສຶກສາ ຫລື ການຈ້າງງານ, ການນໍາສົ່ງສູ່ ການດູແລຂອງຄອບຄົວ ແລະ ສັງ ຄົມ, ພ້ອມທັງເສີມຂະຫຍາຍການ ມີສ່ວນຮ່ວມຂອງບຸກຄົນໃນສັງຄົມ ໃຫ້ນັບມື້ຫລາຍຂຶ້ນ. ຂໍ້ມູນ-ພາບ: ຮສສ ພາຍໃນເມືອງໄຊ ກໍຄື ບັນດາບ້ານຕໍ່ ບ້ານ ເດີນທາງດ້ວຍຄວາມສະດວກ ແລະ ປອດໄພຫລາຍຂຶ້ນ ທັງເປັນ ການຫລຸດຜ່ອນການເກີດອຸບັດເຫດ ຕື່ມອີກ. ສ່ວນຢູ່ນະຄອນຫລວງ ວຽງຈັນ ໄດ້ຕິດຕັ້ງໄຟເຍືອງທາງ

RkJQdWJsaXNoZXIy MTc3MTYxMQ==